ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 326

17 ເດືອນກໍລະກົດ 2025

ໃນຄວາມເຊື່ອຂອງພວກເຂົາ ຜູ້ຄົນສະແຫວງຫາເພື່ອເຮັດໃຫ້ພຣະເຈົ້າປະທານຈຸດໝາຍປາຍທາງທີ່ເໝາະສົມໃຫ້ແກ່ພວກເຂົາ ແລະ ພຣະຄຸນທັງໝົດທີ່ພວກເຂົາຕ້ອງການ ເພື່ອເຮັດໃຫ້ພຣະອົງເປັນຜູ້ຮັບໃຊ້ຂອງພວກເຂົາ, ເພື່ອເຮັດໃຫ້ພຣະອົງຮັກສາຄວາມສຳພັນຢ່າງຜາສຸກ ແລະ ເປັນກັນເອງກັບພວກເຂົາ ເພື່ອວ່າ ບໍ່ວ່າຈະຢູ່ໃນເວລາໃດກໍຕາມ ຈະບໍ່ເຄີຍມີຂໍ້ຂັດແຍ້ງໃດໆລະຫວ່າງພວກເຂົາ. ນັ້ນກໍຄື ການເຊື່ອໃນພຣະເຈົ້າຂອງພວກເຂົາຮຽກຮ້ອງໃຫ້ພຣະອົງສັນຍາທີ່ຈະປະຕິບັດຕາມເງື່ອນໄຂຂອງພວກເຂົາ ແລະ ເພື່ອປະທານໃຫ້ພວກເຂົາທຸກສິ່ງທີ່ພວກເຂົາອະທິຖານຫາ, ເພື່ອໃຫ້ສອດຄ່ອງກັບພຣະທໍາທີ່ພວກເຂົາອ່ານໃນພຣະຄຳພີ “ເຮົາຈະຮັບຟັງຄຳອະທິຖານໝົດທຸກຢ່າງຂອງພວກເຈົ້າ”. ພວກເຂົາຄາດຫວັງວ່າພຣະເຈົ້າຈະບໍ່ຕັດສິນໃຜ ຫຼື ລິຮານກັບໃຜ, ຍ້ອນວ່າພຣະອົງເປັນພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນທີ່ມີຄວາມເມດຕາສະເໝີ, ເປັນຜູ້ທີ່ຮັກສາຄວາມສຳພັນທີ່ດີກັບມະນຸດຢູ່ທຸກເວລາ ແລະ ທຸກບ່ອນ. ນີ້ຄືວິທີທາງທີ່ພວກເຂົາເຊື່ອໃນພຣະເຈົ້າ: ພວກເຂົາຮຽກຮ້ອງທຸກສິ່ງຈາກພຣະເຈົ້າຢ່າງບໍ່ອັບອາຍ, ໂດຍເຊື່ອວ່າບໍ່ວ່າພວກເຂົາຈະກະບົດ ຫຼື ເຊື່ອຟັງກໍ່ຕາມ ພຣະອົງຈະປະທານທຸກສິ່ງໃຫ້ກັບພວກເຂົາຢ່າງຕາບອດ. ພວກເຂົາໄດ້ແຕ່ “ທວງໜີ້” ຈາກພຣະເຈົ້າຢ່າງບໍ່ຢຸດຢັ້ງ, ໂດຍເຊື່ອວ່າພຣະອົງຕ້ອງ “ໃຊ້ໜີ້” ພວກເຂົາໂດຍບໍ່ມີການຕໍ່ວ່າຕໍ່ຂານ ແລະ ຫຼາຍໄປກວ່ານັ້ນ, ໃຫ້ໃຊ້ຄືນເປັນສອງເທົ່າ, ພວກເຂົາຄິດວ່າ ບໍ່ວ່າພຣະເຈົ້າຈະເຄີຍໄດ້ຫຍັງຈາກພວກເຂົາ ຫຼື ບໍ່ກໍ່ຕາມ, ພຣະອົງພຽງແຕ່ສາມາດຢູ່ໃນການຄວບຄຸມຂອງພວກເຂົາເທົ່ານັ້ນ ແລະ ພຣະອົງບໍ່ສາມາດປັ້ນແຕ່ງຜູ້ຄົນໄດ້ຕາມໃຈມັກ, ແຮງໄກທີ່ຈະສາມາດເປີດເຜີຍສະຕິປັນຍາ ແລະ ອຸປະນິໄສອັນຊອບທໍາຂອງພຣະອົງໃຫ້ກັບຜູ້ຄົນ ທີ່ໄດ້ຖືກປິດລັບເປັນເວລາຫຼາຍປີ ຕາມຄວາມຕ້ອງການຂອງພຣະອົງ ແລະ ປາສະຈາກການອະນຸຍາດຈາກພວກເຂົາ. ພວກເຂົາພຽງແຕ່ສາລະພາບບາບຂອງພວກເຂົາກັບພຣະເຈົ້າ ໂດຍເຊື່ອວ່າພຣະເຈົ້າຈະໃຫ້ອະໄພພວກເຂົາ ແລະ ບໍ່ສາມາດເບື່ອໜ່າຍກັບການເຮັດແບບນັ້ນ ແລະ ສິ່ງນີ້ກໍຈະດຳເນີນໄປແບບນີ້ຕະຫຼອດການ. ພວກເຂົາໄດ້ແຕ່ສັ່ງພຣະເຈົ້າ ໂດຍເຊື່ອວ່າ ພຣະອົງຈະເຊື່ອຟັງພວກເຂົາ, ຍ້ອນວ່າມັນຖືກບັນທຶກໄວ້ໃນພຣະຄຳພີແລ້ວວ່າ ພຣະເຈົ້າບໍ່ໄດ້ມາເພື່ອໃຫ້ມະນຸດຮັບໃຊ້, ແຕ່ມາເພື່ອຮັບໃຊ້ມະນຸດ ແລະ ທີ່ພຣະອົງມາກໍ່ເພື່ອມາເປັນຄົນຮັບໃຊ້ມະນຸດ. ບໍ່ແມ່ນພວກເຈົ້າເຊື່ອແບບນີ້ສະເໝີມາບໍ? ເມື່ອພວກເຈົ້າບໍ່ໄດ້ຫຍັງຈາກພຣະເຈົ້າ ພວກເຈົ້າກໍ່ປາດຖະໜາຢາກແລ່ນໜີ. ເມື່ອພວກເຈົ້າບໍ່ເຂົ້າໃຈສິ່ງໃດໜຶ່ງ ພວກເຈົ້າກໍ່ບໍ່ພໍໃຈ ແລະ ເຖິງກັບຮ້ອງດ່າພຣະອົງສາລະພັດສິ່ງ. ພວກເຈົ້າບໍ່ຍອມໃຫ້ພຣະເຈົ້າເອງສະແດງສະຕິປັນຍາ ແລະ ຄວາມມະຫັດສະຈັນຂອງພຣະອົງໄດ້ຢ່າງເຕັມທີ່ເລີຍ, ກົງກັນຂ້າມ ພວກເຈົ້າພຽງແຕ່ຕ້ອງການຄວາມສະບາຍໃຈ ແລະ ຄວາມສະດວກສະບາຍຊົ່ວຄາວເທົ່ານັ້ນ. ຈົນເຖິງປັດຈຸບັນນີ້, ທັດສະນະຄະຕິໃນການເຊື່ອພຣະເຈົ້າຂອງພວກເຈົ້າກໍຍັງເປັນຄືກັບທັດສະນະແບບເກົ່າຢູ່. ຖ້າພຣະເຈົ້າສະແດງໃຫ້ພວກເຈົ້າເຫັນຄວາມສະຫງ່າງາມພຽງເລັກນ້ອຍ ພວກເຈົ້າກໍ່ບໍ່ພໍໃຈ. ຕອນນີ້ ພວກເຈົ້າເຫັນຄັກແລ້ວບໍວ່າ ວຸດທິພາວະຂອງພວກເຈົ້ານັ້ນເປັນແນວໃດ? ຢ່າຄິດວ່າພວກເຈົ້າທຸກຄົນພັກດີກັບພຣະເຈົ້າໃນເມື່ອຄວາມຈິງແລ້ວທັດສະນະແບບເກົ່າຂອງພວກເຈົ້ານັ້ນແມ່ນຍັງບໍ່ໄດ້ປ່ຽນແປງ. ເມື່ອບໍ່ມີຫຍັງເກີດຂຶ້ນກັບເຈົ້າ, ເຈົ້າກໍເຊື່ອວ່າທຸກສິ່ງດຳເນີນໄປຢ່າງລາບລື້ນ ແລະ ຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້າກໍເຖິງຈຸດສູງສຸດ. ເມື່ອມີບາງສິ່ງເລັກນ້ອຍເກີດຂຶ້ນກັບເຈົ້າ, ເຈົ້າກໍ່ຕົກລົງສູ່ແດນມໍລະນາ. ນີ້ແມ່ນເຈົ້າຈົງຮັກພັກດີຕໍ່ພຣະເຈົ້າບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພວກເຈົ້າຄວນວາງພອນທາງດ້ານສະຖານະໄວ້ທາງຂ້າງ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າເພື່ອນໍາຄວາມລອດພົ້ນມາສູ່ມະນຸດ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ