ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 420

09 ເດືອນທັນວາ 2025

ການໄຕ່ຕອງ ແລະ ອະທິຖານຕໍ່ພຣະທຳຂອງພຣະເຈົ້າໃນຂະນະທີ່ກິນ ແລະ ດື່ມພຣະທຳໃນປັດຈຸບັນຂອງພຣະອົງແມ່ນຂັ້ນຕອນທຳອິດທີ່ຈະຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າໄດ້. ຖ້າເຈົ້າສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຢ່າງແທ້ຈິງ ແລ້ວແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະວິນຍານບໍລິສຸດກໍຈະຢູ່ກັບເຈົ້າ. ຊີວິດຝ່າຍວິນຍານທັງໝົດບັນລຸຜົນດ້ວຍການຢູ່ໃນຄວາມສະຫງົບກັບການສະຖິດຂອງພຣະເຈົ້າ. ການອະທິຖານ, ເຈົ້າຕ້ອງຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ແລະ ພຽງເມື່ອນັ້ນເຈົ້າຈຶ່ງຈະສາມາດໄດ້ຮັບການສຳຜັດຈາກພຣະວິນຍານບໍລິສຸດ. ເມື່ອເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ, ເມື່ອເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າກໍຈະສາມາດໄດ້ຮັບແສງສະຫວ່າງ ແລະ ແສງເຍືອງທາງ ແລະ ສາມາດໄດ້ຮັບຄວາມເຂົ້າໃຈກ່ຽວກັບພຣະທໍາຂອງພຣະເຈົ້າຢ່າງແທ້ຈິງ. ເມື່ອໃນກິດຈະກຳປົກກະຕິຂອງການຕັ້ງສະມາທິ, ການສໍາພັນ ແລະ ການເຂົ້າມາຢູ່ໃກ້ພຣະເຈົ້າດ້ວຍຫົວໃຈຂອງເຈົ້າ ແລ້ວເຈົ້າກໍຈະມີຄວາມສະຫງົບຢູ່ກັບການສະຖິດຂອງພຣະເຈົ້າ, ເຈົ້າຈະສາມາດຊື່ນຊົມຄວາມໃກ້ຊິດກັບພຣະເຈົ້າຢ່າງແທ້ຈິງ, ສາມາດມີຄວາມເຂົ້າໃຈຢ່າງແທ້ຈິງກ່ຽວກັບຄວາມຮັກຂອງພຣະເຈົ້າ ແລະ ພາລະກິດຂອງພຣະອົງ ແລະ ສະແດງໃຫ້ເຫັນເຖິງການຄໍານຶງຢ່າງແທ້ຈິງຕໍ່ເຈດຕະນາຂອງພຣະເຈົ້າ. ຍິ່ງເຈົ້າສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າເປັນປົກກະຕິຫຼາຍເທົ່າໃດ ເຈົ້າກໍຈະໄດ້ຮັບແສງເຍືອງທາງ ແລະ ເຂົ້າໃຈເຖິງອຸປະນິໄສທີ່ເສື່ອມຊາມຂອງຕົນເອງຫຼາຍເທົ່ານັ້ນ. ແມ່ນຫຍັງຄືສິ່ງທີ່ເຈົ້າຂາດ, ແມ່ນຫຍັງຄືສິ່ງທີ່ເຈົ້າຄວນເຂົ້າສູ່, ໜ້າທີ່ຫຍັງທີ່ເຈົ້າຄວນຮັບໃຊ້ ແລະ ຂໍ້ບົກຜ່ອງຂອງເຈົ້າຢູ່ບ່ອນໃດ. ທຸກສິ່ງນີ້ສາມາດບັນລຸຜົນໄດ້ໂດຍການຢູ່ໃນຄວາມສະຫງົບກັບການສະຖິດຂອງພຣະເຈົ້າ. ຖ້າເຈົ້າບັນລຸສ່ວນເລິກໃນການຢູ່ຢ່າງສະຫງົບຕໍ່ໜ້າພຣະເຈົ້າຢ່າງແທ້ຈິງ, ເຈົ້າຈະສາມາດເຂົ້າໃຈສິ່ງລຶກລັບບາງຢ່າງຂອງວິນຍານ, ເຂົ້າໃຈສິ່ງທີ່ພຣະເຈົ້າໃນປັດຈຸບັນຕ້ອງການປະຕິບັດໃນຕົວເຈົ້າ, ເຂົ້າໃຈຢ່າງເລິກເຊິ່ງໃນພຣະທຳຂອງພຣະເຈົ້າ, ເຂົ້າໃຈສ່ວນສໍາຄັນຂອງພຣະທໍາຂອງພຣະເຈົ້າ, ແກ່ນແທ້ຂອງພຣະທຳຂອງພຣະເຈົ້າ, ການເປັນຢູ່ຂອງພຣະທຳຂອງພຣະເຈົ້າ ແລະ ເຈົ້າຈະສາມາດເຫັນເສັ້ນທາງແຫ່ງການປະຕິບັດຢ່າງຊັດເຈນ ແລະ ຖືກຕ້ອງຫຼາຍຂຶ້ນ. ຖ້າເຈົ້າບໍ່ປະສົບຄວາມສໍາເລັດຢ່າງເຕັມທີ່ກັບການມີຄວາມສະຫງົບໃນຈິດວິນຍານຂອງເຈົ້າ, ເຈົ້າຈະໄດ້ຮັບການດົນໃຈພຽງເລັກນ້ອຍ; ເຈົ້າຈະຮູ້ສຶກມີກຳລັງຢູ່ພາຍໃນ ແລະ ຈະຮູ້ສຶກມີຄວາມສຸກ ແລະ ຄວາມສະຫງົບໃນລະດັບໃດໜຶ່ງ, ແຕ່ເຈົ້າຈະບໍ່ເຂົ້າໃຈສິ່ງທີ່ເລິກເຊິ່ງໄປກວ່ານັ້ນ. ເຮົາໄດ້ກ່າວກ່ອນໜ້ານີ້ແລ້ວ: ຖ້າມະນຸດບໍ່ນໍາໃຊ້ກຳລັງທຸກສ່ວນຂອງພວກເຂົາ, ມັນຈະຍາກສຳລັບພວກເຂົາທີ່ຈະຍິນສຽງຂອງເຮົາ ຫຼື ເຫັນໜ້າເຮົາ. ສິ່ງນີ້ໝາຍເຖິງການບັນລຸໃນສ່ວນເລິກຂອງການມີຄວາມສະຫງົບຢູ່ຕໍ່ໜ້າພຣະເຈົ້າ ແລະ ບໍ່ແມ່ນພະຍາຍາມພຽງແຕ່ເຮັດແບບຜິວເຜີນເທົ່ານັ້ນ. ຄົນທີ່ສາມາດຢູ່ໃນຄວາມສະຫງົບໃນການສະຖິດຂອງພຣະເຈົ້າແມ່ນສາມາດເຮັດໃຫ້ຕົນເອງເປັນອິດສະຫຼະຈາກການຜູກມັດທັງໝົດຂອງໂລກ ແລະ ຈະໄດ້ຮັບຊັບສິນຈາກພຣະເຈົ້າ. ທຸກຄົນທີ່ບໍ່ສາມາດຢູ່ໃນຄວາມສະຫງົບຢູ່ຕໍ່ໜ້າພຣະເຈົ້າແມ່ນຄົນທີ່ດື້ດ້ານ ແລະ ໃຈແຕກທີ່ໂງ່ຈ້າທີ່ສຸດ. ທຸກຄົນທີ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າແມ່ນຄົນທີ່ມີຄວາມສັດທາຕໍ່ໜ້າພຣະເຈົ້າ ແລະ ຄົນທີ່ປາດຖະໜາຫາພຣະເຈົ້າ. ມີພຽງແຕ່ຄົນທີ່ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າເທົ່ານັ້ນທີ່ຮູ້ຄຸນຄ່າຂອງຊີວິດ, ຮູ້ຄຸນຄ່າຂອງຄວາມສຳພັນທາງວິນຍານ, ມີຄວາມຫິວກະຫາຍຫາພຣະທຳຂອງພຣະເຈົ້າ ແລະ ສະແຫວງຫາຄວາມຈິງ. ໃຜກໍຕາມທີ່ບໍ່ຮູ້ຄຸນຄ່າຂອງການຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ແລະ ບໍ່ປະຕິບັດເພື່ອໃຫ້ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າແມ່ນໄຮ້ປະໂຫຍດ ແລະ ບໍ່ສຳຄັນເລີຍ, ເຊິ່ງເປັນຄົນທີ່ຍຶດຕິດຢູ່ກັບຝ່າຍໂລກ ແລະ ປາສະຈາກຊີວິດ; ເຖິງແມ່ນວ່າ ພວກເຂົາຈະເວົ້າວ່າພວກເຂົາເຊື່ອໃນພຣະເຈົ້າ, ພວກເຂົາກໍພຽງເວົ້າແຕ່ປາກ. ຄົນທີ່ພຣະເຈົ້າຈະເຮັດໃຫ້ສົມບູນ ແລະ ບໍລິບູນໃນທີ່ສຸດ ແມ່ນຄົນທີ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະອົງ. ດ້ວຍເຫດນັ້ນ ຄົນທີ່ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າແມ່ນໄດ້ຮັບຄວາມກະລຸນາທີ່ເຕັມໄປດ້ວຍພອນອັນໃຫຍ່ຫຼວງ. ຄົນທີ່ຂີ້ຄ້ານໃຊ້ເວລາກິນ ແລະ ດື່ມພຣະທຳຂອງພຣະເຈົ້າໝົດມື້, ຄົນທີ່ຫຍຸ້ງຢູ່ກັບບັນຫາພາຍນອກ ແລະ ໃຫ້ຄວາມສຳຄັນພຽງເລັກນ້ອຍໃນການເຂົ້າສູ່ຊີວິດ, ຜູ້ຄົນເຫຼົ່ານີ້ແມ່ນຄົນໜ້າຊື່ໃຈຄົດທີ່ບໍ່ມີຄວາມຫວັງສຳລັບການເຕີບໂຕໃນອະນາຄົດ. ຜູ້ທີ່ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ແລະ ຜູ້ທີ່ສາມາດສື່ສານກັບພຣະເຈົ້າຢ່າງແທ້ຈິງແມ່ນປະຊາຊົນຂອງພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ