ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 28
16 ເດືອນມັງກອນ 2026
ໃນຍຸກແຫ່ງລາຊະອານາຈັກ ພຣະເຈົ້າໃຊ້ພຣະທໍາເພື່ອນໍາໄປສູ່ຍຸກໃໝ່, ປ່ຽນແປງວິທີປະຕິບັດພາລະກິດຂອງພຣະອົງ ແລະ ປະຕິບັດພາລະກິດຂອງຍຸກທັງໝົດ. ນີ້ແມ່ນຫຼັກການທີ່ພຣະເຈົ້າປະຕິບັດພາລະກິດໃນຍຸກແຫ່ງພຣະທໍາ. ພຣະອົງກາຍມາເປັນເນື້ອໜັງເພື່ອກ່າວຈາກມຸມມອງທີ່ແຕກຕ່າງກັນ ເພື່ອວ່າມະນຸດຈະສາມາດເຫັນພຣະເຈົ້າຢ່າງແທ້ຈິງ ເຊິ່ງເປັນພຣະທໍາທີ່ປາກົດໃນເນື້ອໜັງ ແລະ ສາມາດເບິ່ງເຫັນສະຕິປັນຍາ ແລະ ຄວາມອັດສະຈັນຂອງພຣະອົງ. ພາລະກິດດັ່ງກ່າວແມ່ນຖືກປະຕິບັດເພື່ອບັນລຸເປົ້າໝາຍຂອງການເອົາຊະນະມະນຸດໄດ້ດີຂຶ້ນ, ເຮັດໃຫ້ມະນຸດສົມບູນແບບ ແລະ ກໍາຈັດມະນຸດ ເຊິ່ງເປັນຄວາມໝາຍທີ່ແທ້ຈິງຂອງການໃຊ້ພຣະທໍາເພື່ອດໍາເນີນພາລະກິດໃນຍຸກແຫ່ງພຣະທໍາ. ຜ່ານພຣະທໍາເຫຼົ່ານີ້, ຜູ້ຄົນມາຮູ້ຈັກພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ, ທາດແທ້ຂອງມະນຸດ ແລະ ສິ່ງທີ່ມະນຸດຄວນເຂົ້າເຮັດ. ຜ່ານພຣະທໍາ, ພາລະກິດທີ່ພຣະເຈົ້າຕ້ອງການເຮັດໃນຍຸກແຫ່ງພຣະທໍາຈະເກີດຜົນຢ່າງສົມບູນ. ຜ່ານພຣະທໍາເຫຼົ່ານີ້, ຜູ້ຄົນຈະຖືກເປີດໂປງ, ກໍາຈັດ ແລະ ທົດລອງ. ຜູ້ຄົນໄດ້ເຫັນພຣະທໍາຂອງພຣະເຈົ້າ, ໄດ້ຍິນພຣະທໍາເຫຼົ່ານີ້ ແລະ ຮັບຮູ້ວ່າການມີຢູ່ຈິງຂອງພຣະທໍາເຫຼົ່ານີ້. ຜົນຕາມມາກໍ່ຄື ພວກເຂົາໄດ້ມາເຊື່ອໃນການມີຢູ່ຈິງຂອງພຣະເຈົ້າ, ໃນລິດທານຸພາບສູງສຸດ ແລະ ສະຕິປັນຍາຂອງພຣະເຈົ້າ ພ້ອມທັງໃນຄວາມຮັກທີ່ພຣະອົງມີຕໍ່ມະນຸດ ແລະ ຄວາມປາຖະໜາຂອງພຣະອົງເພື່ອຊ່ວຍໃຫ້ມະນຸດລອດພົ້ນ. ຄໍາວ່າ “ພຣະທໍາ” ອາດເປັນສິ່ງທີ່ງ່າຍດາຍ ແລະ ທໍາມະດາ, ແຕ່ພຣະທໍາທີ່ອອກຈາກປາກຂອງພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ສັ່ນສະເທືອນຈັກກະວານ, ພວກມັນປ່ຽນຫົວໃຈຂອງຜູ້ຄົນ, ປ່ຽນແປງແນວຄິດ ແລະ ອຸປະນິໄສເດີມຂອງພວກເຂົາ ແລະ ປ່ຽນແປງລັກສະນະທີ່ໂລກທັງປວງເຄີຍເປັນ. ຕະຫຼອດຍຸກຕ່າງໆ, ມີພຽງແຕ່ພຣະເຈົ້າໃນປັດຈຸບັນທີ່ປະຕິບັດພາລະກິດໃນລັກສະນະນີ້ ແລະ ມີພຽງແຕ່ພຣະອົງທີ່ກ່າວແບບນີ້ ແລະ ມາຊ່ວຍມະນຸດໃຫ້ລອດພົ້ນແບບນີ້. ນັບຕັ້ງແຕ່ນີ້ຕໍ່ໄປ ມະນຸດຈະດໍາລົງຊີວິດຢູ່ພາຍໃຕ້ການຊີ້ນໍາຈາກພຣະທໍາຂອງພຣະເຈົ້າ, ໄດ້ຮັບການລ້ຽງດູ ແລະ ການສະໜອງໂດຍພຣະທຳຂອງພຣະອົງ. ຜູ້ຄົນດຳລົງຊີວິດຢູ່ໃນໂລກແຫ່ງພຣະທຳຂອງພຣະເຈົ້າ, ທ່າມກາງຄໍາສາບແຊ່ງ ແລະ ພອນຈາກພຣະທໍາຂອງພຣະເຈົ້າ ແລະ ເຖິງກັບມີອີກຫຼາຍຄົນທີ່ມາດໍາລົງຊີວິດຢູ່ພາຍໃຕ້ການພິພາກສາ ແລະ ການຕີສອນຈາກພຣະທໍາຂອງພຣະອົງ. ພຣະທໍາເຫຼົ່ານີ້ ແລະ ພາລະກິດນີ້ແມ່ນລ້ວນແລ້ວແຕ່ເຫັນແກ່ຄວາມລອດພົ້ນຂອງມະນຸດ, ເຫັນແກ່ການສຳເລັດຕາມຄວາມປະສົງຂອງພຣະເຈົ້າ ແລະ ເຫັນແກ່ການປ່ຽນແປງພາບລັກເດີມຂອງໂລກແຫ່ງການສ້າງ. ພຣະເຈົ້າເນລະມິດສ້າງໂລກໂດຍໃຊ້ພຣະທໍາ, ພຣະອົງນໍາພາມະນຸດທົ່ວຈັກກະວານໂດຍໃຊ້ພຣະທໍາ ແລະ ພຣະອົງເອົາຊະນະ ແລະ ຊ່ວຍພວກເຂົາໃຫ້ລອດພົ້ນໂດຍໃຊ້ພຣະທໍາ. ໃນທີ່ສຸດແລ້ວ, ພຣະອົງກໍ່ຈະໃຊ້ພຣະທໍານໍາໂລກເດີມທັງປວງໄປສູ່ຈຸດສິ້ນສຸດ, ແລ້ວສຳເລັດແຜນການຄຸ້ມຄອງທັງໝົດຂອງພຣະອົງ. ຕະຫຼອດຍຸກແຫ່ງລາຊະອານາຈັກ ພຣະເຈົ້າໃຊ້ພຣະທໍາເພື່ອປະຕິບັດພາລະກິດຂອງພຣະອົງ ແລະ ບັນລຸຜົນໃນພາລະກິດຂອງພຣະອົງ. ພຣະອົງບໍ່ໄດ້ເຮັດສິ່ງອັດສະຈັນ ຫຼື ສະແດງປະຕິຫານ, ພຽງແຕ່ເຮັດພາລະກິດຂອງພຣະອົງຜ່ານພຣະທໍາເທົ່ານັ້ນ. ຍ້ອນພຣະທໍາເຫຼົ່ານີ້, ມະນຸດຈຶ່ງໄດ້ຮັບການລໍ່ລ້ຽງ ແລະ ການສະໜອງ ແລະ ຮັບຄວາມຮູ້ ແລະ ປະສົບການທີ່ແທ້ຈິງ. ໃນຍຸກແຫ່ງພຣະທຳ, ມະນຸດໄດ້ຮັບພອນເປັນພິເສດ. ເຂົາບໍ່ໄດ້ທົນທຸກກັບຄວາມເຈັບປວດຂອງຮ່າງກາຍ ແລະ ພຽງແຕ່ມີຄວາມສຸກກັບການສະໜອງຢ່າງອຸດົມສົມບູນຈາກພຣະທໍາຂອງພຣະເຈົ້າ; ໂດຍບໍ່ຈໍາເປັນຕ້ອງສະແຫວງຫາຢ່າງຕາບອດ ຫຼື ອອກເດີນທາງຄົ້ນຫາຢ່າງຕາບອດ ເຂົາສາມາດເຫັນການປາກົດຕົວຂອງພຣະເຈົ້າ, ໄດ້ຍິນສຽງຂອງພຣະອົງກ່າວດ້ວຍປາກຂອງພຣະອົງເອງ, ໄດ້ຮັບເອົາສິ່ງທີ່ພຣະອົງປະທານໃຫ້ ແລະ ເຝົ້າເບິ່ງພຣະອົງທີ່ກຳລັງເຮັດພາລະກິດຂອງພຣະອົງດ້ວຍພຣະອົງເອງທ່າມກາງຄວາມສຸກສະບາຍຂອງເຂົາ. ສິ່ງເຫຼົ່ານີ້ຄືສິ່ງທີ່ມະນຸດໃນຍຸກທີ່ຜ່ານມາບໍ່ສາມາດຊື່ນຊົມໄດ້ ແລະ ພວກມັນເປັນພອນທີ່ພວກເຂົາບໍ່ສາມາດໄດ້ຮັບຈັກເທື່ອ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຍຸກແຫ່ງລາຊະອານາຈັກແມ່ນຍຸກແຫ່ງພຣະທໍາ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ