ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 10
ມີພຽງແຕ່ພຣະເຈົ້າອົງດຽວທີ່ປະຕິບັດພາລະກິດສາມຂັ້ນຕອນ; ນີ້ຄືນິມິດທີ່ຍິ່ງໃຫຍ່ທີ່ສຸດ ແລະ ນີ້ເປັນເສັ້ນທາງສູ່ການຮູ້ຈັກພຣະເຈົ້າ....
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ບໍ່ວ່າໃນຂັ້ນຕອນນີ້ ພຣະເຈົ້າຜູ້ບັງເກີດເປັນມະນຸດກຳລັງອົດທົນຕໍ່ຄວາມລຳບາກ ຫຼື ປະຕິບັດພັນທະກິດຂອງພຣະອົງກໍຕາມ, ພຣະອົງເຮັດແບບນັ້ນກໍເພື່ອເຮັດໃຫ້ຄວາມໝາຍຂອງການບັງເກີດເປັນມະນຸດສົມບູນ, ຍ້ອນວ່າ ນີ້ແມ່ນການບັງເກີດຄັ້ງສຸດທ້າຍຂອງພຣະເຈົ້າ. ພຣະເຈົ້າພຽງແຕ່ສາມາດບັງເກີດເປັນມະນຸດສອງຄັ້ງ. ບໍ່ສາມາດມີຄັ້ງທີສາມໄດ້. ການບັງເກີດເປັນມະນຸດຄັ້ງທຳອິດເປັນຜູ້ຊາຍ, ຄັ້ງທີສອງເປັນຜູ້ຍິງ ແລະ ດ້ວຍເຫດນີ້ ພາບລັກສະນະເນື້ອໜັງຂອງພຣະເຈົ້າຈຶ່ງສົມບູນໃນຄວາມຄິດຂອງມະນຸດ; ຍິ່ງໄປກວ່ານັ້ນ ການບັງເກີດເປັນມະນຸດທັງສອງຄັ້ງໄດ້ເຮັດໃຫ້ພາລະກິດຂອງພຣະເຈົ້າໃນເນື້ອໜັງສຳເລັດແລ້ວ. ໃນຄັ້ງທຳອິດ ພຣະເຈົ້າຜູ້ບັງເກີດເປັນມະນຸດມີຄວາມເປັນມະນຸດທຳມະດາ ເພື່ອເຮັດໃຫ້ຄວາມໝາຍຂອງການບັງເກີດເປັນມະນຸດສົມບູນ. ເວລານີ້ ພຣະອົງກໍມີຄວາມເປັນມະນຸດທຳມະດາເຊັ່ນກັນ ແຕ່ຄວາມໝາຍຂອງການບັງເກີດເປັນມະນຸດແຕກຕ່າງກັນ: ການບັງເກີດເລິກເຊິ່ງກວ່າ ແລະ ພາລະກິດຂອງພຣະອົງກໍມີຄວາມໝາຍເລິກເຊິ່ງກວ່າ. ເຫດຜົນທີ່ພຣະເຈົ້າກາຍມາເປັນເນື້ອໜັງອີກຄັ້ງກໍເພື່ອເຮັດໃຫ້ຄວາມໝາຍຂອງການບັງເກີດເປັນມະນຸດສົມບູນ. ເມື່ອພຣະເຈົ້າໄດ້ສິ້ນສຸດຂັ້ນຕອນນີ້ຂອງພາລະກິດຂອງພຣະອົງຢ່າງສົມບູນແລ້ວ, ຄວາມໝາຍທັງໝົດຂອງການບັງເກີດເປັນມະນຸດ ນັ້ນກໍຄື ພາລະກິດຂອງພຣະເຈົ້າໃນເນື້ອໜັງມະນຸດ ຈະຖືກເຮັດໃຫ້ສົມບູນ ແລະ ຈະບໍ່ມີພາລະກິດໃດອີກທີ່ຈະເຮັດໃຫ້ສຳເລັດໂດຍຜ່ານເນື້ອໜັງມະນຸດ. ນັ້ນໝາຍຄວາມວ່າ ນັບຕັ້ງແຕ່ປັດຈຸບັນເປັນຕົ້ນໄປ ພຣະເຈົ້ານັ້ນຈະບໍ່ມາສະຖິດເຂົ້າສູ່ເນື້ອໜັງມະນຸດອີກຄັ້ງເພື່ອປະຕິບັດພາລະກິດຂອງພຣະອົງ. ພຣະເຈົ້າປະຕິບັດພາລະກິດຂອງການບັງເກີດເປັນມະນຸດເພື່ອພຽງຊ່ວຍໃຫ້ມະນຸດລອດພົ້ນ ແລະ ເຮັດໃຫ້ມະນຸດຊາດສົມບູນແບບເທົ່ານັ້ນ. ເວົ້າອີກແບບໜຶ່ງກໍຄື ມັນບໍ່ແມ່ນເລື່ອງປົກກະຕິສຳລັບພຣະເຈົ້າທີ່ຈະເຂົ້າມາສູ່ເນື້ອໜັງ, ນອກຈາກເພື່ອຜົນປະໂຫຍດແຫ່ງພາລະກິດ. ໂດຍການມາເຂົ້າສູ່ເນື້ອໜັງເພື່ອປະຕິບັດພາລະກິດ ພຣະອົງສະແດງໃຫ້ຊາຕານເຫັນວ່າ ພຣະເຈົ້າເປັນເນື້ອໜັງ, ເປັນບຸກຄົນທຳມະດາ ແລະ ບຸກຄົນທີ່ບໍ່ມີຫຍັງພິເສດ ແລະ ເຖິງຢ່າງໃດກໍຕາມ ພຣະອົງສາມາດເອົາຊະນະແຜ່ນດິນໂລກ, ສາມາດເອົາຊະນະຊາຕານ, ໄຖ່ບາບມະນຸດຊາດ ແລະ ເອົາຊະນະມະນຸດຊາດ! ເປົ້າໝາຍຂອງພາລະກິດຂອງຊາຕານແມ່ນການເຮັດໃຫ້ມະນຸດຊາດເສື່ອມຊາມ, ໃນຂະນະທີ່ເປົ້າໝາຍຂອງພາລະກິດຂອງພຣະເຈົ້າແມ່ນການຊ່ວຍມະນຸດຊາດໃຫ້ລອດພົ້ນ. ຊາຕານກັກມະນຸດໄວ້ໃນເຫວເລິກທີ່ບໍ່ສິ້ນສຸດ ໃນຂະນະທີ່ພຣະເຈົ້າຊ່ວຍເຂົາອອກຈາກບ່ອນນັ້ນ. ຊາຕານເຮັດໃຫ້ມະນຸດທຸກຄົນບູຊາມັນ, ໃນຂະນະທີ່ພຣະເຈົ້າເຮັດໃຫ້ພວກເຂົາຢູ່ພາຍໃຕ້ອຳນາດຂອງພຣະອົງ, ຍ້ອນພຣະອົງເປັນພຣະຜູ້ເປັນເຈົ້າແຫ່ງການຊົງສ້າງ. ພາລະກິດທຸກຢ່າງນີ້ແມ່ນເຮັດໃຫ້ສຳເລັດຜ່ານການບັງເກີດເປັນມະນຸດສອງຄັ້ງຂອງພຣະເຈົ້າ. ໃນແກ່ນແທ້ແລ້ວ ເນື້ອໜັງຂອງພຣະອົງແມ່ນການຮ່ວມຕົວກັນລະຫວ່າງການເປັນມະນຸດ, ການເປັນພຣະເຈົ້າ ແລະ ຄວາມເປັນມະນຸດທຳມະດາ. ສະນັ້ນຫາກປາສະຈາກເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ພຣະເຈົ້າກໍບໍ່ສາມາດບັນລຸຜົນໃນການຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ຫາກປາສະຈາກຄວາມເປັນມະນຸດທຳມະດາຂອງເນື້ອໜັງຂອງພຣະອົງ, ພາລະກິດຂອງພຣະອົງຜ່ານເນື້ອໜັງກໍຍັງບໍ່ສາມາດບັນລຸຜົນໄດ້. ແກ່ນແທ້ຂອງການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນພຣະອົງຕ້ອງມີຄວາມເປັນມະນຸດທຳມະດາ; ຖ້າບໍ່ດັ່ງນັ້ນ ກໍຈະກົງກັນຂ້າມກັບເຈດຕະນາເດີມຂອງພຣະເຈົ້າໃນການບັງເກີດເປັນມະນຸດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ມີພຽງແຕ່ພຣະເຈົ້າອົງດຽວທີ່ປະຕິບັດພາລະກິດສາມຂັ້ນຕອນ; ນີ້ຄືນິມິດທີ່ຍິ່ງໃຫຍ່ທີ່ສຸດ ແລະ ນີ້ເປັນເສັ້ນທາງສູ່ການຮູ້ຈັກພຣະເຈົ້າ....
ພາລະກິດໃນປັດຈຸບັນໄດ້ຊຸກຍູ້ພາລະກິດຂອງຍຸກແຫ່ງພຣະຄຸນ ນັ້ນກໍຄືພາລະກິດພາຍໃຕ້ແຜນການຄຸ້ມຄອງຫົກພັນປີທັງໝົດໄດ້ສືບຕໍ່ກ້າວໄປຂ້າງໜ້າ. ເຖິງແມ່ນວ່າ...
ການໃກ້ເຖິງຈຸດສິ້ນສຸດຂອງທຸກສັບພະສິ່ງຊີ້ໃຫ້ເຫັນເຖິງການສິ້ນສຸດພາລະກິດຂອງພຣະເຈົ້າ ແລະ ພ້ອມທັງຊີ້ໃຫ້ເຫັນເຖິງການສິ້ນສຸດຂອງການພັດທະນາຂອງມະນຸດ....
ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດປະກອບດ້ວຍສອງສ່ວນ. ຄັ້ງທຳອິດ ພຣະອົງໄດ້ຊົງມາເປັນມະນຸດ, ຜູ້ຄົນບໍ່ເຊື່ອໃນພຣະອົງ ຫຼື ຮູ້ຈັກພຣະອົງ ແລະ...