ພຣະທຳປະຈຳວັນຂອງພຣະເຈົ້າ: ຄວາມລຶກລັບກ່ຽວກັບພຣະຄໍາພີ | ຄັດຕອນ 269

ພຣະຄຳພີເປັນໜັງສືທາງປະຫວັດສາດ ແລະ ຖ້າເຈົ້າໄດ້ກິນ ແລະ ດື່ມພຣະສັນຍາເດີມໃນລະຫວ່າງຍຸກແຫ່ງພຣະຄຸນ ນັ້ນກໍຄື ຖ້າເຈົ້າໄດ້ນໍາສິ່ງທີ່ຮຽກຮ້ອງໃນເວລາຂອງພຣະສັນຍາເດີມນັ້ນມາປະຕິບັດໃນລະຫວ່າງຍຸກແຫ່ງພຣະຄຸນ, ພຣະເຢຊູກໍຈະປະຕິເສດເຈົ້າ ແລະ ຕັດສິນລົງໂທດເຈົ້າ; ຖ້າເຈົ້າໄດ້ນໍາພຣະສັນຍາເດີມມາໃຊ້ໃນພາລະກິດຂອງພຣະເຢຊູ ເຈົ້າກໍຈະເປັນຄົນຟາຣິຊາຍຄົນໜຶ່ງ. ໃນປັດຈຸບັນ ຖ້າເຈົ້ານໍາພຣະສັນຍາເດີມ ແລະ ໃໝ່ມາລວມກັນເພື່ອກິນ ແລະ ດື່ມ ແລະ ປະຕິບັດ ແລ້ວພຣະເຈົ້າແຫ່ງປັດຈຸບັນກໍຈະຕັດສິນລົງໂທດເຈົ້າ; ເຈົ້າກໍຈະຕາມພາລະກິດຂອງພຣະວິນຍານບໍລິສຸດແຫ່ງປັດຈຸບັນບໍ່ທັນ! ຖ້າເຈົ້າກິນ ແລະ ດື່ມພຣະສັນຍາເດີມ ແລະ ພຣະສັນຍາໃໝ່ ແລ້ວເຈົ້າກໍຢູ່ນອກກະແສຂອງພຣະວິນຍານບໍລິສຸດ! ໃນລະຫວ່າງຍຸກຂອງພຣະເຢຊູ, ພຣະເຢຊູນໍາພາຊາວຢິວ ແລະ ທຸກຄົນທີ່ຕິດຕາມພຣະອົງ ໂດຍອີງຕາມພາລະກິດຂອງພຣະວິນຍານບໍລິສຸດທີ່ຢູ່ໃນພຣະອົງໃນເວລານັ້ນ. ພຣະອົງບໍ່ໄດ້ຖືພຣະຄຳພີເປັນຫຼັກພື້ນຖານໃນສິ່ງທີ່ພຣະອົງກະທຳ ແຕ່ຊົງກ່າວຕາມພາລະກິດຂອງພຣະອົງ; ພຣະອົງບໍ່ສົນໃຈກັບສິ່ງທີ່ພຣະຄຳພີກ່າວ ຫຼື ພຣະອົງບໍ່ໄດ້ຄົ້ນຫາເສັ້ນທາງເພື່ອນໍາພາຜູ້ຕິດຕາມຂອງພຣະອົງຈາກພຣະຄຳພີ. ເລີ່ມຕັ້ງແຕ່ຕອນທີ່ພຣະອົງປະຕິບັດພາລະກິດ, ພຣະອົງເທດສະໜາຫົນທາງແຫ່ງການກັບໃຈ ເຊິ່ງເປັນພຣະທຳທີ່ບໍ່ມີການກ່າວເຖິງໃນຄຳທຳນາຍຂອງພຣະສັນຍາເດີມຢ່າງແນ່ນອນ. ບໍ່ພຽງແຕ່ພຣະອົງບໍ່ປະຕິບັດຕາມພຣະຄຳພີເທົ່ານັ້ນ ແຕ່ພຣະອົງຍັງນໍາເສັ້ນທາງໃໝ່ອີກດ້ວຍ ແລະ ປະຕິບັດພາລະກິດໃໝ່. ພຣະອົງບໍ່ເຄີຍອ້າງອິງເຖິງພຣະຄຳພີເວລາທີ່ພຣະອົງເທດສະໜາ. ໃນລະຫວ່າງຍຸກແຫ່ງພຣະບັນຍັດ, ບໍ່ມີໃຜທີ່ສາມາດປະຕິບັດສິ່ງອັດສະຈັນຂອງພຣະອົງໃນການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ. ພາລະກິດຂອງພຣະອົງ, ຄຳສັ່ງສອນຂອງພຣະອົງ, ສິດອຳນາດ ແລະ ລິດອຳນາດແຫ່ງພຣະທຳຂອງພຣະອົງກໍ່ເກີນມະນຸດທີ່ຢູ່ໃນຍຸກແຫ່ງພຣະບັນຍັດເຊັ່ນກັນ. ພຣະເຢຊູພຽງແຕ່ປະຕິບັດພາລະກິດໃໝ່ກວ່າຂອງພຣະອົງເທົ່ານັ້ນ ແລະ ເຖິງແມ່ນມີຫຼາຍຄົນທີ່ຕັດສິນລົງໂທດພຣະອົງໂດຍໃຊ້ພຣະຄຳພີ ແລະ ຍິ່ງໄປກວ່ານັ້ນຍັງໃຊ້ພຣະສັນຍາເດີມເພື່ອຄຶງພຣະອົງທີ່ໄມ້ກາງແຂນ, ແຕ່ພາລະກິດຂອງພຣະອົງກໍຍັງເໜືອກວ່າພຣະສັນຍາເດີມຢູ່ດີ; ຖ້າມັນບໍ່ເປັນແບບນັ້ນ ແລ້ວເປັນຫຍັງຜູ້ຄົນຈຶ່ງຄຶງພຣະອົງທີ່ໄມ້ກາງແຂນ? ມັນບໍ່ແມ່ນຍ້ອນວ່າ ບໍ່ໄດ້ມີການເວົ້າຫຍັງໃນພຣະສັນຍາເດີມກ່ຽວກັບການສັ່ງສອນຂອງພຣະອົງ ແລະ ຄວາມສາມາດຂອງພຣະອົງໃນການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍບໍ? ພາລະກິດຂອງພຣະອົງແມ່ນຖືກປະຕິບັດເພື່ອນໍາເສັ້ນທາງໃໝ່, ມັນບໍ່ແມ່ນການເລີ່ມຕົ້ນຕໍ່ສູ້ກັບພຣະຄຳພີຢ່າງຕັ້ງໃຈ ຫຼື ຖິ້ມພຣະສັນຍາເດີມຢ່າງຕັ້ງໃຈ. ພຣະອົງພຽງແຕ່ມາເພື່ອປະຕິບັດພັນທະກິດຂອງພຣະອົງ, ເພື່ອນໍາພາລະກິດໃໝ່ມາສູ່ຜູ້ຄົນທີ່ກະຫາຍຫາ ແລະ ສະແຫວງຫາພຣະອົງ. ພຣະອົງບໍ່ໄດ້ມາເພື່ອອະທິບາຍພຣະສັນຍາເດີມ ຫຼື ດຳລົງພາລະກິດຂອງພຣະສັນຍາເດີມ. ພາລະກິດຂອງພຣະອົງບໍ່ແມ່ນເພື່ອເຮັດໃຫ້ຍຸກແຫ່ງພຣະບັນຍັດສືບຕໍ່ພັດທະນາ, ຍ້ອນວ່າພາລະກິດຂອງພຣະອົງບໍ່ໄດ້ຍຶດຖືວ່າມັນມີພຣະຄຳພີເປັນພື້ນຖານ ຫຼື ບໍ່; ພຣະເຢຊູພຽງແຕ່ມາເພື່ອປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ. ສະນັ້ນ, ພຣະອົງບໍ່ໄດ້ອະທິບາຍເຖິງຄຳທຳນາຍໃນພຣະສັນຍາເດີມ ຫຼື ພຣະອົງບໍ່ໄດ້ປະຕິບັດພາລະກິດຕາມພຣະທຳຂອງຍຸກແຫ່ງພຣະບັນຍັດໃນພຣະສັນຍາເດີມ. ພຣະອົງເມີນເສີຍຕໍ່ທີ່ພຣະສັນຍາເດີມກ່າວໄວ້, ພຣະອົງບໍ່ສົນໃຈວ່າ ມັນເຫັນພ້ອມກັບພາລະກິດຂອງພຣະອົງ ຫຼື ບໍ່ ແລະ ບໍ່ສົນໃຈວ່າ ຄົນອື່ນຮູ້ຈັກຫຍັງແດ່ກ່ຽວກັບພາລະກິດຂອງພຣະອົງ ຫຼື ພວກເຂົາຕັດສິນລົງໂທດພາລະກິດຂອງພຣະອົງແນວໃດ. ພຣະອົງພຽງແຕ່ສືບຕໍ່ປະຕິບັດພາລະກິດທີ່ພຣະອົງຄວນເຮັດ ເຖິງແມ່ນຫຼາຍຄົນໄດ້ໃຊ້ຄຳທຳນາຍຂອງຜູ້ປະກາດພຣະທຳໃນພຣະສັນຍາເດີມເພື່ອຕັດສິນລົງໂທດພຣະອົງ. ສຳລັບຜູ້ຄົນແລ້ວ ມັນເບິ່ງຄືກັບວ່າ ພາລະກິດຂອງພຣະອົງບໍ່ມີຫຼັກພື້ນຖານ ແລະ ມີຫຼາຍຢ່າງທີ່ບໍ່ຖືກກັນກັບການບັນທຶກໃນພຣະສັນຍາເດີມ. ສິ່ງນີ້ບໍ່ແມ່ນຄວາມຄິດທີ່ຜິດພາດຂອງມະນຸດບໍ? ຕ້ອງນໍາໃຊ້ລະບຽບກັບພາລະກິດຂອງພຣະເຈົ້າບໍ? ແລ້ວພຣະເຈົ້າຕ້ອງເຮັດພາລະກິດຕາມຄຳທຳນາຍຂອງຜູ້ປະກາດພຣະທຳບໍ? ໃນທີ່ສຸດແລ້ວ ສິ່ງໃດຍິ່ງໃຫຍ່ກວ່າກັນ: ພຣະເຈົ້າ ຫຼື ພຣະຄຳພີ? ເປັນຫຍັງພຣະເຈົ້າຈຶ່ງຕ້ອງເຮັດພາລະກິດຕາມພຣະຄຳພີ? ເປັນໄປໄດ້ວ່າພຣະເຈົ້າບໍ່ມີສິດເກີນພຣະຄຳພີບໍ? ພຣະເຈົ້າບໍ່ສາມາດອອກຈາກພຣະຄຳພີ ແລະ ປະຕິບັດພາລະກິດອື່ນໄດ້ບໍ? ເປັນຫຍັງພຣະເຢຊູ ແລະ ພວກສາວົກຂອງພຣະອົງຈຶ່ງບໍ່ຮັກສາວັນຊະບາໂຕ? ສົມມຸດວ່າພຣະອົງປະຕິບັດຕາມວັນຊະບາໂຕ ແລະ ພຣະບັນຍັດແຫ່ງພຣະສັນຍາເດີມ, ເປັນຫຍັງພຣະເຢຊູຈຶ່ງບໍ່ຮັກສາວັນຊະບາໂຕຫຼັງຈາກທີ່ພຣະອົງສະເດັດມາ ແຕ່ກົງກັນຂ້າມ ພຣະອົງລ້າງຕີນ, ຜ້າຄຸມຫົວ, ຫັກເຂົ້າຈີ່ ແລະ ດື່ມເຫຼົ້າແວງ? ທຸກສິ່ງທີ່ກ່າວມານີ້ບໍ່ໄດ້ຢູ່ພຣະບັນຍັດແຫ່ງພຣະສັນຍາເດີມບໍ່ແມ່ນບໍ? ຖ້າພຣະເຢຊູປະຕິບັດຕາມພຣະສັນຍາເດີມ, ເປັນຫຍັງພຣະອົງຈຶ່ງຝ່າຝືນລະບຽບການເຫຼົ່ານີ້? ເຈົ້າຄວນຮູ້ຈັກວ່າ ສິ່ງໃດມາກ່ອນ ພຣະເຈົ້າ ຫຼື ພຣະຄຳພີ! ເມື່ອເປັນພຣະຜູ້ເປັນເຈົ້າແຫ່ງວັນຊະບາໂຕ, ພຣະອົງບໍ່ສາມາດເປັນພຣະຜູ້ເປັນເຈົ້າແຫ່ງພຣະຄຳພີບໍ?

ພາລະກິດທີ່ພຣະເຢຊູປະຕິບັດໃນລະຫວ່າງເວລາແຫ່ງພຣະສັນຍາໃໝ່ໄດ້ເລີ່ມຕົ້ນພາລະກິດໃໝ່ອອກ ນັ້ນກໍຄື ພຣະອົງບໍ່ໄດ້ປະຕິບັດຕາມພາລະກິດຂອງພຣະສັນຍາເດີມ ທັງພຣະອົງບໍ່ໄດ້ໃຊ້ພຣະທຳທີ່ພຣະເຢໂຮວາແຫ່ງພຣະສັນຍາເດີມໄດ້ຊົງກ່າວໄວ້. ພຣະອົງປະຕິບັດພາລະກິດຂອງພຣະອົງເອງ ແລະ ພຣະອົງປະຕິບັດພາລະກິດທີ່ໃໝ່ກວ່າ ແລະ ເປັນພາລະກິດທີ່ສູງສົ່ງກວ່າພຣະບັນຍັດ. ສະນັ້ນ, ພຣະອົງຈຶ່ງກ່າວວ່າ “ຈົ່ງຢ່າຄິດວ່າເຮົາມາເພື່ອທຳລາຍພຣະບັນຍັດ ຫຼື ຜູ້ປະກາດພຣະທຳ, ເຮົາບໍ່ໄດ້ມາເພື່ອທຳລາຍ ແຕ່ເພື່ອເຮັດໃຫ້ສຳເລັດ”. ດ້ວຍເຫດນັ້ນ ອີງຕາມສິ່ງທີ່ພຣະອົງໄດ້ເຮັດສຳເລັດ, ມີລະບຽບຫຼາຍຢ່າງໄດ້ຖືກຍົກເລີກ. ໃນວັນຊະບາໂຕ ເມື່ອພຣະອົງພາພວກສາວົກຜ່ານທົ່ງນາ, ພວກເຂົາກໍເດັດ ແລະ ກິນຮວງເຂົ້າ; ພຣະອົງບໍ່ໄດ້ຮັກສາວັນຊະບາໂຕ ແລະ ກ່າວວ່າ “ບຸດມະນຸດແມ່ນພຣະຜູ້ເປັນເຈົ້າແຫ່ງວັນຊະບາໂຕ”. ໃນເວລານັ້ນ ຕາມກົດລະບຽບຂອງຊາວອິດສະຣາເອນແລ້ວ, ໃຜກໍຕາມທີ່ບໍ່ຮັກສາວັນຊະບາໂຕຈະຖືກລົງໂທດແກວ່ງຫີນໃສ່ຈົນຕາຍ. ເຖິງຢ່າງໃດກໍຕາມ, ພຣະເຢຊູບໍ່ໄດ້ເຂົ້າໄປໃນພຣະວິຫານ ຫຼື ຮັກສາວັນຊະບາໂຕ ແລະ ພາລະກິດຂອງພຣະອົງບໍ່ໄດ້ຖືກປະຕິບັດໂດຍພຣະເຢໂຮວາໃນລະຫວ່າງເວລາແຫ່ງພຣະສັນຍາເດີມ. ດ້ວຍເຫດນັ້ນ ພາລະກິດທີ່ພຣະເຢຊູກະທຳເໜືອກວ່າພຣະບັນຍັດແຫ່ງພຣະສັນຍາເດີມ, ມັນສູງສົ່ງກວ່າພຣະບັນຍັດ ແລະ ພຣະອົງບໍ່ໄດ້ປະຕິບັດພາລະກິດຕາມພຣະບັນຍັດແຫ່ງພຣະສັນຍາເດີມ. ໃນລະຫວ່າງຍຸກແຫ່ງພຣະຄຸນ, ພຣະເຢຊູບໍ່ໄດ້ປະຕິບັດພາລະກິດຕາມພຣະບັນຍັດແຫ່ງພຣະສັນຍາເດີມ, ແລະ ໄດ້ຍົກເລີກລະບຽບເຫຼົ່ານັ້ນແລ້ວ. ແຕ່ຊາວອິດສະຣາເອນຍຶດຕິດກັບພຣະຄຳພີຢ່າງດຸເດືອດ ແລະ ກ່າວໂທດພຣະເຢຊູ, ນີ້ບໍ່ແມ່ນການປະຕິເສດພາລະກິດຂອງພຣະເຢຊູບໍ? ມື້ນີ້, ໂລກແຫ່ງສາສະໜາຍັງຍຶດຕິດກັບພຣະຄຳພີຢ່າງດຸເດືອດ ແລະ ບາງຄົນເວົ້າວ່າ “ພຣະຄຳພີເປັນໜັງສືທີ່ສັກສິດ ແລະ ຕ້ອງອ່ານພຣະຄຳພີ”. ບາງຄົນເວົ້າວ່າ “ບໍ່ວ່າເມື່ອໃດ ພາລະກິດຂອງພຣະເຈົ້າກໍບໍ່ສາມາດຖືກໂຍນຖິ້ມໄດ້. ພຣະສັນຍາເດີມແມ່ນພັນທະສັນຍາຂອງພຣະເຈົ້າກັບຊາວອິດສະຣາເອນ ແລະ ບໍ່ສາມາດຖືກໂຍນຖິ້ມໄດ້ ແລະ ຕ້ອງຮັກສາວັນຊະບາໂຕຢູ່ສະເໝີ!” ພວກເຂົາບໍ່ໄຮ້ສາລະບໍ? ເປັນຫຍັງພຣະເຢຊູຈຶ່ງບໍ່ຮັກສາວັນຊະບາໂຕ? ພຣະອົງກຳລັງເຮັດບາບບໍ? ແມ່ນໃຜສາມາດເຂົ້າໃຈສິ່ງຕ່າງໆເຫຼົ່ານັ້ນຢ່າງຖີ່ຖ້ວນ? ບໍ່ວ່າຜູ້ຄົນຈະອ່ານພຣະຄຳພີແນວໃດ, ມັນເປັນໄປບໍ່ໄດ້ທີ່ຈະຮູ້ຈັກພາລະກິດຂອງພຣະເຈົ້າ ໂດຍໃຊ້ຄວາມສາມາດໃນການຢັ່ງຮູ້ຂອງພວກເຂົາ. ບໍ່ພຽງແຕ່ພວກເຂົາຈະບໍ່ໄດ້ຮັບຄວາມຮູ້ທີ່ບໍລິສຸດກ່ຽວກັບພຣະເຈົ້າ ແຕ່ແນວຄິດຂອງພວກເຂົາກໍຍິ່ງຈະຮ້າຍແຮງຫຼາຍຂຶ້ນກວ່າເກົ່າ ຈົນເຖິງຂັ້ນທີ່ພວກເຂົາຈະເລີ່ມຕໍ່ຕ້ານພຣະເຈົ້າ. ຖ້າບໍ່ແມ່ນຍ້ອນການບັງເກີດເປັນມະນຸດຂອງພຣະເຈົ້າໃນປັດຈຸບັນ, ຜູ້ຄົນຈະຖືກທຳລາຍດ້ວຍແນວຄິດຂອງພວກເຂົາເອງ ແລະ ພວກເຂົາຈະຕາຍໃນລະຫວ່າງການລົງໂທດຂອງພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກ່ຽວກັບພຣະຄຳພີ (1)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 24

ຫຼັງຈາກພາລະກິດຂອງພຣະເຢໂຮວາ, ພຣະເຢຊູໄດ້ກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ. ພາລະກິດຂອງພຣະອົງບໍ່ໄດ້ດໍາເນີນການຢ່າງໂດດດ່ຽວ...

ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 126

ຊ່ວງເວລາທີຫ້າ: ລູກຫຼານ ຫຼັງຈາກແຕ່ງດອງແລ້ວ, ຜູ້ຄົນກໍເລີ່ມໃຫ້ກຳເນີດຮຸ່ນຕໍ່ໄປ. ຄົນໃດໜຶ່ງບໍ່ສາມາດເວົ້າໄດ້ວ່າເຂົາຈະມີລູກຈັກຄົນ ແລະ...

ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 596

ຜູ້ຄົນໃນທຸກມື້ນີ້ຍັງບໍ່ສາມາດປ່ອຍວາງສິ່ງຕ່າງໆທາງຝ່າຍເນື້ອໜັງ; ພວກເຂົາບໍ່ສາມາດປະຖິ້ມຄວາມສຸກຂອງເນື້ອໜັງ, ທາງໂລກ, ເງິນ ຫຼື...