ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 121

16 ເດືອນເມສາ 2021

ໂຊກຊະຕາຂອງມະນຸດຊາດ ແລະ ໂຊກຊະຕາຂອງຈັກກະວານບໍ່ສາມາດແຍກອອກຈາກອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງໄດ້

ພວກເຈົ້າທຸກຄົນເປັນຜູ້ໃຫຍ່ແລ້ວ. ພວກເຈົ້າບາງຄົນຢູ່ໃນໄວກາງຄົນ; ບາງຄົນເຂົ້າສູ່ໄວຊະລາແລ້ວ. ພວກເຈົ້າໄດ້ປ່ຽນຈາກການບໍ່ເຊື່ອໃນພຣະເຈົ້າສູ່ການເຊື່ອໃນພຣະອົງ ແລະ ຈາກການເລີ່ມເຊື່ອໃນພຣະເຈົ້າສູ່ການຍອມຮັບພຣະອົງ ແລະ ການປະສົບກັບພາລະກິດຂອງພຣະອົງ. ພວກເຈົ້າມີຄວາມຮູ້ກ່ຽວກັບອຳນາດອະທິປະໄຕຂອງພຣະເຈົ້າຫຼາຍປານໃດ? ພວກເຈົ້າມີຄວາມເຂົ້າໃຈຫຍັງແດ່ກ່ຽວກັບໂຊກຊະຕາຂອງມະນຸດ? ຄົນໜຶ່ງສາມາດບັນລຸທຸກສິ່ງທີ່ເຂົາປາດຖະໜາໃນຊີວິດໄດ້ບໍ? ມີຈັກຢ່າງໃນຊ່ວງສອງສາມທົດສະວັດແຫ່ງການເປັນຢູ່ຂອງພວກເຈົ້າທີ່ພວກເຈົ້າສາມາດປະສົບຄວາມສຳເລັດໄດ້ຕາມແບບທີ່ພວກເຈົ້າປາດຖະໜາ? ມີຈັກຢ່າງທີ່ໄດ້ເກີດຂຶ້ນໂດຍທີ່ເຈົ້າບໍ່ເຄີຍຄາດຄິດມາກ່ອນ? ມີຈັກຢ່າງທີ່ມາດ້ວຍຄວາມຕື່ນເຕັ້ນຕັນໃຈ? ມີຈັກຢ່າງທີ່ຜູ້ຄົນຍັງລໍຖ້າໂດຍຄາດຫວັງວ່າມັນຈະເກີດດອກອອກຜົນ, ລໍຖ້າໂອກາດທີ່ເໝາະສົມຢ່າງຂາດສະຕິ, ລໍຖ້າຄວາມປະສົງແຫ່ງສະຫວັນ? ມີຈັກຢ່າງທີ່ເຮັດໃຫ້ຄົນຮູ້ສຶກສິ້ນຫວັງ ແລະ ທໍ້ຖອຍ? ທຸກຄົນແມ່ນເຕັມໄປດ້ວຍຄວາມຫວັງກ່ຽວກັບໂຊກຊະຕາຂອງພວກເຂົາ, ຄາດຫວັງວ່າທຸກສິ່ງໃນຊີວິດຂອງພວກເຂົາຈະເປັນໄປດັ່ງທີ່ພວກເຂົາປາດຖະໜາ, ພວກເຂົາຈະບໍ່ຕ້ອງການອາຫານ ຫຼື ເຄື່ອງນຸ່ງ, ຄາດຫວັງວ່າພວກເຂົາຈະມີໂຊກລາບຍິ່ງຂຶ້ນຢ່າງໜ້າປະທັບໃຈ. ບໍ່ມີໃຜຕ້ອງການຊີວິດທີ່ທຸກຍາກ ແລະ ຖືກກົດຂີ່ຂົ່ມເຫັງ, ເຕັມໄປດ້ວຍຄວາມຍາກລຳບາກ ແລະ ລ້ອມຮອບດ້ວຍໄພພິບັດ. ແຕ່ຄົນບໍ່ສາມາດເບິ່ງເຫັນອະນາຄົດ ຫຼື ຄວບຄຸມສິ່ງເຫຼົ່ານີ້ໄດ້. ບາງທີສຳລັບບາງຄົນ ອະດີດອາດເປັນພຽງປະສົບການທີ່ວຸ້ນວາຍ; ພວກເຂົາບໍ່ເຄີຍຮຽນຮູ້ວ່າຄວາມປະສົງຂອງສະຫວັນແມ່ນຫຍັງ ແລະ ບໍ່ສົນໃຈວ່າມັນແມ່ນຫຍັງ. ພວກເຂົາໃຊ້ຊີວິດແຕ່ລະມື້ແບບບໍ່ຄິດຄືກັບສັດ ໂດຍບໍ່ສົນໃຈໂຊກຊະຕາຂອງມະນຸດ ຫຼື ເປັນຫຍັງມະນຸດຈິ່ງມີຊີວິດຢູ່ ຫຼື ພວກເຂົາຄວນດຳລົງຊີວິດແບບໃດ. ຄົນແບບນີ້ໃຊ້ຊີວິດຈົນເຖົ້າແກ່ໂດຍບໍ່ເຂົ້າໃຈໂຊກຊະຕາຂອງມະນຸດ ແລະ ຈົນເຖິງເວລາທີ່ພວກເຂົາຕາຍພວກເຂົາກໍ່ຍັງບໍ່ຮູ້ວ່າຊີວິດແມ່ນຫຍັງ. ຄົນໃນລັກສະນະນີ້ແມ່ນໄດ້ຕາຍໄປແລ້ວ; ພວກເຂົາຄືມະນຸດທີ່ບໍ່ມີຈິດວິນຍານ; ພວກເຂົາແມ່ນສັດຮ້າຍ. ເຖິງແມ່ນວ່າຜູ້ຄົນດໍາລົງຢູ່ໃນການຊົງສ້າງ ແລະ ໄດ້ຮັບຄວາມສຸກຈາກຫຼາຍຫົນທາງທີ່ໂລກສະໜອງໃຫ້ກັບຄວາມຕ້ອງການດ້ານວັດຖຸຂອງພວກເຂົາ ແລະ ເຖິງແມ່ນວ່າພວກເຂົາເຫັນໂລກແຫ່ງວັດຖຸກ້າວໜ້າຢ່າງຕໍ່ເນື່ອງ ແຕ່ເຖິງຢ່າງນັ້ນກໍຕາມ ປະສົບການຂອງພວກເຂົາ, ສິ່ງທີ່ຫົວໃຈ ແລະ ຈິດວິນຍານຂອງພວກເຂົາຮູ້ສຶກ ແລະ ປະສົບນັ້ນ ບໍ່ມີຫຍັງກ່ຽວຂ້ອງກັບສິ່ງຂອງທີ່ເປັນວັດຖຸ ແລະ ບໍ່ມີວັດຖຸໃດໆມາແທ່ນທີ່ປະສົບການນັ້ນໄດ້. ປະສົບການແມ່ນການຮັບຮູ້ເລິກເຊິ່ງໃນຫົວໃຈຂອງມະນຸດ, ບາງສິ່ງທີ່ບໍ່ສາມາດເບິ່ງເຫັນດ້ວຍຕາເປົ່າໄດ້. ການຮັບຮູ້ນີ້ແມ່ນຢູ່ໃນຄວາມເຂົ້າໃຈຂອງມະນຸດ, ຄວາມຮັບຮູ້ຂອງມະນຸດ, ຊີວິດມະນຸດ ແລະ ໂຊກຊະຕາຂອງມະນຸດ. ແລ້ວມັນມັກຈະນຳພາມະນຸດໄປສູ່ຄວາມເຂົ້າໃຈວ່າ ມີສິ່ງທີ່ເບິ່ງບໍ່ເຫັນກຳລັງຈັດແຈງທຸກສິ່ງ, ປັ້ນແຕ່ງທຸກຢ່າງໃຫ້ກັບມະນຸດ. ໃນທ່າມກາງສິ່ງທັງໝົດນີ້ ມະນຸດບໍ່ມີທາງເລືອກ ໄດ້ແຕ່ຍອມຮັບເອົາການຈັດແຈງ ແລະ ການປັ້ນແຕ່ງແຫ່ງໂຊກສະຕາ; ມະນຸດບໍ່ມີທາງເລືອກ ໄດ້ແຕ່ຍອມຮັບເອົາເສັ້ນທາງຂ້າງໜ້າທີ່ພຣະຜູ້ຊົງສ້າງໄດ້ວາງໄວ້, ຍອມຮັບເອົາອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງທີ່ຢູ່ເໜືອໂຊກຊະຕາຂອງມະນຸດ. ນີ້ແມ່ນຄວາມຈິງທີ່ບໍ່ສາມາດໂຕ້ຖຽງໄດ້. ບໍ່ວ່າມະນຸດຈະມີຄວາມເຂົ້າໃຈເລິກເຊິ່ງ ແລະ ມີທັດສະນະຄະຕິຕໍ່ໂຊກຊະຕາຢ່າງໃດກໍ່ຕາມ, ບໍ່ມີໃຜສາມາດປ່ຽນແປງຄວາມຈິງນີ້ໄດ້.

ບ່ອນທີ່ເຈົ້າຈະໄປແຕ່ລະມື້, ສິ່ງທີ່ເຈົ້າຈະເຮັດ, ໃຜ ຫຼື ສິ່ງໃດທີ່ເຈົ້າຈະຜະເຊີນ, ສິ່ງທີ່ເຈົ້າຈະເວົ້າ, ສິ່ງທີ່ຈະເກີດຂຶ້ນກັບເຈົ້າ, ມີສິ່ງໃດທີ່ສາມາດທຳນວາຍໄວ້ລ່ວງໜ້າໄດ້ບໍ? ຄົນບໍ່ສາມາດເບິ່ງເຫັນເຫດການທີ່ເກີດຂຶ້ນທັງໝົດເຫຼົ່ານີ້ລ່ວງໜ້າໄດ້ ແຮງໄກທີ່ຈະສາມາດຄວບຄຸມວິທີທີ່ບັນຫາເຫຼົ່ານີ້ເກີດຂຶ້ນ. ໃນຊີວິດ, ເຫດການທີ່ບໍ່ສາມາດເບິ່ງເຫັນໄດ້ລ່ວງໜ້າເຫຼົ່ານີ້ເກີດຂຶ້ນຢູ່ຕະຫຼອດເວລາ; ພວກມັນແມ່ນເຫດການທີ່ເກີດຂຶ້ນທຸກວັນ. ການປ່ຽນແປງໃນຊີວິດປະຈຳວັນເຫຼົ່ານີ້ ແລະ ວິທີການທີ່ພວກມັນດໍາເນີນການ ຫຼື ແບບແຜນທີ່ພວກມັນປະຕິບັດຕາມເປັນສິ່ງເຕືອນຄະຕິມະນຸດຢ່າງຕໍ່ເນື່ອງວ່າບໍ່ມີຫຍັງເກີດຂຶ້ນໂດຍບັງເອີນ, ຂະບວນການຂອງແຕ່ລະເຫດການທີ່ເກີດຂຶ້ນ, ທຳມະຊາດຂອງແຕ່ລະເຫດການທີ່ບໍ່ອາດປະຕິເສດໄດ້ ທຸກສິ່ງເຫຼົ່ານີ້ບໍ່ສາມາດປ່ຽນແປງໄດ້ດ້ວຍຄວາມປະສົງຂອງມະນຸດ. ທຸກເຫດການທີ່ເກີດຂຶ້ນບົ່ງບອກເຖິງການຕັກເຕືອນຂອງພຣະຜູ້ຊົງສ້າງຕໍ່ມະນຸດ ແລະ ມັນຍັງຕັກເຕືອນວ່າມະນຸດບໍ່ສາມາດຄວບຄຸມໂຊກຊະຕາຂອງຕົນເອງໄດ້. ທຸກເຫດການແມ່ນການຕອບໂຕ້ຕໍ່ທຳມະຊາດຂອງມະນຸດ, ຄວາມທະເຍີທະຍານທີ່ໄຮ້ປະໂຫຍດ ແລະ ຄວາມປາດຖະໜາທີ່ຈະຄວບຄຸມໂຊກຊະຕາຂອງຕົນເອງ. ມັນຄືກັບການຕົບໜ້າມະນຸດຊາດຢ່າງແຮງຢ່າງຕໍ່ເນື່ອງ ບັງຄັບໃຫ້ມະນຸດຄິດຄືນໃໝ່ວ່າໃນທີ່ສຸດແມ່ນໃຜເປັນຜູ້ປົກຄອງ ແລະ ຄວບຄຸມໂຊກຊະຕາຂອງພວກເຂົາ. ໃນຂະນະທີ່ຄວາມທະເຍີທະຍານ ແລະ ຄວາມປາດຖະໜາຂອງພວກເຂົາຖືກຂັດຂວາງ ແລະ ທໍາລາຍຊ້ຳແລ້ວຊ້ຳອີກ, ໂດຍທຳມະຊາດແລ້ວ ມະນຸດຈະຍອມຮັບເອົາໂຊກຊະຕາຂອງຕົນເອງໂດຍບໍ່ຄິດ, ຍອມຮັບຄວາມເປັນຈິງ, ຄວາມປະສົງຂອງສະຫວັນ ແລະ ອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ. ຈາກການປ່ຽນແປງປະຈຳວັນເຫຼົ່ານີ້ຈົນເຖິງໂຊກຊະຕາຂອງຊີວິດມະນຸດທັງມວນ, ບໍ່ມີຫຍັງທີ່ບໍ່ເປີດເຜີຍເຖິງແຜນການຂອງພຣະຜູ້ຊົງສ້າງ ແລະ ອຳນາດອະທິປະໄຕຂອງພຣະອົງ; ບໍ່ມີຫຍັງທີ່ບໍ່ຕັກເຕືອນວ່າ “ສິດອຳນາດຂອງພຣະຜູ້ຊົງສ້າງແມ່ນບໍ່ສາມາດເລີຍເກີນໄດ້”, ບໍ່ມີຫຍັງທີ່ບໍ່ບົ່ງບອກເຖິງຄວາມຈິງຊົ່ວນິລັນດອນນີ້ວ່າ: “ສິດອຳນາດຂອງພຣະຜູ້ຊົງສ້າງນັ້ນສູງສຸດ”.

ໂຊກຊະຕາຂອງມະນຸດຊາດ ແລະ ຂອງຈັກກະວານນັ້ນຕິດພັນກັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງຢ່າງໃກ້ຊິດ, ຜູກຕິດຢູ່ກັບການປັ້ນແຕ່ງຂອງພຣະຜູ້ຊົງສ້າງຢ່າງບໍ່ສາມາດແຍກອອກຈາກັນໄດ້; ທ້າຍທີ່ສຸດ ພວກມັນບໍ່ສາມາດແຍກອອກຈາກສິດອຳນາດຂອງພຣະຜູ້ຊົງສ້າງໄດ້. ໃນກົດເກນຂອງທຸກສິ່ງ, ມະນຸດໄດ້ປະສົບກັບການປັ້ນແຕ່ງຂອງພຣະຜູ້ຊົງສ້າງ ແລະ ອຳນາດອະທິປະໄຕຂອງພຣະອົງ; ໃນກົດແຫ່ງການຢູ່ລອດຂອງທຸກສິ່ງ ມະນຸດໄດ້ເຂົ້າໃຈການປົກຄອງຂອງພຣະຜູ້ສ້າງ; ໃນໂຊກຊະຕາຂອງທຸກສິ່ງ ມະນຸດໄດ້ເຂົ້າໃຈວິທີທີ່ຜຣະຜູ້ສ້າງໄດ້ໃຊ້ອຳນາດອະທິປະໄຕຂອງພຣະອົງ ແລະ ຄວບຄຸມຢູ່ເໜືອພວກເຂົາ; ແລະ ໃນວົງຈອນຊີວິດຂອງມະນຸດ ແລະ ທຸກສິ່ງ ມະນຸດໄດ້ປະສົບກັບການປັ້ນແຕ່ງ ແລະ ການຈັດແຈງຂອງພຣະຜູ້ສ້າງໃນທຸກສິ່ງ ແລະ ສິ່ງມີຊີວິດຢ່າງແທ້ຈິງ ເພື່ອເປັນພະຍານວ່າ ການປັ້ນແຕ່ງ ແລະ ການຈັດແຈງເຫຼົ່ານັ້ນແມ່ນເໜືອກົດເກນ, ກົດລະບຽບ, ສະຖາບັນ, ເໜືອທຸກພະລັງ ແລະ ອຳນາດທາງໂລກທັງໝົດ. ດັ່ງນັ້ນ, ມະນຸດຊາດຈຶ່ງຖືກບັງຄັບໃຫ້ຍອມຮັບວ່າອຳນາດອະທິປະໄຕຂອງພຣະຜູ້ສ້າງບໍ່ສາມາດຖືກລະເມີດໄດ້ໂດຍສິ່ງທີ່ຖືກສ້າງໃດໆ, ບໍ່ມີອຳນາດໃດສາມາດຍາດຊິງ ຫຼື ປ່ຽນແປງເຫດການ ແລະ ສິ່ງຕ່າງໆທີ່ໄດ້ຖືກກຳນົດໄວ້ລ່ວງໜ້າໂດຍພຣະຜູ້ສ້າງໄດ້. ພາຍໃຕ້ກົດເກນ ແລະ ກົດລະບຽບສັກສິດເຫຼົ່ານີ້ທີ່ມະນຸດ ແລະ ທຸກສິ່ງມີຊີວິດຢູ່ ແລະ ແຜ່ຂະຫຍາຍພັນ. ນີ້ບໍ່ແມ່ນຕົວຕົນແທ້ຈິງແຫ່ງສິດອຳນາດຂອງພຣະຜູ້ສ້າງບໍ? ເຖິງແມ່ນວ່າໃນຈຸດປະສົງຂອງບົດບັນຍັດ ມະນຸດເຫັນອຳນາດອະທິປະໄຕຂອງພຣະຜູ້ສ້າງ ແລະ ການແຕ່ງຕັ້ງຂອງພຣະອົງສຳລັບທຸກເຫດການ ແລະ ທຸກສິ່ງ, ມີຈັກຄົນທີ່ເຂົ້າໃຈຫຼັກການແຫ່ງອຳນາດອະທິປະໄຕຂອງພຣະຜູ້ສ້າງເໜືອໂລກຈັກກະວານນີ້ແດ່? ມີຈັກຄົນທີ່ຮູ້ຈັກ, ຮັບຮູ້, ຍອມຮັບ ແລະ ອ່ອນນ້ອມຕໍ່ອຳນາດອະທິປະໄຕຂອງພຣະເຈົ້າ ແລະ ການຈັດແຈງໂຊກຊະຕາຂອງພວກເຂົາຢ່າງແທ້ຈິງ? ມີຜູ້ໃດແດ່ທີ່ເຊື່ອອຳນາດອະທິປະໄຕຂອງພຣະຜູ້ສ້າງວ່າເໜືອທຸກສິ່ງຢ່າງແທ້ຈິງ ຈະເຊື່ອ ແລະ ຮັບຮູ້ຢ່າງແທ້ຈິງວ່າພຣະຜູ້ສ້າງຍັງໄດ້ກຳນົດຊະຕາກຳຊີວິດຂອງມະນຸດ? ມີໃຜທີ່ສາມາດເຂົ້າໃຈຢ່າງແທ້ຈິງວ່າຊະຕາກຳຂອງມະນຸດ ແທ້ຈິງແລ້ວແມ່ນຢູ່ໃນກຳມືຂອງພຣະຜູ້ສ້າງ? ມະນຸດຄວນມີທັດສະນະຄະຕິແບບໃດຕໍ່ອຳນາດອະທິປະໄຕຂອງພຣະຜູ້ສ້າງ ເມື່ອຜະເຊີນກັບຄວາມຈິງທີ່ວ່າພຣະອົງປົກຄອງ ແລະ ຄວບຄຸມໂຊກຊະຕາຂອງມະນຸດ? ນັ້ນແມ່ນສິ່ງທີ່ມະນຸດທຸກຄົນໃນຕອນນີ້ ຜູ້ທີ່ຜະເຊີນກັບຄວາມຈິງນີ້ຕ້ອງຕັດສິດໃຈດ້ວຍຕົວພວກເຂົາເອງ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ III

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ