ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (16)
ຂໍ້ທີສິບສອງ: ລະບຸຄົນ, ເຫດການ ແລະ ສິ່ງຕ່າງໆທີ່ລົບກວນ ແລະ ຂັດຂວາງວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໂດຍທັນທີ ແລະ ຢ່າງຖືກຕ້ອງ; ຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ພິກສະຖານະການ; ນອກຈາກນີ້, ໃຫ້ໂອ້ລົມຄວາມຈິງເພື່ອໃຫ້ຜູ້ທີ່ຖືກເລືອກຂອງພຣະເຈົ້າພັດທະນາການແຍກແຍະຜ່ານສິ່ງດັ່ງກ່າວ ແລະ ຮຽນຮູ້ຈາກພວກມັນ (ພາກທີສີ່)
ບັນດາບຸກຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຂັດຂວາງ ແລະ ລົບກວນຊີວິດຄຣິສຕະຈັກ
VIII. ການເຜີຍແຜ່ແນວຄິດ
1. ການສະແດງອອກຂອງການເຜີຍແຜ່ແນວຄິດ
ມື້ນີ້ພວກເຮົາຈະສືບຕໍ່ໂອ້ລົມກັນກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ລະບຸຄົນ, ເຫດການ ແລະ ສິ່ງຕ່າງໆທີ່ລົບກວນ ແລະ ຂັດຂວາງວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໂດຍທັນທີ ແລະ ຢ່າງຖືກຕ້ອງ; ຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ພິກສະຖານະການ; ນອກຈາກນີ້, ໃຫ້ໂອ້ລົມຄວາມຈິງເພື່ອໃຫ້ຜູ້ຄົນທີ່ພຣະເຈົ້າເລືອກພັດທະນາການແຍກແຍະຜ່ານສິ່ງດັ່ງກ່າວ ແລະ ຮຽນຮູ້ຈາກພວກມັນ”. ສຳລັບບັນຫາຕ່າງໆຂອງການລົບກວນ ແລະ ການຂັດຂວາງທີ່ເກີດຂຶ້ນໃນຊີວິດຄຣິດຕະຈັກ, ພວກເຮົາໄດ້ຂຽນອອກມາສິບເອັດຂໍ້. ຄັ້ງທີ່ຜ່ານມາພວກເຮົາໄດ້ໂອ້ລົມກັນກ່ຽວກັບບັນຫາທີເຈັດ: ການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມ. ມື້ນີ້, ພວກເຮົາຈະໂອ້ລົມກັນກ່ຽວກັບບັນຫາທີແປດ: ການເຜີຍແຜ່ແນວຄິດ. ການເຜີຍແຜ່ແນວຄິດກໍເກີດຂຶ້ນເລື້ອຍໆໃນຊີວິດຄຣິສຕະຈັກເຊັ່ນກັນ. ບາງຄົນທີ່ບໍ່ຍອມຮັບຄວາມຈິງເລີຍ, ເຊື່ອໃນພຣະເຈົ້າໂດຍອີງໃສ່ແນວຄິດ ແລະ ຈິນຕະນາການຂອງພວກເຂົາ ແລະ ພວກເຂົາມັກຈະເຜີຍແຜ່ແນວຄິດບາງຢ່າງເພື່ອລົບກວນຊີວິດຄຣິສຕະຈັກ. ຄຣິສຕະຈັກຕ້ອງຈຳກັດພຶດຕິກຳນີ້ ແລະ ແກ້ໄຂມັນຜ່ານການໂອ້ລົມຄວາມຈິງໃນຊີວິດຄຣິສຕະຈັກ. ຈາກລັກສະນະຕາມຕົວອັກສອນ, ໃຜກໍສາມາດເຫັນໄດ້ວ່າການເຜີຍແຜ່ແນວຄິດບໍ່ແມ່ນພຶດຕິກຳທີ່ເໝາະສົມ, ວ່າມັນບໍ່ແມ່ນສິ່ງທີ່ເປັນບວກ ແຕ່ເປັນສິ່ງທີ່ເປັນລົບ. ສະນັ້ນ, ມັນຄວນຖືກຢຸດຢັ້ງ ແລະ ຖືກຈຳກັດໃນຊີວິດຄຣິສຕະຈັກ. ບໍ່ວ່າຄົນປະເພດໃດທີ່ເຜີຍແຜ່ແນວຄິດ, ໂດຍບໍ່ຄຳນຶງເຖິງແຮງຈູງໃຈຂອງພວກເຂົາ, ບໍ່ວ່າພວກເຂົາກຳລັງເຜີຍແຜ່ແນວຄິດໂດຍຕັ້ງໃຈ ຫຼື ບໍ່ຕັ້ງໃຈກໍຕາມ, ຕາບໃດທີ່ພວກເຂົາເຜີຍແຜ່ແນວຄິດ, ມັນກໍຈະລົບກວນ ແລະ ຂັດຂວາງຊີວິດຄຣິສຕະຈັກ, ເຊິ່ງກໍ່ໃຫ້ເກີດຜົນກະທົບທີ່ບໍ່ດີ. ສະນັ້ນ, ເລື່ອງນີ້ຕ້ອງຖືກຈຳກັດໜຶ່ງຮ້ອຍເປີເຊັນ. ຈາກທັດສະນະໃດກໍຕາມ, ການເຜີຍແຜ່ແນວຄິດບໍ່ສາມາດມີບົດບາດໃນທາງບວກໃນການສະແຫວງຫາຄວາມຈິງຂອງຜູ້ຄົນ, ການສະແຫວງຫາການຮູ້ຈັກພຣະເຈົ້າ ຫຼື ການເຂົ້າສູ່ຄວາມຈິງຄວາມເປັນຈິງຂອງພວກເຂົາໄດ້ເລີຍ; ມັນມີແຕ່ສົ່ງຜົນໃຫ້ເກີດການລົບກວນ ແລະ ສ້າງຄວາມເສຍຫາຍຕໍ່ສິ່ງເຫຼົ່ານີ້ເທົ່ານັ້ນ. ສະນັ້ນ, ເມື່ອຄົນໃດຄົນໜຶ່ງເຜີຍແຜ່ແນວຄິດໃນຊີວິດຄຣິສຕະຈັກ, ທຸກຄົນ, ທັງຜູ້ນໍາຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງຄວນແຍກແຍະເລື່ອງນີ້ ແລະ ກ້າວອອກມາຢຸດຢັ້ງ ແລະ ຈຳກັດຄົນຜູ້ນັ້ນໂດຍທັນທີ, ແທນທີ່ຈະຕາມໃຈພວກເຂົາຢ່າງຫຼັບຫູຫຼັບຕາໃນການເຜີຍແຜ່ແນວຄິດເພື່ອນຳພາຢ່າງຜິດໆ ແລະ ລົບກວນຄົນອື່ນ. ກ່ອນອື່ນ ໃຫ້ພວກເຮົາໂອ້ລົມກັນກ່ຽວກັບວ່າຄຳເວົ້າປະເພດໃດທີ່ຖືວ່າເປັນການເຜີຍແຜ່ແນວຄິດ. ດ້ວຍການແຍກແຍະນີ້, ຜູ້ຄົນຈະສາມາດໃຫ້ນິຍາມໄດ້ຢ່າງຖືກຕ້ອງວ່າການເຜີຍແຜ່ແນວຄິດແມ່ນຫຍັງ ແລະ ຍັງສາມາດຢຸດຢັ້ງ ແລະ ຈຳກັດມັນໄດ້ຢ່າງຖືກຕ້ອງອີກດ້ວຍ, ແທນທີ່ຈະບໍ່ສົນໃຈມັນ ແລະ ປະຕິບັດຕໍ່ມັນດ້ວຍຄວາມເມີນເສີຍ.
1). ການເຜີຍແຜ່ແນວຄິດກ່ຽວກັບພຣະເຈົ້າ
ແນວຄິດທີ່ຖືກເຜີຍແຜ່ອອກໄປນັ້ນແມ່ນມີເປົ້າໝາຍ. ກ່ອນອື່ນ, ພວກເຮົາຕ້ອງເບິ່ງວ່າພວກມັນແນໃສ່ໃຜ ແລະ ແນວຄິດໃດທີ່ກຳລັງຖືກເຜີຍແຜ່. ການເຂົ້າໃຈສິ່ງເຫຼົ່ານີ້ຈະຊ່ວຍໃຫ້ເຈົ້າຮູ້ວ່າຄຳເວົ້າໃດທີ່ຄົນເວົ້າ ແລະ ມຸມມອງໃດທີ່ຄົນເຜີຍແຜ່ນັ້ນທີ່ຖືວ່າເປັນແນວຄິດ. ການຮູ້ວ່າຄຳເວົ້າໃດເປັນແນວຄິດຂອງຜູ້ຄົນ ແລະ ການກະທຳໃດທີ່ຖືເປັນການເຜີຍແຜ່ແນວຄິດ ຈະຊ່ວຍໃຫ້ຜູ້ຄົນສາມາດຈຳກັດການເຜີຍແຜ່ແນວຄິດໄດ້ຢ່າງຖືກຕ້ອງ ແລະ ມີຄວາມກ່ຽວຂ້ອງກັນຫຼາຍຂຶ້ນ. ກ່ອນອື່ນໝົດ, ການເຜີຍແຜ່ແນວຄິດທີ່ຮ້າຍແຮງທີ່ສຸດແມ່ນກ່ຽວກັບການເຜີຍແຜ່ແນວຄິດ ແລະ ຄວາມເຂົ້າໃຈຜິດຂອງຜູ້ຄົນກ່ຽວກັບພຣະເຈົ້າ. ນີ້ແມ່ນໝວດໃຫຍ່ໝວດໜຶ່ງ. ການເຜີຍແຜ່ມຸມມອງ ແລະ ຄຳເວົ້າທີ່ບໍ່ເປັນຄວາມຈິງກ່ຽວກັບຕົວຕົນຂອງພຣະເຈົ້າ, ແກ່ນແທ້ຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ, ພຣະທຳຂອງພຣະເຈົ້າ, ພາລະກິດຂອງພຣະເຈົ້າ ແລະ ການມີຢູ່ຈິງຂອງພຣະເຈົ້າ ລ້ວນແຕ່ຖືເປັນການເຜີຍແຜ່ແນວຄິດ. ນີ້ເປັນຄຳກ່າວໂດຍທົ່ວໄປ; ໂດຍສະເພາະແລ້ວ, ຄຳເວົ້າປະເພດໃດທີ່ຖືເປັນການເຜີຍແຜ່ແນວຄິດ? ການເຜີຍແຜ່ຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າ, ການຕັດສິນ ແລະ ການກ່າວໂທດພຣະເຈົ້າ ແລະ ແມ່ນແຕ່ການໝິ່ນປະໝາດຕໍ່ພຣະເຈົ້າ ລ້ວນແຕ່ເປັນການເຜີຍແຜ່ແນວຄິດ. ເວົ້າງ່າຍໆກໍຄື, ການເຜີຍແຜ່ຄວາມເຂົ້າໃຈກ່ຽວກັບພຣະເຈົ້າທີ່ບໍ່ສອດຄ່ອງກັບຄວາມເປັນຈິງ ແລະ ຄຳເວົ້າ ແລະ ການຕີຄວາມໝາຍຜິດທີ່ບໍ່ສອດຄ່ອງກັບຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ ລ້ວນຖືເປັນການເຜີຍແຜ່ແນວຄິດ. ຕົວຢ່າງ: ໃນຊີວິດຄຣິສຕະຈັກ, ບາງຄົນມັກເວົ້າກ່ຽວກັບຕົວຕົນຂອງພຣະເຈົ້າ ແລະ ແກ່ນແທ້ຂອງພຣະເຈົ້າ. ພວກເຂົາບໍ່ມີຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ. ພວກເຂົາມັກຈະສົງໄສ ແລະ ເຂົ້າໃຈພຣະເຈົ້າຜິດໃນໃຈຂອງພວກເຂົາ, ໂດຍບໍ່ສາມາດຍອມອ່ອນນ້ອມຕໍ່ສະພາບແວດລ້ອມການດຳລົງຊີວິດ ແລະ ສະພາບແວດລ້ອມສຳລັບການເຮັດໜ້າທີ່ຂອງພວກເຂົາທີ່ພຣະເຈົ້າຈັດແຈງໃຫ້ ແລະ ສິ່ງອື່ນໆອີກດ້ວຍ. ຈາກນັ້ນ ພວກເຂົາກໍເຜີຍແຜ່ຄວາມເຂົ້າໃຈຜິດຂອງພວກເຂົາກ່ຽວກັບພຣະເຈົ້າ ແລະ ແນວຄິດຂອງພວກເຂົາກ່ຽວກັບການບໍ່ເຂົ້າໃຈພຣະເຈົ້າ. ສະຫຼຸບສັ້ນໆ, ແນວຄິດເຫຼົ່ານີ້ບໍ່ແມ່ນກ່ຽວກັບການຍອມຮັບ ແລະ ການຍອມອ່ອນນ້ອມຕໍ່ອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າຈາກທັດສະນະຂອງມະນຸດທີ່ຖືກສ້າງ, ແຕ່ພັດເຕັມໄປດ້ວຍອະຄະຕິສ່ວນຕົວ, ຄວາມເຂົ້າໃຈຜິດ ແລະ ແມ່ນແຕ່ການຕັດສິນ ແລະ ການກ່າວໂທດ. ຫຼັງຈາກທີ່ໄດ້ຍິນສິ່ງເຫຼົ່ານີ້, ຄົນອື່ນກໍເກີດມີຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າ ແລະ ລະມັດລະວັງຕົວຕໍ່ພຣະອົງ, ດ້ວຍເຫດນີ້ຈຶ່ງສູນເສຍຄວາມເຊື່ອທີ່ແທ້ຈິງຂອງພວກເຂົາໃນພຣະເຈົ້າ, ຍິ່ງບໍ່ຕ້ອງເວົ້າເຖິງວ່າຈະມີການຍອມອ່ອນນ້ອມທີ່ແທ້ຈິງເລີຍ.
ບາງຄົນຄິດວ່າການເຊື່ອໃນພຣະເຈົ້າຄວນນຳມາເຊິ່ງສັນຕິສຸກ ແລະ ຄວາມສຸກ ແລະ ວ່າຖ້າພວກເຂົາພົບພໍ້ກັບສະຖານະການຕ່າງໆ, ພວກເຂົາພຽງແຕ່ຕ້ອງອະທິຖານຕໍ່ພຣະເຈົ້າ ແລະ ພຣະເຈົ້າກໍຈະງ່ຽງຫູຟັງ, ປະທານພຣະຄຸນ ແລະ ພອນໃຫ້ພວກເຂົາ ແລະ ຮັບປະກັນວ່າທຸກຢ່າງຈະດຳເນີນໄປຢ່າງສະຫງົບ ແລະ ຢ່າງລ່ຽນໄຫຼສຳລັບພວກເຂົາ. ຈຸດປະສົງຂອງພວກເຂົາໃນການເຊື່ອໃນພຣະເຈົ້າແມ່ນເພື່ອສະແຫວງຫາພຣະຄຸນ, ໄດ້ຮັບພອນ ແລະ ເພີດເພີນກັບສັນຕິສຸກ ແລະ ຄວາມສຸກ. ຍ້ອນມຸມມອງເຫຼົ່ານີ້ເອງທີ່ພວກເຂົາປະຖິ້ມຄອບຄົວຂອງພວກເຂົາ ຫຼື ລາອອກຈາກວຽກເພື່ອອຸທິດຕົນເພື່ອພຣະເຈົ້າ ແລະ ສາມາດອົດທົນຕໍ່ຄວາມຍາກລຳບາກ ແລະ ເສຍສະລະໄດ້. ພວກເຂົາເຊື່ອວ່າຕາບໃດທີ່ພວກເຂົາປະຖິ້ມສິ່ງຕ່າງໆ, ອຸທິດຕົນເພື່ອພຣະເຈົ້າ, ອົດທົນຕໍ່ຄວາມຍາກລຳບາກ ແລະ ເຮັດວຽກຢ່າງພາກພຽນ, ໂດຍສະແດງອອກເຖິງພຶດຕິກຳທີ່ດີເລີດ, ພວກເຂົາກໍຈະໄດ້ຮັບພອນ ແລະ ຄວາມໂປດປານຂອງພຣະເຈົ້າ ແລະ ວ່າບໍ່ວ່າພວກເຂົາພົບພໍ້ກັບຄວາມຫຍຸ້ງຍາກໃດກໍຕາມ, ຕາບໃດທີ່ພວກເຂົາອະທິຖານຕໍ່ພຣະເຈົ້າ, ພຣະອົງກໍຈະແກ້ໄຂຄວາມຫຍຸ້ງຍາກເຫຼົ່ານັ້ນ ແລະ ເປີດເສັ້ນທາງໃຫ້ພວກເຂົາໃນທຸກສິ່ງ. ນີ້ຄືມຸມມອງທີ່ຄົນສ່ວນໃຫຍ່ທີ່ເຊື່ອໃນພຣະເຈົ້າມີ. ຜູ້ຄົນຮູ້ສຶກວ່າມຸມມອງນີ້ຊອບທຳ ແລະ ຖືກຕ້ອງ. ຄວາມສາມາດຂອງຫຼາຍຄົນໃນການຮັກສາຄວາມເຊື່ອຂອງພວກເຂົາໃນພຣະເຈົ້າເປັນເວລາຫຼາຍປີໂດຍບໍ່ປະຖິ້ມຄວາມເຊື່ອຂອງພວກເຂົາ ແມ່ນກ່ຽວຂ້ອງໂດຍກົງກັບມຸມມອງນີ້. ພວກເຂົາຄິດວ່າ, “ຂ້ອຍໄດ້ເສຍສະລະເພື່ອພຣະເຈົ້າຫຼາຍແລ້ວ, ພຶດຕິກຳຂອງຂ້ອຍກໍດີຫຼາຍ ແລະ ຂ້ອຍບໍ່ໄດ້ກະທຳຄວາມຊົ່ວໃດໆ; ພຣະເຈົ້າຈະອວຍພອນຂ້ອຍຢ່າງແນ່ນອນ. ເພາະວ່າຂ້ອຍໄດ້ທົນທຸກຫຼາຍ ແລະ ໄດ້ເສຍສະລະຢ່າງໃຫຍ່ຫຼວງສຳລັບທຸກໜ້າວຽກ, ເຮັດທຸກຢ່າງຕາມພຣະທຳ ແລະ ຂໍ້ກຳນົດຂອງພຣະເຈົ້າໂດຍບໍ່ມີຂໍ້ຜິດພາດໃດໆ, ພຣະເຈົ້າຄວນອວຍພອນຂ້ອຍ; ພຣະອົງຄວນຮັບປະກັນວ່າທຸກຢ່າງຈະດຳເນີນໄປຢ່າງລ່ຽນໄຫຼສຳລັບຂ້ອຍ ແລະ ໃຫ້ຂ້ອຍມີສັນຕິສຸກ ແລະ ຄວາມສຸກໃນໃຈຢູ່ສະເໝີ ແລະ ເພີດເພີນກັບການສະຖິດຢູ່ຂອງພຣະເຈົ້າ”. ນີ້ບໍ່ແມ່ນແນວຄິດ ແລະ ຈິນຕະນາການຂອງມະນຸດບໍ? ຈາກທັດສະນະຂອງມະນຸດ, ຜູ້ຄົນເພີດເພີນກັບພຣະຄຸນຂອງພຣະເຈົ້າ ແລະ ໄດ້ຮັບຜົນປະໂຫຍດ, ສະນັ້ນ ມັນຈຶ່ງສົມເຫດສົມຜົນທີ່ຈະຕ້ອງທົນທຸກໜ້ອຍໜຶ່ງເພື່ອສິ່ງນີ້ ແລະ ມັນກໍຄຸ້ມຄ່າທີ່ຈະແລກປ່ຽນຄວາມທຸກທໍລະມານນີ້ກັບພອນຂອງພຣະເຈົ້າ. ນີ້ຄືແນວຄິດແບບເຮັດຂໍ້ຕົກລົງກັບພຣະເຈົ້າ. ແຕ່ຈາກທັດສະນະຂອງຄວາມຈິງ ແລະ ຈາກທັດສະນະຂອງພຣະເຈົ້າ, ໂດຍພື້ນຖານແລ້ວ ສິ່ງນີ້ບໍ່ສອດຄ່ອງກັບຫຼັກການໃນວຽກງານຂອງພຣະເຈົ້າ ຫຼື ມາດຕະຖານທີ່ພຣະເຈົ້າຮຽກຮ້ອງຈາກຜູ້ຄົນ. ມັນເປັນຄວາມຄິດຝ່າຍດຽວທັງໝົດ, ເປັນພຽງແນວຄິດ ແລະ ຈິນຕະນາການຂອງມະນຸດກ່ຽວກັບການເຊື່ອໃນພຣະເຈົ້າ. ບໍ່ວ່າມັນຈະກ່ຽວຂ້ອງກັບການເຮັດທຸລະກິດ ຫຼື ການຮຽກຮ້ອງສິ່ງຕ່າງໆຈາກພຣະເຈົ້າ ຫຼື ມີແນວຄິດ ແລະ ຈິນຕະນາການຂອງມະນຸດ, ບໍ່ວ່າກໍລະນີໃດກໍຕາມ, ບໍ່ມີສິ່ງໃດທີ່ສອດຄ່ອງກັບຂໍ້ກຳນົດຂອງພຣະເຈົ້າ ແລະ ທັງບໍ່ບັນລຸຫຼັກການ ແລະ ມາດຕະຖານຂອງພຣະເຈົ້າໃນການອວຍພອນຜູ້ຄົນ. ໂດຍສະເພາະ, ແນວຄິດ ແລະ ມຸມມອງແບບເຮັດທຸລະກຳນີ້ເປັນການຂັດກັບອຸປະນິໄສຂອງພຣະເຈົ້າ, ແຕ່ຜູ້ຄົນບໍ່ໄດ້ຮັບຮູ້ມັນ. ເມື່ອສິ່ງທີ່ພຣະເຈົ້າກະທຳບໍ່ສອດຄ່ອງກັບແນວຄິດຂອງຜູ້ຄົນ, ພວກເຂົາກໍເກີດມີຄຳຈົ່ມວ່າ ແລະ ຄວາມເຂົ້າໃຈຜິດກ່ຽວກັບພຣະອົງໃນໃຈຂອງພວກເຂົາຢ່າງໄວວາ. ພວກເຂົາແມ່ນແຕ່ຮູ້ສຶກຖືກກະທຳ ແລະ ຈາກນັ້ນກໍເລີ່ມຖຽງກັບພຣະເຈົ້າ ແລະ ພວກເຂົາອາດຈະແມ່ນແຕ່ຕັດສິນ ແລະ ກ່າວໂທດພຣະອົງ. ໂດຍບໍ່ຄຳນຶງວ່າຜູ້ຄົນເກີດມີແນວຄິດ ແລະ ຄວາມເຂົ້າໃຈຜິດຫຍັງກໍຕາມ, ຈາກທັດສະນະຂອງພຣະເຈົ້າ, ພຣະອົງບໍ່ເຄີຍກະທຳ ຫຼື ປະຕິບັດຕໍ່ຜູ້ໃດຕາມແນວຄິດ ຫຼື ຄວາມປາຖະໜາຂອງມະນຸດເລີຍ. ພຣະເຈົ້າກະທຳສິ່ງທີ່ພຣະອົງປາຖະໜາທີ່ຈະກະທຳສະເໝີ, ຕາມວິທີທາງຂອງພຣະອົງເອງ ແລະ ໂດຍອີງໃສ່ອຸປະນິໄສ-ແກ່ນແທ້ຂອງພຣະອົງເອງ. ພຣະເຈົ້າມີຫຼັກການໃນວິທີທີ່ພຣະອົງປະຕິບັດຕໍ່ທຸກຄົນ; ບໍ່ມີສິ່ງໃດທີ່ພຣະອົງກະທຳຕໍ່ແຕ່ລະຄົນທີ່ອີງໃສ່ແນວຄິດ, ຈິນຕະນາການ ຫຼື ຄວາມມັກຂອງມະນຸດ, ນີ້ຄືລັກສະນະຂອງວຽກງານຂອງພຣະເຈົ້າທີ່ຂັດກັບແນວຄິດຂອງມະນຸດຫຼາຍທີ່ສຸດ. ເມື່ອພຣະເຈົ້າຈັດສະພາບແວດລ້ອມໃຫ້ຜູ້ຄົນທີ່ຂັດກັບແນວຄິດ ແລະ ຈິນຕະນາການຂອງພວກເຂົາຢ່າງສິ້ນເຊີງ, ພວກເຂົາສ້າງແນວຄິດ, ການຕັດສິນ ແລະ ການກ່າວໂທດຕໍ່ພຣະເຈົ້າໃນໃຈຂອງພວກເຂົາ ແລະ ອາດຈະເຖິງກັບປະຕິເສດວ່າຮູ້ຈັກພຣະອົງ. ແລ້ວພຣະເຈົ້າຈະສາມາດຕອບສະໜອງຄວາມຕ້ອງການຂອງພວກເຂົາໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ. ພຣະເຈົ້າຈະບໍ່ປ່ຽນແປງວິທີການເຮັດວຽກ ແລະ ຄວາມປາຖະໜາຂອງພຣະອົງຕາມແນວຄິດຂອງມະນຸດເລີຍ. ແລ້ວແມ່ນໃຜທີ່ຕ້ອງປ່ຽນແປງ? ແມ່ນຜູ້ຄົນ. ຜູ້ຄົນຕ້ອງປະຖິ້ມແນວຄິດຂອງພວກເຂົາ, ຍອມຮັບ, ຍອມອ່ອນນ້ອມຕໍ່ ແລະ ມີປະສົບການກັບສະພາບແວດລ້ອມທີ່ພຣະເຈົ້າຈັດໃຫ້ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂແນວຄິດຂອງພວກເຂົາເອງ, ແທນທີ່ຈະວັດແທກສິ່ງທີ່ພຣະເຈົ້າກະທຳກັບແນວຄິດຂອງພວກເຂົາ ເພື່ອເບິ່ງວ່າມັນຖືກຕ້ອງ ຫຼື ບໍ່. ເມື່ອຜູ້ຄົນຢືນຢັນທີ່ຈະຍຶດໝັ້ນກັບແນວຄິດຂອງພວກເຂົາ, ພວກເຂົາກໍເກີດມີການຕໍ່ຕ້ານພຣະເຈົ້າ, ສິ່ງນີ້ເກີດຂຶ້ນຕາມທຳມະຊາດ. ຮາກເຫງົ້າຂອງການຕໍ່ຕ້ານຢູ່ໃສ? ມັນຢູ່ໃນຂໍ້ເທັດຈິງທີ່ວ່າສິ່ງທີ່ຜູ້ຄົນມັກມີຢູ່ໃນໃຈຂອງພວກເຂົາຕາມປົກກະຕິນັ້ນ ແມ່ນແນວຄິດ ແລະ ຈິນຕະນາການຂອງພວກເຂົາ ແລະ ບໍ່ແມ່ນຄວາມຈິງ. ສະນັ້ນ, ເມື່ອພົບພໍ້ກັບວຽກງານຂອງພຣະເຈົ້າທີ່ບໍ່ສອດຄ່ອງກັບແນວຄິດຂອງມະນຸດ, ຜູ້ຄົນກໍສາມາດຕໍ່ຕ້ານພຣະເຈົ້າ ແລະ ຕັດສິນພຣະອົງ. ສິ່ງນີ້ພິສູດວ່າ ໂດຍພື້ນຖານແລ້ວ ຜູ້ຄົນຂາດຫົວໃຈແຫ່ງການອ່ອນນ້ອມຕໍ່ພຣະເຈົ້າ, ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຢູ່ຫ່າງໄກຈາກການຖືກຊຳລະລ້າງ ແລະ ໂດຍພື້ນຖານແລ້ວ ພວກເຂົາດຳລົງຊີວິດຕາມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ພວກເຂົາຍັງຢູ່ຫ່າງໄກຈາກການບັນລຸຄວາມລອດພົ້ນຫຼາຍ.
ເມື່ອຜູ້ຄົນເກີດມີແນວຄິດກ່ຽວກັບພຣະເຈົ້າ ແລະ ເກີດການຕໍ່ຕ້ານພຣະອົງໃນໃຈຂອງພວກເຂົາ, ຜູ້ທີ່ມີຈິດສຳນຶກຢູ່ແດ່ກໍຈະຝືນໃຈຍອມຮັບສິ່ງທີ່ພຣະເຈົ້າກະທຳ ແລະ ພະຍາຍາມປັບຕົວເຂົ້າກັບສະພາບແວດລ້ອມທີ່ພຣະເຈົ້າໄດ້ຈັດຕັ້ງຂຶ້ນ ແລະ ຍອມຮັບອຳນາດສູງສຸດຂອງພຣະອົງເໜືອຜູ້ຄົນ. ການທີ່ຜູ້ຄົນຈະສາມາດປະຖິ້ມແນວຄິດໄດ້ຫຼາຍສໍ່າໃດ ແລະ ໃນລະດັບໃດນັ້ນ ສ່ວນໜຶ່ງແມ່ນຂຶ້ນກັບຄວາມສາມາດຂອງພວກເຂົາ ແລະ ອີກສ່ວນໜຶ່ງແມ່ນຂຶ້ນກັບວ່າພວກເຂົາຍອມຮັບຄວາມຈິງ ແລະ ເປັນຄົນທີ່ຮັກຄວາມຈິງ ຫຼື ບໍ່. ບາງຄົນປະເຊີນໜ້າຢ່າງຫ້າວຫັນກັບສະພາບແວດລ້ອມທີ່ພຣະເຈົ້າຈັດຕັ້ງຂຶ້ນ ໂດຍການອ່ານພຣະທຳຂອງພຣະເຈົ້າ, ການສະແຫວງຫາ ແລະ ການໂອ້ລົມກັນ ແລະ ການໄຕ່ຕອງ. ພວກເຂົາຄ່ອຍໆໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບອຳນາດສູງສຸດຂອງພຣະເຈົ້າເໜືອທຸກສິ່ງ ແລະ ດ້ວຍເຫດນີ້ຈຶ່ງເພີ່ມການຍອມອ່ອນນ້ອມ ແລະ ຄວາມເຊື່ອຂອງພວກເຂົາ. ເຖິງຢ່າງໃດກໍຕາມ, ໂດຍບໍ່ຄຳນຶງເຖິງສະພາບແວດລ້ອມທີ່ພວກເຂົາພົບພໍ້, ບາງຄົນກໍບໍ່ໄດ້ສະແຫວງຫາຄວາມຈິງ. ແທນທີ່ຈະເປັນແນວນັ້ນ, ພວກເຂົາປະເມີນສະພາບແວດລ້ອມທັງໝົດທີ່ພຣະເຈົ້າປັ້ນແຕ່ງໂດຍອີງໃສ່ແນວຄິດ, ຈິນຕະນາການຂອງພວກເຂົາ ແລະ ບໍ່ວ່າຈະເປັນປະໂຫຍດຕໍ່ພວກເຂົາ ຫຼື ບໍ່. ການພິຈາລະນາຂອງພວກເຂົາແມ່ນໝູນອ້ອມຜົນປະໂຫຍດຂອງຕົນເອງສະເໝີ; ພວກເຂົາສົນໃຈສະເໝີວ່າພວກເຂົາຈະໄດ້ຮັບຜົນປະໂຫຍດຫຼາຍສໍ່າໃດ, ຜົນປະໂຫຍດຂອງພວກເຂົາຈະໄດ້ຮັບການຕອບສະໜອງຫຼາຍສໍ່າໃດໃນດ້ານວັດຖຸສິ່ງຂອງ, ເງິນຄຳ ແລະ ຄວາມສຸກທາງເນື້ອໜັງ; ແລະ ພວກເຂົາຕັດສິນໃຈ ແລະ ປະຕິບັດຕໍ່ທຸກສິ່ງທີ່ພຣະເຈົ້າຈັດແຈງໂດຍອີງໃສ່ປັດໄຈເຫຼົ່ານີ້ສະເໝີ. ແລ້ວໃນທີ່ສຸດ, ຫຼັງຈາກທີ່ໄດ້ໃຊ້ຄວາມຄິດຢ່າງໜັກ, ພວກເຂົາກໍເລືອກທີ່ຈະບໍ່ອ່ອນນ້ອມຕໍ່ສະພາບແວດລ້ອມທີ່ພຣະເຈົ້າຈັດຕັ້ງຂຶ້ນ ແຕ່ເລືອກທີ່ຈະຫຼົບໜີ ແລະ ຫຼີກລ່ຽງມັນ. ຍ້ອນການຕໍ່ຕ້ານ, ການປະຕິເສດ ແລະ ການຫຼີກລ່ຽງຂອງພວກເຂົາ, ພວກເຂົາຈຶ່ງຫ່າງເຫີນຈາກພຣະທຳຂອງພຣະເຈົ້າ, ພາດປະສົບການຊີວິດ ແລະ ໄດ້ຮັບຄວາມເສຍຫາຍ, ເຊິ່ງນຳຄວາມເຈັບປວດ ແລະ ຄວາມທໍລະມານມາສູ່ໃຈຂອງພວກເຂົາ. ຍິ່ງພວກເຂົາຕໍ່ຕ້ານສະພາບແວດລ້ອມດັ່ງກ່າວຫຼາຍເທົ່າໃດ, ຄວາມທຸກທໍລະມານທີ່ພວກເຂົາທົນຢູ່ກໍຍິ່ງຫຼາຍ ແລະ ໃຫຍ່ຂຶ້ນເທົ່ານັ້ນ. ເມື່ອສະຖານະການດັ່ງກ່າວເກີດຂຶ້ນ, ຄວາມເຊື່ອພຽງເລັກນ້ອຍທີ່ພວກເຂົາມີໃນພຣະເຈົ້າກໍຖືກທຳລາຍລົງໃນທີ່ສຸດ. ໃນເວລານີ້, ແນວຄິດທີ່ຄອບງຳຈິດໃຈຂອງພວກເຂົາກໍພຸ່ງຂຶ້ນມາພ້ອມກັນ: “ຂ້ອຍໄດ້ອຸທິດຕົນເພື່ອພຣະເຈົ້າມາດົນແລ້ວ, ແຕ່ບໍ່ຄາດຄິດວ່າພຣະເຈົ້າຈະປະຕິບັດຕໍ່ຂ້ອຍແບບນີ້. ພຣະເຈົ້າບໍ່ຍຸຕິທຳ, ພຣະອົງບໍ່ຮັກຜູ້ຄົນ! ພຣະເຈົ້າໄດ້ກ່າວວ່າ ຜູ້ທີ່ອຸທິດຕົນຢ່າງຈິງໃຈເພື່ອພຣະອົງຈະໄດ້ຮັບພອນຢ່າງໃຫຍ່ຫຼວງແນ່ນອນ. ຂ້ອຍໄດ້ອຸທິດຕົນຢ່າງຈິງໃຈເພື່ອພຣະເຈົ້າ, ຂ້ອຍໄດ້ປະຖິ້ມຄອບຄົວ ແລະ ອາຊີບ, ອົດທົນຕໍ່ຄວາມລຳບາກ ແລະ ເຮັດວຽກໜັກ, ເປັນຫຍັງພຣະເຈົ້າຈຶ່ງບໍ່ໄດ້ອວຍພອນຂ້ອຍຢ່າງໃຫຍ່ຫຼວງ? ພອນຂອງພຣະເຈົ້າຢູ່ໃສ? ເປັນຫຍັງຂ້ອຍຈຶ່ງບໍ່ຮູ້ສຶກ ຫຼື ເຫັນມັນ? ເປັນຫຍັງພຣະເຈົ້າຈຶ່ງປະຕິບັດຕໍ່ຜູ້ຄົນຢ່າງບໍ່ຍຸຕິທຳ? ເປັນຫຍັງພຣະເຈົ້າຈຶ່ງບໍ່ຮັກສາຄຳເວົ້າຂອງພຣະອົງ? ຄົນທັງຫຼາຍເວົ້າວ່າພຣະເຈົ້າຊົງສັດຊື່, ແຕ່ເປັນຫຍັງຂ້ອຍຈຶ່ງບໍ່ຮູ້ສຶກເຖິງມັນ? ບໍ່ເວົ້າເລື່ອງອື່ນ, ພຽງແຕ່ໃນສະພາບແວດລ້ອມນີ້, ຂ້ອຍບໍ່ໄດ້ຮູ້ສຶກວ່າພຣະເຈົ້າຊົງສັດຊື່ເລີຍ!” ຍ້ອນຜູ້ຄົນມີແນວຄິດ, ພວກເຂົາຈຶ່ງຖືກຫຼອກລວງ ແລະ ຖືກນໍາພາຢ່າງຜິດໆໂດຍແນວຄິດເຫຼົ່ານັ້ນໄດ້ຢ່າງງ່າຍດາຍ. ແມ່ນແຕ່ເມື່ອພຣະເຈົ້າຈັດສະພາບແວດລ້ອມເພື່ອການປ່ຽນແປງອຸປະນິໄສຂອງຜູ້ຄົນ ແລະ ເພື່ອການເຕີບໂຕທາງຊີວິດຂອງພວກເຂົາ, ພວກເຂົາກໍເຫັນວ່າຍອມຮັບໄດ້ຍາກ ແລະ ພວກເຂົາກໍເຂົ້າໃຈພຣະເຈົ້າຜິດ. ພວກເຂົາຄິດວ່ານີ້ບໍ່ແມ່ນພອນຂອງພຣະເຈົ້າ ແລະ ພຣະເຈົ້າບໍ່ມັກພວກເຂົາ. ພວກເຂົາເຊື່ອວ່າພວກເຂົາໄດ້ອຸທິດຕົນຢ່າງຈິງໃຈເພື່ອພຣະເຈົ້າ, ແຕ່ພຣະເຈົ້າບໍ່ໄດ້ປະຕິບັດຕາມຄຳສັນຍາຂອງພຣະອົງ. ຄົນເຫຼົ່ານີ້, ຜູ້ທີ່ບໍ່ໄລ່ຕາມຄວາມຈິງ, ຈຶ່ງຖືກເປີດເຜີຍຢ່າງງ່າຍດາຍຜ່ານການລອງໃຈພຽງຄັ້ງດຽວຂອງສະພາບແວດລ້ອມເລັກນ້ອຍ. ເມື່ອພວກເຂົາຖືກເປີດເຜີຍ, ໃນທີ່ສຸດພວກເຂົາກໍເວົ້າສິ່ງທີ່ພວກເຂົາປາຖະໜາຢາກເວົ້າທີ່ສຸດອອກມາ: “ພຣະເຈົ້າບໍ່ຊອບທຳ. ພຣະເຈົ້າບໍ່ແມ່ນພຣະເຈົ້າທີ່ສັດຊື່. ພຣະທຳຂອງພຣະເຈົ້າບໍ່ຄ່ອຍຈະສຳເລັດ. ພຣະເຈົ້າໄດ້ກ່າວວ່າ, ‘ພຣະເຈົ້າໝາຍຄວາມຕາມທີ່ພຣະອົງກ່າວ, ສິ່ງທີ່ພຣະອົງກ່າວຈະຕ້ອງສຳເລັດ ແລະ ສິ່ງທີ່ພຣະອົງກະທຳຈະຄົງຢູ່ຕະຫຼອດໄປ’. ຄຳເວົ້າເຫຼົ່ານີ້ສຳເລັດຢູ່ໃສ? ເປັນຫຍັງຂ້ອຍຈຶ່ງບໍ່ເຫັນ ຫຼື ຮູ້ສຶກເຖິງມັນ? ເບິ່ງແມ ນາງນັ້ນ: ຕັ້ງແຕ່ເຊື່ອໃນພຣະເຈົ້າ, ລາວບໍ່ໄດ້ປະຖິ້ມ ຫຼື ອຸທິດຕົນເພື່ອພຣະເຈົ້າຫຼາຍເທົ່າຂ້ອຍ ແລະ ທັງບໍ່ໄດ້ຖວາຍຫຼາຍເທົ່າຂ້ອຍ. ແຕ່ລູກຂອງລາວໄດ້ເຂົ້າຮຽນມະຫາວິທະຍາໄລທີ່ມີຊື່ສຽງ, ຜົວຂອງລາວກໍໄດ້ເລື່ອນຕຳແໜ່ງ, ທຸລະກິດຂອງພວກເຂົາກໍຈະເລີນຮຸ່ງເຮືອງ ແລະ ແມ່ນແຕ່ຜົນລະປູກຂອງພວກເຂົາກໍໃຫ້ຜົນຜະລິດຫຼາຍກວ່າຄົນອື່ນ. ແລ້ວຂ້ອຍໄດ້ຫຍັງ? ຂ້ອຍຈະບໍ່ເຊື່ອໃນພຣະເຈົ້າອີກແລ້ວ!” ຄຳເວົ້າເຫຼົ່ານີ້ຄືຄວາມຄິດທີ່ແທ້ຈິງຂອງຄົນເຫຼົ່ານີ້, ເປັນຄະຕິປະຈຳໃຈຂອງພວກເຂົາ. ພວກເຂົາເຕັມໄປດ້ວຍແນວຄິດເຫຼົ່ານີ້, ເຕັມໄປດ້ວຍແນວຄິດ ແລະ ມຸມມອງທີ່ຜິດພ້ຽນເຫຼົ່ານີ້ ແລະ ເຕັມໄປດ້ວຍການຄຳນຶງເຖິງຜົນປະໂຫຍດ ແລະ ການເຮັດທຸລະກຳ. ນີ້ຄືວິທີທີ່ພວກເຂົາເຂົ້າໃຈ ແລະ ຮັບຮູ້ວຽກງານຂອງພຣະເຈົ້າ ແລະ ເຈດຕະນາອັນພາກພຽນຂອງພຣະອົງ, ນີ້ຄືວິທີທີ່ພວກເຂົາປະຕິບັດຕໍ່ສິ່ງເຫຼົ່ານີ້. ສະນັ້ນ, ໃນສະພາບແວດລ້ອມທີ່ພຣະເຈົ້າຈັດຕັ້ງຂຶ້ນຢ່າງພາກພຽນຊ້ຳແລ້ວຊ້ຳເລົ່າ, ພວກເຂົາກໍໃຊ້ແນວຄິດຂອງພວກເຂົາວັດແທກ ແລະ ເຂົ້າໃຈພຣະເຈົ້າຜິດຊ້ຳແລ້ວຊ້ຳເລົ່າ ແລະ ລົ້ມເຫຼວ ແລະ ສະດຸດລົ້ມຢ່າງຕໍ່ເນື່ອງ. ຍິ່ງໄປກວ່ານັ້ນ, ພວກເຂົາພະຍາຍາມພິສູດຢູ່ສະເໝີວ່າແນວຄິດຂອງພວກເຂົາຖືກຕ້ອງ. ເມື່ອພວກເຂົາເຊື່ອວ່າແນວຄິດເຫຼົ່ານີ້ຖືກຢືນຢັນ ແລະ ເປັນຫຼັກຖານພຽງພໍໃຫ້ພວກເຂົາປະເມີນ, ຕັດສິນ ແລະ ກ່າວໂທດພຣະເຈົ້າໄດ້ຕາມອຳເພີໃຈ, ພວກເຂົາກໍເລີ່ມເຜີຍແຜ່ແນວຄິດ, ເພາະວ່າໃຈຂອງພວກເຂົາເຕັມໄປດ້ວຍແນວຄິດກ່ຽວກັບພຣະເຈົ້າ. ມີຫຍັງປະປົນຢູ່ໃນແນວຄິດເຫຼົ່ານີ້? ມັນຄືຄຳຈົ່ມວ່າ, ຄວາມບໍ່ພໍໃຈ ແລະ ຄວາມຄັບແຄ້ນໃຈ. ເມື່ອພວກເຂົາເຕັມໄປດ້ວຍສິ່ງເຫຼົ່ານີ້, ພວກເຂົາກໍຊອກຫາໂອກາດເພື່ອລະບາຍ. ພວກເຂົາຫວັງວ່າຈະພົບກຸ່ມຄົນທີ່ຈະຮັບຟັງ “ຄວາມບໍ່ຍຸຕິທຳ” ທີ່ພວກເຂົາພົບພໍ້; ພວກເຂົາຢາກລະບາຍສິ່ງເຫຼົ່ານີ້ໃຫ້ຄົນເຫຼົ່ານີ້ຟັງ ແລະ ເລົ່າຄືນໃຫ້ພວກເຂົາຟັງກ່ຽວກັບສິ່ງທີ່ເອີ້ນວ່າການປະຕິບັດທີ່ບໍ່ເປັນທຳທີ່ພວກເຂົາ “ປະສົບ”. ນີ້ຄືວິທີທີ່ແນວຄິດທີ່ຄົນເຫຼົ່ານີ້ເຜີຍແຜ່ເກີດຂຶ້ນໃນຊີວິດຄຣິສຕະຈັກ, ນີ້ຄືທີ່ມາຂອງແນວຄິດດັ່ງກ່າວ. ໃຈຂອງຄົນເຫຼົ່ານີ້ເຕັມໄປດ້ວຍຄວາມຄັບແຄ້ນໃຈ, ການຂັດຂືນ ແລະ ຄວາມບໍ່ພໍໃຈ, ພ້ອມທັງຄວາມເຂົ້າໃຈຜິດ ແລະ ຄຳຈົ່ມວ່າກ່ຽວກັບພຣະເຈົ້າ ແລະ ແມ່ນແຕ່ການຕັດສິນ ແລະ ການກ່າວໂທດພຣະເຈົ້າ, ຈົນໃນທີ່ສຸດກໍເຮັດໃຫ້ໃຈຂອງພວກເຂົາເຕັມໄປດ້ວຍການໝິ່ນປະໝາດ. ພວກເຂົາຢ້ານວ່າຈະບໍ່ໄດ້ຮັບພອນ ແລະ ດັ່ງນັ້ນຈຶ່ງບໍ່ເຕັມໃຈທີ່ຈະຈາກໄປ, ສະນັ້ນ ພວກເຂົາຈຶ່ງເຜີຍແຜ່ຄວາມເຂົ້າໃຈຜິດຂອງພວກເຂົາກ່ຽວກັບພຣະເຈົ້າ ແລະ ຄວາມບໍ່ພໍໃຈຂອງພວກເຂົາຕໍ່ພຣະອົງໃນທ່າມກາງຜູ້ຄົນ ແລະ ຍິ່ງໄປກວ່ານັ້ນ ພວກເຂົາກໍຍັງເຜີຍແຜ່ການຕັດສິນ ແລະ ການກ່າວໂທດພຣະເຈົ້າ ແລະ ການໝິ່ນປະໝາດຂອງພວກເຂົາຕໍ່ພຣະອົງ. ພວກເຂົາໝິ່ນປະໝາດຫຍັງ? ພວກເຂົາໝິ່ນປະໝາດພຣະເຈົ້າ, ໂດຍກ່າວວ່າພຣະອົງບໍ່ຍຸຕິທຳຕໍ່ພວກເຂົາ ແລະ ບໍ່ໄດ້ໃຫ້ຜົນຕອບແທນທີ່ເໝາະສົມ ແລະ ເທົ່າທຽມກັບສິ່ງທີ່ພວກເຂົາໄດ້ເຮັດ. ພວກເຂົາຕັດສິນພຣະເຈົ້າທີ່ບໍ່ໄດ້ປະທານພຣະຄຸນ ແລະ ພອນອັນຍິ່ງໃຫຍ່ໃຫ້ພວກເຂົາ ຫຼັງຈາກການຖວາຍເຄື່ອງບູຊາ ແລະ ການເສຍສະລະຂອງພວກເຂົາ. ພວກເຂົາບໍ່ໄດ້ຮັບຄວາມຕ້ອງການທາງເນື້ອໜັງເຫຼົ່ານັ້ນຈາກພຣະເຈົ້າ, ເຊັ່ນ: ວັດຖຸສິ່ງຂອງ, ເງິນຄຳ ແລະ ອື່ນໆ, ເຊິ່ງພວກເຂົາຫວັງວ່າຈະໄດ້ຮັບ, ດັ່ງນັ້ນຈຶ່ງເຮັດໃຫ້ໃຈຂອງພວກເຂົາເຕັມໄປດ້ວຍຄຳຈົ່ມວ່າ ແລະ ຄວາມຄັບແຄ້ນໃຈ. ຈຸດປະສົງຂອງພວກເຂົາໃນການເຜີຍແຜ່ແນວຄິດຄື, ໃນດ້ານໜຶ່ງແມ່ນເພື່ອລະບາຍ ແລະ ເພື່ອແກ້ແຄ້ນ, ດ້ວຍເຫດນີ້ຈຶ່ງບັນລຸຄວາມສົມດຸນທາງຈິດໃຈ; ແລະ ໃນອີກດ້ານໜຶ່ງ, ເພື່ອຍຸຍົງໃຫ້ຄົນຈຳນວນຫຼາຍຂຶ້ນເກີດມີຄວາມເຂົ້າໃຈຜິດ ແລະ ແນວຄິດກ່ຽວກັບພຣະເຈົ້າ, ດ້ວຍເຫດນີ້ຈຶ່ງເຮັດໃຫ້ຄົນເຫຼົ່ານີ້ຕັ້ງກຳແພງຕໍ່ພຣະເຈົ້າຄືກັນກັບພວກເຂົາເຮັດ. ຖ້າຄົນຈຳນວນຫຼາຍຂຶ້ນເວົ້າວ່າ, “ພວກເຮົາຈະບໍ່ເຊື່ອໃນພຣະເຈົ້າອີກແລ້ວ”, ພວກເຂົາກໍຈະຮູ້ສຶກພໍໃຈໃນໃຈ. ນີ້ຄືຈຸດປະສົງ ແລະ ເຫດຜົນທີ່ຢູ່ເບື້ອງຫຼັງການເຜີຍແຜ່ແນວຄິດຂອງພວກເຂົາ.
ຄະຕິປະຈຳໃຈຂອງຄົນທີ່ເຜີຍແຜ່ແນວຄິດແມ່ນຫຍັງ? ຄຳເວົ້າທີ່ພວກເຂົາມັກເວົ້າຊ້ຳໆແມ່ນຫຍັງ? ຫຼັງຈາກທີ່ໄດ້ມີປະສົບການກັບບາງສິ່ງ ແລະ ບໍ່ໄດ້ຮັບຜົນປະໂຫຍດທີ່ພວກເຂົາປາຖະໜາ, ພວກເຂົາກໍເວົ້າກັບຕົນເອງຢ່າງບໍ່ຢຸດຢັ້ງວ່າ, “ຂ້ອຍຈະບໍ່ເຊື່ອໃນພຣະເຈົ້າອີກແລ້ວ”. ແມ່ນແຕ່ຫຼັງຈາກທີ່ເວົ້າແບບນີ້, ພວກເຂົາກໍບໍ່ຮູ້ສຶກວ່າໄດ້ລະບາຍຄວາມກຽດຊັງຂອງພວກຕົນ ຫຼື ບັນລຸເປົ້າໝາຍຂອງພວກເຂົາ. ເມື່ອພວກເຂົາເຂົ້າຮ່ວມການເຕົ້າໂຮມ, ບໍ່ວ່າຄົນອື່ນໂອ້ລົມກັນກ່ຽວກັບຫຍັງກໍຕາມ, ພວກເຂົາກໍຟັງບໍ່ເຂົ້າຫູ. ພວກເຂົາຕ້ອງເວົ້າປະໂຫຍກນີ້ອີກຄັ້ງ, ເວົ້າຊ້ຳຫຼາຍຄັ້ງ, ແມ່ນແຕ່ຫຼາຍກວ່າສິບຄັ້ງ. “ຂ້ອຍຈະບໍ່ເຊື່ອໃນພຣະເຈົ້າອີກແລ້ວ”, ປະໂຫຍກນີ້ບໍ່ເຕັມໄປດ້ວຍຄວາມໝາຍບໍ? ມັນມີເລື່ອງລາວເບື້ອງຫຼັງ. “ຄວາມເຊື່ອ” ຂອງພວກເຂົາແມ່ນຫຍັງ? ກ່ອນໜ້ານີ້ພວກເຂົາເຊື່ອໃນພຣະເຈົ້າບໍ? ຄວາມເຊື່ອໃນເມື່ອກ່ອນຂອງພວກເຂົາແມ່ນຄວາມເຊື່ອທີ່ແທ້ຈິງບໍ? ມັນລວມເຖິງການອ່ອນນ້ອມທີ່ສິ່ງທີ່ຖືກສ້າງຄວນມີບໍ? (ບໍ່.) ບໍ່ມີເລີຍ. ພວກເຂົາເຕັມໄປດ້ວຍແນວຄິດ ແລະ ຈິນຕະນາການກ່ຽວກັບພຣະເຈົ້າ. ສິ່ງທີ່ສຳຄັນກວ່ານັ້ນ, ພວກເຂົາເຕັມໄປດ້ວຍການຮຽກຮ້ອງ ແລະ ການຂໍຈາກພຣະເຈົ້າ, ໂດຍບໍ່ມີການອ່ອນນ້ອມໃດໆເລີຍ. “ຄວາມເຊື່ອ” ຂອງພວກເຂົາໝາຍຄວາມວ່າແນວໃດ? “ຂ້ອຍເຊື່ອວ່າພຣະເຈົ້າຄືຜູ້ທີ່ຊົງອຳນາດສູງສຸດເໜືອສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງ. ຂ້ອຍເຊື່ອວ່າພຣະເຈົ້າສາມາດປົກປ້ອງຂ້ອຍຈາກການຖືກຄົນອື່ນຂົ່ມເຫັງ. ຂ້ອຍເຊື່ອວ່າພຣະເຈົ້າສາມາດເຮັດໃຫ້ຂ້ອຍເພີດເພີນກັບຄວາມສະບາຍທາງເນື້ອໜັງ, ດຳລົງຊີວິດທີ່ດີ, ຊີວິດທີ່ຈະເລີນຮູ່ງເຮືອງ ແລະ ເຮັດໃຫ້ທຸກຢ່າງດຳເນີນໄປຢ່າງສະຫງົບ ແລະ ຢ່າງໜ້າພໍໃຈສຳລັບຂ້ອຍ. ຂ້ອຍເຊື່ອວ່າພຣະເຈົ້າສາມາດເຮັດໃຫ້ຂ້ອຍເຂົ້າສູ່ລາຊະອານາຈັກສະຫວັນ ແລະ ໄດ້ຮັບພອນອັນຍິ່ງໃຫຍ່, ນໍາເອົາຮ້ອຍເທົ່າໃນຊີວິດນີ້ມາໃຫ້ຂ້ອຍ, ຊີວິດອໍາມະຕະໃນໂລກທີ່ຈະມາເຖິງ!” ນີ້ແມ່ນຄວາມເຊື່ອບໍ? ບໍ່ມີຮ່ອງຮອຍຂອງການອ່ອນນ້ອມໃນ “ຄວາມເຊື່ອ” ເຫຼົ່ານີ້ ແລະ ບໍ່ມີຂໍ້ໃດທີ່ສອດຄ່ອງກັບຂໍ້ກຳນົດຂອງພຣະເຈົ້າສຳລັບຜູ້ຄົນ. ຄວາມເຊື່ອເຫຼົ່ານີ້ເກີດຂຶ້ນຈາກທັດສະນະຂອງຜົນປະໂຫຍດສ່ວນຕົວລ້ວນໆ. ພຣະເຈົ້າສະແດງອອກເຖິງຄວາມຈິງ ແລະ ເຮັດວຽກໃນຕົວຜູ້ຄົນ. ພຣະເຈົ້າເຄີຍກ່າວຕອນໃດວ່າ ພຣະອົງຈະເຮັດໃຫ້ຜູ້ຄົນດຳລົງຊີວິດທີ່ມີຄວາມສຸກ, ດຳລົງຊີວິດເໜືອຄົນອື່ນ ຫຼື ຈະເລີນຮຸ່ງເຮືອງ ແລະ ປະສົບຜົນສຳເລັດ, ໂດຍມີອະນາຄົດທີ່ບໍ່ມີຂີດຈຳກັດ? (ບໍ່ເຄີຍ.) ສະນັ້ນ ເປັນຫຍັງພວກເຂົາຈຶ່ງຖືວ່າ “ຄວາມເຊື່ອ” ຂອງພວກເຂົາເອງມີຄ່າຫຼາຍ? ພວກເຂົາເຖິງກັບເວົ້າວ່າພວກເຂົາຈະບໍ່ເຊື່ອໃນພຣະເຈົ້າອີກແລ້ວ. ຄວາມເຊື່ອຂອງພວກເຂົາມີຄ່າຫຍັງບໍ? ພຣະເຈົ້າຍອມຮັບມັນບໍ? ພວກເຂົາບໍ່ມີຮ່ອງຮອຍຂອງຄວາມຈິງຄວາມເປັນຈິງ, ບໍ່ມີຮ່ອງຮອຍຂອງການອ່ອນນ້ອມຕໍ່ພຣະເຈົ້າ, ພຽງແຕ່ຕ້ອງການໄດ້ຮັບພອນ, ຜົນປະໂຫຍດ ແລະ ຂໍ້ໄດ້ປຽບຈາກພຣະເຈົ້າ ແລະ ພວກເຂົາເອີ້ນສິ່ງນີ້ວ່າການເຊື່ອໃນພຣະເຈົ້າ. ນີ້ບໍ່ແມ່ນການໝິ່ນປະໝາດຕໍ່ພຣະເຈົ້າບໍ? ຄົນປະເພດນີ້ເຕັມໄປດ້ວຍແນວຄິດ ແລະ ຖືກຄອບງຳໂດຍເຈດຕະນາທີ່ຈະໄດ້ຮັບພອນ. ພວກເຂົາບໍ່ໄດ້ມີປະສົບການກັບວຽກງານຂອງພຣະເຈົ້າເລີຍ ແລະ ບໍ່ໄດ້ປະຕິບັດພຣະທຳຂອງພຣະເຈົ້າ. ເປົ້າໝາຍ ແລະ ແຮງຈູງໃຈຂອງທຸກສິ່ງທີ່ພວກເຂົາເຮັດແມ່ນເພື່ອຜົນປະໂຫຍດຂອງເນື້ອໜັງຂອງພວກເຂົາເອງທັງໝົດ. ພວກເຂົາຮູ້ສຶກດີກັບຕົນເອງ ແລະ ຖືວ່າສິ່ງທີ່ເອີ້ນວ່າຄວາມເຊື່ອຂອງພວກເຂົາໃນພຣະເຈົ້ານັ້ນມີຄ່າເປັນພິເສດ. ຖ້າຄວາມເຊື່ອຂອງເຈົ້າໃນພຣະເຈົ້າມີຄ່າ ແລະ ສູງສົ່ງຫຼາຍ, ແລ້ວເປັນຫຍັງເມື່ອພຣະເຈົ້າຈັດສະພາບແວດລ້ອມເລັກນ້ອຍໃຫ້ເຈົ້າ, ເຈົ້າຈຶ່ງບໍ່ສາມາດເຂົ້າໃຈຄວາມຈິງຈາກມັນ ຫຼື ຍຶດໝັ້ນໃນຄຳພະຍານຂອງຕົນໄດ້? ເກີດຫຍັງຂຶ້ນຢູ່ທີ່ນີ້? ເມື່ອພຣະເຈົ້າທົດສອບຄວາມເຊື່ອຂອງເຈົ້າ, ເຈົ້າມອບສິ່ງໃດຄືນໃຫ້ພຣະເຈົ້າ? ເປັນໄປໄດ້ບໍທີ່ຄວາມເຂົ້າໃຈຜິດ, ຄຳຈົ່ມວ່າ ແລະ ການຕໍ່ຕ້ານທີ່ເຈົ້າມອບຄືນໃຫ້ພຣະເຈົ້ານັ້ນເປັນສິ່ງທີ່ພຣະອົງຕ້ອງການ? ສິ່ງເຫຼົ່ານີ້ສອດຄ່ອງກັບຄວາມຈິງບໍ? ເຫັນໄດ້ຊັດເຈນວ່າບໍ່ແມ່ນ. ສະນັ້ນ, ຄວາມຈິງທີ່ວ່າຄົນເຫຼົ່ານີ້ສາມາດເຜີຍແຜ່ແນວຄິດຢ່າງເປີດເຜີຍໃນຄຣິສຕະຈັກກໍພິສູດໄດ້ສິ່ງໜຶ່ງ: ພວກເຂົາບໍ່ຮູ້ຈັກພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ເຊື່ອວ່າພຣະເຈົ້າຊົງອຳນາດສູງສຸດເໜືອທຸກສິ່ງ, ພຣະເຈົ້າທີ່ພວກເຂົາເຊື່ອນັ້ນບໍ່ມີຢູ່ຈິງ. ເມື່ອຄົນເຫຼົ່ານີ້ເຜີຍແຜ່ແນວຄິດຢ່າງເປີດເຜີຍເພື່ອນຳພາຢ່າງຜິດໆ ແລະ ລໍ້ລວງໃຫ້ຄົນຈຳນວນຫຼາຍຂຶ້ນມາຮ່ວມກັບພວກເຂົາໃນການຕໍ່ຕ້ານ, ກ່າວໂທດ ແລະ ໝິ່ນປະໝາດພຣະເຈົ້າ, ພວກເຂົາກໍກຳລັງປະກາດຕໍ່ສາທາລະນະໂດຍບໍ່ຮູ້ສຶກຕົວວ່າ ພວກເຂົາບໍ່ແມ່ນຜູ້ຕິດຕາມຂອງພຣະເຈົ້າອີກຕໍ່ໄປ, ບໍ່ແມ່ນຜູ້ເຊື່ອອີກຕໍ່ໄປ ແລະ ບໍ່ແມ່ນສິ່ງທີ່ຖືກສ້າງພາຍໃຕ້ອຳນາດປົກຄອງຂອງພຣະຜູ້ສ້າງອີກຕໍ່ໄປ. ແນວຄິດທີ່ພວກເຂົາເຜີຍແຜ່ບໍ່ແມ່ນແນວຄິດ ຫຼື ຄຳເວົ້າທີ່ທຳມະດາ; ແທນທີ່ຈະເປັນແນວນັ້ນ, ພວກມັນໄດ້ສ້າງກຳແພງທີ່ບໍ່ສາມາດທະລຸຜ່ານໄດ້ຕໍ່ພຣະເຈົ້າໃນໃຈຂອງພວກເຂົາແລ້ວ ແລະ ພວກເຂົາໄດ້ຕັດສິນໃຈແລ້ວວ່າ ການໃຊ້ແນວຄິດ ແລະ ຈິນຕະນາການຂອງມະນຸດເພື່ອປະຕິບັດຕໍ່ພຣະເຈົ້າ, ຈັດການຄວາມສຳພັນຂອງພວກເຂົາກັບພຣະເຈົ້າ ແລະ ປະຕິບັດຕໍ່ພຣະທຳຂອງພຣະເຈົ້າ ແລະ ວຽກງານຂອງພຣະເຈົ້າ ແມ່ນຖືກຕ້ອງ ແລະ ເປັນວິທີທີ່ພວກເຂົາຄວນປະຕິບັດ. ເມື່ອຄົນດັ່ງກ່າວເຜີຍແຜ່ແນວຄິດຢ່າງເປີດເຜີຍໃນຊີວິດຄຣິສຕະຈັກ, ພວກເຂົາຄວນຖືກຈຳກັດບໍ? ຫຼື ໂດຍຄຳນຶງເຖິງຄວາມເຕີບໂຕທີ່ຍັງນ້ອຍ ແລະ ພື້ນຖານທີ່ຕື້ນຂອງພວກເຂົາ, ພວກເຂົາຄວນໄດ້ຮັບອິດສະຫຼະໃນການສະແດງມຸມມອງຂອງພວກເຂົາ ແລະ ມີເວລາ ແລະ ພື້ນທີ່ພຽງພໍເພື່ອໃຫ້ພວກເຂົາກັບໃຈບໍ? ວິທີການໃດທີ່ເໝາະສົມ? (ການຢຸດຢັ້ງ ແລະ ການຈຳກັດພວກເຂົາແມ່ນເໝາະສົມ.) ເປັນຫຍັງການຢຸດຢັ້ງ ແລະ ການຈຳກັດພວກເຂົາຈຶ່ງເໝາະສົມ? ບາງຄົນເວົ້າວ່າ, “ຖ້າເຈົ້າຈຳກັດພວກເຂົາ ແລະ ບໍ່ໃຫ້ພວກເຂົາເວົ້າຢ່າງອິດສະຫຼະ ແລະ ພວກເຂົາເຊົາເຊື່ອ ແລະ ເຊົາເຂົ້າຮ່ວມການເຕົ້າໂຮມ, ນັ້ນຈະບໍ່ເປັນການທຳຮ້າຍພວກເຂົາບໍ? ນັ້ນຈະເປັນຕາໜ້າສົງສານຫຼາຍ! ພຣະເຈົ້າບໍ່ຢາກຊ່ວຍທຸກຄົນໃຫ້ລອດພົ້ນ ແທນທີ່ຈະໃຫ້ຄົນໃດຄົນໜຶ່ງຕ້ອງທົນທຸກຕໍ່ຄວາມຫາຍະນະບໍ? ແມ່ນແຕ່ລູກແກະທີ່ເສຍໄປໂຕໜຶ່ງກໍຕ້ອງຕາມຫາກັບຄືນມາ, ຫຼັງຈາກທີ່ພະຍາຍາມທັງໝົດເພື່ອຕາມຫາລູກແກະທີ່ເສຍໄປກັບຄືນມາ, ພຣະອົງ ຍັງຈະປ່ອຍໃຫ້ມັນເສຍໄປອີກບໍ?” ຄຳເວົ້າເຫຼົ່ານີ້ຖືກຕ້ອງບໍ? (ບໍ່.) ເປັນຫຍັງພວກມັນຈຶ່ງບໍ່ຖືກຕ້ອງ? (ເພາະວ່າຄົນດັ່ງກ່າວບໍ່ໄດ້ເຊື່ອໃນພຣະເຈົ້າຢ່າງແທ້ຈິງ; ພວກເຂົາເຊື່ອໃນພຣະເຈົ້າພຽງແຕ່ຫວັງວ່າຈະໄດ້ຮັບພອນ ແລະ ຄວາມເຊື່ອຂອງພວກເຂົາກໍປະປົນໄປດ້ວຍສິ່ງເຈືອປົນ.) ໃຜແດ່ທີ່ບໍ່ມີສິ່ງເຈືອປົນປະປົນຢູ່ໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ? ເຈົ້າບໍ່ມີບໍ? ນີ້ເປັນເຫດຜົນທີ່ໃຊ້ໄດ້ບໍ? ໃຫ້ພິຈາລະນາຄຳເວົ້າຈາກຄົນດັ່ງກ່າວ: “ຂ້ອຍຈະບໍ່ເຊື່ອໃນພຣະເຈົ້າອີກແລ້ວ”. ຄຳເວົ້າເຫຼົ່ານີ້ແມ່ນຄຳເວົ້າປະເພດໃດ? ມັນມີຄວາມແຕກຕ່າງຫຍັງແດ່ລະຫວ່າງຄຳເວົ້າເຫຼົ່ານີ້ກັບການໝິ່ນປະໝາດຂອງຜູ້ບໍ່ມີຄວາມເຊື່ອ, ມານຮ້າຍ ແລະ ຊາຕານ? (ບໍ່ມີ.) ຄວາມໝາຍທີ່ຢູ່ເບື້ອງຫຼັງຂອງຄຳເວົ້ານີ້ແມ່ນຫຍັງ? “ຂ້ອຍບໍ່ມີຄວາມເຊື່ອໃນພຣະເຈົ້າອີກຕໍ່ໄປ. ໃນອະດີດ, ຂ້ອຍເຊື່ອ ແລະ ຕິດຕາມພຣະເຈົ້າຢ່າງສຸດໃຈ, ແຕ່ພຣະເຈົ້າບໍ່ໄດ້ອວຍພອນຂ້ອຍ. ແທນທີ່ຈະເປັນແນວນັ້ນ, ພຣະອົງໄດ້ຈັດສະພາບແວດລ້ອມແບບນັ້ນເພື່ອເຮັດໃຫ້ສິ່ງຕ່າງໆຍາກລຳບາກສຳລັບຂ້ອຍ ແລະ ເຮັດໃຫ້ຂ້ອຍສະດຸດລົ້ມ. ສິ່ງທີ່ພຣະເຈົ້າກ່າວບໍ່ສອດຄ່ອງກັບສິ່ງທີ່ພຣະອົງເຮັດເລີຍ, ສະນັ້ນ ຂ້ອຍຈຶ່ງບໍ່ກ້າເຊື່ອໃນພຣະເຈົ້າອີກຕໍ່ໄປ! ກ່ອນໜ້ານີ້ຂ້ອຍໂງ່ຫຼາຍ. ຂ້ອຍໄດ້ປະຖິ້ມ, ອຸທິດຕົນ ແລະ ອົດທົນຕໍ່ຄວາມຍາກລຳບາກຫຼາຍເພື່ອພຣະເຈົ້າ, ແຕ່ບໍ່ເຫັນການປົກປ້ອງຈາກພຣະເຈົ້າ ເມື່ອຂ້ອຍຖືກຈັບ ແລະ ຖືກຂົ່ມເຫັງໂດຍມັງກອນແດງທີ່ຍິ່ງໃຫຍ່. ທຸລະກິດຂອງຄອບຄົວຂ້ອຍກໍບໍ່ໄດ້ດີເທົ່າຄົນອື່ນ, ຂ້ອຍບໍ່ໄດ້ຫາເງິນໄດ້ຫຼາຍເທົ່າຄົນອື່ນ ແລະ ພໍ່ແມ່ຂອງຂ້ອຍກໍຍັງເຈັບປ່ວຍຢູ່. ຂ້ອຍບໍ່ໄດ້ຫຍັງເລີຍຈາກການເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ. ພຣະເຈົ້າບໍ່ໄດ້ກ່າວບໍວ່າພຣະອົງຈະອວຍພອນຜູ້ຄົນຢ່າງໃຫຍ່ຫຼວງ? ຂ້ອຍໄດ້ຮັບພອນຫຍັງແດ່ຈາກພຣະເຈົ້າ? ພຣະທຳຂອງພຣະເຈົ້າບໍ່ໄດ້ເປັນຈິງເລີຍ, ສະນັ້ນ ຂ້ອຍຈະບໍ່ເຊື່ອໃນພຣະເຈົ້າອີກຕໍ່ໄປ!” ຄຳເວົ້າທີ່ວ່າ “ຂ້ອຍຈະບໍ່ເຊື່ອໃນພຣະເຈົ້າອີກຕໍ່ໄປ!” ມີຄວາມໝາຍຫຼາຍຢ່າງ. ມັນເຕັມໄປດ້ວຍຄຳຈົ່ມວ່າ, ຄວາມບໍ່ພໍໃຈ ແລະ ຄວາມເຂົ້າໃຈຜິດຕໍ່ພຣະເຈົ້າ. ສະຫຼຸບສັ້ນໆ, ຫຼັງຈາກທີ່ພວກເຂົາອົດທົນຕໍ່ຄວາມຍາກລຳບາກ ແລະ ອຸທິດຕົນດ້ວຍແນວຄິດແບບຝ່າຍດຽວ, ພຣະເຈົ້າບໍ່ໄດ້ປະທານພອນໃຫ້ພວກເຂົາຕາມການຮຽກຮ້ອງຂອງພວກເຂົາ ແລະ ທັງບໍ່ໄດ້ຕອບແທນ ຫຼື ໃຫ້ລາງວັນພວກເຂົາຕາມແນວຄິດ ແລະ ຈິນຕະນາການຂອງພວກເຂົາ, ສະນັ້ນ ພວກເຂົາຈຶ່ງບໍ່ພໍໃຈ ແລະ ເຕັມໄປດ້ວຍຄວາມຄຽດແຄ້ນຕໍ່ພຣະເຈົ້າ ແລະ ມັນກໍຢູ່ພາຍໃຕ້ສະຖານະການດັ່ງກ່າວທີ່ພວກເຂົາເວົ້າປະໂຫຍກນີ້ອອກມາ. ປະໂຫຍກນີ້ບໍ່ໄດ້ເກີດຂຶ້ນມາລ້າໆ; ເມື່ອພວກເຂົາເວົ້າມັນອອກມາ, ພວກເຂົາກໍໄດ້ສະແດງອອກເຖິງພຶດຕິກຳ ແລະ ການສະແດງອອກຫຼາຍຢ່າງແລ້ວ ແລະ ໄດ້ຖືກເປີດເຜີຍແລ້ວ. ແມ່ນຫຍັງຄືບັນຫາໃນຄວາມສຳພັນຂອງຄົນດັ່ງກ່າວກັບພຣະເຈົ້າ? ແມ່ນຫຍັງຄືບັນຫາໃຫຍ່ທີ່ສຸດໃນຄວາມສຳພັນຂອງພວກເຂົາກັບພຣະເຈົ້າ? ມັນຄືການທີ່ ພວກເຂົາບໍ່ເຄີຍຖືວ່າຕົນເອງເປັນສິ່ງທີ່ຖືກສ້າງເລີຍ ແລະ ບໍ່ເຄີຍຖືວ່າພຣະເຈົ້າເປັນພຣະຜູ້ສ້າງທີ່ຄວນນະມັດສະການແມ່ນແຕ່ໜ້ອຍດຽວ. ຕັ້ງແຕ່ເລີ່ມຕົ້ນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ, ພວກເຂົາປະຕິບັດຕໍ່ພຣະເຈົ້າຄືກັບຕົ້ນໄມ້ເງິນ, ໄຫເງິນໄຫຄຳ; ພວກເຂົາຖືວ່າພຣະອົງເປັນພຣະໂພທິສັດເພື່ອປົດປ່ອຍພວກເຂົາຈາກຄວາມທຸກທໍລະມານ ແລະ ໄພພິບັດ ແລະ ຖືວ່າຕົນເອງເປັນຜູ້ຕິດຕາມຂອງພຣະໂພທິສັດອົງນີ້, ຮູບເຄົາລົບນີ້. ພວກເຂົາຄິດວ່າການເຊື່ອໃນພຣະເຈົ້າກໍຄືກັບການເຊື່ອໃນພຣະພຸດທະເຈົ້າ, ບ່ອນທີ່ພຽງແຕ່ກິນເຈ, ສວດມົນ ແລະ ຈູດທູບທຽນ ແລະ ກົ້ມຂາບເລື້ອຍໆ, ພວກເຂົາກໍສາມາດໄດ້ສິ່ງທີ່ພວກເຂົາຕ້ອງການ. ດັ່ງນັ້ນ, ເລື່ອງລາວທັງໝົດທີ່ເກີດຂຶ້ນຫຼັງຈາກທີ່ພວກເຂົາເຊື່ອໃນພຣະເຈົ້າກໍເກີດຂຶ້ນພາຍໃນຂອບເຂດແນວຄິດ ແລະ ຈິນຕະນາການຂອງພວກເຂົາ. ພວກເຂົາບໍ່ໄດ້ສະແດງອອກເຖິງການສະແດງອອກໃດໆ ຂອງສິ່ງທີ່ຖືກສ້າງທີ່ຍອມຮັບຄວາມຈິງຈາກພຣະຜູ້ສ້າງ ແລະ ທັງບໍ່ໄດ້ສະແດງອອກເຖິງການອ່ອນນ້ອມໃດໆ ທີ່ສິ່ງທີ່ຖືກສ້າງຄວນມີຕໍ່ພຣະຜູ້ສ້າງ; ມີພຽງແຕ່ການຮຽກຮ້ອງຢ່າງຕໍ່ເນື່ອງ, ການຄິດໄລ່ຢ່າງຕໍ່ເນື່ອງ ແລະ ການຮ້ອງຂໍຢ່າງບໍ່ຢຸດຢັ້ງ. ທັງໝົດນີ້ໃນທີ່ສຸດກໍນຳໄປສູ່ການແຕກຫັກຂອງຄວາມສຳພັນຂອງພວກເຂົາກັບພຣະເຈົ້າ. ຄວາມສຳພັນປະເພດນີ້ເປັນແບບເຮັດທຸລະກຳ ແລະ ບໍ່ສາມາດຕັ້ງໝັ້ນຄົງຢູ່ໄດ້ເລີຍ; ມັນເປັນພຽງເລື່ອງຂອງເວລາເທົ່ານັ້ນ ກ່ອນທີ່ຄົນດັ່ງກ່າວຈະຖືກເປີດເຜີຍ. ເຖິງແມ່ນວ່າພວກເຂົາເຂົ້າຮ່ວມຊີວິດຄຣິສຕະຈັກ, ບໍ່ເຜີຍແຜ່ແນວຄິດ ແລະ ບາງຄັ້ງຄາວກໍໂອ້ລົມກັນກ່ຽວກັບວ່າພຣະເຈົ້າໄດ້ນຳພາພວກເຂົາແນວໃດ, ພຣະເຈົ້າໄດ້ອວຍພອນພວກເຂົາແນວໃດ, ພວກເຂົາໄດ້ເພີດເພີນກັບຫຍັງ ແລະ ອື່ນໆ, ສິ່ງທີ່ພວກເຂົາເວົ້າສ່ວນໃຫຍ່ກໍກ່ຽວຂ້ອງກັບພຣະຄຸນ, ຄວາມເພີດເພີນ ແລະ ຜົນປະໂຫຍດທາງເນື້ອໜັງທີ່ພວກເຂົາໄດ້ຮັບຈາກພຣະເຈົ້າ. ການສົນທະນາເຫຼົ່ານີ້ບໍ່ກ່ຽວຂ້ອງກັບຄວາມຈິງ ແລະ ການອ່ອນນ້ອມຕໍ່ພຣະເຈົ້າເລີຍ ແລະ ພວກເຂົາຂາດຄວາມຈິງຄວາມເປັນຈິງໂດຍສິ້ນເຊີງ. ເມື່ອສະຖານະການເອື້ອອຳນວຍ, ພວກເຂົາກໍສະແດງອອກເຖິງຄວາມເຊື່ອໃນພຣະເຈົ້າ ແລະ ຄວາມຮັກຕໍ່ພຣະອົງ ແລະ ຄວາມອົດທົນ ແລະ ຄວາມໃຈເຢັນຕໍ່ຄົນອື່ນ, ທັງໝົດກໍເພື່ອບັນລຸເປົ້າໝາຍໜຶ່ງ: ເພື່ອໄດ້ຮັບພອນທັງໝົດຂອງພຣະເຈົ້າ. ເມື່ອພຣະເຈົ້າເອົາພຣະຄຸນ, ຜົນປະໂຫຍດ ແລະ ຂໍ້ໄດ້ປຽບທາງວັດຖຸທີ່ພວກເຂົາເຄີຍເພີດເພີນອອກໄປ, ແນວຄິດຂອງພວກເຂົາກໍຖືກເປີດເຜີຍ. ຄົນເຫຼົ່ານີ້, ທີ່ຖືກຂັບເຄື່ອນດ້ວຍຜົນປະໂຫຍດສ່ວນຕົນ ແລະ ໃຫ້ຄວາມສຳຄັນກັບຜົນປະໂຫຍດສ່ວນຕົວເປັນອັນດັບທຳອິດ, ກໍໃຈຮ້າຍຂຶ້ນມາທັນທີທີ່ພວກເຂົາບໍ່ໄດ້ຮັບສິ່ງທີ່ພວກເຂົາປາຖະໜາ; ພວກເຂົາເລີ່ມເຜີຍແຜ່ແນວຄິດເພື່ອລະບາຍຄວາມບໍ່ພໍໃຈຂອງພວກເຂົາຕໍ່ພຣະເຈົ້າ, ໃນຂະນະດຽວກັນກໍພະຍາຍາມລໍ້ລວງໃຫ້ຄົນຈຳນວນຫຼາຍຂຶ້ນມາເຫັນໃຈພວກເຂົາ ແລະ ຍອມຮັບແນວຄິດຂອງພວກເຂົາກ່ຽວກັບພຣະເຈົ້າ. ຄົນດັ່ງກ່າວຄວນຖືກຢຸດຢັ້ງ ແລະ ຖືກຈຳກັດບໍ? (ແມ່ນແລ້ວ.) ຫົວຂໍ້, ແນວຄິດ ແລະ ມຸມມອງທີ່ພວກເຂົາໂອ້ລົມກັນບໍ່ໄດ້ສະທ້ອນເຖິງການຢັ່ງຮູ້ທີ່ບໍລິສຸດກ່ຽວກັບຄວາມຈິງ ແລະ ທັງບໍ່ໄດ້ຊ່ວຍໃຫ້ຜູ້ຄົນອ່ອນນ້ອມຕໍ່ພຣະເຈົ້າ ແລະ ມີຄວາມເຊື່ອທີ່ແທ້ຈິງໃນພຣະອົງ. ແທນທີ່ຈະເປັນແນວນັ້ນ, ພວກມັນນຳພາຜູ້ຄົນອອກຫ່າງຈາກພຣະເຈົ້າ, ເຮັດໃຫ້ເກີດຄວາມເຂົ້າໃຈຜິດ, ການຕັ້ງກຳແພງ ແລະ ແມ່ນແຕ່ການປະຕິເສດພຣະເຈົ້າ ແລະ ເຮັດໃຫ້ຜູ້ທີ່ຟັງແນວຄິດທີ່ຄົນເຫຼົ່ານີ້ເຜີຍແຜ່ກໍເຕືອນຕົນເອງຢ່າງງຽບໆວ່າ, “ຂ້ອຍຈະບໍ່ເຊື່ອໃນພຣະເຈົ້າອີກແລ້ວ”, ຄືກັນກັບພວກເຂົາ. ນີ້ຄືການລົບກວນທີ່ແນວຄິດທີ່ຄົນດັ່ງກ່າວເຜີຍແຜ່ກໍ່ໃຫ້ເກີດຂຶ້ນກັບຄົນອື່ນ.
2). ການເຜີຍແຜ່ແນວຄິດກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ວຽກງານຂອງພຣະອົງ
ຄົນທີ່ເຜີຍແຜ່ແນວຄິດເຫຼົ່ານີ້ ໃຊ້ແນວຄິດຂອງຕົນເອງເພື່ອວັດແທກພຣະທຳຂອງພຣະເຈົ້າ, ວັດແທກວຽກງານວຽກງານຂອງພຣະເຈົ້າ ແລະ ຍັງວັດແທກແກ່ນແທ້ ແລະ ອຸປະນິໄສຂອງພຣະເຈົ້າອີກດ້ວຍ. ພວກເຂົາເຊື່ອໃນພຣະເຈົ້າພາຍໃນແນວຄິດຂອງພວກເຂົາ, ເບິ່ງພຣະເຈົ້າພາຍໃນແນວຄິດຂອງພວກເຂົາ ແລະ ສັງເກດ ແລະ ກວດສອບທຸກພຣະທຳທີ່ພຣະເຈົ້າກ່າວ, ທຸກລາຍການວຽກງານທີ່ພຣະເຈົ້າເຮັດ ແລະ ທຸກສະພາບແວດລ້ອມທີ່ພຣະເຈົ້າສ້າງຂຶ້ນພາຍໃນແນວຄິດຂອງພວກເຂົາ. ເມື່ອສິ່ງທີ່ພຣະເຈົ້າເຮັດສອດຄ່ອງກັບແນວຄິດຂອງພວກເຂົາ, ພວກເຂົາກໍສັນລະເສີນພຣະເຈົ້າຢ່າງສຸດສຽງ, ໂດຍກ່າວວ່າ ພຣະເຈົ້າຊົງຊອບທຳ, ພຣະເຈົ້າຊົງສັດຊື່ ແລະ ພຣະເຈົ້າຊົງບໍລິສຸດ. ເມື່ອສິ່ງທີ່ພຣະເຈົ້າເຮັດບໍ່ສອດຄ່ອງກັບແນວຄິດຂອງພວກເຂົາ ແລະ ຜົນປະໂຫຍດຂອງພວກເຂົາໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ ແລະ ພວກເຂົາທົນທຸກທໍລະມານຢ່າງໃຫຍ່ຫຼວງ, ພວກເຂົາກໍອອກມາປະຕິເສດພຣະທຳທີ່ພຣະເຈົ້າກ່າວ ແລະ ວຽກງານວຽກງານທີ່ພຣະອົງເຮັດ; ພວກເຂົາເຖິງກັບເຜີຍແຜ່ແນວຄິດເພື່ອຍຸຍົງໃຫ້ຄົນຈຳນວນຫຼາຍຂຶ້ນເຂົ້າໃຈພຣະເຈົ້າຜິດ ແລະ ລະວັງພຣະເຈົ້າ, ໂດຍກ່າວວ່າ, “ຢ່າເຊື່ອພຣະທຳຂອງພຣະເຈົ້າງ່າຍໆ ແລະ ຢ່າປະຕິບັດພຣະທຳຂອງພຣະເຈົ້າງ່າຍໆເຊັ່ນກັນ; ຖ້າບໍ່ດັ່ງນັ້ນ, ຖ້າເຈົ້າຖືກເອົາປຽບ ແລະ ໄດ້ຮັບຄວາມເສຍຫາຍ, ກໍຈະບໍ່ມີໃຜຮັບຜິດຊອບ” ແລະ ອື່ນໆ. ຕົວຢ່າງ, ພຣະເຈົ້າຊົງກ່າວວ່າ: ໃຜໃນພວກເຈົ້າທີ່ເສຍສະຫຼະເພື່ອເຮົາຢ່າງຈິງໃຈ, ເຮົາຈະອວຍພອນເຈົ້າຢ່າງຫຼວງຫຼາຍແນ່ນອນ. ພຣະທຳເຫຼົ່ານີ້ບໍ່ແມ່ນຄວາມຈິງບໍ? ພຣະທຳເຫຼົ່ານີ້ແມ່ນຄວາມຈິງໜຶ່ງຮ້ອຍເປີເຊັນ. ພວກມັນບໍ່ມີຄວາມບໍ່ຮອບຄອບ ຫຼື ການຫຼອກລວງ. ພວກມັນບໍ່ແມ່ນຄຳຕົວະ ຫຼື ແນວຄິດທີ່ຟັງເບິ່ງຍິ່ງໃຫຍ່, ຍິ່ງໄປກວ່ານັ້ນ ພວກມັນບໍ່ແມ່ນທິດສະດີຝ່າຍວິນຍານບາງປະເພດ, ພວກມັນຄືຄວາມຈິງ. ແກ່ນແທ້ຂອງພຣະທຳແຫ່ງຄວາມຈິງເຫຼົ່ານີ້ແມ່ນຫຍັງ? ມັນຄືການທີ່ເຈົ້າຕ້ອງຈິງໃຈ ເມື່ອເຈົ້າເສຍສະລະະເພື່ອພຣະເຈົ້າ. “ຈິງໃຈ” ໝາຍຄວາມວ່າແນວໃດ? ເຕັມໃຈ ແລະ ບໍ່ມີສິ່ງເຈືອປົນ; ບໍ່ໄດ້ຮັບແຮງຈູງໃຈຈາກເງິນ ຫຼື ຊື່ສຽງ ແລະ ແນ່ນອນວ່າບໍ່ແມ່ນເພື່ອເຈດຕະນາ, ຄວາມປາຖະໜາ ແລະ ເປົ້າໝາຍຂອງຕົນເອງ. ເຈົ້າເສຍສະລະບໍ່ແມ່ນຍ້ອນເຈົ້າຖືກບັງຄັບ ຫຼື ຍ້ອນເຈົ້າຖືກຍຸຍົງ, ຖືກຫຼອກລໍ້ ຫຼື ຖືກຊັກຈູງ, ແຕ່ມັນມາຈາກພາຍໃນຂອງເຈົ້າ, ດ້ວຍຄວາມເຕັມໃຈ; ມັນເກີດຈາກຈິດສຳນຶກ ແລະ ເຫດຜົນ. ນີ້ຄືຄວາມໝາຍຂອງການຈິງໃຈ. ໃນດ້ານຄວາມເຕັມໃຈທີ່ຈະເສຍສະລະເພື່ອພຣະເຈົ້າ, ນີ້ຄືຄວາມໝາຍຂອງການຈິງໃຈ. ແລ້ວການຈິງໃຈສະແດງອອກໃນທາງປະຕິບັດແນວໃດ ເມື່ອເຈົ້າເສຍສະຫຼະເພື່ອພຣະເຈົ້າ? ເຈົ້າບໍ່ໄດ້ມີສ່ວນຮ່ວມໃນຄວາມຕົວະ ຫຼື ການສໍ້ໂກງ, ບໍ່ໃຊ້ເລ່ຫຼ່ຽມເພື່ອຫຼີກລ່ຽງວຽກງານ ແລະ ບໍ່ເຮັດສິ່ງຕ່າງໆແບບພໍແລ້ວມືແລ້ວຕີນ; ເຈົ້າທຸ້ມເທສຸດຈິດສຸດໃຈ, ເຮັດທຸກຢ່າງຕາມກຳລັງຄວາມສາມາດຂອງເຈົ້າ ແລະ ອື່ນໆ, ມີລາຍລະອຽດຫຼາຍເກີນກວ່າທີ່ຈະກ່າວເຖິງຢູ່ທີ່ນີ້! ສະຫຼຸບສັ້ນໆ, ການຈິງໃຈລວມເຖິງຫຼັກການຄວາມຈິງ. ມີມາດຕະຖານ ແລະ ຫຼັກການທີ່ຢູ່ເບື້ອງຫຼັງຂໍ້ກຳນົດຂອງພຣະເຈົ້າສຳລັບມະນຸດ. ບາງຄົນເວົ້າວ່າ, “ຖ້າຂ້ອຍຖວາຍຄວາມຈິງໃຈ ແລະ ເງິນເກັບເລັກໆນ້ອຍໆທັງໝົດຂອງຂ້ອຍໃນການເຊື່ອໃນພຣະເຈົ້າ, ຂ້ອຍຈະໄດ້ຮັບຫຼາຍກວ່ານີ້ບໍ? ຖ້າຂ້ອຍສາມາດໄດ້ຮັບຫຼາຍກວ່ານີ້, ມັນກໍຄຸ້ມຄ່າທີ່ຈະຖວາຍທຸກຢ່າງ!” ຫຼັງຈາກທີ່ຖວາຍແລ້ວ, ພວກເຂົາເຫັນວ່າພຣະເຈົ້າບໍ່ໄດ້ອວຍພອນພວກເຂົາ ແລະ ໄຕ່ຕອງກ່ຽວກັບມັນ, ໂດຍຄິດວ່າ: “ບາງທີຂ້ອຍອາດຈະຖວາຍບໍ່ພຽງພໍ, ສະນັ້ນ ຂ້ອຍຈະຖວາຍຕື່ມອີກ. ຂ້ອຍຈະອອກໄປເຜີຍແຜ່ພຣະກິດຕິຄຸນ”. ເມື່ອພວກເຂົາພົບຄວາມຫຍຸ້ງຍາກໃນຂະນະທີ່ເຜີຍແຜ່ພຣະກິດຕິຄຸນ, ພວກເຂົາກໍອະທິຖານ. ບາງຄັ້ງ, ເມື່ອພວກເຂົາຂາດເຂີນອາຫານ ແລະ ນອນບໍ່ຫຼັບ, ພວກເຂົາກໍຍັງສືບຕໍ່ອະທິຖານ. ພວກເຂົາຄິດວ່າ: “ພຣະເຈົ້າກ່າວວ່າ ຜູ້ທີ່ເສຍສະຫຼະຢ່າງຈິງໃຈເພື່ອພຣະເຈົ້າຈະໄດ້ຮັບພອນຢ່າງຫຼວງຫຼາຍແນ່ນອນ. ບາງທີຄວາມຈິງໃຈຂອງຂ້ອຍອາດຈະຍັງບໍ່ພຽງພໍ, ສະນັ້ນ ຂ້ອຍຈະອະທິຖານຕື່ມອີກ”. ຜ່ານການອະທິຖານ, ພວກເຂົາໄດ້ຮັບຄວາມເຊື່ອ ແລະ ບໍ່ສົນໃຈທີ່ຈະທົນທຸກລຳບາກເລັກນ້ອຍ. ພວກເຂົາເລີ່ມເຫັນຜົນບາງຢ່າງຈາກການເຜີຍແຜ່ພຣະກິດຕິຄຸນແທ້ໆ ແລະ ຄິດວ່າ: “ຕອນນີ້ຂ້ອຍມີຄວາມຈິງໃຈແລ້ວ. ຂ້ອຍຈະຟ້າວກັບບ້ານເພື່ອເບິ່ງວ່າຊີວິດຄອບຄົວຂອງຂ້ອຍດີຂຶ້ນ ຫຼື ບໍ່, ອາການປ່ວຍຂອງລູກຂ້ອຍດີຂຶ້ນ ຫຼື ບໍ່ ແລະ ທຸລະກິດຄອບຄົວເປັນໄປຢ່າງລ່ຽນໄຫຼ ຫຼື ບໍ່, ບໍ່ວ່າຈະມີພອນຈາກພຣະເຈົ້າ ຫຼື ບໍ່”. ນີ້ແມ່ນການເສຍສະຫຼະງຢ່າງຈິງໃຈເພື່ອພຣະເຈົ້າບໍ? (ບໍ່ແມ່ນ.) ນີ້ແມ່ນຫຍັງ? (ການແລກປ່ຽນ.) ນີ້ຄືການເຮັດການເຮັດຂໍ້ຕົກລົງກັບພຣະເຈົ້າ. ພວກເຂົາກຳລັງໃຊ້ວິທີການຂອງຕົນເອງ ແລະ ສິ່ງທີ່ພວກເຂົາຖືວ່າ “ຄວາມຈິງໃຈ” ໂດຍອີງໃສ່ແນວຄິດຂອງພວກເຂົາ ເພື່ອເຮັດສິ່ງທີ່ພວກເຂົາຕ້ອງການ ແລະ ເພື່ອໄດ້ຮັບສິ່ງທີ່ພວກເຂົາປາຖະໜາຈາກສິ່ງນັ້ນ. ພວກເຂົາໃຊ້ “ຄວາມຈິງໃຈ” ທີ່ພວກເຂົາເຂົ້າໃຈຢ່າງຕໍ່ເນື່ອງ ເພື່ອພິສູດພຣະທຳເຫຼົ່ານີ້ທີ່ພຣະເຈົ້າໄດ້ກ່າວ, ສອດແນມຢູ່ສະເໝີວ່າພຣະເຈົ້າຕັ້ງໃຈຈະເຮັດຫຍັງ, ພຣະອົງໄດ້ເຮັດຫຍັງ ແລະ ພຣະອົງບໍ່ໄດ້ເຮັດຫຍັງ ແລະ ຄາດເດົາຢູ່ສະເໝີວ່າພຣະເຈົ້າຈະອວຍພອນພວກເຂົາ ຫຼື ບໍ່ ແລະ ພຣະອົງຕັ້ງໃຈຈະອວຍພອນພວກເຂົາຢ່າງຫຼວງຫຼາຍ ຫຼື ບໍ່. ພວກເຂົາຄິດໄລ່ຢູ່ສະເໝີວ່າພວກເຂົາໄດ້ຖວາຍຫຍັງ ແລະ ພວກເຂົາຄວນໄດ້ຮັບເທົ່າໃດ, ວ່າພຣະເຈົ້າໄດ້ໃຫ້ສິ່ງນັ້ນແກ່ພວກເຂົາ ຫຼື ບໍ່ ແລະ ວ່າພຣະທຳຂອງພຣະເຈົ້າໄດ້ກາຍເປັນຈິງ ຫຼື ບໍ່. ພວກເຂົາຊອກຫາຂໍ້ເທັດຈິງຢູ່ສະເໝີ ເພື່ອໃຫ້ພວກເຂົາສາມາດທົດສອບຄຳກ່າວຂອງພຣະເຈົ້າ. ໃນຂະນະທີ່ເສຍສະລະຕົນເອງເພື່ອພຣະເຈົ້າ, ພວກເຂົາກໍຢາກພິສູດຢູ່ສະເໝີວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ ຫຼື ບໍ່. ເປົ້າໝາຍຂອງພວກເຂົາກໍຄື ເພື່ອເບິ່ງວ່າການເສຍສະລະຕົນເອງເພື່ອພຣະເຈົ້າສາມາດເຮັດໃຫ້ພວກເຂົາໄດ້ຮັບພອນຈາກພຣະເຈົ້າໄດ້ ຫຼື ບໍ່. ພວກເຂົາກຳລັງທົດລອງພຣະເຈົ້າຢູ່ສະເໝີ, ຢາກເຫັນພອນຂອງພຣະເຈົ້າທີ່ມີຕໍ່ພວກເຂົາຢູ່ສະເໝີ ເພື່ອຢືນຢັນພຣະທຳຂອງພຣະອົງ. ເມື່ອພວກເຂົາພົບວ່າພຣະທຳຂອງພຣະເຈົ້າບໍ່ໄດ້ສຳເລັດຜົນງ່າຍໆ ດັ່ງທີ່ພວກເຂົາຈິນຕະນາການໄວ້ ແລະ ມັນຍາກທີ່ຈະຢືນຢັນຄວາມຈິງຂອງພຣະທຳຂອງພຣະເຈົ້າ, ແນວຄິດຂອງພວກເຂົາກ່ຽວກັບພຣະເຈົ້າກໍຍິ່ງຮຸນແຮງຂຶ້ນ. ໃນເວລາດຽວກັນ, ພວກເຂົາກໍເລີ່ມປັກໃຈເຊື່ອວ່າ ບໍ່ແມ່ນທຸກພຣະທຳທີ່ພຣະເຈົ້າກ່າວຈະເປັນຄວາມຈິງສະເໝີໄປ. ດ້ວຍສິ່ງນີ້ທີ່ເຊື່ອງຊ້ອນຢູ່ໃນໃຈຂອງພວກເຂົາ, ພວກເຂົາກໍເລີ່ມສົງໄສ ແລະ ຕັ້ງຄຳຖາມຕໍ່ພຣະເຈົ້າ, ມັກຈະເກີດມີແນວຄິດຕໍ່ພຣະອົງ. ໃນບາງຄັ້ງບາງຄາວ, ຄົນເຫຼົ່ານີ້ທີ່ຫົວໃຈຂອງພວກເຂົາເຕັມໄປດ້ວຍແນວຄິດກໍເປີດເຜີຍແນວຄິດບາງຢ່າງຂອງພວກເຂົາກ່ຽວກັບພຣະເຈົ້າໃນຂະນະທີ່ດຳເນີນຊີວິດຄຣິສຕະຈັກ ແລະ ປະຕິສຳພັນກັບອ້າຍເອື້ອຍນ້ອງ. ພວກເຂົາເກີດມີແນວຄິດຕໍ່ພຣະທຳຂອງພຣະເຈົ້າ ແລະ ຍັງໃຊ້ແນວຄິດຂອງພວກເຂົາເພື່ອວັດແທກວຽກງານຂອງພຣະເຈົ້າ. ເມື່ອວຽກງານຂອງພຣະເຈົ້າບໍ່ສອດຄ່ອງກັບແນວຄິດຂອງພວກເຂົາຢູ່ສະເໝີ ແລະ ກົງກັນຂ້າມກັບຄວາມຄາດຫວັງຂອງພວກເຂົາຢ່າງສິ້ນເຊີງ, ພວກເຂົາກໍເຜີຍແຜ່ແນວຄິດຂອງພວກເຂົາເພື່ອລະບາຍຄວາມບໍ່ພໍໃຈທີ່ພວກເຂົາມີຕໍ່ພຣະເຈົ້າ. ຕົວຢ່າງ: ພຣະເຈົ້າກ່າວວ່າ ວຽກງານຂອງພຣະອົງໃກ້ຈະສິ້ນສຸດລົງແລ້ວ ແລະ ຜູ້ຄົນຄວນປະຖິ້ມທຸກສິ່ງເພື່ອຕິດຕາມພຣະເຈົ້າ ແລະ ເສຍສະລະຕົນເອງເພື່ອພຣະອົງ, ຮ່ວມມືກັບວຽກງານຂອງພຣະເຈົ້າ ແລະ ບໍ່ສະແຫວງຫາອະນາຄົດທາງໂລກ, ຄອບຄົວທີ່ອົບອຸ່ນ ແລະ ສິ່ງອື່ນໆເຊັ່ນນັ້ນອີກຕໍ່ໄປ. ຫຼັງຈາກທີ່ພຣະເຈົ້າກ່າວພຣະທຳເຫຼົ່ານີ້, ພຣະເຈົ້າກໍຍັງສືບຕໍ່ເຮັດວຽກງານຫຼາຍຢ່າງ. ສາມ, ຫ້າ, ເຈັດ ຫຼື ແປດປີຜ່ານໄປ ແລະ ບາງຄົນກໍເຫັນວ່າວຽກງານຂອງພຣະເຈົ້າຍັງຄົງດຳເນີນໄປຢ່າງໝັ້ນຄົງ, ໂດຍບໍ່ມີສັນຍານວ່າວຽກງານຂອງພຣະອົງກຳລັງຈະສິ້ນສຸດລົງ ຫຼື ວ່າຄວາມຫາຍະນະໃຫຍ່ກຳລັງຈະເກີດຂຶ້ນ ແລະ ຜູ້ເຊື່ອທຸກຄົນກໍໄດ້ເຂົ້າໄປຢູ່ໃນບ່ອນລີ້ໄພແລ້ວ. ຜູ້ທີ່ໃຊ້ແນວຄິດຂອງພວກເຂົາເພື່ອວັດແທກວຽກງານຂອງພຣະເຈົ້າ ບໍ່ສາມາດລໍຖ້າໃຫ້ວຽກງານຂອງພຣະເຈົ້າສິ້ນສຸດລົງໂດຍໄວ ເພື່ອໃຫ້ຜູ້ເຊື່ອສາມາດມີສ່ວນຮ່ວມໃນພອນອັນປະເສີດຂອງພຣະເຈົ້າ. ແຕ່ພຣະເຈົ້າບໍ່ໄດ້ກະທຳແບບນີ້; ພຣະອົງບໍ່ໄດ້ເຮັດໃຫ້ເລື່ອງນີ້ສຳເລັດຕາມແນວຄິດ ແລະ ຈິນຕະນາການຂອງມະນຸດ. ຜູ້ທີ່ບໍ່ສາມາດລໍຖ້າໄດ້ກໍເລີ່ມຢູ່ບໍ່ເປັນສຸກ ແລະ ເລີ່ມຄິດໄປຕ່າງໆນາໆ, ໂດຍກ່າວວ່າ: “ວຽກງານຂອງພຣະເຈົ້າບໍ່ແມ່ນໃກ້ຈະສິ້ນສຸດລົງແລ້ວບໍ? ມັນບໍ່ຄວນຈະສິ້ນສຸດລົງໃນໄວໆນີ້ບໍ? ພຣະເຈົ້າບໍ່ໄດ້ກ່າວບໍວ່າ ຄວາມຫາຍະນະໃຫຍ່ກຳລັງຈະເກີດຂຶ້ນ? ເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງຍັງເຮັດວຽກງານຫຼາຍຢ່າງ? ເມື່ອໃດກັນແທ້ທີ່ວຽກງານຂອງພຣະເຈົ້າຈະສິ້ນສຸດລົງ? ເມື່ອໃດມັນຈະຈົບລົງ?” ຄົນເຫຼົ່ານີ້ບໍ່ສົນໃຈຄວາມຈິງ ຫຼື ຂໍ້ກຳນົດຂອງພຣະເຈົ້າແມ່ນແຕ່ໜ້ອຍດຽວ. ພວກເຂົາບໍ່ມີຄວາມສົນໃຈໃນການປະຕິບັດຄວາມຈິງ, ການອ່ອນນ້ອມຕໍ່ພຣະເຈົ້າ ຫຼື ການຫຼຸດພົ້ນຈາກອິດທິພົນຂອງຊາຕານເພື່ອບັນລຸຄວາມລອດພົ້ນ. ພວກເຂົາສົນໃຈເປັນພິເສດໃນເລື່ອງຕ່າງໆ ເຊັ່ນ: ເມື່ອໃດວຽກງານຂອງພຣະເຈົ້າຈະສິ້ນສຸດລົງ, ຜົນສຸດທ້າຍຂອງພວກເຂົາຈະເປັນຊີວິດ ຫຼື ຄວາມຕາຍ, ເມື່ອໃດພວກເຂົາຈະສາມາດເຂົ້າສູ່ລາຊະອານາຈັກເພື່ອຊື່ນຊົມກັບພອນ ແລະ ພາບອັນສວຍງາມຂອງລາຊະອານາຈັກຈະເປັນແນວໃດເທົ່ານັ້ນ. ສິ່ງເຫຼົ່ານີ້ຄືສິ່ງທີ່ພວກເຂົາເປັນຫ່ວງທີ່ສຸດ. ສະນັ້ນ, ຫຼັງຈາກທີ່ອົດທົນມາໄດ້ໄລຍະໜຶ່ງ ແລະ ເຫັນວ່າສະຫວັນ ແລະ ແຜ່ນດິນໂລກຍັງຄົງບໍ່ປ່ຽນແປງ ແລະ ປະເທດຕ່າງໆ ໃນໂລກກໍດຳເນີນໄປຕາມປົກກະຕິ, ພວກເຂົາກໍເວົ້າວ່າ, “ເມື່ອໃດພຣະທຳເຫຼົ່ານີ້ຂອງພຣະເຈົ້າຈະສຳເລັດຜົນ? ຂ້ອຍລໍຖ້າມາຫຼາຍປີແລ້ວ, ເປັນຫຍັງພວກມັນຈຶ່ງຍັງບໍ່ສຳເລັດຜົນ? ພຣະທຳຂອງພຣະເຈົ້າຈະສຳເລັດຜົນໄດ້ແທ້ບໍ? ຄຳເວົ້າຂອງພຣະເຈົ້າເຊື່ອຖືໄດ້ແທ້ ຫຼື ບໍ່?” ດັ່ງນັ້ນຄົນເຫຼົ່ານີ້ຈຶ່ງສູນເສຍຄວາມອົດທົນ, ກາຍເປັນຄົນຢູ່ບໍ່ເປັນສຸກ ແລະ ເລີ່ມຢາກຊອກຫາໂອກາດທີ່ຈະກັບຄືນສູ່ໂລກເພື່ອດຳເນີນຊີວິດຂອງຕົນເອງ.
ວຽກງານຂອງພຣະເຈົ້າ ແລະ ຄວາມຈິງທີ່ພຣະເຈົ້າສະແດງອອກແມ່ນເກີນກວ່າຈິນຕະນາການຂອງມະນຸດສະເໝີ ແລະ ຢູ່ເໜືອແນວຄິດຂອງມະນຸດສະເໝີ. ບໍ່ວ່າຜູ້ຄົນຈະພະຍາຍາມສໍ່າໃດ, ພວກເຂົາກໍບໍ່ສາມາດຢັ່ງເຖິງ ຫຼື ວັດແທກພວກມັນໄດ້. ພວກເຂົາບໍ່ຮູ້ວ່າວິທີການໃນວຽກງານຂອງພຣະເຈົ້າແມ່ນຫຍັງແທ້ ຫຼື ມັນຕັ້ງໃຈຈະບັນລຸເປົ້າໝາຍໃດ, ສະນັ້ນ ໃນທີ່ສຸດ, ບາງຄົນກໍເລີ່ມສົງໄສ: “ພຣະເຈົ້າມີຢູ່ຈິງບໍ? ພຣະເຈົ້າຢູ່ໃສກັນແທ້? ພຣະເຈົ້າສືບຕໍ່ສະແດງອອກຄວາມຈິງ, ແຕ່ພຣະອົງບໍ່ໄດ້ສະແດງອອກຫຼາຍເກີນໄປບໍ? ພຣະເຈົ້າບໍ່ໄດ້ກ່າວບໍວ່າ ພຣະອົງຈະນຳພວກເຮົາເຂົ້າສູ່ລາຊະອານາຈັກຂອງພຣະອົງ? ເມື່ອໃດພວກເຮົາຈະສາມາດເຂົ້າສູ່ລາຊະອານາຈັກສະຫວັນໄດ້? ເປັນຫຍັງເລື່ອງເຫຼົ່ານີ້ຈຶ່ງຍັງບໍ່ກາຍເປັນຈິງ ຫຼື ສຳເລັດຜົນ? ມັນຈະໃຊ້ເວລາອີກຈັກປີກັນແທ້? ມີການກ່າວຢູ່ສະເໝີວ່າ ວັນຂອງພຣະເຈົ້າໃກ້ເຂົ້າມາແລ້ວ, ແຕ່ຄຳວ່າ ‘ໃກ້ເຂົ້າມາແລ້ວ’ ນີ້ກໍຖືກກ່າວເຖິງມາຫຼາຍປີແລ້ວ, ເປັນຫຍັງມັນຈຶ່ງຢູ່ຫ່າງໄກ ແລະ ເບິ່ງຄືວ່າບໍ່ມີທີ່ສິ້ນສຸດ?” ພວກເຂົາບໍ່ພຽງແຕ່ຄິດແບບນີ້, ແຕ່ພວກເຂົາຍັງເຜີຍແຜ່ຄວາມສົງໄສເຫຼົ່ານີ້ໄປທົ່ວທຸກບ່ອນ. ສິ່ງນີ້ຊີ້ໃຫ້ເຫັນເຖິງບັນຫາຫຍັງ? ເປັນຫຍັງຫຼັງຈາກທີ່ຟັງຄຳເທດສະໜາຫຼາຍຄັ້ງ, ພວກເຂົາຈຶ່ງຍັງບໍ່ເຂົ້າໃຈຄວາມຈິງເລີຍ? ເປັນຫຍັງພວກເຂົາຈຶ່ງໃຊ້ແນວຄິດ ແລະ ຈິນຕະນາການຂອງມະນຸດເພື່ອກຳນົດຂອບເຂດວຽກງານຂອງພຣະເຈົ້າຢູ່ສະເໝີ? ເປັນຫຍັງພວກເຂົາຈຶ່ງບໍ່ສາມາດເບິ່ງເລື່ອງເຫຼົ່ານີ້ຕາມພຣະທຳຂອງພຣະເຈົ້າ? ພວກເຂົາສາມາດຢືນຢັນການມີຢູ່ຈິງຂອງພຣະເຈົ້າ ແລະ ກຳນົດເສັ້ນທາງສູ່ຄວາມລອດພົ້ນຜ່ານພຣະທຳຂອງພຣະເຈົ້າໄດ້ບໍ? ພວກເຂົາເຂົ້າໃຈບໍວ່າ ພຣະທຳທັງໝົດທີ່ພຣະເຈົ້າກ່າວ ແລະ ທຸກສິ່ງທີ່ພຣະອົງເຮັດແມ່ນເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນ? ພວກເຂົາເຂົ້າໃຈບໍວ່າ ມີພຽງແຕ່ການໄດ້ຮັບຄວາມຈິງ ແລະ ການບັນລຸຄວາມລອດພົ້ນເທົ່ານັ້ນ ທີ່ຜູ້ຄົນຈະສາມາດໄດ້ຮັບພອນທັງໝົດທີ່ພຣະເຈົ້າໄດ້ສັນຍາໄວ້ກັບມະນຸດຊາດ? ຈາກສິ່ງທີ່ພວກເຂົາເວົ້າ ແລະ ແນວຄິດທີ່ພວກເຂົາເຜີຍແຜ່, ເຫັນໄດ້ຊັດເຈນວ່າ ໂດຍພື້ນຖານແລ້ວ ພວກເຂົາບໍ່ເຂົ້າໃຈວ່າພຣະເຈົ້າກຳລັງເຮັດຫຍັງ ຫຼື ຈຸດປະສົງຂອງການທີ່ພຣະເຈົ້າເຮັດວຽກງານທັງໝົດນີ້ ແລະ ກ່າວພຣະທຳທັງໝົດນີ້ແມ່ນຫຍັງ. ພວກເຂົາເປັນພຽງຜູ້ບໍ່ເຊື່ອ! ຫຼັງຈາກທີ່ຟັງຄຳເທດສະໜາມາຫຼາຍປີ ແລະ ໃຊ້ຊີວິດແບບເລື່ອນລອຍໃນເຮືອນຂອງພຣະເຈົ້າມາຫຼາຍປີ, ພວກເຂົາໄດ້ຮັບຫຍັງແດ່? ພວກເຂົາບໍ່ໄດ້ຢືນຢັນແມ່ນແຕ່ວ່າພຣະເຈົ້າມີຢູ່ຈິງ ຫຼື ບໍ່, ພວກເຂົາບໍ່ມີຄຳຕອບທີ່ແນ່ນອນຕໍ່ເລື່ອງນີ້. ພວກເຂົາມີບົດບາດຫຍັງໃນຄຣິສຕະຈັກ? ຫຼັງຈາກທີ່ອອກເຫື່ອແຮງໄດ້ໄລຍະໜຶ່ງໂດຍບໍ່ໄດ້ຮັບພອນ, ພວກເຂົາກໍເຜີຍແຜ່ແນວຄິດຢ່າງບໍ່ເລືອກວິທີ ເພື່ອນຳພາຢ່າງຜິດໆ ແລະ ລົບກວນຄົນອື່ນ. ສິ່ງທີ່ພວກເຂົາເວົ້າອອກມາແບບຊະຊາຍກໍຄືການພິພາກສາຕໍ່ພຣະເຈົ້າ ແລະ ວຽກງານຂອງພຣະອົງ. ບາງຄົນໃນພວກເຂົາເວົ້າວ່າ, “ຂ້ອຍເຄີຍຄິດວ່າວຽກງານຂອງພຣະເຈົ້າຈະສຳເລັດໃນສາມຫາຫ້າປີ; ຂ້ອຍບໍ່ໄດ້ຄາດຄິດວ່າມັນຈະຍັງບໍ່ສຳເລັດໃນຕອນນີ້ທີ່ສິບປີຜ່ານໄປແລ້ວ. ເມື່ອໃດວຽກງານນີ້ຈະສຳເລັດ? ບົດຄວາມຄຳພະຍານກໍຖືກຂຽນຂຶ້ນຢ່າງຕໍ່ເນື່ອງ; ວິດີໂອການສະແດງເພງສັນລະເສີນ ແລະ ຮູບເງົາກໍຖືກຜະລິດຢ່າງບໍ່ຢຸດຢັ້ງ; ພຣະກິດຕິຄຸນກໍຖືກເທດສະໜາຢ່າງບໍ່ຢຸດຢັ້ງ, ມັນຈະສິ້ນສຸດລົງເມື່ອໃດ?” ພວກເຂົາເຖິງກັບຖາມຄົນອື່ນວ່າ: “ພວກເຈົ້າບໍ່ຄິດຄືກັນບໍ? ບໍ່ວ່າພວກເຈົ້າຈະຄິດແນວໃດກໍຕາມ, ນັ້ນກໍຄືສິ່ງທີ່ຂ້ອຍຄິດ. ຂ້ອຍເປັນຄົນຊື່ສັດ; ຂ້ອຍເວົ້າທຸກຢ່າງທີ່ຢູ່ໃນໃຈ, ບໍ່ຄືກັບບາງຄົນທີ່ບໍ່ເວົ້າສິ່ງທີ່ຢູ່ໃນໃຈຂອງພວກເຂົາ ແລະ ເກັບກົດມັນໄວ້ທັງໝົດ”. ພວກເຂົາຊ່າງ “ຊື່ສັດ” ແທ້, ກ້າເວົ້າທຸກຢ່າງ! ທີ່ຮ້າຍແຮງກວ່ານັ້ນ, ພວກເຂົາເວົ້າວ່າ, “ຖ້າວຽກງານຂອງພຣະເຈົ້າບໍ່ສິ້ນສຸດລົງໃນໄວໆນີ້, ຂ້ອຍກໍຈະໄປຊອກວຽກເຮັດ, ຫາເງິນ ແລະ ໃຊ້ຊີວິດຂອງຂ້ອຍ. ຕະຫຼອດຫຼາຍປີທີ່ເຊື່ອໃນພຣະເຈົ້າ, ຂ້ອຍໄດ້ພາດອາຫານດີໆຫຼາຍຢ່າງ, ສະຖານທີ່ທີ່ມ່ວນຊື່ນຫຼາຍແຫ່ງ, ຄວາມສຸກທາງວັດຖຸຫຼາຍຢ່າງ! ຖ້າຂ້ອຍບໍ່ເຊື່ອໃນພຣະເຈົ້າ, ຂ້ອຍຄົງຈະໄດ້ຢູ່ໃນເຮືອນຫຼັງໃຫຍ່, ມີລົດເປັນຂອງຕົນເອງ ແລະ ອາດຈະໄດ້ທ່ອງທ່ຽວຮອບໂລກຫຼາຍຄັ້ງແລ້ວໃນຊ່ວງຫຼາຍປີທີ່ຜ່ານມາ. ເມື່ອຄິດຍ້ອນກັບໄປ, ຊີວິດທີ່ບໍ່ໄດ້ເຊື່ອໃນພຣະເຈົ້າກໍດີຫຼາຍ; ຂ້ອຍມີຄວາມສຸກຫຼາຍ. ເຖິງແມ່ນວ່າມັນຈະວ່າງເປົ່າໜ້ອຍໜຶ່ງ, ຂ້ອຍກໍສາມາດມີຄວາມສຸກກັບຄວາມສຳລານທາງເນື້ອໜັງ, ກິນດີດື່ມດີ ແລະ ເຮັດທຸກຢ່າງທີ່ຂ້ອຍຕ້ອງການ, ໂດຍບໍ່ມີຂໍ້ຈຳກັດໃດໆ. ໃນຊ່ວງຫຼາຍປີທີ່ເຊື່ອໃນພຣະເຈົ້າ, ຂ້ອຍໄດ້ທົນທຸກທໍລະມານຫຼາຍ ແລະ ບັງຄັບຕົນເອງຫຼາຍເກີນໄປ! ເຖິງແມ່ນວ່າຂ້ອຍຈະໄດ້ຮັບຄວາມຈິງໜ້ອຍໜຶ່ງ ແລະ ຮູ້ສຶກໝັ້ນຄົງໃນໃຈຫຼາຍຂຶ້ນໜ້ອຍໜຶ່ງ, ຄວາມຈິງເຫຼົ່ານີ້ກໍບໍ່ສາມາດທົດແທນຄວາມສຳລານທາງເນື້ອໜັງເຫຼົ່ານັ້ນໄດ້! ນອກຈາກນີ້, ວຽກງານຂອງພຣະເຈົ້າບໍ່ເຄີຍສິ້ນສຸດ ແລະ ພຣະເຈົ້າບໍ່ເຄີຍປາກົດຕໍ່ຜູ້ຄົນ, ສະນັ້ນ ຂ້ອຍຈຶ່ງບໍ່ເຄີຍຮູ້ສຶກໝັ້ນຄົງຢ່າງແທ້ຈິງ. ພວກເຂົາເວົ້າວ່າການເຂົ້າໃຈ ແລະ ການໄດ້ຮັບຄວາມຈິງນຳມາເຊິ່ງຄວາມສະຫງົບ ແລະ ຄວາມສຸກ, ແຕ່ການມີຄວາມສະຫງົບ ແລະ ຄວາມສຸກຈະມີປະໂຫຍດຫຍັງ? ຂ້ອຍກໍຍັງບໍ່ມີຄວາມສຸກທາງເນື້ອໜັງ!” ຄວາມຄິດເຫຼົ່ານີ້ໄດ້ແລ່ນຜ່ານໃນຫົວຂອງພວກເຂົານັບຄັ້ງບໍ່ຖ້ວນ ແລະ ພວກເຂົາກໍໄດ້ບອກກັບຕົນເອງນັບຄັ້ງບໍ່ຖ້ວນ. ເມື່ອພວກເຂົາເຊື່ອວ່າແນວຄິດຂອງພວກເຂົາມີເຫດຜົນພຽງພໍທີ່ຈະຢືນຢັດໄດ້ ແລະ ພວກເຂົາຮູ້ສຶກວ່າເວລາສຸກງອມແລ້ວ ແລະ ພວກເຂົາມີຄຸນສົມບັດພຽງພໍທີ່ຈະຈັບຜິດວຽກງານຂອງພຣະເຈົ້າ, ພວກເຂົາກໍບໍ່ສາມາດອົດກັ້ນທີ່ຈະເຜີຍແຜ່ຄຳເວົ້າ ແລະ ແນວຄິດທີ່ກ່າວມາຂ້າງເທິງ. ພວກເຂົາເຜີຍແຜ່ຄວາມບໍ່ພໍໃຈທີ່ພວກເຂົາມີຕໍ່ພຣະເຈົ້າ ແລະ ແນວຄິດ ແລະ ຄວາມເຂົ້າໃຈຜິດຂອງພວກເຂົາກ່ຽວກັບວຽກງານຂອງພຣະເຈົ້າ, ໂດຍພະຍາຍາມນຳພາຢ່າງຜິດໆຄົນຈຳນວນຫຼາຍຂຶ້ນໃຫ້ເຂົ້າໃຈຜິດພຣະເຈົ້າ ແລະ ວຽກງານຂອງພຣະອົງ. ແນ່ນອນວ່າ ຍັງມີບາງຄົນທີ່ມີເຈດຕະນາບໍ່ດີທີ່ຕ້ອງການຂັດຂວາງຄົນຈຳນວນຫຼາຍຂຶ້ນຈາກການເສຍສະລະຕົນເອງເພື່ອພຣະເຈົ້າ, ໂດຍຕ້ອງການໃຫ້ພວກເຂົາປະຖິ້ມໜ້າທີ່ປັດຈຸບັນຂອງພວກເຂົາ ແລະ ປະຕິເສດພຣະເຈົ້າ; ຖ້າຄຣິສຕະຈັກຖືກຍຸບ, ສຳລັບພວກເຂົາແລ້ວ ມັນກໍຈະເປັນສິ່ງທີ່ດີທີ່ສຸດ. ເປົ້າໝາຍຂອງພວກເຂົາແມ່ນຫຍັງ? “ຖ້າຂ້ອຍບໍ່ສາມາດໄດ້ຮັບພອນ, ພວກເຈົ້າກໍຢ່າຫວັງວ່າຈະໄດ້ຮັບຄືກັນ. ຂ້ອຍຈະເຮັດໃຫ້ເລື່ອງຂອງພວກເຈົ້າຫຼົ້ມເຫຼວ ເພື່ອບໍ່ໃຫ້ພວກເຈົ້າຄົນໃດສາມາດຫວັງວ່າຈະໄດ້ຮັບຄວາມຈິງ ຫຼື ພອນທີ່ພຣະເຈົ້າສັນຍາໄວ້!” ເມື່ອເຫັນວ່າບໍ່ມີຄວາມຫວັງທີ່ຈະໄດ້ຮັບພອນ, ພວກເຂົາກໍສູນເສຍຄວາມອົດທົນທີ່ຈະລໍຖ້າຕໍ່ໄປ. ພວກເຂົາບໍ່ໄດ້ຮັບພອນດ້ວຍຕົນເອງ ແລະ ພວກເຂົາກໍບໍ່ຕ້ອງການໃຫ້ຄົນອື່ນໄດ້ຮັບເຊັ່ນກັນ. ສະນັ້ນ, ເມື່ອພວກເຂົາເຜີຍແຜ່ແນວຄິດ, ໃນດ້ານໜຶ່ງ ພວກເຂົາກຳລັງລະບາຍຄວາມບໍ່ພໍໃຈຂອງພວກເຂົາ, ຈົ່ມວ່າບໍ່ມີຫຍັງກ່ຽວກັບວຽກງານຂອງພຣະເຈົ້າທີ່ສອດຄ່ອງກັບແນວຄິດ ແລະ ຈິນຕະນາການຂອງມະນຸດ ແລະ ວິທີການເຮັດວຽກຂອງພຣະເຈົ້າກໍບໍ່ໄດ້ຄຳນຶງເຖິງຄວາມຮູ້ສຶກຂອງຜູ້ຄົນ. ໃນເວລາດຽວກັນ, ພວກເຂົາກໍຕ້ອງການ ນຳພາຢ່າງຜິດໆ ແລະ ລໍ້ລວງຄົນຈຳນວນຫຼາຍຂຶ້ນໃຫ້ເຂົ້າໃຈພຣະເຈົ້າຜິດ ແລະ ຈົ່ມວ່າກ່ຽວກັບພຣະເຈົ້າ, ເກີດມີແນວຄິດຕໍ່ພຣະເຈົ້າ ແລະ ສູນເສຍຄວາມເຊື່ອ. ພວກເຂົາຕ້ອງການໃຫ້ຄົນຈຳນວນຫຼາຍຂຶ້ນປະຖິ້ມພຣະເຈົ້າ ຍ້ອນຄວາມເຂົ້າໃຈຜິດ ແລະ ແນວຄິດທີ່ພວກເຂົາມີຕໍ່ພຣະອົງຄືກັນກັບທີ່ພວກເຂົາມີ.
2. ວິທີປະຕິບັດຕໍ່ຄົນທີ່ເຜີຍແຜ່ແນວຄິດ
ຈະເກີດຜົນສະທ້ອນຫຍັງຂຶ້ນ ເມື່ອມີຄົນໃນຄຣິສຕະຈັກເຜີຍແຜ່ແນວຄິດ ແລະ ຄວາມບໍ່ພໍໃຈຕໍ່ພຣະເຈົ້າ? ມັນສົ່ງຜົນກະທົບໂດຍກົງຕໍ່ຜົນຮັບຂອງຊີວິດຄຣິສຕະຈັກບໍ? ມັນລົບກວນຊີວິດຄຣິສຕະຈັກທີ່ເປັນປົກກະຕິ ແລະ ວຽກງານຂອງຄຣິສຕະຈັກບໍ? (ລົບກວນ.) ສິ່ງນີ້ສົ່ງຜົນກະທົບຕໍ່ຄວາມເຊື່ອຂອງຜູ້ຄົນໃນພຣະເຈົ້າ ແລະ ສົ່ງຜົນກະທົບຕໍ່ຄວາມສາມາດຂອງພວກເຂົາໃນການປະຕິບັດໜ້າທີ່ຂອງຕົນຢ່າງເປັນປົກກະຕິ. ສະນັ້ນ, ຜູ້ທີ່ເຜີຍແຜ່ແນວຄິດຕ້ອງຖືກຈຳກັດ. ເຖິງແມ່ນວ່າພວກເຂົາຈະກ່າວເຖິງສິ່ງດັ່ງກ່າວພຽງບາງຄັ້ງຄາວ, ພວກເຂົາກໍຈຳເປັນຕ້ອງຖືກຈຳກັດ ແລະ ຖືກແຍກແຍະ; ໃຫ້ເບິ່ງວ່າພວກເຂົາມີຄວາມເປັນມະນຸດແບບໃດ, ບໍ່ວ່າການເຜີຍແຜ່ແນວຄິດຂອງພວກເຂົາເປັນຍ້ອນຄວາມຄິດລົບ ແລະ ຄວາມອ່ອນແອຊົ່ວຄາວ ຫຼື ມັນເປັນຍ້ອນບັນຫາກ່ຽວກັບທຳມະຊາດ-ແກ່ນແທ້ຂອງພວກເຂົາ, ຖ້າພວກເຂົາບໍ່ໄລ່ຕາມຄວາມຈິງຢ່າງສະໝໍ່າສະເໝີ ແລະ ເຜີຍແຜ່ແນວຄິດໂດຍເຈດຕະນາ ເພື່ອນຳພາຢ່າງຜິດໆ ແລະ ລົບກວນຜູ້ຄົນຈຳນວນຫຼາຍຂຶ້ນ ແລະ ທຳລາຍຊີວິດຄຣິສຕະຈັກ. ຖ້າມັນເປັນພຽງຄວາມຄິດລົບ ແລະ ຄວາມອ່ອນແອໃນບາງຄັ້ງຄາວ, ມັນກໍພຽງພໍແລ້ວທີ່ຈະສະໜັບສະໜູນ ແລະ ຊ່ວຍເຫຼືອພວກເຂົາຜ່ານການໂອ້ລົມຄວາມຈິງ. ຖ້າພວກເຂົາບໍ່ຟັງຄຳແນະນຳ ແລະ ສືບຕໍ່ເຜີຍແຜ່ແນວຄິດ ແລະ ລົບກວນຊີວິດຄຣິສຕະຈັກ, ຈົນເຖິງຂັ້ນເຮັດໃຫ້ຄົນອື່ນກາຍເປັນຄົນຄິດລົບ ແລະ ອ່ອນແອ, ສົ່ງຜົນກະທົບຕໍ່ຄວາມສາມາດຂອງພວກເຂົາໃນການປະຕິບັດໜ້າທີ່ຂອງຕົນຢ່າງເປັນປົກກະຕິ, ແລ້ວນັ້ນໝາຍຄວາມວ່າພວກເຂົາເປັນຄົນຮັບໃຊ້ຂອງຊາຕານ ແລະ ຄວນຖືກກຳຈັດອອກຕາມຫຼັກການ. ເປັນຫຍັງຈຶ່ງບໍ່ໃຫ້ໂອກາດພວກເຂົາອີກ? ພວກເຈົ້າຄິດວ່າຄົນປະເພດນີ້ແມ່ນຜູ້ບໍ່ເຊື່ອບໍ? (ແມ່ນແລ້ວ.) ບໍ່ວ່າຄວາມເປັນມະນຸດຂອງພວກເຂົາຈະເປັນແນວໃດ, ຄົນປະເພດນີ້ກໍແມ່ນຜູ້ບໍ່ເຊື່ອ. ຜູ້ບໍ່ເຊື່ອແມ່ນປຽບເໝືອນເຂົ້າລະມາບທີ່ປົນກັບເຂົ້າສາລີ, ພວກເຂົາຄວນຖືກຖອນອອກ. ຖ້າພວກເຂົາພຽງແຕ່ສະແດງອອກເຖິງການສະແດງອອກບາງຢ່າງຂອງຜູ້ບໍ່ເຊື່ອ ແລະ ບໍ່ໄດ້ກໍ່ໃຫ້ເກີດການລົບກວນໃນຊີວິດຄຣິສຕະຈັກ ແລະ ຍັງສາມາດຮັບໃຊ້ເປັນເພື່ອນຂອງຄຣິສຕະຈັກ ແລະ ໃຫ້ການບໍລິການໄດ້, ພວກເຂົາກໍສາມາດຖືກປ່ອຍໄວ້ໄດ້. ແຕ່ຜູ້ທີ່ເຜີຍແຜ່ແນວຄິດຢູ່ຕະຫຼອດເວລານັ້ນ ມັກຈະສະແດງອອກເຖິງທັດສະນະ ແລະ ຄຳເຫັນຂອງຜູ້ບໍ່ເຊື່ອຢູ່ສະເໝີ. ພວກເຂົາບໍ່ໄດ້ເວົ້າສິ່ງຕ່າງໆແບບຊະຊາຍ; ຈຸດປະສົງຂອງພວກເຂົາຄືການປຸກລະດົມ, ນໍາພາຢ່າງຜິດໆ ແລະ ດຶງດູດຄົນຈຳນວນຫຼາຍຂຶ້ນໃຫ້ຕີຕົວອອກຫ່າງຈາກພຣະເຈົ້າ. ເຈດຕະນາຂອງພວກເຂົາຄື: “ຖ້າຂ້ອຍບໍ່ໄດ້ຮັບພອນ, ຂ້ອຍກໍຈະບໍ່ເຊື່ອອີກຕໍ່ໄປ. ພວກເຈົ້າທັງຫຼາຍກໍຢ່າຫວັງວ່າຈະໄດ້ຮັບພອນ ແລະ ພວກເຈົ້າກໍບໍ່ຄວນເຊື່ອຄືກັນ! ຖ້າພວກເຈົ້າສືບຕໍ່ເຊື່ອ, ຈະເປັນແນວໃດ ຖ້າພວກເຈົ້າຍັງຄົງຢັດຢືນ ແລະ ໃນທີ່ສຸດກໍໄດ້ຮັບພອນໃນມື້ໃດມື້ໜຶ່ງ, ນັ້ນຈະບໍ່ເຮັດໃຫ້ຂ້ອຍຕົກຢູ່ໃນທີ່ນັ່ງລຳບາກບໍ? ແລ້ວໃນໃຈຂອງຂ້ອຍຈະຍອມຮັບໄດ້ແນວໃດ? ແບບນັ້ນບໍ່ໄດ້. ເພື່ອຫຼີກລ່ຽງຄວາມເສຍໃຈໃນອະນາຄົດ, ຂ້ອຍຈະລົບກວນພວກເຈົ້າ ແລະ ເຮັດໃຫ້ຄວາມເຊື່ອຂອງພວກເຈົ້າສັ່ນຄອນ, ເຮັດໃຫ້ພວກເຈົ້າຕີຕົວອອກຫ່າງຈາກພຣະເຈົ້າ, ທໍລະຍົດຕໍ່ພຣະເຈົ້າ ແລະ ອອກຈາກຄຣິສຕະຈັກໄປກັບຂ້ອຍ, ນັ້ນຄືຈະດີທີ່ສຸດ”. ນີ້ຄືຈຸດປະສົງຂອງພວກເຂົາ. ຜູ້ບໍ່ເຊື່ອປະເພດນີ້ບໍ່ຄວນຖືກກຳຈັດອອກບໍ? (ຄວນ.) ພວກເຂົາຄວນຖືກກຳຈັດອອກ. ຖ້າຜູ້ບໍ່ເຊື່ອບາງຄົນເຊົາເຊື່ອ, ຄຣິສຕະຈັກກໍຈະພຽງແຕ່ເອົາໜັງສືພຣະທຳຂອງພຣະເຈົ້າຂອງພວກເຂົາຄືນ ແລະ ລຶບຊື່ອອກ. ຍັງມີຜູ້ບໍ່ເຊື່ອຄົນອື່ນໆທີ່ມີຄວາມຮູ້ສຶກທີ່ດີບາງຢ່າງກ່ຽວກັບການເຊື່ອໃນພຣະເຈົ້າ ແລະ ຕໍ່ຜູ້ເຊື່ອ. ພວກເຂົາບໍ່ໄດ້ມີບົດບາດທີ່ດີໃນຄຣິສຕະຈັກ; ພວກເຂົາພຽງແຕ່ຊ່ວຍເຫຼືອເປັນບາງຄັ້ງຄາວໃນຖານະເພື່ອນຂອງຄຣິສຕະຈັກ. ຄົນປະເພດນີ້, ເຖິງແມ່ນວ່າພວກເຂົາຈະບໍ່ໄລ່ຕາມຄວາມຈິງ ຫຼື ໂອ້ລົມຄວາມຈິງ, ພວກເຂົາກໍບໍ່ໄດ້ເຜີຍແຜ່ແນວຄິດ ຫຼື ລົບກວນຊີວິດຄຣິສຕະຈັກ. ຕາບໃດທີ່ພວກເຂົາສາມາດຮັບໃຊ້ໄດ້ໜ້ອຍໜຶ່ງ, ພວກເຂົາກໍຄວນໄດ້ຮັບອະນຸຍາດໃຫ້ຢູ່ໃນຄຣິສຕະຈັກ ແລະ ບໍ່ຈຳເປັນຕ້ອງຖືກກຳຈັດອອກ. ແຕ່ຢ່າງໃດກໍຕາມ, ສຳລັບຜູ້ບໍ່ເຊື່ອເຫຼົ່ານັ້ນທີ່ເຜີຍແຜ່ແນວຄິດຢູ່ຕະຫຼອດ, ພວກເຂົາບໍ່ຄວນໄດ້ຮັບຄວາມເມດຕາໃດໆ. ພວກເຂົາເຜີຍແຜ່ແນວຄິດ ແລະ ຄວາມເຂົ້າໃຈຜິດຂອງພວກເຂົາກ່ຽວກັບພຣະເຈົ້າ, ລົບກວນຊີວິດຄຣິສຕະຈັກ ແລະ ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ວຽກງານຂອງຄຣິສຕະຈັກ. ຜູ້ບໍ່ເຊື່ອເຫຼົ່ານີ້ແມ່ນຄົນຮັບໃຊ້ຂອງຊາຕານ. ພວກເຂົາມີແນວຄິດ; ແຕ່ຢ່າງໃດກໍຕາມ, ບໍ່ພຽງແຕ່ພວກເຂົາບໍ່ສະແຫວງຫາຄວາມຈິງເພື່ອແກ້ໄຂແນວຄິດເຫຼົ່ານັ້ນ, ແຕ່ພວກເຂົາຍັງເຜີຍແຜ່ແນວຄິດຂອງພວກເຂົາ ເພື່ອນໍາພາຜູ້ຄົນທີ່ພຣະເຈົ້າເລືອກຢ່າງຜິດໆ. ພວກເຂົາທໍລະຍົດຕໍ່ພຣະເຈົ້າ ແລະ ຕ້ອງການລາກຄົນອື່ນຈຳນວນໜຶ່ງໃຫ້ພິນາດໄປພ້ອມກັບພວກເຂົາ. ດ້ວຍເຈດຕະນາປະເພດນີ້ເອງທີ່ພວກເຂົາລົບກວນວຽກງານຂອງຄຣິສຕະຈັກ. ພຣະເຈົ້າສາມາດໃຫ້ອະໄພພວກເຂົາໄດ້ບໍ? ບໍ່, ພວກເຂົາບໍ່ຄວນຖືກລະເວັ້ນ. ນີ້ບໍ່ແມ່ນເລື່ອງຂອງການຕ້ອງຈຳກັດ ຫຼື ແຍກພວກເຂົາອອກ; ພວກເຂົາຕ້ອງຖືກສະລ້າງອອກ ແລະ ຖືກລຶບຊື່ອອກຕະຫຼອດໄປ, ໂດຍບໍ່ມີການປານີໃດໆ ທັງສິ້ນ!
ໃນຄຣິສຕະຈັກ, ມີບາງຄົນບໍ່ເຄີຍໄລ່ຕາມຄວາມຈິງ ແລະ ບໍ່ເຄີຍເຂົ້າໃຈວ່າພຣະເຈົ້າເຮັດວຽກເພື່ອຊ່ວຍຄົນໃຫ້ລອດພົ້ນແນວໃດ. ຫຼັງຈາກທີ່ໄດ້ມີປະສົບການກັບບາງສິ່ງ, ພວກເຂົາກໍເກີດມີຄວາມເຂົ້າໃຈຜິດ, ການຕໍ່ຕ້ານ ແລະ ການຈົ່ມວ່າຕໍ່ພຣະເຈົ້າ; ບາງສິ່ງທີ່ພວກເຂົາເວົ້າ ແລະ ເຮັດກໍເປັນການເຜີຍແຜ່ແນວຄິດ. ແນວຄິດທີ່ພວກເຂົາເຜີຍແຜ່ນັ້ນບໍ່ແມ່ນພຽງແຕ່ການບ່ຽງເບນໃນການຢັ່ງຮູ້ພຣະທຳ ແລະ ວຽກງານຂອງພຣະເຈົ້າ ຫຼື ຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າ. ບາງຢ່າງກໍຮ້າຍແຮງກວ່ານັ້ນ, ເປັນການປະຕິເສດໂດຍກົງວ່າພຣະທຳຂອງພຣະເຈົ້າແມ່ນຄວາມຈິງ, ພວກເຂົາພິພາກສາ ແລະ ກ່າວໂທດພຣະເຈົ້າຢ່າງສິ້ນເຊີງ. ແລ້ວແນວຄິດອື່ນໆ ທີ່ພວກເຂົາເຜີຍແຜ່ກໍເຖິງກັບໂຈມຕີ ແລະ ໝິ່ນປະໝາດພຣະເຈົ້າຢ່າງເປີດເຜີຍ. ພວກເຂົາບໍ່ໄດ້ກຳລັງໄຈ້ແຍກ ຫຼື ພະຍາຍາມທີ່ຈະຮູ້ຈັກຄວາມເສື່ອມຊາມ ແລະ ການກະບົດຂອງຕົນເອງ ດ້ວຍຫົວໃຈແຫ່ງການອ່ອນນ້ອມ, ໃນຖານະທີ່ເປັນສິ່ງທີ່ຖືກສ້າງ ຫຼື ຜູ້ຕິດຕາມພຣະເຈົ້າ ແລະ ທັງບໍ່ໄດ້ຍອມຮັບຄວາມຈິງ ແລະ ໂອ້ລົມກ່ຽວກັບຄວາມເຂົ້າໃຈຂອງພວກເຂົາກ່ຽວກັບວຽກງານຂອງພຣະເຈົ້າ ແລະ ການຢັ່ງຮູ້ຂອງພວກເຂົາກ່ຽວກັບເຈດຕະນາຂອງພຣະອົງ. ແນວຄິດທີ່ພວກເຂົາສະແດງອອກແມ່ນກົງກັນຂ້າມຢ່າງສິ້ນເຊີງກັບຄວາມເຂົ້າໃຈໃນທາງບວກເຫຼົ່ານີ້. ເມື່ອຄົນອື່ນໄດ້ຍິນແນວຄິດຂອງພວກເຂົາ, ພວກເຂົາກໍບໍ່ໄດ້ຮັບຄວາມເຂົ້າໃຈກ່ຽວກັບພຣະເຈົ້າ ແລະ ທັງບໍ່ໄດ້ພັດທະນາຄວາມເຊື່ອທີ່ແທ້ຈິງ ແລະ ແນ່ນອນວ່າຄວາມເຊື່ອຂອງພວກເຂົາໃນພຣະເຈົ້າກໍບໍ່ໄດ້ເຕີບໂຕຂຶ້ນເຊັ່ນກັນ. ແທນທີ່ຈະເປັນແນວນັ້ນ, ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າກໍກາຍເປັນມົວໝອງ, ຫຼຸດໜ້ອຍຖອຍລົງ ຫຼື ແມ່ນແຕ່ສູນເສຍໄປທັງໝົດ. ໃນເວລາດຽວກັນ, ວິໄສທັດກ່ຽວກັບວຽກງານຂອງພຣະເຈົ້າກໍກາຍເປັນມົວໝອງສຳລັບພວກເຂົາ. ຍິ່ງຜູ້ຄົນຟັງແນວຄິດທີ່ພວກເຂົາເຜີຍແຜ່ຫຼາຍເທົ່າໃດ, ຫົວໃຈຂອງພວກເຂົາກໍຍິ່ງສັບສົນຫຼາຍເທົ່ານັ້ນ, ຈົນເຖິງຂັ້ນທີ່ພວກເຂົາຮູ້ສຶກບໍ່ແນ່ໃຈວ່າເປັນຫຍັງພວກເຂົາຈຶ່ງຄວນເຊື່ອໃນພຣະເຈົ້າ ແລະ ພວກເຂົາກໍເລີ່ມສົງໄສວ່າມີພຣະເຈົ້າຢູ່ຈິງ ຫຼື ບໍ່. ບໍ່ວ່າພຣະທຳຂອງພຣະເຈົ້າຈະແມ່ນຄວາມຈິງ ຫຼື ບໍ່, ບໍ່ວ່າພຣະທຳ ແລະ ວຽກງານຂອງພຣະເຈົ້າຈະສາມາດຊຳລະລ້າງ ແລະ ຊ່ວຍຄົນໃຫ້ລອດພົ້ນໄດ້ ຫຼື ບໍ່ ແລະ ເລື່ອງອື່ນໆ ເຊັ່ນນັ້ນ, ທັງໝົດນີ້ກໍກາຍເປັນສິ່ງທີ່ມົວໝອງ ແລະ ໜ້າສົງໄສສຳລັບພວກເຂົາ. ເມື່ອຜູ້ຄົນໄດ້ຍິນແນວຄິດ ແລະ ຄວາມເຂົ້າໃຈຜິດທີ່ເຜີຍແຜ່ໂດຍບຸກຄົນປະເພດນີ້, ພວກເຂົາກໍເລີ່ມສົງໄສ ແລະ ລະວັງຕົວຕໍ່ພຣະເຈົ້າ; ພວກເຂົາເລີ່ມຕີຂອບໃຫ້ພຣະເຈົ້າໃນຫົວໃຈຂອງພວກເຂົາ, ເກີດມີຄວາມເຂົ້າໃຈຜິດ ແລະ ການຈົ່ມວ່າຕໍ່ພຣະເຈົ້າ ແລະ ເຖິງກັບຕີຕົວອອກຫ່າງຈາກພຣະເຈົ້າພາຍໃນໃຈ. ສິ່ງນີ້ເປັນບັນຫາຫຼາຍ. ເມື່ອພວກເຂົາມີຄວາມຄິດ, ທັດສະນະ, ແຜນການ ແລະ ແບບແຜນທີ່ເປັນລົບເຫຼົ່ານີ້, ມັນກໍຈະກາຍເປັນທີ່ຊັດເຈນວ່າ ຂໍ້ມູນ ແລະ ຄຳເຫັນທີ່ພວກເຂົາໄດ້ຮັບເອົານັ້ນບໍ່ສອດຄ່ອງກັບຄວາມຕ້ອງການຂອງຄວາມເປັນມະນຸດທີ່ປົກກະຕິ, ຍິ່ງບໍ່ຕ້ອງເວົ້າເຖິງຄວາມຈິງ, ເປັນທີ່ແນ່ນອນໜຶ່ງຮ້ອຍເປີເຊັນວ່າມັນມາຈາກຊາຕານ. ໂດຍບໍ່ຄຳນຶງເຖິງເຈດຕະນາ ຫຼື ແຮງຈູງໃຈຂອງຜູ້ທີ່ເຜີຍແຜ່ແນວຄິດ, ບໍ່ວ່າພວກເຂົາຈະເຜີຍແຜ່ຄຳເວົ້າທີ່ຫຼອກລວງ ແລະ ຂ່າວລືທີ່ບໍ່ມີມູນຄວາມຈິງໂດຍເຈດຕະນາ ຫຼື ບໍ່ເຈດຕະນາກໍຕາມ, ຕາບໃດທີ່ພວກເຂົາກໍ່ໃຫ້ເກີດຜົນກະທົບທີ່ເສຍຫາຍໃນຄຣິສຕະຈັກ, ພວກເຂົາກໍຄວນຖືກຈຳກັດ. ແນ່ນອນວ່າ ຖ້າຄົນປະເພດນີ້ຖືກຄົ້ນພົບ ແລະ ຖືກແຍກແຍະຢູ່ນອກຊີວິດຄຣິສຕະຈັກ, ພວກເຂົາກໍຄວນຖືກຢຸດຢັ້ງ ແລະ ຖືກຈຳກັດໂດຍທັນທີເຊັ່ນກັນ. ຖ້າຄົນໃດໜຶ່ງທີ່ເຂົ້າໃຈຄວາມຈິງສາມາດໃຊ້ພຣະທຳຂອງພຣະເຈົ້າ ຫຼື ຄວາມເຂົ້າໃຈຂອງຕົນເອງ ເພື່ອໂຕ້ແຍ້ງ ແລະ ເປີດໂປງຜູ້ທີ່ເຜີຍແຜ່ສິ່ງດັ່ງກ່າວ, ຊ່ວຍເຫຼືອອ້າຍເອື້ອຍນ້ອງໃຫ້ແຍກແຍະພວກເຂົາ, ສິ່ງນີ້ກໍຍິ່ງດີກວ່າ. ນີ້ຄືການຕໍ່ສູ້ກັບຊາຕານ. ຖ້າເຈົ້າຂາດຄວາມເຕີບໂຕ, ເຈົ້າກໍຄວນຮຽນຮູ້ທີ່ຈະແຍກແຍະ ແລະ ຢູ່ຫ່າງຈາກພວກເຂົາ. ຖ້າເຈົ້າມີຄວາມເຕີບໂຕ, ເຈົ້າກໍຄວນເປີດໂປງພວກເຂົາ. ພວກເຈົ້າກ້າເຮັດສິ່ງນີ້ບໍ? ພວກເຈົ້າຮູ້ວິທີເຮັດສິ່ງນີ້ບໍ? ສິ່ງນີ້ເປີດເຜີຍໃຫ້ເຫັນໄດ້ດີທີ່ສຸດວ່າ ຄົນໃດໜຶ່ງມີຄວາມຈິງຄວາມເປັນຈິງ ຫຼື ບໍ່. ເມື່ອຜູ້ເຊື່ອໃໝ່ບາງຄົນໄດ້ຍິນແນວຄິດ ແລະ ຄວາມເຂົ້າໃຈຜິດທີ່ຄົນປະເພດນີ້ເຜີຍແຜ່ກ່ຽວກັບພຣະເຈົ້າ, ພວກເຂົາກໍຕົກໃຈ ແລະ ເວົ້າວ່າ, “ຄົນທີ່ເຊື່ອໃນພຣະເຈົ້າຈະເວົ້າແບບນີ້ໄດ້ແນວໃດ?” ຖ້າຜູ້ຄົນທີ່ບໍ່ມີພື້ນຖານໄດ້ຍິນແນວຄິດ ແລະ ຄຳເວົ້າທີ່ຫຼອກລວງເຫຼົ່ານີ້, ພວກເຂົາຈະກາຍເປັນຄົນຄິດລົບ ແລະ ອ່ອນແອບໍ? ພວກເຂົາຈະຍອມຮັບຄຳເວົ້າທີ່ຫຼອກລວງເຫຼົ່ານີ້ບໍ? ພວກເຂົາຈະຖືກນໍາພາຢ່າງຜິດໆ ແລະ ອອກຈາກຄຣິສຕະຈັກບໍ? ສິ່ງເຫຼົ່ານີ້ລ້ວນແຕ່ເປັນໄປໄດ້. ເມື່ອຄົນທີ່ເຜີຍແຜ່ແນວຄິດເວົ້າວ່າ, “ຂ້ອຍຈະບໍ່ເຊື່ອໃນພຣະເຈົ້າອີກຕໍ່ໄປ”, ໂດຍບໍ່ຄຳນຶງວ່າພວກເຂົາຢູ່ໃນສະພາວະແບບໃດ ເມື່ອພວກເຂົາເວົ້າສິ່ງນີ້, ມັນກໍຊີ້ໃຫ້ເຫັນວ່າພວກເຂົາໄດ້ສູນເສຍຄວາມເຊື່ອໃນພຣະເຈົ້າຢ່າງສິ້ນເຊີງ ແລະ ເປັນຜູ້ບໍ່ເຊື່ອ. ໂດຍບໍ່ຄຳນຶງເຖິງຈຸດປະສົງຂອງພວກເຂົາໃນການເຜີຍແຜ່ຄຳເວົ້າດັ່ງກ່າວ, ເຈົ້າສາມາດໄດ້ຮັບການສ້າງສາໃດໆຈາກການໄດ້ຍິນຄຳເວົ້າເຫຼົ່ານັ້ນບໍ? (ບໍ່.) ເມື່ອເຈົ້າອ່ອນແອ ແລະ ໄດ້ຍິນຄຳເວົ້າເຫຼົ່ານີ້, ເຈົ້າອາດຈະຮູ້ສຶກວ່າ, “ຄົນຜູ້ນີ້ມີຄວາມທຸກຄືກັນກັບຂ້ອຍ; ເມື່ອພວກເຂົາເວົ້າກ່ຽວກັບແນວຄິດຂອງພວກເຂົາ, ມັນກໍຄືກັບວ່າພວກເຂົາກຳລັງເວົ້າແທນຄວາມຄິດໃນໃຈຂອງຂ້ອຍ”. ແຕ່ຢ່າງໃດກໍຕາມ, ຖ້າຄົນທີ່ມີຄວາມເຊື່ອໄດ້ຍິນຄຳເວົ້າເຫຼົ່ານີ້, ພວກເຂົາກໍຈະຄິດວ່າ, “ນີ້ມັນເປັນການກະບົດທີ່ອຸກອາດແທ້ໆ! ຄຳເວົ້າແບບນີ້ຈະເວົ້າອອກມາໄດ້ແນວໃດ? ນີ້ບໍ່ແມ່ນການໝິ່ນປະໝາດພຣະເຈົ້າບໍ? ຂ້ອຍບໍ່ກ້າເວົ້າສິ່ງດັ່ງກ່າວ, ເພາະມັນລ່ວງເກີນອຸປະນິໄສຂອງພຣະເຈົ້າ!” ຄວາມຈິງທີ່ວ່າພວກເຂົາສາມາດເຜີຍແຜ່ແນວຄິດເຫຼົ່ານີ້ໄດ້ຊີ້ໃຫ້ເຫັນວ່າແນວຄິດເຫຼົ່ານີ້ໄດ້ເກີດຂຶ້ນມາດົນແລ້ວ ແລະ ໄດ້ຝັງຮາກຢູ່ໃນຫົວໃຈຂອງພວກເຂົາແລ້ວ. ຖ້າແນວຄິດດັ່ງກ່າວຫາກໍເລີ່ມກໍ່ຕົວຂຶ້ນ ແລະ ຍັງຢູ່ໃນໄລຍະກຳລັງແຕກໜໍ່ ແລະ ພວກມັນຍັງບໍ່ທັນພັດທະນາເປັນແນວຄິດຢ່າງເຕັມທີ່, ຕາບໃດທີ່ຄົນໃດໜຶ່ງບໍ່ເວົ້າພວກມັນອອກມາ ແລະ ຍັງບໍ່ທັນໄດ້ນໍາພາຢ່າງຜິດໆ ຫຼື ລົບກວນຄົນອື່ນ, ສິ່ງນີ້ກໍສະແດງໃຫ້ເຫັນວ່າພວກເຂົາມີເຫດຜົນຢູ່ໜ້ອຍໜຶ່ງ; ພວກເຂົາສາມາດລະວັງຄຳເວົ້າຂອງຕົນ ແລະ ດັ່ງນັ້ນຈຶ່ງຫຼີກລ່ຽງຜົນສະທ້ອນທີ່ຈະຖືກກຳຈັດອອກ. ແຕ່ຖ້າພວກເຂົາເວົ້າມັນອອກມາ ແລະ ລົບກວນຊີວິດຄຣິສຕະຈັກ, ແລ້ວພວກເຂົາກໍບໍ່ສາມາດໄດ້ຮັບການປະຕິບັດຢ່າງສຸພາບອີກຕໍ່ໄປ; ພວກເຂົາຄວນຖືກເປີດໂປງ ແລະ ຖືກກຳຈັດອອກ. ຄົນທີ່ບໍ່ຮັກຄວາມຈິງ ແລະ ຂາດຄວາມສາມາດໃນການຢັ່ງຮູ້ຄວາມຈິງ ມັກຈະເກີດມີແນວຄິດຢູ່ເລື້ອຍໆ. ແຕ່ຢ່າງໃດກໍຕາມ, ຜູ້ທີ່ອ່ານພຣະທຳຂອງພຣະເຈົ້າເລື້ອຍໆ ແລະ ມີຄວາມສາມາດໃນການຢັ່ງຮູ້ ກໍຈະສະແຫວງຫາຄວາມຈິງເພື່ອແກ້ໄຂແນວຄິດຂອງພວກເຂົາ, ເຖິງແມ່ນວ່າພວກມັນຈະເກີດຂຶ້ນກໍຕາມ. ຜູ້ທີ່ເຜີຍແຜ່ແນວຄິດຢູ່ເລື້ອຍໆແມ່ນຖືກເປີດເຜີຍ ແລະ ຖືກກຳຈັດອອກໂດຍວຽກງານຂອງພຣະເຈົ້າ; ພວກເຂົາແມ່ນຄົນທີ່ບໍ່ຮັກຄວາມຈິງເລີຍ ແລະ ເປັນຜູ້ທີ່ບໍ່ສາມາດຍອມຮັບຄວາມຈິງໄດ້, ພວກເຂົາລ້ວນແຕ່ເບື່ອໜ່າຍຄວາມຈິງ ແລະ ກຽດຊັງຄວາມຈິງ. ສິ່ງນີ້ແມ່ນບໍ່ຕ້ອງສົງໄສເລີຍ.
ໃນຊີວິດຄຣິສຕະຈັກໃນຫຼາຍປະເທດ ແລະ ສະຖານທີ່ຕ່າງໆ, ການເຜີຍແຜ່ແນວຄິດເປັນເລື່ອງທີ່ມີຢູ່ຢ່າງແນ່ນອນ ເພາະວ່າຄົນທີ່ບໍ່ຮັກຄວາມຈິງມີຢູ່ທົ່ວທຸກແຫ່ງ. ຜູ້ທີ່ບໍ່ໄລ່ຕາມຄວາມຈິງ, ຜູ້ທີ່ເບື່ອໜ່າຍຄວາມຈິງ, ຜູ້ທີ່ສະແຫວງຫາຄວາມສຸກທາງເນື້ອໜັງ, ພ້ອມທັງຜູ້ບໍ່ເຊື່ອ, ຄົນຊົ່ວຊ້າ ແລະ ຄົນອື່ນໆ, ຍ້ອນວ່າພວກເຂົາບໍ່ໄລ່ຕາມຄວາມຈິງ, ຈຶ່ງມີແນວຄິດຕໍ່ພຣະທຳຂອງພຣະເຈົ້າ ແລະ ຕໍ່ພຣະເຈົ້າຜູ້ບັງເກີດເປັນເນື້ອໜັງຢູ່ສະເໝີ. ຫົວໃຈຂອງພວກເຂົາເຕັມໄປດ້ວຍແນວຄິດ, ເຕັມໄປດ້ວຍຈິນຕະນາການກ່ຽວກັບພຣະເຈົ້າ ແລະ ຂໍ້ຮຽກຮ້ອງຕໍ່ພຣະອົງ ແລະ ພວກເຂົາບໍ່ສາມາດເຂົ້າໃຈພຣະທຳທຸກຂໍ້ທີ່ພຣະເຈົ້າກ່າວໄດ້ຢ່າງບໍລິສຸດ; ພວກເຂົາພຽງແຕ່ເຂົ້າໃຈພຣະທຳເຫຼົ່ານັ້ນໂດຍອີງໃສ່ແນວຄິດ, ຄວາມມັກຂອງຕົນເອງ ແລະ ແມ່ນແຕ່ສິ່ງທີ່ໄດ້ຮັບ ແລະ ການສູນເສຍສ່ວນຕົວຂອງພວກເຂົາ. ຫົວໃຈຂອງພວກເຂົາເຕັມໄປດ້ວຍແນວຄິດ, ຈິນຕະນາການ ແລະ ຂໍ້ຮຽກຮ້ອງທີ່ບໍ່ມີເຫດຜົນຕ່າງໆຕໍ່ພຣະເຈົ້າ, ພ້ອມທັງຄວາມເຂົ້າໃຈຜິດ ແລະ ການຕັດສິນຕ່າງໆ ກ່ຽວກັບພຣະເຈົ້າ ແລະ ອື່ນໆ. ສະນັ້ນ, ມັນຈຶ່ງເປັນເລື່ອງທຳມະຊາດທີ່ຄົນເຫຼົ່ານີ້ຈະເຜີຍແຜ່ແນວຄິດ, ນີ້ບໍ່ແມ່ນເລື່ອງໃໝ່. ຕາບໃດທີ່ຄົນປະເພດນີ້ຍັງມີຢູ່, ການເຜີຍແຜ່ແນວຄິດກໍຈະເກີດຂຶ້ນເປັນບາງຄັ້ງຄາວ ແລະ ສາມາດເກີດຂຶ້ນໄດ້ທຸກເວລາ. ເມື່ອສິ່ງທີ່ພຣະເຈົ້າກ່າວ ຫຼື ກະທຳບໍ່ສອດຄ່ອງກັບແນວຄິດ ແລະ ຄວາມປາຖະໜາຂອງພວກເຂົາ ແລະ ເມື່ອມັນສົ່ງຜົນເສຍຕໍ່ຜົນປະໂຫຍດຂອງພວກເຂົາ, ພວກເຂົາກໍຈະໂກດແຄ້ນຂຶ້ນມາ ແລະ ເລີ່ມເວົ້າອອກມາເພື່ອຜົນປະໂຫຍດຂອງຕົນເອງ ແລະ ຂັດສູ້ກັບພຣະເຈົ້າ ແລະ ວຽກງານຂອງພຣະອົງ. ຄົນເຫຼົ່ານີ້ຢືນຢູ່ຝ່າຍກົງກັນຂ້າມກັບຄວາມຈິງ ແລະ ພຣະເຈົ້າຢູ່ສະເໝີ, ວິເຄາະ ແລະ ກວດສອບພຣະທຳຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ວຽກງານຂອງພຣະເຈົ້າ. ພວກເຂົາສືບຕໍ່ກວດສອບ ແລະ ກວດເບິ່ງຄວາມຖືກຕ້ອງຂອງພຣະທຳ ແລະ ວຽກງານຂອງພຣະເຈົ້າຢູ່ສະເໝີ ແລະ ພວກເຂົາຍັງຕ້ອງການຢັ້ງຢືນວ່າເນື້ອໜັງທີ່ພຣະເຈົ້າບັງເກີດເປັນນັ້ນ ສອດຄ່ອງກັບຕົວຕົນ ແລະ ສະຖານະຂອງພຣະເຈົ້າ ຫຼື ບໍ່. ໃນລະຫວ່າງຂະບວນການພິສູດຢືນຢັນຂອງພວກເຂົາ, ພວກເຂົາເຫັນວ່າມັນຍາກຫຼາຍທີ່ຈະໄດ້ຮັບຄຳຕອບທີ່ຖືກຕ້ອງ; ໃນສາຍຕາຂອງພວກເຂົາ, ມັນຍິ່ງຍາກຫຼາຍທີ່ພຣະທຳຂອງພຣະເຈົ້າຈະສຳເລັດຜົນ ແລະ ເປັນຈິງຂຶ້ນມາ. ສະນັ້ນ, ພວກເຂົາຈຶ່ງມີຫຼາຍເລື່ອງທີ່ຈະເວົ້າເມື່ອເຜີຍແຜ່ແນວຄິດ. ພວກເຂົາເຜີຍແຜ່ແນວຄິດຂອງພວກເຂົາໂດຍບໍ່ຄຳນຶງເຖິງເວລາ, ສະຖານທີ່ ຫຼື ບໍລິບົດ. ເມື່ອໃດກໍຕາມທີ່ພວກເຂົາຮູ້ສຶກບໍ່ພໍໃຈຕໍ່ພຣະເຈົ້າໃນທາງໃດທາງໜຶ່ງ, ພວກເຂົາກໍຈະວັດແທກສິ່ງຕ່າງໆ ໂດຍໃຊ້ແນວຄິດຂອງພວກເຂົາ. ຖ້າພຣະທຳ ແລະ ວຽກງານຂອງພຣະເຈົ້າບໍ່ສອດຄ່ອງກັບແນວຄິດຂອງພວກເຂົາ, ພວກເຂົາກໍຈະສະແດງແນວຄິດຂອງພວກເຂົາອອກມາຢ່າງໄວວາ. ພວກເຮົາກຳນົດລັກສະນະການສະແດງອອກປະເພດນີ້ວ່າເປັນການເຜີຍແຜ່. ເປັນຫຍັງຈຶ່ງເອີ້ນວ່າ “ການເຜີຍແຜ່”? ເພາະວ່າສິ່ງທີ່ພວກເຂົາສະແດງອອກບໍ່ໄດ້ສົ່ງຜົນດີຕໍ່ຜູ້ຄົນທີ່ພຣະເຈົ້າເລືອກ, ຊີວິດຄຣິສຕະຈັກ ຫຼື ວຽກງານຂອງເຮືອນຂອງພຣະເຈົ້າ. ແທນທີ່ຈະເປັນແນວນັ້ນ, ພວກມັນພຽງແຕ່ກໍ່ໃຫ້ເກີດການລົບກວນ, ການຂັດຂວາງ ແລະ ຄວາມເສຍຫາຍ. ສະນັ້ນ, ມັນຈຶ່ງຖືກຕ້ອງທີ່ຈະອ້າງອີງການກ່າວຄຳເຫັນດັ່ງກ່າວວ່າ “ການເຜີຍແຜ່”.
ຫຼັງຈາກທີ່ເຈົ້າໄດ້ຮັບການແຍກແຍະຂັ້ນພື້ນຖານບາງຢ່າງກ່ຽວກັບການເຜີຍແຜ່ແນວຄິດ, ເຈົ້າຄວນໄຈ້ແຍກ ແລະ ແຍກແຍະແນວຄິດ ແລະ ຄຳເຫັນທີ່ຜິດພາດຕ່າງໆຂອງຜູ້ຄົນໂດຍອີງໃສ່ຄວາມຈິງ ແລະ ຈາກນັ້ນກໍຈັດການ ແລະ ແກ້ໄຂພວກມັນຕາມລະບຽບການຂອງເຮືອນຂອງພຣະເຈົ້າ. ແນ່ນອນວ່າຜູ້ນໍາ ແລະ ຜູ້ເຮັດວຽກມີຄວາມຮັບຜິດຊອບທີ່ບໍ່ສາມາດຫຼີກລ່ຽງໄດ້ໃນການແກ້ໄຂບັນຫາດັ່ງກ່າວ. ໃນເວລາດຽວກັນ, ຜູ້ຄົນທີ່ພຣະເຈົ້າເລືອກທຸກຄົນ, ຫຼັງຈາກທີ່ໄດ້ຟັງການໂອ້ລົມນີ້ ກໍມີພັນທະ ແລະ ຄວາມຮັບຜິດຊອບທີ່ຈະເປີດໂປງ ແລະ ໄຈ້ແຍກຄົນທີ່ເຜີຍແຜ່ແນວຄິດ ແລະ ຄຳເວົ້າ ແລະ ພຶດຕິກຳຂອງພວກເຂົາ. ຖ້າເຈົ້າບໍ່ມີຄວາມກ້າຫານທີ່ຈະຢຸດຢັ້ງ ຫຼື ຈຳກັດພວກເຂົາ, ເຈົ້າກໍສາມາດໂອ້ລົມ ແລະ ໂຕ້ວາທີກັບພວກເຂົາໂດຍອີງໃສ່ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງທີ່ເຈົ້າເຂົ້າໃຈ. ຈຸດປະສົງຂອງການໂຕ້ວາທີດັ່ງກ່າວແມ່ນຫຍັງ? ມັນຄືການເຮັດໃຫ້ຜູ້ທີ່ມີຄວາມເຕີບໂຕຍັງນ້ອຍ ແລະ ບໍ່ມີຄວາມເຂົ້າໃຈໃນຄວາມຈິງສາມາດຮັບຮູ້ໄດ້ວ່າຄຳເວົ້າຂອງໃຜສອດຄ່ອງກັບຄວາມຈິງ ຫຼັງຈາກທີ່ພວກເຂົາໄດ້ຟັງການໂຕ້ວາທີ, ແທນທີ່ຈະຖືກນຳພາຢ່າງຜິດໆໄປແບບສັບສົນໂດຍແນວຄິດ ແລະ ຄຳເວົ້າທີ່ຫຼອກລວງທີ່ເຜີຍແຜ່ໂດຍຄົນບາງຄົນ. ສິ່ງນີ້ເປັນປະໂຫຍດຕໍ່ຜູ້ຄົນທີ່ພຣະເຈົ້າເລືອກ ແລະ ຕໍ່ຊີວິດຄຣິສຕະຈັກ. ເມື່ອພົບວ່າຄົນໃດໜຶ່ງກຳລັງເວົ້າຄຳເວົ້າທີ່ບໍ່ສອດຄ່ອງກັບຄວາມຈິງ, ບໍ່ວ່າຈະເປັນແນວຄິດຂອງມະນຸດ ຫຼື ຄຳເວົ້າທີ່ຫຼອກລວງ, ກໍຄວນມີການໂຕ້ວາທີ. ການໂຕ້ວາທີດັ່ງກ່າວສ້າງສາຜູ້ຄົນ. ຢ່າງໜ້ອຍທີ່ສຸດ, ຫຼັງຈາກທີ່ໄດ້ຟັງການໂຕ້ວາທີເຫຼົ່ານີ້, ຜູ້ສັງເກດການກໍສາມາດເຫັນໄດ້ຢ່າງຊັດເຈນວ່າ ຄຳເວົ້າຂອງຜູ້ທີ່ເຜີຍແຜ່ແນວຄິດແມ່ນແນວຄິດແທ້ໆ ແລະ ພວກເຂົາກໍສາມາດເຂົ້າໃຈໄດ້ວ່າດ້ານໃດຂອງແນວຄິດເຫຼົ່ານີ້ທີ່ບໍ່ສອດຄ່ອງກັບຄວາມຈິງ, ແກ່ນແທ້ຂອງແນວຄິດແມ່ນຫຍັງ, ເປັນຫຍັງພວກມັນຈຶ່ງບໍ່ສອດຄ່ອງກັບຄວາມຈິງ, ເປັນຫຍັງພວກມັນຈຶ່ງຖືກກຳນົດລັກສະນະວ່າເປັນແນວຄິດ, ເປັນຫຍັງຄົນທີ່ເຜີຍແຜ່ພວກມັນຈຶ່ງຄວນຖືກຈຳກັດ ແລະ ອື່ນໆ, ພວກເຂົາສາມາດມີການຢັ່ງຮູ້ທີ່ຖືກຕ້ອງກ່ຽວກັບເລື່ອງເຫຼົ່ານີ້, ແທນທີ່ຈະຖືກນໍາພາຢ່າງຜິດໆ ແລະ ຖືກປັ່ນຫົວຢ່າງສັບສົນ. ເຖິງແມ່ນວ່າແນວຄິດທີ່ເຜີຍແຜ່ໂດຍຜູ້ຄົນສາມາດກໍ່ໃຫ້ເກີດການລົບກວນ ແລະ ຄວາມເສຍຫາຍບາງຢ່າງຕໍ່ທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ ແລະ ຕໍ່ຊີວິດຄຣິສຕະຈັກ, ການມີປະສົບການກັບສິ່ງເຫຼົ່ານີ້ກໍບໍ່ແມ່ນສິ່ງທີ່ບໍ່ດີແທ້ໆສຳລັບຜູ້ຄົນ. ຢ່າງໜ້ອຍທີ່ສຸດ, ມັນກໍຊ່ວຍເຮັດໃຫ້ພວກເຂົາເຕີບໂຕໃນການແຍກແຍະ, ເຫັນວ່າໂສມໜ້າທີ່ແທ້ຈິງຂອງຜູ້ທີ່ເຜີຍແຜ່ແນວຄິດເປັນແນວໃດ, ເຫັນວ່າພວກເຂົາເປີດເຜີຍອຸປະນິໄສຫຍັງ ເມື່ອເຜີຍແຜ່ແນວຄິດ ແລະ ເຫັນຄວາມແຕກຕ່າງລະຫວ່າງແນວຄິດທີ່ພວກເຂົາເຜີຍແຜ່ ແລະ ຄວາມຈິງ. ໃນດ້ານໜຶ່ງ, ຜູ້ຄົນຈະສາມາດແຍກແຍະຄຳເຫັນເຫຼົ່ານີ້ ແລະ ມີພູມຄຸ້ມກັນຕໍ່ພວກມັນ. ໃນອີກດ້ານໜຶ່ງ, ພວກເຂົາກໍຈະມີການແຍກແຍະບາງຢ່າງກ່ຽວກັບຄົນປະເພດນີ້ ແລະ ຮູ້ວ່າຄຳເວົ້າປະເພດໃດທີ່ຖືກເວົ້າໂດຍຜູ້ບໍ່ເຊື່ອ, ໂດຍຜູ້ທີ່ບໍ່ມີຄວາມຈິງໃດໆເລີຍ ແລະ ມັກມີແນວຄິດຕໍ່ພຣະເຈົ້າ ແລະ ຮູ້ວ່າຄວາມເຊື່ອຂອງພວກເຂົາບໍ່ແມ່ນຄວາມເຊື່ອທີ່ແທ້ຈິງ, ຢ່າງໜ້ອຍທີ່ສຸດ, ຜູ້ຄົນກໍສາມາດໄດ້ຮັບການແຍກແຍະປະເພດນີ້. ແນ່ນອນວ່າ, ຖ້າເຈົ້າຍັງບໍ່ທັນໄດ້ພົບພໍ້ກັບບັນຫາເຫຼົ່ານີ້, ກໍຢ່າອະທິຖານຢ່າງບໍ່ຄິດ, ໂດຍກ່າວວ່າ, “ໂອ້ ພຣະເຈົ້າ, ກະລຸນາຈັດສະພາບແວດລ້ອມໃຫ້ຂ້ານ້ອຍ ເພື່ອໃຫ້ຂ້ານ້ອຍສາມາດເຫັນໄດ້ວ່າ ‘ແນວຄິດທີ່ຜູ້ຄົນເຜີຍແຜ່’ ໝາຍຄວາມວ່າແນວໃດ”. ການໄດ້ເປັນພະຍານຕໍ່ການເຜີຍແຜ່ແນວຄິດບໍ່ແມ່ນເລື່ອງຫຼິ້ນ ແລະ ສາມາດເຮັດໃຫ້ເຈົ້າຖືກນໍາພາຢ່າງຜິດໆໄດ້ຢ່າງງ່າຍດາຍ. ແລ້ວເມື່ອສິ່ງເຫຼົ່ານີ້ເກີດຂຶ້ນ, ເຈົ້າກໍຄວນຈັດການກັບພວກມັນຢ່າງຖືກຕ້ອງ. ຢ່າປ່ອຍໃຫ້ພວກມັນຜ່ານໄປ ຫຼື ຫຼີກລ່ຽງພວກມັນ; ຈົ່ງປະເຊີນໜ້າກັບພວກມັນຢ່າງຖືກຕ້ອງ ແລະ ປະເຊີນກັບທຸກສະພາບແວດລ້ອມທີ່ພຣະເຈົ້າໄດ້ຈັດຕຽມໄວ້ໃຫ້ເຈົ້າ ດ້ວຍທັດສະນະຄະຕິທີ່ຈິງຈັງ ແລະ ເຂັ້ມງວດ. ນີ້ຄືທັດສະນະຄະຕິທີ່ຄົນທີ່ໄລ່ຕາມຄວາມຈິງຄວນມີ ເພື່ອທີ່ຈະໄດ້ຮັບຄວາມຈິງ. ເມື່ອເຈົ້າພົບຄົນທີ່ກຳລັງເຜີຍແຜ່ແນວຄິດ, ເຈົ້າຄວນຮຽນຮູ້ທີ່ຈະອະທິຖານຕໍ່ພຣະເຈົ້າວ່າ: “ໂອ້ ພຣະເຈົ້າ, ກະລຸນາຢູ່ກັບຂ້ານ້ອຍ, ຈົ່ງໃຫ້ຄວາມສະຫວ່າງ ແລະ ຊີ້ນຳຂ້ານ້ອຍ, ເພື່ອໃຫ້ຂ້ານ້ອຍສາມາດແຍກແຍະຄຳເວົ້າເຫຼົ່ານີ້ ແລະ ຄົນປະເພດນີ້ໄດ້ ແລະ ຂໍຊ່ວຍໃຫ້ຂ້ານ້ອຍຮັບຮູ້ໄດ້ວ່າ ຂ້ານ້ອຍມີແນວຄິດຂອງຄົນເຫຼົ່ານີ້ຢູ່ໃນຕົວຂ້ານ້ອຍຫຼື ບໍ່”. ຈາກນັ້ນ, ຫຼັງຈາກອະທິຖານ, ຈົ່ງໄປ ແລະ ມີປະສົບການກັບເລື່ອງນີ້. ແນ່ນອນວ່າ, ນີ້ກໍຈະເປັນເວລາທີ່ເຈົ້າຖືກທົດສອບກ່ຽວກັບວ່າເຈົ້າເຂົ້າໃຈຄວາມຈິງຫຼາຍສໍ່າໃດແທ້ ແລະ ຄວາມເຕີບໂຕຂອງເຈົ້າໃຫຍ່ສໍ່າໃດ. ເມື່ອຄົນໃດໜຶ່ງກຳລັງເຜີຍແຜ່ແນວຄິດ, ຖ້າເຈົ້າໄດ້ຍິນພວກເຂົາ ແລະ ບໍ່ມີປະຕິກິລິຍາພາຍໃນ ຫຼື ມີຄວາມຄິດໃດໆ ແລະ ກົງກັນຂ້າມເປັນພຽງຄືກັບວິທະຍຸ, ຍອມຮັບທຸກແນວຄິດທີ່ພວກເຂົາສະແດງອອກ ແລະ ເຜີຍແຜ່ ໂດຍບໍ່ມີການຕໍ່ຕ້ານ ຫຼື ຄວາມສາມາດທີ່ຈະປະຕິເສດພວກມັນ ແລະ ຍິ່ງໄປກວ່ານັ້ນກໍບໍ່ມີຄວາມສາມາດທີ່ຈະແຍກແຍະພວກມັນໄດ້, ນີ້ບໍ່ແມ່ນເລື່ອງທີ່ເປັນບັນຫາຫຼາຍບໍ? ບາງຄົນ, ເມື່ອພວກເຂົາໄດ້ຍິນຄົນໃດໜຶ່ງສະແດງແນວຄິດ, ກໍຮູ້ສຶກໃນໃຈວ່າສິ່ງທີ່ກຳລັງເວົ້າຢູ່ນັ້ນຜິດ ແລະ ພວກເຂົາຢາກໂອ້ລົມ ແລະ ໂຕ້ວາທີກັບຄົນນັ້ນ, ແຕ່ພວກເຂົາບໍ່ຮູ້ວ່າຈະສະແດງອອກຢ່າງເໝາະສົມໄດ້ແນວໃດ ຫຼື ພວກເຂົາຄວນເປີດໂປງ ແລະ ໄຈ້ແຍກຄົນນັ້ນແນວໃດ. ພວກເຂົາຍັງຢ້ານອີກວ່າ ຖ້າພວກເຂົາໂຕ້ແຍ້ງຄືນບໍ່ໄດ້ຢ່າງມີປະສິດທິຜົນ, ພວກເຂົາຈະໜ້າແດງ ແລະ ເມື່ອພວກເຂົາປະລາໄຊໃນທີ່ສຸດ ພວກເຂົາກໍຈະເສຍໜ້າ ແລະ ຕົກຢູ່ໃນສະຖານະການທີ່ໜ້າອຶດອັດ. ແຕ່ຢ່າງໃດກໍຕາມ, ພວກເຂົາຍັງຮູ້ສຶກບໍ່ເຕັມໃຈທີ່ຈະປ່ອຍມັນໄປໂດຍບໍ່ໂຕ້ວາທີອີກດ້ວຍ, ໂດຍຄິດວ່າ: “ຂ້ອຍໄດ້ຟັງຄຳເທດສະໜາຫຼາຍແລ້ວ ແລະ ກໍເຂົ້າໃຈຫຼາຍພໍສົມຄວນ, ແລ້ວເປັນຫຍັງຂ້ອຍຈຶ່ງຂາດຄຳເວົ້າທີ່ຈະໂຕ້ແຍ້ງພວກເຂົາ? ຂ້ອຍບໍ່ມີແນວຄິດຕໍ່ພຣະເຈົ້າ ແລະ ຂ້ອຍມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ, ແລ້ວເປັນຫຍັງຂ້ອຍຈຶ່ງບໍ່ສາມາດອະທິບາຍສິ່ງຕ່າງໆໄດ້ຢ່າງຊັດເຈນ ໃນຕອນນີ້ທີ່ເຖິງເວລາໂຕ້ແຍ້ງຄຳເວົ້າທີ່ຫຼອກລວງຂອງພວກເຂົາ?” ພວກເຂົາເບິ່ງຄົນທີ່ກຳລັງເຜີຍແຜ່ແນວຄິດເວົ້າຫຼາຍຂຶ້ນເລື້ອຍໆ, ໂດຍຄຳເວົ້າຂອງພວກເຂົາກາຍເປັນສິ່ງທີ່ເຫຼວໄຫຼ ແລະ ໜ້າລັງກຽດຫຼາຍຂຶ້ນເລື້ອຍໆ, ແຕ່ພວກເຂົາກໍບໍ່ສາມາດໂຕ້ແຍ້ງ ຫຼື ໄຈ້ແຍກພວກເຂົາໄດ້ ແລະ ພວກເຂົາບໍ່ສາມາດລຸກຂຶ້ນ ແລະ ເປີດໂປງພວກເຂົາ, ຍິ່ງບໍ່ຕ້ອງເວົ້າເຖິງການຢຸດຢັ້ງພວກເຂົາ, ເຊິ່ງເຮັດໃຫ້ພວກເຂົາຮູ້ສຶກກະວົນກະວາຍ ແລະ ກັງວົນໃຈຢ່າງຍິ່ງຢູ່ພາຍໃນ. ໃນເວລານີ້ເອງທີ່ພວກເຂົາຮັບຮູ້ວ່າຄວາມເຕີບໂຕຂອງພວກເຂົານ້ອຍເກີນໄປ ແລະ ເຫັນວ່າຄວາມເຂົ້າໃຈຂອງພວກເຂົາກ່ຽວກັບຄວາມຈິງຍັງບໍ່ທັນກາຍເປັນທັດສະນະທີ່ສົມບູນ ແລະ ຖືກຕ້ອງ, ວ່າມັນເປັນພຽງແຕ່ວະລີທີ່ບໍ່ຕໍ່ເນື່ອງ, ແສງສະຫວ່າງ ແລະ ແນວຄິດທີ່ກະຈັດກະຈາຍ ແລະ ບໍ່ແມ່ນຄວາມຮູ້ທີ່ແທ້ຈິງກ່ຽວກັບຄວາມຈິງເລີຍ. ພວກເຂົາຮູ້ດີວ່າຄົນຜູ້ນີ້ກຳລັງເຜີຍແຜ່ແນວຄິດ ແລະ ນໍາພາຄົນອື່ນຢ່າງຜິດໆ ແລະ ພວກເຂົາເປັນຜູ້ບໍ່ເຊື່ອ ແລະ ພວກເຂົາຢາກເປີດໂປງຄົນເຫຼົ່ານັ້ນ ແລະ ໂຕ້ແຍ້ງທັດສະນະຂອງພວກເຂົາ, ພຽງແຕ່ວ່າພວກເຂົາຂາດຄຳເວົ້າທີ່ເໝາະສົມ ແລະ ມີພະລັງທີ່ຈະເຮັດເຊັ່ນນັ້ນ. ພວກເຂົາເຮັດໄດ້ພຽງແຕ່ເວົ້າວ່າ “ທຸກສິ່ງທີ່ພຣະເຈົ້າເຮັດແມ່ນດີ; ເຈົ້າຕ້ອງຍອມຮັບມັນ. ພຣະເຈົ້າຊົ່ງບໍລິສຸດ ແລະ ສົມບູນແບບ; ພຣະອົງບໍ່ໄດ້ເປັນຄືເຈົ້າເວົ້າເລີຍ. ພຣະເຈົ້າຊົ່ງອຳນາດສູງສຸດເໜືອທຸກສິ່ງ ແລະ ຜູ້ຄົນແມ່ນສິ່ງຖືກສ້າງ. ພວກເຂົາຄວນອ່ອນນ້ອມຕໍ່ພຣະເຈົ້າ. ຜູ້ຄົນບໍ່ໄດ້ເສຍປ່ຽບຫຍັງເລີຍຈາກການອ່ອນນ້ອມຕໍ່ພຣະເຈົ້າ”. ພວກເຂົາສາມາດເວົ້າໄດ້ພຽງແຕ່ທິດສະດີແບບງູໆປາໆເຫຼົ່ານີ້ທີ່ບໍ່ໄດ້ແຕະຕ້ອງຈຸດສຳຄັນເລີຍ. ຫຼັງຈາກທີ່ໄດ້ມີປະສົບການກັບເຫດການພິເສດນີ້, ພວກເຂົາກໍຮັບຮູ້ວ່າຄວາມເຕີບໂຕຂອງພວກເຂົານ້ອຍເກີນໄປ ແລະ ຄິດວ່າ, “ເປັນຫຍັງຂ້ອຍຈຶ່ງໄຮ້ຄວາມສາມາດແທ້? ໂດຍປົກກະຕິແລ້ວ, ຂ້ອຍສາມາດເວົ້າຫຼັກຄຳສອນທີ່ຍິ່ງໃຫຍ່ໄດ້ຢ່າງຕໍ່ເນື່ອງ, ເວົ້າໄດ້ຢ່າງຄ່ອງແຄ້ວ; ຂ້ອຍສາມາດເວົ້າໄດ້ໜຶ່ງຊົ່ວໂມງໃນການເຕົ້າໂຮມໂດຍບໍ່ມີບັນຫາ ແລະ ຂຽນບັນທຶກຄຳເທດສະໜາສາມຫາຫ້າໜ້າໄດ້ຢ່າງສະບາຍ, ຮູ້ສຶກໝັ້ນໃຈຫຼາຍໃນດ້ານນີ້. ແຕ່ເມື່ອປະເຊີນໜ້າກັບຄົນທີ່ເຜີຍແຜ່ແນວຄິດແບບນີ້, ພິພາກສາ ແລະ ໝິ່ນປະໝາດພຣະເຈົ້າແບບນີ້, ເປັນຫຍັງຂ້ອຍຈຶ່ງບໍ່ມີຄວາມຕື່ນຕົວ, ບໍ່ມີການຕອບສະໜອງ? ເປັນຫຍັງຂ້ອຍຈຶ່ງບໍ່ສາມາດເປີດໂປງ ແລະ ໂຕ້ແຍ້ງຢ່າງມີພະລັງໄດ້?” ພວກເຂົາຄົ້ນພົບຫຍັງຈາກສິ່ງນີ້? ມັນບໍ່ແມ່ນວ່າພວກເຂົາຮັບຮູ້ວ່າພວກເຂົາບໍ່ເຂົ້າໃຈຄວາມຈິງບໍ? ການຮັບຮູ້ນີ້ເປັນສິ່ງທີ່ດີ ຫຼື ບໍ່ດີ? (ສິ່ງທີ່ດີ.) ໃນທີ່ສຸດ, ພວກເຂົາກໍຄົ້ນພົບຄວາມເຕີບໂຕຕົວຈິງຂອງພວກເຂົາ. ຖ້າພວກເຂົາບໍ່ໄດ້ພົບພໍ້ກັບຄົນທີ່ເຜີຍແຜ່ແນວຄິດ, ພວກເຂົາອາດຈະຍັງຄິດວ່າພວກເຂົາມີຄວາມເຕີບໂຕ, ເຂົ້າໃຈຄວາມຈິງ, ມີການແຍກແຍະ, ສາມາດເບິ່ງທະລຸທຸກສິ່ງ, ສາມາດເທດສະໜາຫຼັກຄຳສອນຕ່າງໆຝ່າຍວິນຍານ ແລະ ສາມາດໂອ້ລົມກ່ຽວກັບທຸກຄວາມຈິງໄດ້ໜ້ອຍໜຶ່ງດ້ວຍຄວາມຄຸ້ນເຄີຍຢ່າງຍິ່ງ. ແຕ່ຢ່າງໃດກໍຕາມ, ເມື່ອປະເຊີນໜ້າກັບຄົນທີ່ເຜີຍແຜ່ແນວຄິດ, ເຖິງແມ່ນວ່າພວກເຂົາຈະຮູ້ວ່າມັນຜິດ, ພວກເຂົາກໍພົບວ່າຕົນເອງໝົດປັນຍາ, ບໍ່ສາມາດເຮັດຫຍັງໄດ້ ແລະ ໃນທີ່ສຸດກໍປະລາໄຊ. ສິ່ງນີ້ໜ້າອັບອາຍບໍ? ມັນເປັນເລື່ອງທີ່ມີກຽດບໍ? (ບໍ່.) ແລ້ວຈະແກ້ໄຂບັນຫານີ້ໄດ້ແນວໃດ? ຖ້າເຈົ້າບໍ່ມີຄຳເວົ້າທີ່ເໝາະສົມທີ່ຈະໂຕ້ແຍ້ງກັບພວກເຂົາ ແລະ ເຈົ້າຍັງຕ້ອງການຫຼີກລ່ຽງຄວາມໜ້າອັບອາຍ ແລະ ຍຶດໝັ້ນໃນການເປັນພະຍານຂອງຕົນ ເພື່ອເຮັດໃຫ້ຊາຕານອັບອາຍ ແລະ ປະລາໄຊຢ່າງສິ້ນເຊີງ, ເຈົ້າຄວນເຮັດແນວໃດ? ເຮົາຈະບອກວິທີທີ່ມີປະສິດທິຜົນໃຫ້ພວກເຈົ້າ: ຖ້າເຈົ້າເຫັນພວກເຂົາເຜີຍແຜ່ແນວຄິດຢ່າງບໍ່ຢຸດຢັ້ງ ແລະ ຄົນສ່ວນໃຫຍ່ຂາດການແຍກແຍະ ແລະ ໄດ້ຮັບອິດທິພົນຈາກພວກເຂົາ, ແຕ່ເຈົ້າບໍ່ສາມາດໂຕ້ແຍ້ງພວກເຂົາໄດ້, ກໍເຖິງເວລາທີ່ຕ້ອງໃຊ້ຄວາມເດັດຂາດ; ໃຫ້ທຸບໂຕະ ແລະ ເວົ້າວ່າ, “ມິດປາກ! ເຈົ້າກຳລັງເວົ້າຫຍັງຢູ່? ຂ້ອຍອາດຈະໂຕ້ແຍ້ງເຈົ້າບໍ່ໄດ້, ແຕ່ຂ້ອຍຮູ້ວ່າເຈົ້າເປັນຜູ້ບໍ່ເຊື່ອ! ເບິ່ງແມວ່າເຈົ້າກຳລັງເວົ້າຫຍັງ; ມີຄຳໃດແດ່ທີ່ສອດຄ່ອງກັບຄວາມຈິງ? ເຈົ້າໄດ້ຮັບພຣະຄຸນຂອງພຣະເຈົ້າມາຫຼາຍປີແລ້ວ, ເຈົ້າເຄີຍເວົ້າຄຳສັນລະເສີນ ຫຼື ເປັນພະຍານເພື່ອພຣະເຈົ້າຈັກຄຳແດ່ບໍ? ເຈົ້າມີຄວາມຄັບແຄ້ນໃຈຕໍ່ພຣະເຈົ້າ; ຖ້າເຈົ້າມີປັນຍາແທ້, ກໍຈົ່ງຂຶ້ນໄປສະຫວັນຊັ້ນສາມໂດຍກົງ ແລະ ເວົ້າກັບພຣະເຈົ້າໂດຍກົງ. ຢຸດກໍ່ກວນຢູ່ບ່ອນນີ້. ຕອນນີ້ເຮົາຂໍສັ່ງເຈົ້າຢ່າງເປັນທາງການ, ໄສຫົວອອກໄປ!” ພວກເຈົ້າກ້າເວົ້າແບບນີ້ບໍ? ນີ້ແມ່ນຄວາມຫົວຮ້ອນບໍ? (ບໍ່, ບໍ່ແມ່ນ.) ນີ້ຄືການປະກາດຕໍ່ຊາຕານ. ຈົ່ງເຮັດແບບນີ້. ບອກພວກເຂົາວ່າ, “ໄສຫົວໄປ, ເຈົ້າຄົນບໍ່ເຊື່ອ! ເຈົ້າໄດ້ຮັບພຣະຄຸນຂອງພຣະເຈົ້າຫຼາຍຢ່າງລ້າໆ, ເຈົ້າຄົນຊົ່ວທີ່ໄຮ້ຈິດສຳນຶກ; ເຈົ້າບໍ່ສົມຄວນທີ່ຈະເປັນມະນຸດ!” ພຽງສາມຄຳ: “ໄສຫົວໄປ!” ຟັງເບິ່ງເປັນແນວໃດ? ມັນມີພະລັງ, ແຕ່ບໍ່ສາມາດໃຊ້ຊະຊາຍໄດ້. ເຈົ້າບໍ່ຄວນເວົ້າແບບນີ້ກັບອ້າຍເອື້ອຍນ້ອງໃໝ່ໃນຄວາມເຊື່ອທີ່ຍັງບໍ່ທັນເຂົ້າໃຈຄວາມຈິງ, ແຕ່ໃຫ້ເວົ້າກັບຜູ້ບໍ່ເຊື່ອ ແລະ ຄົນຮັບໃຊ້ຂອງຊາຕານ, ເຈົ້າສາມາດອອກຄຳສັ່ງດັ່ງກ່າວໄດ້ຢ່າງໄຮ້ປານີວ່າ: “ນີ້ຄືເຮືອນຂອງພຣະເຈົ້າ, ເປັນບ້ານຂອງອ້າຍເອື້ອຍນ້ອງທີ່ແທ້ຈິງ, ເປັນບ້ານຂອງຜູ້ທີ່ຕິດຕາມພຣະເຈົ້າ. ນີ້ບໍ່ແມ່ນບ້ານຂອງຊາຕານ ແລະ ມານຮ້າຍ. ຊາຕານ ແລະ ມານຮ້າຍບໍ່ເປັນທີ່ຕ້ອງການຢູ່ບ່ອນນີ້. ເຈົ້າເປັນຊາຕານ ແລະ ເປັນມານຮ້າຍ, ສະນັ້ນ ໄສຫົວໄປ!” ສິ່ງນີ້ເໝາະສົມບໍ? (ເໝາະສົມ.) ນີ້ບໍ່ແມ່ນວິທີທີ່ດີທີ່ສຸດ; ມັນເປັນພຽງເພາະວ່າຄວາມເຕີບໂຕຂອງພວກເຈົ້າຍັງນ້ອຍ, ເພາະວ່າພວກເຈົ້າບໍ່ມີຄວາມເຕີບໂຕພຽງພໍທີ່ຈະຕໍ່ສູ້ກັບຊາຕານ, ເຮົາກຳລັງສອນວິທີນີ້ໃຫ້ພວກເຈົ້າ. ທີ່ຈິງແລ້ວ, ມັນບໍ່ແມ່ນວິທີທີ່ດີເລີດ. ວິທີທີ່ດີເລີດກໍຄື, ຖ້າພວກເຈົ້າເຂົ້າໃຈຄວາມຈິງຫຼາຍຢ່າງ ແລະ ມີຄວາມເຊື່ອທີ່ແທ້ຈິງ ແລະ ຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ, ເຈົ້າກໍສາມາດໂຕ້ແຍ້ງພວກເຂົາໄດ້ ແລະ ເຈົ້າກໍໂຕ້ແຍ້ງພວກເຂົາຢ່າງລະອຽດຖີ່ຖ້ວນຈົນພວກເຂົາອັບອາຍຂາຍໜ້າຢ່າງສິ້ນເຊີງ, ຈົນໃນທີ່ສຸດພວກເຂົາກໍເວົ້າກັບທຸກຄົນວ່າ: “ຂ້ອຍບໍ່ສາມາດຮັກສາຄວາມເຊື່ອຂອງຂ້ອຍໄດ້; ຂ້ອຍອັບອາຍເກີນກວ່າທີ່ຈະປະເຊີນໜ້າກັບພວກເຈົ້າ. ຂ້ອຍເປັນມານຮ້າຍ ແລະ ເປັນຊາຕານ; ຂ້ອຍຈະອອກຈາກຄຣິສຕະຈັກເອງ”. ເນື່ອງຈາກວ່າຕອນນີ້ພວກເຈົ້າບໍ່ມີຄວາມສາມາດນີ້, ພວກເຈົ້າກໍຄວນປະຕິບັດຕໍ່ຜູ້ທີ່ເຜີຍແຜ່ແນວຄິດຢູ່ເລື້ອຍໆ ຕາມວິທີທີ່ເຮົາໄດ້ສອນພວກເຈົ້າ.
ຕອນນີ້ພວກເຈົ້າຮູ້ວິທີຈັດການກັບຜູ້ທີ່ເຜີຍແຜ່ແນວຄິດໃນຄຣິສຕະຈັກຢູ່ເລື້ອຍໆແລ້ວບໍ? ຕອນນີ້ພວກເຈົ້າສາມາດແຍກແຍະຜູ້ທີ່ເຜີຍແຜ່ແນວຄິດເພື່ອນຳພາຜູ້ຄົນຢ່າງຜິດໆໄດ້ແລ້ວບໍ? (ແມ່ນແລ້ວ.) ຄຳເວົ້າປະເພດຫຼັກໆ ທີ່ເຜີຍແຜ່ແນວຄິດແມ່ນຫຍັງ? ປະເພດໜຶ່ງແມ່ນແນໃສ່ພຣະທຳຂອງພຣະເຈົ້າ, ອີກປະເພດໜຶ່ງແມ່ນແນໃສ່ວຽກງານຂອງພຣະເຈົ້າ ແລະ ອີກປະເພດໜຶ່ງແມ່ນແນໃສ່ອຸປະນິໄສ ແລະ ແກ່ນແທ້ຂອງພຣະເຈົ້າ. ຄຳເວົ້າປະເພດເຫຼົ່ານີ້ມີຕັ້ງແຕ່ລະດັບເບົາບາງ, ເຊັ່ນ: ຈິນຕະນາການ ແລະ ການຕີຄວາມໝາຍຜິດກ່ຽວກັບພຣະເຈົ້າ, ໄປຈົນເຖິງລະດັບທີ່ຮ້າຍແຮງ, ເຊັ່ນ: ການພິພາກສາ, ການກ່າວໂທດ ແລະ ການໝິ່ນປະໝາດພຣະເຈົ້າ. ນອກເໜືອຈາກສິ່ງເຫຼົ່ານີ້, ຍັງມີຄຳເຫັນທີ່ເປັນລົບ ແລະ ຕໍ່ຕ້ານຂອງຜູ້ຄົນ, ເຊິ່ງສະແດງອອກເຖິງສິ່ງຕ່າງໆ ເຊັ່ນ: ການຈົ່ມວ່າ, ການຂັດຂືນ ແລະ ຄວາມບໍ່ພໍໃຈຕໍ່ພຣະເຈົ້າ. ສະຫຼຸບແລ້ວ, ຄຳເວົ້າທີ່ເຜີຍແຜ່ແນວຄິດລ້ວນແຕ່ມີລັກສະນະເປັນການຕໍ່ຕ້ານ, ການພິພາກສາ, ການກ່າວໂທດ ແລະ ການໝິ່ນປະໝາດພຣະເຈົ້າ ແລະ ຜົນສະທ້ອນທີ່ມັນກໍ່ໃຫ້ເກີດກໍຄື ເຮັດໃຫ້ຜູ້ຄົນສົງໄສ ແລະ ລະວັງຕົວຕໍ່ພຣະເຈົ້າ, ເຂົ້າໃຈຜິດ ແລະ ຕີຕົວອອກຫ່າງຈາກພຣະອົງ ແລະ ແມ່ນແຕ່ປະຕິເສດພຣະອົງ. ສິ່ງເຫຼົ່ານີ້ຄວນຈະແຍກແຍະໄດ້ງ່າຍ.
3. ຫຼັກການ ແລະ ແນວທາງໃນການແກ້ໄຂແນວຄິດ
ຍັງມີບາງສິ່ງກ່ຽວກັບການເຜີຍແຜ່ແນວຄິດທີ່ຈຳເປັນຕ້ອງໄດ້ໂອ້ລົມກັນ. ບາງຄົນເວົ້າວ່າ: “ພວກເຮົາຕ້ອງປະຕິບັດການເປີດໂປງ ແລະ ການໄຈ້ແຍກໃນລະຫວ່າງຊີວິດຄຣິສຕະຈັກ ເມື່ອເວົ້າເຖິງການເຜີຍແຜ່ແນວຄິດ ແລະ ຈຳກັດມັນ. ແຕ່ຢ່າງໃດກໍຕາມ, ໃນລະຫວ່າງການເຊື່ອໃນພຣະເຈົ້າ, ພວກເຮົາມີແນວໂນ້ມທີ່ຈະເກີດມີແນວຄິດຕ່າງໆ; ນີ້ແມ່ນສິ່ງທີ່ນອກເໜືອການຄວບຄຸມຂອງພວກເຮົາ. ສະນັ້ນ, ເມື່ອເວົ້າເຖິງແນວຄິດ, ພວກເຮົາຄວນປະຕິບັດຕາມແນວທາງການປະຕິບັດແບບໃດ ເພື່ອໃຫ້ພວກເຮົາສາມາດປະຕິບັດໄດ້ຢ່າງຖືກຕ້ອງ ແລະ ບໍ່ກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງໃນລະຫວ່າງຊີວິດຄຣິສຕະຈັກ, ສົ່ງຜົນກະທົບທີ່ບໍ່ດີຕໍ່ຄົນອື່ນ ຫຼື ກໍ່ໃຫ້ເກີດຄວາມສູນເສຍຕໍ່ຊີວິດຂອງຄົນອື່ນ? ແມ່ນຫຍັງຄືວິທີການປະຕິບັດທີ່ເໝາະສົມ?” ການທີ່ຄົນເຮົາມີແນວຄິດບໍ່ແມ່ນຄວາມຈິງບໍ? ມັນຫຼີກລ່ຽງບໍ່ໄດ້ແມ່ນບໍ່? (ແມ່ນແລ້ວ.) ບາງຄົນເວົ້າວ່າ, “ມີພຽງແຕ່ຜູ້ທີ່ບໍ່ໄລ່ຕາມຄວາມຈິງເທົ່ານັ້ນທີ່ຈະເກີດມີແນວຄິດ”. ຄຳເວົ້ານີ້ຖືກຕ້ອງບໍ? ມັນຖືກຕ້ອງພຽງສ່ວນໜຶ່ງ. ຜູ້ທີ່ໄລ່ຕາມຄວາມຈິງກໍອາດຈະເກີດມີແນວຄິດກ່ຽວກັບພຣະເຈົ້າເປັນບາງຄັ້ງຄາວເຊັ່ນກັນ ເມື່ອພວກເຂົາພົບພໍ້ກັບສະຖານະການພິເສດ ເພາະກ່ອນທີ່ຜູ້ຄົນຈະເຂົ້າໃຈຄວາມຈິງ ແລະ ເຈດຕະນາຂອງພຣະເຈົ້າ ແລະ ກ່ອນທີ່ພວກເຂົາຈະມີຄວາມຮູ້ກ່ຽວກັບພຣະເຈົ້າ, ພວກເຂົາຈະເກີດມີແນວຄິດບາງຢ່າງກ່ຽວກັບພຣະທຳ ແລະ ວຽກງານຂອງພຣະເຈົ້າ. ແນວຄິດເຫຼົ່ານີ້ແມ່ນຄວາມຄິດທີ່ຫຼອກລວງບາງຢ່າງຂອງມະນຸດທີ່ບໍ່ສອດຄ່ອງກັບຄວາມຈິງ. ແນວຄິດບາງຢ່າງອາດຈະສອດຄ່ອງກັບສິນລະທຳ, ປັດຊະຍາ, ວັດທະນະທຳດັ້ງເດີມ, ທິດສະດີຈັນຍາບັນ ແລະ ອື່ນໆ ແລະ ໃນທາງຜິວເຜີນ, ແນວຄິດເຫຼົ່ານີ້ອາດຈະເບິ່ງຄືວ່າຖືກຕ້ອງ. ແຕ່ຢ່າງໃດກໍຕາມ, ພວກມັນພຽງແຕ່ບໍ່ສອດຄ່ອງກັບຄວາມຈິງ ແລະ ຂັດແຍ້ງກັບຄວາມຈິງ. ນີ້ຄືຂໍ້ເທັດຈິງ. ຜູ້ຄົນຄວນປະເຊີນໜ້າກັບແນວຄິດເຫຼົ່ານີ້ແນວໃດ? ກ່ອນທີ່ຜູ້ຄົນຈະໄລ່ຕາມຄວາມຈິງ, ພວກເຂົາກໍມີແນວຄິດຫຼາຍຢ່າງຕິດໂຕມາຢູ່ແລ້ວ; ສິ່ງເຫຼົ່ານີ້ຄືແນວຄິດທີ່ມີມາແຕ່ເກີດ. ໃນລະຫວ່າງຂະບວນການທີ່ຜູ້ຄົນໄລ່ຕາມຄວາມຈິງ, ແນວຄິດໃໝ່ໆ ຈຳນວນບໍ່ໜ້ອຍກໍຈະເກີດຂຶ້ນໃນຕົວພວກເຂົາ ເນື່ອງຈາກສະພາບແວດລ້ອມທີ່ປ່ຽນແປງ ແລະ ບໍລິບົດຕ່າງໆ; ສິ່ງເຫຼົ່ານີ້ຄືແນວຄິດທີ່ເກີດຂຶ້ນໃໝ່. ແນວຄິດທັງສອງປະເພດແມ່ນສິ່ງທີ່ຜູ້ຄົນຈຳເປັນຕ້ອງພົບພໍ້ໃນການເດີນທາງ ແຫ່ງການເຊື່ອໃນພຣະເຈົ້າຂອງພວກເຂົາ. ແລ້ວມີວິທີແກ້ໄຂສຳລັບການແກ້ໄຂແນວຄິດບໍ? ມີແນວທາງແຫ່ງການປະຕິບັດບໍ? ບາງຄົນເວົ້າວ່າ, “ເລື່ອງນີ້ຈັດການໄດ້ງ່າຍ. ພວກເຮົາສາມາດກະບົດຕໍ່ແນວຄິດທີ່ມີມາແຕ່ເກີດຂອງພວກເຮົາ; ບໍ່ຈຳເປັນທີ່ພວກເຮົາຈະຕ້ອງໃສ່ໃຈພວກມັນ. ພວກເຮົາແນ່ໃຈວ່າໃນຂະບວນການໄລ່ຕາມຄວາມຈິງ, ແນວຄິດເຫຼົ່ານີ້ຈະຄ່ອຍໆຖືກແກ້ໄຂ ແລະ ຖືກກຳຈັດອອກໄປ ເມື່ອພວກເຮົາເຂົ້າໃຈຄວາມຈິງ. ສ່ວນແນວຄິດທີ່ເກີດຂຶ້ນໃໝ່, ພວກເຮົາເພິ່ງພາພຣະເຈົ້າເພື່ອແກ້ໄຂພວກມັນ ແລະ ພວກເຮົາກໍບໍ່ຖືກຈຳກັດໂດຍພວກມັນເຊັ່ນກັນ. ສະນັ້ນ, ມາຮອດປັດຈຸບັນ, ພວກເຮົາບໍ່ໄດ້ສ້າງແນວຄິດໃນຫົວໃຈຂອງພວກເຮົາທີ່ອາດຈະນໍາໄປສູ່ສິ່ງຕ່າງໆ ເຊັ່ນ: ການຕໍ່ຕ້ານ, ການກ່າວໂທດ ຫຼື ການໝິ່ນປະໝາດຕໍ່ພຣະເຈົ້າ”. ວິທີການປະຕິບັດນີ້, ວິທີການປະເຊີນໜ້າ ແລະ ການຈັດການກັບແນວຄິດນີ້ເປັນແນວໃດ? ມັນສາມາດແກ້ໄຂແນວຄິດໄດ້ບໍ? ມັນມີຂໍ້ເສຍບໍ? ທັດສະນະຄະຕິຕໍ່ແນວຄິດນີ້ເປັນການກະທຳທີ່ຫ້າວຫັນ ແລະ ເປັນບວກບໍ? (ບໍ່.) ທັດສະນະຄະຕິນີ້ມີຜົນດີໃດໆ ຕໍ່ຜູ້ຄົນບໍ? ຖ້າພວກເຈົ້າໃຊ້ວິທີການໃນທາງລົບ ໂດຍການບໍ່ສົນໃຈແນວຄິດເຫຼົ່ານີ້, ໂດຍເກັບມັນໄວ້ໃນສ່ວນທີ່ລັບທີ່ສຸດຂອງຫົວໃຈເຈົ້າ, ຢຽບຢ່ຳພວກມັນໄວ້ ແລະ ອະທິຖານທຸກຄັ້ງທີ່ພວກມັນປາກົດອອກມາ ແລ້ວກໍຖືວ່າພວກມັນຖືກແກ້ໄຂແລ້ວ, ຈັດການກັບພວກມັນດ້ວຍວິທີດຽວກັນທຸກຄັ້ງທີ່ພວກມັນປາກົດຂຶ້ນໃໝ່ ແລະ ບໍ່ຄິດເຖິງພວກມັນພາຍຫຼັງ ແລະ ທຳທ່າວ່າພວກມັນບໍ່ແມ່ນບັນຫາ, ໂດຍເຊື່ອວ່າ “ຢ່າງໃດກໍຕາມ, ພຣະເຈົ້າທີ່ຂ້ອຍເຊື່ອກໍຍັງຄົງເປັນພຣະເຈົ້າຂອງຂ້ອຍ, ຂ້ອຍຍັງຄົງເປັນສິ່ງທີ່ຖືກສ້າງຂອງພຣະເຈົ້າ ແລະ ພຣະເຈົ້າກໍຍັງຄົງເປັນພຣະຜູ້ສ້າງຂອງຂ້ອຍ; ສິ່ງນີ້ບໍ່ໄດ້ປ່ຽນແປງ”, ນີ້ແມ່ນວິທີທີ່ມີປະສິດທິພາບທີ່ສຸດໃນການແກ້ໄຂແນວຄິດບໍ? ສິ່ງນີ້ບັນລຸຜົນທີ່ເປັນບວກບໍ? ການປະຕິບັດແບບນີ້ແກ້ໄຂແນວຄິດຈາກຮາກເຫງົ້າຢ່າງເຖິງຖອງບໍ? ເຫັນໄດ້ຊັດວ່າບໍ່ແມ່ນ. ບໍ່ວ່າແນວຄິດເຫຼົ່ານີ້ຈະໃຫຍ່ ຫຼື ນ້ອຍ, ຫຼາຍ ຫຼື ໜ້ອຍສໍ່າໃດກໍຕາມ, ຕາບໃດທີ່ພວກມັນຍັງຄົງຢູ່ໃນຫົວໃຈຂອງຜູ້ຄົນ, ພວກມັນກໍຈະມີຜົນກະທົບໃນທາງລົບບາງຢ່າງຕໍ່ທາງເຂົ້າຂອງຊີວິດ ແລະ ຄວາມສຳພັນຂອງພວກເຂົາກັບພຣະເຈົ້າ, ເຊິ່ງກໍ່ໃຫ້ເກີດການລົບກວນ. ໂດຍສະເພາະເມື່ອຜູ້ຄົນອ່ອນແອ; ເມື່ອພວກເຂົາພົບພໍ້ກັບສະພາບແວດລ້ອມທີ່ພວກເຂົາບໍ່ສາມາດເອົາຊະນະໄດ້; ເມື່ອພວກເຂົາບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ, ບໍ່ມີເສັ້ນທາງແຫ່ງການປະຕິບັດ ແລະ ບໍ່ຮູ້ວິທີທີ່ຈະເຮັດໃຫ້ພຣະເຈົ້າພໍພຣະໄທ ແລະ ເມື່ອພວກເຂົາຮູ້ສຶກວ່າພວກເຂົາບໍ່ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ, ແນວຄິດເຫຼົ່ານີ້ກໍຈະປາກົດຂຶ້ນຢ່າງໄວວາພາຍໃນຕົວພວກເຂົາ, ຄອບງຳຄວາມຄິດຂອງພວກເຂົາ, ຄອບຄອງຫົວໃຈຂອງພວກເຂົາ ແລະ ອາດຈະສົ່ງຜົນກະທົບຕໍ່ການຢູ່ຕໍ່ ຫຼື ການຈາກໄປຂອງພວກເຂົາ ແລະ ມີອິດທິພົນຕໍ່ເສັ້ນທາງທີ່ພວກເຂົາເລືອກ. ມັນອາດຈະເປັນແນວຄິດທີ່ເຈົ້າບໍ່ເຄີຍໃສ່ໃຈ ແລະ ບໍ່ເຄີຍສົ່ງຜົນກະທົບ ຫຼື ເຮັດໃຫ້ເຈົ້າທໍ້ຖອຍໃຈ, ເຈົ້າເຊື່ອສະເໝີວ່າເຈົ້າເປັນນາຍຂອງມັນ, ວ່າເຈົ້າສາມາດຄວບຄຸມມັນໄດ້, ແຕ່ຫຼັງຈາກທີ່ປະສົບກັບຄວາມລົ້ມເຫຼວບາງຢ່າງ, ການຖືກປົດອອກ ຫຼື ການຖືກກຳຈັດ ຫຼື ການລົງວິໄນ ແລະ ການຕີສອນທີ່ຮຸນແຮງຈາກພຣະເຈົ້າ ຫຼື ແມ່ນແຕ່ເມື່ອເຈົ້າຮູ້ສຶກຄືກັບວ່າເຈົ້າໄດ້ຕົກລົງໄປໃນຂຸມເລິກ, ໃນເວລານັ້ນ, ແນວຄິດນັ້ນກໍບໍ່ໄດ້ເປັນພຽງສ່ວນເສີມຂອງເຈົ້າອີກຕໍ່ໄປ. ເຖິງແມ່ນວ່າເຈົ້າຈະບໍ່ສົນໃຈມັນ, ມັນກໍສາມາດລົບກວນ ແລະ ນຳພາຄວາມຄິດຂອງເຈົ້າຢ່າງຜິດໆໄດ້, ແມ່ນແຕ່ຄອບງຳຄວາມຄິດ ແລະ ມຸມມອງຂອງເຈົ້າ, ທັດສະນະຄະຕິຂອງເຈົ້າຕໍ່ພຣະເຈົ້າ ແລະ ຄວາມເຊື່ອຂອງເຈົ້າໃນພຣະເຈົ້າ. ຖ້າເຈົ້າບໍ່ມີວິທີການ ຫຼື ຫຼັກການປະຕິບັດທີ່ເໝາະສົມເພື່ອຈັດການກັບແນວຄິດເຫຼົ່ານີ້ ຫຼື ຖ້າເຈົ້າບໍ່ມີຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບພວກມັນ, ແນວຄິດເຫຼົ່ານີ້ກໍຈະສົ່ງຜົນກະທົບຕໍ່ທາງເຂົ້າຂອງຊີວິດ ຫຼື ການເລືອກໃນທັນທີຂອງເຈົ້າເປັນໄລຍະໆ. ພວກມັນອາດຈະມີອິດທິພົນຕໍ່ຄວາມສຳພັນຂອງເຈົ້າກັບພຣະເຈົ້າ ແລະ ທັດສະນະຄະຕິຂອງເຈົ້າຕໍ່ພຣະເຈົ້າ. ສະນັ້ນ, ເມື່ອປະເຊີນໜ້າກັບແນວຄິດຕ່າງໆ ທີ່ເກີດຂຶ້ນໃນບໍລິບົດໃດກໍຕາມ, ຜູ້ຄົນຄວນຮັບເອົາທັດສະນະຄະຕິ ແລະ ວິທີການແບບໃດເພື່ອປະເຊີນໜ້າ ແລະ ຈັດການກັບພວກມັນ ເພື່ອຫຼີກລ່ຽງຄວາມເສຍຫາຍ ແລະ ບັນລຸຜົນຮັບທີ່ເປັນບວກ? ນີ້ຄືຄຳຖາມທີ່ຄວນໂອ້ລົມກັນຢ່າງແຈ່ມແຈ້ງ.
ຄົນທີ່ດຳລົງຊີວິດຢູ່ໃນເນື້ອໜັງມີເຈດຈຳນົງເສລີ ແລະ ຄວາມຄິດທີ່ເສລີ. ໂດຍບໍ່ຄຳນຶງວ່າພວກເຂົາຈະມີການສຶກສາ ຫຼື ບໍ່, ຄວາມສາມາດຂອງພວກເຂົາເປັນແນວໃດ ຫຼື ເພດຂອງພວກເຂົາແມ່ນຫຍັງ, ຕາບໃດທີ່ຜູ້ຄົນມີຄວາມຄິດ, ພວກເຂົາກໍຈະສ້າງແນວຄິດຂຶ້ນມາ. ຖ້າແນວຄິດໃດໜຶ່ງຄອບງຳອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ເຈົ້າກໍຈະຕໍ່ຕ້ານພຣະເຈົ້າຍ້ອນແນວຄິດນີ້. ສະນັ້ນ, ບັນຫາທີ່ຄົນເຮົາມີແນວຄິດນີ້ຕ້ອງໄດ້ຮັບການແກ້ໄຂ. ບໍ່ແມ່ນພຽງແຕ່ຜູ້ທີ່ເຜີຍແຜ່ແນວຄິດເທົ່ານັ້ນທີ່ສ້າງແນວຄິດຂຶ້ນມາ; ມັນເປັນພຽງແຕ່ວ່າພວກເຂົາເຜີຍແຜ່ແນວຄິດຂອງພວກເຂົາ, ຢືນຢູ່ຝ່າຍກົງກັນຂ້າມກັບພຣະເຈົ້າໂດຍບໍ່ຄຳນຶງເຖິງຜົນທີ່ຈະຕາມມາ ແລະ ເຜີຍແຜ່ມຸມມອງ ແລະ ການຕັດສິນຕ່າງໆກ່ຽວກັບພຣະອົງ. ແຕ່ມັນແມ່ນກໍລະນີທີ່ວ່າຜູ້ທີ່ບໍ່ເຜີຍແຜ່ແນວຄິດບໍ່ມີແນວຄິດເລີຍບໍ? ທຸກຄົນມີແນວຄິດ; ນີ້ຄືຂໍ້ເທັດຈິງ. ຄວາມແຕກຕ່າງກໍຄື ຜູ້ທີ່ເຜີຍແຜ່ແນວຄິດໂດຍເຈດຕະນາມີທຳມະຊາດ-ແກ່ນແທ້ທີ່ເບື່ອໜ່າຍຄວາມຈິງໂດຍກຳເນີດ. ເພາະວ່າພວກເຂົາບໍ່ຍອມຮັບຄວາມຈິງ ແລະ ແມ່ນແຕ່ເຊື່ອວ່າແນວຄິດຂອງພວກເຂົາຖືກຕ້ອງ ແລະ ສອດຄ່ອງກັບຄວາມຈິງທັງໝົດ, ຖ້າແນວຄິດຂອງພວກເຂົາຂັດແຍ້ງກັບຄວາມຈິງ, ພວກເຂົາກໍເລືອກທີ່ຈະຍອມຮັບແນວຄິດຂອງພວກເຂົາແທນທີ່ຈະເປັນຄວາມຈິງ. ນີ້ຄືຈຸດທີ່ພວກເຂົາລົ້ມເຫຼວ ແລະ ເປັນເຫດຜົນທີ່ພວກເຂົາຖືກຈຳກັດ ແລະ ຖືກກ່າວໂທດ. ແລ້ວເປັນຫຍັງຄົນທຳມະດາສາມັນຈຶ່ງບໍ່ຖືກກ່າວໂທດ ເມື່ອພວກເຂົາສ້າງແນວຄິດຂຶ້ນມາ? ນີ້ກໍເພາະວ່າພວກເຂົາສ່ວນໃຫຍ່ເວົ້າ ແລະ ກະທຳດ້ວຍເຫດຜົນ ແລະ ຮູ້ໃນໃຈວ່າແນວຄິດຂອງມະນຸດບໍ່ສອດຄ່ອງກັບຄວາມຈິງ ແລະ ບໍ່ຖືກຕ້ອງ; ເຖິງແມ່ນວ່າພວກເຂົາບໍ່ສາມາດແກ້ໄຂແນວຄິດຂອງພວກເຂົາໄດ້ໃນທັນທີ, ພວກເຂົາກໍເຕັມໃຈທີ່ຈະປະຖິ້ມພວກມັນ. ເມື່ອພວກເຂົາເລືອກທີ່ຈະຍອມຮັບຄວາມຈິງ, ແນວຄິດພາຍໃນຂອງພວກເຂົາກໍຖືກແທນທີ່ ແລະ ຖືກແກ້ໄຂໂດຍຄວາມຈິງ; ພວກເຂົາປະຖິ້ມແນວຄິດຂອງພວກເຂົາ ແລະ ບໍ່ໄດ້ຮັບອິດທິພົນ, ຖືກຈຳກັດ ຫຼື ຖືກຄອບງຳໂດຍພວກມັນອີກຕໍ່ໄປ. ສະນັ້ນ, ຄົນເຫຼົ່ານີ້, ເຖິງແມ່ນວ່າພວກເຂົາຈະມີແນວຄິດ, ພວກເຂົາກໍບໍ່ໄດ້ເຜີຍແຜ່ພວກມັນ. ພວກເຂົາຍັງສາມາດເຮັດໜ້າທີ່ຂອງພວກເຂົາໄດ້ຕາມປົກກະຕິ, ຕິດຕາມພຣະເຈົ້າຕາມປົກກະຕິ, ຍອມຮັບພຣະທຳຂອງພຣະເຈົ້າ ແລະ ວຽກງານຂອງພຣະເຈົ້າ, ອ່ອນນ້ອມຕໍ່ອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ ແລະ ອ່ອນນ້ອມຕໍ່ຄວາມລອດພົ້ນຂອງພຣະເຈົ້າ. ພວກເຂົາຍອມຮັບສະເໝີວ່າພວກເຂົາເປັນສິ່ງທີ່ຖືກສ້າງ ແລະ ພຣະເຈົ້າຄືພຣະຜູ້ສ້າງ. ໂດຍບໍ່ຄຳນຶງເຖິງແນວຄິດທີ່ພວກເຂົາມີຢູ່ໃນໃຈ, ພວກເຂົາສາມາດຮັກສາຄວາມສຳພັນທີ່ປົກກະຕິກັບພຣະເຈົ້າ, ຮັກສາຄວາມສຳພັນລະຫວ່າງສິ່ງທີ່ຖືກສ້າງ ແລະ ພຣະຜູ້ສ້າງ, ລະເວັ້ນຈາກການປະຖິ້ມໜ້າທີ່ຂອງພວກເຂົາ, ລະເວັ້ນຈາກການປະຖິ້ມພຣະນາມຂອງພຣະເຈົ້າ ແລະ ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າກໍຍັງຄົງບໍ່ປ່ຽນແປງ. ເຖິງແມ່ນວ່າຈະເປັນເຊັ່ນນີ້, ຖ້າແນວຄິດບໍ່ເຄີຍຖືກແກ້ໄຂ, ພວກມັນກໍຍັງສາມາດທຳລາຍຜູ້ຄົນ ແລະ ນຳພວກເຂົາໄປສູ່ຄວາມພິນາດໄດ້. ສະນັ້ນ, ພວກເຮົາຈຶ່ງຍັງຈຳເປັນຕ້ອງໂອ້ລົມກັນກ່ຽວກັບວິທີທີ່ດີທີ່ສຸດໃນການປະເຊີນໜ້າ ແລະ ແກ້ໄຂແນວຄິດ.
ພວກເຈົ້າຄິດວ່າອັນໃດແກ້ໄຂງ່າຍກວ່າກັນ: ແນວຄິດທີ່ມີມາແຕ່ເກີດທີ່ຜູ້ຄົນມີກ່ອນທີ່ຈະເຊື່ອໃນພຣະເຈົ້າ ຫຼື ແນວຄິດທີ່ຜູ້ຄົນພັດທະນາຂຶ້ນໃນສະພາບແວດລ້ອມ ແລະ ບໍລິບົດພິເສດຫຼັງຈາກທີ່ພວກເຂົາມາເຊື່ອໃນພຣະເຈົ້າ? (ແນວຄິດທີ່ມີມາແຕ່ເກີດແກ້ໄຂງ່າຍກວ່າ.) ຈິນຕະນາການ ແລະ ແນວຄິດຕ່າງໆ ທີ່ຜູ້ຄົນມີກ່ຽວກັບພຣະເຈົ້າ ເມື່ອພວກເຂົາເລີ່ມເຊື່ອໃນພຣະອົງທຳອິດແມ່ນແກ້ໄຂງ່າຍກວ່າ, ໃນຂະນະທີ່ແນວຄິດທີ່ພວກເຂົາພັດທະນາຂຶ້ນໃນຂະນະທີ່ພວກເຂົາປະສົບກັບພາລະກິດຂອງພຣະເຈົ້າຫຼັງຈາກທີ່ມາເຊື່ອໃນພຣະອົງແມ່ນບໍ່ໄດ້ແກ້ໄຂງ່າຍປານນັ້ນ, ນີ້ແມ່ນຄຳເວົ້າທາງທິດສະດີ, ແຕ່ໃນທີ່ສຸດມັນກໍບໍ່ສອດຄ່ອງກັບຄວາມຈິງ. “ທາງທິດສະດີ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ຂໍ້ສະຫຼຸບປະເພດນີ້ແມ່ນໄດ້ມາຈາກການອ້າງເຫດຜົນຂອງຜູ້ຄົນໂດຍອີງໃສ່ປັດຊະຍາ ແລະ ຫຼັກເຫດຜົນ. ຫຼັງຈາກທີ່ຜູ້ຄົນເລີ່ມເຊື່ອໃນພຣະເຈົ້າທຳອິດ ແລະ ເຂົ້າໃຈຄວາມຈິງກ່ຽວກັບນິມິດ, ແນວຄິດບາງຢ່າງຂອງພວກເຂົາກໍຖືກປະຖິ້ມ ແລະ ແກ້ໄຂ. ໃນຄວາມເປັນຈິງແລ້ວ, ການແກ້ໄຂນີ້ແມ່ນບັນລຸໄດ້ພຽງແຕ່ໃນລະດັບຫຼັກຄຳສອນເທົ່ານັ້ນ; ມັນເບິ່ງຄືວ່າແນວຄິດເຫຼົ່ານີ້ໄດ້ຖືກແກ້ໄຂແລ້ວ, ແຕ່ແນວຄິດຫຼາຍຢ່າງທີ່ຜູ້ຄົນພັດທະນາຂຶ້ນໃນຂະນະທີ່ຕິດຕາມພຣະເຈົ້າແມ່ນກ່ຽວຂ້ອງກັບແນວຄິດທີ່ມີມາແຕ່ເກີດຂອງພວກເຂົາ. ທາງທິດສະດີແລ້ວ, ໃນບັນດາແນວຄິດສອງປະເພດນີ້, ແນວຄິດທີ່ມີມາແຕ່ເກີດແມ່ນແກ້ໄຂງ່າຍກວ່າ, ແຕ່ໃນຄວາມເປັນຈິງແລ້ວ, ຕາບໃດທີ່ຜູ້ຄົນສາມາດຍອມຮັບຄວາມຈິງ ແລະ ຮັກສິ່ງທີ່ເປັນບວກ, ຕາບໃດທີ່ພວກເຂົາບັນລຸຄວາມເຂົ້າໃຈໃນຄວາມຈິງ, ແນວຄິດທັງສອງປະເພດກໍແກ້ໄຂໄດ້ງ່າຍ. ຕົວຢ່າງ: ພວກເຈົ້າບາງຄົນເວົ້າວ່າແນວຄິດທີ່ມີມາແຕ່ເກີດແກ້ໄຂໄດ້ງ່າຍກວ່າ, ແຕ່ພວກເຈົ້າອາດຈະພົບພໍ້ກັບບາງຄົນທີ່ມີຄວາມເຂົ້າໃຈທີ່ບິດເບືອນ ເຊິ່ງເປັນຄົນດື້ດ້ານຫຼາຍ ແລະ ຍຶດຕິດໃນລາຍລະອຽດທີ່ບໍ່ສຳຄັນ, ຜູ້ທີ່ຄົ້ນຄວ້າພຣະຄຳພີແບບຈຸກຈິກ, ປຶ້ມຄລາສສິກຝ່າຍວິນຍານ ແລະ ການຕີຄວາມໝາຍຂອງຜູ້ອະທິບາຍພຣະຄຳພີ; ຄົນເຫຼົ່ານີ້ເວົ້າຊ້ຳສິ່ງທີ່ພວກເຂົາພົບເຫັນໃຫ້ເຈົ້າຟັງ ແລະ ບໍ່ວ່າເຈົ້າຈະໂອ້ລົມກ່ຽວກັບຄວາມຈິງແນວໃດກໍຕາມ, ພວກເຂົາກໍບໍ່ຍອມຮັບມັນ. ພວກເຂົາບໍ່ສາມາດຍອມຮັບຄຳເທດສະໜາທີ່ບໍລິສຸດ, ຄວາມຈິງ ຫຼື ຄຳເວົ້າທີ່ຖືກຕ້ອງ; ເມື່ອພວກເຂົາຟັງ, ພວກເຂົາບໍ່ເຂົ້າໃຈສິ່ງເຫຼົ່ານັ້ນ. ເຫດຜົນໜຶ່ງກໍຄື, ມີບັນຫາກັບຄວາມສາມາດໃນການຢັ່ງຮູ້ຂອງພວກເຂົາ; ອີກເຫດຜົນໜຶ່ງກໍຄື, ພວກເຂົາບໍ່ຮັກສິ່ງທີ່ເປັນບວກ ຫຼື ຄວາມຈິງ, ແທນທີ່ຈະເປັນແນວນັ້ນ ພວກເຂົາພັດມັກທີ່ຈະດື່ດ້ານ ແລະ ຍຶດຕິດໃນລາຍລະອຽດທີ່ບໍ່ສຳຄັນ ແລະ ຫຼິ້ນສຳນວນ ແລະ ພວກເຂົາມັກທິດສະດີ ແລະ ເທວະສາດ. ຄົນປະເພດນີ້ສາມາດປະຖິ້ມແນວຄິດຂອງພວກເຂົາໄດ້ບໍ? (ບໍ່ໄດ້.) ເມື່ອຕັດສິນຈາກຂໍ້ເທັດຈິງ, ຈາກອຸປະນິໄສ ແລະ ຄວາມມັກຂອງຄົນປະເພດນີ້, ພວກເຂົາບໍ່ສາມາດຍອມຮັບຄວາມຈິງໄດ້. ແນວຄິດເບື້ອງຕົ້ນຂອງຜູ້ຄົນທີ່ຈິງແລ້ວແມ່ນຕື້ນ ແລະ ຜິວເຜີນຫຼາຍ, ພວກມັນແກ້ໄຂໄດ້ງ່າຍຫຼາຍ. ຖ້າຄົນໃດໜຶ່ງມີຄວາມຄິດທີ່ປົກກະຕິ ແລະ ຄວາມສາມາດໃນການຢັ່ງຮູ້ທີ່ປົກກະຕິ, ເມື່ອເຈົ້າໂອ້ລົມກັບພວກເຂົາກ່ຽວກັບຄວາມຈິງທີ່ກ່ຽວຂ້ອງກັບນິມິດ, ຕາບໃດທີ່ພວກເຂົາເຂົ້າໃຈມັນ, ພວກເຂົາກໍສາມາດປະຖິ້ມແນວຄິດຂອງພວກເຂົາໄດ້ຢ່າງງ່າຍດາຍ. ແຕ່ມີຄົນປະເພດໜຶ່ງທີ່ບໍ່ມີຄວາມຄິດທີ່ປົກກະຕິ, ບໍ່ສາມາດຢັ່ງຮູ້ຄວາມຈິງ ແລະ ບໍ່ຍອມຮັບຄວາມຈິງ. ຄົນປະເພດນີ້ສາມາດປະຖິ້ມແນວຄິດຂອງພວກເຂົາໄດ້ບໍ? (ບໍ່ໄດ້.) ສະນັ້ນ, ແນວຄິດຂອງຄົນປະເພດນີ້ຈຶ່ງແກ້ໄຂໄດ້ຍາກ. ຖ້າຄົນໃດໜຶ່ງມີເຫດຜົນປົກກະຕິ ແລະ ສາມາດຍອມຮັບຄວາມຈິງໄດ້, ແລ້ວບໍ່ວ່າພວກເຂົາຈະເກີດມີແນວຄິດໃດກ່ຽວກັບພຣະເຈົ້າຫຼັງຈາກທີ່ເຊື່ອໃນພຣະເຈົ້າ ແລະ ບໍ່ວ່າແນວຄິດເຫຼົ່ານີ້ຈະເກີດຂຶ້ນໃນສະພາບແວດລ້ອມ ຫຼື ບໍລິບົດໃດກໍຕາມ, ພວກເຂົາກໍບໍ່ໂຕ້ຖຽງກັບພຣະເຈົ້າ. ພວກເຂົາເວົ້າວ່າ, “ຂ້ອຍເປັນມະນຸດ, ຂ້ອຍມີອຸປະນິໄສທີ່ເສື່ອມຊາມ, ຄວາມຄິດ ແລະ ການກະທຳຂອງຂ້ອຍສາມາດຜິດພາດໄດ້. ພຣະເຈົ້າຄືຄວາມຈິງ, ພຣະເຈົ້າບໍ່ເຄີຍຜິດພາດ. ບໍ່ວ່າແນວຄິດຂອງຂ້ອຍຈະສົມເຫດສົມຜົນສໍ່າໃດກໍຕາມ, ພວກມັນກໍຍັງຄົງເປັນແນວຄິດຂອງມະນຸດ, ພວກມັນມາຈາກມະນຸດ ແລະ ບໍ່ແມ່ນຄວາມຈິງ. ຖ້າພວກມັນຂັດແຍ້ງກັບພຣະທຳຂອງພຣະເຈົ້າ ຫຼື ຄວາມຈິງ, ແລ້ວບໍ່ວ່າແນວຄິດເຫຼົ່ານີ້ຈະສົມເຫດສົມຜົນສໍ່າໃດກໍຕາມ, ກໍລ້ວນແຕ່ຜິດ”. ພວກເຂົາອາດຈະບໍ່ຮູ້ແນ່ນອນວ່າແນວຄິດເຫຼົ່ານີ້ຜິດບ່ອນໃດໃນຕອນນີ້, ແລ້ວພວກເຂົາຈະປະຕິບັດແນວໃດ? ພວກເຂົາປະຕິບັດການອ່ອນນ້ອມ, ບໍ່ດື້ດ້ານ ແລະ ບໍ່ຍຶດຕິດກັບລາຍລະອຽດໃດໜຶ່ງ ແລະ ປ່ອຍວາງເລື່ອງນັ້ນ, ໂດຍເຊື່ອວ່າໃນມື້ໜຶ່ງພຣະເຈົ້າຈະເປີດເຜີຍມັນ. ບາງຄົນຖາມພວກເຂົາວ່າ, “ຖ້າພຣະເຈົ້າບໍ່ເປີດເຜີຍມັນເດ?” ພວກເຂົາຕອບວ່າ, “ແລ້ວຂ້ອຍກໍຈະອ່ອນນ້ອມຕະຫຼອດໄປ. ພຣະເຈົ້າບໍ່ເຄີຍຜິດພາດ ແລະ ສິ່ງທີ່ພຣະເຈົ້າກະທຳກໍບໍ່ເຄີຍຜິດພາດ. ຖ້າສິ່ງທີ່ພຣະເຈົ້າກະທຳບໍ່ສອດຄ່ອງກັບແນວຄິດຂອງມະນຸດ, ມັນບໍ່ໄດ້ໝາຍຄວາມວ່າພຣະເຈົ້າຜິດ, ແຕ່ແມ່ນມະນຸດທີ່ບໍ່ສາມາດຢັ່ງຮູ້ ຫຼື ເຂົ້າໃຈມັນໄດ້. ສະນັ້ນ, ສິ່ງທີ່ຜູ້ຄົນຄວນເຮັດທີ່ສຸດກໍຄື ບໍ່ແມ່ນການກວດສອບ, ບໍ່ແມ່ນການຍຶດຕິດຢູ່ກັບແນວຄິດຂອງພວກເຂົາ ແລະ ບໍ່ແມ່ນການໃຊ້ແນວຄິດຂອງພວກເຂົາເພື່ອຈັບຜິດພຣະເຈົ້າ ໂດຍໃຊ້ແນວຄິດຂອງພວກເຂົາເປັນເຫດຜົນ ແລະ ຂໍ້ອ້າງທີ່ຈະບໍ່ອ່ອນນ້ອມຕໍ່ພຣະເຈົ້າ ແລະ ທີ່ຈະຕໍ່ຕ້ານພຣະອົງ”. ນີ້ຄືວິທີທີ່ພວກເຂົາປະຕິບັດຕໍ່ແນວຄິດຂອງພວກເຂົາ. ການປະຕິບັດແບບນີ້ແມ່ນການປະຕິບັດຄວາມຈິງບໍ? ນີ້ຄືການປະຕິບັດຄວາມຈິງຢ່າງແທ້ຈິງ. ເມື່ອພວກເຂົາເກີດມີແນວຄິດ, ພວກເຂົາບໍ່ໄດ້ປຽບທຽບພຣະເຈົ້າກັບແນວຄິດນັ້ນ ຫຼື ໃຊ້ແນວຄິດນັ້ນເພື່ອກວດສອບພຣະເຈົ້າ, ເພື່ອພິສູດວ່າພຣະເຈົ້າເປັນຈິງ ຫຼື ພຣະອົງມີຢູ່ຈິງ ຫຼື ບໍ່. ແທນທີ່ຈະເປັນແນວນັ້ນ, ພວກເຂົາກັບປະຖິ້ມແນວຄິດຂອງພວກເຂົາ ແລະ ພະຍາຍາມທີ່ຈະຍອມຮັບຄວາມຈິງ ແລະ ຮູ້ຈັກພຣະເຈົ້າ. ແຕ່ເຖິງແມ່ນວ່າພວກເຂົາພະຍາຍາມສຸດຄວາມສາມາດເພື່ອທີ່ຈະຮູ້ຈັກພຣະເຈົ້າ, ພວກເຂົາກໍຍັງບໍ່ສາມາດຮູ້ຈັກພຣະອົງໄດ້. ແລ້ວພວກເຂົາຈະເຮັດແນວໃດ? ພວກເຂົາກໍຍັງຄົງອ່ອນນ້ອມ. ພວກເຂົາເວົ້າວ່າ, “ພຣະເຈົ້າບໍ່ເຄີຍຜິດພາດ. ພຣະເຈົ້າເປັນພຣະເຈົ້າສະເໝີ. ພຣະເຈົ້າຄືຜູ້ທີ່ສະແດງອອກເຖິງຄວາມຈິງ. ພຣະເຈົ້າຄືແຫຼ່ງກຳເນີດຂອງຄວາມຈິງ”. ກ່ອນອື່ນ ພວກເຂົາວາງພຣະເຈົ້າໄວ້ໃນຕຳແໜ່ງຂອງພຣະເຈົ້າ ແລະ ວາງຕົນເອງໄວ້ໃນຕຳແໜ່ງຂອງສິ່ງທີ່ຖືກສ້າງ ເມື່ອຈັດການກັບແນວຄິດເຫຼົ່ານີ້. ສະນັ້ນ, ເຖິງແມ່ນວ່າພວກເຂົາຈະຍັງບໍ່ໄດ້ປະຖິ້ມແນວຄິດ ຫຼື ແກ້ໄຂພວກມັນ, ທັດສະນະຄະຕິແຫ່ງການອ່ອນນ້ອມຕໍ່ພຣະເຈົ້າຂອງພວກເຂົາກໍບໍ່ປ່ຽນແປງ. ທັດສະນະຄະຕິນີ້ປົກປ້ອງພວກເຂົາ, ເຮັດໃຫ້ພວກເຂົາຍັງຄົງເປັນທີ່ຍອມຮັບຂອງພຣະເຈົ້າໃນຖານະສິ່ງທີ່ຖືກສ້າງຕໍ່ໜ້າພຣະອົງ. ດັ່ງນັ້ນ, ແນວຄິດຂອງຄົນປະເພດນີ້ແກ້ໄຂໄດ້ງ່າຍບໍ? (ງ່າຍ.) ສິ່ງນີ້ບັນລຸໄດ້ແນວໃດ? ສົມມຸດວ່າພວກເຂົາເວົ້າແບບນີ້ເມື່ອພົບພໍ້ກັບສະຖານະການໃດໜຶ່ງ: “ການເວົ້າວ່າທຸກສິ່ງທີ່ເຈົ້າອົງໜຶ່ງເຮັດຄືຄວາມຈິງ ແລະ ຖືກຕ້ອງ, ວ່າເຈົ້າອົງໜຶ່ງຊົງລິດທານຸພາບສູງສຸດ ແລະ ບໍ່ສາມາດເຮັດຜິດພາດໄດ້, ນັ້ນບໍ່ແມ່ນສິ່ງທີ່ບໍ່ຖືກຕ້ອງບໍ? ເຖິງແມ່ນວ່າຈະມີຄົນເວົ້າວ່າເຈົ້າອົງໜຶ່ງບໍ່ສາມາດເຮັດຜິດພາດໄດ້, ນີ້ກໍເປັນພຽງຄຳເວົ້າທາງທິດສະດີ. ໃນຄວາມເປັນຈິງແລ້ວ, ມີບາງສິ່ງທີ່ເຈົ້າອົງໜຶ່ງເຮັດທີ່ບໍ່ຄຳນຶງເຖິງຄົນອື່ນ ແລະ ບໍ່ສອດຄ່ອງກັບຄວາມຮູ້ສຶກຂອງມະນຸດ. ຂ້ອຍຄິດວ່າເລື່ອງນີ້ບໍ່ຖືກຕ້ອງປານໃດ. ສຳລັບສິ່ງທີ່ບໍ່ຖືກຕ້ອງປານໃດ, ຂ້ອຍບໍ່ຈຳເປັນຕ້ອງອ່ອນນ້ອມ ຫຼື ຍອມຮັບພວກມັນ, ແມ່ນບໍ່? ເຖິງແມ່ນວ່າຂ້ອຍຈະບໍ່ປະຕິເສດພຣະນາມຂອງເຈົ້າອົງໜຶ່ງ ຫຼື ຕົວຕົນຂອງລາວ, ແນວຄິດທີ່ຂ້ອຍພັດທະນາຂຶ້ນໃນຕອນນີ້ກໍໄດ້ເຮັດໃຫ້ຂ້ອຍມີຄວາມເຂົ້າໃຈເລິກເຊິ່ງຂຶ້ນ ແລະ ເຂົ້າໃຈເຈົ້າອົງໜຶ່ງດີຂຶ້ນ, ເຈົ້າອົງໜຶ່ງກໍເຮັດບາງສິ່ງຜິດພາດ ແລະ ມີບາງຄັ້ງທີ່ລາວເຮັດຜິດພາດເຊັ່ນກັນ. ສະນັ້ນ, ນັບແຕ່ນີ້ໄປ, ຂ້ອຍຈະບໍ່ເຊື່ອ ເມື່ອມີຄົນເວົ້າວ່າເຈົ້າອົງໜຶ່ງຊອບທຳ, ສົມບູນແບບ ແລະ ບໍລິສຸດ. ຂ້ອຍຈະຕ້ອງໃສ່ເຄື່ອງໝາຍຄຳຖາມໄວ້ກັບຄຳເວົ້າເຫຼົ່ານີ້. ເຖິງແມ່ນວ່າເຈົ້າອົງໜຶ່ງຈະເປັນພຣະຜູ້ສ້າງ ແລະ ຂ້ອຍສາມາດຍອມຮັບອຳນາດສູງສຸດຂອງລາວໄດ້, ໃນອະນາຄົດ ຂ້ອຍກໍຈຳເປັນຕ້ອງຍອມຮັບແບບເລືອກເຟັ້ນ ແລະ ບໍ່ສາມາດອ່ອນນ້ອມແບບຫຼັບຫູຫຼັບຕາໂດຍບໍ່ຮູ້ອີໂນອີເນໄດ້. ຖ້າຂ້ອຍອ່ອນນ້ອມຜິດເດ? ຂ້ອຍຈະບໍ່ເສຍປຽບບໍ? ຂ້ອຍບໍ່ສາມາດເປັນຄົນທີ່ອ່ອນນ້ອມຢ່າງໂງ່ຈ້າໄດ້”. ຖ້າພວກເຂົາປະຕິບັດຕໍ່ແນວຄິດ ແລະ ພຣະເຈົ້າດ້ວຍທັດສະນະຄະຕິນີ້, ພວກເຂົາຈະສາມາດປະຖິ້ມແນວຄິດຂອງພວກເຂົາໄດ້ຢ່າງງ່າຍດາຍບໍ? ການປະຕິບັດແບບນີ້ແມ່ນການປະຕິບັດຄວາມຈິງບໍ? (ບໍ່ແມ່ນ.) ຄວາມສຳພັນລະຫວ່າງພວກເຂົາກັບພຣະເຈົ້າບໍ່ໄດ້ກາຍເປັນບັນຫາບໍ? ພວກເຂົາບໍ່ໄດ້ກວດສອບພຣະເຈົ້າຢູ່ຕະຫຼອດເວລາບໍ? ພຣະເຈົ້າໄດ້ກາຍເປັນເປົ້າໝາຍໃນການກວດສອບຂອງພວກເຂົາ ແທນທີ່ຈະເປັນຜູ້ຊົງອຳນາດສູງສຸດທີ່ປົກຄອງຊະຕາກຳຂອງພວກເຂົາ. ເຖິງແມ່ນວ່າພວກເຂົາຈະຍອມຮັບຮູ້ວ່າພວກເຂົາເປັນສິ່ງທີ່ຖືກສ້າງພາຍໃຕ້ອຳນາດປົກຄອງຂອງພຣະຜູ້ສ້າງ, ສິ່ງທີ່ພວກເຂົາກຳລັງເຮັດບໍ່ແມ່ນການປະຕິບັດໜ້າທີ່ ແລະ ພັນທະຂອງສິ່ງທີ່ຖືກສ້າງ. ພວກເຂົາບໍ່ໄດ້ປະຕິບັດຕໍ່ພຣະຜູ້ສ້າງຈາກຈຸດຢືນດັ້ງເດີມຂອງພວກເຂົາໃນຖານະສິ່ງທີ່ຖືກສ້າງ ແຕ່ແທນທີ່ຈະເປັນແນວນັ້ນ ພວກເຂົາພັດຢືນຢູ່ຝ່າຍກົງກັນຂ້າມກັບພຣະຜູ້ສ້າງ, ກວດສອບພຣະຜູ້ສ້າງ ແລະ ໄຈ້ແຍກການກະທຳ ແລະ ພຶດຕິກຳຂອງພຣະຜູ້ສ້າງ, ເລືອກວ່າຈະອ່ອນນ້ອມ ແລະ ຍອມຮັບ ຫຼື ບໍ່ ໂດຍອີງໃສ່ການຕັດສິນໃຈຂອງຕົນເອງ. ທັດສະນະຄະຕິ ແລະ ວິທີການປະຕິບັດນີ້ແມ່ນການສະແດງອອກທີ່ຄົນທີ່ຍອມຮັບຄວາມຈິງຄວນມີບໍ? ແນວຄິດຂອງພວກເຂົາສາມາດແກ້ໄຂໄດ້ບໍ? (ບໍ່, ພວກມັນບໍ່ສາມາດແກ້ໄຂໄດ້.) ພວກມັນບໍ່ມີທາງແກ້ໄຂໄດ້ເລີຍ. ນີ້ກໍເພາະວ່າຄວາມສຳພັນຂອງພວກເຂົາກັບພຣະເຈົ້າໄດ້ຖືກບິດເບືອນ; ມັນບໍ່ແມ່ນຄວາມສຳພັນທີ່ປົກກະຕິ, ມັນບໍ່ແມ່ນຄວາມສຳພັນລະຫວ່າງສິ່ງທີ່ຖືກສ້າງ ແລະ ພຣະຜູ້ສ້າງ. ພວກເຂົາປະຕິບັດຕໍ່ພຣະເຈົ້າຄືກັບເປັນເປົ້າໝາຍໃນການກວດສອບ, ກວດສອບພຣະອົງຢູ່ຕະຫຼອດເວລາ. ພວກເຂົາຍອມຮັບສິ່ງທີ່ພວກເຂົາຄິດວ່າຖືກຕ້ອງ ແລະ ດີ, ແຕ່ພວກເຂົາຕໍ່ຕ້ານພາຍໃນ ແລະ ໂຕ້ຖຽງກັບພຣະເຈົ້າກ່ຽວກັບສິ່ງທີ່ບໍ່ສອດຄ່ອງກັບແນວຄິດ ແລະ ຈິນຕະນາການຂອງມະນຸດ ຫຼື ຄວາມມັກຂອງມະນຸດ ແລະ ກາຍເປັນຄົນຫ່າງເຫີນຈາກພຣະເຈົ້າ. ຄົນປະເພດນີ້ແມ່ນຄົນທີ່ຍອມຮັບຄວາມຈິງບໍ? ໃນທາງຜິວເຜີນ, ໃນເວລາທີ່ບໍ່ມີເຫດການໃດໆ ແລະ ບໍ່ມີແນວຄິດໃດໆກ່ຽວກັບພຣະເຈົ້າ, ພວກເຂົາສາມາດອ່ອນນ້ອມຕໍ່ພຣະທຳທີ່ພຣະເຈົ້າກ່າວ. ແຕ່ທັນທີທີ່ພວກເຂົາເກີດມີແນວຄິດ, ການອ່ອນນ້ອມຂອງພວກເຂົາກໍຫາຍໄປ; ບໍ່ເຫັນຮ່ອງຮອຍ ແລະ ບໍ່ສາມາດນຳໄປປະຕິບັດໄດ້. ເກີດຫຍັງຂຶ້ນຢູ່ທີ່ນີ້? ເຫັນໄດ້ຊັດເຈນວ່າພວກເຂົາບໍ່ແມ່ນຄົນທີ່ປະຕິບັດຄວາມຈິງ. ພວກເຂົາບໍ່ຍອມຮັບພຣະເຈົ້າໃນຖານະແຫຼ່ງກຳເນີດຂອງຄວາມຈິງ ຫຼື ໃນຖານະຄວາມຈິງນັ້ນເອງ. ມັນເປັນເລື່ອງຍາກສຳລັບຄົນທີ່ບໍ່ຍອມຮັບຄວາມຈິງທີ່ຈະປະຖິ້ມ ຫຼື ແກ້ໄຂແນວຄິດຂອງພວກເຂົາ, ໂດຍບໍ່ຄຳນຶງວ່າແນວຄິດເຫຼົ່ານັ້ນຈະເກີດຂຶ້ນເມື່ອໃດ.
ເມື່ອຕັດສິນຈາກເນື້ອໃນຂອງການໂອ້ລົມຂ້າງເທິງ, ພວກເຈົ້າຄິດວ່າແນວຄິດປະເພດໃດແກ້ໄຂງ່າຍກວ່າກັນ? ມັນຂຶ້ນກັບສະຖານະການ. ສຳລັບຜູ້ທີ່ສາມາດຍອມຮັບຄວາມຈິງ, ຜູ້ທີ່ມີເຫດຜົນ ແລະ ເປັນຄົນທີ່ຖືກຕ້ອງ, ແນວຄິດຂອງພວກເຂົາແມ່ນແກ້ໄຂໄດ້ງ່າຍ ບໍ່ວ່າພວກມັນຈະເກີດຂຶ້ນເມື່ອໃດກໍຕາມ. ສຳລັບຜູ້ທີ່ບໍ່ສາມາດຍອມຮັບຄວາມຈິງ, ແນວຄິດຂອງພວກເຂົາແມ່ນແກ້ໄຂໄດ້ຍາກ ບໍ່ວ່າມັນຈະເກີດຂຶ້ນເມື່ອໃດກໍຕາມ. ບາງຄົນໄດ້ເຊື່ອໃນພຣະເຈົ້າມາເປັນເວລາຊາວ ຫຼື ສາມສິບປີແລ້ວ ແລະ ແມ່ນແຕ່ຕອນນີ້ ກໍບໍ່ມີສິ່ງໃດທີ່ພວກເຂົາເວົ້າສອດຄ່ອງກັບຄວາມຈິງ; ມັນລ້ວນເປັນພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນ ແລະ ແນວຄິດຂອງມະນຸດ. ພວກເຂົາບໍ່ເຂົ້າໃຈຄວາມຈິງໃດໆເລີຍ, ພວກເຂົາສາມາດປະຖິ້ມແນວຄິດຂອງພວກເຂົາໄດ້ບໍ ເມື່ອພວກມັນເກີດຂຶ້ນ? ເລື່ອງນີ້ເວົ້າໄດ້ຍາກ. ຖ້າພວກເຂົາບໍ່ຍອມຮັບຄວາມຈິງ, ພວກເຂົາກໍຈະບໍ່ສາມາດປະຖິ້ມແນວຄິດຂອງພວກເຂົາໄດ້. ມັນເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ທີ່ຜູ້ຄົນຈະມີແນວຄິດ. ຈິດໃຈຂອງທຸກຄົນສາມາດສ້າງແນວຄິດຕ່າງໆໄດ້ທຸກເວລາ, ບໍ່ວ່າພວກມັນຈະມີມາແຕ່ເກີດ ຫຼື ເກີດຂຶ້ນໃໝ່. ມີແນວຄິດຢູ່ໃນຫົວໃຈຂອງທຸກຄົນ, ໂດຍບໍ່ຄຳນຶງວ່າພວກເຂົາໄດ້ເຊື່ອໃນພຣະເຈົ້າມາຈັກປີແລ້ວ. ແລ້ວຄວນເຮັດແນວໃດ? ບັນຫານີ້ແກ້ໄຂບໍ່ໄດ້ເລີຍບໍ? ມັນສາມາດແກ້ໄຂໄດ້; ມີຫຼັກການສອງສາມຂໍ້ທີ່ຕ້ອງຈື່ໄວ້. ຫຼັກການເຫຼົ່ານີ້ສຳຄັນຫຼາຍ. ເມື່ອເຈົ້າພົບພໍ້ກັບສະຖານະການດັ່ງກ່າວ, ໃຫ້ປະຕິບັດຕາມຫຼັກການເຫຼົ່ານີ້. ຫຼັງຈາກທີ່ປະຕິບັດໄດ້ໄລຍະໜຶ່ງ, ເຈົ້າຈະເຫັນຜົນ ແລະ ເຈົ້າກໍຈະເຂົ້າສູ່ຄວາມຈິງຄວາມເປັນຈິງ. ເມື່ອແນວຄິດເກີດຂຶ້ນ, ບໍ່ວ່າຈະເປັນແນວຄິດໃດກໍຕາມ, ກ່ອນອື່ນ ໃຫ້ໄຕ່ຕອງ ແລະ ວິເຄາະໃນໃຈຂອງເຈົ້າວ່າຄວາມຄິດນີ້ຖືກຕ້ອງ ຫຼື ບໍ່. ຖ້າເຈົ້າຮູ້ສຶກຢ່າງຊັດເຈນວ່າຄວາມຄິດນີ້ບໍ່ຖືກຕ້ອງ ແລະ ບິດເບືອນ ແລະ ມັນໝິ່ນປະໝາດພຣະເຈົ້າ, ແລ້ວໃຫ້ອະທິຖານທັນທີ, ຂໍໃຫ້ພຣະເຈົ້າໃຫ້ຄວາມສະຫວ່າງ ແລະ ນຳພາເຈົ້າໃຫ້ຮັບຮູ້ແກ່ນແທ້ຂອງບັນຫານີ້ ແລະ ຫຼັງຈາກນັ້ນ, ໃຫ້ສົນທະນາຄວາມເຂົ້າໃຈຂອງເຈົ້າໃນລະຫວ່າງການເຕົ້າໂຮມ. ໃນຂະນະທີ່ໄດ້ຮັບຄວາມເຂົ້າໃຈ ແລະ ປະສົບກັບສິ່ງຕ່າງໆ, ໃຫ້ໃສ່ໃຈການແກ້ໄຂແນວຄິດຂອງເຈົ້າ. ຖ້າການປະຕິບັດດ້ວຍວິທີນີ້ບໍ່ບັນລຸຜົນທີ່ເຫັນໄດ້ຊັດເຈນ, ເຈົ້າກໍຄວນໂອ້ລົມກ່ຽວກັບຄວາມຈິງດ້ານນີ້ກັບຄົນທີ່ເຂົ້າໃຈຄວາມຈິງ, ພະຍາຍາມຂໍຄວາມຊ່ວຍເຫຼືອຈາກຄົນອື່ນ ແລະ ວິທີແກ້ໄຂຈາກພຣະທຳຂອງພຣະເຈົ້າ. ຜ່ານພຣະທຳຂອງພຣະເຈົ້າ ແລະ ປະສົບການຂອງເຈົ້າ, ເຈົ້າຈະຄ່ອຍໆ ພິສູດໄດ້ວ່າພຣະທຳຂອງພຣະເຈົ້າຖືກຕ້ອງ ແລະ ເຈົ້າຈະຮັບຮູ້ຜົນທີ່ຍິ່ງໃຫຍ່ກ່ຽວກັບບັນຫາການແກ້ໄຂແນວຄິດຂອງເຈົ້າເອງ. ໂດຍການຍອມຮັບ ແລະ ການປະສົບກັບພຣະທຳ ແລະ ວຽກງານດັ່ງກ່າວຈາກພຣະເຈົ້າ, ໃນທີ່ສຸດ ເຈົ້າກໍຈະເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ມີຄວາມຮູ້ບາງຢ່າງກ່ຽວກັບອຸປະນິໄສຂອງພຣະເຈົ້າ ເຊິ່ງເຮັດໃຫ້ເຈົ້າສາມາດປະຖິ້ມ ແລະ ແກ້ໄຂແນວຄິດຂອງເຈົ້າໄດ້. ເຈົ້າຈະບໍ່ເຂົ້າໃຈຜິດ ຫຼື ລະວັງຕົວຕໍ່ພຣະເຈົ້າອີກຕໍ່ໄປ ແລະ ທັງຈະບໍ່ຮຽກຮ້ອງສິ່ງທີ່ບໍ່ສົມເຫດສົມຜົນ. ນີ້ແມ່ນສຳລັບແນວຄິດທີ່ສາມາດແກ້ໄຂໄດ້ງ່າຍ. ແຕ່ມີແນວຄິດອີກປະເພດໜຶ່ງທີ່ຍາກສຳລັບຜູ້ຄົນທີ່ຈະເຂົ້າໃຈ ແລະ ແກ້ໄຂໄດ້. ສຳລັບແນວຄິດທີ່ແກ້ໄຂໄດ້ຍາກ, ມີຫຼັກການໜຶ່ງທີ່ເຈົ້າຈຳເປັນຕ້ອງຍຶດໝັ້ນ: ຢ່າສະແດງອອກ ຫຼື ເຜີຍແຜ່ພວກມັນ ເພາະການສະແດງອອກແນວຄິດດັ່ງກ່າວບໍ່ໄດ້ເຮັດໃຫ້ເກີດຜົນດີຕໍ່ຄົນອື່ນ; ມັນຄືຂໍ້ເທັດຈິງຂອງການຕໍ່ຕ້ານພຣະເຈົ້າ. ຖ້າເຈົ້າເຂົ້າໃຈທຳມະຊາດ ແລະ ຜົນທີ່ຈະຕາມມາຂອງການເຜີຍແຜ່ແນວຄິດ, ເຈົ້າກໍຄວນປະເມີນມັນຢ່າງຊັດເຈນດ້ວຍຕົນເອງ ແລະ ລະເວັ້ນຈາກການເວົ້າຢ່າງບໍ່ລະມັດລະວັງ. ຖ້າເຈົ້າເວົ້າວ່າ “ການທີ່ບໍ່ໄດ້ເວົ້າໃນຄຣິສຕະຈັກເຮັດໃຫ້ຂ້ອຍອຶດອັດໃຈຫຼາຍ, ຂ້ອຍຮູ້ສຶກຄືກັບວ່າຈະລະເບີດອອກມາ”, ເຈົ້າຍັງຄວນພິຈາລະນາວ່າ ການເຜີຍແຜ່ແນວຄິດເຫຼົ່ານີ້ເປັນປະໂຫຍດຕໍ່ຜູ້ຄົນທີ່ພຣະເຈົ້າເລືອກຢ່າງແທ້ຈິງ ຫຼື ບໍ່. ຖ້າມັນບໍ່ເປັນປະໂຫຍດ ແລະ ສາມາດນຳພາຄົນອື່ນໃຫ້ມີແນວຄິດຕໍ່ພຣະເຈົ້າ ຫຼື ແມ່ນແຕ່ຕໍ່ຕ້ານ ແລະ ຕັດສິນພຣະເຈົ້າ, ເຈົ້າບໍ່ໄດ້ກຳລັງທຳຮ້າຍຜູ້ຄົນທີ່ພຣະເຈົ້າເລືອກບໍ? ເຈົ້າກຳລັງທຳຮ້າຍຜູ້ຄົນ; ມັນບໍ່ຕ່າງຫຍັງກັບການແຜ່ລະບາດຂອງພະຍາດລະບາດ. ຖ້າເຈົ້າມີເຫດຜົນຢ່າງແທ້ຈິງ, ເຈົ້າກໍຍອມທົນທຸກກັບຄວາມເຈັບປວດດ້ວຍຕົນເອງດີກວ່າທີ່ຈະເຜີຍແຜ່ແນວຄິດ ແລະ ທຳຮ້າຍຄົນອື່ນ. ແຕ່ຢ່າງໃດກໍຕາມ, ຖ້າເຈົ້າເຫັນວ່າມັນທໍລະມານທີ່ຈະອົດກັ້ນຄຳເວົ້າຂອງເຈົ້າໄວ້, ເຈົ້າກໍຄວນອະທິຖານຕໍ່ພຣະເຈົ້າ. ຖ້າບັນຫາໄດ້ຮັບການແກ້ໄຂ, ນັ້ນບໍ່ແມ່ນສິ່ງທີ່ດີບໍ? ຖ້າເຈົ້າຕັດສິນ ແລະ ເຂົ້າໃຈພຣະເຈົ້າຜິດດ້ວຍແນວຄິດຂອງເຈົ້າ ແມ່ນແຕ່ເມື່ອເຈົ້າອະທິຖານຕໍ່ພຣະອົງ, ເຈົ້າກໍພຽງຫາເລື່ອງໃສ່ຕົວເອງເທົ່ານັ້ນ. ເຈົ້າຄວນອະທິຖານຕໍ່ພຣະເຈົ້າແບບນີ້: “ຂ້າແດ່ພຣະເຈົ້າ, ຂ້ານ້ອຍມີຄວາມຄິດເຫຼົ່ານີ້ ແລະ ຂ້ານ້ອຍຢາກປະຖິ້ມພວກມັນ ແຕ່ຂ້ານ້ອຍເຮັດບໍ່ໄດ້. ກະລຸນາລົງວິໄນຂ້ານ້ອຍ, ເປີດເຜີຍຂ້ານ້ອຍຜ່ານສະພາບແວດລ້ອມຕ່າງໆ ແລະ ໃຫ້ຂ້ານ້ອຍຮັບຮູ້ວ່າແນວຄິດຂອງຂ້ານ້ອຍຜິດ. ບໍ່ວ່າພຣະອົງຈະລົງວິໄນຂ້ານ້ອຍແນວໃດ, ຂ້ານ້ອຍກໍເຕັມໃຈທີ່ຈະຍອມຮັບມັນ”. ແນວຄວາມຄິດນີ້ຖືກຕ້ອງ. ເມື່ອອະທິຖານຕໍ່ພຣະເຈົ້າດ້ວຍແນວຄວາມຄິດແບບນີ້ແລ້ວ, ເຈົ້າຈະບໍ່ຮູ້ສຶກອຶດອັດໜ້ອຍລົງບໍ? ຖ້າເຈົ້າສືບຕໍ່ອະທິຖານ ແລະ ສະແຫວງຫາ, ໄດ້ຮັບຄວາມສະຫວ່າງ ແລະ ແສງເຍື່ອງທາງຈາກພຣະເຈົ້າ, ເຈົ້າກໍຈະເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ຫົວໃຈຂອງເຈົ້າກໍຈະເບີກບານ, ເຈົ້າກໍຈະບໍ່ຮູ້ສຶກອຶດອັດອີກຕໍ່ໄປ. ແລ້ວບັນຫາຈະບໍ່ໄດ້ຮັບການແກ້ໄຂບໍ? ແນວຄິດ, ການຕໍ່ຕ້ານ ແລະ ຄວາມກະບົດຂອງເຈົ້າຕໍ່ພຣະເຈົ້າຈະຫາຍໄປເກືອບໝົດ; ຢ່າງໜ້ອຍທີ່ສຸດ, ເຈົ້າຈະບໍ່ຮູ້ສຶກວ່າຈຳເປັນຕ້ອງສະແດງພວກມັນອອກມາ. ຖ້າຍັງບໍ່ໄດ້ຜົນ ແລະ ບັນຫາຍັງບໍ່ໄດ້ຮັບການແກ້ໄຂຢ່າງສົມບູນ, ໃຫ້ຊອກຫາຄົນທີ່ມີປະສົບການເພື່ອຊ່ວຍເຈົ້າແກ້ໄຂແນວຄິດຂອງເຈົ້າ. ໃຫ້ພວກເຂົາຊອກຫາພຣະທຳຂອງພຣະເຈົ້າສອງສາມວັກທີ່ກ່ຽວຂ້ອງກັບການແກ້ໄຂແນວຄິດທີ່ເຈົ້າມີ ແລະ ອ່ານພຣະທຳເຫຼົ່ານັ້ນຫຼາຍສິບ ຫຼື ຫຼາຍຮ້ອຍເທື່ອ; ບາງເທື່ອແນວຄິດຂອງເຈົ້າຈະຖືກແກ້ໄຂຢ່າງເຖິງຖອງ. ບາງຄົນອາດຈະເວົ້າວ່າ “ຖ້າຂ້ອຍສະແດງອອກແນວຄິດໃນລະຫວ່າງການເຕົ້າໂຮມກັບອ້າຍເອື້ອຍນ້ອງ, ນັ້ນກໍຈະເປັນການເຜີຍແຜ່ແນວຄິດ, ສະນັ້ນ ຂ້ອຍເຮັດບໍ່ໄດ້. ແຕ່ການອົດກັ້ນມັນໄວ້ກໍເຮັດໃຫ້ຮູ້ສຶກອຶດອັດໃຈຫຼາຍ. ຂ້ອຍສາມາດເວົ້າເລື່ອງນີ້ກັບຄອບຄົວຂອງຂ້ອຍໄດ້ບໍ?” ຖ້າສະມາຊິກຄອບຄົວຂອງເຈົ້າເປັນອ້າຍເອື້ອຍນ້ອງໃນຄວາມເຊື່ອເຊັ່ນກັນ, ການສະແດງອອກແນວຄິດເຫຼົ່ານີ້ຕໍ່ພວກເຂົາກໍຈະເປັນການລົບກວນພວກເຂົາເຊັ່ນກັນ. ການເຮັດແບບນີ້ເໝາະສົມບໍ? (ບໍ່.) ຖ້າສິ່ງທີ່ເຈົ້າເວົ້າຈະມີຜົນກະທົບທີ່ເປັນຜົນຮ້າຍຕໍ່ຄົນອື່ນ, ເປັນການທຳຮ້າຍ ແລະ ນຳພາພວກເຂົາຢ່າງຜິດໆ, ເຈົ້າກໍຕ້ອງບໍ່ເວົ້າມັນຢ່າງເດັດຂາດ. ແທນທີ່ຈະເປັນແນວນັ້ນ, ໃຫ້ອະທິຖານຕໍ່ພຣະເຈົ້າເພື່ອແກ້ໄຂບັນຫາ. ຕາບໃດທີ່ເຈົ້າອະທິຖານ ແລະ ກິນ ແລະ ດື່ມພຣະທຳຂອງພຣະເຈົ້າດ້ວຍຫົວໃຈທີ່ເຄົາລົບຢຳເກງ, ດ້ວຍຫົວໃຈທີ່ຫິວໂຫຍ ແລະ ກະຫາຍຄວາມຊອບທຳ, ແນວຄິດຂອງເຈົ້າກໍສາມາດແກ້ໄຂໄດ້. ພຣະທຳຂອງພຣະເຈົ້າບັນຈຸຄວາມຈິງທີ່ຄົບຖ້ວນ; ພວກມັນສາມາດແກ້ໄຂບັນຫາໃດກໍໄດ້. ມັນຂຶ້ນກັບວ່າເຈົ້າສາມາດຍອມຮັບຄວາມຈິງ ແລະ ເຕັມໃຈທີ່ຈະປະຕິບັດພຣະທຳຂອງພຣະເຈົ້າ ຫຼື ບໍ່ ແລະ ເຈົ້າສາມາດປະຖິ້ມແນວຄິດຂອງຕົນເອງໄດ້ ຫຼື ບໍ່. ຖ້າເຈົ້າເຊື່ອວ່າພຣະທຳຂອງພຣະເຈົ້າບັນຈຸຄວາມຈິງທີ່ຄົບຖ້ວນ, ເຈົ້າກໍຄວນອະທິຖານຕໍ່ພຣະເຈົ້າ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາເມື່ອພວກມັນເກີດຂຶ້ນ. ຖ້າຫຼັງຈາກທີ່ອະທິຖານໄດ້ໄລຍະໜຶ່ງ, ເຈົ້າຍັງບໍ່ຮູ້ສຶກວ່າໄດ້ຮັບຄວາມສະຫວ່າງຈາກພຣະເຈົ້າ ແລະ ບໍ່ໄດ້ຮັບພຣະທຳທີ່ຊັດເຈນຈາກພຣະເຈົ້າກ່ຽວກັບສິ່ງທີ່ຕ້ອງເຮັດ ແຕ່ໂດຍບໍ່ຮູ້ຕົວ, ແນວຄິດຂອງເຈົ້າກໍບໍ່ໄດ້ສົ່ງຜົນກະທົບຕໍ່ຈິດໃຈຂອງພວກເຈົ້າອີກຕໍ່ໄປ, ບໍ່ໄດ້ລົບກວນຊີວິດຂອງເຈົ້າ, ຄ່ອຍໆຈາງຫາຍໄປ, ບໍ່ໄດ້ສົ່ງຜົນກະທົບຕໍ່ຄວາມສຳພັນທີ່ປົກກະຕິຂອງເຈົ້າກັບພຣະເຈົ້າ ແລະ ແນ່ນອນວ່າບໍ່ໄດ້ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງເຈົ້າ, ໂດຍພື້ນຖານແລ້ວ ແນວຄິດນີ້ ບໍ່ໄດ້ຖືກແກ້ໄຂແລ້ວບໍ? (ແມ່ນແລ້ວ.) ນີ້ຄືແນວທາງແຫ່ງການປະຕິບັດ.
ຜູ້ທີ່ບໍ່ເຂົ້າໃຈຄວາມຈິງ ກ່ອນອື່ນໝົດຕ້ອງຈື່ໄວ້ວ່າ ເມື່ອພວກເຂົາມີແນວຄິດ, ພວກເຂົາຄວນສະແຫວງຫາຄວາມຈິງເພື່ອແກ້ໄຂແນວຄິດເຫຼົ່ານັ້ນ. ພວກເຂົາຕ້ອງບໍ່ເຜີຍແຜ່ແນວຄິດເຫຼົ່ານັ້ນ ຫຼື ເວົ້າຈາແບບຊະຊາຍເດັດຂາດ, ໂດຍກ່າວວ່າ, “ຂ້ອຍມີສິດເສລີພາບໃນການປາກເວົ້າ. ປາກກໍແມ່ນຂອງຂ້ອຍເອງ; ຂ້ອຍຢາກເວົ້າຫຍັງກໍໄດ້, ຢາກເວົ້າກັບໃຜກໍໄດ້ ແລະ ຢາກເວົ້າໃນສະຖານະການໃດກໍໄດ້”. ການເວົ້າແບບນີ້ແມ່ນຜິດ. ຄຳເວົ້າທີ່ດີ ຫຼື ຖືກຕ້ອງບາງຄຳອາດຈະບໍ່ເປັນປະໂຫຍດຕໍ່ຄົນອື່ນສະເໝີໄປເມື່ອເວົ້າອອກມາ, ແຕ່ຄຳເວົ້າທີ່ເປັນແນວຄິດ ຫຼື ເປັນການລໍ້ລວງຂອງຊາຕານສາມາດສົ່ງຜົນສະທ້ອນທີ່ປະເມີນບໍ່ໄດ້ເມື່ອເວົ້າອອກມາ. ໂດຍອີງໃສ່ຜົນສະທ້ອນເຫຼົ່ານີ້, ຖ້າເຈົ້າມີແນວຄິດທີ່ເຈົ້າຍັງຢືນຢັນທີ່ຈະສະແດງອອກ ແລະ ເຈົ້າຮູ້ສຶກວ່າການເຮັດເຊັ່ນນັ້ນຮູ້ສຶກດີ ແລະ ເຮັດໃຫ້ເຈົ້າມີຄວາມສຸກ, ການກະທຳຂອງເຈົ້າກໍຈະຕ້ອງຖືກກຳນົດລັກສະນະວ່າເປັນການກະທຳທີ່ຊົ່ວຊ້າ ແລະ ພຣະເຈົ້າຈະບັນທຶກການກະທຳນັ້ນໄວ້ຕໍ່ຕ້ານເຈົ້າ. ເປັນຫຍັງມັນຈຶ່ງຖືກບັນທຶກໄວ້ຕໍ່ຕ້ານເຈົ້າ? ເຈົ້າໄດ້ຖືກບອກກ່ຽວກັບວິທີການ, ເສັ້ນທາງ ແລະ ຫຼັກການປະຕິບັດໃນທາງບວກຫຼາຍຢ່າງ, ແຕ່ເຈົ້າກໍບໍ່ເລືອກພວກມັນ; ແທນທີ່ຈະເປັນແນວນັ້ນ, ເຈົ້າພັດເລືອກເສັ້ນທາງທີ່ນຳຄວາມເສຍຫາຍມາສູ່ຜູ້ຄົນ, ນີ້ເປັນການເຈດຕະນາ, ບໍ່ແມ່ນບໍ? ແລ້ວມັນຈະເກີນໄປບໍ ທີ່ຈະເອີ້ນການກະທຳຂອງເຈົ້າວ່າເປັນການກະທຳທີ່ຊົ່ວຊ້າ? (ບໍ່ເກີນໄປ.) ເຈົ້າສາມາດເລືອກທີ່ຈະແກ້ໄຂບັນຫານີ້ດ້ວຍຕົວເຈົ້າເອງໄດ້ຢ່າງສົມບູນ ຜ່ານປະສົບການ ແລະ ຜ່ານການອະທິຖານຕໍ່ພຣະເຈົ້າ ແລະ ການສະແຫວງຫາ, ແທນທີ່ຈະນຳເອົາແນວຄິດຂອງເຈົ້າອອກມາລົບກວນ ແລະ ນຳພາຄົນອື່ນຢ່າງຜິດໆ. ນີ້ຄືເສັ້ນທາງທີ່ຄົນທີ່ມີຈິດສຳນຶກ ແລະ ມີເຫດຜົນຄວນເລືອກ. ແລ້ວເປັນຫຍັງເຈົ້າຈຶ່ງບໍ່ເລືອກເສັ້ນທາງນີ້? ເປັນຫຍັງຈຶ່ງເລືອກເສັ້ນທາງທີ່ທຳຮ້າຍ ແລະ ສ້າງຄວາມເຈັບປວດໃຫ້ຄົນອື່ນ? ນີ້ບໍ່ແມ່ນສິ່ງທີ່ຊາຕານຈະເຮັດບໍ? ຄົນຊົ່ວຊ້າເຮັດສິ່ງທີ່ທຳຮ້າຍຄົນອື່ນ ແລະ ຕົນເອງ. ຖ້າເຈົ້າກໍເຮັດສິ່ງດັ່ງກ່າວເຊັ່ນກັນ, ພຣະເຈົ້າກຽດຊັງມັນບໍ? (ແມ່ນແລ້ວ.) ເຖິງແມ່ນວ່າພຣະເຈົ້າຈະບໍ່ກ່າວໂທດແນວຄິດຂອງເຈົ້າ, ເຈົ້າກໍຕ້ອງສະແຫວງຫາຄວາມຈິງດ້ວຍຕົນເອງເພື່ອແກ້ໄຂແນວຄິດຂອງເຈົ້າ ແລະ ເຈົ້າຕ້ອງມີເສັ້ນທາງໃນການປະຕິບັດຄວາມຈິງ. ຖ້າວິທີການຮັບມືກັບແນວຄິດຂອງເຈົ້າຄືການເຜີຍແຜ່ພວກມັນເພື່ອເຈດຕະນານຳພາຢ່າງຜິດໆ ແລະ ທຳຮ້າຍຄົນອື່ນ, ລົບກວນຊີວິດຄຣິສຕະຈັກ ແລະ ທາງເຂົ້າຂອງຊີວິດ ແລະ ສະພາວະປົກກະຕິຂອງອ້າຍເອື້ອຍນ້ອງ, ແລ້ວການກະທຳຂອງເຈົ້າກໍຄືການກະທຳທີ່ຊົ່ວຊ້າ. ເມື່ອພົບພໍ້ກັບສະຖານະການດັ່ງກ່າວ, ຄົນເຮົາຄວນເລືອກທາງໃດ? ຄົນທີ່ມີຄວາມເປັນມະນຸດທີ່ໄລ່ຕາມຄວາມຈິງຈະບໍ່ເລືອກເສັ້ນທາງທີ່ນຳພາຢ່າງຜິດໆ ແລະ ທຳຮ້າຍຄົນອື່ນ; ພວກເຂົາຈະເລືອກທີ່ຈະປະຕິບັດ ແລະ ຍຶດໝັ້ນຫຼັກການທີ່ຕັ້ງໜ້າ ແລະ ເປັນບວກ, ມາຕໍ່ໜ້າພຣະເຈົ້າເພື່ອອະທິຖານ ແລະ ສະແຫວງຫາຄວາມຈິງ ແລະ ຂໍໃຫ້ພຣະເຈົ້າຊ່ວຍແກ້ໄຂບັນຫາ. ບາງຄົນເວົ້າວ່າ, “ເມື່ອຂ້ອຍຂໍໃຫ້ພຣະເຈົ້າຊ່ວຍ, ຂ້ອຍຮູ້ສຶກສະເໝີວ່າການຊ່ວຍເຫຼືອຂອງພຣະອົງເປັນສິ່ງທີ່ຈັບຕ້ອງບໍ່ໄດ້ ແລະ ເບິ່ງບໍ່ເຫັນ. ຂ້ອຍສາມາດເລືອກຂໍຄວາມຊ່ວຍເຫຼືອຈາກຄົນອື່ນແທນໄດ້ບໍ?” ໄດ້, ເຈົ້າສາມາດເລືອກຄົນທີ່ເຂົ້າໃຈຄວາມຈິງຫຼາຍກວ່າ ແລະ ມີຄວາມເຕີບໂຕຫຼາຍກວ່າເຈົ້າ, ຄົນທີ່ເຈົ້າເຊື່ອວ່າສາມາດແກ້ໄຂບັນຫາຂອງເຈົ້າໄດ້ ໂດຍບໍ່ຖືກລົບກວນ ແລະ ໄດ້ຮັບອິດທິພົນຈາກແນວຄິດຂອງເຈົ້າຈົນກາຍເປັນຄົນອ່ອນແອ, ຄົນທີ່ມີປະສົບການກັບບັນຫາທີ່ຄ້າຍຄືກັນ ແລະ ສາມາດບອກເຈົ້າໄດ້ວ່າຈະແກ້ໄຂບັນຫາເຫຼົ່ານັ້ນແນວໃດ, ເສັ້ນທາງນີ້ກໍເໝາະສົມເຊັ່ນກັນ. ຖ້າເຈົ້າເລືອກຄົນທີ່ປົກກະຕິແລ້ວເບົາປັນຍາ ແລະ ບໍ່ສາມາດເບິ່ງທະລຸສິ່ງໃດໄດ້ ແລະ ເມື່ອໄດ້ຍິນກ່ຽວກັບເລື່ອງນີ້, ພວກເຂົາກໍກໍ່ໃຫ້ເກີດຄວາມວຸ້ນວາຍຂຶ້ນທັນທີ, ຕ້ອງການເຜີຍແຜ່ແນວຄິດໄປທົ່ວທຸກບ່ອນ ແລະ ກໍ່ການລົບກວນ ແລະ ຢາກຢຸດເຊື່ອ, ແລ້ວການກະທຳຂອງເຈົ້າກໍຈະເປັນການລົບກວນຊີວິດຄຣິສຕະຈັກໂດຍບໍ່ໄດ້ຕັ້ງໃຈ. ແລ້ວການກະທຳຂອງເຈົ້າຈະບໍ່ຖືກກຳນົດລັກສະນະວ່າເປັນການກະທຳທີ່ຊົ່ວຊ້າບໍ? (ແມ່ນແລ້ວ.) ສະນັ້ນ, ເມື່ອເວົ້າເຖິງວິທີທີ່ເຈົ້າຄວນຮັບມືກັບແນວຄິດ, ເຈົ້າຕ້ອງລະມັດລະວັງ ແລະ ຮອບຄອບ, ເຈົ້າຕ້ອງບໍ່ກະທຳແບບເບົາປັນຍາ ຫຼື ຫຸນຫັນ ແລະ ເຈົ້າຕ້ອງບໍ່ຖືເອົາແນວຄິດເປັນຄວາມຈິງຢ່າງເດັດຂາດ, ບໍ່ວ່າຄວາມຄິດຂອງມະນຸດຈະຖືກຕ້ອງສໍ່າໃດ, ມັນກໍບໍ່ແມ່ນຄວາມຈິງ. ດ້ວຍວິທີນີ້, ເຈົ້າຈະຮູ້ສຶກສະຫງົບຂຶ້ນຫຼາຍ ແລະ ແນວຄິດຂອງເຈົ້າກໍຈະບໍ່ສາມາດສ້າງບັນຫາໃດໆໄດ້. ການມີແນວຄິດບໍ່ແມ່ນສິ່ງທີ່ໜ້າຢ້ານ, ຕາບໃດທີ່ເຈົ້າສະແຫວງຫາຄວາມຈິງ, ໃນທີ່ສຸດພວກມັນກໍຈະຖືກແກ້ໄຂ. ບາງຄົນເວົ້າວ່າ, “ແຕ່ແນວຄິດແກ້ໄຂບໍ່ງ່າຍ”. ແນວຄິດບາງຢ່າງກໍແກ້ໄຂຍາກແທ້, ແລ້ວຄວນເຮັດແນວໃດ? ມັນກໍງ່າຍດາຍ. ແນວຄິດບາງຢ່າງບໍ່ເຄີຍຖືກແກ້ໄຂໃນຄວາມຄິດ ແລະ ຈິດໃຈຂອງບາງຄົນ. ນີ້ກໍເປັນຂໍ້ເທັດຈິງຢູ່ແລ້ວ, ແຕ່ບໍ່ວ່າແນວຄິດໃດໜຶ່ງຈະແກ້ໄຂຍາກສໍ່າໃດກໍຕາມ, ມັນກໍຍັງບໍ່ແມ່ນຄວາມຈິງ. ຕາບໃດທີ່ເຈົ້າເຂົ້າໃຈຈຸດນີ້, ບັນຫາກໍຈັດການໄດ້ງ່າຍ. ມີຂໍ້ເທັດຈິງໜຶ່ງຢູ່ບ່ອນນີ້ທີ່ເຮົາຕ້ອງບອກພວກເຈົ້າ: ພຣະເຈົ້າບໍ່ໄດ້ຮຽກຮ້ອງໃຫ້ທຸກຄົນເຂົ້າໃຈຢ່າງຄົບຖ້ວນ ຫຼື ກຳແໜ້ນທຸກສິ່ງທີ່ພຣະອົງກະທຳຢ່າງແຈ່ມແຈ້ງ; ພຣະອົງບໍ່ໄດ້ຮຽກຮ້ອງໃຫ້ທຸກຄົນຮູ້ຄວາມຈິງທີ່ຢູ່ໃນນັ້ນ ຫຼື ເປັນຫຍັງພຣະອົງຈຶ່ງກະທຳໃນລັກສະນະໃດໜຶ່ງ. ນີ້ບໍ່ແມ່ນສິ່ງທີ່ພຣະເຈົ້າປາຖະໜາ; ພຣະອົງບໍ່ໄດ້ຮຽກຮ້ອງມາດຕະຖານເຫຼົ່ານີ້ຈາກຜູ້ຄົນ. ຖ້າຄວາມສາມາດຂອງເຈົ້າດີພໍ, ລະດັບຄວາມເຂົ້າໃຈໃດກໍຕາມທີ່ພວກເຈົ້າບັນລຸໄດ້ກໍຖືວ່າດີແລ້ວ, ພຽງແຕ່ເຮັດໃຫ້ດີທີ່ສຸດ. ຖ້າເຈົ້າບໍ່ສາມາດເຂົ້າໃຈ, ເມື່ອເຈົ້າອາຍຸສູງຂຶ້ນ, ປະສົບການຂອງເຈົ້າກໍສືບຕໍ່ເລິກເຊິ່ງຂຶ້ນເລື້ອຍໆ ແລະ ເຈົ້າກໍສະສົມປະສົບການຫຼາຍຂຶ້ນ, ຄວາມເຂົ້າໃຈຂອງເຈົ້າກ່ຽວກັບຄວາມຈິງກໍຈະເລິກເຊິ່ງຂຶ້ນເທື່ອລະກ້າວ ແລະ ແນວຄິດຂອງເຈົ້າກໍຈະຫຼຸດໜ້ອຍລົງ. ເຖິງຢ່າງໃດກໍຕາມ, ຄົນສ່ວນໃຫຍ່ບໍ່ສາມາດຢັ່ງຮູ້ເລື່ອງພິເສດບາງຢ່າງໄດ້ ແລະ ບໍ່ເຄີຍເຂົ້າໃຈພວກມັນເລີຍ. ພຣະເຈົ້າບັງຄັບໃຫ້ພວກເຂົາເຂົ້າໃຈເລື່ອງເຫຼົ່ານີ້ບໍ? ພຣະອົງບໍ່ໄດ້ບັງຄັບ; ພຣະເຈົ້າບໍ່ໄດ້ບັງຄັບໃຫ້ພວກເຂົາເຂົ້າໃຈ. ຕົວຢ່າງ: ມີຄວາມເລິກລັບຫຼາຍຢ່າງໃນທ່າມກາງສັບພະສິ່ງທັງປວງທີ່ພຣະເຈົ້າສ້າງຂຶ້ນ ເຊິ່ງຜູ້ຄົນຢາກຮູ້ແຕ່ກໍບໍ່ສາມາດຮູ້ໄດ້. ເຖິງຢ່າງໃດກໍຕາມ, ໃນພຣະທຳ ແລະ ວຽກງານຂອງພຣະເຈົ້າ, ພຣະອົງພຽງແຕ່ສຸມໃສ່ການສະແດງອອກເຖິງຄວາມຈິງເພື່ອຊຳລະລ້າງ ແລະ ຊ່ວຍຜູ້ຄົນໃຫ້ລອດພົ້ນ. ພຣະອົງບໍ່ຄ່ອຍກ່າວເຖິງເລື່ອງອື່ນໆ ແລະ ແມ່ນແຕ່ເມື່ອພຣະອົງກ່າວເຖິງໃນບາງຄັ້ງຄາວ, ມັນກໍເປັນພຽງການກ່າວໂດຍຫຍໍ້ເທົ່ານັ້ນ; ພຣະເຈົ້າບໍ່ເຄີຍອະທິບາຍເລື່ອງເຫຼົ່ານີ້ໃຫ້ຜູ້ຄົນຟັງຢ່າງລະອຽດຖີ່ຖ້ວນ. ເປັນຫຍັງຈຶ່ງບໍ່? ເພາະວ່າຜູ້ຄົນບໍ່ຈຳເປັນຕ້ອງເຂົ້າໃຈສິ່ງເຫຼົ່ານີ້. ໃນພາລະກິດທີ່ພຣະເຈົ້າກະທຳຕໍ່ຜູ້ຄົນ, ໃນດ້ານໜຶ່ງ, ພຣະອົງເປີດເຜີຍອຸປະນິໄສ-ແກ່ນແທ້ຂອງພຣະອົງ; ໃນອີກດ້ານໜຶ່ງ, ພຣະເຈົ້າມີພຣະດຳລິຂອງພຣະອົງ, ແຜນການຂອງພຣະອົງ, ແຫຼ່ງທີ່ມາ ແລະ ເປົ້າໝາຍສຳລັບສິ່ງທີ່ພຣະອົງກະທຳ, ແນວທາງ ແລະ ວິທີການທີ່ພຣະອົງໃຊ້ໃນການເຮັດວຽກກັບຄົນຕ່າງໆ, ແນວທາງ ແລະ ວິທີການວ່າພຣະອົງມີອຳນາດສູງສຸດເໜືອສັບພະສິ່ງທັງປວງແນວໃດ ແລະ ອື່ນໆ. ພຣະເຈົ້າບໍ່ເຄີຍກ່າວວ່າ ຜູ້ຄົນຕ້ອງເຂົ້າໃຈ ແລະ ເຂົ້າສູ່ຄວາມຈິງທັງໝົດ ເພື່ອທີ່ພວກເຂົາຈະຖືກຖືວ່າໄດ້ຮັບຄວາມລອດພົ້ນ. ນີ້ກໍເພາະວ່າພຣະເຈົ້າມີລິດທານຸພາບສູງສຸດຫຼາຍ! ແນວທາງການກະທຳ, ການກ່າວ, ການເຮັດວຽກ ແລະ ການມີອຳນາດສູງສຸດເໜືອສັບພະສິ່ງທັງປວງຂອງພຣະອົງ ໄດ້ເປີດເຜີຍອຸປະນິໄສ, ແກ່ນແທ້, ຕົວຕົນ ແລະ ອື່ນໆ ຂອງພຣະອົງອອກມາຢ່າງເປັນທຳມະຊາດ. ເຖິງແມ່ນວ່າພຣະເຈົ້າເປີດເຜີຍສິ່ງເຫຼົ່ານີ້ທີ່ພຣະອົງມີ ແລະ ເປັນອອກມາຢ່າງເປັນທຳມະຊາດ, ພຣະອົງກໍບໍ່ໄດ້ຮຽກຮ້ອງໃຫ້ຜູ້ຄົນເຂົ້າໃຈ ຫຼື ຢັ່ງຮູ້ພວກມັນທັງໝົດ. ນີ້ກໍເພາະວ່າພຣະເຈົ້າຈະເປັນພຣະເຈົ້າສະເໝີ ແລະ ພຣະອົງກໍມີລິດທານຸພາບສູງສຸດ, ໃນຂະນະທີ່ມະນຸດຊາດທີ່ຖືກສ້າງນັ້ນຊ່າງຕໍ່າຕ້ອຍຫຼາຍ ແລະ ຂາດກຳລັງຢ່າງສິ້ນເຊີງ; ຄວາມແຕກຕ່າງລະຫວ່າງມະນຸດ ແລະ ພຣະເຈົ້າກໍຕ່າງກັນຄືຟ້າກັບເຫວ! ສະນັ້ນ, ມັນຈຶ່ງເປັນເລື່ອງປົກກະຕິຫຼາຍທີ່ຜູ້ຄົນຈະເກີດມີແນວຄິດ ແລະ ຈິນຕະນາການບາງຢ່າງກ່ຽວກັບພຣະເຈົ້າ. ພຣະເຈົ້າບໍ່ໄດ້ເອົາເລື່ອງນີ້ມາໃສ່ໃຈ, ແຕ່ເຈົ້າພັດຖືເປັນເລື່ອງຈິງຈັງ ແລະ ຍຶດຕິດກັບມັນຢ່າງດື້ດ້ານຢູ່ສະເໝີ. ວິທີການນີ້ຈະບໍ່ໄດ້ຜົນ. ຖ້າເຈົ້າເປັນຄົນທີ່ໄລ່ຕາມຄວາມຈິງ ແລະ ມີຄວາມສາມາດສູງ, ຕາບໃດທີ່ເຈົ້າເຂົ້າໃຈຄວາມຈິງ ແລະ ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ, ແນວຄິດ ແລະ ຈິນຕະນາການເຫຼົ່ານີ້ກໍຈະຖືກແກ້ໄຂໄປເອງຕາມທຳມະຊາດ. ຖ້າເຈົ້າບໍ່ສະແຫວງຫາຄວາມຈິງ ແລະ ບໍ່ວ່າໃຜຈະໂອ້ລົມຄວາມຈິງກັບເຈົ້າ, ເຈົ້າກໍບໍ່ຍອມຮັບມັນ ແລະ ຍຶດໝັ້ນກັບແນວຄິດຂອງເຈົ້າຢູ່ສະເໝີ, ຜົນທີ່ຈະຕາມມາຂອງເລື່ອງນີ້ຄືຫຍັງ? ຜົນທີ່ຈະຕາມມາກໍຄື ເຖິງແມ່ນວ່າເຈົ້າຈະໄປເຖິງຈຸດສຸດທ້າຍຂອງຊີວິດ ຫຼື ຈຸດທີ່ວຽກງານຂອງພຣະເຈົ້າສິ້ນສຸດລົງຢ່າງສົມບູນ, ເຈົ້າກໍຈະບໍ່ໄດ້ຮັບຄວາມຈິງ ແຕ່ຈະຖືກນຳພາໄປສູ່ຄວາມຕາຍໂດຍແນວຄິດ ແລະ ຈິນຕະນາການຂອງເຈົ້າ. ເຖິງແມ່ນວ່າເຈົ້າຈະເຫັນພຣະກາຍວິນຍານຂອງພຣະເຈົ້າປາກົດຂຶ້ນ, ເຈົ້າກໍຍັງບໍ່ສາມາດແກ້ໄຂແນວຄິດ ແລະ ຈິນຕະນາການຂອງເຈົ້າກ່ຽວກັບພຣະເຈົ້າໄດ້. ພຣະເຈົ້າຈະບອກຂໍ້ເທັດຈິງທັງໝົດ ແລະ ສິ່ງທີ່ເປັນຄວາມຈິງແກ່ເຈົ້າ ພຽງເພາະວ່າເຈົ້າບໍ່ສາມາດແກ້ໄຂແນວຄິດເຫຼົ່ານີ້ໄດ້ບໍ? ໃນດ້ານໜຶ່ງ, ມັນບໍ່ຈຳເປັນທີ່ພຣະອົງຈະຕ້ອງເຮັດແນວນັ້ນ; ໃນອີກດ້ານໜຶ່ງ, ມີຂໍ້ເທັດຈິງໜຶ່ງ, ນັ້ນກໍຄື ສະໝອງ ແລະ ຈິດໃຈຂອງມະນຸດບໍ່ມີຄວາມຈຸອັນມະຫາສານທີ່ຈຳເປັນໃນການຮັບເອົາສິ່ງເຫຼົ່ານີ້. ວຽກງານທີ່ພຣະເຈົ້າກະທຳນັ້ນ ເກີນກວ່າຈິນຕະນາການຂອງມະນຸດ ແລະ ເກີນກວ່າສັບພະສິ່ງທັງປວງ. ເມື່ອທຽບກັບສັບພະສິ່ງທັງປວງ, ມະນຸດກໍປຽບເໝືອນເມັດຊາຍເມັດໜຶ່ງເທິງຫາດຊາຍ. ຄຳອະທິບາຍນີ້ໃກ້ຄຽງກັບຂໍ້ເທັດຈິງ ແລະ ສາມາດຖືວ່າເໝາະສົມ. ເຖິງແມ່ນວ່າພຣະເຈົ້າຢາກຈະບອກທຸກຢ່າງແກ່ເຈົ້າ, ເຈົ້າມີຄວາມສາມາດພໍທີ່ຈະຮັບເອົາທັງໝົດນັ້ນໄດ້ບໍ? ບາງຄົນເວົ້າວ່າ, “ເປັນຫຍັງຂ້ອຍຈຶ່ງຮັບເອົາທັງໝົດບໍ່ໄດ້? ຖ້າພຣະເຈົ້າກ່າວຫຼາຍກວ່ານີ້, ຂ້ອຍກໍຈະເຂົ້າໃຈຫຼາຍຂຶ້ນ ແລະ ໄດ້ຮັບຫຼາຍຂຶ້ນ. ໃນກໍລະນີນັ້ນ, ຂ້ອຍກໍຈະເປັນທີ່ໂປດປານ!” ນັ້ນເປັນການເພີ້ຝັນ; ເຈົ້າປະເມີນຄວາມສາມາດຂອງຕົນເອງສູງເກີນໄປ. ຄວາມຈິງບໍ່ແມ່ນແບບນັ້ນ. ໃນສາຍພຣະເນດຂອງພຣະເຈົ້າ, ສິ່ງທີ່ພຣະອົງບອກເຈົ້ານັ້ນລ້ວນແຕ່ເປັນເລື່ອງທີ່ງ່າຍດາຍ ແລະ ເຫັນໄດ້ຊັດເຈນ; ມັນແມ່ນສິ່ງທີ່ຜູ້ຄົນສາມາດເຂົ້າໃຈໄດ້. ທີ່ຈິງແລ້ວ, ມີຫຼາຍສິ່ງທີ່ພຣະເຈົ້າບໍ່ໄດ້ກ່າວເຖິງ ເພາະວ່າຜູ້ຄົນບໍ່ສາມາດຢັ່ງຮູ້ໄດ້. ສະນັ້ນ, ມັນຈຶ່ງເປັນເລື່ອງປົກກະຕິຫຼາຍທີ່ແນວຄິດບາງຢ່າງຂອງເຈົ້າບໍ່ສາມາດຖືກແກ້ໄຂໄດ້ໃນທີ່ສຸດ. ສິ່ງທີ່ພຣະເຈົ້າຕ້ອງການໃຫ້ເຈົ້າເຂົ້າໃຈ ແລະ ຢາກບອກເຈົ້າ ຫຼື ສິ່ງທີ່ເຈົ້າສາມາດແບກຮັບ ແລະ ຢັ່ງຮູ້ໄດ້, ເຈົ້າກໍຈະເຂົ້າໃຈ. ສ່ວນສິ່ງທີ່ເຈົ້າບໍ່ສາມາດແບກຮັບ ຫຼື ຢັ່ງຮູ້ໄດ້, ສິ່ງທີ່ຕາເນື້ອໜັງຂອງເຈົ້າບໍ່ສາມາດເບິ່ງທະລຸໄດ້, ເຖິງແມ່ນວ່າພຣະເຈົ້າຈະບອກເຈົ້າ, ມັນກໍຈະໄຮ້ປະໂຫຍດ ແລະ ເສຍແຮງໄປລ້າໆ. ດ້ວຍເຫດນີ້, ພຣະເຈົ້າຈຶ່ງບໍ່ບອກສິ່ງເຫຼົ່ານີ້ແກ່ເຈົ້າ. ກ່ຽວກັບແນວຄິດປະເພດດັ່ງກ່າວ, ເຖິງແມ່ນວ່າເມື່ອເຖິງເວລາທີ່ເຈົ້າຕາຍໄປ ຫຼື ເມື່ອເຖິງເວລາທີ່ວຽກງານຂອງພຣະເຈົ້າສິ້ນສຸດລົງ ເຈົ້າກໍຍັງບໍ່ເຂົ້າໃຈ, ສິ່ງນີ້ຈະສົ່ງຜົນກະທົບຫຍັງ? ມັນສົ່ງຜົນກະທົບຕໍ່ການອ່ອນນ້ອມຂອງເຈົ້າຕໍ່ພຣະເຈົ້າບໍ? ມັນສົ່ງຜົນກະທົບຕໍ່ການເຮັດໜ້າທີ່ຂອງສິ່ງທີ່ຖືກສ້າງຂອງເຈົ້າບໍ? ມັນສົ່ງຜົນກະທົບຕໍ່ການຮູ້ຈັກຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າຂອງເຈົ້າບໍ? ຖ້າເຈົ້າບໍ່ໄດ້ຮັບຜົນກະທົບໃນທາງໃດທາງໜຶ່ງເຫຼົ່ານີ້, ແລ້ວເຈົ້າກໍຈະໄດ້ຮັບຄວາມລອດພົ້ນ. ແລ້ວແນວຄິດປະເພດນີ້ຍັງຈຳເປັນຕ້ອງຖືກແກ້ໄຂຢູ່ບໍ? ບໍ່ຈຳເປັນ. ນີ້ຄືແນວຄິດປະເພດສຸດທ້າຍ, ປະເພດທີ່ບໍ່ສາມາດແກ້ໄຂໄດ້ ແມ່ນແຕ່ໃນເວລາທີ່ກຳລັງຈະຕາຍ. ບາງຄົນເວົ້າວ່າ, “ໂອ້ ພຣະເຈົ້າ, ຂ້ານ້ອຍຍັງບໍ່ເຂົ້າໃຈວຽກງານນີ້ທີ່ພຣະອົງໄດ້ກະທຳ, ພຣະທຳເຫຼົ່ານີ້ທີ່ພຣະອົງໄດ້ກ່າວ ແລະ ສະພາບແວດລ້ອມນີ້ທີ່ພຣະອົງໄດ້ຈັດໄວ້ໃຫ້. ພຣະອົງຊ່ວຍບອກຂ້ານ້ອຍກ່ອນທີ່ຂ້ານ້ອຍຈະຕາຍໄດ້ບໍ ເພື່ອໃຫ້ຂ້ານ້ອຍຕາຍຕາຫຼັບ?” ພຣະເຈົ້າບໍ່ໃສ່ໃຈຄຳຂໍເຊັ່ນນັ້ນ. ຂໍໃຫ້ເຈົ້າໄປຢ່າງສະຫງົບເຖີດ; ເຈົ້າຈະເຂົ້າໃຈທຸກຢ່າງໃນໂລກຝ່າຍວິນຍານ.
ພຣະເຈົ້າມີມາດຕະຖານຂອງພຣະອົງເອງໃນການຊ່ວຍຜູ້ຄົນໃຫ້ລອດພົ້ນ; ມັນບໍ່ໄດ້ອີງໃສ່ວ່າເຈົ້າໄດ້ແກ້ໄຂແນວຄິດຂອງເຈົ້າໄດ້ດີສໍ່າໃດ ຫຼື ເຈົ້າໄດ້ປະຖິ້ມມັນໄປຫຼາຍສໍ່າໃດ. ແທນທີ່ຈະເປັນແນວນັ້ນ, ມັນອີງໃສ່ລະດັບຄວາມຢຳເກງທີ່ເຈົ້າມີຕໍ່ພຣະເຈົ້າ ແລະ ລະດັບການອ່ອນນ້ອມທີ່ເຈົ້າມີຕໍ່ພຣະອົງ, ບໍ່ວ່າເຈົ້າຈະຢຳເກງ ແລະ ອ່ອນນ້ອມຕໍ່ພຣະອົງຢ່າງແທ້ຈິງ ຫຼື ບໍ່. ມີຄວາມໝາຍໃນທຸກສິ່ງທີ່ພຣະເຈົ້າກະທຳ ແລະ ບໍ່ວ່າມັນຈະເປັນສິ່ງທີ່ງ່າຍສຳລັບເຈົ້າທີ່ຈະຍອມຮັບ ຫຼື ຍາກສຳລັບເຈົ້າທີ່ຈະຍອມຮັບໄດ້ ແລະ ອາດຈະກໍ່ໃຫ້ເກີດແນວຄິດໃນຕົວເຈົ້າ, ໃນກໍລະນີໃດກໍຕາມ, ຕົວຕົນຂອງພຣະເຈົ້າກໍບໍ່ປ່ຽນແປງຍ້ອນເຫດນັ້ນ; ພຣະອົງຈະເປັນພຣະຜູ້ສ້າງສະເໝີ ແລະ ເຈົ້າກໍຈະເປັນສິ່ງທີ່ຖືກສ້າງສະເໝີ. ຖ້າເຈົ້າສາມາດບໍ່ຖືກຈຳກັດໂດຍແນວຄິດໃດໆ ແລະ ຍັງຄົງຮັກສາຄວາມສຳພັນຂອງສິ່ງທີ່ຖືກສ້າງ ແລະ ພຣະຜູ້ສ້າງໄວ້ກັບພຣະເຈົ້າ, ແລ້ວເຈົ້າກໍເປັນສິ່ງທີ່ຖືກສ້າງທີ່ແທ້ຈິງຂອງພຣະເຈົ້າ. ຖ້າເຈົ້າບໍ່ໄດ້ຮັບອິດທິພົນ ຫຼື ຖືກລົບກວນໂດຍແນວຄິດໃດໆ ແລະ ສາມາດອ່ອນນ້ອມຕໍ່ພຣະເຈົ້າໄດ້ຢ່າງແທ້ຈິງຈາກສ່ວນເລິກຂອງຫົວໃຈ ແລະ ໂດຍບໍ່ຄຳນຶງວ່າຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບຄວາມຈິງຈະເລິກເຊິ່ງ ຫຼື ຕື້ນເຂີນ, ຖ້າເຈົ້າສາມາດປະຖິ້ມແນວຄິດ ແລະ ບໍ່ຖືກຈຳກັດໂດຍແນວຄິດເຫຼົ່ານັ້ນ, ໂດຍເຊື່ອພຽງແຕ່ວ່າພຣະເຈົ້າຄືຄວາມຈິງ, ຫົນທາງ ແລະ ຊີວິດ, ວ່າພຣະເຈົ້າຈະເປັນພຣະເຈົ້າຕະຫຼອດໄປ ແລະ ສິ່ງທີ່ພຣະເຈົ້າກະທຳບໍ່ເຄີຍຜິດ, ແລ້ວເຈົ້າກໍຈະສາມາດໄດ້ຮັບຄວາມລອດພົ້ນ. ທີ່ຈິງແລ້ວ, ສະຖານະຂອງທຸກຄົນແມ່ນມີຈຳກັດ. ສະໝອງຂອງຜູ້ຄົນສາມາດບັນຈຸສິ່ງຕ່າງໆ ໄດ້ຫຼາຍສໍ່າໃດ? ພວກເຂົາສາມາດຢັ່ງເຖິງພຣະເຈົ້າໄດ້ບໍ? ນັ້ນເປັນຄວາມຄິດເພີ້ຝັນ! ຢ່າລືມວ່າ: ຜູ້ຄົນຈະເປັນເດັກນ້ອຍຕໍ່ໜ້າພຣະເຈົ້າສະເໝີ. ຖ້າເຈົ້າຄິດວ່າຕົນເອງສະຫຼາດ, ຖ້າເຈົ້າທຳທ່າອວດສະຫຼາດຢູ່ສະເໝີ ແລະ ພະຍາຍາມຊອກຮູ້ໃຫ້ໄດ້ທຸກເລື່ອງ, ໂດຍຄິດວ່າ, “ຖ້າຂ້ອຍບໍ່ສາມາດເຂົ້າໃຈມັນໄດ້, ແລ້ວຂ້ອຍກໍບໍ່ສາມາດຍອມຮັບວ່າພຣະອົງເປັນພຣະເຈົ້າຂອງຂ້ອຍ, ຂ້ອຍບໍ່ສາມາດຍອມຮັບວ່າພຣະອົງເປັນພຣະເຈົ້າຂອງຂ້ອຍ, ຂ້ອຍບໍ່ສາມາດຍອມຮັບວ່າພຣະອົງເປັນພຣະຜູ້ສ້າງ. ຖ້າພຣະອົງບໍ່ແກ້ໄຂແນວຄິດຂອງຂ້ອຍ, ກໍຢ່າຫວັງເລີຍວ່າຂ້ອຍຈະຍອມຮັບວ່າພຣະອົງເປັນພຣະເຈົ້າ, ວ່າຂ້ອຍຈະຍອມຮັບອຳນາດສູງສຸດຂອງພຣະອົງ ແລະ ວ່າຂ້ອຍຈະອ່ອນນ້ອມຕໍ່ພຣະອົງ”, ແລ້ວນີ້ກໍເປັນບັນຫາ. ເປັນຫຍັງຈຶ່ງເປັນເຊັ່ນນັ້ນ? ພຣະເຈົ້າບໍ່ໂຕ້ຖຽງເລື່ອງເຊັ່ນນັ້ນກັບເຈົ້າ. ຕໍ່ມະນຸດ ພຣະອົງຈະເປັນດັ່ງນີ້ສະເໝີ: ຖ້າເຈົ້າບໍ່ຍອມຮັບວ່າພຣະເຈົ້າເປັນພຣະເຈົ້າຂອງເຈົ້າ, ພຣະອົງກໍຈະບໍ່ຍອມຮັບວ່າເຈົ້າເປັນໜຶ່ງໃນສິ່ງທີ່ຖືກສ້າງຂອງພຣະອົງ. ເມື່ອພຣະເຈົ້າບໍ່ຍອມຮັບວ່າເຈົ້າເປັນໜຶ່ງໃນສິ່ງທີ່ຖືກສ້າງຂອງພຣະອົງ, ຍ້ອນທັດສະນະຄະຕິຂອງເຈົ້າທີ່ມີຕໍ່ພຣະອົງ, ຄວາມສຳພັນລະຫວ່າງເຈົ້າກັບພຣະເຈົ້າຈຶ່ງປ່ຽນແປງໄປ. ຖ້າເຈົ້າບໍ່ສາມາດອ່ອນນ້ອມຕໍ່ພຣະເຈົ້າ ແລະ ຍອມຮັບຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ ແລະ ທຸກສິ່ງທີ່ພຣະເຈົ້າກະທຳ, ຕົວຕົນຂອງເຈົ້າກໍຈະປ່ຽນແປງໄປ. ເຈົ້າຍັງເປັນສິ່ງທີ່ຖືກສ້າງຢູ່ບໍ? ພຣະເຈົ້າບໍ່ຮັບຮູ້ເຈົ້າ; ການໂຕ້ຖຽງກໍບໍ່ມີປະໂຫຍດ. ແລ້ວຖ້າເຈົ້າບໍ່ແມ່ນສິ່ງທີ່ຖືກສ້າງ ແລະ ພຣະເຈົ້າບໍ່ຕ້ອງການເຈົ້າ, ເຈົ້າຍັງມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນຢູ່ບໍ? (ບໍ່ມີ.) ເປັນຫຍັງພຣະເຈົ້າຈຶ່ງບໍ່ຖືວ່າເຈົ້າເປັນສິ່ງທີ່ຖືກສ້າງ? ເຈົ້າບໍ່ສາມາດປະຕິບັດຄວາມຮັບຜິດຊອບ ແລະ ໜ້າທີ່ທີ່ສິ່ງທີ່ຖືກສ້າງຄວນເຮັດໄດ້ ແລະ ເຈົ້າບໍ່ໄດ້ປະຕິບັດຕໍ່ພຣະຜູ້ສ້າງຈາກຈຸດຢືນຂອງສິ່ງທີ່ຖືກສ້າງ. ແລ້ວພຣະເຈົ້າຈະປະຕິບັດຕໍ່ເຈົ້າແນວໃດ? ພຣະອົງຈະເບິ່ງເຈົ້າແນວໃດ? ພຣະເຈົ້າຈະບໍ່ເບິ່ງເຈົ້າວ່າເປັນສິ່ງທີ່ຖືກສ້າງທີ່ມີຄຸນສົມບັດ, ແຕ່ຈະເບິ່ງວ່າເປັນຄົນຊົ່ວຊ້າ, ເປັນມານຮ້າຍ ແລະ ເປັນຊາຕານ. ເຈົ້າບໍ່ໄດ້ຄິດວ່າຕົນເອງສະຫຼາດບໍ? ເປັນແນວໃດເຈົ້າຈຶ່ງເຮັດໃຫ້ຕົນເອງກາຍເປັນມານຮ້າຍ ແລະ ເປັນຊາຕານ? ນີ້ບໍ່ແມ່ນຄວາມສະຫຼາດ, ມັນຄືຄວາມໂງ່ຈ້າ. ພຣະທຳເຫຼົ່ານີ້ຊ່ວຍໃຫ້ຜູ້ຄົນເຂົ້າໃຈຫຍັງ? ນັ້ນກໍຄື ຜູ້ຄົນຕ້ອງຢູ່ໃນຂອບເຂດຂອງຕົນຕໍ່ໜ້າພຣະເຈົ້າ. ເຖິງແມ່ນວ່າເຈົ້າຈະມີເຫດຜົນສຳລັບແນວຄິດຂອງເຈົ້າ, ກໍຢ່າຄິດວ່າເຈົ້າມີຄວາມຈິງ ແລະ ມີຕົ້ນທຶນທີ່ຈະທ້າທາຍພຣະເຈົ້າ ແລະ ຕີຂອບພຣະອົງ. ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ຢ່າເປັນແບບນັ້ນ. ທັນທີທີ່ເຈົ້າສູນເສຍຕົວຕົນຂອງການເປັນສິ່ງທີ່ຖືກສ້າງ, ເຈົ້າກໍຈະຖືກທຳລາຍ, ນີ້ບໍ່ແມ່ນເລື່ອງຕະຫຼົກ. ມັນເປັນເພາະວ່າ ເມື່ອຜູ້ຄົນມີແນວຄິດ, ພວກເຂົາໃຊ້ແນວທາງທີ່ແຕກຕ່າງກັນ ແລະ ນຳໃຊ້ວິທີການແກ້ໄຂທີ່ແຕກຕ່າງກັນ, ຜົນທີ່ໄດ້ຮັບຈຶ່ງແຕກຕ່າງກັນຢ່າງສິ້ນເຊີງ.
ພວກເຈົ້າມີຫຼັກການໃນການປະຕິບັດກ່ຽວກັບແນວຄິດບໍ? ຫຼັກການເຫຼົ່ານີ້ປົກປ້ອງພວກເຈົ້າ ເພື່ອໃຫ້ພວກເຈົ້າສາມາດປະຕິບັດຕົນໃນຖານະສິ່ງທີ່ຖືກສ້າງໄດ້ຢ່າງເໝາະສົມບໍ? ເສັ້ນທາງນີ້ດີບໍ? (ດີ.) ແລ້ວກໍສະຫຼຸບມາເບິ່ງ. (ຖ້າເປັນແນວຄິດທີ່ແກ້ໄຂໄດ້ຂ້ອນຂ້າງງ່າຍ, ພວກເຮົາຕ້ອງອະທິຖານ ແລະ ສະແຫວງຫາ, ຊອກຫາຄວາມຈິງທີ່ໄຈ້ແຍກແນວຄິດປະເພດນີ້ຈາກພຣະທຳຂອງພຣະເຈົ້າ ແລະ ພວກເຮົາຍັງສາມາດໂອ້ລົມກັບອ້າຍເອື້ອຍນ້ອງທີ່ເຂົ້າໃຈຄວາມຈິງ; ດ້ວຍວິທີນີ້, ພວກເຮົາຈະສາມາດເບິ່ງທະລຸດ້ານທີ່ຜິດພາດຂອງແນວຄິດໄດ້, ດ້ວຍເຫດນີ້ຈຶ່ງແກ້ໄຂມັນໄດ້. ຍັງມີແນວຄິດບາງຢ່າງທີ່ບໍ່ແມ່ນເລື່ອງງ່າຍທີ່ຈະແກ້ໄຂ, ແຕ່ພວກເຮົາຕ້ອງບໍ່ຍຶດຕິດກັບແນວຄິດເຫຼົ່ານັ້ນ. ພວກເຮົາຈຳເປັນຕ້ອງມີທັດສະນະຄະຕິໃນການຍອມຮັບຄວາມຈິງ ແລະ ອ່ອນນ້ອມຕໍ່ພຣະເຈົ້າ, ໂດຍຮູ້ວ່າພວກເຮົາເປັນສິ່ງທີ່ຖືກສ້າງ ແລະ ສິ່ງທີ່ພຣະເຈົ້າກະທຳແມ່ນຖືກຕ້ອງຢ່າງແນ່ນອນ ແລະ ມັນເປັນພຽງແຕ່ວ່າພວກເຮົາບໍ່ທັນໄດ້ຮັບຮູ້ສິ່ງນີ້. ບໍ່ວ່າພວກເຮົາຈະເຂົ້າໃຈ ຫຼື ບໍ່, ພວກເຮົາກໍບໍ່ສາມາດເຜີຍແຜ່ແນວຄິດໄດ້. ພວກເຮົາຄວນຮຽນຮູ້ທີ່ຈະອະທິຖານຕໍ່ພຣະເຈົ້າ ແລະ ສະແຫວງຫາເລື້ອຍໆ ແລະ ແນວຄິດເຫຼົ່ານີ້ກໍຈະສາມາດຖືກແກ້ໄຂໄດ້ເທື່ອລະກ້າວອີກດ້ວຍ. ສະຖານະການທີສາມກໍຄື ແນວຄິດບາງຢ່າງອາດຈະຍັງຄົງບໍ່ຖືກແກ້ໄຂໃນທີ່ສຸດ. ໃນກໍລະນີດັ່ງກ່າວ, ຕາບໃດທີ່ພວກເຮົາບໍ່ຖືກຈຳກັດໂດຍແນວຄິດເຫຼົ່ານີ້ ແລະ ບໍ່ເຜີຍແຜ່ພວກມັນ, ມັນກໍບໍ່ເປັນຫຍັງ. ເຖິງແມ່ນວ່າແນວຄິດເຫຼົ່ານີ້ຈະບໍ່ຖືກແກ້ໄຂໃນທີ່ສຸດ, ຕາບໃດທີ່ພວກເຮົາບໍ່ຍຶດຕິດກັບພວກມັນ ແລະ ບໍ່ກະທຳຄວາມຊົ່ວຍ້ອນພວກມັນ, ພຣະເຈົ້າກໍຈະບໍ່ກ່າວໂທດພວກເຮົາ ແລະ ມັນຈະບໍ່ສົ່ງຜົນກະທົບຕໍ່ຄວາມລອດພົ້ນຂອງພວກເຮົາ.) ທັງໝົດມີຈັກຫຼັກການ? (ສາມ.) ມີທັງໝົດສາມຫຼັກການ. ພວກເຈົ້າໄດ້ຈົດບັນທຶກໄວ້ໝົດແລ້ວແມ່ນບໍ່? ເມື່ອພວກເຈົ້າເຂົ້າໃຈຄວາມຈິງ ແລະ ກຳແໜ້ນຫຼັກການ, ແນວຄິດຂອງພວກເຈົ້າກໍຈະຖືກແກ້ໄຂໄປເອງຕາມທຳມະຊາດ. ພວກເຈົ້າຢ່າໄດ້ປ່ອຍໃຫ້ແນວຄິດມາຂັດຂວາງ ຫຼື ເຮັດໃຫ້ພວກເຈົ້າສະດຸດ; ຈົ່ງແກ້ໄຂແນວຄິດທີ່ສາມາດແກ້ໄຂໄດ້ໃຫ້ດີທີ່ສຸດເທົ່າທີ່ຈະເຮັດໄດ້ ແລະ ສຳລັບແນວຄິດທີ່ຍັງບໍ່ສາມາດແກ້ໄຂໄດ້ຊົ່ວຄາວ, ຢ່າງໜ້ອຍກໍຢ່າປ່ອຍໃຫ້ພວກມັນສົ່ງຜົນກະທົບຕໍ່ພວກເຈົ້າ. ມັນບໍ່ຄວນກີດຂວາງການປະຕິບັດໜ້າທີ່ຂອງເຈົ້າ ແລະ ທັງບໍ່ຄວນສົ່ງຜົນກະທົບຕໍ່ຄວາມສຳພັນຂອງເຈົ້າກັບພຣະເຈົ້າ. ເສັ້ນຕາຍຂອງເຈົ້າຄື ຢ່າງໜ້ອຍທີ່ສຸດຕ້ອງບໍ່ເຜີຍແຜ່ແນວຄິດ, ບໍ່ກະທຳຄວາມຊົ່ວ, ບໍ່ກໍ່ໃຫ້ເກີດການຂັດຂວາງ ຫຼື ການລົບກວນ ແລະ ບໍ່ເຮັດໜ້າທີ່ເປັນຄົນຮັບໃຊ້ຂອງຊາຕານ ຫຼື ເປັນຊ່ອງທາງໃຫ້ຊາຕານ. ບໍ່ວ່າເຈົ້າຈະພະຍາຍາມຫຼາຍສໍ່າໃດ, ຖ້າແນວຄິດບາງຢ່າງສາມາດແກ້ໄຂໄດ້ພຽງຜິວເຜີນ ແລະ ບໍ່ສາມາດແກ້ໄຂໄດ້ຢ່າງຄົບຖ້ວນ, ແລ້ວກໍພຽງແຕ່ບໍ່ໃສ່ໃຈມັນ. ຢ່າປ່ອຍໃຫ້ແນວຄິດສົ່ງຜົນກະທົບຕໍ່ການໄລ່ຕາມຄວາມຈິງ ຫຼື ທາງເຂົ້າຂອງຊີວິດຂອງເຈົ້າ. ຈົ່ງກຳແໜ້ນຫຼັກການເຫຼົ່ານີ້ ແລະ ພາຍໃຕ້ສະຖານະການປົກກະຕິ, ເຈົ້າກໍຈະໄດ້ຮັບການປົກປ້ອງ. ຖ້າເຈົ້າເປັນຄົນທີ່ຍອມຮັບຄວາມຈິງ, ມັກສິ່ງທີ່ເປັນບວກ, ບໍ່ແມ່ນຄົນຊົ່ວຊ້າ, ບໍ່ເຕັມໃຈທີ່ຈະກໍ່ໃຫ້ເກີດການຂັດຂວາງ ຫຼື ການລົບກວນ ແລະ ບໍ່ເຈດຕະນາກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ, ແລ້ວເມື່ອເຈົ້າພົບພໍ້ກັບບັນຫາທີ່ກໍ່ໃຫ້ເກີດແນວຄິດໂດຍທົ່ວໄປ, ໂດຍປົກກະຕິແລ້ວ ເຈົ້າກໍຈະໄດ້ຮັບການປົກປ້ອງ. ຫຼັກການປະຕິບັດຂັ້ນພື້ນຖານທີ່ສຸດກໍຄື: ຖ້າມີແນວຄິດເກີດຂຶ້ນທີ່ແກ້ໄຂໄດ້ຍາກ, ຢ່າຟ້າວຟັ່ງກະທຳຕາມແນວຄິດນັ້ນ. ກ່ອນອື່ນ, ຈົ່ງລໍຖ້າ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂມັນ, ໂດຍເຊື່ອວ່າສິ່ງທີ່ພຣະເຈົ້າກະທຳບໍ່ມີທາງຜິດ. ຈົ່ງຈື່ຫຼັກການນີ້ໄວ້. ນອກຈາກນີ້, ຢ່າປະຖິ້ມໜ້າທີ່ຂອງເຈົ້າ ຫຼື ປ່ອຍໃຫ້ແນວຄິດສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງເຈົ້າ. ຖ້າເຈົ້າມີແນວຄິດ ແລະ ຄິດວ່າ, “ຂ້ອຍຈະເຮັດໜ້າທີ່ນີ້ແບບພໍແລ້ວມືແລ້ວຕີນກໍພໍ; ຂ້ອຍອາລົມບໍ່ດີ, ສະນັ້ນ ຂ້ອຍຈະບໍ່ເຮັດວຽກໃຫ້ດີເພື່ອເຈົ້າດອກ!” ແບບນີ້ບໍ່ດີ. ໃນເມື່ອທັດສະນະຄະຕິຂອງເຈົ້າປ່ຽນເປັນລົບ ແລະ ເຮັດພໍແລ້ວມືແລ້ວຕີນ, ມັນກໍຈະກາຍເປັນບັນຫາ; ນີ້ຄືແນວຄິດກຳລັງສ້າງຄວາມວຸ້ນວາຍຢູ່ພາຍໃນຕົວເຈົ້າ. ເມື່ອແນວຄິດສ້າງຄວາມວຸ້ນວາຍຢູ່ພາຍໃນຕົວເຈົ້າ ແລະ ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງເຈົ້າ, ນັ້ນໝາຍຄວາມວ່າ ເມື່ອເຖິງຈຸດນີ້ ຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍໄດ້ປ່ຽນແປງໄປແລ້ວ. ແນວຄິດບາງຢ່າງສາມາດສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງເຈົ້າ, ເຊິ່ງເປັນບັນຫາທີ່ຮ້າຍແຮງ ແລະ ມັນຕ້ອງຖືກແກ້ໄຂໂດຍທັນທີ. ແນວຄິດອື່ນໆ ບໍ່ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງພວກເຈົ້າ ຫຼື ຄວາມສຳພັນຂອງພວກເຈົ້າກັບພຣະເຈົ້າ, ສະນັ້ນ ມັນຈຶ່ງບໍ່ແມ່ນບັນຫາໃຫຍ່. ຖ້າແນວຄິດທີ່ພວກເຈົ້າເກີດມີ ສາມາດສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງເຈົ້າ, ເຮັດໃຫ້ເຈົ້າສົງໄສພຣະເຈົ້າ, ບໍ່ເຮັດໜ້າທີ່ຂອງເຈົ້າຢ່າງດຸໝັ່ນ ແລະ ເຖິງກັບຮູ້ສຶກວ່າຈະບໍ່ມີຜົນສະທ້ອນໃດໆຈາກການບໍ່ເຮັດໜ້າທີ່ຂອງເຈົ້າ ແລະ ບໍ່ມີຄວາມຢ້ານກົວ ແລະ ບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າ, ນີ້ກໍເປັນອັນຕະລາຍ. ນີ້ໝາຍຄວາມວ່າ ເຈົ້າຈະຕົກຢູ່ໃນການລໍ້ລວງ ແລະ ຖືກຊາຕານຫຼອກລວງ ແລະ ຄອບງຳ. ທັດສະນະຄະຕິຂອງເຈົ້າຕໍ່ແນວຄິດຂອງເຈົ້າ ແລະ ທາງເລືອກທີ່ເຈົ້າເລືອກນັ້ນສຳຄັນຢ່າງຍິ່ງ; ໂດຍບໍ່ຄຳນຶງວ່າແນວຄິດຈະສາມາດຖືກແກ້ໄຂໄດ້ ຫຼື ບໍ່ ແລະ ໂດຍບໍ່ສົນໃຈລະດັບທີ່ມັນສາມາດຖືກແກ້ໄຂໄດ້, ຄວາມສຳພັນທີ່ປົກກະຕິລະຫວ່າງເຈົ້າກັບພຣະເຈົ້າຕ້ອງບໍ່ປ່ຽນແປງ. ໃນດ້ານໜຶ່ງ, ເຈົ້າຄວນຈະສາມາດອ່ອນນ້ອມຕໍ່ທຸກສະພາບແວດລ້ອມທີ່ພຣະເຈົ້າໄດ້ປັ້ນແຕ່ງ ແລະ ຢືນຢັນວ່າທຸກສິ່ງທີ່ພຣະເຈົ້າກະທຳແມ່ນຖືກຕ້ອງ ແລະ ມີຄວາມໝາຍ ແລະ ຄວາມຮູ້ ແລະ ຄວາມຈິງດ້ານນີ້ບໍ່ຄວນປ່ຽນແປງສຳລັບເຈົ້າເລີຍ. ໃນອີກດ້ານໜຶ່ງ, ເຈົ້າຕ້ອງບໍ່ປະຖິ້ມໜ້າທີ່ທີ່ພຣະເຈົ້າໄດ້ມອບໝາຍໃຫ້ແກ່ເຈົ້າ, ເຈົ້າຕ້ອງບໍ່ປົດພາລະນີ້ອອກຈາກຕົວເອງ. ຖ້າຫາກວ່າ ທັງພາຍໃນ ແລະ ພາຍນອກ, ເຈົ້າບໍ່ມີການຕໍ່ຕ້ານ, ການຄັດຄ້ານ ຫຼື ຄວາມກະບົດຕໍ່ພຣະເຈົ້າ, ພຣະເຈົ້າຈະເຫັນພຽງແຕ່ການອ່ອນນ້ອມຂອງເຈົ້າ ແລະ ການທີ່ເຈົ້າກຳລັງລໍຖ້າ. ເຈົ້າອາດຈະຍັງມີແນວຄິດຢູ່, ແຕ່ພຣະເຈົ້າບໍ່ເຫັນຄວາມກະບົດຂອງເຈົ້າ. ເນື່ອງຈາກບໍ່ມີຄວາມກະບົດ ແລະ ການຕໍ່ຕ້ານໃນຕົວເຈົ້າ, ພຣະເຈົ້າຍັງຄົງຖືວ່າເຈົ້າເປັນໜຶ່ງໃນສິ່ງທີ່ຖືກສ້າງຂອງພຣະອົງ. ໃນທາງກົງກັນຂ້າມ, ຖ້າຫົວໃຈຂອງເຈົ້າເຕັມໄປດ້ວຍການຈົ່ມວ່າ ແລະ ຄວາມດື້ດຶງ, ເຈົ້າກຳລັງຊອກຫາໂອກາດທີ່ຈະແກ້ແຄ້ນ ແລະ ບໍ່ປາຖະໜາທີ່ຈະເຮັດໜ້າທີ່ຂອງເຈົ້າ, ແທນທີ່ຈະເປັນແນວນັ້ນ ພັດປາຖະໜາທີ່ຈະປົດພາລະອອກຈາກຕົວເອງ, ຈົນເຖິງຂັ້ນທີ່ວ່າ ໃນຫົວໃຈຂອງເຈົ້າມີການຈົ່ມວ່າທຸກປະເພດຕໍ່ພຣະເຈົ້າ ແລະ ການສະແດງອອກເຖິງຄວາມດື້ດຶງ ແລະ ຄວາມຄຽດແຄ້ນບາງຢ່າງກໍຖືກເປີດເຜີຍອອກມາໃນຂະນະທີ່ເຮັດໜ້າທີ່ຂອງເຈົ້າ, ແລ້ວໃນເວລານີ້, ຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍໄດ້ປ່ຽນແປງໄປຢ່າງໃຫຍ່ຫຼວງແລ້ວ. ເຈົ້າໄດ້ປ່ຽນຂ້າງຈາກຈຸດຢືນຂອງການເປັນສິ່ງທີ່ຖືກສ້າງແລ້ວ; ເຈົ້າບໍ່ແມ່ນສິ່ງທີ່ຖືກສ້າງອີກຕໍ່ໄປ, ແຕ່ໄດ້ກາຍເປັນຊ່ອງທາງໃຫ້ມານຮ້າຍ ແລະ ຊາຕານ, ສະນັ້ນ ພຣະເຈົ້າຈະບໍ່ສະແດງຄວາມເມດຕາໃດໆແກ່ເຈົ້າ. ເມື່ອຄົນໃດຄົນໜຶ່ງໄປເຖິງຈຸດນີ້, ພວກເຂົາກໍກຳລັງເຂົ້າໃກ້ເຂດແດນອັນຕະລາຍ. ເຖິງແມ່ນວ່າພຣະເຈົ້າຈະບໍ່ກະທຳສິ່ງໃດ, ພວກເຂົາກໍຈະບໍ່ສາມາດຢືນຢັດໃນຄຣິສຕະຈັກໄດ້. ສະນັ້ນ, ໃນທຸກສິ່ງທີ່ພວກເຂົາເຮັດ, ໂດຍສະເພາະເມື່ອມັນກ່ຽວຂ້ອງກັບບັນຫາຕ່າງໆ ເຊັ່ນ: ການແກ້ໄຂແນວຄິດ, ຜູ້ຄົນຕ້ອງລະມັດລະວັງເພື່ອຫຼີກລ່ຽງການເຮັດສິ່ງທີ່ລ່ວງເກີນພຣະເຈົ້າ ຫຼື ສິ່ງທີ່ຖືກກ່າວໂທດໂດຍພຣະເຈົ້າ ຫຼື ສິ່ງທີ່ທຳຮ້າຍ ຫຼື ສ້າງຄວາມເສຍຫາຍໃຫ້ຄົນອື່ນ. ນີ້ຄືຫຼັກການ.
ບັນຫາການທີ່ຜູ້ຄົນມີແນວຄິດຕໍ່ພຣະເຈົ້າບໍ່ແມ່ນເລື່ອງເລັກນ້ອຍ! ມັນສຳຄັນຫຼາຍທີ່ຜູ້ຄົນຈະຮັກສາຄວາມສຳພັນທີ່ປົກກະຕິໄວ້ກັບພຣະເຈົ້າ, ແຕ່ສິ່ງທີ່ສົ່ງຜົນກະທົບຕໍ່ຄວາມສຳພັນນີ້ຫຼາຍທີ່ສຸດກໍຄືແນວຄິດຂອງຜູ້ຄົນ. ມີພຽງແຕ່ເມື່ອແນວຄິດຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າຖືກແກ້ໄຂເທົ່ານັ້ນ ຈຶ່ງຈະສາມາດຮັກສາຄວາມສຳພັນທີ່ປົກກະຕິໄວ້ກັບພຣະເຈົ້າໄດ້. ປັດຈຸບັນນີ້, ຫຼາຍຄົນມີບັນຫາທີ່ຮ້າຍແຮງ. ໂດຍບໍ່ຄຳນຶງວ່າພວກເຂົາໄດ້ເຊື່ອໃນພຣະເຈົ້າມາຈັກປີແລ້ວ, ເຖິງແມ່ນວ່າພວກເຂົາອາດຈະສາມາດທົນຕໍ່ຄວາມທຸກທໍລະມານ ແລະ ເສຍສະລະໃນການປະຕິບັດໜ້າທີ່ຂອງພວກເຂົາ, ແຕ່ຕະຫຼອດມາ, ແນວຄິດຂອງພວກເຂົາກໍບໍ່ສາມາດຖືກແກ້ໄຂໄດ້ຢ່າງສົມບູນ. ສິ່ງນີ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຄວາມສຳພັນຂອງພວກເຂົາກັບພຣະເຈົ້າ ແລະ ສົ່ງຜົນກະທົບໂດຍກົງຕໍ່ຄວາມຮັກທີ່ພວກເຂົາມີຕໍ່ພຣະເຈົ້າ ແລະ ການອ່ອນນ້ອມຂອງພວກເຂົາຕໍ່ພຣະອົງ. ສະນັ້ນ, ບໍ່ວ່າຜູ້ຄົນຈະເກີດມີແນວຄິດຫຍັງກໍຕາມຕໍ່ພຣະເຈົ້າ, ມັນກໍເປັນເລື່ອງທີ່ຮ້າຍແຮງທີ່ຢ່າໄດ້ເມີນເສີຍ. ແນວຄິດກໍປຽບເໝືອນກຳແພງ; ມັນຕັດຂາດຄວາມສຳພັນຂອງຜູ້ຄົນກັບພຣະເຈົ້າ, ເຮັດໃຫ້ພວກເຂົາບໍ່ກ່ຽວຂ້ອງກັບພາລະກິດແຫ່ງການລອດພົ້ນຂອງພຣະເຈົ້າ. ດັ່ງນັ້ນ, ການທີ່ຜູ້ຄົນມີແນວຄິດຕໍ່ພຣະເຈົ້າຈຶ່ງເປັນບັນຫາທີ່ຮ້າຍແຮງຫຼາຍທີ່ຢ່າໄດ້ເມີນເສີຍ! ຖ້າຜູ້ຄົນມີແນວຄິດ ແລະ ບໍ່ສາມາດສະແຫວງຫາຄວາມຈິງ ແລະ ແກ້ໄຂມັນໄດ້ໂດຍທັນທີ, ສິ່ງນີ້ກໍສາມາດກໍ່ໃຫ້ເກີດຄວາມຄິດລົບ, ການຕໍ່ຕ້ານພຣະເຈົ້າ ແລະ ແມ່ນແຕ່ການເປັນປໍລະປັກຕໍ່ພຣະອົງໄດ້ຢ່າງງ່າຍດາຍ. ແລ້ວພວກເຂົາຍັງຈະສາມາດຍອມຮັບຄວາມຈິງໄດ້ຢູ່ບໍ? ທາງເຂົ້າຂອງຊີວິດຂອງພວກເຂົາຈະຢຸດສະງັກ. ເສັ້ນທາງແຫ່ງການປະສົບກັບພາລະກິດຂອງພຣະເຈົ້າແມ່ນເປັນທາງທີ່ບໍ່ຮາບພຽງ ແລະ ຂຸຂະ. ເພາະວ່າຜູ້ຄົນມີອຸປະນິໄສທີ່ເສື່ອມຊາມ, ພວກເຂົາສາມາດເດີນຜິດທາງຫຼາຍຄັ້ງ ແລະ ພວກເຂົາອາດຈະລົງເອີຍໂດຍການເກີດມີແນວຄິດຂຶ້ນໃນສະຖານະການໃດກໍຕາມ. ຖ້າແນວຄິດເຫຼົ່ານີ້ບໍ່ຖືກແກ້ໄຂໂດຍການສະແຫວງຫາຄວາມຈິງ, ຜູ້ຄົນກໍສາມາດກະບົດຕໍ່ພຣະເຈົ້າ ແລະ ຕໍ່ຕ້ານພຣະອົງ, ໂດຍເດີນຕາມເສັ້ນທາງແຫ່ງການເປັນປໍລະປັກຕໍ່ພຣະອົງ. ເມື່ອຜູ້ຄົນເດີນຕາມເສັ້ນທາງຂອງພວກຕໍ່ຕ້ານພຣະຄຣິສ, ພວກເຈົ້າຄິດວ່າຍັງມີໂອກາດທີ່ຈະໄດ້ຮັບຄວາມລອດພົ້ນເຫຼືອຢູ່ສຳລັບພວກເຂົາບໍ? ເມື່ອເຖິງຈຸດນັ້ນມັນກໍບໍ່ແມ່ນເລື່ອງງ່າຍທີ່ຈະຈັດການໄດ້ ແລະ ຈະບໍ່ມີໂອກາດເຫຼືອຢູ່ອີກ. ສະນັ້ນ, ກ່ອນທີ່ພຣະເຈົ້າຈະປະຕິເສດເຈົ້າໃນຖານະສິ່ງທີ່ຖືກສ້າງຂອງພຣະອົງ, ເຈົ້າຄວນຮຽນຮູ້ວິທີການເປັນສິ່ງທີ່ຖືກສ້າງຂອງພຣະເຈົ້າ. ຢ່າພະຍາຍາມກວດສອບພຣະຜູ້ສ້າງ ຫຼື ພະຍາຍາມຊອກຫາວິທີພິສູດ ແລະ ຢັ້ງຢືນວ່າ ພຣະເຈົ້າທີ່ເຈົ້າເຊື່ອນັ້ນຄືພຣະຜູ້ສ້າງ. ນີ້ບໍ່ແມ່ນພັນທະ ຫຼື ຄວາມຮັບຜິດຊອບຂອງເຈົ້າ. ສິ່ງທີ່ເຈົ້າຄວນຄິດ ແລະ ໄຕ່ຕອງໃນໃຈຂອງເຈົ້າທຸກມື້ກໍຄື ວິທີປະຕິບັດໜ້າທີ່ຂອງຕົນ ແລະ ກາຍເປັນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານ, ແທນທີ່ຈະເປັນວິທີພິສູດວ່າພຣະເຈົ້າເປັນພຣະຜູ້ສ້າງ ຫຼື ບໍ່, ວ່າພຣະອົງເປັນພຣະເຈົ້າແທ້ ຫຼື ບໍ່ ຫຼື ກວດສອບສິ່ງທີ່ພຣະເຈົ້າໄດ້ກະທຳ ແລະ ວ່າການກະທຳຂອງພຣະອົງຖືກຕ້ອງ ຫຼື ບໍ່. ສິ່ງເຫຼົ່ານີ້ບໍ່ແມ່ນສິ່ງທີ່ພວກເຈົ້າຄວນກວດສອບ.
ວັນທີ 19 ມິຖຸນາ 2021