ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 479
18 ເດືອນມັງກອນ 2026
ພາລະກິດທີ່ໂປໂລປະຕິບັດແມ່ນການສະແດງຕໍ່ໜ້າມະນຸດ, ແຕ່ຄວາມຮັກຂອງລາວທີ່ມີຕໍ່ພຣະເຈົ້າບໍລິສຸດຫຼາຍສໍ່າໃດ ແລະ ລາວຮັກພຣະເຈົ້າຫຼາຍສໍ່າໃດເລິກໆໃນຫົວໃຈຂອງລາວນັ້ນ, ສິ່ງເຫຼົ່ານີ້ເປັນສິ່ງທີ່ມະນຸດບໍ່ສາມາດເບິ່ງເຫັນໄດ້. ມະນຸດສາມາດເຫັນພຽງແຕ່ພາລະກິດທີ່ລາວປະຕິບັດ ເຊິ່ງມະນຸດຮູ້ວ່າ ລາວຖືກໃຊ້ໂດຍພຣະວິນຍານບໍລິສຸດຢ່າງແນ່ນອນ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງຄິດວ່າ ໂປໂລດີກວ່າເປໂຕ, ເຊິ່ງພາລະກິດຂອງລາວຍິ່ງໃຫຍ່ກວ່າ ກໍຍ້ອນວ່າ ລາວສາມາດຕອບສະໜອງຄຣິດຕະຈັກໄດ້. ສ່ວນເປໂຕແມ່ນພຽງແຕ່ສົນໃຈກັບປະສົບການສ່ວນຕົວຂອງລາວ ແລະ ໄດ້ຮັບຜູ້ຄົນຈຳນວນໜ້ອຍໃນທ່າມກາງພາລະກິດຊົ່ວຄາວຂອງລາວ. ມີຈົດໝາຍພຽງໜ້ອຍດຽວທີ່ເປັນທີ່ຮູ້ຈັກຈາກລາວ, ແຕ່ມີໃຜຮູ້ແດ່ວ່າ ຄວາມຮັກທີ່ລາວມີຕໍ່ພຣະເຈົ້ານັ້ນຍິ່ງໃຫຍ່ຫຼາຍສໍ່າໃດ ໃນສ່ວນເລິກພາຍໃນຫົວໃຈຂອງລາວ? ມື້ແລ້ວມື້ເລົ່າ ໂປໂລປະຕິບັດພາລະກິດເພື່ອພຣະເຈົ້າ ນັ້ນກໍຄື ຕາບໃດທີ່ມີພາລະກິດໃຫ້ປະຕິບັດ ລາວກໍປະຕິບັດ. ລາວຮູ້ສຶກວ່າ ດ້ວຍລັກສະນະນີ້ ລາວຈະສາມາດຮັບເອົາມົງກຸດ ແລະ ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້, ແຕ່ລາວບໍ່ຍອມສະແຫວງຫາຫົນທາງທີ່ຈະປ່ຽນແປງຕົນເອງຜ່ານທາງພາລະກິດຂອງລາວ. ແມ່ນຫຍັງກໍຕາມທີ່ຢູ່ໃນຊີວິດຂອງເປໂຕເຊິ່ງບໍ່ສອດຄ່ອງຕາມເຈດຕະນາຂອງພຣະເຈົ້າແມ່ນຈະເຮັດໃຫ້ລາວຮູ້ສຶກບໍ່ສະບາຍໃຈ. ຖ້າມັນບໍ່ປະຕິບັດຕາມເຈດຕະນາຂອງພຣະເຈົ້າ, ລາວກໍຮູ້ສຶກສຳນຶກຜິດ ແລະ ຈະຊອກຫາຫົນທາງທີ່ເໝາະສົມທີ່ລາວສາມາດພະຍາຍາມເພື່ອເຮັດໃຫ້ພຣະເຈົ້າພໍໃຈໄດ້. ແມ່ນແຕ່ໃນດ້ານຊີວິດຂອງລາວຈະເລັກນ້ອຍທີ່ສຸດ ແລະ ບໍ່ມີຄວາມໝາຍຫຍັງ, ລາວກໍຍັງຮຽກຮ້ອງໃຫ້ຕົນເອງປະຕິບັດຕາມເຈດຕະນາຂອງພຣະເຈົ້າ. ລາວເຂັ້ມງວດຫຼາຍ ເມື່ອເວົ້າເຖິງອຸປະນິໄສເກົ່າຂອງລາວ, ເຄັ່ງຄັດໃນເງື່ອນໄຂທີ່ລາວມີຕໍ່ຕົນເອງເພື່ອພັດທະນາເຂົ້າສູ່ຄວາມຈິງໃຫ້ເລິກເຊິ່ງຫຼາຍຍິ່ງຂຶ້ນ. ໂປໂລສະແຫວງຫາພຽງແຕ່ຊື່ສຽງ ແລະ ສະຖານະແບບຜິວເຜີນເທົ່ານັ້ນ. ລາວສະແຫວງຫາເພື່ອໂອ້ອວດຕົນເອງຕໍ່ໜ້າມະນຸດ ແລະ ບໍ່ໄດ້ສະແຫວງຫາເພື່ອພັດທະນາການເຂົ້າສູ່ຊີວິດໃຫ້ເລິກເຊິ່ງຍິ່ງກວ່າເກົ່າ. ສິ່ງທີ່ລາວໃສ່ໃຈແມ່ນຄຳສັ່ງສອນ ບໍ່ແມ່ນຄວາມເປັນຈິງ. ບາງຄົນເວົ້າວ່າ “ໂປໂລປະຕິບັດພາລະກິດຫຼາຍຢ່າງສຳລັບພຣະເຈົ້າ, ເປັນຫຍັງພຣະເຈົ້າຈຶ່ງບໍ່ຈົດຈຳລາວ? ເປໂຕປະຕິບັດພາລະກິດພຽງແຕ່ໜ້ອຍດຽວສຳລັບພຣະເຈົ້າ ແລະ ບໍ່ໄດ້ປະກອບສ່ວນຫຍັງຫຼາຍໃນຄຣິສຕະຈັກ, ແລ້ວເປັນຫຍັງລາວຈຶ່ງຖືກເຮັດໃຫ້ສົມບູນ?” ເປໂຕຮັກພຣະເຈົ້າຈົນເຖິງຈຸດໃດໜຶ່ງ ເຊິ່ງເປັນຈຸດທີ່ພຣະເຈົ້າຕ້ອງການ; ມີແຕ່ຄົນປະເພດນີ້ເທົ່ານັ້ນຈຶ່ງມີຄຳພະຍານໄດ້. ແລ້ວໂປໂລເດ? ໂປໂລຮັກພຣະເຈົ້າຫຼາຍສໍ່າໃດ? ເຈົ້າຮູ້ບໍ? ພາລະກິດຂອງໂປໂລແມ່ນຖືກປະຕິບັດໂດຍເຫັນແກ່ຫຍັງ? ແລ້ວພາລະກິດຂອງເປໂຕແມ່ນຖືກປະຕິບັດໂດຍເຫັນແກ່ຫຍັງ? ເປໂຕບໍ່ໄດ້ປະຕິບັດພາລະກິດຫຼາຍຢ່າງ, ແຕ່ເຈົ້າຮູ້ບໍວ່າ ແມ່ນຫຍັງທີ່ຢູ່ໃນສ່ວນເລິກພາຍໃນຫົວໃຈຂອງລາວ? ພາລະກິດຂອງໂປໂລແມ່ນກ່ຽວກັບການຕອບສະໜອງຄຣິສຕະຈັກ ແລະ ການສະໜັບສະໜູນຄຣິສຕະຈັກ. ສິ່ງທີ່ເປໂຕຜະເຊີນແມ່ນການປ່ຽນແປງໃນຊີວິດ-ອຸປະນິໄສຂອງລາວ; ລາວຜະເຊີນກັບການຮັກພຣະເຈົ້າ. ຕອນນີ້ ເຈົ້າຮູ້ເຖິງຄວາມແຕກຕ່າງລະຫວ່າງແກ່ນແທ້ຂອງພວກເຂົາ, ເຈົ້າສາມາດເຫັນໄດ້ວ່າ ໃນທີ່ສຸດແລ້ວ ແມ່ນໃຜທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ ແລະ ແມ່ນໃຜທີ່ບໍ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ. ຄົນໜຶ່ງແມ່ນຮັກພຣະເຈົ້າຢ່າງແທ້ຈິງ ແລະ ອີກຄົນໜຶ່ງບໍ່ໄດ້ຮັກພຣະເຈົ້າຢ່າງແທ້ຈິງ; ຄົນໜຶ່ງໄດ້ຮັບການປ່ຽນແປງໃນອຸປະນິໄສຂອງເຂົາ ແລະ ອີກຄົນໜຶ່ງແມ່ນບໍ່ໄດ້ຮັບ; ຄົນໜຶ່ງຮັບໃຊ້ຢ່າງຖ່ອມຕົນ ແລະ ບໍ່ມີໃຜສັງເກດເຫັນຢ່າງງ່າຍດາຍ ແລະ ອີກຄົນແມ່ນຖືກຄົນອື່ນນະມັດສະການ ແລະ ມີລັກສະນະທີ່ຍິ່ງໃຫຍ່; ຄົນໜຶ່ງສະແຫວງຫາຄວາມບໍລິສຸດ ແລະ ອີກຄົນໜຶ່ງບໍ່ໄດ້ສະແຫວງຫາ ແລະ ເຖິງແມ່ນວ່າ ເຂົາຈະບໍລິສຸດ, ເຂົາກໍບໍ່ໄດ້ມີຄວາມຮັກທີ່ບໍລິສຸດ; ຄົນໜຶ່ງມີຄວາມເປັນມະນຸດທີ່ແທ້ຈິງ ແລະ ອີກຄົນໜຶ່ງບໍ່ມີຄວາມເປັນມະນຸດ; ຄົນໜຶ່ງມີຄວາມຮູ້ສຶກເປັນສິ່ງທີ່ຖືກສ້າງ ແລະ ອີກຄົນໜຶ່ງບໍ່ມີ. ສິ່ງດັ່ງກ່າວແມ່ນຄວາມແຕກຕ່າງລະຫວ່າງແກ່ນແທ້ຂອງໂປໂລ ແລະ ເປໂຕ. ເສັ້ນທາງທີ່ເປໂຕຍ່າງແມ່ນເສັ້ນທາງແຫ່ງຄວາມສຳເລັດ ເຊິ່ງຍັງເປັນເສັ້ນທາງແຫ່ງການບັນລຸການຟື້ນຄືນຂອງຄວາມເປັນມະນຸດທຳມະດາ ແລະ ການຟື້ນຟູໜ້າທີ່ຂອງສິ່ງທີ່ຖືກສ້າງ. ເປໂຕເປັນຕົວແທນໃຫ້ກັບທຸກຄົນທີ່ປະສົບຜົນສຳເລັດ. ເສັ້ນທາງທີ່ໂປໂລຍ່າງແມ່ນເສັ້ນທາງແຫ່ງຄວາມລົ້ມເຫຼວ ແລະ ລາວເປັນຕົວແທນໃຫ້ກັບທຸກຄົນທີ່ພຽງແຕ່ອ່ອນນ້ອມ ແລະ ເສຍສະຫຼະຕົນເອງໃນລະດັບຜິວເຜີນ ແລະ ບໍ່ມີຫົວໃຈທີ່ຮັກພຣະເຈົ້າຢ່າງແທ້ຈິງ. ໂປໂລເປັນຕົວແທນໃຫ້ກັບທຸກຄົນທີ່ບໍ່ມີຄວາມຈິງ. ໃນຄວາມເຊື່ອທີ່ລາວມີໃນພຣະເຈົ້າ, ເປໂຕສະແຫວງຫາເພື່ອເຮັດໃຫ້ພຣະເຈົ້າພໍໃຈໃນທຸກສິ່ງ ແລະ ສະແຫວງຫາເພື່ອອ່ອນນ້ອມຕໍ່ທຸກສິ່ງທີ່ມາຈາກພຣະເຈົ້າ. ລາວສາມາດຮັບເອົາການຕີສອນ ແລະ ການພິພາກສາໂດຍບໍ່ຕໍ່ວ່າແມ່ນແຕ່ໜ້ອຍດຽວ ພ້ອມທັງການຫຼໍ່ຫຼອມ, ຄວາມລຳບາກຍາກແຄ້ນ ແລະ ການຂາດເຂີນໃນຊີວິດຂອງລາວອີກດ້ວຍ ເຊິ່ງບໍ່ມີຫຍັງທີ່ສາມາດປ່ຽນແປງຫົວໃຈຂອງລາວທີ່ຮັກພຣະເຈົ້າໄດ້. ນີ້ບໍ່ແມ່ນຄວາມຮັກພຣະເຈົ້າຢ່າງສູງສຸດບໍ? ນີ້ບໍ່ແມ່ນການປະຕິບັດຕາມໜ້າທີ່ຂອງສິ່ງທີ່ຖືກສ້າງບໍ? ບໍ່ວ່າຈະເປັນການຕີສອນ, ການພິພາກສາ ຫຼື ຄວາມລໍາບາກຍາກແຄ້ນ, ເຈົ້າສາມາດບັນລຸຄວາມອ່ອນນ້ອມຈົນຕາຍສະເໝີ ແລະ ນີ້ແມ່ນສິ່ງທີ່ຖືກສ້າງຄວນບັນລຸໃຫ້ໄດ້, ນີ້ຄືຄວາມບໍລິສຸດແຫ່ງຄວາມຮັກສຳລັບພຣະເຈົ້າ. ຖ້າມະນຸດສາມາດບັນລຸຫຼາຍສໍ່ານີ້, ເຂົາກໍຈະເປັນສິ່ງຖືກສ້າງທີ່ມີຄຸນສົມບັດ ແລະ ບໍ່ມີຫຍັງທີ່ປະຕິບັດຕາມເຈດຕະນາຂອງພຣະຜູ້ສ້າງໄດ້ດີກວ່ານີ້. ໃຫ້ຈິນຕະນາການເບິ່ງວ່າ ເຈົ້າສາມາດປະຕິບັດພາລະກິດເພື່ອພຣະເຈົ້າ ແຕ່ເຈົ້າບໍ່ອ່ອນນ້ອມຕໍ່ພຣະເຈົ້າ ແລະ ບໍ່ສາມາດຮັກພຣະເຈົ້າຢ່າງແທ້ຈິງໄດ້. ໃນລັກສະນະນີ້ບໍ່ພຽງແຕ່ເຈົ້າບໍ່ປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງເທົ່ານັ້ນ ແຕ່ເຈົ້າຍັງຈະຖືກພຣະເຈົ້າຕຳນິ ຍ້ອນເຈົ້າເປັນຄົນທີ່ບໍ່ມີຄວາມຈິງ, ຄົນທີ່ບໍ່ສາມາດອ່ອນນ້ອມຕໍ່ພຣະເຈົ້າໄດ້ ແລະ ຄົນທີ່ຕໍ່ຕ້ານພຣະເຈົ້າເລີຍ. ເຈົ້າພຽງແຕ່ສົນໃຈກັບການປະຕິບັດພາລະກິດເພື່ອພຣະເຈົ້າ ແລະ ບໍ່ສົນໃຈກັບການນໍາຄວາມຈິງເຂົ້າສູ່ການປະຕິບັດ ຫຼື ການຮູ້ຈັກຕົນເອງ. ເຈົ້າບໍ່ເຂົ້າໃຈ ຫຼື ຮູ້ຈັກພຣະຜູ້ສ້າງ ແລະ ບໍ່ອ່ອນນ້ອມ ຫຼື ຮັກພຣະຜູ້ສ້າງ. ເຈົ້າເປັນຄົນທີ່ກະບົດຕໍ່ພຣະເຈົ້າມາຕັ້ງແຕ່ເກີດ, ແລ້ວດ້ວຍເຫດນັ້ນຜູ້ຄົນດັ່ງກ່າວຈຶ່ງບໍ່ເປັນທີ່ຮັກຂອງພຣະຜູ້ສ້າງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ