ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 323
13 ເດືອນກໍລະກົດ 2025
ຜູ້ຄົນເຊື່ອໃນພຣະເຈົ້າຕັ້ງແຕ່ດົນແລ້ວ, ແຕ່ຄົນສ່ວນໃຫຍ່ບໍ່ມີຄວາມເຂົ້າໃຈຄຳວ່າ “ພຣະເຈົ້າ” ແມ່ນຫຍັງ ແລະ ພຽງແຕ່ຕິດຕາມດ້ວຍຄວາມສັບສົນມຶນງົງ. ພວກເຂົາບໍ່ຮູ້ຫຍັງເລີຍວ່າ ຍ້ອນຫຍັງແທ້ມະນຸດຈຶ່ງຕ້ອງເຊື່ອໃນພຣະເຈົ້າ ຫຼື ພຣະເຈົ້າແມ່ນຫຍັງ. ຖ້າຜູ້ຄົນຮູ້ພຽງແຕ່ເຊື່ອ ແລະ ຕິດຕາມພຣະເຈົ້າເທົ່ານັ້ນ, ແຕ່ບໍ່ຮູ້ວ່າພຣະເຈົ້າແມ່ນຫຍັງ ຫຼື ຖ້າພວກເຂົາຍັງບໍ່ຮູ້ຈັກພຣະເຈົ້າ, ແລ້ວນີ້ບໍ່ແມ່ນເລື່ອງທີ່ຕະຫຼົກທີ່ເປັນຕາຫົວຫຼາຍບໍ? ເມື່ອໄດ້ມາຈົນເຖິງປັດຈຸບັນນີ້ ເຖິງແມ່ນວ່າຜູ້ຄົນໄດ້ເປັນພະຍານເຖິງຄວາມລຶກລັບຫຼາຍຢ່າງໃນສະຫວັນ ແລະ ໄດ້ຍິນຄວາມຮູ້ທີ່ເລິກເຊິ່ງຫຼາຍທີ່ມະນຸດບໍ່ເຄີຍເຂົ້າໃຈມາກ່ອນຈັກເທື່ອ, ພວກເຂົາບໍ່ຮູ້ຄວາມຈິງຫຼາຍຢ່າງທີ່ເປັນພື້ນຖານທີ່ສຸດເຊິ່ງມະນຸດບໍ່ເຄີຍຕຶກຕອງມາກ່ອນ. ບາງຄົນອາດເວົ້າວ່າ: “ພວກເຮົາເຊື່ອໃນພຣະເຈົ້າເປັນເວລາຫຼາຍປີແລ້ວ. ພວກເຮົາຈະບໍ່ຮູ້ໄດ້ແນວໃດວ່າ ພຣະເຈົ້າແມ່ນຫຍັງ? ຄຳຖາມນີ້ບໍ່ໄດ້ດູຖູກພວກເຮົາບໍ?” ແຕ່ໃນຄວາມເປັນຈິງແລ້ວ, ເຖິງແມ່ນວ່າໃນປັດຈຸບັນຜູ້ຄົນຕິດຕາມເຮົາ, ພວກເຂົາບໍ່ຮູ້ຫຍັງກ່ຽວກັບພາລະກິດໃດໜຶ່ງໃນປັດຈຸບັນ ແລະ ລົ້ມເຫຼວທີ່ຈະເຂົ້າໃຈແມ່ນແຕ່ຄຳຖາມທີ່ຊັດເຈນທີ່ສຸດ ແລະ ງ່າຍທີ່ສຸດ, ແຮງໄກທີ່ຈະເວົ້າເຖິງຄຳຖາມທີ່ສັບຊ້ອນສູງເຊັ່ນຄຳຖາມກ່ຽວກັບພຣະເຈົ້າ. ໃຫ້ຮູ້ວ່າຄໍາຖາມທີ່ເຈົ້າບໍ່ສົນໃຈ, ຄຳຖາມທີ່ເຈົ້າບໍ່ໄດ້ລະບຸ ແມ່ນຄຳຖາມທີ່ສໍາຄັນທີ່ສຸດທີ່ເຈົ້າຕ້ອງເຂົ້າໃຈ ເພາະເຈົ້າຮູ້ພຽງແຕ່ເຮັດຕາມຝູງຊົນ ໂດຍບໍ່ໃສ່ໃຈ ແລະ ບໍ່ສົນໃຈຕໍ່ສິ່ງທີ່ເຈົ້າຄວນກຽມພ້ອມໃຫ້ແກ່ຕົນເອງ. ເຈົ້າຮູ້ແທ້ບໍວ່າ ເປັນຫຍັງເຈົ້າຈຶ່ງຄວນມີຄວາມເຊື່ອໃນພຣະເຈົ້າ? ເຈົ້າຮູ້ແທ້ໆບໍວ່າ ພຣະເຈົ້າແມ່ນຫຍັງ? ເຈົ້າຮູ້ແທ້ໆບໍວ່າ ມະນຸດແມ່ນຫຍັງ? ໃນຖານະເປັນຜູ້ທີ່ມີຄວາມເຊື່ອໃນພຣະເຈົ້າ, ຖ້າເຈົ້າບໍ່ເຂົ້າໃຈສິ່ງເຫຼົ່ານີ້, ເຈົ້າຈະບໍ່ສູນເສຍສັກສີຂອງຜູ້ທີ່ເຊື່ອໃນພຣະເຈົ້າບໍ? ພາລະກິດຂອງເຮົາໃນປັດຈຸບັນແມ່ນມີດັ່ງນີ້: ເພື່ອໃຫ້ຜູ້ຄົນເຂົ້າໃຈແກ່ນແທ້ຂອງພວກເຂົາ, ເຂົ້າໃຈທຸກສິ່ງທີ່ເຮົາປະຕິບັດ ແລະ ຮູ້ໃບໜ້າທີ່ແທ້ຈິງຂອງພຣະເຈົ້າ. ນີ້ຄືການກະທໍາຂັ້ນສຸດທ້າຍໃນແຜນການຄຸ້ມຄອງຂອງເຮົາ, ເປັນຂັ້ນຕອນສຸດທ້າຍໃນພາລະກິດຂອງເຮົາ. ນັ້ນຄືເຫດຜົນທີ່ເຮົາກຳລັງບອກເຈົ້າຮູ້ລ່ວງໜ້າກ່ຽວກັບຄວາມລີ້ລັບທັງໝົດຂອງຊີວິດ ເພື່ອວ່າເຈົ້າຈະສາມາດຮັບເອົາພວກມັນຈາກເຮົາໄດ້. ຍ້ອນນີ້ຄືພາລະກິດໃນຍຸກສຸດທ້າຍ, ເຮົາຈຶ່ງຕ້ອງໄດ້ບອກຊີວິດ-ຄວາມຈິງທັງໝົດທີ່ພວກເຈົ້າບໍ່ເຄີຍຍອມຮັບມາກ່ອນໃຫ້ແກ່ເຈົ້າ, ເຖິງແມ່ນວ່າພວກເຈົ້າຈະບໍ່ສາມາດເຂົ້າໃຈ ຫຼື ແບກຮັບມັນ ເນື່ອງຈາກເຈົ້າອ່ອນແອເກີນໄປ ແລະ ບໍ່ມີຄວາມກຽມພ້ອມທີ່ດີເລີຍ. ເຮົາຕ້ອງການສະຫຼຸບພາລະກິດຂອງເຮົາ; ເຮົາຈະສຳເລັດພາລະກິດທີ່ເຮົາຄວນເຮັດ ແລະ ຈະແຈ້ງໃຫ້ເຈົ້າຮູ້ທຸກຢ່າງກ່ຽວກັບສິ່ງທີ່ເຮົາມອບໝາຍໃຫ້ເຈົ້າເຮັດ ເພື່ອບໍ່ໃຫ້ເຈົ້າຫຼົງທາງອີກ ແລະ ຫຼົງເຊື່ອຄຳຫຼອກລວງຂອງຄົນຊົ່ວຮ້າຍ ເມື່ອຄວາມມືດລົງມາ. ຍັງມີຫຼາຍວິທີທີ່ເຈົ້າບໍ່ເຂົ້າໃຈ, ຫຼາຍເລື່ອງທີ່ເຈົ້າບໍ່ມີຄວາມຮູ້. ເຈົ້າຊ່າງບໍ່ຮູ້ຫຍັງເລີຍ; ເຮົາຮູ້ວຸດທິພາວະ ແລະ ຂໍ້ບົກຜ່ອງຂອງເຈົ້າເປັນຢ່າງດີ. ສະນັ້ນ, ເຖິງແມ່ນວ່າຈະມີພຣະທໍາຫຼາຍຂໍ້ທີ່ເຈົ້າບໍ່ສາມາດເຂົ້າໃຈໄດ້, ເຮົາກໍ່ຍັງເຕັມໃຈທີ່ຈະບອກຄວາມຈິງເຫຼົ່ານີ້ທີ່ເຈົ້າບໍ່ເຄີຍໄດ້ຍອມຮັບມາກ່ອນໃຫ້ແກ່ເຈົ້າ, ຍ້ອນເຮົາເປັນຫ່ວງຢູ່ສະເໝີວ່າ ໃນວຸດທິພາວະໃນປັດຈຸບັນ ເຈົ້າຈະສາມາດຢືນໝັ້ນທ່ຽງໃນຄຳພະຍານຂອງເຈົ້າສຳລັບເຮົາ ຫຼື ບໍ່. ມັນບໍ່ແມ່ນວ່າ ເຮົາດູຖູກພວກເຈົ້າ; ພວກເຈົ້າທຸກຄົນເປັນສັດຮ້າຍທີ່ຍັງບໍ່ໄດ້ຜ່ານການຝຶກຝົນຢ່າງເປັນທາງການຂອງເຮົາ ແລະ ເຮົາບໍ່ສາມາດເຫັນໄດ້ຢ່າງແທ້ຈິງວ່າມີສະຫງ່າລາສີສໍ່າໃດໃນຕົວເຈົ້າ. ເຖິງວ່າເຮົາໄດ້ເສຍສະຫຼະກຳລັງຫຼາຍເພື່ອເຮັດພາລະກິດໃນຕົວເຈົ້າ, ອົງປະກອບດ້ານບວກໃນຕົວເບິ່ງຄືບໍ່ມີຢູ່ເລີຍແທ້ໆ ແລະ ອົງປະກອບດ້ານລົບສາມາດນັບດ້ວຍນິ້ວມືຂອງຄົນໜຶ່ງໄດ້ ແລະ ພຽງໃຊ້ເປັນພະຍານເພື່ອນໍາຄວາມອັບອາຍໄປສູ່ຊາຕານ. ສິ່ງທີ່ຢູ່ໃນຕົວເຈົ້າເກືອບທັງໝົດແມ່ນພິດຂອງຊາຕານ. ເຈົ້າຫຼຽວເບິ່ງເຮົາຄ້າຍຄືກັບວ່າເຈົ້າຈະບໍ່ສາມາດຮັບເອົາຄວາມລອດພົ້ນໄດ້. ໃນຂະນະທີ່ບັນຫາຍັງຢູ່ທີ່ນັ້ນ, ເຮົາເບິ່ງການສະແດງອອກ ແລະ ການປະພຶດທີ່ຫຼາກຫຼາຍຂອງເຈົ້າ ແລະ ໃນທີ່ສຸດ ເຮົາກໍ່ຮູ້ວຸດທິພາວະທີ່ແທ້ຈິງຂອງເຈົ້າ. ນີ້ຄືເຫດຜົນທີ່ເຮົາເປັນຫ່ວງເຈົ້າຢູ່ສະເໝີວ່າ: ຖ້າຖືກປ່ອຍໃຫ້ດຳລົງຊີວິດຕາມລຳພັງ, ມະນຸດຈະໄດ້ດີກວ່າ ຫຼື ໄດ້ເທົ່າທຽມກັບສິ່ງທີ່ເຂົາເປັນຢູ່ໃນປັດຈຸບັນນີ້ບໍ? ວຸດທິພາວະທີ່ເປັນຄືກັບເດັກນ້ອຍຂອງເຈົ້າບໍ່ໄດ້ເຮັດໃຫ້ເຈົ້າວິຕົກກັງວົນບໍ? ເຈົ້າສາມາດເປັນຄືຄົນອິດສະຣາເອນທີ່ຖືກເລືອກໄດ້ແທ້ບໍ ນັ້ນກໍ່ຄືຄົນທີ່ຈົງຮັກພັກດີຕໍ່ເຮົາ ແລະ ເຮົາຜູ້ດຽວຢູ່ຕະຫຼອດເວລາ? ສິ່ງທີ່ເປີດເຜີຍໃນຕົວເຈົ້າບໍ່ແມ່ນຄວາມຫາຍະນະຂອງເດັກນ້ອຍຜູ້ທີ່ຫຼົງທາງຈາກພໍ່ແມ່ຂອງພວກເຂົາ, ແຕ່ເປັນຄວາມໂຫດຮ້າຍທີ່ອອກມາຈາກສັດທີ່ຢູ່ໄກຈາກແສ້ຂອງເຈົ້ານາຍພວກມັນ. ພວກເຈົ້າຄວນຮູ້ທຳມະຊາດຂອງເຈົ້າເອງ ເຊິ່ງຍັງເປັນຄວາມອ່ອນແອທີ່ພວກເຈົ້າທຸກຄົນມີຮ່ວມກັນ; ມັນຄືຄວາມເຈັບປ່ວຍທີ່ພວກເຈົ້າທຸກຄົນມີ. ສະນັ້ນ, ຄໍາແນະນໍາພຽງຢ່າງດຽວຂອງເຮົາສຳລັບເຈົ້າໃນມື້ນີ້ກໍ່ຄືການຍຶດໝັ້ນເປັນພະຍານໃຫ້ແກ່ເຮົາ. ບໍ່ວ່າໃນສະຖານະການໃດກໍ່ຕາມ, ຢ່າປ່ອຍໃຫ້ຄວາມເຈັບປ່ວຍເດີມໆປາກົດຂຶ້ນມາອີກຄັ້ງ. ການເປັນພະຍານຄືສິ່ງທີ່ສຳຄັນທີ່ສຸດ, ມັນຄືຫົວໃຈໃນພາລະກິດຂອງເຮົາ. ເຈົ້າຄວນຍອມຮັບພຣະທໍາຂອງເຮົາ ຄືດັ່ງທີ່ມາຣີອາໄດ້ຍອມຮັບການເປີດເຜີຍຂອງພຣະເຢໂຮວາທີ່ມາປາກົດໃນຄວາມຝັນຂອງນາງ: ໂດຍການອ່ອນນ້ອມ ແລະ ການເຊື່ອຟັງໃນພາຍຫຼັງ. ມີແຕ່ສິ່ງນີ້ເທົ່ານັ້ນຈຶ່ງມີຄຸນສົມບັດເປັນຄວາມບໍລິສຸດ. ຍ້ອນເຈົ້າເປັນຜູ້ທີ່ໄດ້ຍິນພຣະທໍາຂອງເຮົາຫຼາຍທີ່ສຸດ, ເປັນຜູ້ທີ່ໄດ້ຮັບພອນຈາກເຮົາຫຼາຍທີ່ສຸດ. ເຮົາໄດ້ມອບສິ່ງທີ່ມີຄຸນຄ່າທັງໝົດຂອງເຮົາໃຫ້ແກ່ເຈົ້າ, ເຮົາໄດ້ປະທານທຸກສິ່ງທຸກຢ່າງໃຫ້ແກ່ເຈົ້າ, ແຕ່ເຈົ້າກໍ່ມີສະຖານະທີ່ແຕກຕ່າງກັນຫຼາຍຈາກຄົນອິດສະຣາເອນ; ເຈົ້າຢູ່ຫ່າງກັນຄົນລະໂລກແທ້ໆ. ແຕ່ເມື່ອທຽບກັບພວກເຂົາແລ້ວ, ເຈົ້າແມ່ນໄດ້ຮັບຫຼາຍກວ່າພວກເຂົາຫຼາຍເທົ່າ; ໃນຂະນະທີ່ພວກເຂົາລໍຖ້າຢ່າງໝົດຫວັງສຳລັບການປາກົດຕົວຂອງເຮົາ, ເຈົ້າໃຊ້ເວລາຢ່າງມີຄວາມສຸກກັບເຮົາ, ແບ່ງປັນຄວາມອຸດົມສົມບູນຂອງເຮົາ. ຍ້ອນຄວາມແຕກຕ່າງນີ້, ແມ່ນຫຍັງໃຫ້ສິດເຈົ້າໃນການຈົ່ມ ແລະ ຖຽງກັນກັບເຮົາ ແລະ ຮຽກຮ້ອງເອົາສ່ວນແບ່ງຈາກຊັບສິນຂອງເຮົາ? ເຈົ້າຍັງໄດ້ບໍ່ພໍອີກບໍ? ເຮົາເອົາໃຫ້ເຈົ້າຫຼາຍແລ້ວ ແຕ່ສິ່ງທີ່ເຈົ້າໃຫ້ເຮົາເປັນການຕອບແທນຄືຄວາມໂສກເສົ້າເສຍໃຈ ແລະ ຄວາມວິຕົກກັງວົນ ແລະ ຄວາມແຄ້ນໃຈ ແລະ ຄວາມບໍ່ພໍໃຈທີ່ບໍ່ສາມາດທົນໄດ້. ເຈົ້າເປັນຕາລັງກຽດຫຼາຍ, ແຕ່ເຈົ້າຍັງໜ້າສົມເພດອີກ, ສະນັ້ນ ເຮົາຈຶ່ງບໍ່ມີທາງເລືອກນອກຈາກກືນຄວາມແຄ້ນໃຈຂອງເຮົາທັງໝົດ ແລະ ສະແດງຄວາມຄັດຄ້ານຂອງເຮົາຕໍ່ເຈົ້າຊໍ້າແລ້ວຊໍ້າອີກ. ຫຼາຍພັນປີກັບການດໍາເນີນພາລະກິດ, ເຮົາບໍ່ເຄີຍໂຕ້ຖຽງກັບມະນຸດຊາດຈັກເທື່ອ ເພາະເຮົາໄດ້ຄົ້ນພົບວ່າ ຕະຫຼອດການພັດທະນາຂອງມະນຸດຊາດ, ມັນເປັນພຽງ “ການຫຼອກລວງ” ໃນບັນດາພວກເຈົ້າທີ່ກາຍເປັນສິ່ງທີ່ມີຊື່ສຽງຫຼາຍທີ່ສຸດ, ເປັນດັ່ງມໍລະດົກລ້ຳຄ່າທີ່ບັນພະບຸລຸດທີ່ມີຊື່ສຽງໃນຍຸກບູຮານໄດ້ປະໄວ້ໃຫ້ເຈົ້າ. ເຮົາຊ່າງກຽດຊັງພວກໝູ ແລະ ໝາທີ່ບໍ່ມີຄວາມເປັນມະນຸດນັ້ນ. ເຈົ້າຂາດຈິດສຳນຶກຫຼາຍເກີນໄປ! ເຈົ້າມີນິໄສທີ່ຕ່ຳຊາມເກີນໄປ! ຫົວໃຈຂອງພວກເຈົ້າກໍ່ແຂງກະດ້າງເກີນໄປ! ຖ້າເຮົາຕ້ອງເອົາພຣະທໍາ ແລະ ພາລະກິດດັ່ງກ່າວໃຫ້ຄົນອິດສະຣາເອນ, ເຮົາກໍ່ຄົງຈະໄດ້ຮັບສະຫງ່າລາສີແຕ່ດົນແລ້ວ. ແຕ່ໃນບັນດາພວກເຈົ້າ, ນີ້ຄືສິ່ງທີ່ບໍ່ສາມາດບັນລຸໄດ້; ໃນບັນດາພວກເຈົ້າແມ່ນມີແຕ່ຄວາມບໍ່ສົນໃຈທີ່ໂຫດຮ້າຍ, ຫົວໃຈທີ່ເຢັນຊາຂອງພວກເຈົ້າ ແລະ ຄຳແກ້ໂຕຂອງພວກເຈົ້າ. ພວກເຈົ້າຂາດຄວາມຮູ້ສຶກ ແລະ ບໍ່ມີຄຸນຄ່າຫຍັງເລີຍ!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ແມ່ນຫຍັງຄືຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະເຈົ້າ?
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ