ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 334
ເມື່ອໃດກໍຕາມທີ່ເວົ້າເຖິງຈຸດໝາຍປາຍທາງ ພວກເຈົ້າປະຕິບັດກັບມັນດ້ວຍຄວາມຈິງຈັງເປັນພິເສດ; ຍິ່ງໄປກວ່ານັ້ນ,...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ພຣະເຈົ້າກ່າວພຣະທໍາຂອງພຣະອົງ ແລະ ເຮັດພາລະກິດຂອງພຣະອົງຕາມຍຸກທີ່ແຕກຕ່າງກັນ ແລະ ໃນຍຸກທີ່ແຕກຕ່າງກັນ, ພຣະອົງກ່າວພຣະທໍາທີ່ແຕກຕ່າງກັນ. ພຣະເຈົ້າບໍ່ໄດ້ປະຕິບັດຕາມກົດເກນໃດໆ ຫຼື ເຮັດຊໍ້າພາລະກິດເດີມ ຫຼື ຮູ້ສຶກອຸກອັ່ງກັບສິ່ງຕ່າງໆໃນອະດີດ; ພຣະອົງແມ່ນພຣະເຈົ້າຜູ້ທີ່ໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ ແລະ ພຣະອົງກ່າວພຣະທໍາໃໝ່ທຸກມື້. ເຈົ້າຄວນປະຕິບັດຕາມສິ່ງທີ່ຄວນປະຕິບັດໃນມື້ນີ້; ນີ້ແມ່ນຄວາມຮັບຜິດຊອບ ແລະ ໜ້າທີ່ຂອງມະນຸດ. ມັນສຳຄັນຢູ່ທີ່ການປະຕິບັດຕ້ອງເນັ້ນໃສ່ແສງສະຫວ່າງ ແລະ ພຣະທໍາຂອງພຣະເຈົ້າໃນຍຸກປັດຈຸບັນ. ພຣະເຈົ້າບໍ່ໄດ້ປະຕິບັດຕາມກົດເກນ ແລະ ສາມາດກ່າວໄດ້ຈາກຫຼາຍມຸມມອງທີ່ແຕກຕ່າງກັນເພື່ອເຮັດໃຫ້ສະຕິປັນຍາ ແລະ ອຳນາດອັນໄພສານຂອງພຣະອົງນັ້ນຊັດເຈນ. ມັນບໍ່ສຳຄັນວ່າພຣະອົງຈະກ່າວຈາກມຸມມອງຂອງພຣະວິນຍານ ຫຼື ຂອງມະນຸດ ຫຼື ຂອງບຸກຄົນທີສາມ ພຣະເຈົ້າກໍ່ຍັງເປັນພຣະເຈົ້າຢູ່ສະເໝີ ແລະ ເຈົ້າບໍ່ສາມາດເວົ້າໄດ້ວ່າພຣະອົງບໍ່ແມ່ນພຣະເຈົ້າ ຍ້ອນມຸມມອງຂອງມະນຸດທີ່ພຣະອົງກ່າວ. ໃນທ່າມກາງບາງຄົນ ມັນມີແນວຄິດທີ່ປາກົດຂຶ້ນໂດຍເປັນຜົນມາຈາກມຸມມອງແຕກຕ່າງກັນທີ່ພຣະເຈົ້າກ່າວ. ຄົນແບບນັ້ນບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ບໍ່ມີຄວາມຮູ້ກ່ຽວກັບພາລະກິດຂອງພຣະອົງ. ຖ້າພຣະເຈົ້າໄດ້ກ່າວຈາກມຸມມອງດຽວຢູ່ສະເໝີ, ມະນຸດຈະບໍ່ກຳນົດກົດເກນຕ່າງໆກ່ຽວກັບພຣະເຈົ້າບໍ? ພຣະເຈົ້າຈະປ່ອຍໃຫ້ມະນຸດເຮັດແບບນັ້ນໄດ້ບໍ? ບໍ່ວ່າພຣະເຈົ້າຈະກ່າວຈາກມຸມມອງໃດກໍ່ຕາມ, ພຣະອົງກໍ່ມີຈຸດປະສົງທີ່ເຮັດແບບນັ້ນ. ຖ້າພຣະເຈົ້າກ່າວຈາກມຸມມອງຂອງພຣະວິນຍານຢູ່ສະເໝີ, ເຈົ້າຈະສາມາດພົວພັນກັບພຣະອົງບໍ? ດັ່ງນັ້ນ, ບາງຄັ້ງ ພຣະອົງກ່າວໃນບຸກຄົນທີສາມເພື່ອໃຫ້ພຣະທໍາຂອງພຣະອົງແກ່ເຈົ້າ ແລະ ນຳພາເຈົ້າເຂົ້າສູ່ຄວາມເປັນຈິງ. ທຸກສິ່ງທີ່ພຣະເຈົ້າເຮັດກໍ່ແມ່ນເໝາະສົມແລ້ວ. ສະຫຼຸບກໍ່ຄື ພຣະເຈົ້າເຮັດທຸກສິ່ງ ແລະ ເຈົ້າບໍ່ຄວນສົງໄສກ່ຽວກັບສິ່ງນີ້. ພຣະອົງເປັນພຣະເຈົ້າ ແລະ ດ້ວຍເຫດນັ້ນ ບໍ່ວ່າພຣະອົງຈະກ່າວຈາກມຸມມອງໃດກໍ່ຕາມ, ພຣະອົງກໍ່ຍັງຄົງເປັນພຣະເຈົ້າຢູ່ສະເໝີ. ນີ້ແມ່ນຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້. ບໍ່ວ່າພຣະອົງຈະປະຕິບັດພາລະກິດແນວໃດກໍ່ຕາມ, ພຣະອົງກໍ່ຍັງເປັນພຣະເຈົ້າ ແລະ ແກ່ນແທ້ຂອງພຣະອົງຈະບໍ່ປ່ຽນແປງເລີຍ! ເປໂຕຮັກພຣະເຈົ້າຫຼາຍ ແລະ ເປັນມະນຸດທີ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ, ແຕ່ພຣະເຈົ້າບໍ່ໄດ້ເຫັນວ່າເຂົາເປັນພຣະຜູ້ເປັນເຈົ້າ ຫຼື ພຣະຄຣິດ, ຍ້ອນແກ່ນແທ້ຂອງສິ່ງທີ່ມີຊີວິດກໍ່ຄືສິ່ງທີ່ມັນເປັນ ແລະ ມັນບໍ່ສາມາດປ່ຽນແປງໄດ້. ໃນພາລະກິດຂອງພຣະອົງ ພຣະເຈົ້າບໍ່ໄດ້ປະຕິບັດຕາມກົດເກນໃດໆ ແຕ່ພຣະອົງໃຊ້ວິທີການທີ່ແຕກຕ່າງກັນເພື່ອເຮັດໃຫ້ພາລະກິດຂອງພຣະອົງນັ້ນມີປະສິດທິພາບ ແລະ ເພື່ອເຮັດໃຫ້ຄວາມຮູ້ຂອງມະນຸດກ່ຽວກັບພຣະອົງເລິກເຊິ່ງຍິ່ງຂຶ້ນ. ວິທີການປະຕິບັດພາລະກິດຂອງພຣະອົງທຸກຢ່າງຊ່ວຍໃຫ້ມະນຸດຮູ້ຈັກພຣະອົງ ແລະ ເຮັດໃຫ້ມະນຸດສົມບູນແບບ. ບໍ່ວ່າພຣະອົງຈະໃຊ້ວິທີການປະຕິບັດພາລະກິດໃດກໍ່ຕາມ, ແຕ່ລະວິທີການແມ່ນເພື່ອສ້າງມະນຸດ ແລະ ເຮັດໃຫ້ມະນຸດສົມບູນແບບ. ເຖິງແມ່ນວ່າໜຶ່ງໃນວິທີການປະຕິບັດພາລະກິດຂອງພຣະອົງອາດໃຊ້ເວລາດົນຫຼາຍ, ນີ້ກໍ່ເພື່ອເຮັດໃຫ້ຄວາມເຊື່ອຂອງມະນຸດໃນພຣະອົງເຂັ້ມແຂງຂຶ້ນ. ດັ່ງນັ້ນ, ມັນບໍ່ຄວນມີຂໍ້ສົງໄສໃນຫົວໃຈຂອງເຈົ້າອີກຕໍ່ໄປ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນບາດກ້າວໃນພາລະກິດຂອງພຣະເຈົ້າ ແລະ ພວກເຈົ້າຕ້ອງອ່ອນນ້ອມຕໍ່ພວກມັນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ທຸກສິ່ງຖືກບັນລຸໂດຍພຣະທໍາຂອງພຣະເຈົ້າ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ເມື່ອໃດກໍຕາມທີ່ເວົ້າເຖິງຈຸດໝາຍປາຍທາງ ພວກເຈົ້າປະຕິບັດກັບມັນດ້ວຍຄວາມຈິງຈັງເປັນພິເສດ; ຍິ່ງໄປກວ່ານັ້ນ,...
ພຣະເຈົ້າໃຊ້ພຣະທຳຂອງພຣະອົງເພື່ອສ້າງພັນທະສັນຍາກັບມະນຸດ ປະຖົມມະການ 9:11-13 ແລະ ເຮົາຈະສ້າງພັນທະສັນຍາຂອງເຮົາກັບພວກເຈົ້າ...
ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຖືກເອີ້ນວ່າ ພຣະຄຣິດ ແລະ ພຣະຄຣິດເປັນມະນຸດທີ່ຖືກສະຖິດໂດຍພຣະວິນຍານຂອງພຣະເຈົ້າ....
“ການບັງເກີດເປັນມະນຸດ” ແມ່ນ ການປາກົດຕົວຂອງພຣະເຈົ້າໃນເນື້ອໜັງ; ພຣະອົງປະຕິບັດພາລະກິດທ່າມກາງມະນຸດຊາດໃນລັກສະນະຂອງເນື້ອໜັງ. ສະນັ້ນ...