ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (15)

ຂໍ້ທີສິບສອງ: ລະບຸຄົນ, ເຫດການ ແລະ ສິ່ງຕ່າງໆທີ່ລົບກວນ ແລະ ຂັດຂວາງວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໂດຍທັນທີ ແລະ ຢ່າງຖືກຕ້ອງ; ຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ພິກສະຖານະການ; ນອກຈາກນີ້, ໃຫ້ໂອ້ລົມຄວາມຈິງເພື່ອໃຫ້ຜູ້ທີ່ຖືກເລືອກຂອງພຣະເຈົ້າພັດທະນາການແຍກແຍະຜ່ານສິ່ງດັ່ງກ່າວ ແລະ ຮຽນຮູ້ຈາກພວກມັນ (ພາກທີສາມ)

ບັນດາບຸກຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຂັດຂວາງ ແລະ ລົບກວນຊີວິດຄຣິດຕະຈັກ

ໃນການເຕົ້າໂຮມຄັ້ງສຸດທ້າຍ, ພວກເຮົາໄດ້ໂອ້ລົມກັນກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ລະບຸຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໂດຍທັນທີ ແລະ ຢ່າງຖືກຕ້ອງ; ຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ພິກສະຖານະການ; ນອກຈາກນີ້, ໃຫ້ໂອ້ລົມຄວາມຈິງເພື່ອໃຫ້ຜູ້ທີ່ຖືກເລືອກຂອງພຣະເຈົ້າພັດທະນາການແຍກແຍະຜ່ານສິ່ງດັ່ງກ່າວ ແລະ ຮຽນຮູ້ຈາກພວກມັນ”. ກ່ຽວກັບຄວາມຮັບຜິດຊອບນີ້, ພວກເຮົາໄດ້ໂອ້ລົມກັນເປັນຫຼັກກ່ຽວກັບບັນຫາຕ່າງໆທີ່ກ່ຽວຂ້ອງກັບຊີວິດຄຣິດຕະຈັກ, ເຊິ່ງພວກເຮົາໄດ້ແບ່ງອອກເປັນສິບເອັດຂໍ້. ໃຫ້ອ່ານເບິ່ງແມ. (ຂໍ້ທີໜຶ່ງ, ມັກຈະເວົ້ານອກເລື່ອງເມື່ອໂອ້ລົມຄວາມຈິງ; ຂໍ້ທີສອງ, ເວົ້າຄຳເວົ້າ ແລະ ຫຼັກຄຳສອນ ເພື່ອນໍາພາຄົນຢ່າງຜິດໆ ແລະ ໄດ້ຮັບຄວາມນັບຖືຈາກພວກເຂົາ; ຂໍ້ທີສາມ, ເວົ້າຈາເລື່ອງຄອບຄົວ, ສ້າງສາຍສຳພັນສ່ວນຕົວ ແລະ ຈັດການເລື່ອງສ່ວນຕົວ; ຂໍ້ທີສີ່, ສ້າງກຸ່ມກ້ອນ; ຂໍ້ທີຫ້າ, ການຍາດແຍ່ງສະຖານະ; ຂໍ້ທີຫົກ, ການພົວພັນທີ່ບໍ່ເໝາະສົມ; ຂໍ້ທີເຈັດ, ການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມກັນ; ຂໍ້ທີແປດ, ການເຜີຍແຜ່ແນວຄິດ; ຂໍ້ທີເກົ້າ, ການລະບາຍຄວາມຄິດລົບ; ຂໍ້ທີສິບ, ການເຜີຍແຜ່ຂ່າວລືທີ່ບໍ່ມີມູນຄວາມຈິງ; ແລະ ຂໍ້ທີສິບເອັດ, ການຄວບຄຸມ ແລະ ການຂັດຂວາງການເລືອກຕັ້ງ.) ຄັ້ງສຸດທ້າຍ, ພວກເຮົາໄດ້ໂອ້ລົມກັນກ່ຽວກັບຂໍ້ທີຫ້າ ເຊິ່ງແມ່ນການຍາດແຍ່ງສະຖານະ ແລະ ຂໍ້ທີຫົກ ເຊິ່ງແມ່ນການມີສ່ວນຮ່ວມໃນການພົວພັນທີ່ບໍ່ເໝາະສົມ. ບັນຫາສອງປະເພດນີ້, ເຊັ່ນດຽວກັບບັນຫາສີ່ຂໍ້ກ່ອນໜ້ານີ້ ກໍກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງຕໍ່ຊີວິດຄຣິດຕະຈັກ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກເຊັ່ນກັນ. ເມື່ອເບິ່ງຈາກລັກສະນະຂອງບັນຫາສອງປະເພດນີ້, ຄວາມເສຍຫາຍທີ່ພວກມັນກໍ່ຂຶ້ນຕໍ່ຊີວິດຄຣິດຕະຈັກ ແລະ ຜົນກະທົບຕໍ່ທາງເຂົ້າຂອງຊີວິດຂອງຜູ້ຄົນ, ພວກມັນທັງສອງສາມາດປະກອບເປັນບຸກຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໄດ້.

VII. ການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມ

ມື້ນີ້, ພວກເຮົາຈະໂອ້ລົມກັນກ່ຽວກັບບັນຫາຂໍ້ທີເຈັດ: ການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມ. ບັນຫາດັ່ງກ່າວແມ່ນພົບເຫັນໄດ້ທົ່ວໄປໃນຊີວິດຄຣິດຕະຈັກ ແລະ ເປັນທີ່ປະຈັກແກ່ທຸກຄົນ. ເມື່ອຜູ້ຄົນເຕົ້າໂຮມກັນເພື່ອກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ໂອ້ລົມກ່ຽວກັບປະສົບການສ່ວນຕົວຂອງພວກເຂົາ ຫຼື ປຶກສາຫາລືກ່ຽວກັບບັນຫາຕົວຈິງບາງຢ່າງ, ທັດສະນະທີ່ແຕກຕ່າງ ຫຼື ການໂຕ້ຖຽງກັນເລື່ອງຖືກຜິດ ກໍມັກຈະນຳໄປສູ່ການຖົກຖຽງ ແລະ ການໂຕ້ແຍ້ງລະຫວ່າງຜູ້ຄົນ. ຖ້າຜູ້ຄົນບໍ່ເຫັນດີນຳກັນ ແລະ ມີທັດສະນະທີ່ຫຼາກຫຼາຍ, ແຕ່ສິ່ງນີ້ບໍ່ໄດ້ລົບກວນຊີວິດຄຣິດຕະຈັກ, ສິ່ງນີ້ກໍຖືວ່າເປັນການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມບໍ? ສິ່ງນີ້ບໍ່ມີຄຸນສົມບັດ; ມັນຈັດຢູ່ໃນການໂອ້ລົມທີ່ເປັນປົກກະຕິ. ສະນັ້ນ, ເມື່ອເບິ່ງຜິວເຜີນແລ້ວ ບັນຫາຫຼາຍຢ່າງອາດເບິ່ງຄືວ່າກ່ຽວຂ້ອງກັບບັນຫາຂໍ້ທີເຈັດ, ແຕ່ຄວາມຈິງແລ້ວ, ມີພຽງແຕ່ບັນຫາທີ່ຮຸນແຮງກວ່າໃນດ້ານສະພາບການ ແລະ ລັກສະນະເທົ່ານັ້ນ ແລະ ດັ່ງນັ້ນຈຶ່ງປະກອບເປັນການຂັດຂວາງ ແລະ ການລົບກວນ ທີ່ຈັດຢູ່ໃນບັນຫານີ້. ຕອນນີ້ໃຫ້ພວກເຮົາໂອ້ລົມກັນວ່າ ບັນຫາທີ່ມີລັກສະນະແບບໃດທີ່ເຮັດໃຫ້ພວກມັນມີຄຸນສົມບັດລວມເຂົ້າເກນໃນຂໍ້ນີ້.

ກ່ອນອື່ນໝົດ, ເມື່ອເບິ່ງການສະແດງອອກຂອງການໂຈມຕີເຊິ່ງກັນແລະກັນ, ສິ່ງນີ້ແນ່ນອນວ່າບໍ່ແມ່ນກ່ຽວກັບການໂອ້ລົມຄວາມຈິງ ຫຼື ການສະແຫວງຫາຄວາມຈິງທີ່ເປັນປົກກະຕິ ຫຼື ການມີຄວາມເຂົ້າໃຈ ຫຼື ຄວາມສະຫວ່າງທີ່ແຕກຕ່າງກັນໂດຍອີງໃສ່ການໂອ້ລົມຄວາມຈິງ ຫຼື ການສະແຫວງຫາ, ການໂອ້ລົມ, ການປຶກສາຫາລືຫຼັກການຄວາມຈິງ ແລະ ການສະແຫວງຫາເສັ້ນທາງແຫ່ງການປະຕິບັດກ່ຽວກັບຄວາມຈິງໃດໜຶ່ງ, ແຕ່ມັນແມ່ນກ່ຽວກັບການຖົກຖຽງ ແລະ ການໂຕ້ແຍ້ງກັນເລື່ອງຖືກຜິດ. ໂດຍພື້ນຖານແລ້ວມັນສະແດງອອກມາແບບນີ້. ບັນຫາປະເພດນີ້ເກີດຂຶ້ນໃນຊີວິດຄຣິດຕະຈັກເປັນບາງຄັ້ງຄາວບໍ? (ແມ່ນແລ້ວ.) ພຽງແຕ່ອີງໃສ່ການສະແດງອອກພາຍນອກ, ກໍເຫັນໄດ້ຊັດເຈນວ່າການກະທຳເຊັ່ນການໂຈມຕີເຊິ່ງກັນແລະກັນນັ້ນ ແນ່ນອນວ່າບໍ່ແມ່ນກ່ຽວກັບການສະແຫວງຫາຄວາມຈິງ ຫຼື ກ່ຽວກັບການໂອ້ລົມຄວາມຈິງພາຍໃຕ້ການຊີ້ນໍາຂອງພຣະວິນຍານບໍລິສຸດ ຫຼື ກ່ຽວກັບການຮ່ວມມືກັນຢ່າງປອງດອງ, ແຕ່ແທນທີ່ຈະເປັນແນວນັ້ນ ມັນກັບມີຮາກຖານມາຈາກຄວາມຫົວຮ້ອນ ແລະ ພາສາທີ່ໃຊ້ໃນນັ້ນກໍປະກອບດ້ວຍການຕັດສິນ ແລະ ການກ່າວໂທດ ແລະ ແມ່ນແຕ່ຄຳສາບແຊ່ງ, ການສະແດງອອກປະເພດນີ້ຄືການເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງຊາຕານຢ່າງແທ້ຈິງ. ເມື່ອຜູ້ຄົນໂຈມຕີກັນ, ບໍ່ວ່າພາສາຂອງພວກເຂົາຈະແຫຼມຄົມ ຫຼື ນຸ້ມນວນກໍຕາມ, ມັນກໍມີທັງຄວາມຫົວຮ້ອນ, ຄວາມມຸ້ງຮ້າຍ ແລະ ຄວາມກຽດຊັງຢູ່ໃນນັ້ນ ແລະ ມັນຂາດຄວາມຮັກ, ຄວາມອົດທົນ ແລະ ຄວາມອົດກັ້ນ ແລະ ໂດຍທຳມະຊາດແລ້ວ ມັນຍິ່ງຂາດການຮ່ວມມືທີ່ປອງດອງກັນ. ວິທີການທີ່ຜູ້ຄົນໃຊ້ເພື່ອໂຈມຕີກັນນັ້ນມີຫຼາກຫຼາຍ. ຕົວຢ່າງ: ເມື່ອຄົນສອງຄົນກຳລັງປຶກສາຫາລືເລື່ອງໃດໜຶ່ງ, ຄົນ ກ. ເວົ້າກັບຄົນ ຂ. ວ່າ, “ບາງຄົນມີຄວາມເປັນມະນຸດທີ່ບໍ່ດີ ແລະ ມີອຸປະນິໄສທີ່ອວດດີ; ພວກເຂົາໂອ້ອວດເມື່ອໃດກໍຕາມທີ່ພວກເຂົາເຮັດຫຍັງໄດ້ໜ້ອຍໜຶ່ງ ແລະ ພວກເຂົາບໍ່ຟັງໃຜ. ພວກເຂົາກໍຄືກັບທີ່ພຣະທຳຂອງພຣະເຈົ້າກ່າວເຖິງຜູ້ທີ່ປ່າເຖື່ອນ ແລະ ຂາດຄວາມເປັນມະນຸດຄືກັບສັດເດຍລະສານ”. ຫຼັງຈາກທີ່ໄດ້ຍິນແນວນີ້, ຄົນ ຂ. ກໍຄິດວ່າ, “ສິ່ງທີ່ເຈົ້າເວົ້າມາວ່າງກີ້ນີ້ບໍ່ແມ່ນແນໃສ່ຂ້ອຍບໍ? ເຈົ້າເຖິງກັບຍົກເອົາພຣະທຳຂອງພຣະເຈົ້າມາເພື່ອເປີດໂປງຂ້ອຍ! ເມື່ອເຈົ້າເວົ້າເຖິງຂ້ອຍແລ້ວ, ຂ້ອຍກໍຈະບໍ່ເກງໃຈຄືກັນ. ເຈົ້າບໍ່ມີຄວາມເມດຕາຕໍ່ຂ້ອຍ, ຂ້ອຍກໍຈະເຮັດບໍ່ດີຕໍ່ເຈົ້າຄືກັນ!”. ດັ່ງນັ້ນ, ຄົນ ຂ. ຈຶ່ງເວົ້າວ່າ, “ບາງຄົນອາດຈະເບິ່ງຄືວ່າສັດທາຫຼາຍເມື່ອເບິ່ງຈາກພາຍນອກ, ແຕ່ທີ່ຈິງແລ້ວ ເລິກໆລົງໄປ ພວກເຂົາຊົ່ວຮ້າຍກວ່າໃຜທັງໝົດ. ພວກເຂົາເຖິງກັບມີສ່ວນຮ່ວມໃນການພົວພັນທີ່ບໍ່ເໝາະສົມກັບເພດກົງກັນຂ້າມ, ຄືກັນກັບຍິງໂສເພນີ ແລະ ຍິງແມ່ຈ້າງທີ່ກ່າວເຖິງໃນພຣະທຳຂອງພຣະເຈົ້າ, ພຣະເຈົ້າລັງກຽດຄົນປະເພດນີ້ເປັນຢ່າງຍິ່ງ, ພຣະອົງຮູ້ສຶກພວກເຂົາຢ່າງແຮງ. ການເບິ່ງຄືວ່າສັດທາຈາກພາຍນອກຈະມີປະໂຫຍດຫຍັງ? ນັ້ນເປັນພຽງການແກ້ງເຮັດທັງໝົດ. ພຣະເຈົ້າບໍ່ມັກຄົນແກ້ງເຮັດທີ່ສຸດ; ຄົນແກ້ງເຮັດທັງໝົດແມ່ນພວກຟາຣີຊາຍ!”. ຫຼັງຈາກທີ່ໄດ້ຍິນແນວນີ້, ຄົນ ກ. ກໍຄິດວ່າ, “ນີ້ຄືການຕອບໂຕ້ຂ້ອຍ! ໄດ້, ເຈົ້າບໍ່ມີເມດຕາຕໍ່ຂ້ອຍ, ສະນັ້ນ ຢ່າໂທດຂ້ອຍທີ່ບໍ່ເກງໃຈ!”. ທັງສອງກໍເລີ່ມຕໍ່ສູ້ກັນໄປມາ. ນີ້ແມ່ນການໂອ້ລົມພຣະທຳຂອງພຣະເຈົ້າບໍ? (ບໍ່.) ພວກເຂົາກຳລັງເຮັດຫຍັງ? (ໂຈມຕີກັນ ແລະ ຕໍ່ສູ້ກັນ.) ພວກເຂົາແມ່ນແຕ່ສວຍໃຊ້ຈຸດອ່ອນ ແລະ ຊອກຫາ “ພື້ນຖານ” ສຳລັບການໂຈມຕີຂອງພວກເຂົາ, ໂດຍຍົກເອົາພຣະທຳຂອງພຣະເຈົ້າມາເປັນພື້ນຖານ, ນີ້ຄືການໂຈມຕີເຊິ່ງກັນແລະກັນ ແລະ ໃນເວລາດຽວກັນ, ມັນກໍຄືການປະທະຄາລົມ. ການໂອ້ລົມຮູບແບບນີ້ພົບເຫັນໃນຊີວິດຄຣິສຕະຈັກເປັນບາງຄັ້ງຄາວບໍ? ນີ້ແມ່ນການໂອ້ລົມທີ່ເປັນປົກກະຕິບໍ? ມັນແມ່ນການໂອ້ລົມພາຍໃນຄວາມເປັນມະນຸດທີ່ປົກກະຕິບໍ? (ບໍ່.) ແລ້ວການໂອ້ລົມຮູບແບບນີ້ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ຊີວິດຄຣິສຕະຈັກບໍ? ມັນກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນປະເພດໃດ? (ຊີວິດຄຣິສຕະຈັກທີ່ເປັນປົກກະຕິຖືກລົບກວນ, ຜູ້ຄົນຕົກຢູ່ໃນການໂຕ້ຖຽງກັນເລື່ອງຖືກຜິດ ແລະ ດ້ວຍເຫດນັ້ນຈຶ່ງບໍ່ສາມາດໄຕ່ຕອງ ແລະ ໂອ້ລົມພຣະທຳຂອງພຣະເຈົ້າຢ່າງສະຫງົບໄດ້.) ເມື່ອຜູ້ຄົນມີສ່ວນຮ່ວມໃນການຕໍ່ສູ້ກັນ ແລະ ໂຕ້ຖຽງກັນເລື່ອງຖືກຜິດດັ່ງກ່າວ ແລະ ດຳເນີນການໂຈມຕີສ່ວນບຸກຄົນໃນລະຫວ່າງຊີວິດຄຣິສຕະຈັກ, ພຣະວິນຍານບໍລິສຸດຍັງເຮັດວຽກຢູ່ບໍ? ພຣະວິນຍານບໍລິສຸດບໍ່ໄດ້ເຮັດວຽກ; ການໂອ້ລົມປະເພດນີ້ເຮັດໃຫ້ຈິດໃຈຂອງຜູ້ຄົນສັບສົນວຸ້ນວາຍ. ມີບາງຂໍ້ຄວາມໃນຄຳພີໄບເບິນ, ພວກເຈົ້າຈື່ໄດ້ບໍ? (“ເຮົາບອກພວກເຈົ້າອີກວ່າ, ຖ້າພວກເຈົ້າສອງຄົນໃນໂລກນີ້ເຫັນດີນຳກັນໃນສິ່ງໃດກໍຕາມທີ່ພວກເຂົາຈະຂໍ, ພຣະບິດາຂອງເຮົາຜູ້ສະຖິດໃນສະຫວັນກໍຈະກະທຳສິ່ງນັ້ນໃຫ້ພວກເຂົາ. ເພາະບ່ອນໃດທີ່ມີສອງ ຫຼື ສາມຄົນເຕົ້າໂຮມກັນໃນນາມຂອງເຮົາ, ເຮົາກໍຢູ່ທ່າມກາງພວກເຂົາທີ່ນັ້ນ” (ມັດທາຍ 18:19-20).) ພຣະຄຳເຫຼົ່ານີ້ໝາຍຄວາມວ່າແນວໃດ? ເມື່ອຜູ້ຄົນເຕົ້າໂຮມກັນຕໍ່ໜ້າພຣະເຈົ້າ, ພວກເຂົາຕ້ອງເປັນຈິດໜຶ່ງໃຈດຽວກັນ ແລະ ເປັນໜຶ່ງດຽວກັນຕໍ່ໜ້າພຣະເຈົ້າ; ພຣະເຈົ້າຈະປະທານພອນໃຫ້ພວກເຂົາ ແລະ ພຣະວິນຍານບໍລິສຸດຈະຊົງເຮັດວຽກ ກໍຕໍ່ເມື່ອຜູ້ຄົນເປັນຈິດໜຶ່ງໃຈດຽວກັນເທົ່ານັ້ນ. ແຕ່ຄົນສອງຄົນທີ່ກຳລັງໂຕ້ຖຽງກັນທີ່ຂ້ານ້ອຍຫາກໍກ່າວເຖິງນັ້ນເປັນຈິດໜຶ່ງໃຈດຽວກັນບໍ? (ບໍ່.) ພວກເຂົາກຳລັງເຮັດຫຍັງ? ໂຈມຕີເຊິ່ງກັນແລະກັນ, ຕໍ່ສູ້ກັນ ແລະ ແມ່ນແຕ່ຕັດສິນ ແລະ ກ່າວໂທດກັນ. ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ໃຊ້ຄຳເວົ້າຫຍາບຄາຍ ຫຼື ເອີຍຊື່ໃຜເມື່ອເບິ່ງຈາກພາຍນອກ, ແຮງຈູງໃຈທີ່ຢູ່ເບື້ອງຫຼັງຄຳເວົ້າຂອງພວກເຂົາກໍບໍ່ແມ່ນເພື່ອໂອ້ລົມຄວາມຈິງ ຫຼື ສະແຫວງຫາຄວາມຈິງ ແລະ ພວກເຂົາບໍ່ໄດ້ເວົ້າດ້ວຍຄວາມມີຈິດສຳນຶກ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ. ທຸກຄຳເວົ້າທີ່ພວກເຂົາເວົ້າອອກມາແມ່ນຂາດຄວາມຮັບຜິດຊອບ ແລະ ມີທັງຄວາມກ້າວລ້າວ ແລະ ຄວາມມຸ້ງຮ້າຍ; ຄຳເວົ້າແຕ່ລະຄຳບໍ່ສອດຄ່ອງກັບຄວາມຈິງ, ທັງບໍ່ມີພື້ນຖານໃດໆ. ຄຳເວົ້າແຕ່ລະຄຳບໍ່ແມ່ນກ່ຽວກັບການຕັດສິນເລື່ອງໃດໜຶ່ງຕາມພຣະທຳຂອງພຣະເຈົ້າ ແລະ ຂໍ້ກຳນົດຂອງພຣະເຈົ້າ, ມັນແມ່ນການໂຈມຕີ, ການຕັດສິນ ແລະ ການກ່າວໂທດສ່ວນບຸກຄົນໂດຍອີງໃສ່ຄວາມມັກ ແລະ ຄວາມຕັ້ງໃຈຂອງຕົນເອງຕໍ່ຄົນທີ່ພວກເຂົາກຽດຊັງ ແລະ ດູຖູກ. ບໍ່ມີສິ່ງໃດໃນສິ່ງເຫຼົ່ານີ້ເປັນການສະແດງອອກຂອງການເປັນຈິດໜຶ່ງໃຈດຽວກັນ; ແທນທີ່ຈະເປັນແນວນັ້ນ, ສິ່ງເຫຼົ່ານີ້ຄືຄຳເວົ້າ ແລະ ການສະແດງອອກທີ່ມາຈາກຄວາມຫົວຮ້ອນ ແລະ ອຸປະນິໄສທີ່ເສື່ອມຊາມຂອງຊາຕານ ແລະ ພວກມັນບໍ່ເປັນທີ່ພໍພຣະໄທຂອງພຣະເຈົ້າ; ສະນັ້ນ, ຈຶ່ງບໍ່ມີວຽກງານຂອງພຣະວິນຍານບໍລິສຸດຢູ່ທີ່ນັ້ນ. ນີ້ຄືການສະແດງອອກຂອງການໂຈມຕີເຊິ່ງກັນແລະກັນ.

ໃນຊີວິດຄຣິສຕະຈັກ, ຜູ້ຄົນມັກຈະເກີດການໂຕ້ແຍ້ງ ແລະ ມີຄວາມຂັດແຍ້ງຕໍ່ກັນ ຍ້ອນເລື່ອງເລັກໆນ້ອຍໆ ຫຼື ຍ້ອນມີທັດສະນະ ແລະ ຜົນປະໂຫຍດທີ່ບໍ່ລົງລອຍກັນ. ການໂຕ້ແຍ້ງກໍມັກຈະເກີດຂຶ້ນເລື້ອຍໆ ເນື່ອງຈາກບຸກຄະລິກກະພາບ, ຄວາມທະເຍີທະຍານ ແລະ ຄວາມມັກທີ່ເຂົ້າກັນບໍ່ໄດ້. ຄວາມບໍ່ເຫັນດີ ແລະ ຄວາມບໍ່ລົງລອຍກັນປະເພດຕ່າງໆກໍເກີດຂຶ້ນໃນທ່າມກາງບຸກຄົນ ເນື່ອງຈາກຄວາມແຕກຕ່າງທາງດ້ານສະຖານະພາບທາງສັງຄົມ ແລະ ລະດັບການສຶກສາ ຫຼື ຄວາມແຕກຕ່າງທາງດ້ານຄວາມເປັນມະນຸດ ແລະ ທຳມະຊາດຂອງພວກເຂົາ ແລະ ແມ່ນແຕ່ຄວາມແຕກຕ່າງທາງດ້ານວິທີການເວົ້າ ແລະ ການຈັດການເລື່ອງຕ່າງໆ, ໃນບັນດາເຫດຜົນອື່ນໆ. ຖ້າຜູ້ຄົນບໍ່ສະແຫວງຫາທີ່ຈະແກ້ໄຂບັນຫາເຫຼົ່ານີ້ໂດຍການໃຊ້ພຣະທຳຂອງພຣະເຈົ້າ, ຖ້າບໍ່ມີຄວາມເຂົ້າອົກເຂົ້າໃຈກັນ, ໃຫ້ອະໄພກັນ, ສະໜັບສະໜູນກັນ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ, ແຕ່ກັບມີອະຄະຕິ ແລະ ຄວາມກຽດຊັງຢູ່ໃນໃຈ ແລະ ປະຕິບັດຕໍ່ກັນດ້ວຍຄວາມຫົວຮ້ອນພາຍໃນອຸປະນິໄສທີ່ເສື່ອມຊາມ, ແລ້ວສິ່ງນີ້ກໍມີແນວໂນ້ມທີ່ຈະນຳໄປສູ່ການໂຈມຕີ ແລະ ການຕັດສິນເຊິ່ງກັນແລະກັນ. ບາງຄົນມີຈິດສຳນຶກ ແລະ ເຫດຜົນຢູ່ແດ່ ແລະ ເມື່ອການໂຕ້ແຍ້ງເກີດຂຶ້ນ, ພວກເຂົາກໍສາມາດໃຊ້ຄວາມອົດທົນ, ກະທຳດ້ວຍເຫດຜົນ ແລະ ຊ່ວຍເຫຼືອອີກຝ່າຍດ້ວຍຄວາມຮັກ. ແນວໃດກໍຕາມ, ບາງຄົນບໍ່ສາມາດບັນລຸສິ່ງນີ້ໄດ້, ພວກເຂົາຂາດແມ່ນແຕ່ຄວາມອົດກັ້ນ, ຄວາມອົດທົນ, ຄວາມເປັນມະນຸດ ແລະ ເຫດຜົນຂັ້ນພື້ນຖານທີ່ສຸດ. ພວກເຂົາມັກຈະພັດທະນາອະຄະຕິ, ຄວາມສົງໄສ ແລະ ຄວາມເຂົ້າໃຈຜິດຕ່າງໆຕໍ່ຄົນອື່ນຍ້ອນເລື່ອງເລັກໆນ້ອຍໆທີ່ບໍ່ເປັນເລື່ອງ ຫຼື ຄຳເວົ້າພຽງຄຳດຽວ ຫຼື ສີໜ້າ, ເຊິ່ງນຳໄປສູ່ການທີ່ພວກເຂົາມີຄວາມຄິດ, ຄວາມສົງໄສ, ການຕັດສິນ ແລະ ການກ່າວໂທດປະເພດຕ່າງໆຕໍ່ຄົນອື່ນຢູ່ໃນໃຈ. ປະກົດການເຫຼົ່ານີ້ເກີດຂຶ້ນເລື້ອຍໆພາຍໃນຄຣິສຕະຈັກ ແລະ ມັກຈະສົ່ງຜົນກະທົບຕໍ່ຄວາມສຳພັນທີ່ເປັນປົກກະຕິລະຫວ່າງບຸກຄົນ, ການພົວພັນທີ່ປອງດອງຂອງອ້າຍເອື້ອຍນ້ອງ ແລະ ແມ່ນແຕ່ການໂອ້ລົມຂອງພວກເຂົາກ່ຽວກັບພຣະທຳຂອງພຣະເຈົ້າ. ມັນເປັນເລື່ອງທຳມະດາທີ່ການໂຕ້ແຍ້ງຈະເກີດຂຶ້ນເມື່ອຜູ້ຄົນພົວພັນກັນ, ແຕ່ຖ້າບັນຫາດັ່ງກ່າວເກີດຂຶ້ນເລື້ອຍໆໃນຊີວິດຄຣິສຕະຈັກ, ພວກມັນກໍສາມາດສົ່ງຜົນກະທົບ, ລົບກວນ ແລະ ແມ່ນແຕ່ທຳລາຍຊີວິດຄຣິສຕະຈັກທີ່ເປັນປົກກະຕິໄດ້. ຕົວຢ່າງ: ຖ້າໃຜຜູ້ໜຶ່ງເລີ່ມໂຕ້ຖຽງກັນໃນການເຕົ້າໂຮມ, ແລ້ວການເຕົ້າໂຮມນັ້ນກໍຈະຖືກລົບກວນ, ຊີວິດຄຣິສຕະຈັກກໍຈະບໍ່ເກີດດອກອອກຜົນ ແລະ ຜູ້ທີ່ເຂົ້າຮ່ວມການເຕົ້າໂຮມກໍຈະບໍ່ໄດ້ຮັບຫຍັງເລີຍ, ກໍເທົ່າກັບວ່າເຕົ້າໂຮມໄປແບບໄຮ້ປະໂຫຍດ ແລະ ເສຍເວລາລ້າໆ. ສະນັ້ນ, ບັນຫາເຫຼົ່ານີ້ກໍໄດ້ສົ່ງຜົນກະທົບຕໍ່ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຊີວິດຄຣິສຕະຈັກແລ້ວ.

1. ການສະແດງອອກຫຼາຍປະເພດຂອງການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມ
1. ການເປີດໂປງຈຸດອ່ອນຂອງກັນແລະກັນ

ບາງຄົນມັກຈະເວົ້າຈາເລື່ອງຄອບຄົວ ແລະ ຫົວຂໍ້ທີ່ບໍ່ສຳຄັນໃນລະຫວ່າງການເຕົ້າໂຮມ ແລະ ພວກເຂົາກໍລົມກັນກ່ຽວກັບເລື່ອງເລັກໆນ້ອຍໆໃນຄົວເຮືອນ ແລະ ເວົ້າລົມເລື່ອງອື່ນໆກັບອ້າຍເອື້ອຍນ້ອງເມື່ອໃດກໍຕາມທີ່ພວກເຂົາພົບກັນ, ເຊິ່ງເຮັດໃຫ້ອ້າຍເອື້ອຍນ້ອງເຫຼົ່ານັ້ນຮູ້ສຶກໝົດປັນຍາ. ບາງຄົນອາດຈະລຸກຂຶ້ນເພື່ອຂັດຂວາງພວກເຂົາ, ແຕ່ເກີດຫຍັງຂຶ້ນຫຼັງຈາກນັ້ນ? ຖ້າພວກເຂົາຖືກຂັດຂວາງຢູ່ເລື້ອຍໆ, ພວກເຂົາກໍຈະບໍ່ພໍໃຈ ແລະ ການທີ່ພວກເຂົາບໍ່ພໍໃຈກໍໝາຍເຖິງບັນຫາ. ພວກເຂົາຄິດວ່າ: “ເຈົ້າຂັດຂວາງຂ້ອຍຕະຫຼອດ ແລະ ບໍ່ປ່ອຍໃຫ້ຂ້ອຍເວົ້າ. ໄດ້, ຄັນຊັ້ນ. ຂ້ອຍກໍຈະຂັດຂວາງເຈົ້າຄືກັນເມື່ອເຈົ້າເວົ້າ! ເມື່ອເຈົ້າໂອ້ລົມພຣະທຳຂອງພຣະເຈົ້າ, ຂ້ອຍກໍຈະເວົ້າແຊກດ້ວຍພຣະທຳຂອງພຣະເຈົ້າຂໍ້ອື່ນ. ເມື່ອເຈົ້າໂອ້ລົມກ່ຽວກັບການຮູ້ຈັກຕົນເອງ, ຂ້ອຍກໍຈະໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າທີ່ພິພາກສາຜູ້ຄົນ. ເມື່ອເຈົ້າໂອ້ລົມກ່ຽວກັບການເຂົ້າໃຈອຸປະນິໄສທີ່ອວດດີຂອງເຈົ້າ, ຂ້ອຍກໍຈະໂອ້ລົມພຣະທຳຂອງພຣະເຈົ້າກ່ຽວກັບການກຳນົດຜົນຮັບ ແລະ ຈຸດໝາຍປາຍທາງຂອງຜູ້ຄົນ. ບໍ່ວ່າເຈົ້າຈະເວົ້າຫຍັງ, ຂ້ອຍກໍຈະເວົ້າສິ່ງທີ່ແຕກຕ່າງ!”. ບໍ່ພຽງແຕ່ເທົ່ານັ້ນ, ຖ້າຄົນອື່ນເຂົ້າຮ່ວມໃນການຂັດຂວາງພວກເຂົາ, ບຸກຄົນຜູ້ນີ້ກໍຈະລຸກຂຶ້ນ ແລະ ໂຈມຕີພວກເຂົາ. ໃນເວລາດຽວກັນ, ເພາະວ່າພວກເຂົາມີຄວາມຄຽດແຄ້ນ ແລະ ຄວາມກຽດຊັງຢູ່ໃນໃຈ, ໃນລະຫວ່າງການເຕົ້າໂຮມ ພວກເຂົາມັກຈະເປີດໂປງຈຸດອ່ອນຂອງຄົນທີ່ຂັດຂວາງພວກເຂົາ, ໂດຍເວົ້າກ່ຽວກັບວ່າຄົນຜູ້ນັ້ນເຄີຍສໍ້ໂກງຄົນອື່ນໃນທຸລະກິດແນວໃດກ່ອນທີ່ພວກເຂົາຈະມາເຊື່ອໃນພຣະເຈົ້າ, ພວກເຂົາໄຮ້ສິນທຳແນວໃດໃນການພົວພັນກັບຄົນອື່ນ ແລະ ອື່ນໆ, ພວກເຂົາເວົ້າກ່ຽວກັບສິ່ງເຫຼົ່ານີ້ເມື່ອໃດກໍຕາມທີ່ຄົນຜູ້ນັ້ນເວົ້າ. ໃນຕອນທຳອິດ, ຄົນຜູ້ນັ້ນສາມາດໃຊ້ຄວາມອົດທົນໄດ້, ແຕ່ເມື່ອເວລາຜ່ານໄປ, ພວກເຂົາກໍເລີ່ມຄິດວ່າ: “ຂ້ອຍຊ່ວຍເຈົ້າສະເໝີ, ຂ້ອຍສະແດງຄວາມອົດກັ້ນ ແລະ ຄວາມອົດທົນຕໍ່ເຈົ້າສະເໝີ, ແຕ່ເຈົ້າບໍ່ໄດ້ສະແດງຄວາມອົດກັ້ນໃດໆຕໍ່ຂ້ອຍເລີຍ. ຖ້າເຈົ້າປະຕິບັດຕໍ່ຂ້ອຍແບບນີ້, ກໍຢ່າໂທດຂ້ອຍທີ່ບໍ່ເກງໃຈ! ພວກເຮົາອາໄສຢູ່ໃນບ້ານດຽວກັນມາດົນນານ, ພວກເຮົາທັງສອງກໍຮູ້ຈັກກັນດີ. ເຈົ້າໂຈມຕີຂ້ອຍ, ຂ້ອຍກໍຈະໂຈມຕີເຈົ້າ; ເຈົ້າເປີດໂປງຈຸດອ່ອນຂອງຂ້ອຍ, ແຕ່ເຈົ້າເອງກໍມີຈຸດອ່ອນຫຼາຍຢ່າງຄືກັນ”. ດັ່ງນັ້ນ, ພວກເຂົາຈຶ່ງເວົ້າວ່າ, “ເຈົ້າແມ່ນແຕ່ລັກສິ່ງຂອງຕອນທີ່ເຈົ້າຍັງໜຸ່ມ; ການລັກເລັກຂະໂມຍນ້ອຍທີ່ເຈົ້າເຮັດນັ້ນຍິ່ງໜ້າອັບອາຍກວ່າ! ຢ່າງໜ້ອຍສິ່ງທີ່ຂ້ອຍເຮັດກໍເປັນທຸລະກິດ, ທັງໝົດກໍເພື່ອການດຳລົງຊີວິດ. ໃຜແດ່ທີ່ບໍ່ເຮັດຜິດພາດຈັກສອງສາມຢ່າງໃນໂລກນີ້? ແລ້ວພຶດຕິກຳຂອງເຈົ້າເດ? ຂອງເຈົ້ານັ້ນແມ່ນພຶດຕິກຳຂອງໂຈນ, ຂອງນັກປຸ້ນ!”. ນີ້ບໍ່ແມ່ນການໂຈມຕີເຊິ່ງກັນແລະກັນບໍ? ວິທີການໂຈມຕີເຫຼົ່ານີ້ແມ່ນຫຍັງ? ມັນຄືການເປີດໂປງຈຸດອ່ອນຂອງກັນແລະກັນ, ແມ່ນບໍ່? (ແມ່ນແລ້ວ.) ພວກເຂົາເຖິງກັບຄິດໃນໃຈວ່າ: “ເຈົ້າເປີດໂປງຈຸດອ່ອນຂອງຂ້ອຍຢູ່ເລື້ອຍໆ, ເຮັດໃຫ້ທຸກຄົນຮູ້ກ່ຽວກັບພວກມັນ ແລະ ກ່ຽວກັບອະດີດທີ່ໄຮ້ກຽດຂອງຂ້ອຍ, ເຮັດໃຫ້ຄົນອື່ນບໍ່ນັບຖືຂ້ອຍອີກຕໍ່ໄປ, ຄັນຊັ້ນ, ຂ້ອຍກໍຈະບໍ່ເກງໃຈຄືກັນ. ຂ້ອຍຮູ້ທັງໝົດວ່າເຈົ້າເຄີຍມີຄູ່ຄອງຈັກຄົນ, ເຄີຍຄົບຫາກັບຄົນຕ່າງເພດຈັກຄົນ; ຈຸດອ່ອນທັງໝົດນີ້ຢູ່ໃນກຳມືຂອງຂ້ອຍແລ້ວ. ຖ້າເຈົ້າເປີດໂປງຈຸດອ່ອນຂອງຂ້ອຍອີກ ແລະ ກົດດັນຂ້ອຍຫຼາຍເກີນໄປ, ຂ້ອຍຈະເປີດເຜີຍການກະທຳຜິດທັງໝົດຂອງເຈົ້າອອກມາ!”. ການເປີດໂປງຈຸດອ່ອນຂອງກັນແລະກັນເປັນບັນຫາທີ່ພົບເຫັນທົ່ວໄປໃນທ່າມກາງຜູ້ທີ່ຄຸ້ນເຄີຍກັນດີ ແລະ ຮູ້ຈັກກັນດີ. ບາງທີອາດເປັນຍ້ອນຄວາມບໍ່ເຫັນດີນຳກັນ ຫຼື ເພາະວ່າມີຄວາມຂັດແຍ້ງ ຫຼື ຄວາມຄັບແຄ້ນໃຈລະຫວ່າງພວກເຂົາ, ຄົນສອງຄົນຈຶ່ງຂຸດຄົ້ນເອົາເລື່ອງເກົ່າໆທີ່ບໍ່ເປັນຕາເວົ້າຂຶ້ນມາເພື່ອໃຊ້ເປັນອາວຸດໂຈມຕີກັນໃນລະຫວ່າງການເຕົ້າໂຮມ. ຄົນສອງຄົນນີ້ເປີດໂປງຈຸດອ່ອນຂອງກັນແລະກັນ ແລະ ໂຈມຕີ ແລະ ກ່າວໂທດກັນ, ເຊິ່ງໃຊ້ເວລາຂອງທຸກຄົນໃນການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ສົ່ງຜົນກະທົບຕໍ່ຊີວິດຄຣິສຕະຈັກທີ່ເປັນປົກກະຕິ. ການເຕົ້າໂຮມດັ່ງກ່າວຈະເກີດດອກອອກຜົນໄດ້ບໍ? ຄົນທີ່ຢູ່ອ້ອມຂ້າງພວກເຂົາຍັງມີອາລົມຢາກເຕົ້າໂຮມຢູ່ບໍ? ອ້າຍເອື້ອຍນ້ອງບາງຄົນເລີ່ມຄິດວ່າ: “ສອງຄົນນີ້ເປັນຕາລຳຄານແທ້ໆ, ການຍົກເອົາເລື່ອງໃນອະດີດເຫຼົ່ານັ້ນຂຶ້ນມາມີປະໂຫຍດຫຍັງ! ຕອນນີ້ພວກເຂົາທັງສອງກໍເຊື່ອໃນພຣະເຈົ້າແລ້ວ, ພວກເຂົາຄວນຈະປ່ອຍວາງເລື່ອງເຫຼົ່ານັ້ນ. ໃຜແດ່ທີ່ບໍ່ມີບັນຫາ? ຕອນນີ້ພວກເຂົາທັງສອງບໍ່ໄດ້ມາຢູ່ຕໍ່ໜ້າພຣະເຈົ້າແລ້ວບໍ? ບັນຫາທັງໝົດເຫຼົ່ານີ້ສາມາດແກ້ໄຂໄດ້ດ້ວຍພຣະທຳຂອງພຣະເຈົ້າ. ການເປີດໂປງຈຸດອ່ອນບໍ່ແມ່ນການປະຕິບັດຄວາມຈິງ, ທັງບໍ່ແມ່ນການຮຽນຮູ້ຈາກຈຸດແຂງຂອງຄົນໜຶ່ງເພື່ອຊົດເຊີຍຈຸດອ່ອນຂອງອີກຄົນໜຶ່ງ; ມັນຄືການໂຈມຕີເຊິ່ງກັນແລະກັນ, ມັນຄືພຶດຕິກຳແບບຊາຕານ”. ການໂຈມຕີເຊິ່ງກັນແລະກັນຂອງພວກເຂົາໄດ້ລົບກວນ ແລະ ທຳລາຍຊີວິດຄຣິສຕະຈັກທີ່ເປັນປົກກະຕິ. ບໍ່ມີໃຜສາມາດຢຸດຢັ້ງພວກເຂົາໄດ້ ແລະ ພວກເຂົາກໍຈະບໍ່ຟັງບໍ່ວ່າໃຜຈະໂອ້ລົມຄວາມຈິງກັບພວກເຂົາກໍຕາມ. ບາງຄົນແນະນຳພວກເຂົາວ່າ: “ຢຸດເປີດໂປງຈຸດອ່ອນຂອງກັນແລະກັນສາ. ທີ່ຈິງແລ້ວ, ເລື່ອງທັງໝົດນີ້ບໍ່ແມ່ນເລື່ອງໃຫຍ່ຫຍັງ; ມັນບໍ່ແມ່ນພຽງແຕ່ການໂຕ້ຖຽງກັນທາງວາຈາສັ້ນໆເທົ່ານັ້ນບໍ? ບໍ່ມີຄວາມກຽດຊັງອັນເລິກເຊິ່ງລະຫວ່າງເຈົ້າທັງສອງ. ຖ້າພວກເຈົ້າທັງສອງສາມາດເປີດໃຈ, ເປີດເຜີຍຕົນເອງ, ປ່ອຍວາງອະຄະຕິ, ຄວາມຄຽດແຄ້ນ ແລະ ຄວາມກຽດຊັງ ເພື່ອອະທິຖານ ແລະ ສະແຫວງຫາຄວາມຈິງຕໍ່ໜ້າພຣະເຈົ້າ, ບັນຫາທັງໝົດເຫຼົ່ານີ້ກໍຈະສາມາດແກ້ໄຂໄດ້”. ແຕ່ຄົນທັງສອງກໍຍັງບໍ່ຍອມລົງໃຫ້ກັນ. ໜຶ່ງໃນນັ້ນເວົ້າວ່າ, “ຖ້າລາວສາມາດຂໍໂທດຂ້ອຍກ່ອນ ແລະ ຖ້າລາວເປີດໃຈ ແລະ ເປີດເຜີຍຕົນເອງກ່ອນ, ແລ້ວຂ້ອຍກໍຈະເຮັດຄືກັນ. ແຕ່ຖ້າລາວຍັງບໍ່ຍອມປ່ອຍວາງເລື່ອງນີ້ຄືແຕ່ກ່ອນ, ແລ້ວຂ້ອຍກໍຈະບໍ່ເກງໃຈລາວ! ເຈົ້າຂໍໃຫ້ຂ້ອຍປະຕິບັດຄວາມຈິງ, ເປັນຫຍັງລາວຈຶ່ງບໍ່ປະຕິບັດມັນ? ເຈົ້າຂໍໃຫ້ຂ້ອຍປ່ອຍວາງ, ເປັນຫຍັງລາວຈຶ່ງບໍ່ປ່ອຍວາງກ່ອນ?”. ນີ້ບໍ່ແມ່ນການບໍ່ມີເຫດຜົນບໍ? (ແມ່ນແລ້ວ.) ພວກເຂົາເລີ່ມເຮັດໂຕບໍ່ມີເຫດຜົນແລ້ວ. ຄຳແນະນຳຂອງໃຜກໍບໍ່ມີຜົນຕໍ່ພວກເຂົາ ແລະ ພວກເຂົາກໍບໍ່ຟັງການໂອ້ລົມຄວາມຈິງ. ທັນທີທີ່ພວກເຂົາເຫັນໜ້າກັນ, ພວກເຂົາກໍໂຕ້ຖຽງກັນ, ພວກເຂົາເປີດໂປງຈຸດອ່ອນຂອງກັນແລະກັນ ແລະ ພວກເຂົາກໍໂຈມຕີກັນ. ນອກເໜືອຈາກການບໍ່ລົງມືຕີກັນແລ້ວ, ກໍມີຄວາມກຽດຊັງໃນທຸກສິ່ງທີ່ພວກເຂົາເຮັດຕໍ່ກັນ ແລະ ທຸກຄຳເວົ້າທີ່ພວກເຂົາເວົ້າກໍແຝງໄປດ້ວຍການໂຈມຕີ ແລະ ການສາບແຊ່ງ. ຖ້າໃນຊີວິດຄຣິສຕະຈັກ, ມີຄົນສອງຄົນແບບນີ້ທີ່ໂຈມຕີ ແລະ ປະທະຄາລົມກັນທັນທີທີ່ພວກເຂົາເຫັນໜ້າກັນ, ຊີວິດຄຣິສຕະຈັກແບບນີ້ຈະເກີດດອກອອກຜົນໄດ້ບໍ? ຜູ້ຄົນຈະໄດ້ຮັບສິ່ງໃດທີ່ເປັນບວກຈາກມັນບໍ? (ບໍ່.) ເມື່ອສະຖານະການດັ່ງກ່າວເກີດຂຶ້ນ, ຄົນສ່ວນຫຼາຍກໍກັງວົນ, ໂດຍເວົ້າວ່າ, “ທຸກຄັ້ງທີ່ພວກເຮົາເຕົ້າໂຮມກັນ, ສອງຄົນນັ້ນກໍຕໍ່ສູ້ກັນຕະຫຼອດ ແລະ ພວກເຂົາກໍບໍ່ຟັງຄຳແນະນຳຂອງໃຜເລີຍ. ພວກເຮົາຄວນເຮັດແນວໃດ?”. ຕາບໃດທີ່ພວກເຂົາຢູ່ທີ່ນັ້ນ, ການເຕົ້າໂຮມກໍບໍ່ສະຫງົບສຸກ ແລະ ທຸກຄົນກໍຖືກພວກເຂົາລົບກວນ. ໃນກໍລະນີດັ່ງກ່າວ, ຜູ້ນໍາຄຣິສຕະຈັກຄວນເຂົ້າມາຈັດການເພື່ອແກ້ໄຂບັນຫານີ້; ພວກເຂົາຕ້ອງບໍ່ອະນຸຍາດໃຫ້ບຸກຄົນດັ່ງກ່າວສືບຕໍ່ລົບກວນຊີວິດຄຣິສຕະຈັກ. ຖ້າຫຼັງຈາກການແນະນຳ, ການໂອ້ລົມ ແລະ ການຊີ້ນໍາໃນທາງບວກຊ້ຳແລ້ວຊ້ຳອີກ ແຕ່ບໍ່ໄດ້ຮັບຜົນໃດໆ ແລະ ທັງສອງຝ່າຍຍັງຄົງຍຶດໝັ້ນກັບອະຄະຕິຂອງຕົນ ແລະ ປະຕິເສດທີ່ຈະໃຫ້ອະໄພເຊິ່ງກັນແລະກັນ ແລະ ສືບຕໍ່ໂຈມຕີກັນ ແລະ ລົບກວນຊີວິດຄຣິສຕະຈັກ, ແລ້ວກໍຈຳເປັນຕ້ອງຈັດການເລື່ອງດັ່ງກ່າວຕາມຫຼັກການ. ຄວນບອກພວກເຂົາວ່າ: “ພວກເຈົ້າທັງສອງຢູ່ໃນສະພາບນີ້ມາດົນແລ້ວ ແລະ ມັນໄດ້ກໍ່ໃຫ້ເກີດການລົບກວນຢ່າງຮ້າຍແຮງຕໍ່ຊີວິດຄຣິສຕະຈັກ ແລະ ຕໍ່ອ້າຍເອື້ອຍນ້ອງທຸກຄົນ. ຄົນສ່ວນຫຼາຍມີຄວາມຄຽດແຄ້ນແຕ່ບໍ່ກ້າເວົ້າຫຍັງອອກມາຕໍ່ພຶດຕິກຳນີ້ຂອງພວກເຈົ້າ. ເມື່ອເບິ່ງຈາກທັດສະນະຄະຕິ ແລະ ການສະແດງອອກໃນປັດຈຸບັນຂອງພວກເຈົ້າ, ຄຣິສຕະຈັກຕ້ອງລະງັບການເຂົ້າຮ່ວມຊີວິດຄຣິສຕະຈັກຂອງພວກເຈົ້າຕາມຫຼັກການ ແລະ ໃຫ້ພວກເຈົ້າແຍກຕົວອອກໄປເພື່ອໄຕ່ຕອງຕົນເອງ. ເມື່ອໃດທີ່ພວກເຈົ້າສາມາດຢູ່ຮ່ວມກັນຢ່າງປອງດອງ, ເຂົ້າຮ່ວມການໂອ້ລົມທີ່ເປັນປົກກະຕິ ແລະ ມີຄວາມສຳພັນລະຫວ່າງບຸກຄົນທີ່ເປັນປົກກະຕິ, ເມື່ອນັ້ນພວກເຈົ້າຈຶ່ງສາມາດກັບຄືນສູ່ຊີວິດຄຣິສຕະຈັກໄດ້”. ບໍ່ວ່າພວກເຂົາຈະເຫັນດີກັບເລື່ອງນີ້ຫຼືບໍ່ກໍຕາມ, ຄຣິສຕະຈັກກໍຄວນຕັດສິນໃຈແບບນີ້; ນີ້ຄືການຈັດການເລື່ອງດັ່ງກ່າວໂດຍອີງໃສ່ຫຼັກການ. ເລື່ອງເຫຼົ່ານີ້ຄວນຖືກຈັດການໃນລັກສະນະດັ່ງກ່າວ. ໃນດ້ານໜຶ່ງ, ສິ່ງນີ້ເປັນປະໂຫຍດຕໍ່ບຸກຄົນທັງສອງ; ມັນສາມາດກະຕຸ້ນໃຫ້ພວກເຂົາໄຕ່ຕອງ ແລະ ຮູ້ຈັກຕົນເອງ. ໃນອີກດ້ານໜຶ່ງ, ມັນເປັນການປົກປ້ອງອ້າຍເອື້ອຍນ້ອງສ່ວນຫຼາຍຈາກການຖືກລົບກວນໂດຍຄົນຊົ່ວຊ້າເປັນຫຼັກ. ບາງຄົນເວົ້າວ່າ, “ພວກເຂົາບໍ່ໄດ້ເຮັດຄວາມຊົ່ວໃດໆ; ໃນດ້ານແກ່ນແທ້ຂອງພວກເຂົາ, ພວກເຂົາກໍບໍ່ແມ່ນຄົນຊົ່ວຊ້າເຊັ່ນກັນ. ພວກເຂົາພຽງແຕ່ມີຂໍ້ບົກຜ່ອງເລັກນ້ອຍໃນຄວາມເປັນມະນຸດຂອງພວກເຂົາ, ພວກເຂົາພຽງແຕ່ເອົາແຕ່ໃຈ, ມັກຈະໄຮ້ເຫດຜົນ ແລະ ມັກຈະອິດສາ ແລະ ຂັດແຍ້ງ. ເປັນຫຍັງຈຶ່ງແຍກພວກເຂົາອອກໄປພຽງແຕ່ຍ້ອນເລື່ອງນີ້?”. ບໍ່ວ່າຄວາມເປັນມະນຸດຂອງພວກເຂົາຈະເປັນແນວໃດ, ຕາບໃດທີ່ພວກມັນປະກອບເປັນການລົບກວນຕໍ່ຊີວິດຄຣິສຕະຈັກ, ຜູ້ນໍາຄຣິສຕະຈັກກໍຄວນເຂົ້າມາຈັດການເພື່ອແກ້ໄຂບັນຫານີ້. ຖ້າບຸກຄົນທັງສອງນີ້ເປັນຄົນຊົ່ວຊ້າ, ແລ້ວທັນທີທີ່ສິ່ງນີ້ຖືກແຍກແຍະໄດ້, ການຕອບສະໜອງກໍບໍ່ຄວນແມ່ນພຽງແຕ່ການແຍກພວກເຂົາອອກໄປແບບງ່າຍດາຍ; ຕ້ອງມີການຕັດສິນໃຈທັນທີເພື່ອກຳຈັດພວກເຂົາອອກໂດຍກົງ. ຖ້າການກະທຳຂອງພວກເຂົາຈຳກັດຢູ່ພຽງການໂຈມຕີກັນ ແລະ ການໂຕ້ຖຽງກັນເລື່ອງຖືກຜິດ ໂດຍບໍ່ໄດ້ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ຄົນອື່ນ ຫຼື ກະທຳການທີ່ບໍ່ດີອື່ນໆທີ່ເປັນສາເຫດຂອງການສູນເສຍຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ພວກເຂົາບໍ່ແມ່ນຄົນຊົ່ວຊ້າ, ແລ້ວພວກເຂົາກໍບໍ່ຈຳເປັນຕ້ອງຖືກກຳຈັດອອກ. ແທນທີ່ຈະເປັນແນວນັ້ນ, ຊີວິດຄຣິສຕະຈັກຂອງພວກເຂົາຄວນຖືກລະງັບ ແລະ ພວກເຂົາຄວນຖືກແຍກອອກໄປເພື່ອໄຕ່ຕອງຕົນເອງ. ວິທີການນີ້ແມ່ນເໝາະສົມທີ່ສຸດ. ຈຸດປະສົງຂອງການຈັດການເລື່ອງດັ່ງກ່າວດ້ວຍວິທີນີ້ກໍຄືເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຊີວິດຄຣິສຕະຈັກ ແລະ ຮັບປະກັນວ່າວຽກງານຄຣິສຕະຈັກສາມາດດຳເນີນໄປຢ່າງເປັນປົກກະຕິ.

2). ການເປີດໂປງ ແລະ ໂຈມຕີເຊິ່ງກັນແລະກັນ

ບາງຄົນຂາດຄວາມສາມາດໃນການເຂົ້າໃຈໃນການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ບໍ່ຮູ້ວິທີໂອ້ລົມຄວາມເຂົ້າໃຈຈາກປະສົບການຂອງພວກເຂົາກ່ຽວກັບພຣະທຳຂອງພຣະເຈົ້າ. ພວກເຂົາຮູ້ພຽງແຕ່ວິທີເຊື່ອມໂຍງພຣະທຳຂອງພຣະເຈົ້າທີ່ເປີດໂປງຜູ້ຄົນໄປໃສ່ກັບຄົນອື່ນ. ດັ່ງນັ້ນ, ເມື່ອໃດກໍຕາມທີ່ພວກເຂົາໂອ້ລົມກ່ຽວກັບຄວາມຈິງໃນພຣະທຳຂອງພຣະເຈົ້າ, ພວກເຂົາກໍມີແຮງຈູງໃຈສ່ວນຕົວຢູ່ສະເໝີ; ພວກເຂົາຢາກສວຍໂອກາດເພື່ອເປີດໂປງ ແລະ ໂຈມຕີຄົນອື່ນຢູ່ສະເໝີ, ເຊິ່ງກໍ່ໃຫ້ເກີດຄວາມບໍ່ສະຫງົບໃນຄຣິສຕະຈັກ. ຖ້າຜູ້ທີ່ຖືກເປີດໂປງສາມາດປະຕິບັດຕໍ່ສະຖານະການເຫຼົ່ານີ້ຢ່າງຖືກຕ້ອງ, ເຂົ້າໃຈວ່າພວກມັນມາຈາກພຣະເຈົ້າ ແລະ ຮຽນຮູ້ການອ່ອນນ້ອມ ແລະ ຄວາມອົດທົນ, ກໍຈະບໍ່ມີການໂຕ້ແຍ້ງໃດໆເກີດຂຶ້ນ. ແນວໃດກໍຕາມ, ມັນເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ທີ່ບາງຄົນອາດຈະຮູ້ສຶກບໍ່ຍອມຮັບ ເມື່ອພວກເຂົາໄດ້ຍິນຄົນອື່ນໂອ້ລົມ ແລະ ເປີດໂປງບັນຫາຂອງພວກເຂົາ. ພວກເຂົາຄິດກັບຕົວເອງວ່າ, “ເປັນຫຍັງພໍເຈົ້າອ່ານພຣະທຳຂອງພຣະເຈົ້າແລ້ວ, ເຈົ້າຈຶ່ງບໍ່ແບ່ງປັນຄວາມເຂົ້າໃຈຈາກປະສົບການຂອງເຈົ້າກ່ຽວກັບພຣະທຳເຫຼົ່ານັ້ນ ຫຼື ເວົ້າກ່ຽວກັບການຮູ້ຈັກຕົນເອງ ແລະ ເຈົ້າຈຶ່ງມາໂຈມຕີ ແລະ ເລັງເປົ້າໝາຍໃສ່ຂ້ອຍແທນ? ເຈົ້າບໍ່ພໍໃຈຂ້ອຍບໍ? ພຣະທຳຂອງພຣະເຈົ້າໄດ້ກ່າວຢ່າງຊັດເຈນແລ້ວວ່າຂ້ອຍມີອຸປະນິໄສທີ່ເສື່ອມຊາມ, ເຈົ້າຈຳເປັນຕ້ອງເວົ້າແທ້ບໍ? ຂ້ອຍອາດຈະມີອຸປະນິໄສທີ່ເສື່ອມຊາມ, ແຕ່ເຈົ້າກໍບໍ່ມີຄືກັນບໍ? ເຈົ້າຕັ້ງເປົ້າໃສ່ຂ້ອຍຢູ່ສະເໝີ, ເອີ້ນຂ້ອຍວ່າຄົນເລ່ຫຼ່ຽມ, ແຕ່ເຈົ້າເອງກໍມີເລ່ຫຼ່ຽມບໍ່ໜ້ອຍຄືກັນ!”. ດ້ວຍຄວາມຄຽດແຄ້ນ ແລະ ການບໍ່ຍອມຮັບທີ່ເຕັມອົກ, ພວກເຂົາອາດຈະໃຊ້ຄວາມອົດທົນຄັ້ງໜຶ່ງ ຫຼື ສອງຄັ້ງ, ແຕ່ເມື່ອເວລາຜ່ານໄປ ແລະ ຄວາມຄັບແຄ້ນໃຈຂອງພວກເຂົາໄດ້ສະສົມຂຶ້ນ, ພວກເຂົາກໍລະເບີດອອກມາ. ແລະ ເມື່ອພວກເຂົາລະເບີດອອກມາແລ້ວ, ມັນກໍເປັນໄພພິບັດ. ພວກເຂົາເວົ້າວ່າ, “ເມື່ອບາງຄົນກະທຳ ແລະ ເວົ້າຈາ, ພວກເຂົາທຳທ່າວ່າຊື່ສັດ ແລະ ເປີດເຜີຍຫຼາຍຢູ່ພາຍນອກ, ແຕ່ຄວາມຈິງແລ້ວ, ພວກເຂົາເຕັມໄປດ້ວຍເລ່ກົນທຸກປະເພດ ແລະ ວາງແຜນຕໍ່ຕ້ານຄົນອື່ນຢູ່ສະເໝີ. ບໍ່ມີໃຜສາມາດເຂົ້າໃຈຄວາມຄິດ ຫຼື ເຈດຕະນາຂອງພວກເຂົາໄດ້ເມື່ອເວົ້າກັບພວກເຂົາ; ພວກເຂົາເປັນຄົນເລ່ຫຼ່ຽມ. ເມື່ອພວກເຮົາພົບພໍ້ກັບຄົນປະເພດນີ້, ພວກເຮົາບໍ່ສາມາດເວົ້າ ຫຼື ພົວພັນກັບພວກເຂົາໄດ້; ພວກເຂົາເປັນຕາຢ້ານເກີນໄປ. ຖ້າເຈົ້າບໍ່ລະວັງ, ເຈົ້າກໍຈະຕົກຢູ່ໃນກັບດັກຂອງພວກເຂົາ ແລະ ຖືກພວກເຂົາຫຼອກລວງ ແລະ ນຳໃຊ້. ຄົນປະເພດນີ້ແມ່ນຊົ່ວຊ້າທີ່ສຸດ, ເປັນປະເພດທີ່ພຣະເຈົ້າກຽດຊັງ ແລະ ລັງກຽດທີ່ສຸດ. ພວກເຂົາຄວນຖືກໂຍນລົງໃນຂຸມເລິກ, ໃນທະເລສາບແຫ່ງໄຟ ແລະ ມາດ!”. ຫຼັງຈາກທີ່ໄດ້ຍິນສິ່ງນີ້, ອີກຄົນໜຶ່ງກໍຄິດວ່າ, “ເຈົ້າມີອຸປະນິໄສທີ່ເສື່ອມຊາມ ແຕ່ເຈົ້າຈະບໍ່ຍອມໃຫ້ຄົນອື່ນເປີດໂປງເຈົ້າບໍ? ເຈົ້າອວດດີ ແລະ ຖືຕົນວ່າຊອບທຳຫຼາຍ, ສະນັ້ນ ຂ້ອຍຈະຊອກຫາພຣະທຳຂອງພຣະເຈົ້າອີກຂໍ້ໜຶ່ງມາເປີດໂປງເຈົ້າ ແລະ ເບິ່ງວ່າເຈົ້າຈະມີຫຍັງເວົ້າອີກ!”. ອີກຄົນໜຶ່ງກໍຍິ່ງໂກດຮ້າຍຂຶ້ນຫຼັງຈາກທີ່ຖືກເປີດໂປງ ແລະ ຄິດວ່າ: “ສະແດງວ່າເຈົ້າຄືຊິບໍ່ຈົບເລື່ອງນີ້ງ່າຍໆແມ່ນບໍ່? ຍັງບໍ່ຍອມຢຸດຕິເລື່ອງນີ້ແມ່ນບໍ່? ເຈົ້າພຽງແຕ່ບໍ່ມັກຂ້ອຍ ແລະ ຄິດວ່າຂ້ອຍມີອຸປະນິໄສທີ່ເສື່ອມຊາມ, ແມ່ນບໍ່? ໄດ້, ຂ້ອຍກໍຈະເປີດໂປງເຈົ້າຄືກັນ!” ແລ້ວພວກເຂົາກໍເວົ້າວ່າ, “ບາງຄົນກໍເປັນພຽງຜູ້ຕໍ່ຕ້ານພຣະຄຣິດ; ພວກເຂົາມັກສະຖານະ ແລະ ການຍ້ອງຍໍຈາກຄົນອື່ນ, ພວກເຂົາມັກສັ່ງສອນຄົນອື່ນ, ໃຊ້ພຣະທຳຂອງພຣະເຈົ້າເພື່ອເປີດໂປງ ແລະ ກ່າວໂທດຄົນອື່ນ, ເຮັດໃຫ້ຄົນອື່ນຄິດວ່າພວກເຂົາເອງບໍ່ມີອຸປະນິໄສທີ່ເສື່ອມຊາມ. ພວກເຂົາລ້ວນສູງສົ່ງ ແລະ ມີອຳນາດ ແລະ ທັງຍັງຄິດວ່າຕົນເອງບໍລິສຸດແລ້ວ, ແຕ່ພວກເຂົາບໍ່ແມ່ນພຽງແຕ່ຜີຮ້າຍທີ່ສົກກະປົກບໍ? ພວກເຂົາບໍ່ແມ່ນພຽງແຕ່ຊາຕານ ແລະ ວິນຍານຊົ່ວຊ້າບໍ? ຜູ້ຕໍ່ຕ້ານພຣະຄຣິດແມ່ນໃຜ? ຜູ້ຕໍ່ຕ້ານພຣະຄຣິດກໍຄືຊາຕານ!”. ພວກເຂົາສູ້ກັນຈັກຮອບແລ້ວ? ມີຜູ້ຊະນະບໍ? (ບໍ່.) ພວກເຂົາໄດ້ເວົ້າຫຍັງທີ່ອາດຈະສ້າງສາຄົນອື່ນບໍ? (ບໍ່.) ແລ້ວຄຳເວົ້າເຫຼົ່ານີ້ແມ່ນຫຍັງ? (ການຕັດສິນ, ການກ່າວໂທດ.) ພວກມັນຄືການຕັດສິນ. ພວກເຂົາກຳລັງເວົ້າແບບຊະຊາຍໂດຍບໍ່ຄຳນຶງເຖິງສະຖານະການຕົວຈິງ ຫຼື ຄວາມຈິງ, ຕັດສິນ ແລະ ກ່າວໂທດຄົນອື່ນຕາມອຳເພີໃຈ, ເຖິງກັບສາບແຊ່ງພວກເຂົາ. ພວກເຂົາມີພື້ນຖານຄວາມຈິງບໍໃນການເອີ້ນຄົນອື່ນວ່າເປັນຜູ້ຕໍ່ຕ້ານພຣະຄຣິດ? ຄົນຜູ້ນັ້ນໄດ້ສະແດງການກະທຳທີ່ຊົ່ວຊ້າ ແລະ ການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິດອັນໃດແດ່? ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາບັນລຸເຖິງລະດັບແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິດບໍ? ເມື່ອຜູ້ທີ່ພຣະເຈົ້າເລືອກໄດ້ຍິນພວກເຂົາເປີດໂປງອີກຄົນໜຶ່ງ, ພວກເຂົາຈະຄິດວ່າມັນເປັນກາງ ແລະ ເປັນຄວາມຈິງບໍ? ມີຄວາມໃຈດີ ຫຼື ເຈດຕະນາດີໃດໆໃນຄຳເວົ້າທີ່ຄົນທັງສອງນີ້ເວົ້າອອກມາບໍ? (ບໍ່ມີ.) ຈຸດປະສົງຂອງພວກເຂົາແມ່ນເພື່ອຊ່ວຍເຫຼືອເຊິ່ງກັນແລະກັນໃຫ້ຮູ້ຈັກຕົນເອງ ແລະ ເພື່ອເຮັດໃຫ້ພວກເຂົາສາມາດຖອດຖິ້ມອຸປະນິໄສທີ່ເສື່ອມຊາມຂອງຕົນ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໂດຍໄວເທົ່າທີ່ຈະໄວໄດ້ບໍ? (ບໍ່.) ແລ້ວພວກເຂົາເຮັດສິ່ງນີ້ເພື່ອຫຍັງ? ກໍເພື່ອລະບາຍຄວາມແຄ້ນສ່ວນຕົວ, ເພື່ອໂຈມຕີ ແລະ ແກ້ແຄ້ນອີກຝ່າຍໜຶ່ງ, ສະນັ້ນ ພວກເຂົາຈຶ່ງກ່າວຫາໃຫ້ອີກຝ່າຍໜຶ່ງຕາມອຳເພີໃຈ, ເຊິ່ງມັນບໍ່ກົງກັບຄວາມຈິງເລີຍ. ພວກເຂົາບໍ່ໄດ້ປະເມີນ ແລະ ກຳນົດລັກສະນະຂອງກັນແລະກັນຢ່າງຖືກຕ້ອງໂດຍອີງໃສ່ພຣະທຳຂອງພຣະເຈົ້າ ແລະ ການເປີດເຜີຍ ແລະ ແກ່ນແທ້ຂອງອີກຝ່າຍໜຶ່ງ, ແທນທີ່ຈະເປັນແນວນັ້ນ ພວກເຂົາພັດກຳລັງໃຊ້ພຣະທຳຂອງພຣະເຈົ້າເພື່ອໂຈມຕີກັນແລະກັນ, ແກ້ແຄ້ນ ແລະ ລະບາຍຄວາມແຄ້ນສ່ວນຕົວ; ພວກເຂົາບໍ່ໄດ້ກຳລັງໂອ້ລົມຄວາມຈິງແຕ່ຢ່າງໃດ. ນີ້ເປັນບັນຫາທີ່ຮ້າຍແຮງ. ພວກເຂົາຈັບຈຸດອ່ອນຂອງອີກຄົນໜຶ່ງຢູ່ສະເໝີເພື່ອໂຈມຕີ ແລະ ກ່າວໂທດພວກເຂົາວ່າມີອຸປະນິໄສທີ່ອວດດີ, ທັດສະນະຄະຕິນີ້ແມ່ນມີເລ່ຫຼ່ຽມ ແລະ ມຸ່ງຮ້າຍ ແລະ ນີ້ບໍ່ແມ່ນການເປີດໂປງດ້ວຍເຈດຕະນາດີຢ່າງແນ່ນອນ. ຜົນກໍຄື ມັນນຳໄປສູ່ການເປັນສັດຕູ ແລະ ການກຽດຊັງເຊິ່ງກັນແລະກັນເທົ່ານັ້ນ. ຖ້າການເປີດໂປງຖືກດຳເນີນໄປດ້ວຍທັດສະນະຄະຕິຂອງການຊ່ວຍເຫຼືອຄົນອື່ນດ້ວຍຄວາມຮັກ, ຜູ້ຄົນກໍສາມາດຮັບຮູ້ສິ່ງນີ້ໄດ້ ແລະ ພວກເຂົາກໍສາມາດປະຕິບັດຕໍ່ມັນໄດ້ຢ່າງຖືກຕ້ອງ. ແຕ່ຖ້າຜູ້ໃດຜູ້ໜຶ່ງຈັບຈຸດອ່ອນອຸປະນິໄສທີ່ອວດດີຂອງອີກຄົນໜຶ່ງເພື່ອກ່າວໂທດ ແລະ ໂຈມຕີພວກເຂົາ, ມັນກໍແມ່ນເພື່ອໂຈມຕີ ແລະ ເພື່ອຈັດການຄົນຜູ້ນັ້ນເທົ່ານັ້ນ. ທຸກຄົນລ້ວນແຕ່ມີອຸປະນິໄສທີ່ອວດດີ, ສະນັ້ນ ເປັນຫຍັງຈຶ່ງຕັ້ງເປົ້າໃສ່ແຕ່ຄົນຜູ້ດຽວຢູ່ສະເໝີ? ເປັນຫຍັງຈຶ່ງຈັບຕາເບິ່ງແຕ່ຄົນຜູ້ດຽວຢູ່ສະເໝີໂດຍບໍ່ຍອມປ່ອຍ? ເປີດໂປງອຸປະນິໄສທີ່ອວດດີຂອງຄົນຜູ້ນັ້ນຢູ່ສະເໝີ, ຈຸດປະສົງຂອງສິ່ງນີ້ແມ່ນເພື່ອຊ່ວຍໃຫ້ພວກເຂົາຖອດຖິ້ມອຸປະນິໄສນັ້ນແທ້ໆບໍ? (ບໍ່.) ແລ້ວເຫດຜົນຂອງມັນແມ່ນຫຍັງ? ກໍເພາະວ່າພວກເຂົາບໍ່ພໍໃຈອີກຄົນໜຶ່ງ, ສະນັ້ນ ພວກເຂົາຈຶ່ງຊອກຫາໂອກາດທີ່ຈະໂຈມຕີ ແລະ ແກ້ແຄ້ນ, ໂດຍຢາກທໍລະມານພວກເຂົາຢູ່ສະເໝີ. ສະນັ້ນ, ເມື່ອພວກເຂົາເວົ້າວ່າອີກຄົນໜຶ່ງເປັນຜູ້ຕໍ່ຕ້ານພຣະຄຣິດ, ເປັນຊາຕານ, ເປັນມານຮ້າຍ, ເປັນຄົນເລ່ຫຼ່ຽມ ແລະ ຊົ່ວຮ້າຍ, ນັ້ນເປັນຄວາມຈິງບໍ? ມັນອາດຈະມີສ່ວນຈິງຢູ່ໜ້ອຍໜຶ່ງ, ແຕ່ຈຸດປະສົງຂອງພວກເຂົາໃນການເວົ້າສິ່ງເຫຼົ່ານີ້ບໍ່ແມ່ນເພື່ອຊ່ວຍເຫຼືອອີກຝ່າຍໜຶ່ງ ຫຼື ເພື່ອໂອ້ລົມຄວາມຈິງ ແຕ່ເພື່ອລະບາຍຄວາມແຄ້ນສ່ວນຕົວ ແລະ ແກ້ແຄ້ນ. ພວກເຂົາໄດ້ຖືກທໍລະມານ, ສະນັ້ນ ພວກເຂົາຈຶ່ງຢາກຕອບໂຕ້. ພວກເຂົາຕອບໂຕ້ແນວໃດ? ໂດຍການເປີດໂປງອີກຄົນໜຶ່ງ, ກ່າວໂທດພວກເຂົາ, ເອີ້ນພວກເຂົາວ່າເປັນມານຮ້າຍ, ເປັນຊາຕານ, ເປັນຜີຮ້າຍ, ເປັນຜູ້ຕໍ່ຕ້ານພຣະຄຣິດ, ສິ່ງໃດທີ່ຮ້າຍແຮງທີ່ສຸດກໍຍັດໃຫ້ ແລະ ຂໍ້ກ່າວຫາໃດທີ່ໜັກໜ່ວງທີ່ສຸດກໍຍັດໃຫ້. ນີ້ບໍ່ແມ່ນການຕັດສິນ ແລະ ການກ່າວໂທດຕາມອຳເພີໃຈບໍ? ເຈດຕະນາ, ຈຸດປະສົງ ແລະ ແຮງຈູງໃຈຂອງທັງສອງຝ່າຍໃນການເວົ້າສິ່ງເຫຼົ່ານີ້ບໍ່ແມ່ນເພື່ອຊ່ວຍເຫຼືອອີກຝ່າຍໜຶ່ງໃຫ້ຮູ້ຈັກຕົນເອງ ແລະ ແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ຍິ່ງບໍ່ຕ້ອງເວົ້າເຖິງການຊ່ວຍໃຫ້ພວກເຂົາເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ ຫຼື ເຂົ້າໃຈຫຼັກການຄວາມຈິງ. ແທນທີ່ຈະເປັນແນວນັ້ນ, ພວກເຂົາກຳລັງພະຍາຍາມໂຈມຕີ ແລະ ທຳຮ້າຍອີກຄົນໜຶ່ງ, ເປີດໂປງພວກເຂົາເພື່ອໃຫ້ພວກເຂົາສາມາດບັນລຸເປົ້າໝາຍໃນການລະບາຍຄວາມແຄ້ນສ່ວນຕົວ ແລະ ແກ້ແຄ້ນ. ນີ້ຄືການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມ. ເຖິງແມ່ນວ່າວິທີການໂຈມຕີຄົນອື່ນແບບນີ້ອາດຈະເບິ່ງຄືວ່າມີພື້ນຖານຫຼາຍກວ່າການເປີດໂປງຈຸດອ່ອນຂອງກັນແລະກັນ ແລະ ມັນເປັນການເຊື່ອມໂຍງພຣະທຳຂອງພຣະເຈົ້າໃສ່ກັບອີກຝ່າຍໜຶ່ງເພື່ອເວົ້າວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມ ແລະ ວ່າພວກເຂົາເປັນມານຮ້າຍ ແລະ ເປັນຊາຕານ ແລະ ເບິ່ງຜິວເຜີນແລ້ວມັນເບິ່ງຄືວ່າເປັນເລື່ອງຝ່າຍວິນຍານຫຼາຍ, ແຕ່ລັກສະນະຂອງທັງສອງວິທີນີ້ແມ່ນຄືກັນ. ທັງສອງວິທີນີ້ບໍ່ແມ່ນການໂອ້ລົມພຣະທຳຂອງພຣະເຈົ້າ ແລະ ຄວາມຈິງພາຍໃນຄວາມເປັນມະນຸດທີ່ປົກກະຕິ, ແທນທີ່ຈະເປັນແນວນັ້ນ ມັນເປັນການຕັດສິນ, ການກ່າວໂທດ ແລະ ການສາບແຊ່ງອີກຝ່າຍໜຶ່ງຢ່າງບໍ່ຮັບຜິດຊອບ ແລະ ຕາມອຳເພີໃຈໂດຍອີງໃສ່ຄວາມມັກສ່ວນຕົວ ແລະ ເປັນການໂຈມຕີສ່ວນບຸກຄົນ. ການສົນທະນາທີ່ມີລັກສະນະແບບນີ້ກໍກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນໃນຊີວິດຄຣິສຕະຈັກເຊັ່ນກັນ ແລະ ພວກມັນກໍແຊກແຊງ ແລະ ສ້າງຄວາມເສຍຫາຍແກ່ທາງເຂົ້າຂອງຊີວິດຂອງຜູ້ທີ່ພຣະເຈົ້າເລືອກ.

ພວກເຈົ້າຄວນເຮັດແນວໃດເມື່ອພວກເຈົ້າພົບພໍ້ກັບຄົນສອງຄົນທີ່ກຳລັງໂຈມຕີກັນແລະກັນໂດຍການເປີດໂປງອຸປະນິໄສທີ່ເສື່ອມຊາມຂອງກັນແລະກັນ? ມັນຈຳເປັນບໍທີ່ຈະຕ້ອງຕົບໂຕະ ແລະ ສັ່ງສອນພວກເຂົາ? ມັນຈຳເປັນບໍທີ່ຈະຕ້ອງເອົານ້ຳເຢັນຖັງໜຶ່ງມາສາດໃສ່ພວກເຂົາເພື່ອໃຫ້ພວກເຂົາໃຈເຢັນລົງ ແລະ ເຮັດໃຫ້ພວກເຂົາຮັບຮູ້ວ່າພວກເຂົາບໍ່ຖືກຕ້ອງ ແລະ ຂໍໂທດເຊິ່ງກັນແລະກັນ? ວິທີການເຫຼົ່ານີ້ສາມາດແກ້ໄຂບັນຫາໄດ້ບໍ? (ບໍ່ໄດ້.) ທັງສອງຄົນນີ້ຜິດຖຽງກັນຢູ່ສະເໝີໃນທຸກໆການເຕົ້າໂຮມ ແລະ ຫຼັງຈາກການເຕົ້າໂຮມແຕ່ລະຄັ້ງສິ້ນສຸດລົງ, ພວກເຂົາກໍກຽມພ້ອມສຳລັບການຜິດຖຽງກັນຄັ້ງຕໍ່ໄປ. ຢູ່ເຮືອນ, ພວກເຂົາຊອກຫາພຣະທຳຂອງພຣະເຈົ້າ ແລະ ພື້ນຖານທີ່ຈະໃຊ້ໃນການໂຈມຕີຂອງພວກເຂົາ, ພວກເຂົາເຖິງກັບຂຽນບົດຮ່າງ ແລະ ຄິດຫາວິທີທີ່ຈະໂຈມຕີອີກຝ່າຍໜຶ່ງ, ຈະໂຈມຕີດ້ານໃດຂອງພວກເຂົາ, ຈະຕັດສິນ ແລະ ກ່າວໂທດພວກເຂົາແນວໃດ, ຈະໃຊ້ນຳສຽງແບບໃດ ແລະ ຈະໃຊ້ພຣະທຳຂໍ້ໃດຂອງພຣະເຈົ້າເພື່ອທຳການໂຈມຕີ ແລະ ກ່າວໂທດທີ່ໜ້າເຊື່ອຖືທີ່ສຸດ. ພວກເຂົາຍັງຊອກຫາຄຳສັບທາງຝ່າຍວິນຍານຕ່າງໆ ແລະ ໃຊ້ວິທີການສະແດງອອກທີ່ແຕກຕ່າງກັນເພື່ອກ່າວໂທດ ແລະ ໂຈມຕີອີກຝ່າຍໜຶ່ງ, ບໍ່ໃຫ້ພວກເຂົາພິກສະຖານະການໄດ້ ແລະ ພວກເຂົາພະຍາຍາມທີ່ຈະເອົາຊະນະອີກຝ່າຍໃຫ້ໄດ້ໃນຮອບຕໍ່ໄປ ແລະ ເຮັດໃຫ້ອີກຝ່າຍບໍ່ສາມາດລຸກຂຶ້ນມາໄດ້ອີກ. ພຶດຕິກຳເຫຼົ່ານີ້ລ້ວນແຕ່ເປັນຂອງການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມກັນ. ບັນຫາປະເພດນີ້ແກ້ໄຂງ່າຍບໍ? ຖ້າຫຼັງຈາກທີ່ໄດ້ຮັບຄຳແນະນຳ, ການຊ່ວຍເຫຼືອ ແລະ ການໂອ້ລົມຄວາມຈິງຈາກຄົນສ່ວນໃຫຍ່ແລ້ວ, ພວກເຂົາຍັງບໍ່ກັບໃຈ ຫຼື ປ່ຽນແປງແນວທາງຂອງຕົນ, ນັ້ນກໍຄື ພວກເຂົາຖຽງ ແລະ ສາບແຊ່ງກັນແລະກັນເມື່ອພົບໜ້າ, ບໍ່ຟັງຄຳແນະນຳຂອງໃຜ ແລະ ບໍ່ຍອມຮັບເມື່ອມີໃຜໂອ້ລົມຄວາມຈິງ ຫຼື ລິຮານພວກເຂົາ, ຄວນຈະເຮັດແນວໃດ? ເລື່ອງນີ້ຈັດການໄດ້ງ່າຍ: ພວກເຂົາຄວນຖືກສະລ້າງອອກ. ນັ້ນຈະບໍ່ແກ້ໄຂບັນຫາໄດ້ບໍ? ນັ້ນບໍ່ງ່າຍບໍ? ມັນຈຳເປັນບໍທີ່ຈະຕ້ອງໂອ້ລົມກັບພວກເຂົາຕໍ່ໄປ? ມັນຈຳເປັນບໍທີ່ຈະຕ້ອງຊ່ວຍເຫຼືອພວກເຂົາດ້ວຍຄວາມຮັກອີກຕໍ່ໄປ? ບອກເຮົາມາເບິ່ງດູ, ມັນເໝາະສົມບໍທີ່ຈະສະແດງຄວາມໃຈກວ້າງ ແລະ ຄວາມອົດທົນດ້ວຍຄວາມຮັກຕໍ່ຄົນປະເພດນີ້? (ບໍ່ເໝາະສົມ.) ເປັນຫຍັງຈຶ່ງບໍ່ເໝາະສົມ? (ພວກເຂົາບໍ່ຍອມຮັບຄວາມຈິງ, ການໂອ້ລົມກັບພວກເຂົາບໍ່ມີປະໂຫຍດ.) ຖືກຕ້ອງ, ພວກເຂົາບໍ່ຍອມຮັບຄວາມຈິງ. ພວກເຂົາເຂົ້າຮ່ວມການເຕົ້າໂຮມພຽງເພື່ອປະທະຄາລົມກັນ. ພວກເຂົາບໍ່ໄດ້ເຊື່ອໃນພຣະເຈົ້າເພື່ອສະແຫວງຫາຄວາມຈິງ ແລະ ພວກເຂົາພຽງແຕ່ມັກການປະທະຄາລົມກັນ. ນີ້ແມ່ນການເປີດເຜີຍ ແລະ ການສະແດງອອກຂອງຄວາມເປັນມະນຸດທີ່ປົກກະຕິບໍ? ພວກເຂົາມີເຫດຜົນທີ່ຄວາມເປັນມະນຸດທີ່ປົກກະຕິຄວນມີບໍ? (ບໍ່.) ພວກເຂົາຂາດເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ. ໃນລະຫວ່າງການເຕົ້າໂຮມ, ຄົນປະເພດນີ້ບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າຢ່າງຕັ້ງໃຈ ແລະ ຢ່າງເໝາະສົມເພື່ອໃຫ້ພວກເຂົາສາມາດເຂົ້າໃຈ ແລະ ໄດ້ຮັບຄວາມຈິງຈາກພຣະທຳຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນຈຶ່ງແກ້ໄຂອຸປະນິໄສທີ່ເສື່ອມຊາມ ແລະ ບັນຫາຂອງພວກເຂົາ. ແທນທີ່ຈະເປັນແນວນັ້ນ, ພວກເຂົາພັດຢາກແກ້ໄຂບັນຫາຂອງຄົນອື່ນຢູ່ສະເໝີ. ສາຍຕາຂອງພວກເຂົາຈົດຈໍ່ຢູ່ກັບຄົນອື່ນຢູ່ຕະຫຼອດເວລາ, ຊອກຫາຂໍ້ຜິດພາດໃນຕົວພວກເຂົາ; ພວກເຂົາມຸ່ງໝັ້ນທີ່ຈະຊອກຫາບັນຫາຂອງຄົນອື່ນໃນພຣະທຳຂອງພຣະເຈົ້າຢູ່ສະເໝີ. ພວກເຂົາໃຊ້ໂອກາດໃນການອ່ານ ແລະ ໂອ້ລົມພຣະທຳຂອງພຣະເຈົ້າເພື່ອເປີດໂປງ ແລະ ໂຈມຕີຄົນອື່ນ ແລະ ພວກເຂົາໃຊ້ພຣະທຳຂອງພຣະເຈົ້າເພື່ອຕັດສິນ, ດູຖູກ ແລະ ກ່າວໂທດຄົນອື່ນ. ແຕ່ພວກເຂົາພັດວາງຕົວເອງແຍກອອກຈາກພຣະທຳຂອງພຣະເຈົ້າ. ພວກເຂົາເປັນຄົນປະເພດໃດ? ຄົນເຫຼົ່ານີ້ແມ່ນຜູ້ທີ່ຍອມຮັບຄວາມຈິງບໍ? (ບໍ່.) ພວກເຂົາເກັ່ງ ແລະ ກະຕືລືລົ້ນໃນເລື່ອງໜຶ່ງເປັນພິເສດ: ຫຼັງຈາກທີ່ອ່ານພຣະທຳຂອງພຣະເຈົ້າ, ພວກເຂົາມັກຈະພົບເຫັນບັນຫາ, ສະພາວະ ແລະ ການສະແດງອອກຕ່າງໆທີ່ພຣະທຳຂອງພຣະອົງເປີດໂປງໃນຕົວຄົນອື່ນໄດ້ເລື້ອຍໆ. ຍິ່ງພວກເຂົາລະບຸບັນຫາເຫຼົ່ານີ້ໄດ້ຫຼາຍເທົ່າໃດ, ພວກເຂົາກໍຍິ່ງຮູ້ສຶກວ່າມີຄວາມຮັບຜິດຊອບທີ່ຍິ່ງໃຫຍ່ເທົ່ານັ້ນ ແລະ ເຊື່ອວ່າມີຫຼາຍຢ່າງທີ່ພວກເຂົາສາມາດເຮັດໄດ້, ຄິດວ່າພວກເຂົາຄວນເປີດໂປງບັນຫາເຫຼົ່ານີ້. ໃຜມີບັນຫາເຫຼົ່ານີ້ພວກເຂົາກໍຈະບໍ່ປ່ອຍໄປ. ພວກເຂົາເປັນຄົນປະເພດໃດ? ຄົນປະເພດນີ້ມີເຫດຜົນບໍ? ພວກເຂົາມີຄວາມສາມາດໃນການຢັ່ງຮູ້ຄວາມຈິງບໍ? (ບໍ່ມີ.) ໃນຄຣິສຕະຈັກ, ຖ້າຄົນປະເພດນີ້ບໍ່ເວົ້າອອກມາ ຫຼື ກໍ່ໃຫ້ເກີດການລົບກວນ, ກໍບໍ່ຈຳເປັນຕ້ອງຈັດການກັບພວກເຂົາ. ແນວໃດກໍຕາມ, ຖ້າພວກເຂົາກະທຳໃນລັກສະນະນີ້ຢ່າງສະໝໍ່າສະເໝີ, ໂຈມຕີ, ຕັດສິນ ແລະ ກ່າວໂທດຄົນອື່ນຢູ່ສະເໝີ, ແລ້ວຄຣິສຕະຈັກກໍຄວນດຳເນີນການທີ່ເໝາະສົມເພື່ອຈັດການກັບພວກເຂົາ, ໂດຍການສະລ້າງພວກເຂົາອອກ. ສ່ວນຜູ້ທີ່ຖືກຜູ້ຄົນເປີດໂປງ ແລະ ຈາກນັ້ນກໍໂຈມຕີ, ຕັດສິນ ແລະ ກ່າວໂທດພວກເຂົາໂດຍໃຊ້ວິທີການ ແລະ ເຄື່ອງມືແບບດຽວກັນ, ຖ້າສະຖານະການຮ້າຍແຮງ ແລະ ພວກເຂົາໄດ້ຂັດຂວາງ ແລະ ລົບກວນຊີວິດຄຣິສຕະຈັກ, ພວກເຂົາກໍຄວນຖືກສະລ້າງອອກເຊັ່ນດຽວກັນ ແລະ ແຍກອອກຈາກຜູ້ທີ່ພຣະເຈົ້າເລືອກ, ບໍ່ຕ້ອງສະແດງຄວາມປານີໃດໆແກ່ພວກເຂົາ.

ການສະແດງອອກອື່ນໃດອີກຂອງການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມກັນ ທີ່ມີລັກສະນະເປັນການຂັດຂວາງ ແລະ ການລົບກວນຊີວິດຄຣິສຕະຈັກ? ການເປີດໂປງຈຸດອ່ອນຂອງກັນແລະກັນ ແລະ ການເປີດໂປງອຸປະນິໄສທີ່ເສື່ອມຊາມຂອງກັນແລະກັນເພື່ອລະບາຍຄວາມແຄ້ນສ່ວນຕົວ ແລະ ແກ້ແຄ້ນເຊິ່ງກັນແລະກັນ ແມ່ນການສະແດງອອກທີ່ເຫັນໄດ້ຊັດເຈນຂອງການຂັດຂວາງ ແລະ ການລົບກວນຊີວິດຄຣິສຕະຈັກ. ນອກເໜືອຈາກສອງການສະແດງອອກນີ້, ຍັງມີການທຳທ່າວ່າເປີດເຜີຍຕົວເອງ ແລະ ການເປີດໃຈເພື່ອທີ່ຈະເປີດໂປງ ແລະ ໄຈ້ແຍກຄົນອື່ນໂດຍເຈດຕະນາ, ການໂຈມຕີປະເພດນີ້ກໍເປັນການສະແດງອອກຂອງການຂັດຂວາງ ແລະ ການລົບກວນຊີວິດຄຣິສຕະຈັກເຊັ່ນກັນ. ສະນັ້ນ, ສິ່ງທີ່ຄົນຜູ້ໜຶ່ງເວົ້າຈະເປັນການໂຈມຕີບໍ ຕາບໃດທີ່ມັນບໍ່ແມ່ນກ່ຽວກັບບັນຫາຂອງຕົນເອງ ແຕ່ເປັນເລື່ອງຂອງຄົນອື່ນ, ໂດຍບໍ່ຄຳນຶງວ່າມັນຈະເປັນການເວົ້າແບບເຈາະຈົງ ຫຼື ເວົ້າທາງອ້ອມຢ່າງມີໄຫວພິບບໍ? (ບໍ່.) ແລ້ວສະຖານະການໃດທີ່ເປັນການໂຈມຕີ? ມັນຂຶ້ນຢູ່ກັບເຈດຕະນາ ແລະ ຈຸດປະສົງທີ່ຢູ່ເບື້ອງຫຼັງສິ່ງທີ່ເວົ້າ. ຖ້າບາງສິ່ງຖືກເວົ້າເພື່ອໂຈມຕີ ແລະ ແກ້ແຄ້ນຜູ້ຄົນ ຫຼື ເພື່ອລະບາຍຄວາມແຄ້ນສ່ວນຕົວ, ນີ້ກໍຄືການໂຈມຕີ. ນີ້ແມ່ນສະຖານະການໜຶ່ງ. ຍິ່ງໄປກວ່ານັ້ນ, ການຈັບເອົາພຽງປະກົດການຜິວເຜີນຂອງບັນຫາມາຂະຫຍາຍຄວາມເປັນເລື່ອງໃຫຍ່ ເພື່ອຕັດສິນ ແລະ ກ່າວໂທດຜູ້ຄົນທີ່ຂັດກັບຄວາມຈິງ ແລະ ສິ່ງທີ່ເປັນຈິງ, ການສະຫຼຸບຢ່າງບໍ່ຮັບຜິດຊອບໂດຍບໍ່ໄດ້ເບິ່ງເລີຍວ່າແກ່ນແທ້ຂອງບັນຫາແມ່ນຫຍັງ, ນີ້ກໍເປັນການລະບາຍຄວາມແຄ້ນສ່ວນຕົວ ແລະ ການແກ້ແຄ້ນເຊັ່ນກັນ, ມັນຄືການຕັດສິນ ແລະ ການກ່າວໂທດ ແລະ ສະຖານະການປະເພດນີ້ກໍເປັນການໂຈມຕີເຊັ່ນກັນ. ມີຫຍັງອີກບໍ? (ການສ້າງຂ່າວລືທີ່ບໍ່ມີມູນຄວາມຈິງກ່ຽວກັບຜູ້ຄົນ, ນັ້ນແມ່ນໜຶ່ງໃນນັ້ນບໍ?) ການສ້າງຂ່າວລືທີ່ບໍ່ມີມູນຄວາມຈິງກໍນັບເປັນການໂຈມຕີຢ່າງແນ່ນອນ, ຍິ່ງໄປກວ່ານັ້ນອີກ. ມີຈັກສະຖານະການທີ່ເປັນການໂຈມຕີ? (ສາມ.) ຈົ່ງສະຫຼຸບສະຖານະການເຫຼົ່ານີ້. (ທີໜຶ່ງແມ່ນການໂຈມຕີຄົນອື່ນດ້ວຍຈຸດປະສົງທີ່ສະເພາະ. ທີສອງແມ່ນການຕັດສິນ ແລະ ກ່າວໂທດຄົນອື່ນໃນລັກສະນະທີ່ຂັດກັບຄວາມຈິງ ແລະ ສິ່ງທີ່ເປັນຈິງ, ເຊິ່ງເປັນການກຳນົດລັກສະນະຂອງຄົນອື່ນຕາມອຳເພີໃຈຢ່າງບໍ່ຮັບຜິດຊອບ. ທີສາມແມ່ນການສ້າງຂ່າວລືທີ່ບໍ່ມີມູນຄວາມຈິງກ່ຽວກັບຜູ້ຄົນ.) ລັກສະນະຂອງແຕ່ລະສະຖານະການທັງສາມນີ້ມີຄຸນສົມບັດເປັນການໂຈມຕີສ່ວນບຸກຄົນ. ພວກເຮົາຈະແຍກແຍະແນວໃດວ່າສະຖານະການໃດມີຄຸນສົມບັດເປັນການໂຈມຕີສ່ວນບຸກຄົນ ແລະ ສະຖານະການໃດບໍ່ມີ? ເມື່ອເວົ້າເຖິງຜູ້ທີ່ກຳລັງເຮັດການໂຈມຕີ, ການກະທຳ ຫຼື ຄຳເວົ້າໃດທີ່ເປັນການໂຈມຕີ? ສົມມຸດວ່າຄຳເວົ້າຂອງຄົນຜູ້ໜຶ່ງມີລັກສະນະທີ່ຊີ້ນຳໜ້ອຍໜຶ່ງ ແລະ ສາມາດນຳພາຄົນອື່ນຢ່າງຜິດໆໄດ້ ແລະ ຍັງມີຄຸນລັກສະນະຂອງການສ້າງຂ່າວລືອີກ. ຄົນຜູ້ນັ້ນກຳລັງສ້າງເລື່ອງຂຶ້ນມາຈາກຄວາມວ່າງເປົ່າ ແລະ ແຕ່ງຂ່າວລື ແລະ ຄຳຕົວະຂຶ້ນມາເພື່ອຫຼອກລວງ ແລະ ນຳພາຜູ້ຄົນຢ່າງຜິດໆ. ເຈດຕະນາ ແລະ ຈຸດປະສົງຂອງພວກເຂົາແມ່ນເພື່ອເຮັດໃຫ້ຄົນຈຳນວນຫຼາຍຂຶ້ນຍອມຮັບ ແລະ ເຊື່ອວ່າສິ່ງທີ່ພວກເຂົາເວົ້າແມ່ນຖືກຕ້ອງ ແລະ ເຫັນດີວ່າສິ່ງທີ່ພວກເຂົາເວົ້າສອດຄ່ອງກັບຄວາມຈິງ. ໃນເວລາດຽວກັນ, ພວກເຂົາຍັງຕ້ອງການແກ້ແຄ້ນຄົນອື່ນ, ເພື່ອເຮັດໃຫ້ພວກເຂົາຄິດລົບ ແລະ ອ່ອນແອ. ພວກເຂົາຄິດໃນໃຈວ່າ, “ເຈົ້າມີບຸກຄະລິກທີ່ຊົ່ວຮ້າຍຫຼາຍ, ຂ້ອຍຕ້ອງເປີດໂປງສະຖານະການຕົວຈິງຂອງເຈົ້າ, ບຳຮາບຄວາມອວດດີຂອງເຈົ້າ, ເບິ່ງວ່າເຈົ້າຍັງຈະອວດອົ່ງ ແລະ ໂອ້ອວດຫຍັງໄດ້ອີກ! ມີເຈົ້າຢູ່ຂ້ອຍຈະເດັ່ນໄດ້ແນວໃດ? ຄວາມກຽດຊັງຂອງຂ້ອຍຈະບໍ່ບັນເທົາລົງຈົນກວ່າຂ້ອຍຈະຜາບແພ້ເຈົ້າໃຫ້ຕົກຢູ່ໃນຄວາມເປັນລົບ ແລະ ລົ້ມເຈົ້າລົງຈຶ່ງຈະສາແກ່ໃຈ. ຂ້ອຍຈະສະແດງໃຫ້ທຸກຄົນເຫັນວ່າເຈົ້າກໍສາມາດຄິດລົບໄດ້ ແລະ ເຈົ້າກໍມີຈຸດອ່ອນຄືກັນ!”. ຖ້ານີ້ຄືຈຸດປະສົງຂອງພວກເຂົາ, ແລ້ວຄຳເວົ້າຂອງພວກເຂົາກໍເປັນການໂຈມຕີ. ແຕ່ສົມມຸດວ່າເຈດຕະນາຂອງພວກເຂົາເປັນພຽງການຊີ້ແຈງຄວາມຈິງ ແລະ ສິ່ງທີ່ເປັນຈິງກ່ຽວກັບເລື່ອງໃດໜຶ່ງ, ຫຼັງຈາກທີ່ໄດ້ຮັບຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບມັນ ແລະ ຄົ້ນພົບແກ່ນແທ້ຂອງບັນຫາຜ່ານປະສົບການໄລຍະໜຶ່ງ, ພວກເຂົາກໍຮູ້ສຶກວ່າມັນຄວນຖືກໂອ້ລົມເພື່ອໃຫ້ຄົນສ່ວນໃຫຍ່ສາມາດເຂົ້າໃຈມັນ ແລະ ຮູ້ວ່າຄວາມເຂົ້າໃຈປະເພດໃດກ່ຽວກັບເລື່ອງນີ້ທີ່ບໍລິສຸດ, ນັ້ນກໍຄື ຈຸດປະສົງຂອງພວກເຂົາແມ່ນເພື່ອແກ້ໄຂທັດສະນະທີ່ບິດເບືອນ ຫຼື ທັດສະນະຝ່າຍດຽວຂອງຄົນຈຳນວນຫຼາຍຂຶ້ນກ່ຽວກັບເລື່ອງນີ້, ນີ້ແມ່ນການໂຈມຕີບໍ? (ບໍ່.) ພວກເຂົາບໍ່ໄດ້ບັງຄັບອີກຝ່າຍໜຶ່ງໃຫ້ຍອມຮັບຄຳຄິດເຫັນສ່ວນຕົວຂອງພວກເຂົາ ແລະ ຍິ່ງບໍ່ຕ້ອງເວົ້າເຖິງການມີເຈດຕະນາໃດໆໃນການແກ້ແຄ້ນສ່ວນຕົວ. ແທນທີ່ຈະເປັນແນວນັ້ນ, ພວກເຂົາພຽງແຕ່ປາຖະໜາທີ່ຈະຊີ້ແຈງຄວາມຈິງຂອງຂໍ້ເທັດຈິງ; ພວກເຂົາກຳລັງໃຊ້ຄວາມຮັກເພື່ອຊ່ວຍອີກຝ່າຍໜຶ່ງໃຫ້ເຂົ້າໃຈ ແລະ ເພື່ອປ້ອງກັນບໍ່ໃຫ້ພວກເຂົາຫຼົງທາງຜິດຜ່ານຄວາມເຂົ້າໃຈນີ້. ໂດຍບໍ່ຄຳນຶງວ່າອີກຝ່າຍໜຶ່ງຈະຍອມຮັບສິ່ງນີ້ ຫຼື ບໍ່, ພວກເຂົາກໍສາມາດເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດ. ດັ່ງນັ້ນ ພຶດຕິກຳນີ້, ແນວທາງນີ້, ຈຶ່ງບໍ່ແມ່ນການໂຈມຕີ. ຜ່ານພາສາ, ການເລືອກໃຊ້ຄຳສັບ ແລະ ລັກສະນະ, ນ້ຳສຽງ ແລະ ທ່າທີໃນການເວົ້າໃນສອງການສະແດງອອກທີ່ແຕກຕ່າງກັນນີ້, ຄົນເຮົາກໍສາມາດບອກໄດ້ວ່າເຈດຕະນາ ແລະ ຈຸດປະສົງຂອງຄົນຜູ້ນັ້ນແມ່ນຫຍັງ. ຖ້າຄົນຜູ້ໜຶ່ງຕັ້ງໃຈທີ່ຈະໂຈມຕີອີກຝ່າຍໜຶ່ງ, ຄຳເວົ້າຂອງພວກເຂົາກໍຈະແຫຼມຄົມຢ່າງແນ່ນອນ ແລະ ເຈດຕະນາ ແລະ ຈຸດປະສົງຂອງພວກເຂົາກໍຈະເຫັນໄດ້ຊັດເຈນໃນນ້ຳສຽງ, ສຽງສູງຕ່ຳ, ການເລືອກໃຊ້ຄຳສັບ ແລະ ທ່າທີຂອງພວກເຂົາ. ຖ້າພວກເຂົາບໍ່ໄດ້ກຳລັງບັງຄັບອີກຝ່າຍໜຶ່ງໃຫ້ຍອມຮັບສິ່ງທີ່ພວກເຂົາກຳລັງເວົ້າ ແລະ ພວກເຂົາບໍ່ໄດ້ກຳລັງໂຈມຕີພວກເຂົາຢ່າງແນ່ນອນ, ແລ້ວຄຳເວົ້າຂອງພວກເຂົາກໍຈະສອດຄ່ອງກັບການສະແດງອອກຂອງຄວາມສຳນຶກ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິຢ່າງແນ່ນອນ. ນອກຈາກນີ້, ທ່າທີ, ນ້ຳສຽງ ແລະ ການເລືອກໃຊ້ຄຳສັບໃນການເວົ້າຂອງພວກເຂົາກໍຈະມີເຫດຜົນຢ່າງແນ່ນອນ, ໂດຍຕົກຢູ່ໃນຂອບເຂດຂອງຄວາມເປັນມະນຸດທີ່ປົກກະຕິ.

ຫຼັງຈາກທີ່ໂອ້ລົມຫຼັກການຂອງການແຍກແຍະສິ່ງທີ່ເປັນການໂຈມຕີສ່ວນບຸກຄົນ ແລະ ສິ່ງທີ່ບໍ່ແມ່ນການໂຈມຕີສ່ວນບຸກຄົນແລ້ວ, ຕອນນີ້ພວກເຈົ້າສາມາດແຍກແຍະສິ່ງນີ້ໄດ້ແລ້ວບໍ? ຖ້າພວກເຈົ້າຍັງບໍ່ສາມາດແຍກແຍະສິ່ງນີ້ໄດ້, ແລ້ວພວກເຈົ້າກໍຈະບໍ່ສາມາດເບິ່ງທະລຸແກ່ນແທ້ຂອງບັນຫາໄດ້. ບໍ່ວ່າການໂອ້ລົມຂອງຜູ້ໃດຜູ້ໜຶ່ງຈະຟັງຄືມ່ວນສໍ່າໃດກໍຕາມ, ຖ້າພວກເຂົາບໍ່ໄດ້ກຳລັງປະຕິບັດຕາມຫຼັກການ, ຖ້າພວກເຂົາບໍ່ໄດ້ກຳລັງຕັ້ງເປົ້າທີ່ຈະຊ່ວຍໃຫ້ຜູ້ຄົນເຂົ້າໃຈຄວາມຈິງ ແລະ ເຮັດໜ້າທີ່ຂອງຕົນຢ່າງເໝາະສົມ, ແຕ່ແທນທີ່ຈະເປັນແນວນັ້ນ ພັດຊອກຫາຈຸດອ່ອນເພື່ອໃຊ້ໂຈມຕີຄົນອື່ນເພື່ອກວນໃຈພວກເຂົາບໍ່ຢຸດ, ໂດຍພະຍາຍາມຢ່າງສຸດຄວາມສາມາດເພື່ອຕັດສິນ ແລະ ກ່າວໂທດພວກເຂົາ ແລະ ເຖິງແມ່ນວ່າພວກເຂົາຈະປາກົດຕົວຄືກັບວ່າພວກເຂົາກຳລັງແຍກແຍະຜູ້ຄົນຢູ່ພາຍນອກ, ແຕ່ຄວາມຈິງແລ້ວ ເຈດຕະນາ ແລະ ຈຸດປະສົງຂອງພວກເຂົາແມ່ນເພື່ອກ່າວໂທດ ແລະ ໂຈມຕີຄົນອື່ນ, ແລ້ວສະຖານະການນີ້ກໍກ່ຽວຂ້ອງກັບການໂຈມຕີສ່ວນບຸກຄົນ. ເລື່ອງເລັກໆນ້ອຍໆທີ່ເກີດຂຶ້ນລະຫວ່າງຜູ້ຄົນແມ່ນລຽບງ່າຍ ແລະ ຊັດເຈນຫຼາຍ; ຖ້າຫາກມີການໂອ້ລົມຄວາມຈິງກ່ຽວກັບເລື່ອງເຫຼົ່ານີ້, ມັນກໍຈະໃຊ້ເວລາບໍ່ຮອດໜຶ່ງການເຕົ້າໂຮມ. ແລ້ວມັນຈຳເປັນບໍທີ່ຈະຕ້ອງໃຊ້ເວລາຂອງອ້າຍເອື້ອຍນ້ອງໂດຍການເວົ້າຫຼາຍກ່ຽວກັບເລື່ອງເຫຼົ່ານັ້ນໃນທຸກໆການເຕົ້າໂຮມ? ມັນບໍ່ຈຳເປັນ. ຖ້າຜູ້ຄົນກວນໃຈຄົນອື່ນບໍ່ຢຸດຢູ່ສະເໝີ, ນັ້ນກໍເປັນການໂຈມຕີຜູ້ຄົນ ແລະ ກໍ່ໃຫ້ເກີດການລົບກວນ. ແມ່ນຫຍັງຄືເຫດຜົນທີ່ຜູ້ຄົນຍຶດຕິດຢູ່ກັບເລື່ອງດຽວ ແລະ ເວົ້າກ່ຽວກັບມັນບໍ່ສິ້ນສຸດ? ກໍຄືບໍ່ມີໃຜເຕັມໃຈທີ່ຈະປະຖິ້ມເຈດຕະນາ ແລະ ຈຸດປະສົງຂອງຕົນເອງ, ບໍ່ມີໃຜພະຍາຍາມທີ່ຈະຮູ້ຈັກຕົນເອງ ແລະ ບໍ່ມີໃຜຍອມຮັບຄວາມຈິງ ຫຼື ຂໍ້ເທັດຈິງ ແລະ ສິ່ງທີ່ເປັນຈິງ ແລະ ດັ່ງນັ້ນ ພວກເຂົາຈຶ່ງກວນໃຈຄົນອື່ນບໍ່ຢຸດ. ແມ່ນຫຍັງຄືລັກສະນະຂອງການກວນໃຈຄົນອື່ນບໍ່ຢຸດ? ມັນຄືການໂຈມຕີ. ມັນຄືການຊອກຫາຈຸດອ່ອນເພື່ອໃຊ້ໂຈມຕີຄົນອື່ນ, ການຈັບຜິດໃນການເລືອກໃຊ້ຄຳສັບຂອງຄົນອື່ນ ແລະ ການໃຊ້ຈຸດອ່ອນຂອງຄົນອື່ນເພື່ອໂຈມຕີພວກເຂົາ, ໂດຍຍຶດຕິດຢູ່ກັບເລື່ອງດຽວຢ່າງບໍ່ສິ້ນສຸດ ແລະ ຖຽງກັນຈົນຄົນໜຶ່ງໜ້າແດງ. ຖ້າຜູ້ຄົນກຳລັງໂອ້ລົມຈາກພາຍໃນຄວາມເປັນມະນຸດທີ່ປົກກະຕິ, ສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ, ນັ້ນກໍຄື ການເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດ, ແລ້ວຄວາມສຳພັນລະຫວ່າງພວກເຂົາກໍຈະດີຂຶ້ນເລື້ອຍໆ. ແຕ່ຖ້າພວກເຂົາກຳລັງໂຈມຕີ ແລະ ຜິດຖຽງກັນແລະກັນ, ຜູກມັດຕົນເອງເຂົ້າຫາກັນເພື່ອເຮັດໃຫ້ເຫດຜົນຂອງຕົນເອງຊັດເຈນ, ຢາກໄດ້ປຽບຢູ່ສະເໝີ, ບໍ່ຢາກຍອມຮັບຄວາມພາຍແພ້ ແລະ ບໍ່ປະນີປະນອມ, ບໍ່ປ່ອຍວາງຄວາມຄັບແຄ້ນໃຈສ່ວນຕົວ, ແລ້ວຄວາມສຳພັນລະຫວ່າງຄົນທັງສອງກໍຈະເຄັ່ງຕຶງຂຶ້ນເລື້ອຍໆ ແລະ ຮ້າຍແຮງລົງເລື້ອຍໆໃນທີ່ສຸດ; ມັນຈະບໍ່ແມ່ນຄວາມສຳພັນລະຫວ່າງບຸກຄົນທີ່ປົກກະຕິ ແລະ ມັນເຖິງກັບສາມາດໄປເຖິງຈຸດທີ່ຕາຂອງພວກເຂົາຈະກາຍເປັນສີແດງເມື່ອໃດກໍຕາມທີ່ພົບກັນ. ລອງຄິດເບິ່ງ, ເມື່ອໝາສູ້ກັນ, ຕາຂອງໂຕທີ່ດຸຮ້າຍຈະກາຍເປັນສີແດງ. ເລື່ອງຕາຂອງມັນເປັນສີແດງນັ້ນແມ່ນຫຍັງ? ບໍ່ແມ່ນວ່າມັນເຕັມໄປດ້ວຍຄວາມກຽດຊັງບໍ? ມັນບໍ່ຄືກັນບໍກັບການທີ່ຜູ້ຄົນໂຈມຕີກັນແລະກັນ? ເມື່ອຜູ້ຄົນໂອ້ລົມຄວາມຈິງ, ຖ້າພວກເຂົາບໍ່ໂຈມຕີກັນແລະກັນ, ແຕ່ແທນທີ່ຈະເປັນແນວນັ້ນ ກັບສາມາດຊົດເຊີຍຈຸດອ່ອນຂອງກັນແລະກັນໂດຍການນຳໃຊ້ຈຸດແຂງຂອງກັນແລະກັນ ແລະ ສະໜັບສະໜູນເຊິ່ງກັນແລະກັນ, ມັນຈະເປັນໄປໄດ້ບໍທີ່ຄວາມສຳພັນລະຫວ່າງພວກເຂົາຈະບໍ່ດີ? ຄວາມສຳພັນຂອງພວກເຂົາຈະກາຍເປັນປົກກະຕິຂຶ້ນເລື້ອຍໆຢ່າງແນ່ນອນ. ເມື່ອຄົນສອງຄົນເວົ້າ, ສົນທະນາ, ໂອ້ລົມ ຫຼື ແມ່ນແຕ່ໂຕ້ຖຽງກັນພາຍໃນຄວາມສຳນຶກ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ, ຄວາມສຳພັນຂອງພວກເຂົາກໍຈະເປັນປົກກະຕິ ແລະ ພວກເຂົາຈະບໍ່ໂກດຮ້າຍ ຫຼື ເລີ່ມສູ້ກັນທັນທີທີ່ພົບກັນ. ຖ້າຄວາມກຽດຊັງ ແລະ ຄວາມໂກດຮ້າຍທີ່ອະທິບາຍບໍ່ໄດ້ເກີດຂຶ້ນໃນຕົວຜູ້ຄົນ ເມື່ອພວກເຂົາຍັງບໍ່ທັນໄດ້ເຫັນໜ້າກັນຊ້ຳ, ພຽງແຕ່ຍ້ອນວ່າອີກຝ່າຍໜຶ່ງຖືກກ່າວເຖິງ, ແລ້ວນັ້ນກໍບໍ່ແມ່ນການສະແດງອອກຂອງການມີເຫດຜົນ ແລະ ຄວາມສຳນຶກຂອງຄວາມເປັນມະນຸດທີ່ປົກກະຕິ. ຜູ້ຄົນໂຈມຕີກັນແລະກັນເພາະວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມ; ມັນບໍ່ກ່ຽວຂ້ອງກັບສະພາບແວດລ້ອມຂອງພວກເຂົາເລີຍ. ທັງໝົດນີ້ກໍເພາະວ່າຜູ້ຄົນບໍ່ຮັກຄວາມຈິງ, ບໍ່ສາມາດຍອມຮັບຄວາມຈິງ ແລະ ບໍ່ປະຕິບັດຄວາມຈິງ ຫຼື ຈັດການເລື່ອງຕ່າງໆໂດຍອີງໃສ່ຫຼັກການເມື່ອມີການຂັດແຍ້ງເກີດຂຶ້ນ ແລະ ດັ່ງນັ້ນ ມັນຈຶ່ງເປັນເລື່ອງທຳມະດາທີ່ກໍລະນີຂອງການເປີດໂປງຈຸດອ່ອນຂອງກັນແລະກັນ, ການຕັດສິນ ແລະ ແມ່ນແຕ່ການໂຈມຕີ ແລະ ການກ່າວໂທດເຊິ່ງກັນແລະກັນຈະເກີດຂຶ້ນໃນຊີວິດຄຣິສຕະຈັກ. ເພາະວ່າຜູ້ຄົນມີອຸປະນິໄສທີ່ເສື່ອມຊາມ ແລະ ພວກເຂົາມັກຈະຢູ່ໃນສະພາວະທີ່ຂາດເຫດຜົນ ແລະ ພວກເຂົາດຳລົງຊີວິດໂດຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ເຖິງແມ່ນວ່າພວກເຂົາເຂົ້າໃຈຄວາມຈິງບາງຢ່າງ, ມັນກໍຍາກສຳລັບພວກເຂົາທີ່ຈະປະຕິບັດມັນ, ການຂັດແຍ້ງ ແລະ ການໂຈມຕີປະເພດຕ່າງໆຈຶ່ງເກີດຂຶ້ນລະຫວ່າງພວກເຂົາໄດ້ງ່າຍ. ຖ້າການໂຈມຕີເຫຼົ່ານີ້ເກີດຂຶ້ນເປັນບາງຄັ້ງຄາວ, ພວກມັນກໍມີຜົນກະທົບພຽງຊົ່ວຄາວຕໍ່ຊີວິດຄຣິສຕະຈັກ, ແຕ່ຜູ້ທີ່ມັກຈະໂຈມຕີກັນແລະກັນຢູ່ສະເໝີກໍກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນທີ່ຮ້າຍແຮງຕໍ່ຊີວິດຄຣິສຕະຈັກ ແລະ ພວກເຂົາຍັງສົ່ງຜົນກະທົບ ແລະ ແຊກແຊງຢ່າງຮຸນແຮງຕໍ່ທາງເຂົ້າຂອງຊີວິດຂອງຜູ້ທີ່ພຣະເຈົ້າເລືອກ.

3). ການປະທະຄາລົມ

ໃນຄຣິສຕະຈັກ, ກໍຍັງມີຄົນອີກປະເພດໜຶ່ງ, ຄົນປະເພດນີ້ມັກແກ້ຕົວໃຫ້ຕົນເອງເປັນພິເສດ. ຕົວຢ່າງ: ຖ້າພວກເຂົາເຮັດ ຫຼື ເວົ້າບາງຢ່າງຜິດ, ພວກເຂົາກໍຢ້ານວ່າຄົນອື່ນອາດຈະມີຄວາມຄິດເຫັນທີ່ບໍ່ດີຕໍ່ພວກເຂົາ ແລະ ສິ່ງນີ້ຈະສົ່ງຜົນກະທົບຕໍ່ພາບພົດຂອງພວກເຂົາໃນສາຍຕາຂອງຄົນສ່ວນໃຫຍ່, ສະນັ້ນ ພວກເຂົາຈຶ່ງແກ້ຕົວໃຫ້ຕົນເອງ ແລະ ອະທິບາຍເລື່ອງນັ້ນໃນລະຫວ່າງການເຕົ້າໂຮມ. ຈຸດປະສົງຂອງພວກເຂົາໃນການອະທິບາຍກໍຄືເພື່ອປ້ອງກັນບໍ່ໃຫ້ຜູ້ຄົນມີຄວາມຄິດເຫັນທີ່ບໍ່ດີຕໍ່ພວກເຂົາ, ສະນັ້ນ ພວກເຂົາຈຶ່ງທຸ້ມເທຄວາມພະຍາຍາມ ແລະ ຄວາມຄິດຢ່າງຫຼາຍເຂົ້າໃນເລື່ອງນີ້, ໂດຍໄຕ່ຕອງຕະຫຼອດທັງວັນວ່າ: “ຂ້ອຍຈະຊີ້ແຈງເລື່ອງນີ້ໄດ້ແນວໃດ? ຂ້ອຍຈະອະທິບາຍໃຫ້ຄົນນັ້ນເຂົ້າໃຈຢ່າງແຈ່ມແຈ້ງໄດ້ແນວໃດ? ຂ້ອຍຈະປະຕິເສດຄວາມຄິດເຫັນທີ່ບໍ່ດີທີ່ພວກເຂົາມີຕໍ່ຂ້ອຍໄດ້ແນວໃດ? ການເຕົ້າໂຮມມື້ນີ້ເປັນໂອກາດທີ່ດີທີ່ຈະເວົ້າກ່ຽວກັບເລື່ອງນີ້”. ໃນການເຕົ້າໂຮມ, ພວກເຂົາກໍເວົ້າວ່າ, “ສິ່ງທີ່ຂ້ານ້ອຍໄດ້ເຮັດຄັ້ງທີ່ຜ່ານມາບໍ່ໄດ້ມີເຈດຕະນາທີ່ຈະທຳຮ້າຍ ຫຼື ເປີດໂປງຜູ້ໃດ; ເຈດຕະນາຂອງຂ້ານ້ອຍແມ່ນດີ, ມັນແມ່ນເພື່ອຊ່ວຍເຫຼືອຜູ້ຄົນ. ແຕ່ບາງຄົນກໍເຂົ້າໃຈຂ້ານ້ອຍຜິດຢູ່ສະເໝີ, ຕ້ອງການຕັ້ງເປົ້າໃສ່ຂ້ານ້ອຍຢູ່ສະເໝີ ແລະ ຄິດຢູ່ສະເໝີວ່າຂ້ານ້ອຍເປັນຄົນໂລບມາກ ແລະ ທະເຍີທະຍານ ແລະ ວ່າຄວາມເປັນມະນຸດຂອງຂ້ານ້ອຍບໍ່ດີ. ແຕ່ທີ່ຈິງແລ້ວ ຂ້ານ້ອຍບໍ່ແມ່ນຄົນແບບນັ້ນເລີຍ, ແມ່ນບໍ່? ຂ້ານ້ອຍບໍ່ໄດ້ເຮັດ ຫຼື ເວົ້າສິ່ງຕ່າງໆປະເພດນັ້ນ. ເມື່ອຂ້ານ້ອຍເວົ້າເຖິງຜູ້ໃດຜູ້ໜຶ່ງຕອນທີ່ພວກເຂົາບໍ່ຢູ່, ມັນບໍ່ແມ່ນວ່າຂ້ານ້ອຍຕັ້ງໃຈສ້າງບັນຫາໃຫ້ພວກເຂົາ. ເມື່ອຄົນໄດ້ເຮັດສິ່ງທີ່ບໍ່ດີ, ເປັນຫຍັງພວກເຂົາຈຶ່ງບໍ່ໃຫ້ຄົນອື່ນເວົ້າເຖິງມັນໄດ້?” ພວກເຂົາເວົ້າຫຼາຍຢ່າງ, ທັງແກ້ຕົວ ແລະ ປົກປ້ອງຕົນເອງ, ໃນຂະນະດຽວກັນກໍເປີດໂປງບັນຫາຂອງອີກຝ່າຍໜຶ່ງບໍ່ໜ້ອຍ, ທັງໝົດກໍເພື່ອແຍກຕົວອອກຈາກເລື່ອງນັ້ນ, ເພື່ອເຮັດໃຫ້ທຸກຄົນເຊື່ອວ່າສິ່ງທີ່ພວກເຂົາເປີດເຜີຍອອກມານັ້ນບໍ່ແມ່ນອຸປະນິໄສທີ່ເສື່ອມຊາມ ແລະ ພວກເຂົາບໍ່ໄດ້ມີຄວາມເປັນມະນຸດທີ່ບໍ່ດີ ຫຼື ບໍ່ຮັກຄວາມຈິງ ແລະ ແຮງໄກທີ່ຈະມີເຈດຕະນາຮ້າຍ ແລະ ແທນທີ່ຈະເປັນແນວນັ້ນ ກັບຄິດວ່າພວກເຂົາກັບມີເຈດຕະນາດີ, ວ່າເຈດຕະນາດີຂອງພວກເຂົາມັກຈະຖືກເຂົ້າໃຈຜິດ ແລະ ພວກເຂົາມັກຈະຖືກຕຳໜິຍ້ອນຄວາມເຂົ້າໃຈຜິດຂອງຄົນອື່ນ. ທັງທາງກົງ ແລະ ທາງອ້ອມ, ຄຳເວົ້າຂອງພວກເຂົາເຮັດໃຫ້ຜູ້ຟັງຮູ້ສຶກວ່າພວກເຂົາເປັນຜູ້ບໍລິສຸດ ແລະ ຄົນທີ່ຄິດວ່າພວກເຂົາຜິດ ແລະ ບໍ່ດີນັ້ນຄືຄົນຊົ່ວຊ້າ ແລະ ເປັນຜູ້ທີ່ບໍ່ຮັກຄວາມຈິງ. ຫຼັງຈາກທີ່ໄດ້ຍິນເຊັ່ນນີ້, ອີກຝ່າຍໜຶ່ງກໍເຂົ້າໃຈວ່າ: “ຈຸດປະສົງໃນຄຳເວົ້າຂອງເຈົ້າບໍ່ແມ່ນເພື່ອຈະບອກວ່າເຈົ້າບໍ່ມີອຸປະນິໄສທີ່ເສື່ອມຊາມບໍ? ມັນບໍ່ແມ່ນພຽງເພື່ອເຮັດໃຫ້ຕົນເອງເບິ່ງດີບໍ? ນີ້ບໍ່ແມ່ນພຽງການບໍ່ຮູ້ຈັກຕົນເອງ, ບໍ່ຍອມຮັບຄວາມຈິງ, ບໍ່ຍອມຮັບຄວາມເປັນຈິງບໍ? ຖ້າເຈົ້າບໍ່ຍອມຮັບສິ່ງເຫຼົ່ານີ້ກໍແລ້ວໄປ, ແຕ່ເປັນຫຍັງຈຶ່ງຕັ້ງເປົ້າໃສ່ຂ້ານ້ອຍ? ຂ້ານ້ອຍບໍ່ໄດ້ຕັ້ງໃຈທີ່ຈະຕັ້ງເປົ້າໃສ່ເຈົ້າ, ທັງບໍ່ໄດ້ຢາກໂຈມຕີເຈົ້າ. ເຈົ້າຢາກຄິດແນວໃດກໍຄິດໄປ; ມັນກ່ຽວຫຍັງກັບຂ້ານ້ອຍ?” ດັ່ງນັ້ນ ພວກເຂົາຈຶ່ງບໍ່ສາມາດຢັບຢັ້ງຕົນເອງໄດ້ ແລະ ເວົ້າວ່າ, “ເມື່ອບາງຄົນພົບບັນຫາເລັກນ້ອຍ, ທົນທຸກກັບການປະຕິບັດທີ່ບໍ່ຍຸຕິທຳ ຫຼື ຄວາມເຈັບປວດໜ້ອຍໜຶ່ງ, ພວກເຂົາກໍບໍ່ເຕັມໃຈທີ່ຈະຍອມຮັບມັນ ແລະ ຢາກແກ້ຕົວ ແລະ ອະທິບາຍກັບຕົນເອງ; ພວກເຂົາພະຍາຍາມແຍກຕົວອອກຈາກບັນຫາຢູ່ສະເໝີ, ພວກເຂົາຢາກເຮັດໃຫ້ຕົນເອງເບິ່ງດີຢູ່ສະເໝີ, ເພື່ອເສີມແຕ່ງພາບພົດຂອງຕົນເອງ. ພວກເຂົາບໍ່ແມ່ນຄົນປະເພດນັ້ນ, ແລ້ວເປັນຫຍັງພວກເຂົາຈຶ່ງພະຍາຍາມເຮັດໃຫ້ຕົນເອງເບິ່ງດີ, ເພື່ອເຮັດໃຫ້ຕົນເອງເບິ່ງຄືວ່າສົມບູນແບບ? ນອກຈາກນີ້, ຂ້ານ້ອຍໂອ້ລົມຄວາມຈິງ, ຂ້ານ້ອຍບໍ່ໄດ້ຕັ້ງເປົ້າໃສ່ຜູ້ໃດ, ທັງບໍ່ໄດ້ຄິດທີ່ຈະໂຈມຕີ ຫຼື ແກ້ແຄ້ນຜູ້ໃດ. ປ່ອຍໃຫ້ຄົນຄິດໄປຕາມທີ່ພວກເຂົາຕ້ອງການ!” ຄົນທັງສອງນີ້ກຳລັງໂອ້ລົມຄວາມຈິງຢູ່ບໍ? (ບໍ່ແມ່ນ.) ແລ້ວພວກເຂົາກຳລັງເຮັດຫຍັງຢູ່? ຝ່າຍໜຶ່ງເວົ້າວ່າ, “ຂ້ານ້ອຍເຮັດສິ່ງເຫຼົ່ານັ້ນເພື່ອວຽກງານຂອງຄຣິສຕະຈັກ. ຂ້ານ້ອຍບໍ່ສົນໃຈວ່າເຈົ້າຄິດແນວໃດ”. ອີກຝ່າຍໜຶ່ງເວົ້າວ່າ, “ຟ້າເພິ່ນມີຕາ. ພຣະເຈົ້າຮູ້ຄວາມຄິດຂອງມະນຸດ. ຢ່າຄິດວ່າພຽງເພາະເຈົ້າມີເຈດຕະນາດີ, ມີຄວາມສາມາດ ແລະ ມີພອນສະຫວັນໃນການເວົ້າ ແລະ ເຈົ້າບໍ່ໄດ້ເຮັດສິ່ງທີ່ບໍ່ດີ ແລ້ວພຣະເຈົ້າຈະບໍ່ກວດສອບເຈົ້າ; ຢ່າຄິດວ່າຖ້າເຈົ້າເຊື່ອງຄວາມຄິດຂອງເຈົ້າໄວ້ເລິກແລ້ວພຣະເຈົ້າຈະບໍ່ສາມາດເຫັນໄດ້. ອ້າຍເອື້ອຍນ້ອງທຸກຄົນກໍສາມາດເຫັນໄດ້, ບໍ່ຕ້ອງເວົ້າເຖິງພຣະເຈົ້າ! ເຈົ້າບໍ່ຮູ້ບໍວ່າພຣະເຈົ້າກວດສອບສ່ວນເລິກໃນຈິດໃຈຂອງຜູ້ຄົນ?”. ຄົນທັງສອງກຳລັງຜິດຖຽງກັນເລື່ອງຫຍັງ? ຝ່າຍໜຶ່ງກຳລັງພະຍາຍາມຢ່າງຫຼາຍເພື່ອແກ້ຕົວໃຫ້ຕົນເອງ, ເພື່ອພິສູດຄວາມບໍລິສຸດຂອງຕົນເອງ, ໂດຍບໍ່ຢາກໃຫ້ຄົນອື່ນມີຄວາມປະທັບໃຈທີ່ບໍ່ດີຕໍ່ພວກເຂົາ, ໃນຂະນະທີ່ອີກຝ່າຍໜຶ່ງຢືນຢັນທີ່ຈະບໍ່ປ່ອຍມັນໄປ, ບໍ່ອະນຸຍາດໃຫ້ຄົນນັ້ນເຮັດໃຫ້ຕົນເອງເບິ່ງດີ ແລະ ໃນເວລາດຽວກັນກໍຕັ້ງເປົ້າທີ່ຈະເປີດໂປງ ແລະ ກ່າວໂທດພວກເຂົາຜ່ານການຕຳໜິຕິຕຽນ. ເມື່ອເບິ່ງຈາກພາຍນອກ, ທັງສອງບໍ່ໄດ້ສາບແຊ່ງກັນໂດຍກົງ ຫຼື ເປີດໂປງກັນໂດຍກົງ, ແຕ່ຄຳເວົ້າຂອງພວກເຂົາມີຈຸດປະສົງ: ຝ່າຍໜຶ່ງພະຍາຍາມປ້ອງກັນບໍ່ໃຫ້ອີກຝ່າຍໜຶ່ງເຂົ້າໃຈຜິດ ແລະ ຮຽກຮ້ອງໃຫ້ພວກເຂົາລົບລ້າງມົນທິນໃຫ້, ໃນຂະນະທີ່ອີກຝ່າຍໜຶ່ງປະຕິເສດທີ່ຈະເຮັດເຊັ່ນນັ້ນ ແລະ ແທນທີ່ຈະເປັນແນວນັ້ນ ພັດຢືນຢັນທີ່ຈະໃສ່ຮ້າຍ ແລະ ກ່າວໂທດພວກເຂົາ ໂດຍຮຽກຮ້ອງໃຫ້ອີກຝ່າຍໜຶ່ງຍອມຮັບ. ການສົນທະນານີ້ແມ່ນການໂອ້ລົມຄວາມຈິງທີ່ເປັນປົກກະຕິບໍ? (ບໍ່ແມ່ນ.) ມັນແມ່ນການສົນທະນາທີ່ອີງໃສ່ຄວາມສຳນຶກ ແລະ ເຫດຜົນບໍ? (ບໍ່ແມ່ນ.) ແລ້ວການສົນທະນາປະເພດນີ້ມີລັກສະນະແນວໃດ? ການສົນທະນາປະເພດນີ້ແມ່ນການໂຈມຕີເຊິ່ງກັນແລະກັນບໍ? (ແມ່ນແລ້ວ.) ຜູ້ທີ່ກຳລັງແກ້ຕົວໃຫ້ຕົນເອງນັ້ນກຳລັງໂອ້ລົມກ່ຽວກັບວິທີທີ່ພວກເຂົາສາມາດຍອມຮັບສິ່ງຕ່າງໆຈາກພຣະເຈົ້າ, ຮູ້ຈັກຕົນເອງ ແລະ ຊອກຫາຫຼັກການທີ່ຄວນປະຕິບັດຢູ່ບໍ? ບໍ່ແມ່ນ, ພວກເຂົາກຳລັງແກ້ຕົວໃຫ້ຕົນເອງຕໍ່ຄົນອື່ນ. ພວກເຂົາຢາກຊີ້ແຈງຄວາມຄິດ, ທັດສະນະ, ເຈດຕະນາ ແລະ ຈຸດປະສົງຂອງພວກເຂົາໃຫ້ຄົນອື່ນ, ເພື່ອອະທິບາຍຕົນເອງໃຫ້ອີກຝ່າຍໜຶ່ງ ແລະ ເພື່ອໃຫ້ອີກຝ່າຍໜຶ່ງລົບລ້າງມົນທິນໃຫ້. ຍິ່ງໄປກວ່ານັ້ນ, ພວກເຂົາຢາກປະຕິເສດການເປີດໂປງ ແລະ ການກ່າວໂທດຂອງອີກຝ່າຍໜຶ່ງທີ່ມີຕໍ່ພວກເຂົາ ແລະ ບໍ່ວ່າສິ່ງທີ່ອີກຝ່າຍໜຶ່ງເວົ້າຈະສອດຄ່ອງກັບຄວາມເປັນຈິງ ຫຼື ຄວາມຈິງ ຫຼື ບໍ່, ຕາບໃດທີ່ພວກເຂົາບໍ່ຮັບຮູ້ມັນ ຫຼື ບໍ່ເຕັມໃຈທີ່ຈະຍອມຮັບມັນ, ແລ້ວພວກເຂົາກໍຖືວ່າສິ່ງທີ່ອີກຝ່າຍໜຶ່ງເວົ້າແມ່ນຜິດ ແລະ ພວກເຂົາກໍຢາກແກ້ໄຂມັນ. ໃນຂະນະທີ່ອີກຝ່າຍໜຶ່ງບໍ່ປາຖະໜາທີ່ຈະລົບລ້າງມົນທິນໃຫ້ ແຕ່ແທນທີ່ຈະເປັນແນວນັ້ນ ພັດເປີດໂປງພວກເຂົາ, ໂດຍບັງຄັບໃຫ້ພວກເຂົາຍອມຮັບການກ່າວໂທດຂອງຕົນ. ຝ່າຍໜຶ່ງບໍ່ເຕັມໃຈທີ່ຈະຍອມຮັບ ແລະ ອີກຝ່າຍໜຶ່ງຢືນຢັນທີ່ຈະບັງຄັບໃຫ້ພວກເຂົາຍອມຮັບ, ເຊິ່ງນຳໄປສູ່ການໂຈມຕີລະຫວ່າງພວກເຂົາ. ລັກສະນະຂອງການສົນທະນາປະເພດນີ້ແມ່ນການໂຈມຕີເຊິ່ງກັນແລະກັນ. ແລ້ວການໂຈມຕີປະເພດນີ້ມີລັກສະນະແນວໃດ? ການສົນທະນານີ້ມີລັກສະນະເປັນການປະຕິເສດເຊິ່ງກັນແລະກັນ, ການຈົ່ມວ່າເຊິ່ງກັນແລະກັນ ແລະ ການກ່າວໂທດເຊິ່ງກັນແລະກັນບໍ? (ແມ່ນແລ້ວ.) ການສົນທະນາຮູບແບບນີ້ເກີດຂຶ້ນໃນຊີວິດຄຣິສຕະຈັກເຊັ່ນກັນບໍ? (ແມ່ນແລ້ວ.) ການສົນທະນາປະເພດນີ້ລ້ວນແຕ່ແມ່ນການປະທະຄາລົມທັງນັ້ນ.

ເປັນຫຍັງການສົນທະນາປະເພດນີ້ຈຶ່ງຖືກເອີ້ນວ່າການປະທະຄາລົມ? (ມັນເປັນເພາະວ່າຄົນທີ່ກ່ຽວຂ້ອງກຳລັງຜິດຖຽງກັນກ່ຽວກັບຄວາມຖືກຜິດ, ບໍ່ມີໃຜພະຍາຍາມທີ່ຈະຮູ້ຈັກຕົນເອງ ແລະ ບໍ່ມີໃຜໄດ້ຮັບຫຍັງເລີຍ; ພວກເຂົາພຽງແຕ່ຈົມຢູ່ກັບເລື່ອງນັ້ນຢ່າງບໍ່ລົດລະ ແລະ ການສົນທະນາກໍບໍ່ມີຄວາມໝາຍ.) ພວກເຂົາພຽງແຕ່ເວົ້າຫຼາຍ ແລະ ເສຍນໍ້າລາຍໄປຫຼາຍໃນການຜິດຖຽງກັນວ່າໃຜຖືກ ຫຼື ຜິດ, ໃຜເໜືອກວ່າ ຫຼື ຕໍ່າຕ້ອຍກວ່າ. ພວກເຂົາຜິດຖຽງກັນບໍ່ຢຸດໂດຍບໍ່ເຄີຍມີຜູ້ຊະນະ ແລະ ຈາກນັ້ນພວກເຂົາກໍສືບຕໍ່ຜິດຖຽງກັນ. ໃນທີ່ສຸດແລ້ວ ພວກເຂົາໄດ້ຮັບຫຍັງຈາກສິ່ງນີ້? ມັນແມ່ນຄວາມເຂົ້າໃຈໃນຄວາມຈິງ, ຄວາມເຂົ້າໃຈໃນເຈດຕະນາຂອງພຣະເຈົ້າບໍ? ມັນແມ່ນຄວາມສາມາດທີ່ຈະກັບໃຈ ແລະ ຍອມຮັບການກວດສອບຂອງພຣະເຈົ້າບໍ? ມັນແມ່ນຄວາມສາມາດທີ່ຈະຍອມຮັບສິ່ງຕ່າງໆຈາກພຣະເຈົ້າ ແລະ ຮູ້ຈັກຕົນເອງຫຼາຍຂຶ້ນບໍ? ພວກເຂົາບໍ່ໄດ້ຮັບສິ່ງໃດໆເຫຼົ່ານີ້ເລີຍ. ການໂຕ້ຖຽງທີ່ບໍ່ມີຄວາມໝາຍເຫຼົ່ານີ້ ແລະ ການສົນທະນາກ່ຽວກັບຄວາມຖືກຜິດເຫຼົ່ານີ້ແມ່ນການປະທະຄາລົມ. ເວົ້າງ່າຍໆ, ການປະທະຄາລົມແມ່ນການສົນທະນາທີ່ບໍ່ມີຄວາມໝາຍຢ່າງສິ້ນເຊີງ, ບ່ອນທີ່ທຸກສິ່ງທີ່ເວົ້າອອກມາແມ່ນເລື່ອງໄຮ້ສາລະ, ບໍ່ມີແມ່ນແຕ່ຄຳດຽວທີ່ເປັນການສ້າງສາ ຫຼື ເປັນປະໂຫຍດຕໍ່ຄົນອື່ນ, ແຕ່ແທນທີ່ຈະເປັນແນວນັ້ນ, ຄຳເວົ້າທີ່ເວົ້າອອກມາລ້ວນແຕ່ເປັນການທຳຮ້າຍຈິດໃຈ ແລະ ມີຕົ້ນກຳເນີດມາຈາກເຈດຕະນາຂອງມະນຸດ, ຄວາມຫົວຮ້ອນ, ຈິດໃຈຂອງຜູ້ຄົນ ແລະ ແນ່ນອນ, ຍິ່ງໄປກວ່ານັ້ນກໍແມ່ນມາຈາກອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ. ທຸກຄຳເວົ້າທີ່ເວົ້າອອກມາແມ່ນເພື່ອຜົນປະໂຫຍດຂອງຕົນເອງ, ພາບພົດ ແລະ ຊື່ສຽງຂອງຕົນເອງ, ບໍ່ແມ່ນເພື່ອການສ້າງສາ ຫຼື ການຊ່ວຍເຫຼືອຄົນອື່ນ, ບໍ່ແມ່ນເພື່ອຄວາມເຂົ້າໃຈຂອງຕົນເອງໃນຄວາມຈິງບາງດ້ານ ຫຼື ເພື່ອຄວາມເຂົ້າໃຈໃນເຈດຕະນາຂອງພຣະເຈົ້າ ແລະ ແນ່ນອນ ບໍ່ແມ່ນເພື່ອການໂອ້ລົມກັນວ່າອຸປະນິໄສທີ່ເສື່ອມຊາມດ້ານໃດຂອງຕົນທີ່ຖືກເປີດໂປງໃນພຣະທຳຂອງພຣະເຈົ້າ, ວ່າອຸປະນິໄສທີ່ເສື່ອມຊາມຂອງພວກເຂົາກົງກັບພຣະທຳຂອງພຣະເຈົ້າ ຫຼື ບໍ່ ຫຼື ວ່າຄວາມເຂົ້າໃຈຂອງຕົນຖືກຕ້ອງ ຫຼື ບໍ່. ບໍ່ວ່າການແກ້ຕົວ ແລະ ການອະທິບາຍທີ່ບໍ່ມີຄວາມໝາຍເຫຼົ່ານີ້ຈະຟັງຄືວ່າໜ້າພໍໃຈ, ຈິງໃຈ ຫຼື ເຄັ່ງສາດສະໜາສໍ່າໃດກໍຕາມ, ພວກມັນລ້ວນແຕ່ແມ່ນການປະທະຄາລົມ ແລະ ການໂຈມຕີ ແລະ ການຕັດສິນເຊິ່ງກັນແລະກັນ, ເຊິ່ງບໍ່ເປັນປະໂຫຍດທັງຕໍ່ຄົນອື່ນ ແລະ ຕົນເອງ. ພວກມັນບໍ່ພຽງແຕ່ທຳຮ້າຍຄົນອື່ນ ແລະ ສົ່ງຜົນກະທົບຕໍ່ຄວາມສຳພັນລະຫວ່າງບຸກຄົນທີ່ເປັນປົກກະຕິ, ພວກມັນຍັງຂັດຂວາງການເຕີບໂຕທາງຊີວິດຂອງຕົນເອງອີກດ້ວຍ. ສະຫຼຸບກໍຄື, ບໍ່ວ່າຈະໃຊ້ຂໍ້ອ້າງ, ເຈດຕະນາ, ທັດສະນະຄະຕິ, ນໍ້າສຽງ ຫຼື ວິທີການ ແລະ ເຕັກນິກໃດກໍຕາມ, ຕາບໃດທີ່ກ່ຽວຂ້ອງກັບການຕັດສິນ ແລະ ການກ່າວໂທດຄົນອື່ນຕາມອຳເພີໃຈ, ແລ້ວຄຳເວົ້າ, ວິທີການ ແລະ ອື່ນໆເຫຼົ່ານີ້ກໍລ້ວນແຕ່ຕົກຢູ່ໃນໝວດໝູ່ຂອງການໂຈມຕີຄົນອື່ນ, ພວກມັນລ້ວນແຕ່ແມ່ນການປະທະຄາລົມທັງນັ້ນ. ຂອບເຂດນີ້ກວ້າງບໍ? (ມັນຂ້ອນຂ້າງກວ້າງ.) ສະນັ້ນ, ເມື່ອພວກເຈົ້າພົບພໍ້ກັບການໂຈມຕີ, ການຕັດສິນ ແລະ ການກ່າວໂທດຂອງຜູ້ຄົນ, ພວກເຈົ້າສາມາດລະເວັ້ນຈາກການມີສ່ວນຮ່ວມໃນພຶດຕິກຳການໂຈມຕີ ແລະ ການກ່າວໂທດຄົນອື່ນໄດ້ບໍ? ພວກເຈົ້າຄວນປະຕິບັດແນວໃດເມື່ອພວກເຈົ້າພົບພໍ້ກັບສະຖານະການປະເພດນີ້? (ພວກເຮົາຕ້ອງສະຫງົບຢູ່ຕໍ່ໜ້າພຣະເຈົ້າຜ່ານການອະທິຖານ; ແລ້ວຈະບໍ່ມີຄວາມກຽດຊັງໃນໃຈຂອງພວກເຮົາອີກຕໍ່ໄປ.) ຕາບໃດທີ່ຄົນເຮົາເປັນຄົນທີ່ເຂົ້າໃຈ ແລະ ມີເຫດຜົນ, ຕາບໃດທີ່ພວກເຂົາສາມາດສະຫງົບຕົນເອງຢູ່ຕໍ່ໜ້າພຣະເຈົ້າ ແລະ ອະທິຖານຕໍ່ພຣະອົງ ແລະ ຍອມຮັບຄວາມຈິງ, ພວກເຂົາກໍສາມາດຄວບຄຸມເຈດຕະນາ ແລະ ຄວາມປາຖະໜາຂອງຕົນໄດ້ ແລະ ຈາກນັ້ນພວກເຂົາກໍສາມາດບັນລຸຈຸດທີ່ພວກເຂົາບໍ່ຕັດສິນ ຫຼື ໂຈມຕີຄົນອື່ນ. ຕາບໃດທີ່ເຈດຕະນາ ແລະ ຈຸດປະສົງຂອງຜູ້ໃດຜູ້ໜຶ່ງບໍ່ແມ່ນເພື່ອລະບາຍຄວາມແຄ້ນສ່ວນຕົວ ຫຼື ສະແຫວງຫາການແກ້ແຄ້ນ ແລະ ແນ່ນອນ ບໍ່ແມ່ນເພື່ອໂຈມຕີອີກຝ່າຍໜຶ່ງ ແລະ ແທນທີ່ຈະເປັນແນວນັ້ນ ພວກເຂົາພັດທຳຮ້າຍອີກຝ່າຍໜຶ່ງໂດຍບໍ່ຕັ້ງໃຈ ເພາະພວກເຂົາບໍ່ເຂົ້າໃຈຄວາມຈິງ ຫຼື ເຂົ້າໃຈມັນແບບຜິວເຜີນເກີນໄປ ແລະ ເພາະພວກເຂົາຂ້ອນຂ້າງໂງ່ຈ້າ ແລະ ບໍ່ຮູ້ ຫຼື ດື້ດ້ານ, ແລ້ວຜ່ານການຊ່ວຍເຫຼືອ, ການສະໜັບສະໜູນ ແລະ ການໂອ້ລົມຈາກຄົນອື່ນ, ຫຼັງຈາກທີ່ເຂົ້າໃຈຄວາມຈິງແລ້ວ, ຄຳເວົ້າຂອງພວກເຂົາກໍຈະຖືກຕ້ອງຫຼາຍຂຶ້ນ, ເຊັ່ນດຽວກັບການປະເມີນ ແລະ ທັດສະນະຂອງພວກເຂົາຕໍ່ຄົນອື່ນ ແລະ ພວກເຂົາຈະສາມາດປະຕິບັດຕໍ່ອຸປະນິໄສທີ່ເສື່ອມຊາມທີ່ຄົນອື່ນເປີດເຜີຍອອກມາ ແລະ ການກະທຳທີ່ບໍ່ຖືກຕ້ອງຂອງພວກເຂົາໄດ້ຢ່າງຖືກຕ້ອງ, ດ້ວຍເຫດນີ້ຈຶ່ງຄ່ອຍໆຫຼຸດຜ່ອນການໂຈມຕີ ແລະ ການຕັດສິນຂອງພວກເຂົາຕໍ່ຄົນອື່ນ. ແນວໃດກໍຕາມ, ຖ້າຜູ້ໃດຜູ້ໜຶ່ງດຳລົງຊີວິດຢູ່ໃນອຸປະນິໄສທີ່ເສື່ອມຊາມຂອງຕົນຢູ່ສະເໝີ, ສະແຫວງຫາໂອກາດທີ່ຈະແກ້ແຄ້ນຜູ້ໃດກໍຕາມທີ່ພວກເຂົາເຫັນວ່າບໍ່ພໍໃຈ ຫຼື ຜູ້ທີ່ເຄີຍເຮັດໃຫ້ຜິດໃຈ ຫຼື ທຳຮ້າຍພວກເຂົາມາກ່ອນ, ມີເຈດຕະນາດັ່ງກ່າວຢູ່ສະເໝີ ແລະ ບໍ່ສະແຫວງຫາຄວາມຈິງ ຫຼື ອະທິຖານຕໍ່ ຫຼື ເພິ່ງພາພຣະເຈົ້າເລີຍ, ແລ້ວພວກເຂົາກໍສາມາດໂຈມຕີຄົນອື່ນໄດ້ທຸກເວລາ ແລະ ທຸກບ່ອນ ແລະ ສິ່ງນີ້ກໍຍາກທີ່ຈະແກ້ໄຂໄດ້. ການໂຈມຕີຄົນອື່ນໂດຍບໍ່ຕັ້ງໃຈແມ່ນແກ້ໄຂໄດ້ງ່າຍ, ແຕ່ການໂຈມຕີໂດຍເຈດຕະນາ ແລະ ຕັ້ງໃຈນັ້ນບໍ່ແມ່ນ. ຖ້າຄົນເຮົາໂຈມຕີ ແລະ ຕັດສິນຄົນອື່ນເປັນບາງຄັ້ງຄາວ ແລະ ໂດຍບໍ່ຕັ້ງໃຈ, ຜ່ານການທີ່ຄົນອື່ນໂອ້ລົມຄວາມຈິງເພື່ອສະໜັບສະໜູນ ແລະ ຊ່ວຍເຫຼືອພວກເຂົາ, ພວກເຂົາກໍຈະສາມາດປ່ຽນແປງແນວທາງຂອງຕົນໄດ້ ເມື່ອພວກເຂົາເຂົ້າໃຈຄວາມຈິງ. ແນວໃດກໍຕາມ, ຖ້າຜູ້ໃດຜູ້ໜຶ່ງສະແຫວງຫາທີ່ຈະແກ້ແຄ້ນ ແລະ ລະບາຍຄວາມແຄ້ນສ່ວນຕົວຢູ່ສະເໝີ, ຢາກທໍລະມານ ຫຼື ເອົາຊະນະຄົນອື່ນຢູ່ສະເໝີ ແລະ ພວກເຂົາໂຈມຕີຄົນອື່ນດ້ວຍເຈດຕະນາດັ່ງກ່າວ, ເຊິ່ງທຸກຄົນສາມາດຮູ້ສຶກ ແລະ ເຫັນໄດ້, ແລ້ວພຶດຕິກຳດັ່ງກ່າວກໍຈະກາຍເປັນການຂັດຂວາງ ແລະ ການລົບກວນຕໍ່ຊີວິດຄຣິສຕະຈັກ; ມັນປະກອບເປັນການຂັດຂວາງ ແລະ ການລົບກວນໂດຍເຈດຕະນາຢ່າງສົມບູນ. ສະນັ້ນ, ການມີອຸປະນິໄສການໂຈມຕີຄົນອື່ນແບບນີ້ຈຶ່ງປ່ຽນແປງໄດ້ຍາກ.

ຕອນນີ້, ພວກເຈົ້າເຂົ້າໃຈວິທີແກ້ໄຂບັນຫາການໂຈມຕີ ແລະ ການກ່າວໂທດຄົນອື່ນແລ້ວບໍ? ມີພຽງວິທີດຽວເທົ່ານັ້ນ, ຄົນເຮົາຕ້ອງອະທິຖານຕໍ່ ແລະ ເພິ່ງພາພຣະເຈົ້າ ແລະ ຈາກນັ້ນຄວາມກຽດຊັງຂອງພວກເຂົາກໍຈະຄ່ອຍໆຫາຍໄປ. ໂດຍຫຼັກໆແລ້ວ ມີຄົນສອງປະເພດທີ່ສາມາດໂຈມຕີຄົນອື່ນ. ປະເພດໜຶ່ງແມ່ນຜູ້ທີ່ເວົ້າບໍ່ຄິດ, ຜູ້ທີ່ປາກໄວໃຈຊື່, ຜູ້ທີ່ອາດຈະເວົ້າບາງຢ່າງທີ່ທຳຮ້າຍຈິດໃຈ ເມື່ອໃດກໍຕາມທີ່ພວກເຂົາເຫັນວ່າຄົນອື່ນບໍ່ເປັນທີ່ພໍໃຈ. ແນວໃດກໍຕາມ, ສ່ວນຫຼາຍແລ້ວ ພວກເຂົາບໍ່ໄດ້ໂຈມຕີຄົນໂດຍຕັ້ງໃຈ ຫຼື ເຈດຕະນາ, ພວກເຂົາພຽງແຕ່ບໍ່ສາມາດຢັບຢັ້ງຕົນເອງໄດ້, ນີ້ເປັນພຽງອຸປະນິໄສຂອງພວກເຂົາ ແລະ ພວກເຂົາກໍສ້າງການໂຈມຕີຕໍ່ຄົນອື່ນໂດຍບໍ່ໄດ້ຕັ້ງໃຈ. ຖ້າພວກເຂົາຖືກລິຮານ, ພວກເຂົາກໍສາມາດຍອມຮັບມັນໄດ້ ແລະ ດັ່ງນັ້ນ ຄົນເຫຼົ່ານີ້ຈຶ່ງບໍ່ແມ່ນຄົນຊົ່ວຊ້າ ແລະ ບໍ່ຈັດຢູ່ໃນກຸ່ມຄົນທີ່ຈະຖືກສະລ້າງອອກ. ແຕ່ຄົນຊົ່ວຊ້າບໍ່ຍອມຮັບການຖືກລິຮານ ແລະ ພວກເຂົາມັກຈະກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ຊີວິດຄຣິສຕະຈັກ, ພວກເຂົາໂຈມຕີ, ຕັດສິນ, ທຳຮ້າຍ ແລະ ຕອບໂຕ້ຄົນອື່ນເລື້ອຍໆ ແລະ ບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວ. ພວກເຂົາຄືຄົນຊົ່ວຊ້າ ແລະ ພວກເຂົາຄືຜູ້ທີ່ຄຣິສຕະຈັກຕ້ອງຈັດການ ແລະ ສະລ້າງອອກ. ເປັນຫຍັງພວກເຂົາຈຶ່ງຕ້ອງຖືກຈັດການ ແລະ ຖືກສະລ້າງອອກ? ເມື່ອຕັດສິນຈາກທຳມະຊາດ-ແກ່ນແທ້ຂອງພວກເຂົາ, ພຶດຕິກຳການໂຈມຕີຄົນອື່ນຂອງພວກເຂົາບໍ່ແມ່ນການບໍ່ຕັ້ງໃຈ, ແຕ່ເປັນການເຈດຕະນາ. ນີ້ເປັນເພາະວ່າຄົນເຫຼົ່ານີ້ມີຄວາມເປັນມະນຸດທີ່ມຸ້ງຮ້າຍ, ໃຜຈະມາແຕະຕ້ອງກໍບໍ່ໄດ້ ຫຼື ໃຜຈະມາຕຳໜິຕິຕຽນກໍບໍ່ໄດ້ ແລະ ຖ້າຜູ້ໃດຜູ້ໜຶ່ງເວົ້າບາງຢ່າງທີ່ບັງເອີນທຳຮ້າຍພວກເຂົາໜ້ອຍໜຶ່ງ, ພວກເຂົາກໍຈະຄິດຫາໂອກາດແກ້ແຄ້ນ ແລະ ດັ່ງນັ້ນ ຄົນປະເພດນີ້ຈຶ່ງສາມາດສ້າງການໂຈມຕີຕໍ່ຄົນອື່ນໄດ້. ນີ້ຄືຄົນປະເພດໜຶ່ງທີ່ຄຣິສຕະຈັກຕ້ອງຈັດການ ແລະ ສະລ້າງອອກ. ໃຜກໍຕາມທີ່ມີສ່ວນຮ່ວມໃນການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມ, ບໍ່ວ່າພວກເຂົາຈະເປັນຝ່າຍໃດ, ບໍ່ວ່າພວກເຂົາຈະໂຈມຕີແບບເປັນຝ່າຍເລີ່ມກ່ອນ ຫຼື ເປັນຝ່າຍຕັ້ງຮັບ, ຕາບໃດທີ່ພວກເຂົາມີສ່ວນຮ່ວມໃນການໂຈມຕີປະເພດນີ້, ພວກເຂົາກໍຄືຄົນຊົ່ວຊ້າທີ່ມີເຈດຕະນາອັນຊົ່ວຮ້າຍ, ຜູ້ທີ່ຈະກັ່ນແກ້ງຄົນອື່ນເມື່ອມີຄວາມບໍ່ພໍໃຈແມ່ນແຕ່ໜ້ອຍດຽວ. ຄົນປະເພດນີ້ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນທີ່ຮ້າຍແຮງຕໍ່ຊີວິດຄຣິສຕະຈັກ. ພວກເຂົາຄືຄົນຊົ່ວຊ້າປະເພດໜຶ່ງພາຍໃນຄຣິສຕະຈັກ. ກໍລະນີທີ່ຮ້າຍແຮງໜ້ອຍກວ່າແມ່ນສາມາດຈັດການໄດ້ໂດຍການແຍກຄົນຜູ້ນັ້ນອອກເພື່ອການໄຕ່ຕອງ; ໃນກໍລະນີທີ່ຮ້າຍແຮງກວ່ານັ້ນ, ຄົນຜູ້ນັ້ນຕ້ອງຖືກສະລ້າງອອກ ຫຼື ຖືກຂັບໄລ່ອອກ. ນີ້ຄືຫຼັກການທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຂົ້າໃຈເມື່ອເວົ້າເຖິງການຈັດການເລື່ອງນີ້.

ຜ່ານການໂອ້ລົມນີ້, ຕອນນີ້ພວກເຈົ້າເຂົ້າໃຈຄວາມໝາຍຂອງການໂຈມຕີຄົນອື່ນແລ້ວບໍ? ພວກເຈົ້າສາມາດແຍກແຍະມັນໄດ້ບໍ? ຫຼັງຈາກທີ່ເຮົາໄດ້ນິຍາມວ່າການໂຈມຕີແມ່ນຫຍັງ, ບາງຄົນກໍຄິດວ່າ, “ດ້ວຍຄຳນິຍາມທີ່ກວ້າງຂວາງຂອງການໂຈມຕີຄົນອື່ນແບບນີ້, ໃຜຈະກ້າເວົ້າໃນອະນາຄົດ? ບໍ່ມີມະນຸດຄົນໃດໃນພວກເຮົາທີ່ເຂົ້າໃຈຄວາມຈິງ, ສະນັ້ນ ພຽງແຕ່ເວົ້າອອກປາກກໍຈະສົ່ງຜົນໃຫ້ພວກເຮົາໂຈມຕີຄົນອື່ນ, ເຊິ່ງເປັນເລື່ອງທີ່ໜ້າຢ້ານ! ໃນອະນາຄົດ, ພວກເຮົາຄວນພຽງແຕ່ກິນອາຫານ ແລະ ດື່ມນໍ້າ ແລະ ມິດງຽບ, ປິດຜະນຶກປາກຂອງພວກເຮົາ ແລະ ບໍ່ເວົ້າໂດຍບໍ່ລະວັງຕັ້ງແຕ່ຕອນທີ່ພວກເຮົາຕື່ນນອນໃນຕອນເຊົ້າເພື່ອຫຼີກລ່ຽງການໂຈມຕີຄົນອື່ນ. ນັ້ນຄົງຈະດີຫຼາຍ ແລະ ວັນເວລາຂອງພວກເຮົາກໍຈະສະຫງົບສຸກຫຼາຍຂຶ້ນ”. ການຄິດແບບນີ້ຖືກຕ້ອງບໍ? ການປິດຜະນຶກປາກບໍ່ໄດ້ແກ້ໄຂບັນຫາ; ແກ່ນແທ້ຂອງບັນຫາການໂຈມຕີຄົນອື່ນແມ່ນບັນຫາຂອງຈິດໃຈຂອງຄົນເຮົາ, ມັນເກີດຈາກອຸປະນິໄສທີ່ເສື່ອມຊາມຂອງຄົນເຮົາ ແລະ ມັນບໍ່ແມ່ນບັນຫາກັບປາກຂອງຄົນເຮົາ. ສິ່ງທີ່ຄົນເວົ້າດ້ວຍປາກຂອງພວກເຂົາແມ່ນຖືກກຳກັບໂດຍອຸປະນິໄສທີ່ເສື່ອມຊາມ ແລະ ຄວາມຄິດຂອງພວກເຂົາ. ຖ້າອຸປະນິໄສທີ່ເສື່ອມຊາມຂອງຄົນເຮົາຖືກແກ້ໄຂ ແລະ ພວກເຂົາເຂົ້າໃຈຄວາມຈິງບາງຢ່າງຢ່າງແທ້ຈິງ ແລະ ຄຳເວົ້າຂອງພວກເຂົາກໍກາຍເປັນສິ່ງທີ່ມີຫຼັກການ ແລະ ຮູ້ຈັກຂອບເຂດ, ແລ້ວບັນຫາການໂຈມຕີຄົນອື່ນຂອງພວກເຂົາກໍຈະຖືກແກ້ໄຂເປັນບາງສ່ວນ. ແນ່ນອນ, ພາຍໃນຊີວິດຄຣິສຕະຈັກ, ເພື່ອໃຫ້ຜູ້ຄົນມີຄວາມສຳພັນລະຫວ່າງບຸກຄົນທີ່ເປັນປົກກະຕິ ແລະ ບໍ່ມີສ່ວນຮ່ວມໃນການໂຈມຕີເຊິ່ງກັນແລະກັນ ຫຼື ການປະທະຄາລົມ, ມັນຈຳເປັນທີ່ພວກເຂົາຕ້ອງມາຢູ່ຕໍ່ໜ້າພຣະເຈົ້າໃນການອະທິຖານເລື້ອຍໆ, ຂໍການຊີ້ນໍາຈາກພຣະເຈົ້າ ແລະ ເພື່ອໃຫ້ພວກເຂົາສະຫງົບຢູ່ຕໍ່ໜ້າພຣະເຈົ້າດ້ວຍຫົວໃຈທີ່ເຄັ່ງສາດສະໜາ ທີ່ຫິວກະຫາຍຄວາມຊອບທຳ. ດ້ວຍວິທີນັ້ນ, ເມື່ອຜູ້ໃດຜູ້ໜຶ່ງເວົ້າບາງຢ່າງທີ່ທຳຮ້າຍເຈົ້າໂດຍບໍ່ໄດ້ຕັ້ງໃຈ, ໃຈຂອງເຈົ້າກໍສາມາດສະຫງົບຢູ່ຕໍ່ໜ້າພຣະເຈົ້າໄດ້, ເຈົ້າຈະບໍ່ຖືສາພວກເຂົາ ແລະ ເຈົ້າຈະບໍ່ຢາກຜິດຖຽງກັບຄົນຜູ້ນັ້ນ, ຍິ່ງບໍ່ຕ້ອງເວົ້າເຖິງການປົກປ້ອງ ແລະ ແກ້ຕົວໃຫ້ຕົນເອງ. ແທນທີ່ຈະເປັນແນວນັ້ນ, ເຈົ້າຈະຍອມຮັບມັນຈາກພຣະເຈົ້າ, ຂອບໃຈພຣະເຈົ້າທີ່ໃຫ້ໂອກາດທີ່ດີແກ່ເຈົ້າໃນການຮູ້ຈັກຕົນເອງ ແລະ ຂອບໃຈພຣະອົງທີ່ອະນຸຍາດໃຫ້ເຈົ້າຮັບຮູ້ວ່າເຈົ້າຍັງມີບັນຫາດັ່ງກ່າວຜ່ານຄຳເວົ້າຂອງຄົນອື່ນ. ນີ້ຄືໂອກາດທີ່ດີສຳລັບເຈົ້າທີ່ຈະຮູ້ຈັກຕົນເອງ, ມັນຄືພຣະຄຸນຂອງພຣະເຈົ້າ ແລະ ເຈົ້າຄວນຍອມຮັບມັນຈາກພຣະເຈົ້າ. ເຈົ້າບໍ່ຄວນມີຄວາມແຄ້ນໃຈຕໍ່ຄົນທີ່ທຳຮ້າຍເຈົ້າ, ທັງບໍ່ຄວນຮູ້ສຶກລັງກຽດ ແລະ ກຽດຊັງຕໍ່ຄົນທີ່ບັງເອີນຍົກເອົາຄວາມຜິດພາດຂອງເຈົ້າຂຶ້ນມາ ຫຼື ເປີດໂປງຂໍ້ບົກຜ່ອງຂອງເຈົ້າ, ທັງການຫຼີກລ່ຽງພວກເຂົາໂດຍຕັ້ງໃຈ ຫຼື ບໍ່ຕັ້ງໃຈ ຫຼື ການໃຊ້ວິທີການຕ່າງໆນາໆເພື່ອຕອບໂຕ້ພວກເຂົາ. ບໍ່ມີວິທີການໃດໆເຫຼົ່ານີ້ທີ່ເປັນທີ່ພໍພຣະໄທພຣະເຈົ້າ. ຈົ່ງມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານເລື້ອຍໆ ແລະ ຫຼັງຈາກທີ່ໃຈຂອງເຈົ້າສະຫງົບລົງແລ້ວ, ເຈົ້າກໍຈະສາມາດປະຕິບັດຕໍ່ມັນໄດ້ຢ່າງຖືກຕ້ອງເມື່ອຄົນອື່ນທຳຮ້າຍເຈົ້າໂດຍບໍ່ຕັ້ງໃຈ, ເຈົ້າຈະສາມາດສະແດງຄວາມໃຈກວ້າງ ແລະ ຄວາມອົດທົນຕໍ່ພວກເຂົາ. ຖ້າຜູ້ໃດຜູ້ໜຶ່ງທຳຮ້າຍເຈົ້າໂດຍຕັ້ງໃຈ, ເຈົ້າຄວນເຮັດແນວໃດ? ເຈົ້າຈະຮັບມືກັບມັນແນວໃດ, ເຈົ້າຈະຜິດຖຽງກັບພວກເຂົາດ້ວຍຄວາມຫົວຮ້ອນ ຫຼື ເຈົ້າຈະສະຫງົບຕົນເອງຢູ່ຕໍ່ໜ້າພຣະເຈົ້າ ແລະ ສະແຫວງຫາຄວາມຈິງ? ແນ່ນອນ, ໂດຍບໍ່ຕ້ອງໃຫ້ເຮົາບອກ, ພວກເຈົ້າທຸກຄົນກໍຮູ້ຢ່າງແຈ່ມແຈ້ງວ່າຄວນເລືອກທາງໃດຈຶ່ງຈະຖືກຕ້ອງ.

ມັນເປັນການຍາກຫຼາຍທີ່ຈະຫຼີກລ່ຽງການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມໃນຊີວິດຄຣິສຕະຈັກ ໂດຍການເພິ່ງພາກຳລັງຂອງມະນຸດ, ການຄວບຄຸມຕົນເອງຂອງມະນຸດ ແລະ ຄວາມອົດທົນຂອງມະນຸດ. ບໍ່ວ່າຄວາມເປັນມະນຸດຂອງເຈົ້າຈະດີສໍ່າໃດ, ເຈົ້າຈະອ່ອນໂຍນ ແລະ ໃຈດີສໍ່າໃດ ຫຼື ໃຈກວ້າງຂວາງສໍ່າໃດ, ມັນກໍເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ທີ່ເຈົ້າຈະພົບພໍ້ກັບຄົນ ຫຼື ສິ່ງຕ່າງໆທີ່ທຳຮ້າຍສັກສີ, ຄຸນຄ່າຄວາມເປັນຄົນຂອງເຈົ້າ ແລະ ອື່ນໆ. ເຈົ້າຄວນມີຫຼັກການໃນໃຈຂອງເຈົ້າວ່າຈະຈັດການ ແລະ ປະຕິບັດຕໍ່ບັນຫາປະເພດນີ້ແນວໃດ. ຖ້າເຈົ້າຮັບມືກັບບັນຫາເຫຼົ່ານີ້ດ້ວຍຄວາມຫົວຮ້ອນ, ມັນກໍງ່າຍຫຼາຍ: ພວກເຂົາສາບແຊ່ງເຈົ້າ ແລະ ເຈົ້າກໍສາບແຊ່ງພວກເຂົາ, ພວກເຂົາໂຈມຕີເຈົ້າ ແລະ ເຈົ້າກໍໂຈມຕີພວກເຂົາ, ແຂ້ວຕໍ່ແຂ້ວ, ຕາຕໍ່ຕາ, ຕອບໂຕ້ຄືນທຸກຢ່າງທີ່ພວກເຂົາໂຍນໃສ່ເຈົ້າດ້ວຍວິທີການດຽວກັນ ແລະ ເຈົ້າກໍປົກປ້ອງສັກສີ, ຄຸນຄ່າຄວາມເປັນຄົນ ແລະ ໜ້າຕາຂອງເຈົ້າ. ສິ່ງນີ້ບັນລຸໄດ້ງ່າຍຫຼາຍ. ແນວໃດກໍຕາມ, ເຈົ້າຄວນຊັ່ງຊາເບິ່ງໃນໃຈຂອງເຈົ້າວ່າວິທີການນີ້ສົມຄວນເຮັດ ຫຼື ບໍ່, ວ່າມັນເປັນປະໂຫຍດທັງຕໍ່ເຈົ້າ ແລະ ຄົນອື່ນ ຫຼື ບໍ່ ແລະ ວ່າມັນເປັນທີ່ພໍພຣະໄທພຣະເຈົ້າ ຫຼື ບໍ່. ເລື້ອຍຄັ້ງ, ເມື່ອຜູ້ຄົນຍັງບໍ່ທັນເຂົ້າໃຈແກ່ນແທ້ຂອງບັນຫານີ້, ຄວາມຄິດທຳອິດຂອງພວກເຂົາກໍຄື, “ລາວບໍ່ສະແດງຄວາມເມດຕາຕໍ່ຂ້ອຍ, ແລ້ວເປັນຫຍັງຂ້ອຍຈຶ່ງຕ້ອງສະແດງຄວາມເມດຕາຕໍ່ລາວ? ລາວບໍ່ສະແດງຄວາມຮັກຕໍ່ຂ້ອຍ, ແລ້ວເປັນຫຍັງຂ້ອຍຈຶ່ງຕ້ອງປະຕິບັດຕໍ່ລາວດ້ວຍຄວາມຮັກ? ລາວບໍ່ມີຄວາມອົດທົນຕໍ່ຂ້ອຍ ແລະ ບໍ່ຊ່ວຍເຫຼືອຂ້ອຍ, ແລ້ວເປັນຫຍັງຂ້ອຍຈຶ່ງຕ້ອງອົດທົນຕໍ່ລາວ ຫຼື ຊ່ວຍເຫຼືອລາວ? ລາວບໍ່ໃຈດີຕໍ່ຂ້ອຍ, ສະນັ້ນ ຂ້ອຍກໍຈະເຮັດບໍ່ດີຕໍ່ລາວ. ເປັນຫຍັງຂ້ອຍຈຶ່ງບໍ່ສາມາດຕອບໂຕ້ແບບແຂ້ວຕໍ່ແຂ້ວ, ຕາຕໍ່ຕາໄດ້?” ສິ່ງເຫຼົ່ານີ້ຄືຄວາມຄິດທຳອິດທີ່ເຂົ້າມາໃນຈິດໃຈຂອງຜູ້ຄົນ. ແຕ່ເມື່ອເຈົ້າກະທຳແບບນັ້ນແທ້ໆ, ເຈົ້າຮູ້ສຶກສະຫງົບພາຍໃນ ຫຼື ບໍ່ສະບາຍໃຈ ແລະ ເຈັບປວດ? ເມື່ອເຈົ້າເລືອກແບບນີ້ແທ້ໆ, ເຈົ້າໄດ້ຮັບຫຍັງ? ເຈົ້າໄດ້ຫຍັງມາ? ຫຼາຍຄົນໄດ້ມີປະສົບການວ່າເມື່ອພວກເຂົາກະທຳແບບນີ້ແທ້ໆ, ພວກເຂົາກໍຮູ້ສຶກບໍ່ສະບາຍໃຈພາຍໃນ. ແນ່ນອນ, ສຳລັບຄົນສ່ວນໃຫຍ່, ມັນບໍ່ແມ່ນເລື່ອງຂອງຄວາມຮູ້ສຶກຜິດໃນໃຈ, ຍິ່ງບໍ່ແມ່ນຄວາມບໍ່ສະບາຍໃຈທີ່ເກີດຈາກຄວາມຮູ້ສຶກວ່າພວກເຂົາເປັນໜີ້ພຣະເຈົ້າ; ຜູ້ຄົນບໍ່ມີຄວາມເຕີບໂຕປະເພດນັ້ນ. ແມ່ນຫຍັງທີ່ເຮັດໃຫ້ເກີດຄວາມບໍ່ສະບາຍໃຈນີ້ໃນພວກເຂົາ? ມັນເກີດຈາກຄວາມກຽດຊັງຂອງຜູ້ຄົນ, ການທ້າທາຍຕໍ່ສັກສີ ແລະ ຄຸນຄ່າຄວາມເປັນຄົນຂອງພວກເຂົາເມື່ອພວກເຂົາຖືກດູຖູກ, ພ້ອມທັງຄວາມເຈັບປວດທີ່ພວກເຂົາຮູ້ສຶກ ແລະ ການລະເບີດຄວາມໂກດແຄ້ນ, ຄວາມກຽດຊັງ, ການຕໍ່ຕ້ານ ແລະ ຄວາມຄຽດແຄ້ນທີ່ເກີດຂຶ້ນໃນໃຈຂອງພວກເຂົາຫຼັງຈາກທີ່ຖືກຍຸແຍ່ດ້ວຍຄຳເວົ້າ, ທັງໝົດນີ້ເຮັດໃຫ້ຜູ້ຄົນຮູ້ສຶກບໍ່ສະບາຍໃຈ. ຜົນສະທ້ອນຂອງຄວາມບໍ່ສະບາຍໃຈນີ້ແມ່ນຫຍັງ? ທັນທີຫຼັງຈາກທີ່ຮູ້ສຶກມັນ, ເຈົ້າກໍຈະເລີ່ມໄຕ່ຕອງວ່າຈະໃຊ້ຄຳເວົ້າເພື່ອຈັດການກັບຄົນຜູ້ນັ້ນແນວໃດ, ຈະໃຊ້ວິທີການທີ່ຖືກຕ້ອງຕາມກົດໝາຍ ແລະ ສົມເຫດສົມຜົນເພື່ອເອົາຊະນະພວກເຂົາແນວໃດ, ເພື່ອສະແດງໃຫ້ພວກເຂົາເຫັນວ່າເຈົ້າມີສັກສີ ແລະ ຄຸນຄ່າຄວາມເປັນຄົນ ແລະ ບໍ່ແມ່ນຄົນທີ່ຈະຂົມເຫັງໄດ້ງ່າຍ. ເມື່ອເຈົ້າຮູ້ສຶກບໍ່ສະບາຍໃຈ, ເມື່ອເຈົ້າເກີດຄວາມກຽດຊັງ, ສິ່ງທີ່ເຈົ້າຄິດບໍ່ແມ່ນການສະແດງຄວາມອົດທົນ ແລະ ຄວາມໃຈກວ້າງຕໍ່ຄົນຜູ້ນັ້ນ ຫຼື ການປະຕິບັດຕໍ່ພວກເຂົາຢ່າງຖືກຕ້ອງ ຫຼື ສິ່ງທີ່ເປັນບວກອື່ນໆ, ແຕ່ແທນທີ່ຈະເປັນແນວນັ້ນ ພັດແມ່ນສິ່ງທີ່ເປັນລົບທັງໝົດ, ເຊັ່ນ: ຄວາມອິດສາ, ຄວາມລັງກຽດ, ຄວາມກຽດຊັງ, ຄວາມເປັນປໍລະປັກ, ຄວາມບໍ່ມັກຢ່າງແຮງ ແລະ ການກ່າວໂທດ, ຈົນເຖິງຂັ້ນທີ່ເຈົ້າສາບແຊ່ງພວກເຂົານັບຄັ້ງບໍ່ຖ້ວນໃນໃຈຂອງເຈົ້າ ແລະ ບໍ່ວ່າຈະເປັນເວລາໃດ, ແມ່ນແຕ່ໃນຂະນະທີ່ເຈົ້າກຳລັງກິນເຂົ້າ ຫຼື ນອນຫຼັບ, ເຈົ້າກໍຄິດກ່ຽວກັບວິທີຕອບໂຕ້ພວກເຂົາ ແລະ ຈິນຕະນາການວ່າເຈົ້າຈະຈັດການກັບພວກເຂົາ ແລະ ຮັບມືກັບສະຖານະການດັ່ງກ່າວແນວໃດ ຖ້າພວກເຂົາໂຈມຕີ ຫຼື ກ່າວໂທດເຈົ້າ ແລະ ອື່ນໆ. ເຈົ້າໃຊ້ເວລາໝົດມື້ໄຕ່ຕອງວ່າຈະເອົາຊະນະອີກຝ່າຍໜຶ່ງແນວໃດ, ຈະລະບາຍຄວາມແຄ້ນໃຈ ແລະ ຄວາມກຽດຊັງຂອງເຈົ້າແນວໃດ ແລະ ເຮັດໃຫ້ອີກຝ່າຍໜຶ່ງຍອມຈຳນົນຕໍ່ເຈົ້າ ແລະ ຢ້ານເຈົ້າ ແລະ ບໍ່ກ້າຍຸແຍ່ເຈົ້າອີກ. ເຈົ້າຍັງມັກຄິດກ່ຽວກັບວິທີສອນບົດຮຽນໃຫ້ຄົນອື່ນ, ເພື່ອໃຫ້ພວກເຂົາຮູ້ວ່າເຈົ້າມີອຳນາດສ່ຳໃດ. ເມື່ອຄວາມຄິດດັ່ງກ່າວເກີດຂຶ້ນ ແລະ ເມື່ອສະຖານະການທີ່ຈິນຕະນາການຂຶ້ນມາປາກົດຊໍ້າແລ້ວຊໍ້າອີກໃນໃຈຂອງເຈົ້າ, ການລົບກວນ ແລະ ຜົນສະທ້ອນທີ່ພວກມັນກໍ່ໃຫ້ເກີດຕໍ່ເຈົ້ານັ້ນແມ່ນເກີນກວ່າທີ່ຈະວັດແທກໄດ້. ເມື່ອເຈົ້າຕົກຢູ່ໃນສະພາວະຂອງການມີສ່ວນຮ່ວມໃນການປະທະຄາລົມ ແລະ ການໂຈມຕີເຊິ່ງກັນແລະກັນ, ຜົນສະທ້ອນແມ່ນຫຍັງ? ມັນງ່າຍບໍທີ່ຈະສະຫງົບຢູ່ຕໍ່ໜ້າພຣະເຈົ້າໃນຕອນນັ້ນ? ມັນບໍ່ໄດ້ເປັນການຖ່ວງດຶງທາງເຂົ້າຂອງຊີວິດຂອງເຈົ້າບໍ? (ແມ່ນແລ້ວ.) ນີ້ຄືຜົນກະທົບຕໍ່ຄົນເຮົາຈາກການເລືອກວິທີທີ່ຜິດໃນການຈັດການເລື່ອງຕ່າງໆ. ຖ້າເຈົ້າເລືອກເສັ້ນທາງທີ່ຖືກຕ້ອງ, ເມື່ອຜູ້ໃດຜູ້ໜຶ່ງເວົ້າໃນລັກສະນະທີ່ທຳຮ້າຍພາບພົດ ຫຼື ຄວາມທະນົງຕົວຂອງເຈົ້າ ຫຼື ດູຖູກຄຸນຄ່າຄວາມເປັນຄົນ ແລະ ສັກສີຂອງເຈົ້າ, ເຈົ້າກໍສາມາດເລືອກທີ່ຈະໃຈກວ້າງ. ເຈົ້າຈະບໍ່ມີສ່ວນຮ່ວມໃນການຜິດຖຽງກັບພວກເຂົາໂດຍໃຊ້ຄຳເວົ້າປະເພດໃດໆ ຫຼື ແກ້ຕົວໃຫ້ຕົນເອງໂດຍເຈດຕະນາ ແລະ ປະຕິເສດ ແລະ ໂຈມຕີອີກຝ່າຍໜຶ່ງ, ເຊິ່ງກໍ່ໃຫ້ເກີດຄວາມກຽດຊັງໃນຕົວເຈົ້າເອງ. ແກ່ນແທ້ ແລະ ຄວາມສຳຄັນຂອງການໃຈກວ້າງແມ່ນຫຍັງ? ເຈົ້າເວົ້າວ່າ, “ບາງສິ່ງທີ່ລາວເວົ້າບໍ່ສອດຄ່ອງກັບຄວາມເປັນຈິງ, ແຕ່ທຸກຄົນກໍເປັນແບບນັ້ນກ່ອນທີ່ພວກເຂົາຈະເຂົ້າໃຈຄວາມຈິງ ແລະ ບັນລຸຄວາມລອດພົ້ນ ແລະ ຂ້ອຍກໍເຄີຍເປັນແບບນີ້ຄືກັນ. ຕອນນີ້ຂ້ອຍເຂົ້າໃຈຄວາມຈິງແລ້ວ, ຂ້ອຍບໍ່ໄດ້ເດີນຕາມເສັ້ນທາງຂອງຜູ້ບໍ່ມີຄວາມເຊື່ອໃນການຜິດຖຽງກັນກ່ຽວກັບຄວາມຖືກຜິດ ຫຼື ການມີສ່ວນຮ່ວມໃນປັດຊະຍາຂອງການຕໍ່ສູ້, ຂ້ອຍເລືອກຄວາມໃຈກວ້າງ ແລະ ການປະຕິບັດຕໍ່ຄົນອື່ນດ້ວຍຄວາມຮັກ. ບາງສິ່ງທີ່ລາວເວົ້າບໍ່ສອດຄ່ອງກັບຄວາມເປັນຈິງ, ແຕ່ຂ້ອຍບໍ່ໃສ່ໃຈພວກມັນ. ຂ້ອຍຍອມຮັບສິ່ງທີ່ຂ້ອຍສາມາດຮັບຮູ້ ແລະ ຢັ່ງຮູ້ໄດ້. ຂ້ອຍຍອມຮັບມັນຈາກພຣະເຈົ້າ ແລະ ນຳມັນມາຢູ່ຕໍ່ໜ້າພຣະເຈົ້າໃນການອະທິຖານ, ຂໍໃຫ້ພຣະອົງຈັດຕັ້ງສະຖານະການທີ່ເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງຂ້ອຍ, ອະນຸຍາດໃຫ້ຂ້ອຍຮູ້ຈັກແກ່ນແທ້ຂອງອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້ ແລະ ມີໂອກາດທີ່ຈະເລີ່ມຈັດການກັບບັນຫາເຫຼົ່ານີ້, ຄ່ອຍໆເອົາຊະນະພວກມັນ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ສ່ວນວ່າໃຜທຳຮ້າຍຂ້ອຍດ້ວຍຄຳເວົ້າຂອງພວກເຂົາ ແລະ ວ່າສິ່ງທີ່ພວກເຂົາເວົ້າຖືກຕ້ອງ ຫຼື ບໍ່ ຫຼື ວ່າເຈດຕະນາຂອງພວກເຂົາແມ່ນຫຍັງ, ໃນດ້ານໜຶ່ງ, ຂ້ອຍກໍປະຕິບັດການແຍກແຍະມັນ ແລະ ໃນອີກດ້ານໜຶ່ງ, ຂ້ອຍກໍອົດທົນຕໍ່ພວກເຂົາ”. ຖ້າຄົນຜູ້ນີ້ເປັນຜູ້ທີ່ຍອມຮັບຄວາມຈິງ, ເຈົ້າກໍສາມາດນັ່ງລົງ ແລະ ໂອ້ລົມກັບພວກເຂົາຢ່າງສະຫງົບ. ຖ້າພວກເຂົາບໍ່ແມ່ນຜູ້ຍອມຮັບຄວາມຈິງ, ຖ້າພວກເຂົາເປັນຄົນຊົ່ວຊ້າ, ແລ້ວກໍຢ່າໃສ່ໃຈພວກເຂົາ. ຈົ່ງລໍຖ້າຈົນກວ່າພວກເຂົາຈະສະແດງທາດແທ້ອອກມາຢ່າງພຽງພໍ ແລະ ອ້າຍເອື້ອຍນ້ອງທຸກຄົນກໍແຍກແຍະພວກເຂົາໄດ້ຢ່າງຖີ່ຖ້ວນ ແລະ ເຈົ້າກໍເຊັ່ນກັນ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກກຳລັງຈະສະລ້າງພວກເຂົາອອກ ແລະ ຈັດການກັບພວກເຂົາ, ນັ້ນຄືເວລາທີ່ພຣະເຈົ້າຈະຈັດການກັບພວກເຂົາ ແລະ ແນ່ນອນ, ເຈົ້າກໍຈະຮູ້ສຶກປິຕິຍິນດີເຊັ່ນກັນ. ແນວໃດກໍຕາມ, ເສັ້ນທາງທີ່ເຈົ້າຄວນເລືອກນັ້ນບໍ່ແມ່ນການມີສ່ວນຮ່ວມໃນການປະທະຄາລົມກັບຄົນຊົ່ວຊ້າ ຫຼື ຜິດຖຽງກັບພວກເຂົາ ແລະ ພະຍາຍາມແກ້ຕົວໃຫ້ຕົນເອງເລີຍ. ແທນທີ່ຈະເປັນແນວນັ້ນ, ມັນຄືການປະຕິບັດຕາມຫຼັກການຄວາມຈິງ ເມື່ອໃດກໍຕາມທີ່ມີສິ່ງໃດໜຶ່ງເກີດຂຶ້ນ. ບໍ່ວ່າຈະເປັນການຈັດການກັບຄົນທີ່ທຳຮ້າຍເຈົ້າ ຫຼື ຜູ້ທີ່ບໍ່ໄດ້ທຳຮ້າຍ ແລະ ເປັນປະໂຫຍດຕໍ່ເຈົ້າ, ຫຼັກການຂອງການປະຕິບັດກໍຄວນຈະຄືກັນ. ເມື່ອເຈົ້າເລືອກເສັ້ນທາງນີ້, ຈະມີຄວາມກຽດຊັງໃດໆໃນໃຈຂອງເຈົ້າບໍ? ອາດຈະມີຄວາມບໍ່ສະບາຍໃຈເລັກນ້ອຍ. ໃຜຈະບໍ່ຮູ້ສຶກບໍ່ສະບາຍໃຈເມື່ອສັກສີຂອງພວກເຂົາຖືກທຳຮ້າຍ? ຖ້າຜູ້ໃດຜູ້ໜຶ່ງອ້າງວ່າບໍ່ຮູ້ສຶກບໍ່ສະບາຍໃຈ, ນັ້ນກໍຄືຄຳຕົວະ, ມັນຄືການຫຼອກລວງ, ແຕ່ເຈົ້າສາມາດອົດທົນ ແລະ ທົນທຸກກັບຄວາມຍາກລຳບາກນີ້ໄດ້ເພື່ອເຫັນແກ່ການປະຕິບັດຄວາມຈິງ. ເມື່ອເຈົ້າເລືອກເສັ້ນທາງນີ້, ເຈົ້າຈະມີຈິດສຳນຶກທີ່ຊັດເຈນເມື່ອເຈົ້າມາຢູ່ຕໍ່ໜ້າພຣະເຈົ້າອີກຄັ້ງ. ເປັນຫຍັງເຈົ້າຈຶ່ງມີຈິດສຳນຶກທີ່ຊັດເຈນ? ເພາະເຈົ້າຈະຮູ້ຢ່າງແຈ່ມແຈ້ງວ່າຄຳເວົ້າຂອງເຈົ້າບໍ່ໄດ້ເກີດຈາກຄວາມຫົວຮ້ອນ, ວ່າເຈົ້າບໍ່ໄດ້ມີສ່ວນຮ່ວມໃນການຜິດຖຽງກັບຄົນອື່ນຈົນໜ້າແດງເພື່ອເຫັນແກ່ຄວາມປາຖະໜາທີ່ເຫັນແກ່ຕົວຂອງເຈົ້າເອງ ແລະ ວ່າໂດຍອີງໃສ່ພື້ນຖານຂອງການຢັ່ງຮູ້ຄວາມຈິງ, ແທນທີ່ຈະເປັນແນວນັ້ນ ເຈົ້າພັດຕິດຕາມຫົນທາງຂອງພຣະເຈົ້າ ແລະ ເດີນຕາມເສັ້ນທາງຂອງເຈົ້າເອງ. ເຈົ້າຈະແຈ່ມແຈ້ງຢ່າງທີ່ສຸດໃນໃຈຂອງເຈົ້າວ່າເສັ້ນທາງທີ່ເຈົ້າໄດ້ເລືອກນັ້ນຖືກຊີ້ນໍາໂດຍພຣະເຈົ້າ, ຖືກຮຽກຮ້ອງໂດຍພຣະເຈົ້າ ແລະ ດັ່ງນັ້ນ ເຈົ້າຈຶ່ງຈະຮູ້ສຶກສະຫງົບເປັນພິເສດພາຍໃນ. ເມື່ອເຈົ້າມີຄວາມສະຫງົບດັ່ງກ່າວ, ຄວາມກຽດຊັງ ແລະ ຄວາມແຄ້ນສ່ວນຕົວລະຫວ່າງເຈົ້າ ແລະ ຄົນອື່ນຈະລົບກວນເຈົ້າບໍ? (ບໍ່.) ເມື່ອເຈົ້າປ່ອຍວາງຢ່າງແທ້ຈິງ ແລະ ເຕັມໃຈເລືອກເສັ້ນທາງທີ່ເປັນບວກ, ໃຈຂອງເຈົ້າກໍຈະສະຫງົບ ແລະ ຢູ່ເຢັນເປັນສຸກ. ເຈົ້າຈະບໍ່ຖືກລົບກວນໂດຍຄວາມແຄ້ນໃຈ, ຄວາມກຽດຊັງ ແລະ ແນວຄິດ ແລະ ແຜນການຕອບໂຕ້ທີ່ເກີດຈາກຄວາມກຽດຊັງນັ້ນອີກຕໍ່ໄປ, ໃນທ່າມກາງສິ່ງອື່ນໆທີ່ເປັນຂອງຄວາມຫົວຮ້ອນ. ເສັ້ນທາງທີ່ເຈົ້າໄດ້ເລືອກຈະນຳຄວາມສະຫງົບສຸກ ແລະ ຫົວໃຈທີ່ສະຫງົບມາໃຫ້ເຈົ້າ ແລະ ສິ່ງຕ່າງໆທີ່ເປັນຂອງຄວາມຫົວຮ້ອນກໍຈະບໍ່ສາມາດລົບກວນເຈົ້າໄດ້ອີກຕໍ່ໄປ. ເມື່ອພວກມັນບໍ່ສາມາດລົບກວນເຈົ້າໄດ້ອີກຕໍ່ໄປ, ເຈົ້າຈະຍັງຄິດຫາວິທີໂຈມຕີຜູ້ທີ່ທຳຮ້າຍເຈົ້າດ້ວຍຄຳເວົ້າຂອງພວກເຂົາ ຫຼື ມີສ່ວນຮ່ວມໃນການປະທະຄາລົມກັບພວກເຂົາຢູ່ບໍ? ເຈົ້າຈະບໍ່ຄິດ. ແນ່ນອນ, ບາງຄັ້ງຄາວ ຄວາມຫົວຮ້ອນ, ຄວາມຫຸນຫັນ ແລະ ຄວາມແຄ້ນໃຈຂອງເຈົ້າຈະຖືກກະຕຸ້ນຂຶ້ນມາຍ້ອນຄວາມເຕີບໂຕທີ່ຍັງນ້ອຍຂອງເຈົ້າ ຫຼື ຍ້ອນສະພາບການພິເສດບາງຢ່າງ. ແນວໃດກໍຕາມ, ຄວາມຕັ້ງໃຈ, ຄວາມຕັດສິນໃຈ ແລະ ເຈດຈຳນົງຂອງເຈົ້າທີ່ຈະປະຕິບັດຄວາມຈິງຈະປ້ອງກັນບໍ່ໃຫ້ສິ່ງເຫຼົ່ານີ້ລົບກວນໃຈຂອງເຈົ້າ. ນັ້ນກໍຄື, ສິ່ງເຫຼົ່ານີ້ບໍ່ສາມາດລົບກວນເຈົ້າໄດ້. ເຈົ້າອາດຈະຍັງມີການລະເບີດຂອງຄວາມຫົວຮ້ອນ, ເຊັ່ນ: ການຄິດວ່າ, “ລາວກຳລັງສ້າງຄວາມລຳບາກໃຫ້ຂ້ອຍຢູ່ຕະຫຼອດ. ຂ້ອຍຄວນຈະລົມກັບລາວໃຫ້ມັນຮູ້ເລື່ອງໃນມື້ໃດມື້ໜຶ່ງ ແລະ ຖາມລາວວ່າເປັນຫຍັງລາວຈຶ່ງຕັ້ງເປົ້າໃສ່ຂ້ອຍຢູ່ສະເໝີ ແລະ ສ້າງຄວາມລຳບາກໃຫ້ຂ້ອຍຢູ່ສະເໝີ. ຂ້ອຍຄວນຖາມລາວວ່າເປັນຫຍັງລາວຈຶ່ງດູຖູກຂ້ອຍ ແລະ ໝິ່ນປະໝາດຂ້ອຍຢູ່ສະເໝີ”. ເຈົ້າອາດຈະມີຄວາມຄິດປະເພດນີ້ໃນບາງຄັ້ງ. ແນວໃດກໍຕາມ, ຫຼັງຈາກທີ່ຄິດຕື່ມອີກໜ້ອຍໜຶ່ງ, ເຈົ້າກໍຈະຮູ້ວ່າມັນຜິດ ແລະ ການກະທຳແບບນັ້ນຈະບໍ່ເປັນທີ່ພໍພຣະໄທພຣະເຈົ້າ. ເມື່ອຄວາມຄິດດັ່ງກ່າວເກີດຂຶ້ນ, ເຈົ້າກໍຈະກັບຄືນມາຢູ່ຕໍ່ໜ້າພຣະເຈົ້າຢ່າງໄວວາເພື່ອປ່ຽນແປງສະພາວະນີ້, ສະນັ້ນ ຄວາມຄິດທີ່ຜິດພາດເຫຼົ່ານີ້ຈະບໍ່ຄອບງຳເຈົ້າ. ດ້ວຍເຫດນັ້ນ, ສິ່ງທີ່ເປັນບວກບາງຢ່າງກໍຈະເລີ່ມເກີດຂຶ້ນພາຍໃນຕົວເຈົ້າ, ເຊັ່ນ: ການຮູ້ຈັກຕົນເອງ, ພ້ອມທັງຄວາມສະຫວ່າງ ແລະ ການສ່ອງສະຫວ່າງບາງຢ່າງທີ່ພຣະເຈົ້າໃຫ້ແກ່ເຈົ້າ, ເຊິ່ງຈະເຮັດໃຫ້ເຈົ້າສາມາດແຍກແຍະຜູ້ຄົນ ແລະ ເບິ່ງທະລຸເລື່ອງຕ່າງໆໄດ້ ແລະ ສິ່ງທີ່ເປັນບວກເຫຼົ່ານີ້ຈະເຮັດໃຫ້ເຈົ້າເຂົ້າໃຈ ແລະ ເຂົ້າສູ່ຄວາມຈິງຄວາມເປັນຈິງຫຼາຍຂຶ້ນໂດຍທີ່ເຈົ້າບໍ່ຮູ້ຕົວ. ໃນຈຸດນີ້, ຄວາມຕ້ານທານຂອງເຈົ້າ, ນັ້ນກໍຄື “ພູມຕ້ານທານ” ທີ່ປ້ອງກັນຄວາມກຽດຊັງ, ຄວາມປາຖະໜາທີ່ເຫັນແກ່ຕົວ ແລະ ຄວາມຫົວຮ້ອນ, ກໍຈະນັບມື້ນັບເຂັ້ມແຂງຂຶ້ນ ແລະ ຄວາມເຕີບໂຕຂອງເຈົ້າກໍຈະນັບມື້ນັບໃຫຍ່ຂຶ້ນ. ສິ່ງຕ່າງໆທີ່ເປັນຂອງຄວາມຫົວຮ້ອນກໍຈະບໍ່ສາມາດຄວບຄຸມເຈົ້າໄດ້ອີກຕໍ່ໄປ. ເຖິງແມ່ນວ່າເຈົ້າອາດຈະມີຄວາມຄິດ, ແນວຄິດ ແລະ ຄວາມກະຕຸ້ນທີ່ບໍ່ຖືກຕ້ອງເປັນບາງຄັ້ງຄາວ, ສິ່ງເຫຼົ່ານີ້ກໍຈະຫາຍໄປຢ່າງໄວວາ, ພວກມັນຈະຖືກກຳຈັດ ແລະ ລົບລ້າງໂດຍຄວາມຕ້ານທານ ແລະ ຄວາມເຕີບໂຕຂອງເຈົ້າ. ໃນເວລານີ້, ສິ່ງທີ່ເປັນບວກ, ຄວາມເປັນຈິງຂອງຄວາມຈິງ ແລະ ພຣະທຳຂອງພຣະເຈົ້າຈະຄອບງຳພາຍໃນຕົວເຈົ້າ. ເມື່ອສິ່ງທີ່ເປັນບວກເຫຼົ່ານີ້ຄອບງຳ, ເຈົ້າກໍຈະບໍ່ໄດ້ຮັບອິດທິພົນຈາກບຸກຄົນ, ເຫດການ ແລະ ສິ່ງຕ່າງໆພາຍນອກອີກຕໍ່ໄປ. ຄວາມເຕີບໂຕຂອງເຈົ້າຈະໃຫຍ່ຂຶ້ນ, ສະພາວະຂອງເຈົ້າຈະກາຍເປັນປົກກະຕິນັບມື້ນັບຫຼາຍຂຶ້ນ ແລະ ເຈົ້າຈະບໍ່ດຳລົງຊີວິດໂດຍອຸປະນິໄສທີ່ເສື່ອມຊາມ ແລະ ພັດທະນາໄປໃນທິດທາງຂອງວົງຈອນທີ່ຊົ່ວຮ້າຍອີກຕໍ່ໄປ ແລະ ດ້ວຍວິທີນີ້, ຄວາມເຕີບໂຕຂອງເຈົ້າກໍຈະເຕີບໃຫຍ່ຂຶ້ນຢ່າງຕໍ່ເນື່ອງ.

ເມື່ອເຈົ້າຢູ່ໃນຄຣິສຕະຈັກ ຫຼື ທ່າມກາງກຸ່ມຄົນ, ມັນເປັນປະໂຫຍດຖ້າເຈົ້າສາມາດເລືອກທີ່ຈະອົດທົນ ແລະ ໃຈເຢັນ ແລະ ເລືອກເສັ້ນທາງປະຕິບັດ ທີ່ຖືກຕ້ອງ ເມື່ອເຈົ້າພົບພໍ້ກັບການໂຈມຕີສ່ວນບຸກຄົນທີ່ທຳຮ້າຍສັກສີ ແລະ ຄຸນຄ່າຄວາມເປັນຄົນຂອງເຈົ້າ. ເຈົ້າອາດຈະບໍ່ເຫັນຜົນປະໂຫຍດນີ້, ແຕ່ເມື່ອເຈົ້າປະສົບກັບເຫດການປະເພດນີ້, ເຈົ້າຈະຄົ້ນພົບໂດຍບໍ່ຮູ້ຕົວວ່າຂໍ້ກຳນົດຂອງພຣະເຈົ້າສຳລັບມະນຸດ ແລະ ເສັ້ນທາງທີ່ພຣະອົງຈັດຕຽມໃຫ້ພວກເຂົານັ້ນຄືເສັ້ນທາງແຫ່ງຄວາມສະຫວ່າງ ແລະ ເປັນເສັ້ນທາງທີ່ແທ້ຈິງ ແລະ ມີຊີວິດ, ວ່າມັນເຮັດໃຫ້ຜູ້ຄົນສາມາດໄດ້ຮັບຄວາມຈິງ ແລະ ເປັນປະໂຫຍດຕໍ່ຜູ້ຄົນ ແລະ ວ່າມັນຄືເສັ້ນທາງທີ່ມີຄວາມໝາຍທີ່ສຸດ. ເມື່ອເຈົ້າຢູ່ທ່າມກາງກຸ່ມຄົນ, ໂດຍສະເພາະເມື່ອເຈົ້າຢູ່ໃນຊີວິດຄຣິສຕະຈັກ, ເຈົ້າສາມາດເອົາຊະນະການລໍ້ລວງ ແລະ ການຊັກຊວນຕ່າງໆໄດ້. ເມື່ອຜູ້ໃດຜູ້ໜຶ່ງໂຈມຕີ ແລະ ທຳຮ້າຍເຈົ້າຢ່າງມຸ່ງຮ້າຍ ຫຼື ສະແຫວງຫາການແກ້ແຄ້ນຕໍ່ເຈົ້າໂດຍເຈດຕະນາ ແລະ ລະບາຍຄວາມກຽດຊັງຂອງພວກເຂົາໃສ່ເຈົ້າ, ມັນເປັນສິ່ງສຳຄັນທີ່ສຸດທີ່ເຈົ້າຈະສາມາດຮັບມືກັບສິ່ງນີ້ ແລະ ປະຕິບັດຕາມຫຼັກການຄວາມຈິງ. ເພາະພຣະເຈົ້າກຽດຊັງອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ, ພຣະອົງຈຶ່ງບອກຜູ້ຄົນບໍ່ໃຫ້ຮັບມືກັບສິ່ງທີ່ພວກເຂົາພົບພໍ້ດ້ວຍຄວາມຫົວຮ້ອນ, ແຕ່ໃຫ້ສະຫງົບຢູ່ຕໍ່ໜ້າພຣະເຈົ້າ ແລະ ສະແຫວງຫາຄວາມຈິງ ແລະ ເຈດຕະນາຂອງພຣະເຈົ້າ ແລະ ຈາກນັ້ນກໍຈະເຂົ້າໃຈວ່າຂໍ້ກຳນົດຂອງພຣະເຈົ້າສຳລັບຜູ້ຄົນແມ່ນຫຍັງຢ່າງແທ້ຈິງ. ຄວາມອົດທົນຂອງມະນຸດມີຂີດຈຳກັດ, ແຕ່ເມື່ອຄົນເຮົາເຂົ້າໃຈຄວາມຈິງແລ້ວ, ກໍຈະມີຫຼັກການຕໍ່ຄວາມອົດທົນຂອງພວກເຂົາ ແລະ ມັນສາມາດກາຍເປັນກຳລັງຂັບເຄື່ອນ ແລະ ສິ່ງຊ່ວຍເຫຼືອໃຫ້ຄົນຜູ້ນັ້ນປະຕິບັດຄວາມຈິງ. ແນວໃດກໍຕາມ, ຖ້າຄົນໆໜຶ່ງບໍ່ຮັກຄວາມຈິງ, ມັກຜິດຖຽງກັນເລື່ອງຄວາມຖືກ-ຜິດ ແລະ ໂຈມຕີຄົນອື່ນ ແລະ ມີແນວໂນ້ມທີ່ຈະດຳລົງຊີວິດຢູ່ໃນຄວາມຫົວຮ້ອນຂອງຕົນ, ແລ້ວເມື່ອພວກເຂົາຖືກໂຈມຕີ, ພວກເຂົາກໍຈະມີແນວໂນ້ມທີ່ຈະມີສ່ວນຮ່ວມໃນການປະທະຄາລົມ ແລະ ການໂຈມຕີເຊິ່ງກັນແລະກັນ. ສິ່ງນີ້ກໍນຳຄວາມເສຍຫາຍມາສູ່ທຸກຄົນທີ່ກ່ຽວຂ້ອງ, ໂດຍບໍ່ໄດ້ໃຫ້ການເສີມສ້າງ ຫຼື ການຊ່ວຍເຫຼືອໃດໆແກ່ຜູ້ໃດ. ເມື່ອໃດກໍຕາມທີ່ຜູ້ໃດຜູ້ໜຶ່ງມີສ່ວນຮ່ວມໃນການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມ, ຫຼັງຈາກນັ້ນ ພວກເຂົາກໍຈະອິດເມື່ອຍ, ເມື່ອຍຫຼາຍ ແລະ ຕ່າງຝ່າຍຕ່າງໄດ້ຮັບບາດເຈັບ; ພວກເຂົາບໍ່ສາມາດໄດ້ຮັບຄວາມຈິງໃດໆເລີຍ ແລະ ໃນທີ່ສຸດພວກເຂົາກໍບໍ່ໄດ້ຮັບຫຍັງເລີຍ. ສິ່ງທີ່ເຫຼືອຢູ່ກໍມີພຽງແຕ່ຄວາມກຽດຊັງ ແລະ ເຈດຕະນາທີ່ຈະຕອບໂຕ້ເມື່ອພວກເຂົາມີໂອກາດ. ນີ້ຄືຜົນໄດ້ຮັບທີ່ບໍ່ເປັນຜົນດີທີ່ການປະທະຄາລົມ ແລະ ການໂຈມຕີເຊິ່ງກັນແລະກັນນຳມາສູ່ຜູ້ຄົນໃນທີ່ສຸດ.

ສຳລັບຫົວຂໍ້ການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມທີ່ພວກເຮົາຫາກໍໂອ້ລົມກັນໄປ, ຕອນນີ້ພວກເຈົ້າເຂົ້າໃຈຫຼັກການຂອງການແຍກແຍະແລ້ວບໍ? ພວກເຈົ້າສາມາດຈຳແນກໄດ້ບໍວ່າສະຖານະການໃດປະກອບເປັນການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມ? ການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມເກີດຂຶ້ນເລື້ອຍໆໃນທ່າມກາງກຸ່ມຄົນ ແລະ ພວກມັນກໍສາມາດສັງເກດເຫັນໄດ້ເລື້ອຍໆ. ການໂຈມຕີເຊິ່ງກັນແລະກັນໂດຍຫຼັກໆແລ້ວແມ່ນກ່ຽວຂ້ອງກັບການຕັ້ງເປົ້າໃສ່ບັນຫາຂອງຜູ້ໃດຜູ້ໜຶ່ງໂດຍມີຈຸດປະສົງເພື່ອໂຈມຕີພວກເຂົາເປັນການສ່ວນຕົວ, ຕັດສິນພວກເຂົາ, ກ່າວໂທດພວກເຂົາ ແລະ ແມ່ນແຕ່ສາບແຊ່ງພວກເຂົາ, ໂດຍມີເປົ້າໝາຍເພື່ອແກ້ແຄ້ນ, ຕອບໂຕ້, ລະບາຍຄວາມແຄ້ນສ່ວນຕົວ ແລະ ອື່ນໆ. ບໍ່ວ່າກໍລະນີໃດກໍຕາມ, ການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມບໍ່ແມ່ນກ່ຽວກັບການໂອ້ລົມຄວາມຈິງ, ທັງບໍ່ແມ່ນກ່ຽວກັບການປະຕິບັດຄວາມຈິງ ແລະ ແນ່ນອນ ພວກມັນ ບໍ່ແມ່ນການສະແດງອອກຂອງການຮ່ວມມືທີ່ກົມກຽວກັນ. ແທນທີ່ຈະເປັນແນວນັ້ນ, ພວກມັນຄືການສະແດງອອກຂອງການຕອບໂຕ້ ແລະ ການທຳຮ້າຍຕໍ່ຜູ້ຄົນຍ້ອນຄວາມຫົວຮ້ອນ ແລະ ອຸປະນິໄສທີ່ເສື່ອມຊາມຂອງຊາຕານ. ແນ່ນອນວ່າ ຈຸດປະສົງຂອງການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມບໍ່ແມ່ນເພື່ອໂອ້ລົມຄວາມຈິງໃຫ້ແຈ່ມແຈ້ງ, ຍິ່ງບໍ່ແມ່ນການຜິດຖຽງກັນເພື່ອທີ່ຈະເຂົ້າໃຈຄວາມຈິງ. ແທນທີ່ຈະເປັນແນວນັ້ນ, ຈຸດປະສົງແມ່ນເພື່ອຕອບສະໜອງອຸປະນິໄສທີ່ເສື່ອມຊາມ, ຄວາມທະເຍີທະຍານ, ຄວາມປາຖະໜາທີ່ເຫັນແກ່ຕົວ ແລະ ຄວາມມັກຂອງເນື້ອໜັງຂອງຕົນເອງ. ເຫັນໄດ້ຊັດເຈນວ່າ, ການໂຈມຕີເຊິ່ງກັນແລະກັນບໍ່ແມ່ນກ່ຽວກັບການໂອ້ລົມຄວາມຈິງ ແລະ ແນ່ນອນວ່າ ພວກມັນ ບໍ່ແມ່ນກ່ຽວກັບການຊ່ວຍເຫຼືອ ແລະ ການປະຕິບັດຕໍ່ຜູ້ຄົນດ້ວຍຄວາມຮັກ; ແທນທີ່ຈະເປັນແນວນັ້ນ, ພວກມັນຄືໜຶ່ງໃນຍຸດທະສາດ ແລະ ວິທີການຂອງຊາຕານໃນການທໍລະມານ, ຫຼິ້ນສະໜຸກ ແລະ ຫຼອກລວງຜູ້ຄົນ. ຜູ້ຄົນດຳລົງຊີວິດຢູ່ໃນອຸປະນິໄສທີ່ເສື່ອມຊາມ ແລະ ບໍ່ເຂົ້າໃຈຄວາມຈິງ. ຖ້າພວກເຂົາບໍ່ເລືອກທີ່ຈະປະຕິບັດຄວາມຈິງ, ມັນກໍງ່າຍຫຼາຍທີ່ພວກເຂົາຈະຕິດກັບດັກ ແລະ ການລໍ້ລວງດັ່ງກ່າວ ແລະ ພາຍໃນການຕໍ່ສູ້ຂອງການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມ. ພວກເຂົາຜິດຖຽງກັນຈົນໜ້າແດງ ແລະ ເຖິງກັບເວົ້າບໍ່ຢຸດບໍ່ຢ່ອນ, ທັງໝົດກໍພຽງເພື່ອຄຳເວົ້າ, ວະລີ ຫຼື ສາຍຕາດຽວ, ຕໍ່ສູ້ກັນເປັນເວລາຫຼາຍປີເພື່ອເອົາຊະນະກັນ, ຈົນເຖິງຂັ້ນສູ້ກັນຈົນຕາຍໄປຂ້າງໜຶ່ງ, ພຽງເພື່ອສິ່ງດຽວ. ທັນທີທີ່ພວກເຂົາພົບກັນ, ພວກເຂົາກໍຜິດຖຽງກັນຢ່າງບໍ່ມີທີ່ສິ້ນສຸດ ແລະ ບາງຄົນກໍເຖິງກັບໂຈມຕີ, ສາບແຊ່ງ ແລະ ກ່າວໂທດເຊິ່ງກັນແລະກັນໃນກຸ່ມສົນທະນາທາງຄອມພິວເຕີ. ຄວາມກຽດຊັງນີ້ຮ້າຍແຮງສໍ່າໃດ! ພວກເຂົາສາບແຊ່ງກັນບໍ່ພໍໃນລະຫວ່າງການເຕົ້າໂຮມ, ພວກເຂົາຍັງບໍ່ທັນໄດ້ລະບາຍຄວາມກຽດຊັງຂອງຕົນ, ພວກເຂົາຍັງບໍ່ທັນບັນລຸຈຸດປະສົງຂອງຕົນ ແລະ ຫຼັງຈາກທີ່ພວກເຂົາກັບເມືອເຮືອນ, ຍິ່ງພວກເຂົາຄິດກ່ຽວກັບມັນຫຼາຍເທົ່າໃດ, ພວກເຂົາກໍຍິ່ງໃຈຮ້າຍຫຼາຍຂຶ້ນເທົ່ານັ້ນ ແລະ ຢູ່ທີ່ນັ້ນພວກເຂົາກໍສືບຕໍ່ສາບແຊ່ງກັນແລະກັນ. ນີ້ແມ່ນຈິດວິນຍານປະເພດໃດ? ມັນຄຸ້ມຄ່າທີ່ຈະສົ່ງເສີມ, ມັນຄຸ້ມຄ່າທີ່ຈະສະໜັບສະໜູນບໍ? (ບໍ່.) ນີ້ແມ່ນ “ຈິດວິນຍານທີ່ອາດຫານ” ປະເພດໃດ? ນີ້ຄືຈິດວິນຍານທີ່ບໍ່ຢ້ານຟ້າບໍ່ຢ້ານດິນ, ມັນຄືຈິດວິນຍານທີ່ບໍ່ມີກົດເກນ, ມັນຄືຜົນສະທ້ອນຂອງການທີ່ຊາຕານເຮັດໃຫ້ມະນຸດເສື່ອມຊາມ. ແນ່ນອນ, ພຶດຕິກຳ ແລະ ການກະທຳດັ່ງກ່າວນຳມາເຊິ່ງການລົບກວນ ແລະ ການສູນເສຍທີ່ສຳຄັນຕໍ່ທາງເຂົ້າຂອງຊີວິດຂອງບຸກຄົນເຫຼົ່ານີ້ ແລະ ພວກມັນຍັງກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງຕໍ່ຊີວິດຄຣິສຕະຈັກອີກດ້ວຍ. ສະນັ້ນ, ເມື່ອປະເຊີນກັບສະຖານະການເຫຼົ່ານີ້, ຖ້າຜູ້ນໍາ ແລະ ຜູ້ເຮັດວຽກພົບວ່າຄົນສອງຄົນກຳລັງໂຈມຕີເຊິ່ງກັນແລະກັນ ແລະ ມີສ່ວນຮ່ວມໃນການປະທະຄາລົມ ແລະ ສາບານວ່າຈະຕໍ່ສູ້ຈົນເຖິງທີ່ສຸດ, ພວກເຂົາຕ້ອງກຳຈັດພວກເຂົາອອກໂດຍໄວ ແລະ ພວກເຂົາຕ້ອງບໍ່ໃຈກວ້າງຕໍ່ພວກເຂົາ ແລະ ແນ່ນອນ ພວກເຂົາຕ້ອງບໍ່ໃຫ້ທ້າຍພວກເຂົາ. ພວກເຂົາຕ້ອງປົກປ້ອງອ້າຍເອື້ອຍນ້ອງຄົນອື່ນໆ ແລະ ຮັກສາຊີວິດຄຣິສຕະຈັກທີ່ເປັນປົກກະຕິ, ຮັບປະກັນວ່າການເຕົ້າໂຮມແຕ່ລະຄັ້ງບັນລຸຜົນ ແລະ ບໍ່ອະນຸຍາດໃຫ້ບຸກຄົນດັ່ງກ່າວຍຶດຄອງເວລາຂອງອ້າຍເອື້ອຍນ້ອງໃນການອ່ານພຣະທຳຂອງພຣະເຈົ້າ ແລະ ການໂອ້ລົມຄວາມຈິງ, ລົບກວນຊີວິດຄຣິສຕະຈັກທີ່ເປັນປົກກະຕິ. ຖ້າຖືກຄົ້ນພົບໃນລະຫວ່າງການເຕົ້າໂຮມວ່າພວກເຂົາກຳລັງໂຈມຕີເຊິ່ງກັນແລະກັນ ແລະ ມີສ່ວນຮ່ວມໃນການປະທະຄາລົມ, ສິ່ງນີ້ຕ້ອງຖືກຢຸດຢັ້ງ ແລະ ຖືກແກ້ໄຂໂດຍທັນທີ. ຖ້າບໍ່ສາມາດຈຳກັດໄດ້, ຄົນເຫຼົ່ານີ້ຕ້ອງຖືກເປີດໂປງ ແລະ ຖືກໄຈ້ແຍກທັນທີຜ່ານການເຕົ້າໂຮມ ແລະ ພວກເຂົາຄວນຖືກສະລ້າງອອກ. ຄຣິສຕະຈັກຄືສະຖານທີ່ສຳລັບການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ສຳລັບການນະມັດສະການພຣະເຈົ້າ; ມັນບໍ່ແມ່ນສະຖານທີ່ສຳລັບການໂຈມຕີເຊິ່ງກັນແລະກັນ ຫຼື ການມີສ່ວນຮ່ວມໃນການປະທະຄາລົມເພື່ອລະບາຍຄວາມແຄ້ນສ່ວນຕົວ. ໃຜກໍຕາມທີ່ລົບກວນຊີວິດຄຣິສຕະຈັກເລື້ອຍໆ, ສົ່ງຜົນກະທົບຕໍ່ທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ, ຕ້ອງຖືກສະລ້າງອອກ. ຄຣິສຕະຈັກບໍ່ຕ້ອນຮັບຄົນປະເພດນີ້, ມັນບໍ່ອະນຸຍາດໃຫ້ມີການລົບກວນຈາກມານຮ້າຍ ຫຼື ການມີຢູ່ຂອງຄົນຊົ່ວຊ້າ, ຈົ່ງສະລ້າງຄົນເຫຼົ່ານີ້ອອກໄປ ແລະ ບັນຫາກໍຈະຖືກແກ້ໄຂ.

ໃນຄຣິສຕະຈັກ, ຖ້າຖືກຄົ້ນພົບວ່າບາງຄົນກຳລັງມີສ່ວນຮ່ວມໃນການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມ, ແລ້ວບໍ່ວ່າຂໍ້ອ້າງ ແລະ ເຫດຜົນຂອງພວກເຂົາຈະເປັນແນວໃດ ແລະ ບໍ່ວ່າຈຸດສຸມຂອງການສົນທະນາຂອງພວກເຂົາຈະເປັນແນວໃດ, ບໍ່ວ່າມັນຈະເປັນສິ່ງທີ່ທຸກຄົນສົນໃຈ ຫຼື ບໍ່, ຕາບໃດທີ່ການຂັດຂວາງ ແລະ ການລົບກວນກຳລັງຖືກກໍ່ໃຫ້ເກີດຕໍ່ຊີວິດຄຣິສຕະຈັກ, ບັນຫານີ້ກໍຕ້ອງຖືກແກ້ໄຂໂດຍທັນທີ ແລະ ໂດຍບໍ່ລັ່ງເລ. ຖ້າບໍ່ສາມາດຢຸດຢັ້ງ ຫຼື ຈຳກັດຜູ້ທີ່ກ່ຽວຂ້ອງໄດ້, ພວກເຂົາກໍຄວນຖືກສະລ້າງອອກ. ນີ້ຄືວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດເມື່ອປະເຊີນກັບສະຖານະການດັ່ງກ່າວ. ຫຼັກການຫຼັກບໍ່ແມ່ນເພື່ອໃຫ້ເຈົ້າສະໜັບສະໜູນພຶດຕິກຳທີ່ບໍ່ດີຂອງຄົນເຫຼົ່ານີ້ໂດຍການອົດທົນຕໍ່ພວກເຂົາ ຫຼື ໃຫ້ທ້າຍພວກເຂົາ, ທັງບໍ່ແມ່ນເພື່ອໃຫ້ເຈົ້າປະຕິບັດຕົນເປັນ “ເຈົ້າໜ້າທີ່ຜູ້ຊອບທຳ” ທີ່ຕັດສິນຄວາມຖືກຜິດໃຫ້ຄົນເຫຼົ່ານີ້, ເບິ່ງວ່າໃຜຖືກ ແລະ ໃຜຜິດ, ໃຜຢູ່ໃນຝ່າຍຖືກ ແລະ ໃຜບໍ່ແມ່ນ, ຈຳແນກຢ່າງຊັດເຈນວ່າໃຜຖືກຈາກໃຜຜິດ ແລະ ຈາກນັ້ນກໍລົງໂທດທັງສອງຝ່າຍເທົ່າກັນ ຫຼື ລົງໂທດຜູ້ທີ່ເຈົ້າຖືວ່າມີຄວາມຜິດ ແລະ ໃຫ້ລາງວັນອີກຝ່າຍໜຶ່ງ, ນີ້ບໍ່ແມ່ນວິທີແກ້ໄຂບັນຫາ. ໃນການຈັດການເລື່ອງນີ້, ເຈົ້າບໍ່ຄວນວັດແທກມັນດ້ວຍກົດໝາຍ, ຍິ່ງບໍ່ຄວນວັດແທກ ແລະ ຕັດສິນມັນດ້ວຍມາດຕະຖານທາງສິນທຳ, ແຕ່ແທນທີ່ຈະເປັນແນວນັ້ນ, ເຈົ້າຄວນວັດແທກ ແລະ ຈັດການມັນຕາມຫຼັກການຂອງວຽກງານຄຣິສຕະຈັກ. ກ່ຽວກັບທັງສອງຝ່າຍທີ່ກ່ຽວຂ້ອງໃນການໂຈມຕີເຊິ່ງກັນແລະກັນ, ຕາບໃດທີ່ພວກເຂົາກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ຊີວິດຄຣິສຕະຈັກ, ຜູ້ນໍາ ແລະ ຜູ້ເຮັດວຽກຂອງຄຣິສຕະຈັກກໍຄວນຖືເປັນໜ້າທີ່ທີ່ຕ້ອງຮັບຜິດຊອບຂອງຕົນທີ່ຈະຢຸດຢັ້ງ ແລະ ຈຳກັດພວກເຂົາ ຫຼື ແຍກພວກເຂົາອອກ ຫຼື ສະລ້າງພວກເຂົາອອກ, ແທນທີ່ຈະຮັບຟັງທັງສອງຝ່າຍ ເລົ່າຄືນສິ່ງທີ່ເກີດຂຶ້ນຢ່າງຕັ້ງໃຈ ແລະ ເວົ້າກ່ຽວກັບເຫດຜົນ ແລະ ຂໍ້ອ້າງຂອງແຕ່ລະຄົນ ແລະ ເຈດຕະນາ, ຈຸດປະສົງ ແລະ ສາເຫດທີ່ຢູ່ເບື້ອງຫຼັງການໂຈມຕີອີກຝ່າຍໜຶ່ງ ແລະ ການເຂົ້າຮ່ວມໃນການປະທະຄາລົມ, ພວກເຂົາບໍ່ຄວນເຂົ້າໃຈເລື່ອງລາວທັງໝົດ, ແທນທີ່ຈະເປັນແນວນັ້ນ ພວກເຂົາຄວນແກ້ໄຂບັນຫາ, ກຳຈັດການຂັດຂວາງ ແລະ ການລົບກວນເຫຼົ່ານີ້ຕໍ່ຊີວິດຄຣິສຕະຈັກ ແລະ ຈັດການກັບຜູ້ທີ່ກໍ່ໃຫ້ເກີດບັນຫາ. ສົມມຸດວ່າຜູ້ນໍາ ແລະ ຜູ້ເຮັດວຽກເຮັດຕົວເປັນກາວໃຈ ແລະ ໃຊ້ແນວທາງ “ສາຍກາງ”, ຮັບເອົານະໂຍບາຍແບບປອບໂຍນຕໍ່ທັງສອງຄົນທີ່ມີສ່ວນຮ່ວມໃນການໂຈມຕີເຊິ່ງກັນແລະກັນ, ອະນຸຍາດໃຫ້ພວກເຂົາກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ຊີວິດຄຣິສຕະຈັກຕາມອຳເພີໃຈໂດຍບໍ່ແຊກແຊງ ຫຼື ຈັດການມັນ, ພວກເຂົາກໍສືບຕໍ່ໃຫ້ທ້າຍຄົນເຫຼົ່ານີ້ຕໍ່ໄປ. ພວກເຂົາພຽງແຕ່ຕັກເຕືອນ ແລະ ແນະນຳພວກເຂົາແຕ່ລະຄັ້ງ ແລະ ບໍ່ສາມາດແກ້ໄຂບັນຫາໄດ້ຢ່າງເຖິງຖອງ. ຜູ້ນໍາ ແລະ ຜູ້ເຮັດວຽກດັ່ງກ່າວແມ່ນລະເລີຍໃນໜ້າທີ່ຮັບຜິດຊອບຂອງຕົນ. ຖ້າບັນຫາການມີສ່ວນຮ່ວມໃນການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມເກີດຂຶ້ນໃນຄຣິສຕະຈັກ, ກໍ່ໃຫ້ເກີດການລົບກວນ ແລະ ຄວາມເສຍຫາຍທີ່ຮ້າຍແຮງຕໍ່ຊີວິດຄຣິສຕະຈັກ, ດ້ວຍເຫດນີ້ຈຶ່ງກໍ່ໃຫ້ເກີດຄວາມແຄ້ນໃຈ ແລະ ຄວາມລັງກຽດໃນຄົນສ່ວນໃຫຍ່, ຜູ້ນໍາ ແລະ ຜູ້ເຮັດວຽກກໍຕ້ອງກະທຳຢ່າງໄວວາ, ແຍກອອກ ຫຼື ສະລ້າງທັງສອງຝ່າຍອອກຕາມການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ຫຼັກການໃນການກຳຈັດຂອງຄຣິສຕະຈັກ. ພວກເຂົາບໍ່ຄວນປະຕິບັດຕົນເປັນ “ເຈົ້າໜ້າທີ່ຜູ້ຊອບທຳ” ທີ່ຕັດສິນຄະດີໃຫ້ຜູ້ທີ່ກ່ຽວຂ້ອງ ແລະ ຕັດສິນກ່ຽວກັບການຜິດຖຽງສ່ວນຕົວເຫຼົ່ານີ້, ພວກເຂົາບໍ່ຄວນຮັບຟັງຄົນເຫຼົ່ານີ້ເວົ້າຄຳເວົ້າໄຮ້ສາລະທີ່ຍຶດຍາວ ແລະ ໜ້າເບື່ອເພື່ອເບິ່ງວ່າໃຜຖືກ ແລະ ໃຜຜິດ, ໃຜຢູ່ໃນຝ່າຍຖືກ ແລະ ໃຜຢູ່ຝ່າຍຜິດ ແລະ ຫຼັງຈາກທີ່ຕັດສິນສິ່ງເຫຼົ່ານີ້ແລ້ວ, ກໍໃຫ້ຄົນຈຳນວນຫຼາຍຂຶ້ນດຳເນີນການສົນທະນາ ແລະ ໂອ້ລົມກ່ຽວກັບສິ່ງເຫຼົ່ານີ້, ເຊິ່ງນຳພາໃຫ້ຄົນຈຳນວນຫຼາຍຂຶ້ນມີຄວາມລັງກຽດ ແລະ ຄວາມກຽດຊັງໃນໃຈຂອງພວກເຂົາ. ສິ່ງນີ້ຈະເຮັດໃຫ້ເສຍເວລາທີ່ຜູ້ຄົນຄວນໃຊ້ໃນການກິນ, ດື່ມ ແລະ ໂອ້ລົມພຣະທຳຂອງພຣະເຈົ້າ. ສິ່ງນີ້ຍິ່ງເປັນການລະເລີຍໃນໜ້າທີ່ຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ຫຼັກການຂອງການປະຕິບັດນີ້ກໍບໍ່ຖືກຕ້ອງ. ຖ້າຝ່າຍທີ່ຖືກຈຳກັດກັບໃຈໃນບາງຈຸດ ແລະ ບໍ່ໃຊ້ເວລາໃນການເຕົ້າໂຮມດ້ວຍການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມອີກຕໍ່ໄປ, ແລ້ວການແຍກອອກທີ່ບັງຄັບໃຊ້ກັບພວກເຂົາກໍສາມາດຍົກເລີກໄດ້. ຖ້າພວກເຂົາຖືກສະລ້າງອອກໃນຖານະຄົນຊົ່ວຊ້າ ແລະ ມີຄົນອ້າງວ່າພວກເຂົາໄດ້ປ່ຽນແປງໄປໃນທາງທີ່ດີຂຶ້ນ, ມັນກໍຈຳເປັນທີ່ຈະຕ້ອງເບິ່ງວ່າພວກເຂົາສະແດງອອກເຖິງການກັບໃຈທີ່ແທ້ຈິງ ຫຼື ບໍ່ ແລະ ຕ້ອງສະແຫວງຫາຄວາມຄິດເຫັນຂອງຄົນສ່ວນໃຫຍ່ກ່ຽວກັບເລື່ອງນີ້. ເຖິງແມ່ນວ່າພວກເຂົາຈະຖືກຮັບກັບຄືນມາ, ພວກເຂົາກໍຕ້ອງຖືກຕິດຕາມຢ່າງໃກ້ຊິດ ແລະ ເວລາໃນການເວົ້າຂອງພວກເຂົາກໍຕ້ອງຖືກຈຳກັດຢ່າງເຂັ້ມງວດ ແລະ ຕໍ່ມາພວກເຂົາກໍຄວນຖືກຈັດການຕາມຄວາມເໝາະສົມໂດຍອີງໃສ່ການສະແດງອອກຂອງພວກເຂົາ. ສິ່ງເຫຼົ່ານີ້ຄືຫຼັກການທີ່ຜູ້ນໍາ ແລະ ຜູ້ເຮັດວຽກຂອງຄຣິສຕະຈັກຄວນເຂົ້າໃຈ ແລະ ໃສ່ໃຈ. ແນ່ນອນ, ການຈັດການເລື່ອງນີ້ບໍ່ສາມາດອີງໃສ່ການສົມມຸດຕິຖານຕາມອຳເພີໃຈ; ຕ້ອງມີລັກສະນະຂອງການກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ການໂຈມຕີເຊິ່ງກັນແລະກັນຂອງທັງສອງຝ່າຍ. ບໍ່ຄວນຫ້າມຜູ້ຄົນບໍ່ໃຫ້ເວົ້າ ແລະ ແຍກພວກເຂົາອອກພຽງເພາະວ່າໜຶ່ງໃນພວກເຂົາເວົ້າບາງຢ່າງທີ່ທຳຮ້າຍອີກຝ່າຍໜຶ່ງຊົ່ວໄລຍະໜຶ່ງ ແລະ ຄົນຜູ້ນັ້ນກໍຕອບໂຕ້ດ້ວຍຄຳເຫັນຂອງຕົນເອງ. ການຈັດການກັບຜູ້ຄົນໃນລັກສະນະນັ້ນບໍ່ສອດຄ່ອງກັບຫຼັກການແທ້ໆ! ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງກຳແໜ້ນຫຼັກການຢ່າງເໝາະສົມ, ຮັບປະກັນວ່າຄົນສ່ວນໃຫຍ່ເຫັນດີວ່າການກະທຳຂອງພວກເຂົາສອດຄ່ອງກັບຫຼັກການ, ແທນທີ່ຈະເຮັດຕາມອຳເພີໃຈໃນການເຮັດສິ່ງທີ່ບໍ່ດີ ຫຼື ເວົ້າເກີນຈິງເຖິງຄວາມຮ້າຍແຮງຂອງບັນຫາໃຫ້ຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້. ເມື່ອເວົ້າເຖິງວຽກງານດ້ານນີ້, ໃນດ້ານໜຶ່ງ, ຄົນສ່ວນໃຫຍ່ຕ້ອງຮຽນຮູ້ທີ່ຈະແຍກແຍະສິ່ງທີ່ປະກອບເປັນການໂຈມຕີ ແລະ ໃນອີກດ້ານໜຶ່ງ, ຜູ້ນໍາ ແລະ ຜູ້ເຮັດວຽກຂອງຄຣິສຕະຈັກກໍຕ້ອງຮູ້ຈັກຫຼັກການທີ່ຄວນກຳແໜ້ນ ແລະ ຄວາມຮັບຜິດຊອບທີ່ຄວນເຮັດໃຫ້ສຳເລັດໃນການປະຕິບັດວຽກງານນີ້.

4). ການກ່າວໂທດຄົນຕາມອຳເພີໃຈ

ການໂຈມຕີເຊິ່ງກັນແລະກັນຍັງມີການສະແດງອອກອີກຢ່າງໜຶ່ງ. ບາງຄົນຮູ້ຄຳສັບຝ່າຍວິນຍານບາງຄຳ ແລະ ພວກເຂົາກໍໃຊ້ຄຳສັບເຫຼົ່ານັ້ນໃນຄຳເວົ້າຂອງພວກເຂົາຢູ່ສະເໝີ, ເຊັ່ນ: “ມານຮ້າຍ”, “ຊາຕານ”, “ບໍ່ປະຕິບັດຄວາມຈິງ”, “ບໍ່ຮັກຄວາມຈິງ”, “ຟາຣີຊາຍ” ແລະ ອື່ນໆ, ພວກເຂົາໃຊ້ຄຳສັບເຫຼົ່ານີ້ເພື່ອກ່າວໂທດຄົນບາງຄົນຕາມອຳເພີໃຈ. ສິ່ງນີ້ບໍ່ໄດ້ມີລັກສະນະຂອງການໂຈມຕີໜ້ອຍໜຶ່ງບໍ? ກ່ອນໜ້ານີ້, ມີຄົນຜູ້ໜຶ່ງທີ່ຕ້ອງການດ່າທຸກຄົນທີ່ບໍ່ປະຕິບັດຕາມຄວາມປາຖະໜາຂອງລາວ ເມື່ອລາວພົວພັນກັບອ້າຍເອື້ອຍນ້ອງ. ແຕ່ລາວຄິດໃນໃຈວ່າ: “ຕອນນີ້ຂ້ອຍເຊື່ອໃນພຣະເຈົ້າແລ້ວ, ການດ່າຄົນເບິ່ງຄືວ່າບໍ່ເໝາະສົມ. ມັນເຮັດໃຫ້ຂ້ອຍເບິ່ງຄືວ່າບໍ່ສົມກັບຄວາມເປັນໄພ່ພົນ. ຂ້ອຍບໍ່ສາມາດດ່າ ຫຼື ໃຊ້ຄຳຫຍາບຄາຍໄດ້, ແຕ່ຖ້າຂ້ອຍບໍ່ດ່າ, ຂ້ອຍກໍຈະຮູ້ສຶກບໍ່ສະບາຍໃຈ, ຂ້ອຍຈະບໍ່ສາມາດລະບາຍຄວາມຄຽດແຄ້ນຂອງຂ້ອຍໄດ້, ຂ້ອຍຕ້ອງການຈະດ່າຄົນຢູ່ສະເໝີ. ແລ້ວຂ້ອຍຄວນດ່າພວກເຂົາແນວໃດດີ?” ດັ່ງນັ້ນ ລາວຈຶ່ງຄິດຄົ້ນຄຳສັບໃໝ່ຂຶ້ນມາ. ໃຜກໍຕາມທີ່ເຮັດໃຫ້ລາວຜິດໃຈ, ເຮັດໃຫ້ລາວເຈັບປວດຜ່ານການກະທຳຂອງພວກເຂົາ ຫຼື ບໍ່ຟັງລາວ, ກໍຈະຖືກລາວດ່າແບບນີ້: “ມານຮ້າຍທີ່ຊົ່ວຮ້າຍ!” “ເຈົ້າຄືມານຮ້າຍທີ່ຊົ່ວຮ້າຍ!” “ໃຜຜູ້ນັ້ນຜູ້ນີ້ກໍຄືມານຮ້າຍທີ່ຊົ່ວຮ້າຍ!”. ລາວໄດ້ຕື່ມຄຳວ່າ “ຊົ່ວຮ້າຍ” ໃສ່ທາງຫຼັງຄຳວ່າ “ມານຮ້າຍ”, ເປັນຄຳເວົ້າທີ່ບໍ່ເຄີຍມີໃຜໄດ້ຍິນມາກ່ອນເລີຍ. ມັນຂ້ອນຂ້າງແປກໃໝ່, ແມ່ນບໍ່? ອ້າຍເອື້ອຍນ້ອງຖືກລາວດ່າວ່າເປັນ “ມານຮ້າຍທີ່່ຊົ່ວຮ້າຍ” ແບບຊະຊາຍ, ໃຜແດ່ຈະຮູ້ສຶກສະບາຍໃຈທີ່ໄດ້ຍິນແບບນັ້ນ? ຕົວຢ່າງ: ຖ້າລາວຂໍໃຫ້ອ້າຍ ຫຼື ເອື້ອຍຄົນໜຶ່ງຖອກນໍ້າໃຫ້ລາວຈອກໜຶ່ງ ແລະ ຄົນຜູ້ນັ້ນກຳລັງຫຍຸ້ງຢູ່ ແລະ ບອກໃຫ້ລາວໄປເຮັດເອງ, ລາວກໍຈະດ່າລາວວ່າ: “ເຈົ້າຄືມານຮ້າຍທີ່ຊົ່ວຮ້າຍ!”. ຖ້າລາວກັບມາຈາກການເຕົ້າໂຮມ ແລະ ເຫັນວ່າອາຫານຂອງລາວຍັງບໍ່ທັນໄດ້ກຽມໄວ້, ລາວກໍຈະໃຈຮ້າຍ: “ພວກເຈົ້າຄືມານຮ້າຍທີ່ຊົ່ວຮ້າຍ, ພວກເຈົ້າທຸກຄົນຂີ້ຄ້ານຫຼາຍ. ຂ້ອຍອອກໄປເຮັດໜ້າທີ່ຂອງຂ້ອຍ ແລະ ເມື່ອກັບມາກໍບໍ່ມີແມ່ນແຕ່ອາຫານທີ່ກຽມພ້ອມໄວ້ໃຫ້ຂ້ອຍ!” ໃຜກໍຕາມທີ່ພົວພັນກັບລາວອາດຈະຖືກດ່າວ່າເປັນ “ມານຮ້າຍທີ່ຊົ່ວຮ້າຍ”. ຄົນປະເພດນີ້ແມ່ນຄົນແບບໃດ? (ຄົນຊົ່ວຊ້າ.) ລາວຊົ່ວຊ້າແນວໃດ? ໃນສາຍຕາຂອງລາວ, ໃຜກໍຕາມທີ່ເຮັດໃຫ້ລາວຜິດໃຈ ຫຼື ບໍ່ເຮັດຕາມຄວາມປາຖະໜາຂອງລາວ ກໍຄືມານຮ້າຍທີ່ຊົ່ວຮ້າຍ, ຕົວລາວເອງບໍ່ແມ່ນ, ແຕ່ຄົນອື່ນທຸກຄົນແມ່ນ. ລາວມີພື້ນຖານໃດໆບໍ່ໃນການເວົ້າແບບນີ້? ບໍ່ມີເລີຍ; ລາວພຽງແຕ່ເລືອກຄຳສັບໃດໜຶ່ງຕາມອຳເພີໃຈເພື່ອດ່າຜູ້ຄົນ ເຊິ່ງຈະຊ່ວຍໃຫ້ລາວສາມາດລະບາຍຄວາມຄຽດແຄ້ນ ແລະ ອາລົມຂອງລາວໄດ້. ລາວເຊື່ອວ່າຖ້າລາວດ່າຄົນໃດໜຶ່ງແທ້ໆ, ຄົນອື່ນກໍຈະເວົ້າວ່າລາວເບິ່ງຄືວ່າບໍ່ແມ່ນຜູ້ທີ່ເຊື່ອໃນພຣະເຈົ້າ, ແຕ່ລາວຄິດວ່າຖ້າລາວເອີ້ນຄົນໃດໜຶ່ງວ່າມານຮ້າຍ, ນັ້ນກໍບໍ່ແມ່ນການດ່າ ແລະ ມັນຄວນຈະເບິ່ງສົມເຫດສົມຜົນໃນສາຍຕາຄົນອື່ນ, ເປັນການຕອບສະໜອງຄວາມປາຖະໜາຂອງຕົນເອງ ໃນຂະນະທີ່ບໍ່ເຫຼືອຊ່ອງຫວ່າງໃຫ້ຄົນອື່ນຊອກຫາຄວາມຜິດກັບລາວໄດ້. ຄົນປະເພດນີ້ທັງເຈົ້າເລ້ ແລະ ກໍຂ້ອນຂ້າງຊົ່ວຊ້າ, ລາວໃຊ້ພາສາທີ່ມຸ່ງຮ້າຍທີ່ສຸດ, ເປັນພາສາທີ່ເຮັດໃຫ້ຄົນບໍ່ມີທາງຕອບໂຕ້ໄດ້, ເພື່ອແກ້ແຄ້ນ ແລະ ກ່າວໂທດພວກເຂົາ ແລະ ເຖິງຢ່າງນັ້ນ ຜູ້ຄົນກໍບໍ່ສາມາດກ່າວຫາລາວວ່າດ່າ ຫຼື ເວົ້າຈາໄຮ້ເຫດຜົນໄດ້. ເມື່ອຜະເຊີນໜ້າກັບຄົນປະເພດນີ້, ຄົນສ່ວນໃຫຍ່ຈະຫຼີກລ່ຽງລາວ ຫຼື ເຂົ້າໃກ້ລາວ? (ພວກເຂົາຈະຫຼີກລ່ຽງລາວ.) ເປັນຫຍັງ? ພວກເຂົາບໍ່ສາມາດໄປຫາເລື່ອງກັບລາວໄດ້, ສະນັ້ນພວກເຂົາຈຶ່ງເຮັດໄດ້ແຕ່ຫຼີກລ່ຽງລາວເທົ່ານັ້ນ. ນີ້ຄືສິ່ງທີ່ຄົນສະຫຼາດຈະເຮັດ.

ປະກົດການຂອງການທີ່ຄົນໃດໜຶ່ງຖືກກ່າວໂທດ, ຕິດປ້າຍ ແລະ ທໍລະມານຕາມອຳເພີໃຈເກີດຂຶ້ນເລື້ອຍໆໃນທຸກຄຣິສຕະຈັກ. ຕົວຢ່າງ: ບາງຄົນມີອະຄະຕິຕໍ່ຜູ້ນໍາ ຫຼື ຜູ້ເຮັດວຽກຄົນໃດໜຶ່ງ ແລະ ເພື່ອທີ່ຈະແກ້ແຄ້ນ, ພວກເຂົາກໍເວົ້າເຖິງຄົນຜູ້ນັ້ນຢູ່ເບື້ອງຫຼັງ, ອ້າງຊື່ວ່າກຳລັງໂອ້ລົມຄວາມຈິງເພື່ອມາເປີດໂປງ ແລະ ໄຈ້ແຍກພວກເຂົາ. ເຈດຕະນາ ແລະ ຈຸດປະສົງທີ່ຢູ່ເບື້ອງຫຼັງການກະທຳດັ່ງກ່າວແມ່ນຜິດ. ຖ້າຄົນຜູ້ໜຶ່ງກຳລັງໂອ້ລົມຄວາມຈິງຢ່າງແທ້ຈິງເພື່ອເປັນປະຈັກພະຍານໃຫ້ແກ່ພຣະເຈົ້າ ແລະ ເພື່ອເປັນປະໂຫຍດແກ່ຄົນອື່ນ, ພວກເຂົາຄວນໂອ້ລົມກ່ຽວກັບປະສົບການທີ່ແທ້ຈິງຂອງຕົນເອງ ແລະ ນຳເອົາປະໂຫຍດມາໃຫ້ຄົນອື່ນໂດຍການໄຈ້ແຍກ ແລະ ຮູ້ຈັກຕົນເອງ. ການປະຕິບັດດັ່ງກ່າວຈະໃຫ້ຜົນໄດ້ຮັບທີ່ດີກວ່າ ແລະ ຜູ້ຄົນທີ່ພຣະເຈົ້າເລືອກກໍຈະເຫັນດີນຳ. ຖ້າການໂອ້ລົມຂອງຄົນຜູ້ໜຶ່ງເປີດໂປງ, ໂຈມຕີ ແລະ ດູຖູກຄົນອື່ນເພື່ອຄວາມພະຍາຍາມທີ່ຈະໂຈມຕີ ຫຼື ແກ້ແຄ້ນພວກເຂົາ, ແລ້ວເຈດຕະນາຂອງການໂອ້ລົມນັ້ນກໍຜິດ, ເປັນທີ່ກຽດຊັງຂອງພຣະເຈົ້າ ແລະ ບໍ່ເປັນການສ້າງສາອ້າຍເອື້ອຍນ້ອງ. ຖ້າເຈດຕະນາຂອງຄົນໃດໜຶ່ງຄືການກ່າວໂທດຄົນອື່ນ ຫຼື ທໍລະມານພວກເຂົາ, ແລ້ວພວກເຂົາກໍຄືຄົນຊົ່ວຊ້າ ແລະ ພວກເຂົາກຳລັງເຮັດຄວາມຊົ່ວ. ຜູ້ຄົນທີ່ພຣະເຈົ້າເລືອກທຸກຄົນຄວນມີການແຍກແຍະເມື່ອເວົ້າເຖິງຄົນຊົ່ວຊ້າ. ຖ້າຄົນໃດໜຶ່ງຕັ້ງໃຈໂຈມຕີ, ເປີດໂປງ ຫຼື ດູຖູກຄົນອື່ນ, ແລ້ວພວກເຂົາກໍຄວນໄດ້ຮັບການຊ່ວຍເຫຼືອດ້ວຍຄວາມຮັກ, ໂອ້ລົມນຳ ແລະ ຖືກໄຈ້ແຍກ ຫຼື ຖືກລິຮານ. ຖ້າພວກເຂົາບໍ່ສາມາດຍອມຮັບຄວາມຈິງໄດ້ ແລະ ປະຕິເສດທີ່ຈະແກ້ໄຂແນວທາງຂອງຕົນເອງຢ່າງດື້ດ້ານ, ແລ້ວນີ້ກໍເປັນເລື່ອງທີ່ແຕກຕ່າງກັນຢ່າງສິ້ນເຊີງ. ເມື່ອເວົ້າເຖິງຄົນຊົ່ວຊ້າທີ່ມັກກ່າວໂທດ, ຕິດປ້າຍ ແລະ ທໍລະມານຄົນອື່ນຕາມອຳເພີໃຈ, ພວກເຂົາຄວນຖືກເປີດໂປງຢ່າງເຖິງຖອງ ເພື່ອໃຫ້ທຸກຄົນສາມາດຮຽນຮູ້ທີ່ຈະແຍກແຍະພວກເຂົາໄດ້ ແລະ ຈາກນັ້ນພວກເຂົາກໍຄວນຖືກຈຳກັດ ຫຼື ຂັບໄລ່ອອກຈາກຄຣິສຕະຈັກ. ສິ່ງນີ້ເປັນສິ່ງຈຳເປັນ, ເພາະຄົນປະເພດນີ້ລົບກວນຊີວິດຄຣິສຕະຈັກ ແລະ ວຽກງານຄຣິສຕະຈັກ ແລະ ພວກເຂົາມີແນວໂນ້ມທີ່ຈະນຳພາຜູ້ຄົນຢ່າງຜິດໆ ແລະ ນຳຄວາມສັບສົນວຸ້ນວາຍມາສູ່ຄຣິສຕະຈັກ. ໂດຍສະເພາະແມ່ນ, ຄົນຊົ່ວຊ້າບາງຄົນມັກຈະໂຈມຕີ ແລະ ກ່າວໂທດຄົນອື່ນ, ພຽງເພື່ອບັນລຸຈຸດປະສົງຂອງພວກເຂົາໃນການອວດອ້າງຕົນເອງ ແລະ ເຮັດໃຫ້ຄົນອື່ນເຄົາລົບນັບຖືພວກເຂົາ. ຄົນຊົ່ວຊ້າເຫຼົ່ານີ້ມັກຈະໃຊ້ໂອກາດຂອງການໂອ້ລົມຄວາມຈິງໃນການເຕົ້າໂຮມ ເພື່ອເປີດໂປງ, ໄຈ້ແຍກ ແລະ ກົດຂີ່ຄົນອື່ນທາງອ້ອມ. ພວກເຂົາເຖິງກັບໃຫ້ເຫດຜົນແກ່ການກະທຳນີ້ໂດຍການເວົ້າວ່າ ພວກເຂົາກຳລັງເຮັດເພື່ອຊ່ວຍເຫຼືອຜູ້ຄົນ ແລະ ເພື່ອແກ້ໄຂບັນຫາທີ່ມີຢູ່ໃນຄຣິສຕະຈັກ ແລະ ໃຊ້ຂໍ້ອ້າງເຫຼົ່ານີ້ເປັນສິ່ງປົກປິດເພື່ອບັນລຸຈຸດປະສົງຂອງພວກເຂົາ. ພວກເຂົາຄືຄົນປະເພດທີ່ໂຈມຕີ ແລະ ທໍລະມານຄົນອື່ນ ແລະ ພວກເຂົາທຸກຄົນກໍຄືຄົນຊົ່ວຊ້າຢ່າງຊັດເຈນ. ທຸກຄົນທີ່ໂຈມຕີ ແລະ ກ່າວໂທດຄົນທີ່ສະແຫວງຫາຄວາມຈິງແມ່ນໂຫດຮ້າຍທີ່ສຸດ ແລະ ມີພຽງແຕ່ຜູ້ທີ່ເປີດໂປງ ແລະ ໄຈ້ແຍກຄົນຊົ່ວຊ້າເພື່ອປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າເທົ່ານັ້ນທີ່ມີຄວາມຮູ້ສຶກຍຸຕິທຳ ແລະ ເປັນທີ່ຮັບຮອງຈາກພຣະເຈົ້າ. ຄົນຊົ່ວຊ້າມັກຈະເຈົ້າເລ້ຫຼາຍໃນການເຮັດຄວາມຊົ່ວຂອງພວກເຂົາ; ພວກເຂົາທຸກຄົນລ້ວນແຕ່ຊຳນານໃນການໃຊ້ຫຼັກຄຳສອນເພື່ອຫາເຫດຜົນໃຫ້ຕົນເອງ ແລະ ບັນລຸຈຸດປະສົງຂອງພວກເຂົາໃນການນຳພາຄົນອື່ນຢ່າງຜິດໆ. ຖ້າຜູ້ຄົນພຣະເຈົ້າເລືອກບໍ່ມີການແຍກແຍະຕໍ່ພວກເຂົາ ແລະ ບໍ່ສາມາດຈຳກັດຄົນຊົ່ວຊ້າເຫຼົ່ານີ້ໄດ້, ຊີວິດຄຣິສຕະຈັກ ແລະ ວຽກງານຂອງຄຣິສຕະຈັກກໍຈະຕົກຢູ່ໃນສະພາບທີ່ສັບສົນວຸ້ນວາຍຢ່າງສິ້ນເຊີງ ຫຼື ອາດເຖິງຂັ້ນໂກລາຫົນໄດ້. ເມື່ອຄົນຊົ່ວຊ້າໂອ້ລົມກ່ຽວກັບບັນຫາ ແລະ ໄຈ້ແຍກພວກມັນ, ພວກເຂົາກໍມີເຈດຕະນາ ແລະ ຈຸດປະສົງຢູ່ສະເໝີ ແລະ ມັນກໍແນໃສ່ຜູ້ໃດຜູ້ໜຶ່ງຢູ່ສະເໝີ. ພວກເຂົາບໍ່ໄດ້ກຳລັງໄຈ້ແຍກ ຫຼື ຮູ້ຈັກຕົນເອງ, ທັງບໍ່ໄດ້ເປີດເຜີຍຕົວຕົນເພື່ອແກ້ໄຂບັນຫາຂອງຕົນເອງ, ແທນທີ່ຈະເປັນແນວນັ້ນ, ພວກເຂົາກຳລັງສວຍໂອກາດເພື່ອເປີດໂປງ, ໄຈ້ແຍກ ແລະ ໂຈມຕີຄົນອື່ນ. ພວກເຂົາມັກຈະສວຍໃຊ້ການໂອ້ລົມຄວາມຮູ້ກ່ຽວກັບຕົນເອງເພື່ອໄຈ້ແຍກ ແລະ ກ່າວໂທດຄົນອື່ນ ແລະ ໂດຍຜ່ານວິທີການໂອ້ລົມພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ, ພວກເຂົາກໍເປີດໂປງ, ດູຖູກ ແລະ ໃສ່ຮ້າຍປ້າຍສີຜູ້ຄົນ. ພວກເຂົາຮູ້ສຶກເບື່ອໜ່າຍ ແລະ ກຽດຊັງຕໍ່ຜູ້ທີ່ສະແຫວງຫາຄວາມຈິງເປັນພິເສດ, ຜູ້ທີ່ແບກຮັບພາລະສຳລັບວຽກງານຂອງຄຣິສຕະຈັກ ແລະ ຜູ້ທີ່ມັກຈະເຮັດໜ້າທີ່ຂອງພວກເຂົາ. ຄົນຊົ່ວຊ້າຈະໃຊ້ເຫດຜົນ ແລະ ຂໍ້ອ້າງທຸກປະເພດເພື່ອໂຈມຕີກຳລັງໃຈຂອງຄົນເຫຼົ່ານີ້ ແລະ ຂັດຂວາງພວກເຂົາຈາກການດຳເນີນວຽກງານຄຣິສຕະຈັກ. ສ່ວນໜຶ່ງຂອງສິ່ງທີ່ພວກເຂົາຮູ້ສຶກຕໍ່ຄົນເຫຼົ່ານັ້ນກໍຄືຄວາມອິດສາ ແລະ ຄວາມກຽດຊັງ; ອີກສ່ວນໜຶ່ງກໍຄືຄວາມຢ້ານກົວວ່າຄົນເຫຼົ່ານີ້, ໂດຍການລຸກຂຶ້ນເຮັດວຽກ, ຈະເປັນໄພຂົ່ມຂູ່ຕໍ່ຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຂອງພວກເຂົາ. ດັ່ງນັ້ນ, ພວກເຂົາຈຶ່ງກະຕືລືລົ້ນທີ່ຈະພະຍາຍາມທຸກວິທີທາງທີ່ເປັນໄປໄດ້ເພື່ອເຕືອນ, ກົດຂີ່ ແລະ ຈຳກັດພວກເຂົາ, ແມ່ນແຕ່ເຖິງຂັ້ນເກັບກຳຂໍ້ມູນເພື່ອໃສ່ຮ້າຍປ້າຍສີພວກເຂົາ ແລະ ບິດເບືອນຄວາມຈິງເພື່ອທີ່ຈະກ່າວໂທດພວກເຂົາ. ສິ່ງນີ້ເປີດເຜີຍຢ່າງສົມບູນວ່າ ອຸປະນິໄສຂອງຄົນຊົ່ວຊ້າເຫຼົ່ານີ້ຄືອຸປະນິໄສທີ່ກຽດຊັງຄວາມຈິງ ແລະ ສິ່ງທີ່ເປັນບວກ. ພວກເຂົາມີຄວາມກຽດຊັງເປັນພິເສດຕໍ່ຜູ້ທີ່ສະແຫວງຫາຄວາມຈິງ ແລະ ຮັກສິ່ງທີ່ເປັນບວກ ແລະ ຕໍ່ຜູ້ທີ່ຂ້ອນຂ້າງບໍ່ມີເລ່ຫຼ່ຽມ, ສຸພາບຮຽບຮ້ອຍ ແລະ ຊື່ຕົງ. ພວກເຂົາອາດຈະບໍ່ເວົ້າອອກມາ, ແຕ່ນີ້ຄືແນວຄິດທີ່ພວກເຂົາມີ. ແລ້ວເປັນຫຍັງພວກເຂົາຈຶ່ງຕັ້ງເປົ້າໃສ່ຜູ້ສະແຫວງຫາຄວາມຈິງ ແລະ ຄົນທີ່ສຸພາບ ແລະ ຊື່ຕົງໂດຍສະເພາະ ເພື່ອເປີດໂປງ, ດູຖູກ, ກົດຂີ່ ແລະ ກີດກັນ? ນີ້ຄືຄວາມພະຍາຍາມຢ່າງຊັດເຈນໃນສ່ວນຂອງພວກເຂົາທີ່ຈະໂຄ່ນລົ້ມ ແລະ ທຳລາຍຄົນດີ ແລະ ຜູ້ທີ່ສະແຫວງຫາຄວາມຈິງ, ເພື່ອຢຽບຢໍ່າພວກເຂົາໄວ້ໃຕ້ຕີນ ເພື່ອທີ່ພວກເຂົາຈະສາມາດຄວບຄຸມຄຣິສຕະຈັກໄດ້. ບາງຄົນບໍ່ເຊື່ອວ່ານີ້ເປັນເຊັ່ນນັ້ນ. ສຳລັບພວກເຂົາ, ຂ້ານ້ອຍຂໍຖາມຄຳຖາມໜຶ່ງ: ເມື່ອໂອ້ລົມຄວາມຈິງ, ເປັນຫຍັງຄົນຊົ່ວຊ້າເຫຼົ່ານີ້ຈຶ່ງບໍ່ເປີດໂປງ ຫຼື ໄຈ້ແຍກຕົນເອງ ແລະ ຕັ້ງເປົ້າໃສ່ ແລະ ເປີດໂປງຄົນອື່ນຢູ່ສະເໝີ? ມັນອາດຈະເປັນໄປໄດ້ແທ້ບໍທີ່ພວກເຂົາບໍ່ໄດ້ເປີດເຜີຍຄວາມເສື່ອມຊາມ ຫຼື ວ່າພວກເຂົາບໍ່ມີອຸປະນິໄສທີ່ເສື່ອມຊາມ? ບໍ່ແມ່ນຢ່າງແນ່ນອນ. ແລ້ວເປັນຫຍັງພວກເຂົາຈຶ່ງຍັງຢືນຢັນທີ່ຈະຕັ້ງເປົ້າໃສ່ຄົນອື່ນເພື່ອເປີດໂປງ ແລະ ໄຈ້ແຍກ? ພວກເຂົາກຳລັງພະຍາຍາມບັນລຸສິ່ງໃດກັນແທ້? ຄຳຖາມນີ້ຮຽກຮ້ອງໃຫ້ມີການຄິດຢ່າງເລິກເຊິ່ງ. ຄົນເຮົາກຳລັງເຮັດຕາມທີ່ຄວນເຮັດ ຖ້າພວກເຂົາເປີດໂປງການກະທຳທີ່ຊົ່ວຊ້າຂອງຄົນຊົ່ວຊ້າທີ່ລົບກວນຄຣິສຕະຈັກ. ແຕ່ແທນທີ່ຈະເປັນແນວນັ້ນ ຄົນເຫຼົ່ານີ້ພັດກຳລັງເປີດໂປງ ແລະ ທໍລະມານຄົນດີ, ພາຍໃຕ້ຂໍ້ອ້າງຂອງການໂອ້ລົມຄວາມຈິງ. ເຈດຕະນາ ແລະ ຈຸດປະສົງຂອງພວກເຂົາແມ່ນຫຍັງ? ພວກເຂົາຄຽດແຄ້ນຍ້ອນພວກເຂົາເຫັນວ່າພຣະເຈົ້າຊ່ວຍຄົນດີໃຫ້ລອດພົ້ນບໍ? ນັ້ນຄືສິ່ງທີ່ມັນເປັນແທ້ໆ. ພຣະເຈົ້າບໍ່ໄດ້ຊ່ວຍຄົນຊົ່ວຊ້າໃຫ້ລອດພົ້ນ, ສະນັ້ນ ຄົນຊົ່ວຊ້າຈຶ່ງກຽດຊັງພຣະເຈົ້າ ແລະ ຄົນດີ, ນີ້ເປັນເລື່ອງທຳມະຊາດທັງໝົດ. ຄົນຊົ່ວຊ້າບໍ່ຍອມຮັບ ຫຼື ສະແຫວງຫາຄວາມຈິງ; ພວກເຂົາເອງບໍ່ສາມາດລອດພົ້ນໄດ້, ແຕ່ພວກເຂົາພັດທໍລະມານຄົນດີເຫຼົ່ານັ້ນທີ່ສະແຫວງຫາຄວາມຈິງ ແລະ ສາມາດໄດ້ຮັບຄວາມລອດພົ້ນ. ບັນຫາຢູ່ທີ່ນີ້ແມ່ນຫຍັງ? ຖ້າຄົນເຫຼົ່ານີ້ມີຄວາມຮູ້ກ່ຽວກັບຕົນເອງ ແລະ ຄວາມຈິງ, ພວກເຂົາກໍສາມາດເປີດເຜີຍ ແລະ ໂອ້ລົມໄດ້, ແຕ່ພວກເຂົາພັດຕັ້ງເປົ້າໃສ່ ແລະ ຍຸແຍ່ຄົນອື່ນຢູ່ສະເໝີ, ພວກເຂົາມີແນວໂນ້ມທີ່ຈະໂຈມຕີຄົນອື່ນຢູ່ສະເໝີ ແລະ ພວກເຂົາກໍຕັ້ງຜູ້ທີ່ສະແຫວງຫາຄວາມຈິງເປັນສັດຕູໃນຈິນຕະນາການຂອງພວກເຂົາຢູ່ສະເໝີ. ສິ່ງເຫຼົ່ານີ້ຄືຂອງຄົນຊົ່ວຊ້າ. ຜູ້ທີ່ສາມາດເຮັດຄວາມຊົ່ວດັ່ງກ່າວໄດ້ກໍຄືມານຮ້າຍ ແລະ ຊາຕານທີ່ແທ້ຈິງ, ຄືພວກຕໍ່ຕ້ານພຣະຄຣິດທີ່ແທ້ຈິງ, ຜູ້ທີ່ຄວນຖືກຈຳກັດ ແລະ ຖ້າພວກເຂົາເຮັດຄວາມຊົ່ວຢ່າງຫຼວງຫຼາຍ, ພວກເຂົາກໍຕ້ອງຖືກຈັດການໂດຍທັນທີ, ຂັບໄລ່ພວກເຂົາອອກຈາກຄຣິສຕະຈັກ. ທຸກຄົນທີ່ໂຈມຕີ ແລະ ກີດກັນຄົນດີກໍຄືຜູ້ສ້າງຄວາມເດືອດຮ້ອນໃຫ້ກັບກຸ່ມ. ເປັນຫຍັງຂ້ານ້ອຍຈຶ່ງເອີ້ນພວກເຂົາວ່າ ຜູ້ສ້າງຄວາມເດືອດຮ້ອນໃຫ້ກັບກຸ່ມ? ເພາະວ່າພວກເຂົາມີແນວໂນ້ມທີ່ຈະກໍ່ໃຫ້ເກີດການຂັດແຍ້ງທີ່ບໍ່ຈຳເປັນໃນຄຣິສຕະຈັກ, ເຮັດໃຫ້ສະຖານະການຢູ່ທີ່ນັ້ນຮ້າຍແຮງຂຶ້ນເລື້ອຍໆ. ມື້ໜຶ່ງພວກເຂົາຕັ້ງເປົ້າໃສ່ຄົນໜຶ່ງ ແລະ ມື້ຕໍ່ມາພວກເຂົາກໍຕັ້ງເປົ້າໃສ່ອີກຄົນໜຶ່ງ ແລະ ພວກເຂົາກໍແນໃສ່ຄົນອື່ນຢູ່ສະເໝີ, ແນໃສ່ຜູ້ທີ່ຮັກ ແລະ ສະແຫວງຫາຄວາມຈິງ. ສິ່ງນີ້ມີແນວໂນ້ມທີ່ຈະລົບກວນຊີວິດຄຣິສຕະຈັກ ແລະ ສົ່ງຜົນກະທົບຕໍ່ການກິນ ແລະ ດື່ມພຣະທຳຂອງພຣະເຈົ້າຕາມປົກກະຕິຂອງຜູ້ຄົນທີ່ພຣະເຈົ້າເລືອກ, ພ້ອມທັງການໂອ້ລົມຄວາມຈິງຕາມປົກກະຕິຂອງພວກເຂົາ. ຄົນຊົ່ວຊ້າເຫຼົ່ານີ້ມັກຈະສວຍໃຊ້ການດຳລົງຊີວິດຄຣິສຕະຈັກເພື່ອໂຈມຕີຄົນອື່ນໃນນາມຂອງການໂອ້ລົມຄວາມຈິງ. ມີຄວາມເປັນປໍລະປັກໃນທຸກສິ່ງທີ່ພວກເຂົາເວົ້າ; ພວກເຂົາເວົ້າຄຳເວົ້າທີ່ຍຸແຍ່ເພື່ອໂຈມຕີ ແລະ ກ່າວໂທດຜູ້ທີ່ສະແຫວງຫາຄວາມຈິງ ແລະ ຜູ້ທີ່ເສຍສະລະຕົນເອງເພື່ອພຣະເຈົ້າ. ຜົນສະທ້ອນຂອງສິ່ງນີ້ຈະເປັນແນວໃດ? ມັນຈະຂັດຂວາງ ແລະ ລົບກວນຊີວິດຂອງຄຣິສຕະຈັກ ແລະ ເຮັດໃຫ້ຜູ້ຄົນບໍ່ສະບາຍໃຈ ແລະ ບໍ່ສາມາດສະຫງົບຢູ່ຕໍ່ໜ້າພຣະເຈົ້າໄດ້. ໂດຍສະເພາະຢ່າງຍິ່ງ, ສິ່ງທີ່ໄຮ້ສິນທຳທີ່ຄົນຊົ່ວຊ້າເຫຼົ່ານີ້ເວົ້າເພື່ອຕັດສິນ, ໂຈມຕີ ແລະ ເຮັດໃຫ້ຄົນອື່ນເຈັບປວດກໍສາມາດກໍ່ໃຫ້ເກີດການຕໍ່ຕ້ານ. ສິ່ງນີ້ບໍ່ໄດ້ຊ່ວຍໃນການແກ້ໄຂບັນຫາ; ໃນທາງກົງກັນຂ້າມ, ມັນປຸກປັ່ນຄວາມຢ້ານກົວ ແລະ ຄວາມກັງວົນໃນຄຣິສຕະຈັກ ແລະ ເຮັດໃຫ້ຄວາມສຳພັນລະຫວ່າງຜູ້ຄົນເຄັ່ງຕຶງ, ນຳໄປສູ່ການພັດທະນາຄວາມເຄັ່ງຕຶງລະຫວ່າງພວກເຂົາ ແລະ ເຮັດໃຫ້ພວກເຂົາຂັດແຍ້ງກັນ. ພຶດຕິກຳຂອງຄົນເຫຼົ່ານີ້ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ຊີວິດຄຣິສຕະຈັກ, ແຕ່ຍັງກໍ່ໃຫ້ເກີດຄວາມຂັດແຍ້ງໃນຄຣິສຕະຈັກອີກດ້ວຍ. ມັນແມ່ນແຕ່ສາມາດສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກໂດຍລວມ ແລະ ການເຜີຍແຜ່ພຣະກິດຕິຄຸນ. ສະນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຈຳເປັນຕ້ອງເຕືອນຄົນປະເພດນີ້ ແລະ ພວກເຂົາກໍຈຳເປັນຕ້ອງຈຳກັດ ແລະ ຈັດການກັບພວກເຂົາ. ໃນດ້ານໜຶ່ງ, ອ້າຍເອື້ອຍນ້ອງຕ້ອງວາງຂໍ້ຈຳກັດທີ່ເຂັ້ມງວດຕໍ່ຄົນຊົ່ວຊ້າເຫຼົ່ານີ້ທີ່ໂຈມຕີ ແລະ ກ່າວໂທດຄົນອື່ນເລື່ອຍໆ. ໃນອີກດ້ານໜຶ່ງ, ຜູ້ນໍາຄຣິສຕະຈັກຄວນເປີດໂປງ ແລະ ຢຸດຢັ້ງຜູ້ທີ່ໂຈມຕີ ແລະ ກ່າວໂທດຄົນອື່ນຕາມອຳເພີໃຈໂດຍທັນທີ ແລະ ຖ້າພວກເຂົາຍັງຄົງບໍ່ປ່ຽນແປງ, ກໍໃຫ້ກຳຈັດພວກເຂົາອອກຈາກຄຣິສຕະຈັກ. ຕ້ອງປ້ອງກັນບໍ່ໃຫ້ຄົນຊົ່ວຊ້າລົບກວນຊີວິດຂອງຄຣິສຕະຈັກໃນການເຕົ້າໂຮມ ແລະ ໃນເວລາດຽວກັນ, ຄົນເບົາປັນຍາກໍຄວນຖືກຈຳກັດບໍ່ໃຫ້ເວົ້າໃນລັກສະນະທີ່ສົ່ງຜົນກະທົບຕໍ່ຊີວິດຄຣິສຕະຈັກ. ຖ້າພົບເຫັນຄົນຊົ່ວຊ້າກຳລັງເຮັດຄວາມຊົ່ວ, ພວກເຂົາກໍຕ້ອງຖືກເປີດໂປງ. ພວກເຂົາຕ້ອງບໍ່ໄດ້ຮັບອະນຸຍາດໃຫ້ກະທຳຕາມອຳເພີໃຈ, ເຮັດຄວາມຊົ່ວຕາມທີ່ພວກເຂົາຕ້ອງການຢ່າງເດັດຂາດ. ສິ່ງນີ້ຈຳເປັນເພື່ອຮັກສາຊີວິດຄຣິສຕະຈັກທີ່ເປັນປົກກະຕິ ແລະ ຮັບປະກັນວ່າຜູ້ຄົນທີ່ພຣະເຈົ້າເລືອກສາມາດເຕົ້າໂຮມ, ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ໂອ້ລົມຄວາມຈິງໄດ້ຕາມປົກກະຕິ, ຊ່ວຍໃຫ້ພວກເຂົາສາມາດເຮັດໜ້າທີ່ຂອງຕົນໄດ້ຕາມປົກກະຕິ. ມີພຽງແຕ່ຕອນນັ້ນເທົ່ານັ້ນທີ່ຄວາມປະສົງຂອງພຣະເຈົ້າຈະສາມາດດຳເນີນໄປໃນຄຣິສຕະຈັກໄດ້ ແລະ ມີພຽງແຕ່ວິທີນີ້ເທົ່ານັ້ນທີ່ຜູ້ຄົນທີ່ພຣະອົງເລືອກຈຶ່ງສາມາດເຂົ້າໃຈຄວາມຈິງ, ເຂົ້າສູ່ຄວາມເປັນຈິງ ແລະ ໄດ້ຮັບພຣະພອນຂອງພຣະເຈົ້າ. ພວກເຈົ້າໄດ້ຄົ້ນພົບຄົນຊົ່ວຊ້າປະເພດນີ້ໃນຄຣິສຕະຈັກບໍ່? ພວກເຂົາມີຄວາມອິດສາກຽດຊັງຄົນດີຢູ່ສະເໝີ ແລະ ພວກເຂົາກໍຕັ້ງເປົ້າໃສ່ຄົນດີຢູ່ສະເໝີ. ມື້ນີ້ພວກເຂົາບໍ່ມັກຄົນດີຄົນໜຶ່ງ, ມື້ອື່ນກໍບໍ່ມັກອີກຄົນໜຶ່ງ; ພວກເຂົາສາມາດວິພາກວິຈານໃຜກໍໄດ້ ແລະ ຊອກຫາຂໍ້ບົກຜ່ອງຫຼາຍຢ່າງໃນຕົວພວກເຂົາ ແລະ ຍິ່ງໄປກວ່ານັ້ນ, ສິ່ງທີ່ພວກເຂົາເວົ້າກໍຟັງຄືວ່າມີພື້ນຖານທີ່ດີ ແລະ ສົມເຫດສົມຜົນ ແລະ ໃນທີ່ສຸດພວກເຂົາກໍກໍ່ໃຫ້ເກີດຄວາມໂກດແຄ້ນຢ່າງກວ້າງຂວາງ, ກາຍເປັນໄພອັນຕະລາຍຕໍ່ກຸ່ມ. ພວກເຂົາລົບກວນຄຣິສຕະຈັກຈົນເຖິງຂັ້ນທີ່ຈິດໃຈຂອງຜູ້ຄົນສັບສົນວຸ້ນວາຍ, ຫຼາຍຄົນກາຍເປັນຄົນຄິດລົບ ແລະ ອ່ອນແອ, ບໍ່ໄດ້ຮັບປະໂຫຍດ ຫຼື ການສ້າງສາຈາກການເຕົ້າໂຮມ ແລະ ບາງຄົນກໍເຖິງກັບສູນເສຍຄວາມປາຖະໜາທີ່ຈະເຂົ້າຮ່ວມການເຕົ້າໂຮມ. ຄົນຊົ່ວຊ້າດັ່ງກ່າວບໍ່ແມ່ນຜູ້ສ້າງຄວາມເດືອດຮ້ອນໃຫ້ກັບກຸ່ມບໍ? ຖ້າພວກເຂົາຍັງບໍ່ເຖິງລະດັບທີ່ຄວນຖືກກຳຈັດອອກ, ພວກເຂົາກໍຄວນຖືກແຍກອອກ ຫຼື ຖືກຈຳກັດ. ຕົວຢ່າງ: ໃນລະຫວ່າງການເຕົ້າໂຮມ, ໃຫ້ພວກເຂົານັ່ງຢູ່ບ່ອນທີ່ແຍກອອກຕ່າງຫາກເພື່ອປ້ອງກັນບໍ່ໃຫ້ພວກເຂົາສົ່ງອິດທິພົນຕໍ່ຄົນອື່ນ. ຖ້າພວກເຂົາຍັງຢືນຢັນທີ່ຈະຊອກຫາໂອກາດເວົ້າອອກມາ ແລະ ໂຈມຕີຜູ້ຄົນ, ພວກເຂົາກໍຄວນຖືກຈຳກັດ, ຫ້າມບໍ່ໃຫ້ເວົ້າສິ່ງທີ່ໄຮ້ປະໂຫຍດ. ຖ້າມັນເປັນໄປບໍ່ໄດ້ທີ່ຈະຈຳກັດພວກເຂົາ ແລະ ພວກເຂົາກຳລັງຈະລະເບີດອອກມາ ຫຼື ຕໍ່ຕ້ານ, ພວກເຂົາກໍຄວນຖືກກຳຈັດອອກໂດຍທັນທີ. ນັ້ນກໍຄື, ເມື່ອພວກເຂົາບໍ່ເຕັມໃຈທີ່ຈະຖືກຈຳກັດອີກຕໍ່ໄປ ແລະ ເວົ້າວ່າ, “ບົນພື້ນຖານໃດທີ່ເຈົ້າຈຳກັດການເວົ້າຂອງຂ້ອຍ? ເປັນຫຍັງຄົນອື່ນທຸກຄົນຈຶ່ງໄດ້ເວົ້າຫ້ານາທີ ແລະ ຂ້ອຍໄດ້ເວົ້າພຽງແຕ່ນາທີດຽວ?”, ເມື່ອພວກເຂົາຖາມຄຳຖາມເຫຼົ່ານີ້ຢູ່ເລື້ອຍໆ, ນັ້ນໝາຍຄວາມວ່າພວກເຂົາກຳລັງຈະຕໍ່ຕ້ານ. ເມື່ອພວກເຂົາກຳລັງຈະຕໍ່ຕ້ານ, ພວກເຂົາບໍ່ໄດ້ກຳລັງທ້າທາຍບໍ? ພວກເຂົາບໍ່ໄດ້ກຳລັງພະຍາຍາມກໍ່ບັນຫາ, ປຸກປັ່ນຄວາມບໍ່ສະຫງົບບໍ? ພວກເຂົາບໍ່ໄດ້ກຳລັງຈະລົບກວນຊີວິດຄຣິສຕະຈັກບໍ? ພວກເຂົາກຳລັງຈະເປີດເຜີຍວ່າພວກເຂົາເປັນໃຜແທ້; ເວລາທີ່ຈະຈັດການກັບພວກເຂົາໄດ້ມາເຖິງແລ້ວ, ພວກເຂົາຕ້ອງຖືກສະລ້າງອອກຢ່າງໄວວາ. ສິ່ງນີ້ສົມເຫດສົມຜົນບໍ? ແມ່ນແລ້ວ, ສົມເຫດສົມຜົນ. ການຮັບປະກັນວ່າຄົນສ່ວນໃຫຍ່ສາມາດດຳລົງຊີວິດຄຣິສຕະຈັກທີ່ເປັນປົກກະຕິໄດ້ນັ້ນບໍ່ແມ່ນເລື່ອງງ່າຍເລີຍ, ມີຄົນຊົ່ວຊ້າ, ວິນຍານຊົ່ວ, ຜີຮ້າຍທີ່ສົກກະປົກ ແລະ “ຜູ້ມີພອນສະຫວັນພິເສດ” ທຸກປະເພດທີ່ກຳລັງຊອກຫາທາງທຳລາຍສິ່ງຕ່າງໆ. ພວກເຮົາສາມາດບໍ່ຈຳກັດພວກເຂົາໄດ້ບໍ? “ຜູ້ມີພອນສະຫວັນພິເສດ” ບາງຄົນເລີ່ມດູຖູກ ແລະ ໂຈມຕີຄົນອື່ນທັນທີທີ່ພວກເຂົາອ້າປາກອອກ, ຖ້າເຈົ້າໃສ່ແວ່ນຕາ ຫຼື ຖ້າເຈົ້າບໍ່ມີຜົມຫຼາຍ, ພວກເຂົາກໍໂຈມຕີເຈົ້າ; ຖ້າເຈົ້າແບ່ງປັນຄຳພະຍານຈາກປະສົບການຂອງເຈົ້າໃນລະຫວ່າງການເຕົ້າໂຮມ ຫຼື ຖ້າເຈົ້າມີຄວາມຫ້າວຫັນ ແລະ ຮັບຜິດຊອບໃນການເຮັດໜ້າທີ່ຂອງເຈົ້າ, ພວກເຂົາກໍໂຈມຕີ ແລະ ຕັດສິນເຈົ້າ; ຖ້າເຈົ້າມີຄວາມເຊື່ອໃນພຣະເຈົ້າໃນລະຫວ່າງການລອງໃຈ, ຖ້າເຈົ້າອ່ອນແອ ຫຼື ຖ້າເຈົ້າເອົາຊະນະຄວາມຫຍຸ້ງຍາກໃນຄອບຄົວໂດຍໃຊ້ຄວາມເຊື່ອຂອງເຈົ້າໂດຍບໍ່ຈົ່ມວ່າກ່ຽວກັບພຣະເຈົ້າ, ພວກເຂົາກໍໂຈມຕີເຈົ້າ. ການໂຈມຕີໃນທີ່ນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າບໍ່ວ່າຄົນອື່ນຈະເຮັດຫຍັງ, ມັນກໍບໍ່ເຄີຍເຮັດໃຫ້ຄົນເຫຼົ່ານີ້ພໍໃຈ; ພວກເຂົາບໍ່ມັກມັນຢູ່ສະເໝີ, ພວກເຂົາກໍຈະຊອກຈັບຜິດຢູ່ສະເໝີ, ພວກເຂົາຊອກຫາທາງກ່າວຫາຄົນອື່ນຢູ່ສະເໝີ ແລະ ບໍ່ມີສິ່ງໃດທີ່ຄົນອື່ນເຮັດຈະຖືກຕ້ອງໃນສາຍຕາຂອງພວກເຂົາ. ເຖິງແມ່ນວ່າເຈົ້າຈະໂອ້ລົມຄວາມຈິງ ແລະ ແກ້ໄຂບັນຫາຕາມການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ, ພວກເຂົາກໍຈະຈັບຜິດ ແລະ ວິຈານ, ຊອກຫາຄວາມຜິດໃນທຸກສິ່ງທີ່ເຈົ້າເຮັດ. ພວກເຂົາຕັ້ງໃຈກໍ່ບັນຫາ ແລະ ທຸກຄົນກໍຕົກເປັນເປົ້າການໂຈມຕີຂອງພວກເຂົາ. ທຸກຄັ້ງທີ່ຄົນແບບນີ້ປາກົດຕົວໃນຄຣິສຕະຈັກ, ເຈົ້າຕ້ອງຈັດການກັບພວກເຂົາ; ຖ້າພວກເຂົາປາກົດຕົວສອງຄົນ, ແລ້ວເຈົ້າກໍຄວນຈັດການກັບພວກເຂົາທັງສອງຄົນ. ນີ້ກໍເພາະວ່າຄວາມເສຍຫາຍທີ່ພວກເຂົາກໍ່ໃຫ້ເກີດຕໍ່ຊີວິດຄຣິສຕະຈັກນັ້ນໃຫຍ່ຫຼວງຫຼາຍ, ພວກເຂົາກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ວຽກງານຂອງຄຣິສຕະຈັກ ແລະ ຜົນສະທ້ອນຂອງສິ່ງນີ້ກໍຮ້າຍແຮງຢ່າງຍິ່ງ.

2. ລັກສະນະຄວາມເປັນມະນຸດຂອງຄົນທີ່ມັກໂຈມຕີຄົນອື່ນເປັນປະຈໍາ

ມື້ນີ້, ພວກເຮົາໄດ້ໂອ້ລົມກັນຫຼາຍດ້ານທີ່ກ່ຽວຂ້ອງກັບບັນຫາການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມ. ພວກເຈົ້າໄດ້ເຂົ້າໃຈແກ່ນແທ້ຂອງການສະແດງອອກຂອງບຸກຄົນແຕ່ລະປະເພດໃນແຕ່ລະດ້ານເຫຼົ່ານີ້ແລ້ວບໍ? ໃຫ້ພວກເຮົາເລີ່ມຕົ້ນດ້ວຍຜູ້ທີ່ມີແນວໂນ້ມທີ່ຈະໂຈມຕີຄົນອື່ນ, ພວກເຂົາມີເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິບໍ? (ບໍ່ມີ.) ການຂາດເຫດຜົນຂອງພວກເຂົາສະແດງອອກແນວໃດ? ທັດສະນະຄະຕິ ແລະ ຫຼັກການຂອງພວກເຂົາຕໍ່ກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆແມ່ນຫຍັງ? ພວກເຂົາເລືອກວິທີການ ແລະ ທັດສະນະຄະຕິໃດເພື່ອຈັດການກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຫຼາກຫຼາຍ? ຕົວຢ່າງ: ການມັກໂຕ້ຖຽງກັນເລື່ອງຖືກຜິດ, ນີ້ບໍ່ແມ່ນໜຶ່ງໃນທັດສະນະຄະຕິທີ່ພວກເຂົາມີຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆບໍ? (ແມ່ນແລ້ວ.) ການມັກໂຕ້ຖຽງກັນເລື່ອງຖືກຜິດໝາຍເຖິງການພະຍາຍາມຊີ້ແຈງວ່າສິ່ງໃດຖືກ ຫຼື ຜິດໃນທຸກໆເລື່ອງ, ບໍ່ຍອມຢຸດຈົນກວ່າເລື່ອງນັ້ນຈະຖືກຊີ້ແຈງ ແລະ ເຂົ້າໃຈວ່າໃຜຖືກ ແລະ ໃຜຜິດ ແລະ ຍຶດຕິດກັບເລື່ອງໄຮ້ສາລະຢ່າງດື້ດ້ານ. ການກະທຳແບບນີ້ມີຈຸດປະສົງຫຍັງກັນແທ້? ໃນທີ່ສຸດແລ້ວ ການໂຕ້ຖຽງກັນເລື່ອງຖືກຜິດເປັນສິ່ງທີ່ຖືກຕ້ອງບໍ? (ບໍ່.) ມັນຜິດຢູ່ບ່ອນໃດ? ມັນມີຄວາມກ່ຽວຂ້ອງໃດໆກັບການປະຕິບັດຄວາມຈິງບໍ? (ບໍ່ມີຄວາມກ່ຽວຂ້ອງ.) ເປັນຫຍັງເຈົ້າຈຶ່ງເວົ້າວ່າບໍ່ມີຄວາມກ່ຽວຂ້ອງ? ການໂຕ້ຖຽງກັນເລື່ອງຖືກຜິດບໍ່ແມ່ນການຍຶດໝັ້ນຫຼັກການຄວາມຈິງ, ມັນບໍ່ແມ່ນການສົນທະນາ ຫຼື ການໂອ້ລົມຫຼັກການຄວາມຈິງ; ແທນທີ່ຈະເປັນແນວນັ້ນ, ຜູ້ຄົນເວົ້າເຖິງວ່າໃຜຖືກ ແລະ ໃຜຜິດ, ໃຜຖືກຕ້ອງ ແລະ ໃຜຜິດພາດ, ໃຜຢູ່ໃນຝ່າຍຖືກ ແລະ ໃຜບໍ່ແມ່ນ, ໃຜມີເຫດຜົນທີ່ດີ ແລະ ໃຜບໍ່ມີ, ໃຜສະແດງຫຼັກຄຳສອນທີ່ສູງກວ່າຢູ່ສະເໝີ; ນີ້ຄືສິ່ງທີ່ພວກເຂົາເຈາະເລິກ. ເມື່ອພຣະເຈົ້າເຮັດໃຫ້ຜູ້ຄົນຕ້ອງຜ່ານການລອງໃຈ, ພວກເຂົາກໍພະຍາຍາມໂຕ້ຖຽງກັບພຣະເຈົ້າຢູ່ສະເໝີ, ພວກເຂົາຈະຍົກເຫດຜົນນັ້ນເຫດຜົນນີ້ຂຶ້ນມາຢູ່ສະເໝີ. ພຣະເຈົ້າໄດ້ສົນທະນາເລື່ອງດັ່ງກ່າວກັບເຈົ້າບໍ? ພຣະເຈົ້າຖາມບໍວ່າສະພາບການເປັນແນວໃດ? ພຣະເຈົ້າຖາມກ່ຽວກັບເຫດຜົນ ແລະ ສາເຫດຂອງເຈົ້າບໍ? ພຣະອົງບໍ່ຖາມ. ພຣະເຈົ້າຖາມວ່າເຈົ້າມີທັດສະນະຄະຕິຂອງການເຊື່ອຟັງ ຫຼື ການຕໍ່ຕ້ານ ຫຼື ບໍ່ ເມື່ອພຣະອົງລອງໃຈເຈົ້າ. ພຣະເຈົ້າຖາມວ່າເຈົ້າເຂົ້າໃຈຄວາມຈິງ ຫຼື ບໍ່, ເຈົ້າອ່ອນນ້ອມ ຫຼື ບໍ່. ນີ້ຄືທັງໝົດທີ່ພຣະເຈົ້າຖາມ, ບໍ່ມີຫຍັງອື່ນ. ພຣະເຈົ້າບໍ່ໄດ້ຖາມເຈົ້າວ່າເຫດຜົນຂອງການບໍ່ອ່ອນນ້ອມຂອງເຈົ້າແມ່ນຫຍັງ, ພຣະອົງບໍ່ໄດ້ເບິ່ງວ່າເຈົ້າມີເຫດຜົນທີ່ດີ ຫຼື ບໍ່, ພຣະອົງບໍ່ໄດ້ພິຈາລະນາເລື່ອງດັ່ງກ່າວຢ່າງເດັດຂາດ. ພຣະເຈົ້າເບິ່ງພຽງແຕ່ວ່າເຈົ້າອ່ອນນ້ອມ ຫຼື ບໍ່. ໂດຍບໍ່ຄຳນຶງເຖິງສະພາບແວດລ້ອມການດຳລົງຊີວິດຂອງເຈົ້າ ແລະ ສະພາບການເປັນແນວໃດ, ພຣະເຈົ້າຈະກວດສອບພຽງແຕ່ວ່າໃນໃຈຂອງເຈົ້າມີການອ່ອນນ້ອມ ຫຼື ບໍ່, ວ່າເຈົ້າມີທັດສະນະຄະຕິຂອງການອ່ອນນ້ອມ ຫຼື ບໍ່. ພຣະເຈົ້າບໍ່ໄດ້ໂຕ້ວາທີເລື່ອງຖືກຜິດກັບເຈົ້າ; ພຣະເຈົ້າບໍ່ສົນໃຈວ່າເຫດຜົນຂອງເຈົ້າແມ່ນຫຍັງ. ພຣະເຈົ້າສົນໃຈພຽງແຕ່ວ່າເຈົ້າອ່ອນນ້ອມຢ່າງແທ້ຈິງ ຫຼື ບໍ່, ນີ້ຄືທັງໝົດທີ່ພຣະເຈົ້າຖາມເຈົ້າ. ນີ້ບໍ່ແມ່ນຫຼັກການຄວາມຈິງບໍ? ຄົນປະເພດທີ່ມັກໂຕ້ຖຽງກັນເລື່ອງຖືກຜິດ, ຜູ້ທີ່ມັກມີສ່ວນຮ່ວມໃນການປະທະຄາລົມ, ມີຫຼັກການຄວາມຈິງຢູ່ໃນໃຈຂອງພວກເຂົາບໍ? (ບໍ່ມີ.) ເປັນຫຍັງຈຶ່ງບໍ່ມີ? ພວກເຂົາເຄີຍໃສ່ໃຈຫຼັກການຄວາມຈິງຈັກເທື່ອບໍ່? ພວກເຂົາເຄີຍສະແຫວງຫາມັນຈັກເທື່ອບໍ່? ພວກເຂົາເຄີຍຊອກຫາມັນຈັກເທື່ອບໍ່? ພວກເຂົາບໍ່ເຄີຍໃສ່ໃຈ, ສະແຫວງຫາ ຫຼື ຊອກຫາມັນເລີຍ ແລະ ມັນກໍບໍ່ມີຢູ່ໃນໃຈຂອງພວກເຂົາຢ່າງສິ້ນເຊີງ. ຜົນກໍຄື, ພວກເຂົາສາມາດດຳລົງຊີວິດຢູ່ພາຍໃນແນວຄິດຂອງມະນຸດເທົ່ານັ້ນ, ທັງໝົດທີ່ມີຢູ່ໃນໃຈຂອງພວກເຂົາກໍຄືຄວາມຖືກຜິດ, ຖືກຕ້ອງ ແລະ ບໍ່ຖືກຕ້ອງ, ຂໍ້ອ້າງ, ເຫດຜົນ, ການໃຊ້ຄຳເວົ້າທີ່ຫຼອກລວງ ແລະ ການໂຕ້ຖຽງ, ຫຼັງຈາກນັ້ນບໍ່ດົນ ພວກເຂົາກໍໂຈມຕີ, ຕັດສິນ ແລະ ກ່າວໂທດເຊິ່ງກັນແລະກັນ. ອຸປະນິໄສຂອງຄົນແບບນີ້ກໍຄື ພວກເຂົາມັກໂຕ້ວາທີເລື່ອງຖືກຜິດ ແລະ ຕັດສິນ ແລະ ກ່າວໂທດຜູ້ຄົນ. ຄົນແບບນີ້ບໍ່ມີຄວາມຮັກ ຫຼື ການຍອມຮັບຄວາມຈິງ, ພວກເຂົາມີແນວໂນ້ມທີ່ຈະພະຍາຍາມໂຕ້ຖຽງກັບພຣະເຈົ້າ, ແມ່ນແຕ່ຕັດສິນພຣະເຈົ້າ ແລະ ທ້າທາຍພຣະເຈົ້າ. ໃນທີ່ສຸດ, ພວກເຂົາກໍຈະຈົບລົງດ້ວຍການຖືກລົງໂທດ.

ຄົນທີ່ມັກໂຕ້ຖຽງກັນເລື່ອງຖືກຜິດສະແຫວງຫາຄວາມຈິງບໍ? ພວກເຂົາສະແຫວງຫາເຈດຕະນາຂອງພຣະເຈົ້າ, ຂໍ້ກຳນົດຂອງພຣະເຈົ້າ ຫຼື ຫຼັກການຄວາມຈິງທີ່ຄວນປະຕິບັດໃນສະຖານະການເຫຼົ່ານີ້ຜ່ານຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ພວກເຂົາພົບພໍ້ໃນນັ້ນບໍ? ພວກເຂົາບໍ່ໄດ້ສະແຫວງຫາ. ເມື່ອປະເຊີນກັບສະຖານະການຕ່າງໆ, ພວກເຂົາມີແນວໂນ້ມທີ່ຈະສຶກສາວ່າ “ເຫດການນັ້ນເປັນແນວໃດ” ຫຼື “ຄົນຜູ້ນັ້ນເປັນແນວໃດ”. ພຶດຕິກຳນີ້ແມ່ນຫຍັງ? ນີ້ບໍ່ແມ່ນສິ່ງທີ່ຄົນມັກເອີ້ນວ່າ ການໝົກໝຸ້ນຢູ່ກັບຄົນ ແລະ ສິ່ງຕ່າງໆຢ່າງບໍ່ຢຸດຢັ້ງບໍ? ພວກເຂົາໂຕ້ຖຽງກ່ຽວກັບເຫດຜົນຂອງຄົນ ແລະ ລຳດັບຂອງເຫດການ, ພວກເຂົາຢືນຢັນທີ່ຈະຊີ້ແຈງສິ່ງເຫຼົ່ານີ້, ແຕ່ພວກເຂົາບໍ່ໄດ້ກ່າວເຖິງວ່າໃນສ່ວນໃດຂອງຂະບວນການຂອງສະຖານະການທີ່ຊັບຊ້ອນເຫຼົ່ານີ້ທີ່ພວກເຂົາໄດ້ສະແຫວງຫາຄວາມຈິງ, ໄດ້ເຂົ້າໃຈຄວາມຈິງ ຫຼື ໄດ້ຮັບຄວາມສະຫວ່າງ. ພວກເຂົາຂາດປະສົບການ ແລະ ວິທີການປະຕິບັດເຫຼົ່ານີ້. ພວກເຂົາພຽງແຕ່ສືບຕໍ່ເວົ້າວ່າ: “ເຈົ້າຕັ້ງເປົ້າໃສ່ຂ້ອຍຢ່າງຊັດເຈນກັບເລື່ອງນັ້ນ, ເຈົ້າກຳລັງດູຖູກຂ້ອຍ. ເຈົ້າຄິດວ່າຂ້ອຍໂງ່ຈົນເບິ່ງບໍ່ອອກບໍ? ເປັນຫຍັງເຈົ້າຈຶ່ງດູຖູກຂ້ອຍ? ຂ້ອຍບໍ່ໄດ້ເຮັດຜິດໃຈເຈົ້າ; ເປັນຫຍັງເຈົ້າຈຶ່ງຕັ້ງເປົ້າໃສ່ຂ້ອຍ? ໃນເມື່ອເຈົ້າຕັ້ງເປົ້າໃສ່ຂ້ອຍ, ຂ້ອຍກໍຈະບໍ່ອອມມືໃຫ້ເຈົ້າ! ຂ້ອຍອົດທົນກັບເຈົ້າມາເປັນເວລາດົນນານແລ້ວ, ແຕ່ຄວາມອົດທົນຂອງຂ້ອຍກໍມີຂີດຈຳກັດ. ຢ່າຄິດວ່າຂ້ອຍຂົ່ມເຫັງໄດ້ງ່າຍ; ຂ້ອຍບໍ່ຢ້ານເຈົ້າດອກ!” ໂດຍການຍຶດຕິດກັບບັນຫາເຫຼົ່ານີ້, ພວກເຂົາກໍນຳສະເໜີເຫດຜົນຂອງພວກເຂົາຢ່າງບໍ່ຢຸດຢັ້ງ, ຈົມຢູ່ກັບເລື່ອງຖືກຜິດ ແລະ ຄວາມຖືກຕ້ອງ ແລະ ຄວາມບໍ່ຖືກຕ້ອງຂອງເລື່ອງ, ແຕ່ສິ່ງທີ່ເອີ້ນວ່າເຫດຜົນຂອງພວກເຂົາບໍ່ສອດຄ່ອງກັບຄວາມຈິງເລີຍ ແລະ ບໍ່ມີແມ່ນແຕ່ຄຳດຽວທີ່ສອດຄ່ອງກັບຂໍ້ກຳນົດຂອງພຣະເຈົ້າ. ພວກເຂົາຈົມຢູ່ກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆຈົນເຖິງຂັ້ນທີ່ຄົນອື່ນເບື່ອໜ່າຍຢ່າງສິ້ນເຊີງ ແລະ ບໍ່ມີໃຜເຕັມໃຈທີ່ຈະຟັງພວກເຂົາ, ແຕ່ພວກເຂົາເອງກໍບໍ່ເຄີຍເມື່ອຍທີ່ຈະເວົ້າກ່ຽວກັບສິ່ງເຫຼົ່ານີ້, ພວກເຂົາເວົ້າກ່ຽວກັບສິ່ງເຫຼົ່ານັ້ນຢູ່ທຸກບ່ອນທີ່ພວກເຂົາໄປ, ຄືກັບວ່າພວກເຂົາຖືກຜີສິງ. ນີ້ເອີ້ນວ່າ ການໝົກໝຸ້ນຢູ່ກັບຄົນ ແລະ ສິ່ງຕ່າງໆຢ່າງບໍ່ຢຸດຢັ້ງ ແລະ ພຽງແຕ່ປະຕິເສດທີ່ຈະສະແຫວງຫາຄວາມຈິງ. ລັກສະນະທີສອງຂອງຄົນທີ່ມີສ່ວນຮ່ວມໃນການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມກໍຄື ຄວາມມັກເປັນພິເສດຂອງພວກເຂົາໃນການໝົກໝຸ້ນຢູ່ກັບຄົນ ແລະ ສິ່ງຕ່າງໆຢ່າງບໍ່ຢຸດຢັ້ງ. ຄົນທີ່ໝົກໝຸ້ນຢູ່ກັບຄົນ ແລະ ສິ່ງຕ່າງໆຢ່າງບໍ່ຢຸດຢັ້ງຮັກຄວາມຈິງບໍ? (ບໍ່.) ພວກເຂົາບໍ່ຮັກຄວາມຈິງ, ນີ້ເປັນສິ່ງທີ່ເຫັນໄດ້ຊັດເຈນ. ແລ້ວບຸກຄົນເຫຼົ່ານີ້ເຂົ້າໃຈຄວາມຈິງບໍ? ພວກເຂົາຮູ້ບໍວ່າຄວາມຈິງທີ່ພຣະເຈົ້າກ່າວເຖິງນັ້ນແມ່ນຫຍັງແທ້? ໂດຍຕັດສິນຈາກພຶດຕິກຳພາຍນອກຂອງພວກເຂົາໃນການໝົກໝຸ້ນຢູ່ກັບຄົນ ແລະ ສິ່ງຕ່າງໆຢ່າງບໍ່ຢຸດຢັ້ງ, ພວກເຂົາຮູ້ບໍວ່າຄວາມຈິງແມ່ນຫຍັງແທ້? ເຫັນໄດ້ຊັດເຈນວ່າພວກເຂົາບໍ່ຮູ້. ແນວຄິດທີ່ພວກເຂົານັບຖືແມ່ນຫຍັງ? ມັນຄືແນວຄິດທີ່ວ່າ ໃຜກໍຕາມທີ່ຄຳເວົ້າຂອງລາວມີເຫດຜົນທີ່ສຸດກໍຄືຄົນຖືກ, ໃຜກໍຕາມທີ່ການກະທຳຂອງລາວເປີດເຜີຍ ແລະ ສາມາດວາງອອກໃຫ້ທຸກຄົນເຫັນໄດ້ກໍຄືຄົນທີ່ຢູ່ໃນຝ່າຍຖືກ ແລະ ໃຜກໍຕາມທີ່ກະທຳສອດຄ່ອງກັບສິນທຳ, ຈັນຍາບັນ ແລະ ວັດທະນະທຳດັ້ງເດີມ, ໂດຍໄດ້ຮັບການຮັບຮອງຈາກຄົນສ່ວນໃຫຍ່, ກໍຄືຄົນທີ່ຢູ່ໃນຝ່າຍຖືກ. ໃນທັດສະນະຂອງພວກເຂົາ, “ຄວາມຖືກຕ້ອງ” ນີ້ເປັນຕົວແທນຂອງຄວາມຈິງ, ດັ່ງນັ້ນ ພວກເຂົາຈຶ່ງສາມາດໝົກໝຸ້ນຢູ່ກັບຄົນ ແລະ ສິ່ງຕ່າງໆຢ່າງບໍ່ຢຸດຢັ້ງດ້ວຍຄວາມໜ້າດ້ານຢ່າງຍິ່ງ ແລະ ພວກເຂົາກໍບໍ່ເຄີຍຢຸດຈົມຢູ່ກັບເລື່ອງເຫຼົ່ານີ້. ພວກເຂົາເຊື່ອວ່າການມີເຫດຜົນເທົ່າກັບການຄອບຄອງຄວາມຈິງ, ນີ້ບໍ່ແມ່ນເລື່ອງທີ່ເປັນບັນຫາຫຼາຍບໍ? ບາງຄົນເວົ້າວ່າ, “ຂ້ອຍບໍ່ໄດ້ຂັດຂວາງ ຫຼື ລົບກວນວຽກງານຂອງຄຣິສຕະຈັກ, ຂ້ອຍບໍ່ໄດ້ເອົາປຽບຄົນອື່ນ, ຂ້ອຍບໍ່ມັກລັກຂອງຄົນອື່ນ ແລະ ຂ້ອຍກໍບໍ່ແມ່ນຄົນຂົ່ມເຫັງ; ຂ້ອຍບໍ່ແມ່ນຄົນຊົ່ວຊ້າ”. ຢູ່ນີ້ມີຄວາມໝາຍວ່າເຈົ້າເປັນຄົນທີ່ປະຕິບັດຄວາມຈິງ, ເປັນຄົນທີ່ຄອບຄອງຄວາມຈິງບໍ? ສ່ວນໃຫຍ່ຂອງຜູ້ທີ່ໝົກໝຸ້ນຢູ່ກັບຄົນ ແລະ ສິ່ງຕ່າງໆຢ່າງບໍ່ຢຸດຢັ້ງເຊື່ອວ່າຕົນເອງເປັນຄົນຊອບທຳຈຶ່ງບໍ່ຕ້ອງກັງວົນກັບຂ່າວລື ແລະ ຖືວ່າຕົນເອງເປັນຄົນທີ່ຊື່ຕົງ ແລະ ເປັນຄົນມີກຽດເຊິ່ງຈະບໍ່ປະຈົບປະແຈງຄົນອື່ນຈັກເທື່ອ. ສະນັ້ນ, ເມື່ອປະເຊີນກັບສະຖານະການ, ພວກເຂົາມີແນວໂນ້ມທີ່ຈະໂຕ້ຖຽງ ແລະ ໂຕ້ແຍ້ງ ແລະ ຢືນຢັນທີ່ຈະພິສູດວ່າເຫດຜົນຂອງພວກເຂົາຖືກຕ້ອງຜ່ານວິທີການເຫຼົ່ານີ້. ພວກເຂົາເຊື່ອວ່າຖ້າເຫດຜົນຂອງພວກເຂົາໜັກແໜ້ນພໍ ແລະ ສາມາດນຳສະເໜີໄດ້ຢ່າງເປີດເຜີຍ ແລະ ຄົນສ່ວນໃຫຍ່ເຫັນດີນຳ, ແລ້ວພວກເຂົາກໍຄືຄົນທີ່ຄອບຄອງຄວາມຈິງ. “ຄວາມຈິງ” ຂອງພວກເຂົາແມ່ນຫຍັງ? ມັນຖືກວັດແທກໂດຍມາດຕະຖານໃດ? ພວກເຈົ້າຄິດວ່າຄົນປະເພດນີ້ສາມາດເຂົ້າໃຈຄວາມຈິງໄດ້ບໍ? (ບໍ່ໄດ້.) ສະນັ້ນ, ພວກເຂົາຈຶ່ງໝົກໝຸ້ນຢູ່ກັບຄົນ ແລະ ສິ່ງຕ່າງໆຢ່າງບໍ່ຢຸດຢັ້ງ ແລະ ຈົມຢູ່ກັບຄົນ ແລະ ສິ່ງເຫຼົ່ານັ້ນຢ່າງດື້ດ້ານຢູ່ສະເໝີ. ຄົນເຫຼົ່ານີ້ບໍ່ເຂົ້າໃຈຄວາມຈິງ, ດັ່ງນັ້ນ ພວກເຂົາຈຶ່ງເວົ້າຢູ່ສະເໝີວ່າ, “ຂ້ອຍບໍ່ໄດ້ເຮັດຜິດໃຈ. ເຈົ້າ ເປັນຫຍັງເຈົ້າຈຶ່ງກຳລັງຕັ້ງເປົ້າໃສ່ຂ້ອຍຢູ່ສະເໝີ? ມັນຜິດທີ່ເຈົ້າຕັ້ງເປົ້າໃສ່ຂ້ອຍ!”. ພວກເຂົາເຊື່ອວ່າ, “ຖ້າຂ້ອຍບໍ່ໄດ້ເຮັດຜິດໃຈເຈົ້າ, ເຈົ້າກໍບໍ່ຄວນປະຕິບັດຕໍ່ຂ້ອຍແບບນີ້. ໃນເມື່ອເຈົ້າປະຕິບັດຕໍ່ຂ້ອຍແບບນີ້, ຂ້ອຍກໍຈະແກ້ແຄ້ນເຈົ້າ, ຂ້ອຍຈະຕອບໂຕ້ ແລະ ການຕອບໂຕ້ຂອງຂ້ອຍກໍຄືການປ້ອງກັນຕົວທີ່ຖືກຕ້ອງ, ມັນຖືກຕ້ອງຕາມກົດໝາຍ. ນີ້ຄືຫຼັກການຄວາມຈິງ. ສະນັ້ນ, ສິ່ງທີ່ເຈົ້າກຳລັງເຮັດຢູ່ບໍ່ສອດຄ່ອງກັບຫຼັກການຄວາມຈິງ, ແຕ່ສິ່ງທີ່ຂ້ອຍກຳລັງເຮັດນັ້ນສອດຄ່ອງ. ດັ່ງນັ້ນ ຂ້ອຍຈະໝົກໝຸ້ນຢູ່ກັບເລື່ອງນີ້, ຂ້ອຍຈະຍົກບັນຫານີ້ຂຶ້ນມາເວົ້າຢູ່ສະເໝີ ແລະ ຈະກ່າວເຖິງເຈົ້າຢູ່ສະເໝີ!”. ພວກເຂົາເຊື່ອວ່າການໝົກໝຸ້ນຢູ່ກັບຄົນ ແລະ ສິ່ງຕ່າງໆຢ່າງບໍ່ຢຸດຢັ້ງສອດຄ່ອງກັບຫຼັກການຄວາມຈິງ, ແຕ່ນີ້ບໍ່ແມ່ນຄວາມຜິດພາດອັນໃຫຍ່ຫຼວງບໍ? ມັນຄືຄວາມຜິດພາດອັນໃຫຍ່ຫຼວງແທ້ໆ ແລະ ພວກເຂົາກໍກຳລັງຫຼົງທິດ. ການໝົກໝຸ້ນຢູ່ກັບຄົນ ແລະ ສິ່ງຕ່າງໆຢ່າງບໍ່ຢຸດຢັ້ງເປັນເລື່ອງທີ່ແຕກຕ່າງຢ່າງສິ້ນເຊີງຈາກການປະຕິບັດຄວາມຈິງ. ນີ້ຄືບັນຫາທີສອງກ່ຽວກັບຄວາມເປັນມະນຸດຂອງຄົນເຫຼົ່ານີ້, ພວກເຂົາໝົກໝຸ້ນຢູ່ກັບຄົນ ແລະ ສິ່ງຕ່າງໆຢ່າງບໍ່ຢຸດຢັ້ງ. ບັນຫາຂອງຄວາມເປັນມະນຸດກ່ຽວຂ້ອງກັບຫຍັງ? ບໍ່ແມ່ນມັນກ່ຽວຂ້ອງກັບທຳມະຊາດຂອງຄົນເຮົາບໍ? ຄົນເຫຼົ່ານີ້ເຊື່ອໃນພຣະເຈົ້າມາຫຼາຍປີ, ແຕ່ພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ພວກເຂົາຄິດວ່າຄຳສັບທີ່ພວກເຂົາຮູ້, ເຊັ່ນ: ເປີດໃຈ ແລະ ໂປ່ງໃສ, ທ່ຽງທຳ ແລະ ຈິງໃຈ, ຊື່ສັດ ແລະ ເປີດເຜີຍ, ກົງໄປກົງມາ ແລະ ຊື່ກົງ ແລະ ອື່ນໆ ແມ່ນພື້ນຖານຂອງວິທີການປະພຶດຕົນ ແລະ ພວກເຂົາຖືວ່າສິ່ງເຫຼົ່ານີ້ເປັນຫຼັກການຄວາມຈິງ. ນີ້ຄືທັດສະນະທີ່ບໍ່ຖືກຕ້ອງຢ່າງເລິກເຊິ່ງ.

ຄົນທີ່ມີສ່ວນຮ່ວມໃນການໂຈມຕີເຊິ່ງກັນແລະກັນ ແລະ ຜູ້ທີ່ມີແນວໂນ້ມທີ່ຈະມີສ່ວນຮ່ວມໃນການປະທະຄາລົມມີຄວາມເປັນມະນຸດທີ່ຜິດປົກກະຕິ. ດ້ານທຳອິດຂອງສິ່ງນີ້ກໍຄື ການມັກໂຕ້ຖຽງກັນເລື່ອງຖືກຜິດ; ດ້ານທີສອງກໍຄື ການໝົກໝຸ້ນຢູ່ກັບຄົນ ແລະ ສິ່ງຕ່າງໆຢ່າງບໍ່ຢຸດຢັ້ງ. ແລ້ວດ້ານທີສາມແມ່ນຫຍັງ? ມັນບໍ່ແມ່ນການປະຕິເສດທີ່ຈະຍອມຮັບຄວາມຈິງຢ່າງສົມບູນຂອງພວກເຂົາບໍ? ພວກເຂົາບໍ່ສາມາດ ຍອມຮັບແມ່ນແຕ່ຄຳເວົ້າທີ່ຖືກຕ້ອງພຽງປະໂຫຍກດຽວ. ພວກເຂົາຄິດວ່າ “ເຖິງແມ່ນວ່າສິ່ງທີ່ເຈົ້າເວົ້າຈະຖືກຕ້ອງ, ເຈົ້າກໍຍັງຕ້ອງໄວ້ໜ້າຂ້ອຍ, ເຈົ້າຕ້ອງເວົ້າແບບອ້ອມຄ້ອມ ແລະ ບໍ່ເຮັດໃຫ້ຂ້ອຍເຈັບປວດ. ຖ້າຄຳເວົ້າຂອງເຈົ້າແຫຼມຄົມ ແລະ ອາດຈະເຮັດໃຫ້ຂ້ອຍເສຍໜ້າ, ເຈົ້າຕ້ອງເວົ້າກັບຂ້ອຍເປັນການສ່ວນຕົວ. ເຈົ້າຕ້ອງບໍ່ເຮັດໃຫ້ຂ້ອຍເຈັບປວດຕໍ່ໜ້າຄົນຈຳນວນຫຼາຍ ໂດຍບໍ່ຄຳນຶງເຖິງຄວາມພູມໃຈຂອງຂ້ອຍ ແລະ ບໍ່ປະຊ່ອງທາງໃຫ້ຂ້ອຍອອກຈາກສະຖານະການອັນໜ້າອັບອາຍນີ້. ຍິ່ງໄປກວ່ານັ້ນ, ສິ່ງທີ່ເຈົ້າເວົ້າກໍຜິດ, ສະນັ້ນ ຂ້ອຍຕ້ອງຕອບໂຕ້!” ໃນກໍລະນີທີ່ຮ້າຍແຮງກວ່ານັ້ນ, ຄົນປະເພດນີ້ຕໍ່ຕ້ານ: “ບໍ່ວ່າຄຳເວົ້າຂອງເຈົ້າຈະຖືກຕ້ອງສໍ່າໃດ, ຂ້ອຍກໍຈະບໍ່ຍອມຮັບມັນ! ມັນບໍ່ເປັນຫຍັງຖ້າເຈົ້າເວົ້າກ່ຽວກັບຄົນອື່ນ ແຕ່ການຕັ້ງເປົ້າໃສ່ຂ້ອຍນັ້ນແມ່ນຍອມຮັບບໍ່ໄດ້ ເຖິງແມ່ນວ່າເຈົ້າຈະຖືກກໍຕາມ!” ແມ່ນແຕ່ໃນຕອນອ່ານພຣະທຳຂອງພຣະເຈົ້າ, ຖ້າພວກເຂົາຮູ້ສຶກວ່າພຣະທຳຂອງພຣະເຈົ້າກຳລັງຕັ້ງເປົ້າໃສ່ ຫຼື ເປີດໂປງພວກເຂົາ, ພວກເຂົາກໍຈະຮູ້ສຶກເບື່ອໜ່າຍພຣະທຳເຫຼົ່ານັ້ນ ແລະ ບໍ່ເຕັມໃຈທີ່ຈະຟັງພຣະທຳເຫຼົ່ານັ້ນ, ພຽງແຕ່ວ່າ ເນື່ອງຈາກພວກເຂົາປະເຊີນໜ້າກັບພຣະທຳຂອງພຣະເຈົ້າເທົ່ານັ້ນ, ພວກເຂົາຈຶ່ງບໍ່ສາມາດໂຕ້ຖຽງກັບພຣະອົງໄດ້. ຖ້າຄົນໃດໜຶ່ງຊີ້ໃຫ້ເຫັນບັນຫາ ຫຼື ສະພາວະຂອງພວກເຂົາຕໍ່ໜ້າ ຫຼື ກ່າວເຖິງພວກເຂົາໂດຍບໍ່ໄດ້ຕັ້ງໃຈໂດຍບໍ່ມີຄວາມໝາຍທີ່ຈະຕັ້ງເປົ້າໃສ່ພວກເຂົາ, ພວກເຂົາກໍສາມາດຕອບໂຕ້ ແລະ ເລີ່ມການປະທະຄາລົມໄດ້. ສິ່ງນີ້ບໍ່ໄດ້ໝາຍຄວາມວ່າບຸກຄົນດັັ່ງກ່າວປະຕິເສດທີ່ຈະຍອມຮັບຄວາມຈິງຢ່າງສິ້ນເຊີງບໍ? (ແມ່ນແລ້ວ.) ນີ້ຄືແກ່ນແທ້ຄວາມເປັນມະນຸດຂອງພວກເຂົາ, ການປະຕິເສດທີ່ຈະຍອມຮັບຄວາມຈິງຢ່າງເດັດຂາດ. ດັ່ງນັ້ນ, ໂດຍບໍ່ຄຳນຶງເຖິງເນື້ອໃນຂອງການປະທະຄາລົມຂອງພວກເຂົາ ຫຼື ບ່ອນທີ່ການປະທະຄາລົມເຫຼົ່ານັ້ນເກີດຂຶ້ນ, ຄວາມເປັນມະນຸດຂອງຄົນປະເພດນີ້ກໍເຫັນໄດ້ຊັດເຈນ. ພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ເຖິງແມ່ນວ່າພວກເຂົາເຂົ້າໃຈສິ່ງທີ່ກຳລັງເວົ້າໃນລະຫວ່າງການເທດສະໜາ, ພວກເຂົາກໍບໍ່ຍອມຮັບຄວາມຈິງ; ພວກເຂົາຍັງຄົງມີສ່ວນຮ່ວມໃນການໂຈມຕີເຊິ່ງກັນແລະກັນ ແລະ ມີສ່ວນຮ່ວມໃນການປະທະຄາລົມຢ່າງຕໍ່ເນື່ອງ ຫຼື ມັກຈະມີແນວໂນ້ມໂຈມຕີຄົນອື່ນ. ໂດຍຕັດສິນຈາກການສະແດງອອກເຫຼົ່ານີ້ຂອງພວກເຂົາ, ພວກເຂົາແມ່ນຄົນປະເພດໃດ? ກ່ອນອື່ນ, ພວກເຂົາແມ່ນຜູ້ທີ່ຮັກຄວາມຈິງບໍ? ພວກເຂົາແມ່ນບຸກຄົນທີ່ສາມາດປະຕິບັດຄວາມຈິງໄດ້ເມື່ອພວກເຂົາເຂົ້າໃຈມັນບໍ? (ບໍ່ແມ່ນ.) ເມື່ອພວກເຂົາຄົ້ນພົບບັນຫາ, ພວກເຂົາສາມາດສະແຫວງຫາຄວາມຈິງເພື່ອແກ້ໄຂມັນໄດ້ບໍ? (ບໍ່ໄດ້.) ເມື່ອພວກເຂົາມີແນວຄິດ ແລະ ອະຄະຕິ ຫຼື ຄວາມຄິດເຫັນສ່ວນຕົວກ່ຽວກັບຄົນອື່ນ, ພວກເຂົາສາມາດລິເລີ່ມທີ່ຈະບໍ່ສົນໃຈສິ່ງເຫຼົ່ານັ້ນເພື່ອສະແຫວງຫາຄວາມຈິງໄດ້ບໍ? (ບໍ່ໄດ້.) ພວກເຂົາບໍ່ສາມາດເຮັດສິ່ງໃດໆເຫຼົ່ານີ້ໄດ້. ເມື່ອເບິ່ງຈາກທຸກສິ່ງທີ່ພວກເຂົາບໍ່ສາມາດເຮັດໄດ້, ເຫັນໄດ້ຊັດເຈນວ່າຄົນທີ່ມັກໂຈມຕີຄົນອື່ນ ແລະ ມີສ່ວນຮ່ວມໃນການປະທະຄາລົມນັ້ນບໍ່ແມ່ນຄົນດີ. ໂດຍຕັດສິນຈາກການສະແດງອອກຕ່າງໆຂອງພວກເຂົາ, ພວກເຂົາບໍ່ຮັກຄວາມຈິງ ແລະ ບໍ່ເຕັມໃຈທີ່ຈະສະແຫວງຫາມັນ. ໃນເລື່ອງທີ່ກ່ຽວຂ້ອງກັບຄວາມຈິງ, ບໍ່ວ່າພວກມັນຈະມີອະຄະຕິ ຫຼື ທັດສະນະທີ່ຜິດພາດແນວໃດກໍຕາມ, ພວກເຂົາກໍຍັງຄົງຖືຕົນວ່າຊອບທຳ ແລະ ບໍ່ສະແຫວງຫາຄວາມຈິງເລີຍ ແລະ ເຖິງແມ່ນວ່າຄວາມຈິງຈະຖືກໂອ້ລົມໃຫ້ພວກເຂົາຟັງຢ່າງຊັດເຈນ, ພວກເຂົາກໍປະຕິເສດທີ່ຈະຍອມຮັບມັນ ແລະ ແຮງໄກທີ່ພວກເຂົາຈະເຕັມໃຈທີ່ຈະປະຕິບັດມັນ. ໃນເວລາດຽວກັນ, ບຸກຄົນເຫຼົ່ານີ້ກໍສະແດງອອກເຖິງການສະແດງອອກທີ່ໜ້າລັງກຽດຍິ່ງກວ່ານັ້ນ: ຫຼັງຈາກທີ່ໄດ້ຮັບຄວາມເຂົ້າໃຈກ່ຽວກັບຄຳເວົ້າ ແລະ ຫຼັກຄຳສອນບາງຢ່າງ, ພວກເຂົາກໍໃຊ້ຫຼັກຄຳສອນອັນຍິ່ງໃຫຍ່ເຫຼົ່ານີ້ທີ່ພວກເຂົາເຂົ້າໃຈເພື່ອໂຈມຕີ, ຕັດສິນ ແລະ ກ່າວໂທດຄົນອື່ນຕາມອຳເພີໃຈ ແລະ ແມ່ນແຕ່ເພື່ອຍັບຍັ້ງ ແລະ ຄວບຄຸມຄົນອື່ນ. ຖ້າພວກເຂົາບໍ່ສາມາດປາບເຈົ້າໄດ້ດ້ວຍການຕັດສິນ ແລະ ການກ່າວໂທດຂອງພວກເຂົາ, ພວກເຂົາກໍຈະຄິດຫາທຸກວິທີທາງເພື່ອຍັບຍັ້ງເຈົ້າດ້ວຍທິດສະດີທີ່ໄຮ້ແກ່ນສານ. ຖ້າເຈົ້າຍັງບໍ່ຍອມ, ພວກເຂົາກໍຈະໃຊ້ວິທີການທີ່ໜ້າລັງກຽດ ແລະ ໜ້າຢ້ານກົວກວ່ານັ້ນເພື່ອໂຈມຕີເຈົ້າຈົນກວ່າເຈົ້າຈະຍອມຕໍ່ພວກເຂົາ, ກາຍເປັນຄົນອ່ອນແອ ແລະ ຄິດລົບ ຫຼື ເລີ່ມເຫຼື້ອມໃສພວກເຂົາ ແລະ ຖືກພວກເຂົາຄວບຄຸມ, ແລ້ວພວກເຂົາກໍຈະຮູ້ສຶກພໍໃຈ. ສະນັ້ນ, ໂດຍອີງໃສ່ພຶດຕິກຳ, ການສະແດງອອກ ແລະ ທັດສະນະຄະຕິຕໍ່ຄວາມຈິງຂອງບຸກຄົນເຫຼົ່ານີ້, ພວກເຂົາແມ່ນຄົນປະເພດໃດ? ພວກເຂົາປະຕິເສດທີ່ຈະຍອມຮັບຄວາມຈິງຢ່າງສິ້ນເຊີງ. ນີ້ຄືທັດສະນະຄະຕິຂອງພວກເຂົາຕໍ່ຄວາມຈິງ. ແລ້ວຄວາມເປັນມະນຸດຂອງພວກເຂົາເດເປັນແນວໃດ? ບຸກຄົນເຫຼົ່ານີ້ສ່ວນໃຫຍ່ແລ້ວແມ່ນຄົນຊົ່ວຊ້າ; ເວົ້າແບບອະນຸລັກ, ຫຼາຍກວ່າ 90% ຂອງພວກເຂົາແມ່ນຄົນຊົ່ວຊ້າ. ຄົນຊົ່ວຊ້າມັກຈະຊີ້ແຈງເລື່ອງຖືກຜິດໃນທຸກເລື່ອງ, ບໍ່ດັ່ງນັ້ນ, ພວກເຂົາກໍຈະບໍ່ປ່ອຍມັນໄປ ແລະ ພວກເຂົາກໍມີແນວໂນ້ມແບບນີ້ຢູ່ສະເໝີ. ນອກຈາກນີ້, ເມື່ອປະເຊີນກັບສະຖານະການ, ບຸກຄົນຊົ່ວຊ້າກໍວົນວຽນນຳແຕ່ເລື່ອງຄົນ ແລະ ສິ່ງຕ່າງໆ ແລະ ໝົກໝຸ້ນຢູ່ກັບເລື່ອງຄົນ ແລະ ສິ່ງຕ່າງໆຢ່າງບໍ່ຢຸດຢັ້ງ, ມັກຈະນໍາສະເໜີເຫດຜົນຂອງຕົນເອງຢູ່ສະເໝີ, ພະຍາຍາມທີ່ຈະໃຫ້ທຸກຄົນເຫັນດີ ແລະ ສະໜັບສະໜູນພວກເຂົາຢູ່ສະເໝີ ແລະ ເວົ້າວ່າພວກເຂົາຖືກ ແລະ ບໍ່ອະນຸຍາດໃຫ້ໃຜເວົ້າສິ່ງທີ່ບໍ່ດີກ່ຽວກັບພວກເຂົາ. ຍິ່ງໄປກວ່ານັ້ນ, ເມື່ອຄົນຊົ່ວຊ້າປະເຊີນກັບສະຖານະການຕ່າງໆ, ພວກເຂົາມັກຈະຊອກຫາໂອກາດທີ່ຈະກັກຂັງ ແລະ ຄວບຄຸມຜູ້ຄົນຢູ່ສະເໝີ. ພວກເຂົາໃຊ້ວິທີການໃດເພື່ອຄວບຄຸມຜູ້ຄົນ? ພວກເຂົາກ່າວໂທດທຸກຄົນ, ເຮັດໃຫ້ທຸກຄົນເຊື່ອວ່າພວກເຂົາບໍ່ໄດ້ເລື່ອງ, ວ່າພວກເຂົາມີບັນຫາ ແລະ ຂໍ້ບົກຜ່ອງ ແລະ ວ່າພວກເຂົາດ້ອຍກວ່າຄົນຊົ່ວຊ້າເຫຼົ່ານີ້, ຫຼັງຈາກນັ້ນ ຄົນຊົ່ວຊ້າກໍຈະຮູ້ສຶກພໍໃຈ ແລະ ມີຄວາມສຸກ. ເມື່ອພວກເຂົາໂຈມຕີທຸກຄົນຈົນລົ້ມລົງໝົດແລ້ວ, ເຫຼືອພຽງແຕ່ຕົວພວກເຂົາເອງທີ່ຢືນຢູ່, ພວກເຂົາບໍ່ໄດ້ນໍາທຸກຄົນມາຢູ່ພາຍໃຕ້ການຄວບຄຸມຂອງພວກເຂົາບໍ? ຈຸດປະສົງທີ່ພວກເຂົາບັນລຸໂດຍການຄວບຄຸມຜູ້ຄົນຄືການກ່າວໂທດ ແລະ ໂຄ່ນລົ້ມທຸກຄົນ, ເຮັດໃຫ້ທຸກຄົນເຊື່ອວ່າພວກເຂົາໄຮ້ຄວາມສາມາດ, ກາຍເປັນຄົນຄິດລົບ ແລະ ອ່ອນແອ, ສູນເສຍຄວາມເຊື່ອໃນພຣະທຳຂອງພຣະເຈົ້າ ແລະ ໃນຄວາມຈິງ ແລະ ສູນເສຍຄວາມເຊື່ອໃນພຣະເຈົ້າ ແລະ ບໍ່ມີເສັ້ນທາງທີ່ຈະຍ່າງຕາມ. ຫຼັງຈາກນີ້ ຄົນຊົ່ວຊ້າເຫຼົ່ານີ້ກໍຮູ້ສຶກມີຄວາມສຸກ ແລະ ພໍໃຈ. ເມື່ອເບິ່ງດ້ານຕ່າງໆເຫຼົ່ານີ້, ມັນບໍ່ຊັດເຈນບໍວ່າຄົນຊົ່ວຊ້າປະກອບເປັນສ່ວນໃຫຍ່ຂອງບຸກຄົນປະເພດນີ້? ຈົ່ງເບິ່ງວ່າຄົນປະເພດໃດທີ່ມັກໂຈມຕີຄົນອື່ນຢູ່ສະເໝີເມື່ອຢູ່ໃນກຸ່ມ, ບໍ່ວ່າຈະເປັນຕໍ່ໜ້າ ຫຼື ລັບຫຼັງ, ໂດຍໃຊ້ວິທີການຕ່າງໆເພື່ອໂຈມຕີຄົນອື່ນ, ຄົນແບບນັ້ນແມ່ນຄົນຊົ່ວຊ້າ. ບຸກຄົນເຫຼົ່ານີ້ບໍ່ຍອມຮັບຄວາມຈິງເລີຍ, ທັງບໍ່ໂອ້ລົມຄວາມຈິງ ແລະ ພວກເຂົາມັກຈະສວຍໂອກາດຈາກສະຖານະການເພື່ອອວດອ້າງຕົນເອງວ່າເປັນຄົນດີ, ວ່າທຸກສິ່ງທີ່ພວກເຂົາເຮັດນັ້ນມີເຫດຜົນ ແລະ ມີມູນຄວາມຈິງ ແລະ ວ່າພວກເຂົາປະພຶດຕົນໃນລັກສະນະທີ່ຊື່ກົງ ແລະເປີດເຜີຍ, ພວກເຂົາມັກອວດອ້າງຕົນເອງຢູ່ສະເໝີວ່າເປັນຄົນດີ ແລະ ມີກຽດ ແລະ ເປັນບຸກຄົນທີ່ກົງໄປກົງມາ ແລະ ທ່ຽງທຳ. ຄົນເຫຼົ່ານີ້ບໍ່ເຄີຍເປັນພະຍານໃຫ້ແກ່ຄວາມຈິງ, ທັງບໍ່ເປັນພະຍານໃຫ້ແກ່ພຣະທຳຂອງພຣະເຈົ້າ, ພວກເຂົາພຽງແຕ່ມັກໝົກໝຸ້ນຢູ່ກັບເລື່ອງຄົນ ແລະ ສິ່ງຕ່າງໆເຫດການຢ່າງບໍ່ຢຸດຢັ້ງ ແລະ ນໍາສະເໜີເຫດຜົນຂອງຕົນເອງ. ເຈດຕະນາ ແລະ ຈຸດປະສົງຂອງພວກເຂົາແມ່ນເພື່ອເຮັດໃຫ້ຜູ້ຄົນເຊື່ອວ່າພວກເຂົາເປັນຄົນດີ ແລະ ວ່າພວກເຂົາເຂົ້າໃຈທຸກຢ່າງ. ກ່ຽວກັບຄົນເຫຼົ່ານັ້ນໃນຄຣິສຕະຈັກທີ່ມັກມີສ່ວນຮ່ວມໃນການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມ, ບໍ່ວ່າຈະເປັນຜູ້ທີ່ເລີ່ມຕົ້ນການໂຈມຕີ ຫຼື ຜູ້ທີ່ຖືກໂຈມຕີ, ຖ້າຊີວິດຄຣິສຕະຈັກຖືກຂັດຂວາງ ແລະ ຖືກລົບກວນ, ຄົນສ່ວນໃຫຍ່ກໍຄວນລຸກຂຶ້ນມາເຕືອນ ແລະ ຫ້າມພວກເຂົາ. ບໍ່ຄວນໃຫ້ເວລາແກ່ຄົນເຫຼົ່ານີ້ໃນການກະທຳຊົ່ວຕາມໃຈມັກ, ທັງບໍ່ຄວນອະນຸຍາດໃຫ້ພວກເຂົາສົ່ງຜົນກະທົບຕໍ່ຄົນອື່ນ ໂດຍການລະບາຍຄວາມແຄ້ນສ່ວນຕົວ ແລະ ສະແຫວງຫາການແກ້ແຄ້ນ ເນື່ອງຈາກຄວາມຄຽດແຄ້ນສ່ວນຕົວ ແລະ ຄວາມໃຈຮ້າຍຊົ່ວຄາວຂອງພວກເຂົາ. ແນ່ນອນວ່າ ຜູ້ນໍາຄຣິສຕະຈັກກໍຄວນປະຕິບັດຄວາມຮັບຜິດຊອບຂອງຕົນຢ່າງເຕັມທີ່, ຫ້າມຄົນເຫຼົ່ານີ້ຢ່າງມີປະສິດທິຜົນຈາກການຂັດຂວາງ ແລະ ລົບກວນຊີວິດຄຣິສຕະຈັກ ແລະ ປົກປ້ອງຄົນສ່ວນໃຫຍ່ຈາກການຖືກລົບກວນ. ເມື່ອຜູ້ຄົນມີສ່ວນຮ່ວມໃນການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມ, ຜູ້ນໍາຄຣິສຕະຈັກຄວນສາມາດຢຸດຢັ້ງ ແລະ ຫ້າມພວກເຂົາໄດ້ຢ່າງທັນເວລາ. ຖ້າການພະຍາຍາມຢຸດຢັ້ງ ແລະ ຫ້າມພວກເຂົາບໍ່ສາມາດແກ້ໄຂບັນຫາໄດ້ ແລະ ພວກເຂົາຍັງສືບຕໍ່ໂຈມຕີກັນແລະກັນ ແລະ ເຂົ້າສູ່ການປະທະຄາລົມ, ລົບກວນຄົນອື່ນ ແລະ ພວກເຂົາຍັງສືບຕໍ່ສ້າງຄວາມເສຍຫາຍແກ່ຊີວິດຄຣິສຕະຈັກ, ບຸກຄົນດັ່ງກ່າວກໍຄວນຖືກກຳຈັດອອກ ຫຼື ຂັບໄລ່ອອກ. ນີ້ຄືຄວາມຮັບຜິດຊອບຂອງຜູ້ນໍາຄຣິສຕະຈັກ.

ພວກເຮົາໄດ້ໂອ້ລົມກັນຂ້ອນຂ້າງຫຼາຍກ່ຽວກັບພຶດຕິກຳ ແລະ ການສະແດງອອກຂອງຜູ້ທີ່ມີສ່ວນຮ່ວມໃນການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມ. ພວກເຮົາຍັງໄດ້ຫາກໍໄດ້ໄຈ້ແຍກ ແລະ ໂອ້ລົມກ່ຽວກັບຄວາມເປັນມະນຸດຂອງພວກເຂົາໂດຍຫຍໍ້ອີກດ້ວຍ, ເຊິ່ງຈະເຮັດໃຫ້ພວກເຈົ້າມີການແຍກແຍະຕໍ່ພວກເຂົາຫຼາຍຂຶ້ນ ແລະ ເຮັດໃຫ້ພວກເຈົ້າສ່ວນໃຫຍ່ສາມາດເບິ່ງອອກວ່າກຳລັງເກີດຫຍັງຂຶ້ນ ແລະ ແຍກແຍະພວກເຂົາໄດ້ຢ່າງທັນການເມື່ອພວກເຂົາເວົ້າ ແລະ ກະທຳ. ຍິ່ງພວກເຈົ້າເຂົ້າໃຈ ແລະ ຮູ້ຈັກແກ່ນແທ້ຂອງຄົນເຫຼົ່ານີ້ຢ່າງເລິກເຊິ່ງຫຼາຍເທົ່າໃດ, ພວກເຈົ້າກໍຍິ່ງສາມາດແຍກແຍະພວກເຂົາໄດ້ໄວຂຶ້ນເທົ່ານັ້ນ ແລະ ຜົນກໍຄື ພວກເຈົ້າກໍຈະຖືກລົບກວນຈາກພວກເຂົານັບມື້ນັບໜ້ອຍລົງ. ພວກເຈົ້າສ່ວນໃຫຍ່ຄວນຈະເຂົ້າໃຈຢ່າງແຈ່ມແຈ້ງກ່ຽວກັບຄວາມເສຍຫາຍທີ່ຜູ້ທີ່ມີສ່ວນຮ່ວມໃນການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມກໍ່ໃຫ້ເກີດຕໍ່ຊີວິດຄຣິສຕະຈັກ ແລະ ຕໍ່ຜູ້ຄົນທີ່ພຣະເຈົ້າເລືອກ. ຄົນປະເພດນີ້ຈະບໍ່ທົບທວນຕົນເອງ ແລະ ຢຸດການຕໍ່ສູ້ຢ່າງແນ່ນອນ. ຖ້າພວກເຂົາບໍ່ຖືກຈັດການ ແລະ ຖືກກຳຈັດອອກໂດຍທັນທີ, ພວກເຂົາກໍຈະກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ຊີວິດຄຣິສຕະຈັກຢ່າງຕໍ່ເນື່ອງ. ສະນັ້ນ, ການຈັດການ ແລະ ການກຳຈັດຄົນປະເພດນີ້ອອກຈຶ່ງເປັນໜ້າທີ່ທີ່ສຳຄັນຢ່າງຍິ່ງຂອງຜູ້ນໍາຄຣິສຕະຈັກ ແລະ ມັນບໍ່ຄວນຖືກເບິ່ງຂ້າມ.

ວັນທີ 5 ມິຖຸນາ 2021

ກ່ອນນີ້: ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (13)

ຕໍ່ໄປ: ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (16)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້