ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 477

18 ເດືອນມັງກອນ 2026

ເຖິງແມ່ນວ່າການເປີດເຜີຍໂດຍທຳມະຊາດໄດ້ເກີດຂຶ້ນຫຼັງຈາກທີ່ເປໂຕເລີ່ມຕິດຕາມພຣະເຢຊູ ແຕ່ໃນທຳມະຊາດແລ້ວ ຕັ້ງແຕ່ຕົ້ນມາ ລາວເປັນຄົນທີ່ເຕັມໃຈຍອມອ່ອນນ້ອມຕໍ່ພຣະວິນຍານບໍລິສຸດ ແລະ ສະແຫວງຫາພຣະຄຣິດ. ການອ່ອນນ້ອມຂອງລາວທີ່ມີຕໍ່ພຣະວິນຍານບໍລິສຸດ ນັ້ນກໍຄື ລາວບໍ່ໄດ້ສະແຫວງຫາຊື່ສຽງ ແລະ ຊັບສິນ, ແຕ່ກົງກັນຂ້າມ ລາວໄດ້ຮັບການດົນບັນດານໃຈຈາກການອ່ອນນ້ອມຕໍ່ຄວາມຈິງ. ເຖິງແມ່ນວ່າ ມີສາມຄັ້ງທີ່ເປໂຕປະຕິເສດບໍ່ຮູ້ຈັກພຣະຄຣິດ ແລະ ເຖິງແມ່ນວ່າ ລາວທົດລອງອົງພຣະເຢຊູເຈົ້າ, ຄວາມບົກຜ່ອງເລັກນ້ອຍແບບນັ້ນຂອງມະນຸດບໍ່ກ່ຽວຂ້ອງກັບທຳມະຊາດຂອງລາວ, ມັນບໍ່ມີຜົນກະທົບຕໍ່ການສະແຫວງຫາໃນອະນາຄົດຂອງລາວ ແລະ ມັນບໍ່ສາມາດພິສູດຢ່າງພຽງພໍວ່າ ການທົດລອງນັ້ນເປັນການກະທຳຂອງຜູ້ຕໍ່ຕ້ານພຣະຄຣິດ. ຄວາມບົກຜ່ອງຂອງມະນຸດແມ່ນສິ່ງທີ່ທຸກຄົນໃນແຜ່ນດິນໂລກມີ, ເຈົ້າຄາດຫວັງໃຫ້ເປໂຕແຕກຕ່າງບໍ? ຜູ້ຄົນບໍ່ໄດ້ມີມຸມມອງບາງຢ່າງກ່ຽວກັບເປໂຕ ຍ້ອນວ່າລາວເຮັດຜິດພາດຢ່າງໂງ່ຈ້າຫຼາຍຄັ້ງບໍ? ແລ້ວຜູ້ຄົນບໍ່ໄດ້ເຄົາລົບໂປໂລ ຍ້ອນພາລະກິດທຸກຢ່າງທີ່ລາວເຮັດ ແລະ ຈົດໝາຍທຸກສະບັບທີ່ລາວຂຽນບໍ? ມະນຸດຈະສາມາດເຫັນທາດແທ້ຂອງມະນຸດໄດ້ແນວໃດ? ແນ່ນອນ ຄົນທີ່ມີສະຕິແທ້ຈິງຈະສາມາດເຫັນສິ່ງທີ່ບໍ່ມີຄວາມສຳຄັນແບບນັ້ນບໍ? ເຖິງແມ່ນປະສົບການທີ່ເຈັບປວດຫຼາຍປີຂອງເປໂຕບໍ່ໄດ້ຖືກບັນທຶກໄວ້ໃນພຣະຄຳພີ, ນີ້ກໍບໍ່ໄດ້ພິສູດວ່າ ເປໂຕບໍ່ມີປະສົບການທີ່ແທ້ຈິງເລີຍ ຫຼື ເປໂຕບໍ່ໄດ້ຖືກເຮັດໃຫ້ສົມບູນ. ມະນຸດຈະສາມາດຢັ່ງຮູ້ພາລະກິດຂອງພຣະເຈົ້າໄດ້ຢ່າງສົມບູນໄດ້ແນວໃດ? ການບັນທຶກໃນພຣະຄຳພີບໍ່ໄດ້ຖືກຄັດເລືອກໂດຍພຣະເຢຊູເອງ, ແຕ່ຖືກຮວບຮວມໂດຍຄົນລຸ້ນຕໍ່ມາ. ເມື່ອເວົ້າແບບນັ້ນ, ທຸກສິ່ງທີ່ບັນທຶກໃນພຣະຄຳພີບໍ່ແມ່ນຖືກເລືອກເອົາຕາມແນວຄິດຂອງມະນຸດບໍ? ຍິ່ງໄປກວ່ານັ້ນ, ຜົນໄດ້ຮັບຂອງເປໂຕ ແລະ ໂປໂລແມ່ນບໍ່ໄດ້ຖືກລະບຸໄວ້ໃນຈົດໝາຍຢ່າງຈະແຈ້ງ ສະນັ້ນ ມະນຸດຈຶ່ງຕັດສິນເປໂຕ ແລະ ໂປໂລຕາມຄວາມເຂົ້າໃຈຂອງພວກເຂົາເອງ ແລະ ຕາມຄວາມພຶງພໍໃຈຂອງພວກເຂົາເອງ. ແລ້ວຍ້ອນໂປໂລປະຕິບັດພາລະກິດຫຼາຍຢ່າງ, ຍ້ອນ “ການປະກອບສ່ວນ” ຂອງລາວຍິ່ງໃຫຍ່ຫຼາຍ, ລາວຈຶ່ງໄດ້ເອົາຊະນະຄວາມໄວ້ໃຈຂອງຝູງຊົນ. ມະນຸດບໍ່ໄດ້ຕັ້ງໃຈໃສ່ແຕ່ໃນເລື່ອງຜິວເຜີນເທົ່ານັ້ນບໍ? ມະນຸດຈະສາມາດເຫັນທາດແທ້ຂອງມະນຸດໄດ້ແນວໃດ? ນອກຈາກນັ້ນ, ໃນເມື່ອໂປໂລເປັນເປົ້າໝາຍແຫ່ງການນະມັດສະການເປັນເວລາຫຼາຍພັນປີ, ແມ່ນໃຜກ້າທີ່ຈະປະຕິເສດພາລະກິດຂອງລາວໂດຍບໍ່ມີເຫດຜົນ? ເປໂຕເປັນພຽງຄົນຫາປາ, ແລ້ວການປະກອບສ່ວນຂອງລາວຈະຍິ່ງໃຫຍ່ສໍ່າກັບໂປໂລໄດ້ແນວໃດ? ໃນເລື່ອງການປະກອບສ່ວນທີ່ພວກເຂົາມີ, ໂປໂລຄວນໄດ້ຮັບລາງວັນກ່ອນເປໂຕ ແລະ ລາວຄວນເປັນຄົນທີ່ມີຄຸນສົມບັດຫຼາຍກວ່າທີ່ຈະຮັບເອົາການເຫັນດີຈາກພຣະເຈົ້າ. ແມ່ນຜູ້ໃດຈະສາມາດຈິນຕະນາການໄດ້ວ່າ ການທີ່ພຣະອົງປະຕິບັດຕໍ່ໂປໂລນັ້ນ ພຣະເຈົ້າພຽງແຕ່ເຮັດໃຫ້ລາວປະຕິບັດພາລະກິດຜ່ານພອນສະຫວັນຂອງລາວເທົ່ານັ້ນ ແຕ່ສໍາລັບເປໂຕພຣະເຈົ້າເຮັດໃຫ້ລາວສົມບູນ. ມັນບໍ່ແມ່ນໃນກໍລະນີທີ່ພຣະເຢຊູເຈົ້າໄດ້ວາງແຜນສຳລັບເປໂຕ ແລະ ໂປໂລຕັ້ງແຕ່ຕອນເລີ່ມຕົ້ນ, ກົງກັນຂ້າມ ພວກເຂົາຖືກເຮັດໃຫ້ສົມບູນ ຫຼື ນໍາເຂົ້າສູ່ພາລະກິດຕາມທຳມະຊາດທີ່ມີມາແຕ່ເກີດຂອງພວກເຂົາ. ດ້ວຍເຫດນັ້ນ ສິ່ງທີ່ຜູ້ຄົນເຫັນແມ່ນເປັນພຽງການປະກອບສ່ວນພາຍນອກຂອງມະນຸດເທົ່ານັ້ນ ໃນຂະນະທີ່ສິ່ງທີ່ພຣະເຈົ້າເຫັນແມ່ນທາດແທ້ຂອງມະນຸດ ພ້ອມທັງເສັ້ນທາງທີ່ມະນຸດສະແຫວງຫາຕັ້ງແຕ່ຕອນເລີ່ມຕົ້ນ ແລະ ແຮງຜັກດັນທີ່ຢູ່ເບື້ອງຫຼັງການສະແຫວງຫາຂອງມະນຸດ. ຜູ້ຄົນວັດແທກມະນຸດຕາມແນວຄິດຂອງພວກເຂົາ ແລະ ອີງຕາມຄວາມເຂົ້າໃຈຂອງພວກເຂົາເອງ, ແຕ່ຜົນໄດ້ຮັບຂັ້ນສຸດທ້າຍຂອງມະນຸດແມ່ນບໍ່ໄດ້ຖືກກຳນົດຕາມລັກສະນະພາຍນອກຂອງເຂົາ. ດ້ວຍເຫດນັ້ນ ເຮົາຈຶ່ງກ່າວວ່າ ຖ້າເສັ້ນທາງທີ່ເຈົ້າຍ່າງຕັ້ງແຕ່ຕົ້ນແມ່ນເສັ້ນທາງແຫ່ງຄວາມສຳເລັດ ແລະ ທັດສະນະມຸມມອງຂອງເຈົ້າທີ່ມີຕໍ່ການສະແຫວງຫານັ້ນເປັນສິ່ງທີ່ຖືກຕ້ອງຕັ້ງແຕ່ຕົ້ນ, ແລ້ວເຈົ້າກໍເປັນຄືກັບເປໂຕ; ຖ້າເສັ້ນທາງທີ່ເຈົ້າຍ່າງແມ່ນເສັ້ນທາງແຫ່ງຄວາມລົ້ມເຫຼວ, ແລ້ວບໍ່ວ່າເຈົ້າຈະຈ່າຍລາຄາດ້ວຍຫຍັງກໍຕາມ, ຜົນໄດ້ຮັບຂອງເຈົ້າກໍຈະເປັນຄືກັບໂປໂລ. ບໍ່ວ່າໃນກໍລະນີໃດກໍຕາມ, ຈຸດໝາຍປາຍທາງຂອງເຈົ້າ ແລະ ບໍ່ວ່າເຈົ້າຈະສຳເລັດ ຫຼື ລົ້ມເຫຼວ ທັງສອງຢ່າງແມ່ນຖືກກຳນົດໂດຍເສັ້ນທາງທີ່ເຈົ້າສະແຫວງຫານັ້ນ ຖືກຕ້ອງ ຫຼື ບໍ່, ແທນທີ່ຈະເປັນການອຸທິດຂອງພວກເຈົ້າ ຫຼື ລາຄາທີ່ພວກເຈົ້າຈ່າຍ. ແກ່ນແທ້ຂອງເປໂຕ ແລະ ໂປໂລ ແລະ ເປົ້າໝາຍທີ່ພວກເຂົາສະແຫວງຫານັ້ນ ແມ່ນແຕກຕ່າງກັນ; ມະນຸດບໍ່ສາມາດຄົ້ນພົບສິ່ງເຫຼົ່ານີ້ໄດ້ ແລະ ມີພຽງພຣະເຈົ້າເທົ່ານັ້ນທີ່ສາມາດຮູ້ຈັກພວກເຂົາຢ່າງຄົບຖ້ວນໄດ້. ຍ້ອນສິ່ງທີ່ພຣະເຈົ້າເຫັນແມ່ນທາດແທ້ຂອງມະນຸດ ໃນຂະນະທີ່ມະນຸດບໍ່ຮູ້ຫຍັງເລີຍກ່ຽວກັບແກ່ນແທ້ຂອງເຂົາເອງ. ມະນຸດບໍ່ສາມາດເຫັນແກ່ນແທ້ທີ່ຢູ່ພາຍໃນມະນຸດ ຫຼື ວຸດທິພາວະທີ່ແທ້ຈິງຂອງເຂົາໄດ້ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ສາມາດຄົ້ນພົບເຫດຜົນຄວາມລົ້ມເຫຼວ ແລະ ຄວາມສຳເລັດຂອງໂປໂລ ແລະ ເປໂຕໄດ້. ເຫດຜົນທີ່ວ່າ ເປັນຫຍັງຄົນສ່ວນໃຫຍ່ຈຶ່ງນະມັດສະການໂປໂລ ແລະ ບໍ່ແມ່ນເປໂຕນັ້ນແມ່ນຍ້ອນວ່າໂປໂລຖືກໃຊ້ສຳລັບພາລະກິດທີ່ເປີດເຜີຍສູ່ປວງຊົນທົ່ວໄປ ແລະ ມະນຸດສາມາດເຂົ້າໃຈພາລະກິດນີ້ໄດ້ ແລະ ດ້ວຍເຫດນັ້ນ ຜູ້ຄົນຈຶ່ງຮັບຮູ້ “ຜົນສຳເລັດ” ຂອງໂປໂລ. ໃນຂະນະດຽວກັນ ມະນຸດບໍ່ສາມາດເຫັນປະສົບການຂອງເປໂຕໄດ້ ແລະ ມະນຸດບໍ່ສາມາດເບິ່ງເຫັນສິ່ງທີ່ລາວສະແຫວງຫາໄດ້, ດ້ວຍເຫດນັ້ນ ມະນຸດຈຶ່ງບໍ່ສົນໃຈເປໂຕ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ