ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 155
23 ເດືອນທັນວາ 2025
ພາລະກິດການຄຸ້ມຄອງເກີດຂຶ້ນຍ້ອນມະນຸດຊາດເທົ່ານັ້ນ ເຊິ່ງໝາຍຄວາມວ່າ ມັນເກີດຂຶ້ນຍ້ອນການມີຢູ່ຂອງມະນຸດເທົ່ານັ້ນ. ບໍ່ມີການຄຸ້ມຄອງກ່ອນໜ້າມະນຸດຊາດ ຫຼື ໃນຕອນເລີ່ມຕົ້ນ ເມື່ອສະຫວັນ ແລະ ແຜ່ນດິນໂລກ ແລະ ສິ່ງທັງປວງຖືກສ້າງຂຶ້ນ. ໃນພາລະກິດທັງໝົດຂອງພຣະເຈົ້າ, ຖ້າບໍ່ມີການປະຕິບັດທີ່ເປັນປະໂຫຍດຕໍ່ມະນຸດ ເຊິ່ງໝາຍຄວາມວ່າ ຖ້າພຣະເຈົ້າບໍ່ມີການຮຽກຮ້ອງທີ່ເໝາະສົມສຳລັບມະນຸດຊາດທີ່ເສື່ອມຊາມ (ໃນພາລະກິດທີ່ພຣະເຈົ້າປະຕິບັດ ຖ້າບໍ່ມີເສັ້ນທາງເໝາະສົມສຳລັບການປະຕິບັດຂອງມະນຸດ), ແລ້ວພາລະກິດນີ້ກໍຈະບໍ່ສາມາດເອີ້ນໄດ້ວ່າ ເປັນການຄຸ້ມຄອງຂອງພຣະເຈົ້າ. ຖ້າພາລະກິດທັງໝົດຂອງພຣະເຈົ້າພຽງແຕ່ກ່ຽວພັນກັບການບອກມະນຸດຊາດທີ່ເສື່ອມຊາມເຖິງວິທີການປະຕິບັດຂອງພວກເຂົາ ແລະ ພຣະເຈົ້າບໍ່ປະຕິບັດກິດຈະການຂອງພຣະອົງເລີຍ ແລະ ບໍ່ໄດ້ສະແດງອຳນາດອັນຍິ່ງໃຫຍ່ ຫຼື ສະຕິປັນຍາຂອງພຣະອົງແມ່ນແຕ່ໜ້ອຍດຽວ, ແລ້ວບໍ່ວ່າເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກມະນຸດຈະສູງສໍ່າໃດກໍຕາມ, ບໍ່ວ່າພຣະເຈົ້າຈະດຳລົງຊີວິດທ່າມກາງມະນຸດດົນສໍ່າໃດກໍຕາມ, ມະນຸດກໍຈະບໍ່ຮູ້ຫຍັງເລີຍກ່ຽວກັບອຸປະນິໄສຂອງພຣະເຈົ້າ; ຖ້າສິ່ງນັ້ນເປັນຄວາມຈິງ, ແລ້ວພາລະກິດປະເພດນີ້ກໍຍິ່ງບໍ່ສົມຄວນເອີ້ນວ່າເປັນການຄຸ້ມຄອງຂອງພຣະເຈົ້າ. ເວົ້າຢ່າງງ່າຍໆກໍຄື ພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າເປັນພາລະກິດທີ່ພຣະເຈົ້າປະຕິບັດ ແລະ ເປັນພາລະກິດທັງໝົດທີ່ຜູ້ຄົນທີ່ຖືກພຣະເຈົ້າຮັບເອົາ ປະຕິບັດພາຍໃຕ້ການນໍາພາຂອງພຣະເຈົ້າ. ພາລະກິດດັ່ງກ່າວສາມາດສະຫຼຸບໄດ້ວ່າເປັນການຄຸ້ມຄອງ. ເວົ້າອີກຢ່າງໜຶ່ງກໍຄື, ພາລະກິດຂອງພຣະເຈົ້າທ່າມກາງມະນຸດ ພ້ອມທັງການຮ່ວມມືຂອງພຣະອົງກັບຄົນທີ່ຕິດຕາມພຣະອົງ ທັງໝົດນີ້ເອີ້ນໄດ້ວ່າ ເປັນການຄຸ້ມຄອງ. ໃນນີ້, ພາລະກິດຂອງພຣະເຈົ້າແມ່ນເອີ້ນວ່ານິມິດ ແລະ ການຮ່ວມມືຂອງມະນຸດແມ່ນເອີ້ນວ່າການປະຕິບັດ. ຍິ່ງພາລະກິດຂອງພຣະເຈົ້າສູງສົ່ງຫຼາຍສໍ່າໃດ (ນັ້ນກໍຄື ຍິ່ງນິມິດສູງສົ່ງຫຼາຍສໍ່າໃດ), ອຸປະນິໄສຂອງພຣະເຈົ້າກໍຍິ່ງຖືກເຮັດໃຫ້ແຈ່ມແຈ້ງຕໍ່ມະນຸດຫຼາຍສໍ່ານັ້ນ ແລະ ມັນຍິ່ງຂັດກັບແນວຄິດຂອງມະນຸດຫຼາຍສໍ່ານັ້ນ ແລະ ການປະຕິບັດ ແລະ ການຮ່ວມມືຂອງມະນຸດກໍຍິ່ງສູງສົ່ງຫຼາຍສໍ່ານັ້ນ. ຍິ່ງເງື່ອນໄຂຂອງມະນຸດສູງຫຼາຍສໍ່າໃດ, ພາລະກິດຂອງພຣະເຈົ້າກໍຂັດກັບແນວຄິດຂອງມະນຸດຫຼາຍສໍ່ານັ້ນ, ຜົນຕາມມາກໍຄື ການທົດລອງຂອງມະນຸດ ແລະ ມາດຕະຖານທີ່ເຂົາຕ້ອງບັນລຸກໍສູງຂຶ້ນເຊັ່ນກັນ. ຜົນສະຫຼຸບຂອງພາລະກິດນີ້ກໍຄື ທຸກນິມິດຈະຖືກເຮັດໃຫ້ສຳເລັດ ແລະ ສິ່ງທີ່ມະນຸດຈຳເປັນຕ້ອງນໍາເຂົ້າສູ່ການປະຕິບັດກໍຈະໄປເຖິງຈຸດສູງສຸດຂອງຄວາມສົມບູນ. ນີ້ຍັງເປັນເວລາທີ່ແຕ່ລະຄົນຖືກຈັດແບ່ງອອກຕາມປະເພດຂອງໃຜລາວ ຍ້ອນສິ່ງທີ່ມະນຸດຈຳເປັນຕ້ອງຮູ້ກໍຈະຖືກສະແດງໃຫ້ກັບມະນຸດ. ສະນັ້ນ ເມື່ອນິມິດຕ່າງໆໄປເຖິງຈຸດສູງສຸດ, ພາລະກິດກໍຈະເຂົ້າສູ່ຈຸດສິ້ນສຸດຕາມນັ້ນ ແລະ ການປະຕິບັດຂອງມະນຸດກໍຈະໄປເຖິງຈຸດສູງສຸດເຊັ່ນກັນ. ການປະຕິບັດຂອງມະນຸດແມ່ນອີງຕາມພາລະກິດຂອງພຣະເຈົ້າ ແລະ ການຄຸ້ມຄອງຂອງພຣະເຈົ້ານັ້ນແມ່ນຖືກສະແດງອອກຢ່າງສົມບູນຍ້ອນການປະຕິບັດຂອງມະນຸດ ແລະ ການຮ່ວມມືຂອງມະນຸດ. ມະນຸດແມ່ນຕົວຢ່າງໃນພາລະກິດຂອງພຣະເຈົ້າ ແລະ ເປັນເປົ້າໝາຍຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າທັງໝົດ ແລະ ຍັງເປັນຜົນຜະລິດຂອງການຄຸ້ມຄອງທັງໝົດຂອງພຣະເຈົ້າອີກດ້ວຍ. ຖ້າພຣະເຈົ້າປະຕິບັດພາລະກິດພຽງຜູ້ດຽວ ໂດຍບໍ່ມີການຮ່ວມມືຂອງມະນຸດ, ແລ້ວກໍຈະບໍ່ມີຫຍັງທີ່ສາມາດເຮັດໜ້າທີ່ເປັນແກ້ວຜະລຶກຂອງພາລະກິດທັງໝົດຂອງພຣະເຈົ້າ ແລະ ໃນທີ່ສຸດ ກໍຈະບໍ່ມີຄວາມໝາຍແມ່ນແຕ່ໜ້ອຍດຽວໃນການຄຸ້ມຄອງຂອງພຣະເຈົ້າ. ນອກຈາກພາລະກິດຂອງພຣະເຈົ້າແລ້ວ, ມີພຽງການເລືອກເອົາເປົ້າໝາຍຢ່າງເໝາະສົມເທົ່ານັ້ນເພື່ອສຳແດງເຖິງພາລະກິດຂອງພຣະອົງ ແລະ ພິສູດອຳນາດອັນຍິ່ງໃຫຍ່ ແລະ ສະຕິປັນຍາ ພຣະເຈົ້າຈຶ່ງສາມາດບັນລຸຈຸດປະສົງແຫ່ງການຄຸ້ມຄອງຂອງພຣະເຈົ້າ ແລະ ບັນລຸຈຸດປະສົງແຫ່ງການນໍາໃຊ້ພາລະກິດນີ້ທັງໝົດເພື່ອເອົາຊະນະຊາຕານໂດຍສິ້ນເຊີງ. ດ້ວຍເຫດນັ້ນ ມະນຸດຈຶ່ງເປັນສ່ວນໜຶ່ງທີ່ຂາດບໍ່ໄດ້ໃນພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ ແລະ ມະນຸດກໍເປັນພຽງຜູ້ດຽວທີ່ສາມາດເຮັດໃຫ້ການຄຸ້ມຄອງຂອງພຣະເຈົ້າເກີດໝາກຜົນ ແລະ ບັນລຸຈຸດປະສົງສຸດທ້າຍຂອງພາລະກິດ; ນອກຈາກມະນຸດແລ້ວ ບໍ່ມີສິ່ງມີຊີວິດອື່ນໃດທີ່ສາມາດຮັບບົດບາດດັ່ງກ່າວນີ້ໄດ້. ຖ້າມະນຸດຕ້ອງກາຍເປັນແກ້ວຜະລຶກທີ່ແທ້ຈິງຂອງພາລະກິດແຫ່ງການຄຸ້ມຄອງ, ແລ້ວຄວາມກະບົດຂອງມະນຸດຊາດທີ່ເສື່ອມຊາມຕ້ອງຖືກກຳຈັດທັງໝົດ. ສິ່ງນີ້ຮຽກຮ້ອງໃຫ້ມະນຸດປະຕິບັດຢ່າງເໝາະສົມໃນເວລາທີ່ແຕກຕ່າງກັນ ແລະ ໃຫ້ພຣະເຈົ້າປະຕິບັດພາລະກິດທີ່ສອດຄ່ອງກັນທ່າມກາງມະນຸດ. ໃນວິທີນີ້ເທົ່ານັ້ນ ຈຶ່ງຈະຮັບເອົາກຸ່ມຄົນທີ່ເປັນແກ້ວຜະລຶກຂອງພາລະກິດແຫ່ງການຄຸ້ມຄອງໄດ້ໃນທີ່ສຸດ. ພາລະກິດຂອງພຣະເຈົ້າທ່າມກາງມະນຸດບໍ່ສາມາດເປັນພະຍານໃຫ້ກັບພຣະເຈົ້າເອງພຽງຜ່ານທາງພາລະກິດຂອງພຣະເຈົ້າເທົ່ານັ້ນ; ເພື່ອບັນລຸຜົນໃນສິ່ງນີ້, ການເປັນພະຍານດັ່ງກ່າວຈຳເປັນຕ້ອງມີມະນຸດທີ່ມີຊີວິດຢູ່ທີ່ເໝາະສົມສຳລັບພາລະກິດຂອງພຣະອົງ. ພຣະເຈົ້າຈະປະຕິບັດພາລະກິດໃນຄົນເຫຼົ່ານີ້ກ່ອນ ເຊິ່ງພາລະກິດຂອງພຣະອົງຈຶ່ງຈະໄດ້ສະແດງອອກຜ່ານທາງພວກເຂົາ ແລະ ດ້ວຍເຫດນັ້ນ ການເປັນພະຍານດັ່ງກ່າວຂອງພຣະອົງກໍຈະເກີດຂຶ້ນທ່າມກາງສິ່ງຖືກສ້າງທັງປວງ. ດ້ວຍວິທີນີ້, ພຣະເຈົ້າກໍຈະບັນລຸຈຸດປະສົງໃນພາລະກິດຂອງພຣະອົງ. ພຣະເຈົ້າຈະບໍ່ປະຕິບັດພາລະກິດຜູ້ດຽວເພື່ອເອົາຊະນະຊາຕານ ຍ້ອນພຣະອົງບໍ່ສາມາດເປັນພະຍານໃຫ້ກັບພຣະອົງເອງທ່າມກາງສິ່ງຖືກສ້າງທັງປວງໂດຍກົງໄດ້. ຖ້າພຣະອົງເຮັດແບບນັ້ນ, ມັນກໍເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ມະນຸດເຊື່ອ, ສະນັ້ນ ພຣະເຈົ້າຈຶ່ງຕ້ອງປະຕິບັດພາລະກິດໃນມະນຸດເພື່ອເອົາຊະນະພວກເຂົາ ແລະ ມີແຕ່ເມື່ອນັ້ນ ພຣະອົງຈຶ່ງຈະສາມາດໄດ້ຮັບການເປັນພະຍານທ່າມກາງສິ່ງຖືກສ້າງທັງປວງ. ຖ້າພຣະເຈົ້າປະຕິບັດພາລະກິດພຽງຜູ້ດຽວ ແລະ ບໍ່ມີການຮ່ວມມືຈາກມະນຸດ ຫຼື ຖ້າມະນຸດບໍ່ຈຳເປັນຕ້ອງຮ່ວມມື, ແລ້ວມະນຸດກໍຈະບໍ່ສາມາດຮູ້ຈັກອຸປະນິໄສຂອງພຣະເຈົ້າໄດ້ຈັກເທື່ອ ແລະ ຈະບໍ່ຮູ້ຈັກເຈດຕະນາຂອງພຣະເຈົ້າຕະຫຼອດໄປ; ແລ້ວພາລະກິດຂອງພຣະເຈົ້າກໍບໍ່ສາມາດເອີ້ນໄດ້ວ່າເປັນພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ. ຖ້າມະນຸດພຽງແຕ່ພະຍາຍາມ ແລະ ສະແຫວງຫາ ແລະ ປະຕິບັດພາລະກິດຢ່າງໜັກໂດຍບໍ່ມີການເຂົ້າໃຈພາລະກິດຂອງພຣະເຈົ້າ, ແລ້ວມະນຸດຈະຫຼິ້ນຕະຫຼົກ. ຫາກປາສະຈາກພາລະກິດຂອງພຣະວິນຍານບໍລິສຸດ, ສິ່ງທີ່ມະນຸດເຮັດກໍມາຈາກຊາຕານ, ເຂົາເປັນຄົນກະບົດ ແລະ ເປັນຄົນຊົ່ວ; ຊາຕານຖືກສະແດງອອກໃນທຸກສິ່ງທີ່ປະຕິບັດໂດຍມະນຸດຊາດອັນທີ່ເສື່ອມຊາມ ແລະ ບໍ່ມີຫຍັງທີ່ສອດຄ່ອງກັບພຣະເຈົ້າເລີຍ ແລະ ທຸກສິ່ງລ້ວນແລ້ວແຕ່ເປັນການສະແດງອອກຂອງຊາຕານ. ທຸກສິ່ງທີ່ກ່າວມານັ້ນບໍ່ໄດ້ຢູ່ນອກເໜືອນິມິດ ແລະ ການປະຕິບັດ. ບົນພື້ນຖານຂອງນິມິດ, ມະນຸດຄົ້ນພົບການປະຕິບັດ ແລະ ເສັ້ນທາງແຫ່ງຄວາມອ່ອນນ້ອມ, ເພື່ອວ່າເຂົາຈະໄດ້ປະຖິ້ມແນວຄິດຂອງເຂົາ ແລະ ຮັບເອົາສິ່ງເຫຼົ່ານັ້ນທີ່ເຂົາບໍ່ໄດ້ມີມາກ່ອນ. ພຣະເຈົ້າຮຽກຮ້ອງໃຫ້ມະນຸດຮ່ວມມືກັບພຣະອົງ, ໃຫ້ມະນຸດຍອມຮັບເອົາເງື່ອນໄຂຂອງພຣະອົງຢ່າງສົມບູນ ແລະ ມະນຸດຮຽກຮ້ອງເພື່ອປະຈັກພາລະກິດທີ່ພຣະເຈົ້າເອງປະຕິບັດ, ເພື່ອຜະເຊີນກັບອຳນາດອົງຊົງລິດທານຸພາບສູງສຸດຂອງພຣະເຈົ້າ ແລະ ເພື່ອຮູ້ຈັກອຸປະນິໄສຂອງພຣະເຈົ້າ. ສະຫຼຸບກໍຄື ສິ່ງເຫຼົ່ານີ້ແມ່ນການຄຸ້ມຄອງຂອງພຣະເຈົ້າ. ການຮ່ວມກັນລະຫວ່າງພຣະເຈົ້າກັບມະນຸດແມ່ນການຄຸ້ມຄອງ ແລະ ການຄຸ້ມຄອງທີ່ຍິ່ງໃຫຍ່ທີ່ສຸດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ