ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 125
ຊ່ວງເວລາທີສີ່: ການແຕ່ງດອງ ເມື່ອຄົນໜຶ່ງເຕີບໃຫຍ່ຂຶ້ນ ແລະ ເປັນຜູ້ໃຫຍ່, ເຂົາກໍຈະຍິ່ງຫ່າງອອກຈາກພໍ່ແມ່ຂອງເຂົາ ແລະ...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ພຣະຄຳພີເປັນການບັນທຶກທາງປະຫວັດສາດກ່ຽວກັບພາລະກິດຂອງພຣະເຈົ້າໃນອິດສະຣາເອນ ແລະ ບັນທຶກການທຳນາຍຫຼາຍຢ່າງຂອງຜູ້ທຳນາຍບູຮານ ພ້ອມທັງຖ້ອຍຄຳບາງຢ່າງຂອງພຣະເຢໂຮວາໃນການປະຕິບັດພາລະກິດຂອງພຣະອົງໃນເວລານັ້ນ. ສະນັ້ນ, ທຸກຄົນຈຶ່ງຄິດວ່າໜັງສືເຫຼັ້ມນີ້ເປັນສິ່ງທີ່ສັກສິດ (ຍ້ອນພຣະເຈົ້າສັກສິດ ແລະ ຍິ່ງໃຫຍ່). ແນ່ນອນ, ທັງໝົດນີ້ຄືຜົນຈາກຫົວໃຈທີ່ຢຳເກງພຣະເຢໂຮວາຂອງພວກເຂົາ ແລະ ຫົວໃຈທີ່ເຄົາລົບບູຊາພຣະເຈົ້າຂອງພວກເຂົາ. ຜູ້ຄົນກ່າວເຖິງໜັງສືເຫຼັ້ມນີ້ໃນລັກສະນະແບບນີ້ກໍຍ້ອນສິ່ງຊົງສ້າງຂອງພຣະເຈົ້າຢຳເກງເຄົາລົບ ແລະ ບູຊາພຣະຜູ້ສ້າງຂອງພວກເຂົາຫຼາຍ ແລະ ຍັງມີຜູ້ຄົນເຖິງກັບເອີ້ນໜັງສືເຫຼັ້ມນີ້ວ່າເປັນໜັງສືຈາກສະຫວັນ. ຕາມຄວາມຈິງແລ້ວ ມັນເປັນພຽງການບັນທຶກຂອງມະນຸດເທົ່ານັ້ນ. ພຣະເຢໂຮວາບໍ່ໄດ້ຕັ້ງຊື່ມັນດ້ວຍພຣະອົງເອງ ຫຼື ພຣະເຢໂຮວາບໍ່ໄດ້ຊີ້ນໍາການສ້າງມັນຂຶ້ນມາດ້ວຍຕົວພຣະອົງເອງ. ເວົ້າອີກແບບໜຶ່ງກໍຄື ຜູ້ຂຽນໜັງສືເຫຼັ້ມນີ້ບໍ່ແມ່ນພຣະເຈົ້າ ແຕ່ເປັນມະນຸດ. ພຣະຄຳພີສັກສິດເປັນພຽງຊື່ທີ່ເປັນຕາເຄົາລົບ ເຊິ່ງມະນຸດເປັນຜູ້ແຕ່ງຕັ້ງໃຫ້ກັບມັນ. ຊື່ນີ້ບໍ່ໄດ້ຖືກຕັດສິນແຕ່ງຕັ້ງຈາກການສົນທະນາລະຫວ່າງພຣະເຢໂຮວາ ແລະ ພຣະເຢຊູ; ມັນເປັນພຽງຄວາມຄິດຂອງມະນຸດ. ຍ້ອນວ່າໜັງສືເຫຼັ້ມນີ້ບໍ່ໄດ້ຖືກຂຽນຂຶ້ນໂດຍພຣະເຢໂຮວາ ແລ້ວຍິ່ງໄກທີ່ພຣະເຢຊູຈະຂຽນມັນຂຶ້ນມາ. ກົງກັນຂ້າມ, ມັນເປັນເລື່ອງລາວທີ່ບອກເລົ່າໂດຍຜູ້ທຳນາຍບູຮານ, ພວກອັກຄະສາວົກ ແລະ ນັກທໍານາຍຫຼາຍຄົນ ເຊິ່ງຖືກຮວບຮວມໂດຍຄົນລຸ້ນຕໍ່ມາ ໃຫ້ເປັນໜັງສືແຫ່ງບົດຂຽນບູຮານ; ເບິ່ງຄືກັບວ່າສັກສິດສຳລັບຜູ້ຄົນ, ເປັນໜັງສືທີ່ພວກເຂົາເຊື່ອວ່າ ປະກອບມີຂໍ້ລຶກລັບຫຼາຍຢ່າງທີ່ເລິກເຊິ່ງ ແລະ ບໍ່ສາມາດຢັ່ງເຖິງໄດ້ ເຊິ່ງລໍຖ້າໃຫ້ຖືກເປີດເຜີຍໂດຍຜູ້ຄົນໃນອະນາຄົດ. ເມື່ອເປັນດັ່ງນັ້ນ ຜູ້ຄົນຈຶ່ງມີແນວໂນ້ມທີ່ຈະເຊື່ອວ່າ ໜັງສືເຫຼັ້ມນີ້ແມ່ນໜັງສືທີ່ມາຈາກສະຫວັນ. ດ້ວຍມີການເພີ່ມເຕີມພຣະກິດຕິຄຸນທັງສີ່ ແລະ ໜັງສືພຣະນິມິດ, ທ່າທີຂອງຜູ້ຄົນກ່ຽວກັບພຣະຄຳພີຈຶ່ງແຕກຕ່າງຈາກໜັງສືເຫຼັ້ມອື່ນໆ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ມີໃຜທີ່ກ້າວິເຄາະ “ໜັງສືທີ່ມາຈາກສະຫວັນ” ນີ້ ເພາະວ່າມັນ “ສັກສິດ” ເກີນໄປ.
ທັນທີທີ່ພວກເຂົາອ່ານພຣະຄຳພີ ເປັນຫຍັງຜູ້ຄົນຈຶ່ງສາມາດຄົ້ນພົບເສັ້ນທາງທີ່ເໝາະສົມໃນການປະຕິບັດມັນ? ເປັນຫຍັງພວກເຂົາຈຶ່ງສາມາດໄດ້ຮັບຫຼາຍສິ່ງທີ່ພວກເຂົາບໍ່ສາມາດເຂົ້າໃຈໄດ້? ມື້ນີ້ ເຮົາວິເຄາະພຣະຄຳພີໃນລັກສະນະນີ້ ບໍ່ໄດ້ໝາຍຄວາມວ່າ ເຮົາຊັງມັນ ຫຼື ເຮົາປະຕິເສດຄຸນຄ່າສໍາລັບການໃຊ້ເປັນບ່ອນອ້າງອີງ. ເຮົາກຳລັງອະທິບາຍ ແລະ ເຮັດໃຫ້ຊັດເຈນຂຶ້ນກ່ຽວກັບຄຸນຄ່າດັ່ງເດີມ ແລະ ຕົ້ນກຳເນີດຂອງພຣະຄຳພີໃຫ້ກັບເຈົ້າ ເພື່ອຢຸດເຈົ້າບໍ່ໃຫ້ຕົກຢູ່ໃນຄວາມມືດ. ຍ້ອນຜູ້ຄົນມີຫຼາຍມຸມມອງກ່ຽວກັບພຣະຄຳພີ ແລະ ມຸມມອງສ່ວນຫຼາຍແມ່ນຜິດ; ການອ່ານພຣະຄຳພີໃນລັກສະນະນີ້ບໍ່ພຽງແຕ່ຂັດຂວາງພວກເຂົາຈາກການໄດ້ຮັບໃນສິ່ງທີ່ພວກເຂົາຄວນໄດ້ຮັບ ແຕ່ສຳຄັນໄປກວ່ານັ້ນກໍຄື ມັນຂັດຂວາງພາລະກິດທີ່ເຮົາຕັ້ງໃຈກະທຳ. ມັນຂັດຂວາງພາລະກິດແຫ່ງອະນາຄົດຢ່າງຫຼວງຫຼາຍ ແລະ ມີແຕ່ຂໍ້ເສຍຫາຍ ບໍ່ມີຂໍ້ດີ. ດັ່ງນັ້ນ, ສິ່ງທີ່ເຮົາກຳລັງສັ່ງສອນເຈົ້າແມ່ນເປັນພຽງແກ່ນແທ້ຂອງພຣະຄຳພີ ແລະ ເລື່ອງຈິງທີ່ຢູ່ເບື້ອງຫຼັງພຣະຄຳພີເທົ່ານັ້ນ. ເຮົາບໍ່ໄດ້ບອກໃຫ້ເຈົ້າບໍ່ຕ້ອງອ່ານພຣະຄຳພີ ຫຼື ໃຫ້ເຈົ້າປ່າວປະກາດວ່າ ພຣະຄຳພີປາສະຈາກຄຸນຄ່າ, ມີພຽງແຕ່ເພື່ອໃຫ້ເຈົ້າມີຄວາມຮູ້ ແລະ ມຸມມອງທີ່ຖືກຕ້ອງກ່ຽວກັບພຣະຄຳພີ. ຢ່າເປັນຄົນລຳອຽງເກີນໄປ! ເຖິງແມ່ນພຣະຄຳພີເປັນໜັງສືທາງປະຫວັດສາດທີ່ຖືກຂຽນຂຶ້ນໂດຍມະນຸດ, ມັນກໍຍັງບັນທຶກຫຼັກການຫຼາຍຢ່າງທີ່ໄພ່ພົນ ແລະ ຜູ້ທຳນາຍບູຮານໄດ້ຮັບໃຊ້ພຣະເຈົ້າ ພ້ອມທັງປະສົບການເມື່ອບໍ່ດົນມານີ້ຂອງພວກອັກຄະສາວົກໃນການຮັບໃຊ້ພຣະເຈົ້າ ເຊິ່ງແມ່ນການຢັ່ງຮູ້ ແລະ ຄວາມຮູ້ທີ່ແທ້ຈິງຂອງຄົນເຫຼົ່ານີ້ ແລະ ສາມາດໃຊ້ເປັນບ່ອນອ້າງອີງໃຫ້ກັບຜູ້ຄົນໃນຍຸກນີ້ເພື່ອສະແຫວງຫາຫົນທາງທີ່ແທ້ຈິງ. ສະນັ້ນ, ໃນການອ່ານພຣະຄຳພີນັ້ນ ຜູ້ຄົນສາມາດໄດ້ຮັບຫົນທາງແຫ່ງຊີວິດຫຼາຍຢ່າງເຊັ່ນກັນ ເຊິ່ງບໍ່ສາມາດຄົ້ນພົບໃນໜັງສືອື່ນໆ. ຫົນທາງເຫຼົ່ານີ້ແມ່ນຫົນທາງແຫ່ງຊີວິດຂອງພາລະກິດຂອງພຣະວິນຍານບໍລິສຸດ ທີ່ຜູ້ທຳນາຍ ແລະ ພວກອັກຄະສາວົກໃນຍຸກອະດີດໄດ້ປະສົບ ແລະ ພຣະທຳຫຼາຍຂໍ້ແມ່ນລ້ຳຄ່າ ແລະ ສາມາດສະໜອງສິ່ງທີ່ຜູ້ຄົນຕ້ອງການ. ດ້ວຍເຫດນັ້ນ ທຸກຄົນຈຶ່ງມັກອ່ານພຣະຄຳພີ. ຍ້ອນມີຫຼາຍຢ່າງທີ່ລີ້ລັບຢູ່ໃນພຣະຄຳພີ, ມຸມມອງຂອງຜູ້ຄົນກ່ຽວກັບພຣະຄຳພີຈຶ່ງບໍ່ຄືກັບມຸມມອງທີ່ມີຕໍ່ບົດຂຽນຂອງບຸກຄົນຝ່າຍວິນຍານທີ່ຍິ່ງໃຫຍ່. ພຣະຄຳພີເປັນການບັນທຶກ ແລະ ການຮວບຮວມປະສົບການ ແລະ ຄວາມຮູ້ຂອງຜູ້ຄົນທີ່ຮັບໃຊ້ພຣະເຢໂຮວາ ແລະ ພຣະເຢຊູໃນຍຸກເກົ່າ ແລະ ໃໝ່ ແລ້ວຄົນລຸ້ນຕໍ່ມາຈຶ່ງສາມາດຮັບແສງສະຫວ່າງ, ແສງເຍືອງທາງ ແລະ ເສັ້ນທາງປະຕິບັດຢ່າງຫຼວງຫຼາຍຈາກພຣະຄຳພີ. ເຫດຜົນທີ່ວ່າ ເປັນຫຍັງພຣະຄຳພີຈຶ່ງສູງສົ່ງກວ່າບົດຂຽນຂອງບຸກຄົນຝ່າຍວິນຍານທີ່ຍິ່ງໃຫຍ່ອື່ນໆນັ້ນ ກໍເພາະວ່າ ບົດຂຽນຂອງພວກເຂົາທັງໝົດແມ່ນຖືກຖອດຖອນມາຈາກພຣະຄຳພີ, ປະສົບການຂອງພວກເຂົາກໍມາຈາກພຣະຄຳພີທັງໝົດ ແລະ ພວກເຂົາທັງໝົດກໍອະທິບາຍພຣະຄຳພີ. ສະນັ້ນເຖິງແມ່ນວ່າ ຜູ້ຄົນຈະສາມາດໄດ້ຮັບການສະໜອງຈາກໜັງສືຂອງບຸກຄົນຝ່າຍວິນຍານທີ່ຍິ່ງໃຫຍ່ກໍຕາມ ພວກເຂົາກໍຍັງນະມັດສະການພຣະຄຳພີ ຍ້ອນມັນເບິ່ງຄືສູງສົ່ງ ແລະ ເລິກເຊິ່ງສຳລັບພວກເຂົາ! ເຖິງແມ່ນພຣະຄຳພີຈະນໍາເອົາໜັງສືບາງຢ່າງກ່ຽວກັບພຣະທຳແຫ່ງຊີວິດມາລວມກັນ ເຊັ່ນຈົດໝາຍຂອງໂປໂລ ແລະ ຈົດໝາຍຂອງເປໂຕ ແລະ ເຖິງແມ່ນວ່າຜູ້ຄົນສາມາດໄດ້ຮັບການສະໜອງ ແລະ ການຊ່ວຍເຫຼືອຈາກໜັງສືເຫຼົ່ານີ້, ໜັງສືເຫຼົ່ານີ້ກໍຍັງຫຼ້າສະໄໝ, ມັນຍັງເປັນໜັງສືຂອງຍຸກເກົ່າ ແລະ ບໍ່ວ່າມັນຈະດີສໍ່າໃດ, ມັນກໍພຽງແຕ່ເໝາະສົມສຳລັບຊ່ວງເວລາໃດໜຶ່ງເທົ່ານັ້ນ ແລະ ບໍ່ໄດ້ຢູ່ຕະຫຼອດໄປເປັນນິດ. ຍ້ອນພາລະກິດຂອງພຣະເຈົ້າພັດທະນາຢູ່ສະເໝີ ແລະ ມັນບໍ່ສາມາດເຊົາຢູ່ໃນຊ່ວງເວລາຂອງໂປໂລ ແລະ ເປໂຕເທົ່ານັ້ນ ຫຼື ຢຸດຢູ່ໃນຍຸກແຫ່ງພຣະຄຸນ ເຊິ່ງເປັນຍຸກທີ່ພຣະເຢຊູຖືກຄຶງທີ່ໄມ້ກາງແຂນ. ສະນັ້ນ ໜັງສືເຫຼົ່ານີ້ກໍພຽງແຕ່ເໝາະສົມສຳລັບຍຸກແຫ່ງພຣະຄຸນ ແລະ ບໍ່ແມ່ນສຳລັບຍຸກແຫ່ງລາຊະອານາຈັກໃນຍຸກສຸດທ້າຍ. ໜັງສືເຫຼົ່ານັ້ນສາມາດພຽງແຕ່ສະໜອງໃຫ້ກັບຜູ້ເຊື່ອໃນຍຸກແຫ່ງພຣະຄຸນ ບໍ່ແມ່ນສຳລັບໄພ່ພົນໃນຍຸກແຫ່ງລາຊະອານາຈັກ ແລະ ບໍ່ວ່າມັນຈະດີສໍ່າໃດກໍຕາມ, ມັນກໍຍັງຄົງເປັນໜັງສືທີ່ຫຼ້າສະໄໝ. ບໍ່ຕ່າງຫຍັງກັບພາລະກິດແຫ່ງການຊົງສ້າງຂອງພຣະເຢໂຮວາ ຫຼື ພາລະກິດຂອງພຣະອົງໃນອິດສະຣາເອນ ນັ້ນກໍຄື ບໍ່ວ່າພາລະກິດນີ້ຈະດີສໍ່າໃດກໍຕາມ, ມັນກໍ່ຍັງຫຼ້າສະໄໝ ແລະ ຈະມີເວລາທີ່ຜ່ານພົ້ນໄປ. ພາລະກິດຂອງພຣະເຈົ້າກໍເຊັ່ນກັນ: ເປັນພາລະກິດທີ່ຍິ່ງໃຫຍ່ ແຕ່ກໍຈະມີເວລາທີ່ພາລະກິດນັ້ນຕ້ອງສິ້ນສຸດລົງ; ມັນບໍ່ສາມາດຄົງຢູ່ຕະຫຼອດໄປໃນທ່າມກາງພາລະກິດແຫ່ງການຊົງສ້າງໄດ້ ຫຼື ທ່າມກາງພາລະກິດແຫ່ງການຄຶງທີ່ໄມ້ກາງແຂນ. ບໍ່ວ່າພາລະກິດແຫ່ງການຄຶງທີ່ໄມ້ກາງແຂນນັ້ນຈະເປັນຕາເຊື່ອຫຼາຍສໍ່າໃດກໍຕາມ, ບໍ່ວ່າມັນຈະມີປະສິດທິພາບໃນການເອົາຊະນະຊາຕານຫຼາຍສໍ່າໃດ, ໃນທີ່ສຸດ ພາລະກິດກໍຍັງເປັນພາລະກິດ ແລະ ໃນທີ່ສຸດ ຍຸກກໍຍັງເປັນຍຸກຄືເກົ່າ; ພາລະກິດບໍ່ສາມາດຢູ່ເທິງພື້ນຖານເດີມໄດ້ຕະຫຼອດໄປ ແລະ ຍຸກສະໄໝກໍສາມາດປ່ຽນແປງໄດ້ ເພາະວ່າ ເມື່ອມີການຊົງສ້າງ ກໍຕ້ອງມີຍຸກສິ້ນສຸດ. ສິ່ງນີ້ຫຼີກເວັ້ນບໍ່ໄດ້! ສະນັ້ນ ໃນປັດຈຸບັນ ພຣະທຳແຫ່ງຊີວິດໃນພຣະສັນຍາໃໝ່ ນັ້ນກໍຄື ຈົດໝາຍຂອງພວກອັກຄະສາວົກ ແລະ ພຣະກິດຕິຄຸນທັງສີ່ ໄດ້ກາຍມາເປັນໜັງສືທາງປະຫວັດສາດໄປແລ້ວ, ພວກມັນໄດ້ກາຍມາເປັນປະຕິທິນທີ່ເກົ່າແກ່ ແລະ ປະຕິທິນທີ່ເກົ່າແກ່ນີ້ຈະສາມາດນໍາພາຜູ້ຄົນເຂົ້າສູ່ຍຸກໃໝ່ໄດ້ແນວໃດ? ປະຕິທິນເຫຼົ່ານີ້ຈະສາມາດສະໜອງຊີວິດໃຫ້ກັບຜູ້ຄົນໄດ້ແນວໃດກໍຕາມ, ບໍ່ວ່າພວກມັນຈະສາມາດນໍາຜູ້ຄົນໄປສູ່ໄມ້ກາງແຂນໄດ້ແນວໃດກໍຕາມ, ພວກມັນບໍ່ຫຼ້າສະໄໝບໍ? ພວກມັນບໍ່ໄດ້ສູນເສຍຄຸນຄ່າແລ້ວບໍ? ສະນັ້ນ ເຮົາບອກໃຫ້ເຈົ້າບໍ່ຄວນເຊື່ອໃນກາລານຸກົມເຫຼົ່ານີ້ຢ່າງຕາບອດ. ພວກມັນເກົ່າແກ່ເກີນໄປ, ພວກມັນບໍ່ສາມາດນໍາເຈົ້າເຂົ້າສູ່ພາລະກິດໃໝ່ໄດ້ ແລະ ພວກມັນຈະເປັນພຽງພາລະໃຫ້ກັບເຈົ້າ. ບໍ່ແມ່ນແຕ່ພວກມັນບໍ່ສາມາດນໍາເຈົ້າເຂົ້າສູ່ພາລະກິດໃໝ່ ແລະ ເຂົ້າສູ່ທາງເຂົ້າໃໝ່ເທົ່ານັ້ນ, ແຕ່ພວກມັນຈະນໍາເຈົ້າເຂົ້າສູ່ຄຣິສຕະຈັກແຫ່ງສາສະໜາທີ່ເກົ່າແກ່ ແລະ ຖ້າມັນເປັນແບບນັ້ນ ເຈົ້າບໍ່ໄດ້ກຳລັງຖອຍຫຼັງໃນຄວາມເຊື່ອທີ່ເຈົ້າມີຕໍ່ພຣະເຈົ້າບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກ່ຽວກັບພຣະຄຳພີ (4)
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊ່ວງເວລາທີສີ່: ການແຕ່ງດອງ ເມື່ອຄົນໜຶ່ງເຕີບໃຫຍ່ຂຶ້ນ ແລະ ເປັນຜູ້ໃຫຍ່, ເຂົາກໍຈະຍິ່ງຫ່າງອອກຈາກພໍ່ແມ່ຂອງເຂົາ ແລະ...
ຜູ້ໃດກໍ່ຕາມທີ່ບໍ່ເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈົ້າແມ່ນຄົນທີ່ຕໍ່ຕ້ານພຣະອົງ ແລະ ຄົນທີ່ໄດ້ມາເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈົ້າ...
ສະເພາະໃນມື້ສຸດທ້າຍເທົ່ານັ້ນທີ່ພາລະກິດທີ່ເຮົາໄດ້ມາເປັນເວລາຫຼາຍພັນປີເປີດເຜີຍຕໍ່ກັບມະນຸດທັງໝົດ....
ແຕ່ລະຂັ້ນຕອນຂອງພາລະກິດທີ່ປະຕິບັດໂດຍພຣະເຈົ້າແມ່ນມີຄວາມສໍາຄັນຕົວຈິງຂອງມັນເອງ. ໃນເວລານັ້ນ ເມື່ອພຣະເຢຊູມາ ພຣະອົງມາໃນຮູບຮ່າງຜູ້ຊາຍ ແລະ...