ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 18

ພາລະກິດທີ່ພຣະເຢໂຮວາໄດ້ເຮັດຕໍ່ຊົນຊາດອິດສະຣາເອນນັ້ນ ໄດ້ສ້າງສະຖານທີ່ໆເປັນຕົ້ນກຳເນີດຂອງພຣະເຈົ້າເທິງແຜ່ນດິນໂລກເຊິ່ງພ້ອມນີ້ ຍັງເປັນສະຖານທີ່ທີ່ສັກສິດທີ່ພຣະອົງໄດ້ປະທັບຢູ່. ພຣະອົງໄດ້ຈໍາກັດພາລະກິດຂອງພຣະອົງສະເພາະຊົນຊາດອິດສະຣາເອນເທົ່ານັ້ນ. ທໍາອິດພຣະອົງບໍ່ໄດ້ດໍາເນີນພາລະກິດນອກດິນແດນອິດສະຣາເອນ ແຕ່ກົງກັນຂ້າມ ພຣະອົງເລືອກຊົນຊາດທີ່ພຣະອົງເຫັນວ່າ ເໝາະສົມໃນການຈໍາກັດຂອບເຂດພາລະກິດຂອງພຣະອົງ. ອິດສະຣາເອນເປັນສະຖານທີ່ພຣະເຈົ້າສ້າງອາດາມ ແລະ ເອວາ. ພຣະເຢໂຮວາໄດ້ສ້າງມະນຸດຈາກລະອອງຝຸ່ນຂອງສະຖານທີ່ນັ້ນ ແລະ ດັ່ງນັ້ນ ສະຖານທີ່ດັ່ງກ່າວຈຶ່ງກາຍເປັນຖານພາລະກິດ ຂອງພຣະອົງໃນແຜ່ນດິນໂລກ. ຊົນຊາດອິດສະຣາເອນ ທີ່ເປັນລູກຫຼານຂອງໂນອາ ແລະ ທັງເປັນລູກຫຼານຂອງອາດາມ, ພວກເຂົາຄືມະນຸດທີ່ເປັນພື້ນຖານພາລະກິດຂອງພຣະເຢໂຮວາໃນແຜ່ນດິນໂລກ.

ໃນເວລານັ້ນ ຄວາມສໍາຄັນ, ຈຸດປະສົງ ແລະ ບາດກ້າວພາລະກິດຂອງພຣະເຢໂຮວາ ໃນດິນແດນອິດສະຣາເອນແມ່ນເປັນການລິເລີ່ມພາລະກິດຂອງພຣະອົງໃນທົ່ວແຜ່ນດິນໂລກເຊິ່ງພຣະອົງໄດ້ຖືເອົາດິນແດນອິດສະຣາເອນເປັນຈຸດສູນກາງ, ແລ້ວຫລັງຈາກນັ້ນຈຶ່ງໄດ້ຄ່ອຍໆຂະຫຍາຍອອກໄປສູ່ບັນດາປະເທດຕ່າງໆ. ນີ້ຄືຫຼັກການ ການດໍາເນີນພາລະກິດຂອງພຣະອົງໃນທົ່ວຈັກກະວານເພື່ອສ້າງຮູບແບບ ພ້ອມຂະຫຍາຍກວ້າງອອກໄປຈົນກວ່າຜູ້ຄົນໃນທົ່ວຈັກກະວານຈະໄດ້ຮັບຂ່າວປະເສີດຂອງພຣະອົງ. ຄົນອິດສະຣາເອນຄົນທໍາອິດແມ່ນລູກຫຼານຂອງໂນອາ. ຜູ້ຄົນເຫຼົ່ານີ້ໄດ້ຮັບພຽງລົມຫາຍໃຈຈາກພຣະເຢໂຮວາ ແລະ ມີຄວາມເຂົ້າໃຈພຽງພໍທີ່ຈະດູແລຄວາມຈໍາເປັນຂັ້ນພື້ນຖານຂອງຊີວິດເທົ່ານັ້ນ, ແຕ່ພວກເຂົາບໍ່ຮູ້ວ່າພຣະເຢໂຮວາເປັນພຣະເຈົ້າແບບໃດ ຫຼື ເຈດຕະນາຂອງພຣະອົງທີ່ມີຕໍ່ມະນຸດແນວໃດ, ແລ້ວແຮງໄກກັບການເຂົາເຈົ້າຄວນຍໍາເກງພຣະຜູ້ເປັນເຈົ້າຂອງສິ່ງຊົງສ້າງທັງໝົດ. ໃນເມື່ອເປັນດັ່ງນັ້ນ ຈະໃຫ້ພວກເຂົາເຄົາລົບບູຊາຕໍ່ພຣະເຈົ້າຜູ້ສ້າງສັບພະທຸກສິ່ງໄດ້ແນວໃດ. ສ່ວນທີ່ວ່າມີກົດເກນ ຫຼື ມີຂໍ້ບັນຍັດຫຍັງແດ່ທີ່ຕ້ອງເຊື່ອຟັງ ຫຼື ບໍ່[ກ] ຫຼື ມີໜ້າທີ່ຫຍັງແດ່ທີ່ຜູ້ຖືກສ້າງຄວນປະຕິບັດເພື່ອພຣະຜູ້ສ້າງ, ລູກຫຼານຂອງອາດາມແມ່ນບໍ່ຮູ້ຫຍັງເລີຍກ່ຽວກັບສິ່ງເຫຼົ່ານີ້. ສິ່ງທີ່ພວກເຂົາຮູ້ຄື ຜົວຄວນສະຫຼະເຫື່ອແຮງເຮັດວຽກເພື່ອລ້ຽງດູຄອບຄົວ ແລະ ຜູ້ເປັນເມຍຄວນຖວາຍຕົນໃຫ້ກັບຜົວຂອງລາວເພື່ອສືບຕໍ່ ຂະຫຍາຍຊາດຕິພັນມະນຸດທີ່ພຣະເຢໂຮວາໄດ້ສ້າງຂຶ້ນ. ເວົ້າຢ່າງໜຶ່ງກໍຄື ຜູ້ຄົນດັ່ງກ່າວທີ່ໄດ້ຮັບແຕ່ລົມຫາຍໃຈ ແລະ ຊີວິດຈາກພຣະເຢໂຮວາ ແມ່ນບໍ່ຮູ້ໃນເລື່ອງປະຕິບັດຕາມພຣະບັນຍັດຂອງພຣະເຈົ້າ ຫຼື ຮູ້ຈັກວິທີເຮັດໃຫ້ພຣະຜູ້ເປັນເຈົ້າຂອງສັບພະທຸກສິ່ງເພິ່ງພໍໃຈ. ພວກເຂົາເຂົ້າໃຈນ້ອຍທີ່ສຸດ. ສະນັ້ນເຖິງແມ່ນວ່າ ໃນໃຈພວກເຂົາຈະບໍ່ຄົດໂກງ, ຫຼອກລວງ, ອິດສາບັງບຽດ ແລະ ຊີງດີຊີງເດັ່ນ ແຕ່ພວກເຂົາກໍຍັງບໍ່ມີຄວາມຮູ້ ຫຼື ເຂົ້າໃຈກ່ຽວກັບພຣະເຢໂຮວາ ນັ້ນກໍຄືພຣະຜູ້ເປັນເຈົ້າຂອງສັບພະທຸກສິ່ງ. ບັນພະບຸລຸດຂອງມະນຸດເຫຼົ່ານີ້ພຽງຮູ້ຈັກແຕ່ກິນ ແລະ ຊື່ນຊົມໃນສິ່ງທີ່ພຣະເຢໂຮວາມອບໃຫ້ ແຕ່ພວກເຂົາບໍ່ຮູ້ຈັກຍໍາເກງພຣະເຢໂຮວາ; ພວກເຂົາບໍ່ຮູ້ວ່າພຣະເຢໂຮວາຄື ພຣະເຈົ້າທີ່ພວກເຂົາຄວນຄຸເຂົ່າກົ້ມຫົວລົງບູຊາ. ສະນັ້ນຈະເອີ້ນພວກເຂົາເປັນສິ່ງຊົງສ້າງຂອງພຣະອົງໄດ້ແນວໃດ? ເມື່ອເປັນດັ່ງນັ້ນແລ້ວ, ຄໍາທີ່ວ່າ “ພຣະເຢໂຮວາແມ່ນພຣະຜູ້ເປັນເຈົ້າແຫ່ງສິ່ງຊົງສ້າງທັງປວງ” ແລະ “ພຣະອົງສ້າງມະນຸດເພື່ອວ່າມະນຸດຈະໄດ້ປະຈັກ, ສັນລະເສີນ ແລະ ເປັນຕົວແທນຂອງພຣະອົງ” ນັ້ນຈະບໍ່ເປັນຄໍາເວົ້າທີ່ໄຮ້ປະໂຫຍດບໍ? ຜູ້ຄົນທີ່ຂາດຫົວໃຈທີ່ຍໍາເກງພຣະເຢໂຮວາຈະສາມາດກາຍມາເປັນປະຈັກພະຍານໃຫ້ກັບສະຫງ່າລາສີຂອງພຣະອົງໄດ້ແນວໃດ? ຈະໃຫ້ພວກເຂົາມາເປັນການສະແດງເຖິງກຽດຕິຍົດຂອງ ພຣະອົງໄດ້ແນວໃດ? ແລ້ວຄໍາກ່າວຂອງພຣະເຢໂຮວາທີ່ວ່າ “ເຮົາສ້າງມະນຸດໃນຮູບພາບຂອງເຮົາ” ແລ້ວກາຍມາເປັນອາວຸດໃນກໍາມືຂອງຊາຕານຜູ້ຊົ່ວຮ້າຍບໍ? ຄໍາກ່າວເຫຼົ່ານີ້ຈະບໍ່ເຮັດໃຫ້ພຣະເຢໂຮວາ ຜູ້ສ້າງມະນຸດນັ້ນອັບອາຍຂາຍໜ້າບໍ? ເພື່ອສໍາເລັດຂັ້ນຕອນຂອງພາລະກິດ, ຫຼັງຈາກໄດ້ສ້າງມະນຸດເລີ່ມແຕ່ອາດາມຈົນເຖິງໂນອາ ພຣະເຢໂຮວາບໍ່ໄດ້ແນະນໍາ ຫຼື ຊີ້ນໍາພວກເຂົາ. ແຕ່ກົງກັນຂ້າມ ຈົນກວ່າຫລັງຈາກນໍ້າຖ້ວມໂລກ ພຣະອົງຈຶ່ງໄດ້ເລີ່ມຊີ້ນໍາຊົນຊາດອິດສະຣາເອນຜູ້ທີ່ເປັນລູກຫຼານຂອງໂນອາ ແລະ ອາດາມ. ພາລະກິດຂອງພຣະອົງ ແລະ ພຣະທໍາທີ່ພຣະອົງກ່າວໃນດິນແດນອິດສະຣາເອນໄດ້ຊີ້ນໍາຜູ້ຄົນ ໃນດິນແດນອິດສະຣາເອນທັງໝົດ ໃນຂະນະທີ່ພວກເຂົາດໍາລົງຊີວິດຂອງພວກເຂົາໃນທົ່ວດິນແດນອິດສະຣາເອນ ແລະ ດ້ວຍວິທີນີ້ກໍ່ສະແດງໃຫ້ມະນຸດເຫັນວ່າ ພຣະເຢໂຮວາບໍ່ໄດ້ເປັນພຽງຜູ້ໃຫ້ລົມຫາຍໃຈແກ່ມະນຸດເທົ່ານັ້ນ, ເພື່ອວ່າເຂົາມີຊີວິດມາຈາກພຣະອົງເປັນຊີວິດທີ່ເກີດຈາກລະອອງຝຸ່ນເຊິ່ງຖືກສ້າງໃຫ້ກາຍເປັນມະນຸດ, ແຕ່ພຣະອົງຍັງສາມາດທໍາລາຍ ແລະ ສາບແຊ່ງມະນຸດ ແລະ ສາມາດນໍາໃຊ້ໄມ້ຄ້ອນຂອງພຣະອົງເພື່ອປົກຄອງມະນຸດຊາດ. ພ້ອມນັ້ນ ຍັງໄດ້ສະແດງໃຫ້ມະນຸດເຫັນວ່າພຣະເຢໂຮວາ ສາມາດນໍາພາຊີວິດຂອງມະນຸດເທິງແຜ່ນດິນໂລກ ແລະ ກ່າວພຣະຄໍາ ແລະ ປະຕິບັດຕໍ່ມະນຸດທັງຫຼາຍອີງຕາມເວລາຂອງກາງເວັນ ແລະ ກາງຄືນ. ພາລະກິດທີ່ພຣະອົງເຮັດແມ່ນພຽງແຕ່ເພື່ອໃຫ້ສິ່ງທີ່ພຣະອົງສ້າງໄດ້ຮູ້ວ່າ ມະນຸດມາຈາກຂີ້ຝຸ່ນທີ່ພຣະອົງເກັບຂຶ້ນມາ ແລະ ຍິ່ງໄປກວ່ານັ້ນ ມະນຸດແມ່ນຖືກສ້າງຂຶ້ນໂດຍພຣະອົງເອງ. ບໍ່ພຽງເທົ່ານີ້ ແຕ່ພຣະອົງປະຕິບັດພາລະກິດໃນອິດສະຣາເອນກ່ອນເພື່ອໃຫ້ຜູ້ຄົນ ແລະ ຊາດຕ່າງໆ (ຕາມຄວາມຈິງແລ້ວ ຊາດຕ່າງໆທີ່ວ່ານີ້ບໍ່ແມ່ນຕ່າງຊາດຈາກອິດສະຣາເອນ ແຕ່ກົງກັນຂ້າມພວກເຂົາແມ່ນແຍກອອກມາຈາກຊົນຊາດອິດສະຣາເອນ ແລະ ຍັງເປັນລູກຫຼານຂອງອາດາມ ແລະ ເອວາຄືເກົ່າ) ໄດ້ຮັບຂ່າວປະເສີດຂອງພຣະເຢໂຮວາຈາກດິນແດນອິດສະຣາເອນ ເພື່ອມະນຸດທີ່ຖືກສ້າງຂຶ້ນທັງໝົດໃນຈັກກະວານຈະໄດ້ຍໍາເກງພຣະເຢໂຮວາ ແລະ ໃຫ້ກຽດພຣະອົງວ່າເປັນອົງທີ່ຍິ່ງໃຫຍ່. ຖ້າພຣະເຢໂຮວາບໍ່ໄດ້ເລີ່ມຕົ້ນພາລະກິດຂອງພຣະອົງໃນດິນແດນອິດສະຣາເອນ, ແຕ່ກົງກັນຂ້າມ ຫລັງຈາກສ້າງມະນຸດແລ້ວ ປ່ອຍໃຫ້ພວກເຂົາໃຊ້ຊີວິດຢ່າງເປັນອິດສະຫຼະເທິງແຜ່ນດິນໂລກ. ຖ້າເປັນດັ່ງນັ້ນ, ດ້ວຍວ່າ ທໍາມະຊາດຮ່າງກາຍຂອງມະນຸດ (ທໍາມະຊາດໝາຍເຖິງວ່າ ມະນຸດຈະບໍ່ສາມາດຮູ້ຈັກສິ່ງທີ່ຕົນເອງບໍ່ສາມາດເຫັນ ເຊິ່ງເວົ້າໄດ້ອີກວ່າ ຕົນເອງຈະບໍ່ຮູ້ວ່າ ພຣະເຢໂຮວາຄືຜູ້ສ້າງມະນຸດ ແລະ ບໍ່ຮູ້ວ່າພຣະອົງສ້າງເພື່ອຫຍັງ) ມະນຸດຈະບໍ່ມີທາງຮູ້ວ່າ ພຣະເຢໂຮວາເປັນຜູ້ສ້າງມະນຸດ ຫຼື ພຣະອົງຄືພຣະຜູ້ເປັນເຈົ້າຂອງສັບພະສິ່ງທັງປວງ. ຖ້າພຣະເຢໂຮວາໄດ້ສ້າງມະນຸດ ແລ້ວປ່ອຍປະພວກເຂົາໄວ້ເທິງແຜ່ນດິນໂລກ ແລະ ພຽງແຕ່ປັດມື ແລະ ຈາກໄປ, ແທນທີ່ພຣະອົງຈະຢູ່ກັບມະນຸດ ເພື່ອຊີ້ນໍາພວກເຂົາໃນໄລຍະເວລາໜຶ່ງ; ແລ້ວມະນຸດຊາດທັງປວງກໍຈະກັບໄປສູ່ຄວາມວ່າງເປົ່າເໝືອນເດີມ; ແມ່ນແຕ່ ສະຫວັນ, ແຜ່ນດິນໂລກ ແລະ ສັບພະສິ່ງທັງປວງທີ່ພຣະອົງສ້າງ ແລະ ມວນມະນຸດຊາດ ກໍຈະກັບຄືນໄປສູ່ຄວາມວ່າງເປົ່າ ແລະ ຍິ່ງໄປກວ່ານັ້ນ ຈະຖືກຢຽບຢ່ຳທໍາລາຍໂດຍຊາຕານ. ໃນວິທີນີ້ ພຣະເຢໂຮວາຫວັງວ່າ: “ເທິງແຜ່ນດິນໂລກ ນັ້ນກໍຄື ໃນທ່າມກາງຂອງການເນລະມິດສ້າງຂອງພຣະອົງ ພຣະອົງຄວນຈະມີບ່ອນຢືນທີ່ເປັນສະຖານທີ່ສັກສິດ” ກໍຈະຖືກທໍາລາຍໝົດສິ້ນ. ສະນັ້ນ, ຫລັງຈາກການເນລະມິດສ້າງມະນຸດແລ້ວ ພຣະອົງໄດ້ຢູ່ໃນທ່າມ ກາງມະນຸດເພື່ອຊີ້ນໍາພວກເຂົາໃນການດໍາລົງຊີວິດ ແລະ ກ່າວຕໍ່ມະນຸດໃນທ່າມກາງພວກເຂົາ, ທັງໝົດນີ້ແມ່ນເພື່ອບັນລຸຄວາມປະສົງຂອງພຣະອົງ ແລະ ແຜນການຂອງພຣະອົງ. ພາລະກິດທີ່ພຣະອົງໄດ້ກະທໍາໃນດິນແດນອິດສະຣາເອນແມ່ນເພື່ອປະຕິບັດແຜນການທີ່ພຣະອົງໄດ້ວາງໄວ້ກ່ອນການເນລະມິດສ້າງສັບພະທຸກສິ່ງທັງປວງຂອງພຣະອົງ ແລະ ດັ່ງນັ້ນ ການປະຕິບັດພາລະກິດທໍາອິດໃນທ່າມກາງຊົນຊາດອິດສະຣາເອນ ແລະ ການເນລະມິດສ້າງສັບພະສິ່ງທັງປວງຂອງພຣະອົງແມ່ນບໍ່ໄດ້ຂັດແຍ້ງກັນ ແຕ່ທັງສອງຢ່າງແມ່ນຖືກປະຕິບັດເພື່ອການຄຸ້ມຄອງຂອງພຣະອົງ, ເພື່ອພາລະກິດ, ຄວາມສະຫງ່າລາສີ ແລະ ຖືກປະຕິບັດເພື່ອການສ້າງມະນຸດຂອງພຣະອົງໃຫ້ມີຄວາມໝາຍຢ່າງເລິກເຊິ່ງ. ຫລັງຈາກໂນອາ ພຣະອົງໄດ້ນໍາພາຊີວິດຂອງມະນຸດເທິງແຜ່ນດິນໂລກເປັນເວລາສອງພັນປີ ເຊິ່ງໃນໄລຍະນັ້ນພຣະອົງໄດ້ສິດສອນມະນຸດໃຫ້ເຂົ້າໃຈເຖິງວິທີຍໍາເກງພຣະເຢໂຮວາ ທີ່ເປັນພຣະຜູ້ເປັນເຈົ້າຂອງສັບພະສິ່ງທັງປວງ, ສິດສອນວິທີປະຕິບັດຕໍ່ຊີວິດຂອງຕົນ, ວິທີດໍາເນີນຊີວິດ ແລະ ສໍາຄັນທີ່ສຸດ ວິທີປະຕິບັດໃນການເປັນພະຍານຕໍ່ພຣະເຢໂຮວາ; ວິທີອ່ອນນ້ອມຕໍ່ພຣະອົງ ແລະ ຍໍາເກງພຣະເຈົ້າ ພ້ອມທັງການສັນລະເສີນພຣະອົງດ້ວຍດົນຕີເໝືອນດັ່ງເດວິດ ແລະ ກຸ່ມມະຫາປະໂລຫິດຂອງລາວໄດ້ກະທໍາ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດໃນຍຸກແຫ່ງພຣະບັນຍັດ

ໝາຍເຫດ:

ກ. ຂໍ້ຄວາມຕົ້ນສະບັບບໍ່ມີວະລີ “ທີ່ຕ້ອງເຊື່ອຟັງ”.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 99

“ການບັງເກີດເປັນມະນຸດ” ແມ່ນ ການປາກົດຕົວຂອງພຣະເຈົ້າໃນເນື້ອໜັງ; ພຣະອົງປະຕິບັດພາລະກິດທ່າມກາງມະນຸດຊາດໃນລັກສະນະຂອງເນື້ອໜັງ. ສະນັ້ນ...

ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 220

ພວກເຈົ້າເຄີຍເຫັນບໍ່ວ່າພຣະເຈົ້າຈະບັນລຸພາລະກິດໃດໃນກຸ່ມຄົນເຫຼົ່ານີ້? ພຣະເຈົ້າເຄີຍກ່າວໄວ້ຄັ້ງໜຶ່ງວ່າ ເຖິງແມ່ນຢູ່ໃນອານາຈັກພັນປີ...

ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 391

ມະນຸດໄດ້ຮັບຫຍັງ ນັບຕັ້ງແຕ່ທີ່ໄດ້ເລີ່ມເຊື່ອໃນພຣະເຈົ້າເປັນຄັ້ງທຳອິດ? ເຈົ້າໄດ້ມາຮູ້ຈັກຫຍັງແດ່ກ່ຽວກັບພຣະເຈົ້າ? ເຈົ້າໄດ້ປ່ຽນແປງຫຼາຍປານໃດ...

ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 75

ພວກເຈົ້າຕ້ອງການຮູ້ເຖິງຕົ້ນຕໍຂອງເຫດຜົນທີ່ພວກຟາລີຊາຍຕໍ່ຕ້ານພຣະເຢຊູບໍ? ພວກເຈົ້າຕ້ອງການຮູ້ທາດແທ້ຂອງພວກຟາລີຊາຍບໍ່?...