ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 411

03 ເດືອນທັນວາ 2025

ຫຼັງຈາກທີ່ໄດ້ອ່ານສິ່ງນີ້, ຖ້າເຈົ້າພຽງແຕ່ຍອມຮັບຄຳເວົ້າເຫຼົ່ານີ້, ແຕ່ຫົວໃຈຂອງເຈົ້າຍັງບໍ່ຖືກດົນໃຈ ແລະ ເຈົ້າບໍ່ສະແຫວງຫາເພື່ອສ້າງຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າ, ມັນກໍພິສູດໃຫ້ເຫັນວ່າເຈົ້າບໍ່ໄດ້ໃຫ້ຄວາມສຳຄັນຕໍ່ຄວາມສຳພັນຂອງເຈົ້າກັບພຣະເຈົ້າ, ມັນພິສູດວ່າມຸມມອງຂອງເຈົ້າຍັງບໍ່ຖືກຕ້ອງເທື່ອ, ເຈດຕະນາຂອງເຈົ້າຍັງບໍ່ທັນຖືກຮັບເອົາໂດຍພຣະເຈົ້າ ແລະ ນໍາສະຫງ່າລາສີມາສູ່ພຣະອົງ, ແຕ່ກົງກັນຂ້າມ ແມ່ນເຮັດໃຫ້ແຜນການຂອງຊາຕານເພື່ອຮັບໄຊຊະນະ ແລະ ເພື່ອບັນລຸເປົ້າໝາຍຂອງເຈົ້າເອງ. ຄົນປະເພດນີ້ມີເຈດຕະນາ ແລະ ມຸມມອງທີ່ບໍ່ຖືກຕ້ອງ. ບໍ່ວ່າພຣະເຈົ້າໄດ້ເວົ້າສິ່ງໃດ ຫຼື ພຣະອົງເວົ້າແນວໃດ, ຜູ້ຄົນດັ່ງກ່າວກໍບໍ່ສົນໃຈ ແລະ ບໍ່ເຫັນມີການປ່ຽນແປງຫຍັງເລີຍ. ຫົວໃຈຂອງພວກເຂົາບໍ່ຮູ້ສຶກຢ້ານກົວຫຍັງ ແລະ ພວກເຂົາບໍ່ລະອາຍໃຈ. ຄົນປະເພດນີ້ແມ່ນຄົນທີ່ບໍ່ມີຈິດວິນຍານ ແລະ ຄົນໂງ່. ໃຫ້ອ່ານພຣະທໍາທຸກໆຂໍ້ຂອງພຣະເຈົ້າ ແລະ ນຳເອົາໄປປະຕິບັດຕາມໃຫ້ໄວຫຼັງຈາກທີ່ເຈົ້າເຂົ້າໃຈພວກມັນ. ບາງເທື່ອ, ມີເຫດການເມື່ອເນື້ອໜັງຂອງເຈົ້າອ່ອນແອ ຫຼື ເຈົ້າກະບົດ ຫຼື ເຈົ້າຕໍ່ຕ້ານ; ບໍ່ວ່າເຈົ້າໄດ້ປະພຶດແນວໃດກໍຕາມໃນອະດີດ, ມັນມີຜົນເລັກນ້ອຍ ແລະ ມັນບໍ່ສາມາດຂັດຂວາງຊີວິດຂອງເຈົ້າຈາກການເຕີບໃຫຍ່ໃນມື້ນີ້. ສະນັ້ນ ຕາບໃດທີ່ເຈົ້າສາມາດມີຄວາມສຳພັນປົກກະຕິກັບພຣະເຈົ້າໃນມື້ນີ້, ມັນກໍມີຄວາມຫວັງຢູ່. ຖ້າມີການປ່ຽນແປງໃນຕົວເຈົ້າທຸກເທື່ອທີ່ເຈົ້າອ່ານພຣະທຳຂອງພຣະເຈົ້າ ແລະ ຄົນອື່ນສາມາດບອກໄດ້ວ່າຊີວິດຂອງເຈົ້າມີການປ່ຽນແປງດີຂຶ້ນ, ມັນກໍສະແດງໃຫ້ເຫັນວ່າ ຄວາມສຳພັນຂອງເຈົ້າກັບພຣະເຈົ້າແມ່ນປົກກະຕິໃນຕອນນີ້, ມັນໄດ້ຖືກຕ້ອງແລ້ວ. ພຣະເຈົ້າບໍ່ໄດ້ປະຕິບັດກັບຜູ້ຄົນອີງຕາມການລະເມີດຂອງພວກເຂົາ. ຫຼັງຈາກທີ່ເຈົ້າເຂົ້າໃຈ ແລະ ຕື່ນຕົວ, ຕາບໃດທີ່ເຈົ້າສາມາດເຊົາກະບົດ ຫຼື ຕໍ່ຕ້ານ, ແລ້ວພຣະເຈົ້າກໍ່ຈະຍັງມີເມດຕາຕໍ່ເຈົ້າຢູ່. ເມື່ອໃດທີ່ເຈົ້າມີຄວາມເຂົ້າໃຈ ແລະ ຄວາມຕັ້ງໃຈທີ່ຈະສະແຫວງຫາການຖືກພຣະເຈົ້າເຮັດໃຫ້ສົມບູນແບບ, ແລ້ວສະພາວະຂອງເຈົ້າຕໍ່ໜ້າພຣະເຈົ້າກໍ່ຈະເປັນປົກກະຕິ. ບໍ່ວ່າເຈົ້າເຮັດສິ່ງໃດກໍຕາມ, ໃຫ້ພິຈາລະນາສິ່ງດັ່ງຕໍ່ໄປນີ້ເມື່ອເຈົ້າກຳລັງເຮັດມັນ: ພຣະເຈົ້າຈະຄິດແນວໃດຖ້າຂ້ານ້ອຍເຮັດສິ່ງນີ້? ມັນຈະເປັນປະໂຫຍດໃຫ້ແກ່ອ້າຍເອື້ອຍນ້ອງຂອງຂ້ານ້ອຍບໍ? ມັນຈະເປັນປະໂຫຍດໃຫ້ແກ່ພາລະກິດໃນຄົວເຮືອນຂອງພຣະເຈົ້າບໍ? ບໍ່ວ່າຈະຢູ່ໃນຄຳອະທິຖານຂອງເຈົ້າ, ການໂອ້ລົມ, ຄຳປາໄສ, ວຽກງານ ແລະ ການພົວພັນກັບຄົນອື່ນ, ໃຫ້ກວດສອບເຈດຕະນາຂອງເຈົ້າ ແລະ ກວດສອບເບິ່ງວ່າຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນປົກກະຕິ ຫຼື ບໍ່. ຖ້າເຈົ້າບໍ່ສາມາດໄຈ້ແຍກເຈດຕະນາ ແລະ ຄວາມຄິດຂອງເຈົ້າເອງ, ນີ້ໝາຍຄວາມວ່າເຈົ້າຂາດການຈຳແນກ ເຊິ່ງພິສູດໃຫ້ເຫັນວ່າເຈົ້າເຂົ້າໃຈກ່ຽວກັບຄວາມຈິງໜ້ອຍເກີນໄປ. ຖ້າເຈົ້າສາມາດເຂົ້າໃຈຢ່າງຊັດເຈນກ່ຽວກັບທຸກສິ່ງທີ່ພຣະເຈົ້າກະທຳ ແລະ ສາມາດເຫັນສິ່ງຕ່າງໆຜ່ານມຸມມອງຂອງພຣະທຳຂອງພຣະອົງ, ຢືນຢູ່ຂ້າງພຣະເຈົ້າ, ເມື່ອນັ້ນ ມຸມມອງຂອງເຈົ້າກໍຈະຖືກຕ້ອງ. ສະນັ້ນ, ການສ້າງຄວາມສຳພັນທີ່ດີກັບພຣະເຈົ້າ ແມ່ນສິ່ງທີ່ສຳຄັນທີ່ສຸດສຳລັບຜູ້ໃດກໍຕາມທີ່ເຊື່ອໃນພຣະເຈົ້າ; ທຸກຄົນຄວນປະຕິບັດຕໍ່ມັນຄືກັບວ່າເປັນສິ່ງທີ່ສຳຄັນທີ່ສຸດ ແລະ ເປັນດັ່ງເຫດການທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດຂອງພວກເຂົາ. ທຸກສິ່ງທຸກຢ່າງທີ່ເຈົ້າເຮັດຈະຖືກຊັ່ງຊາເບິ່ງວ່າ ເຈົ້າມີຄວາມສຳພັນປົກກະຕິກັບພຣະເຈົ້າ ຫຼື ບໍ່. ຖ້າຄວາມສຳພັນຂອງເຈົ້າກັບພຣະເຈົ້າປົກກະຕິ ແລະ ເຈດຕະນາຂອງເຈົ້ານັ້ນຖືກຕ້ອງ ແລ້ວກໍໃຫ້ປະຕິບັດມັນ. ເພື່ອຮັກສາຄວາມສຳພັນປົກກະຕິກັບພຣະເຈົ້າ, ເຈົ້າຕ້ອງບໍ່ຢ້ານທີ່ຈະໄດ້ຮັບການສູນເສຍໃນຜົນປະໂຫຍດສ່ວນຕົວຂອງເຈົ້າ; ເຈົ້າບໍ່ສາມາດປ່ອຍໃຫ້ຊາຕານມີໄຊຊະນະ, ເຈົ້າບໍ່ສາມາດປ່ອຍໃຫ້ຊາຕານສວຍໃຊ້ໂອກາດຈາກຕົວເຈົ້າ ແລະ ເຈົ້າບໍ່ສາມາດປ່ອຍໃຫ້ຊາຕານເຮັດໃຫ້ເຈົ້າກາຍເປັນຕົວຕະຫຼົກ. ການມີເຈດຕະນາແບບນັ້ນເປັນສັນຍານວ່າຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນປົກກະຕິ. ມັນບໍ່ແມ່ນເພື່ອເນື້ອໜັງ, ແຕ່ກົງກັນຂ້າມ ມັນແມ່ນເພື່ອຄວາມສະຫງົບສຸກຂອງວິນຍານ, ເພື່ອໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ເພື່ອປະຕິບັດຕາມເຈດຕະນາຂອງພຣະເຈົ້າ. ເພື່ອເຂົ້າໄປສູ່ສະພາບທີ່ຖືກຕ້ອງ, ເຈົ້າຕ້ອງສ້າງຄວາມສຳພັນທີ່ດີກັບພຣະເຈົ້າ ແລະ ວາງມຸມມອງຂອງການເຊື່ອໃນພຣະເຈົ້າຂອງເຈົ້າໃຫ້ຖືກຕ້ອງ. ນີ້ກໍ່ເພື່ອວ່າພຣະເຈົ້າອາດຮັບເອົາເຈົ້າ ແລະ ເພື່ອວ່າ ພຣະເຈົ້າອາດເປີດເຜີຍໝາກຜົນແຫ່ງພຣະທຳຂອງພຣະອົງໃນຕົວເຈົ້າ ແລະ ແສງສະຫວ່າງ ແລະ ແສງເຍືອງທາງໃຫ້ແກ່ເຈົ້າຫຼາຍຂຶ້ນ. ໃນລັກສະນະນີ້ ເຈົ້າຈະເຂົ້າສູ່ວິທີການທີ່ຖືກຕ້ອງ. ໃຫ້ສືບຕໍ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າໃນມື້ນີ້, ເຂົ້າສູ່ລັກສະນະການເຮັດວຽກໃນປັດຈຸບັນຂອງພຣະວິນຍານບໍລິສຸດ, ປະຕິບັດຕາມຂໍ້ຮຽກຮ້ອງຂອງພຣະເຈົ້າໃນມື້ນີ້, ບໍ່ປະຕິບັດຕາມຮູບແບບການປະຕິບັດແບບເກົ່າ, ບໍ່ຍຶດຕິດກັບວິທີເກົ່າໆໃນການເຮັດສິ່ງຕ່າງໆ ແລະ ເຂົ້າສູ່ລັກສະນະພາລະກິດແບບໃນມື້ນີ້ໃຫ້ໄວເທົ່າທີ່ຈະໄວໄດ້. ສະນັ້ນ ຄວາມສຳພັນຂອງເຈົ້າກັບພຣະເຈົ້າຈະເປັນປົກກະຕິຢ່າງສົມບູນ ແລະ ເຈົ້າຈະເລີ່ມເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງການເຊື່ອໃນພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳພັນຂອງເຈົ້າກັບພຣະເຈົ້າເປັນແນວໃດ?

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ