ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 195
04 ເດືອນມັງກອນ 2026
ເຮົາໄດ້ກ່າວຫຼາຍຄັ້ງແລ້ວວ່າ ພາລະກິດຂອງພຣະເຈົ້າຂອງຍຸກສຸດທ້າຍ ແມ່ນຖຶກປະຕິບັດເພື່ອປ່ຽນແປງຈິດໃຈຂອງແຕ່ລະຄົນ ແລະ ເພື່ອປ່ຽນແປງຈິດວິນຍານຂອງແຕ່ລະຄົນ ເພື່ອວ່າ ຫົວໃຈຂອງພວກເຂົາທີ່ໄດ້ທົນທຸກກັບຄວາມເຈັບປວດຢ່າງມະຫາສານຈະໄດ້ຖືກປ່ຽນແປງ ແລະ ດ້ວຍເຫດນີ້ ກໍຈະເປັນການຊ່ວຍຈິດໃຈຂອງພວກເຂົາທີ່ຖືກເຮັດໃຫ້ເຈັບປວດດ້ວຍບາບ; ເພື່ອປຸກຈິດວິນຍານຂອງຜູ້ຄົນ, ເພື່ອລະລາຍຫົວໃຈທີ່ເຢັນຊາຂອງພວກເຂົາ ແລະ ເຮັດໃຫ້ພວກເຂົາຟື້ນຄືນອີກຄັ້ງ. ນີ້ຄືເຈດຕະນາທີ່ຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າ. ຈົ່ງຢຸດການເວົ້າເຖິງຄວາມສູງສົ່ງ ຫຼື ຄວາມເລິກເຊິ່ງຂອງຊີວິດ ແລະ ປະສົບການຂອງມະນຸດ; ເມື່ອໃຈຂອງຜູ້ຄົນຖືກປຸກໃຫ້ຕື່ນຂຶ້ນ, ເມື່ອພວກເຂົາຖືກປຸກໃຫ້ຕື່ນຈາກຄວາມຝັນຂອງພວກເຂົາ ແລະ ໄດ້ຮູ້ຈັກໄພອັນຕະລາຍທີ່ມັງກອນແດງທີ່ຍິ່ງໃຫຍ່ໄດ້ສ້າງຂຶ້ນເປັນຢ່າງດີ ການປະຕິບັດພັນທະກິດຂອງພຣະເຈົ້າກໍຈະສໍາເລັດລົງ. ມື້ທີ່ພາລະກິດຂອງພຣະເຈົ້າຖືກເຮັດໃຫ້ສໍາເລັດຍັງເປັນມື້ທີ່ມະນຸດໄດ້ເລີ່ມເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນການເຊື່ອໃນພຣະເຈົ້າຢ່າງເປັນທາງການ. ໃນເວລານີ້ ພັນທະກິດຂອງພຣະເຈົ້າກໍຈະສິ້ນສຸດລົງ: ພາລະກິດຂອງພຣະເຈົ້າທີ່ກາຍເປັນເນື້ອໜັງຈະສໍາເລັດຢ່າງສົມບູນ ແລະ ມະນຸດຈະເລີ່ມປະຕິບັດໜ້າທີ່ ທີ່ເຂົາຄວນປະຕິບັດຢ່າງເປັນທາງການ ນັ້ນກໍຄື ເຂົາຈະປະຕິບັດພັນທະກິດຂອງຕົນເອງ. ນີ້ແມ່ນຂັ້ນຕອນຕ່າງໆຂອງພາລະກິດຂອງພຣະເຈົ້າ. ສະນັ້ນ, ພວກເຈົ້າຄວນຊອກຫາເສັ້ນທາງຂອງພວກເຈົ້າ ເພື່ອເຂົ້າສູ່ພື້ນຖານໃນການຮູ້ຈັກສິ່ງເຫຼົ່ານີ້. ທັງໝົດນີ້ແມ່ນສິ່ງທີ່ພວກເຈົ້າຄວນເຂົ້າໃຈ. ການເຂົ້າສູ່ຂອງມະນຸດຈະດີຂຶ້ນ ເມື່ອມີການປ່ຽນແປງເກີດຂຶ້ນພາຍໃນໃຈຂອງເຂົາເທົ່ານັ້ນ ຍ້ອນວ່າ ພາລະກິດຂອງພຣະເຈົ້າແມ່ນຄວາມລອດພົ້ນທີ່ສົມບູນຂອງມະນຸດ ນັ້ນກໍຄື ມະນຸດທີ່ຖືກໄຖ່ບາບ, ຜູ້ທີ່ຍັງອາໄສຢູ່ພາຍໃຕ້ອໍານາດແຫ່ງຄວາມມືດ ແລະ ຜູ້ທີ່ບໍ່ໄດ້ປຸກຕົວເອງໃຫ້ຕື່ນຈາກບ່ອນເຕົ້າໂຮມແຫ່ງນີ້ຂອງພວກຜີສາດ; ເພື່ອວ່າ ມະນຸດອາດຈະລອດພົ້ນຈາກພັນປີແຫ່ງຄວາມບາບ ແລະ ເປັນທີ່ຮັກຂອງພຣະເຈົ້າ, ໂຈມຕີມັງກອນແດງທີ່ຍິ່ງໃຫຍ່ໃຫ້ລົ້ມຢ່າງສົມບູນ, ສ້າງຕັ້ງອານາຈັກຂອງພຣະເຈົ້າ ແລະ ນໍາເອົາຄວາມສະຫງົບມາສູ່ໃຈຂອງພຣະເຈົ້າໃຫ້ໄວຂຶ້ນກວ່າເກົ່າ; ເພື່ອເປັນການລະບາຍ ໂດຍບໍ່ມີຂໍ້ຈໍາກັດ ຕໍ່ຄວາມກຽດຊັງທີ່ບອບຊໍ້າຢູ່ໃນເອິກຂອງພວກເຈົ້າ, ເພື່ອກໍາຈັດແມ່ພະຍາດເຊື້ອລາເຫຼົ່ານັ້ນ, ເພື່ອຍອມໃຫ້ພວກເຈົ້າປະຖິ້ມຊີວິດນີ້ ທີ່ບໍ່ແຕກຕ່າງຈາກຊີວິດຂອງງົວ ຫຼື ມ້າ, ເພື່ອບໍ່ເປັນຂ້າທາດອີກຕໍ່ໄປ, ເພື່ອບໍ່ຖືກຢຽບຢ່ຳຢ່າງອໍາພັງໃຈອີກຕໍ່ໄປ ຫຼື ຖືກສັ່ງການໂດຍມັງກອນແດງທີ່ຍິ່ງໃຫຍ່; ພວກເຈົ້າຈະບໍ່ແມ່ນຄົນຂອງປະເທດຊາດທີ່ລົ້ມເຫຼວນີ້ອີກຕໍ່ໄປ, ບໍ່ເປັນຂອງມັງກອນແດງທີ່ຍິ່ງໃຫຍ່ທີ່ຊົ່ວຮ້າຍ ແລະ ພວກເຈົ້າຈະບໍ່ຖືກມັນຈັບໄປເປັນທາດອີກຕໍ່ໄປ. ຮັງຂອງພວກຜີສາດຈະຖືກທໍາລາຍເປັນຊິ້ນສ່ວນຢ່າງແນ່ນອນ ແລະ ພວກເຈົ້າຈະຢືນຄຽງຂ້າງພຣະເຈົ້າ. ພວກເຈົ້າເປັນຂອງພຣະເຈົ້າ ແລະ ບໍ່ໄດ້ເປັນຂອງຈັກກະພັດແຫ່ງຂ້າທາດດັ່ງກ່າວນີ້. ແຕ່ດົນນານມາແລ້ວ ພຣະເຈົ້າໄດ້ກຽດຊັງສັງຄົມມືດຈົນເຂົ້າກະດູກດໍາຂອງພຣະອົງ. ພຣະອົງກັດແຂ້ວຂອງພຣະອົງ, ຕ້ອງການທີ່ຈະເອົາຕີນຂອງພຣະອົງຢຽບເຖົ້າໂຕໃຫຍ່ອັນຊົ່ວຮ້າຍ ແລະ ຮ້າຍກາດນີ້ທີ່ສຸດ ເພື່ອວ່າ ມັນຈະບໍ່ສາມາດລຸກຂຶ້ນມາອີກຄັ້ງ ແລະ ຈະບໍ່ມີວັນຂົ່ມເຫັງມະນຸດອີກ; ພຣະອົງຈະບໍ່ຍົກໂທດໃຫ້ການກະທໍາຂອງມັນໃນອະດີດ, ພຣະອົງຈະບໍ່ອົດທົນຕໍ່ການຫຼອກລວງຂອງມັນທີ່ມີຕໍ່ມະນຸດ ແລະ ພຣະອົງຈະແກ້ແຄ້ນໃຫ້ທຸກຄົນທີ່ໄດ້ຮັບຄວາມຜິດບາບຈາກມັນຕະຫຼອດຍຸກຕ່າງໆ; ພຣະເຈົ້າຈະບໍ່ປ່ອຍຫົວໜ້າຂອງຄວາມຊົ່ວຮ້າຍທັງມວນນີ້[1] ຫຼຸດພົ້ນແມ່ນແຕ່ໜ້ອຍ ໂດຍທີ່ພຣະອົງຈະທໍາລາຍມັນຢ່າງສິ້ນເຊີງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດ ແລະ ທາງເຂົ້າ (8)
ໝາຍເຫດ:
1. “ຫົວໜ້າຂອງຄວາມຊົ່ວຮ້າຍທັງມວນນີ້” ໝາຍເຖິງຜີສາດເຖົ້າ. ວະລີນີ້ແມ່ນສະແດງໃຫ້ເຫັນເຖິງຄວາມກຽດຊັງທີ່ສຸດ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ