ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 182

23 ເດືອນທັນວາ 2025

ໃນທີ່ສຸດແລ້ວ, ພາລະກິດຂອງພຣະເຈົ້າກໍແຕກຕ່າງຈາກພາລະກິດຂອງມະນຸດ ແລະ ຍິ່ງໄປກວ່ານັ້ນ ການສະແດງອອກຂອງພຣະເຈົ້າຈະຄືກັບຂອງມະນຸດໄດ້ແນວໃດ? ພຣະເຈົ້າກໍມີອຸປະນິໄສສະເພາະຂອງພຣະເຈົ້າເອງ, ໃນຂະນະທີ່ມະນຸດກໍມີໜ້າທີ່ທີ່ມະນຸດຄວນປະຕິບັດ. ອຸປະນິໄສຂອງພຣະເຈົ້າແມ່ນຖືກສະແດງອອກໃນພາລະກິດຂອງພຣະອົງ, ໃນຂະນະທີ່ໜ້າທີ່ຂອງມະນຸດກໍປະກອບຢູ່ໃນປະສົບການຂອງມະນຸດ ແລະ ຖືກສະແດງອອກໃນການສະແຫວງຫາຂອງມະນຸດ. ສະນັ້ນ ມັນຈຶ່ງເຫັນໄດ້ຊັດເຈນຜ່ານພາລະກິດທີ່ຖືກດຳເນີນ ບໍ່ວ່າຈະເປັນການສະແດງອອກຂອງພຣະເຈົ້າ ຫຼື ຂອງມະນຸດ. ມັນບໍ່ຈຳເປັນຕ້ອງໄດ້ຮັບການອະທິບາຍໂດຍພຣະເຈົ້າເອງ ຫຼື ມັນບໍ່ໄດ້ຮຽກຮ້ອງໃຫ້ມະນຸດພະຍາຍາມເປັນພະຍານ; ຍິ່ງໄປກວ່ານັ້ນ ມັນບໍ່ໄດ້ຕ້ອງການໃຫ້ພຣະເຈົ້າເອງຢັບຢັ້ງຄົນໃດໜຶ່ງ. ທຸກສິ່ງນີ້ເກີດຂຶ້ນດັ່ງການເປີດເຜີຍໂດຍທຳມະຊາດ; ມັນບໍ່ແມ່ນການບັງຄັບ ຫຼື ສິ່ງທີ່ມະນຸດສາມາດແຊກແຊງໄດ້. ໜ້າທີ່ຂອງມະນຸດແມ່ນສາມາດຮູ້ຈັກໄດ້ຜ່ານປະສົບການຂອງເຂົາ ແລະ ມັນບໍ່ໄດ້ຮຽກຮ້ອງໃຫ້ຜູ້ຄົນປະຕິບັດພາລະກິດເພີ່ມເຕີມຈາກປະສົບການ. ແກ່ນແທ້ທຸກຢ່າງຂອງມະນຸດສາມາດຖືກເປີດເຜີຍອອກເມື່ອເຂົາປະຕິບັດໜ້າທີ່ຂອງເຂົາ, ໃນຂະນະທີ່ພຣະເຈົ້າສາມາດສະແດງອອກເຖິງອຸປະນິໄສໂດຍທຳມະຊາດຂອງພຣະອົງໃນຂະນະທີ່ພຣະອົງປະຕິບັດພາລະກິດຂອງພຣະອົງ. ຖ້າມັນເປັນພາລະກິດຂອງມະນຸດ ແລ້ວມັນກໍບໍ່ສາມາດຖືກປົກປິດໄດ້. ຖ້າມັນເປັນພາລະກິດຂອງພຣະເຈົ້າ ແລ້ວອຸປະນິໄສຂອງພຣະເຈົ້າຍິ່ງເປັນໄປບໍ່ໄດ້ທີ່ຈະຖືກປົກປິດໂດຍຄົນໃດຄົນໜຶ່ງ, ແຮງໄກທີ່ຈະສາມາດຖືກຄວບຄຸມໂດຍມະນຸດ. ບໍ່ສາມາດເວົ້າໄດ້ວ່າມະນຸດເປັນພຣະເຈົ້າ ຫຼື ພາລະກິດ ແລະ ຄຳເວົ້າຂອງເຂົາແມ່ນບໍ່ສາມາດເບິ່ງໄດ້ວ່າເປັນສິ່ງບໍລິສຸດ ຫຼື ຖືວ່າບໍ່ສາມາດປ່ຽນແປງໄດ້. ບໍ່ສາມາດເວົ້າໄດ້ວ່າພຣະເຈົ້າເປັນມະນຸດ ຍ້ອນພຣະອົງສວມຕົນເອງດ້ວຍເນື້ອໜັງ ແຕ່ພາລະກິດຂອງພຣະອົງກໍບໍ່ສາມາດຖືວ່າເປັນພາລະກິດຂອງມະນຸດ ຫຼື ໜ້າທີ່ຂອງມະນຸດໄດ້. ຍິ່ງໄປກວ່ານັ້ນ ຖ້ອຍຄຳຂອງພຣະເຈົ້າ ແລະ ຈົດໝາຍຂອງໂປໂລກໍບໍ່ສາມາດເຮັດໃຫ້ເທົ່າທຽມກັນໄດ້ ຫຼື ການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ ແລະ ຄຳສັ່ງສອນຂອງມະນຸດກໍບໍ່ສາມາດເວົ້າໄດ້ວ່າເທົ່າທຽມກັນໄດ້. ສະນັ້ນ ຈຶ່ງມີຫຼັກການທີ່ແຍກແຍະພາລະກິດຂອງພຣະເຈົ້າອອກຈາກພາລະກິດຂອງມະນຸດ. ສິ່ງນີ້ຖືກຈຳແນກໂດຍອີງຕາມທາດແທ້ຂອງມັນ, ບໍ່ແມ່ນຂອບເຂດຂອງພາລະກິດ ຫຼື ປະສິດທິພາບຊົ່ວຄາວຂອງພາລະກິດນັ້ນໆ. ໃນຫົວຂໍ້ນີ້ ຄົນສ່ວນໃຫຍ່ແມ່ນຜິດພາດກ່ຽວກັບຫຼັກການ. ນີ້ກໍເພາະວ່າ ມະນຸດເບິ່ງແຕ່ພາຍນອກ ເຊິ່ງພວກເຂົາສາມາດບັນລຸໄດ້, ໃນຂະນະທີ່ພຣະເຈົ້າເບິ່ງທີ່ແກ່ນແທ້ ເຊິ່ງບໍ່ສາມາດສັງເກດເຫັນດ້ວຍສາຍຕາທາງເນື້ອໜັງຂອງມະນຸດຊາດໄດ້. ຖ້າເຈົ້າຖືວ່າພຣະທຳ ແລະ ພາລະກິດຂອງພຣະເຈົ້າເປັນໜ້າທີ່ຂອງມະນຸດປົກກະຕິ ແລະ ເບິ່ງພາລະກິດຂະໜາດໃຫຍ່ຂອງມະນຸດເປັນພາລະກິດຂອງພຣະເຈົ້າທີ່ຖືກປົກຄຸມໃນເນື້ອໜັງ ແທນທີ່ຈະເປັນໜ້າທີ່ທີ່ມະນຸດປະຕິບັດ, ແລ້ວເຈົ້າບໍ່ໄດ້ເຂົ້າໃຈຫຼັກການຜິດບໍ? ຈົດໝາຍ ແລະ ຊີວະປະຫວັດຂອງມະນຸດແມ່ນສາມາດຖືກສ້າງຂຶ້ນໄດ້ຢ່າງງ່າຍດາຍ, ແຕ່ມັນຢູ່ບົນພື້ນຖານຂອງພາລະກິດຂອງພຣະວິນຍານບໍລິສຸດເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ມະນຸດບໍ່ສາມາດເຮັດໃຫ້ຖ້ອຍຄຳ ແລະ ພາລະກິດຂອງພຣະເຈົ້າສຳເລັດໄດ້ຢ່າງງ່າຍດາຍ ຫຼື ບັນລຸໄດ້ໂດຍສະຕິປັນຍາ ແລະ ຄວາມຄິດຂອງມະນຸດ ຫຼື ຜູ້ຄົນບໍ່ສາມາດອະທິບາຍໄດ້ຢ່າງລະອຽດຫຼັງຈາກທີ່ໄດ້ຄົ້ນຄວ້າພວກເຂົາ. ຖ້າເລື່ອງຫຼັກການເຫຼົ່ານີ້ບໍ່ມີປະຕິກິລິຍາໃນຕົວພວກເຈົ້າ, ແລ້ວຄວາມເຊື່ອຂອງພວກເຈົ້າກໍບໍ່ເປັນຈິງ ແລະ ບໍ່ໄດ້ຖືກຫຼໍ່ຫຼອມຢ່າງຊັດເຈນ. ມັນພຽງແຕ່ສາມາດເວົ້າໄດ້ວ່າຄວາມເຊື່ອຂອງພວກເຈົ້າແມ່ນເຕັມໄປດ້ວຍຄວາມບໍ່ແຈ່ມແຈ້ງ ແລະ ທັງສັບສົນ ແລະ ຂາດຫຼັກການອີກດ້ວຍ. ຫາກບໍ່ມີແມ່ນແຕ່ການເຂົ້າໃຈບັນຫາພື້ນຖານທີ່ສຳຄັນທີ່ສຸດຂອງພຣະເຈົ້າ ແລະ ມະນຸດ, ຄວາມເຊື່ອປະເພດນີ້ຈະບໍ່ແມ່ນຄວາມເຊື່ອແບບຂາດຄວາມສໍານຶກບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຢືນຢູ່ຈຸດໃດໃນຈົດໝາຍສິບສາມສະບັບ?

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ