ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 37

10 ເດືອນຕຸລາ 2025

ພຣະເຈົ້າເຮັດພາລະກິດຂອງພຣະອົງທົ່ວຈັກກະວານທັງປວງ. ທຸກຄົນທີ່ເຊື່ອໃນພຣະອົງກໍ່ຕ້ອງຍອມຮັບພຣະທໍາຂອງພຣະອົງ ແລະ ກິນ ແລະ ດື່ມພຣະທໍາຂອງພຣະອົງ; ບໍ່ມີໃຜສາມາດຖືກຮັບເອົາໂດຍພຣະເຈົ້າໂດຍການເຫັນໝາຍສໍາຄັນ ແລະ ສິ່ງອັດສະຈັນທີ່ພຣະອົງໄດ້ສະແດງອອກ. ຕະຫຼອດຍຸກຕ່າງໆ, ພຣະເຈົ້າໄດ້ໃຊ້ພຣະທໍາເພື່ອເຮັດໃຫ້ມະນຸດສົມບູນຢູ່ສະເໜີ. ດັ່ງນັ້ນ ພວກເຈົ້າບໍ່ຄວນອຸທິດຄວາມສົນໃຈທັງໝົດຂອງເຈົ້າໃສ່ໝາຍສໍາຄັນ ແລະ ສິ່ງອັດສະຈັນ, ແຕ່ຄວນດີ້ນຮົນເພື່ອຖືກພຣະເຈົ້າເຮັດໃຫ້ສົມບູນ. ໃນພັນທະສັນຍາເດີມໃນຍຸກແຫ່ງພຣະບັນຍັດ, ພຣະເຈົ້າໄດ້ກ່າວພຣະທໍາບາງຂໍ້ ແລະ ໃນຍຸກແຫ່ງພຣະຄຸນ ພຣະເຢຊູກໍ່ໄດ້ກ່າວພຣະທໍາຫຼາຍຂໍ້ເຊັ່ນກັນ. ຫຼັງຈາກທີ່ພຣະເຢຊູໄດ້ກ່າວຂໍ້ພຣະທໍາຫຼາຍຂໍ້, ພວກອັກຄະສາວົກ ແລະ ສາວົກພາຍຫຼັງກໍ່ໄດ້ນໍາພາຜູ້ຄົນໃຫ້ປະຕິບັດຕາມພຣະບັນຍັດຕ່າງໆທີ່ພຣະເຢຊູໄດ້ກຳນົດອອກ ແລະ ເຮັດໃຫ້ພວກເຂົາມີປະສົບການຕາມພຣະທຳ ແລະ ຫຼັກການທີ່ພຣະເຢຊູໄດ້ກ່າວໄວ້. ໃນຍຸກສຸດທ້າຍ, ພຣະເຈົ້າໃຊ້ພຣະທໍາເພື່ອເຮັດໃຫ້ມະນຸດສົມບູນແບບເປັນຫຼັກ. ພຣະອົງບໍ່ໄດ້ໃຊ້ໝາຍສໍາຄັນ ແລະ ສິ່ງອັດສະຈັນເພື່ອກົດຂີ່ມະນຸດ ຫຼື ຊັກຈູງມະນຸດ; ສິ່ງນີ້ບໍ່ສາມາດເຮັດໃຫ້ລິດອຳນາດທີ່ຍິ່ງໃຫຍ່ຂອງພຣະເຈົ້າຊັດແຈ້ງຂຶ້ນໄດ້. ຖ້າພຣະເຈົ້າພຽງແຕ່ສະແດງໝາຍສໍາຄັນ ແລະ ສິ່ງອັດສະຈັນເທົ່ານັ້ນ, ແລ້ວມັນກໍ່ເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ຄວາມເປັນຈິງຂອງພຣະເຈົ້າຊັດເຈນ ແລະ ດ້ວຍເຫດນັ້ນ ມັນກໍ່ເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ມະນຸດສົມບູນແບບ. ພຣະເຈົ້າບໍ່ໄດ້ເຮັດໃຫ້ມະນຸດສົມບູນແບບໂດຍໝາຍສໍາຄັນ ແລະ ສິ່ງອັດສະຈັນ, ແຕ່ໃຊ້ພຣະທໍາເພື່ອຫົດນໍ້າ ແລະ ລ້ຽງດູມະນຸດ ເຊິ່ງ ຫຼັງຈາກນັ້ນ ມະນຸດກໍ່ຈະໄດ້ບັນລຸຄວາມອ່ອນນ້ອມຢ່າງສົມບູນ ແລະ ມະນຸດກໍ່ຈະມີຄວາມຮູ້ກ່ຽວກັບພຣະເຈົ້າ. ນີ້ຄືເປົ້າໝາຍໃນພາລະກິດທີ່ພຣະອົງປະຕິບັດ ແລະ ພຣະທໍາທີ່ພຣະອົງກ່າວ. ພຣະເຈົ້າບໍ່ໄດ້ໃຊ້ວິທີການສະແດງໝາຍສໍາຄັນ ແລະ ສິ່ງອັດສະຈັນເພື່ອເຮັດໃຫ້ມະນຸດສົມບູນ, ພຣະອົງໃຊ້ພຣະທໍາ ແລະ ໃຊ້ວິທີການປະຕິບັດພາລະກິດທີ່ແຕກຕ່າງກັນເພື່ອເຮັດໃຫ້ມະນຸດສົມບູນ. ບໍ່ວ່າມັນຈະເປັນການຫຼໍ່ຫຼອມ, ການລິຮານ ຫຼື ການສະໜອງຈາກພຣະທໍາ, ພຣະເຈົ້າກ່າວຈາກຫຼາຍມຸມມອງທີ່ແຕກຕ່າງກັນເພື່ອເຮັດໃຫ້ມະນຸດສົມບູນແບບ ແລະ ເພື່ອໃຫ້ມະນຸດມີຄວາມຮູ້ຫຼາຍຂຶ້ນກ່ຽວກັບພາລະກິດຂອງພຣະເຈົ້າ, ກ່ຽວກັບສະຕິປັນຍາ ແລະ ຄວາມອັດສະຈັນຂອງພຣະເຈົ້າ. ເມື່ອມະນຸດຖືກເຮັດໃຫ້ສົມບູນໃນເວລາທີ່ພຣະເຈົ້າສິ້ນສຸດຍຸກດັ່ງກ່າວຍຸກສຸດທ້າຍ, ແລ້ວເຂົາກໍ່ຈະມີຄຸນສົມບັດທີ່ຈະເຫັນໝາຍສໍາຄັນ ແລະ ສິ່ງອັດສະຈັນ. ເມື່ອເຈົ້າມາຮູ້ຈັກພຣະເຈົ້າ ແລະ ສາມາດອ່ອນນ້ອມຕໍ່ພຣະເຈົ້າບໍ່ວ່າພຣະອົງຈະເຮັດສິ່ງໃດກໍ່ຕາມ, ເຈົ້າກໍ່ຈະບໍ່ມີຄວາມຄິດໃດກ່ຽວກັບພຣະເຈົ້າອີກຕໍ່ໄປ ເມື່ອເຈົ້າເຫັນໝາຍສໍາຄັນ ແລະ ສິ່ງອັດສະຈັນ. ໃນຊ່ວງເວລານີ້, ເຈົ້າເສື່ອມຊາມ ແລະ ບໍ່ສາມາດອ່ອນນ້ອມຕໍ່ພຣະເຈົ້າໄດ້ຢ່າງສົມບູນ, ເຈົ້າຄິດວ່າເຈົ້າມີຄຸນສົມບັດທີ່ຈະເຫັນໝາຍສໍາຄັນ ແລະ ສິ່ງອັດສະຈັນໃນສະພາວະນີ້ບໍ? ເມື່ອພຣະເຈົ້າສະແດງໝາຍສໍາຄັນ ແລະ ສິ່ງອັດສະຈັນ, ນັ້ນແມ່ນເວລາທີ່ພຣະເຈົ້າລົງໂທດມະນຸດ ແລະ ຍັງເປັນເວລາທີ່ຍຸກດັ່ງກ່າວປ່ຽນໄປ ແລະ ຍິ່ງໄປກວ່ານັ້ນ ມັນເປັນເວລາທີ່ຍຸກດັ່ງກ່າວສິ້ນສຸດລົງ. ເມື່ອພາລະກິດຂອງພຣະເຈົ້າຖືກດຳເນີນການຢ່າງເປັນປົກກະຕິ, ພຣະອົງບໍ່ໄດ້ສະແດງໝາຍສໍາຄັນ ແລະ ສິ່ງອັດສະຈັນໃດໆ. ການສະແດງໝາຍສໍາຄັນ ແລະ ສິ່ງອັດສະຈັນນັ້ນເປັນສິ່ງທີ່ງ່າຍຫຼາຍຈົນເປັນຕາຫົວສຳລັບພຣະອົງ, ແຕ່ນັ້ນບໍ່ແມ່ນຫຼັກການໃນພາລະກິດຂອງພຣະເຈົ້າ ຫຼື ມັນບໍ່ແມ່ນເປົ້າໝາຍຂອງການຄຸ້ມຄອງມະນຸດຂອງພຣະເຈົ້າ. ຖ້າມະນຸດໄດ້ເຫັນໝາຍສໍາຄັນ ແລະ ສິ່ງອັດສະຈັນ ແລະ ຖ້າຮ່າງກາຍຝ່າຍວິນຍານຂອງພຣະເຈົ້າປາກົດຕົວຕໍ່ມະນຸດ, ທຸກຄົນຈະບໍ່ເຊື່ອໃນພຣະເຈົ້າບໍ? ເຮົາໄດ້ກ່າວໄວ້ກ່ອນໜ້ານີ້ແລ້ວວ່າ ກຸ່ມຂອງຜູ້ຊະນະແມ່ນຖືກຮັບເອົາຈາກທິດຕາເວັນອອກ, ຜູ້ຊະນະທີ່ມາຈາກຄວາມຍາກລຳບາກທີ່ຍິ່ງໃຫຍ່. ຄວາມໝາຍຂອງພຣະທໍາເຫຼົ່ານັ້ນແມ່ນຫຍັງ? ພວກມັນໝາຍຄວາມວ່າ ຜູ້ຄົນເຫຼົ່ານີ້ທີ່ຖືກຮັບເອົາພຽງແຕ່ອ່ອນນ້ອມຢ່າງແທ້ຈິງຫຼັງຈາກທີ່ໄດ້ຜ່ານການພິພາກສາ, ການຕີສອນ, ການລິຮານ ແລະ ການຫຼໍ່ຫຼອມທຸກຮູບແບບ. ຄວາມເຊື່ອຂອງຄົນເຫຼົ່ານີ້ບໍ່ໄດ້ເລື່ອນລອຍ ຫຼື ເປັນນາມມະທຳ, ແຕ່ມັນຄືຄວາມເຊື່ອທີ່ແທ້ຈິງ. ພວກເຂົາບໍ່ໄດ້ເຫັນໝາຍສໍາຄັນ ແລະ ສິ່ງອັດສະຈັນ ຫຼື ປະຕິຫານໃດໆ; ພວກເຂົາບໍ່ເວົ້າເຖິງຄໍາສັບ ແລະ ທິດສະດີທີ່ບໍ່ຈະແຈ້ງ ຫຼື ຄວາມເຂົ້າໃຈຢ່າງເລິກເຊິ່ງ; ກົງກັນຂ້າມ ພວກເຂົາມີຄວາມຈິງ ແລະ ພຣະທໍາຂອງພຣະເຈົ້າ ແລະ ມີຄວາມຮູ້ທີ່ແທ້ຈິງກ່ຽວກັບຄວາມເປັນຈິງຂອງພຣະເຈົ້າ. ຄົນກຸ່ມດັ່ງກ່າວຈະບໍ່ສາມາດເຮັດໃຫ້ລິດອຳນາດທີ່ຍິ່ງໃຫຍ່ຂອງພຣະເຈົ້າຊັດເຈນຂຶ້ນບໍ? ພາລະກິດຂອງພຣະເຈົ້າໃນລະຫວ່າງຍຸກສຸດທ້າຍຄືພາລະກິດທີ່ແທ້ຈິງ. ໃນລະຫວ່າງຍຸກຂອງພຣະເຢຊູ, ພຣະອົງບໍ່ໄດ້ມາເພື່ອເຮັດໃຫ້ມະນຸດສົມບູນແບບ, ແຕ່ເພື່ອໄຖ່ບາບມະນຸດ ແລະ ດ້ວຍເຫດນັ້ນ ພຣະອົງໄດ້ສະແດງປະຕິຫານບາງຢ່າງເພື່ອເຮັດໃຫ້ຜູ້ຄົນຕິດຕາມພຣະອົງ. ຍ້ອນພຣະອົງໄດ້ມາເພື່ອສຳເລັດພາລະກິດແຫ່ງການຖືກຄຶງເທິງໄມ້ກາງແຂນເປັນຫຼັກ ແລະ ການສະແດງໝາຍສໍາຄັນບໍ່ແມ່ນສ່ວນໜຶ່ງຂອງພາລະກິດໃນພັນທະກິດຂອງພຣະອົງ. ໝາຍສໍາຄັນ ແລະ ສິ່ງອັດສະຈັນດັ່ງກ່າວຄືພາລະກິດທີ່ຖືກປະຕິບັດເພື່ອເຮັດໃຫ້ພາລະກິດຂອງພຣະອົງມີປະສິດທິພາບ; ມັນຄືພາລະກິດພິເສດ ແລະ ບໍ່ໄດ້ສະແດງເຖິງພາລະກິດຂອງຍຸກທັງໝົດ. ໃນລະຫວ່າງຍຸກແຫ່ງພຣະບັນຍັດໃນພັນທະສັນຍາເດີມ, ພຣະເຈົ້າຍັງໄດ້ສະແດງໝາຍສໍາຄັນ ແລະ ສິ່ງອັດສະຈັນບາງຢ່າງ, ແຕ່ພາລະກິດທີ່ພຣະເຈົ້າປະຕິບັດໃນມື້ນີ້ຄືພາລະກິດແທ້ຈິງ ແລະ ພຣະອົງຈະບໍ່ສະແດງໝາຍສໍາຄັນ ແລະ ສິ່ງອັດສະຈັນໃດໆໃນຕອນນີ້ຢ່າງແນ່ນອນ. ຖ້າພຣະອົງສະແດງໝາຍສໍາຄັນ ແລະ ສິ່ງອັດສະຈັນ, ພາລະກິດທີ່ແທ້ຈິງຂອງພຣະອົງກໍ່ຈະເກີດຄວາມວຸ້ນວາຍ ແລະ ພຣະອົງກໍ່ຈະບໍ່ສາມາດປະຕິບັດພາລະກິດໃດໆອີກຕໍ່ໄປ. ຖ້າພຣະເຈົ້າເວົ້າທີ່ຈະໃຊ້ພຣະທໍາເພື່ອເຮັດໃຫ້ມະນຸດສົມບູນແບບ, ແຕ່ຍັງສະແດງໝາຍສໍາຄັນ ແລະ ສິ່ງອັດສະຈັນ, ແລ້ວມັນຈະຖືກເຮັດໃຫ້ຊັດເຈນໄດ້ບໍວ່າ ມະນຸດເຊື່ອໃນພຣະອົງ ຫຼື ບໍ່? ດັ່ງນັ້ນ, ພຣະເຈົ້າບໍ່ໄດ້ເຮັດສິ່ງດັ່ງກ່າວ. ມີສາສະໜາຫຼາຍເກີນໄປພາຍໃນມະນຸດ; ພຣະເຈົ້າໄດ້ມາໃນລະຫວ່າງຍຸກສຸດທ້າຍເພື່ອກໍາຈັດແນວຄວາມຄິດທາງສາສະໜາ ແລະ ສິ່ງເໜືອທຳມະຊາດທັງໝົດພາຍໃນມະນຸດ ແລະ ເຮັດໃຫ້ມະນຸດຮູ້ຈັກຄວາມຈິງຂອງພຣະເຈົ້າ. ພຣະອົງໄດ້ມາເພື່ອກຳຈັດຮູບພາບຂອງພຣະເຈົ້າທີ່ຄຸມເຄືອ ແລະ ເປັນພຽງຈິນຕະນາການ ແລະ ສາມາດເວົ້າໄດ້ວ່າບໍ່ມີຕົວຕົນເລີຍ. ດັ່ງນັ້ນ, ຕອນນີ້ ສິ່ງດຽວທີ່ມີຄຸນຄ່າກໍ່ຄືໃຫ້ເຈົ້າມີຄວາມຮູ້ກ່ຽວກັບຄວາມຈິງ! ຄວາມຈິງຈະລົບລ້າງທຸກສິ່ງ. ມື້ນີ້ ເຈົ້າມີຄວາມຈິງຫຼາຍປານໃດ? ທຸກສິ່ງທີ່ສະແດງໝາຍສໍາຄັນ ແລະ ສິ່ງອັດສະຈັນແມ່ນພຣະເຈົ້າບໍ? ວິນຍານຊົ່ວຮ້າຍຍັງສາມາດສະແດງໝາຍສໍາຄັນ ແລະ ສິ່ງອັດສະຈັນເຊັ່ນກັນ; ພວກມັນທັງໝົດແມ່ນພຣະເຈົ້າບໍ? ໃນຄວາມເຊື່ອຂອງເຂົາໃນພຣະເຈົ້າ, ສິ່ງທີ່ມະນຸດຄົ້ນຫາຄືຄວາມຈິງ ແລະ ສິ່ງທີ່ເຂົາສະແຫວງຫາຄືຊີວິດ, ແທນທີ່ຈະເປັນໝາຍສໍາຄັນ ແລະ ສິ່ງອັດສະຈັນ. ສິ່ງນີ້ຄວນເປັນເປົ້າໝາຍຂອງທຸກຄົນທີ່ເຊື່ອໃນພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ທຸກສິ່ງຖືກບັນລຸໂດຍພຣະທໍາຂອງພຣະເຈົ້າ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ