ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 154

23 ເດືອນທັນວາ 2025

ມີຫຼາຍເສັ້ນທາງໃຫ້ປະຕິບັດໃນນິມິດ. ຄວາມຮຽກຮ້ອງແທ້ຈິງຈາກມະນຸດກໍມີຢູ່ພາຍໃນນິມິດນີ້ເຊັ່ນກັນ, ເຊັ່ນດຽວກັບພາລະກິດຂອງພຣະເຈົ້າທີ່ມະນຸດຄວນຮູ້. ທີ່ຜ່ານມາ, ໃນລະຫວ່າງການຊຸມນຸມພິເສດ ຫຼື ການຊຸມນຸມໃຫຍ່ທີ່ໄດ້ຖືກຈັດຂຶ້ນໃນສະຖານທີ່ຕ່າງໆ, ມີພຽງແຕ່ການກ່າວເຖິງດ້ານໜຶ່ງຂອງເສັ້ນທາງແຫ່ງການປະຕິບັດເທົ່ານັ້ນ. ເຊິ່ງການປະຕິບັດດັ່ງກ່າວແມ່ນສິ່ງທີ່ຖືກນໍາເຂົ້າສູ່ການປະຕິບັດໃນລະຫວ່າງຍຸກແຫ່ງພຣະຄຸນ ແລະ ເກືອບຈະບໍ່ກ່ຽວຂ້ອງກັບຄວາມຮູ້ກ່ຽວກັບພຣະເຈົ້າເລີຍ ຍ້ອນນິມິດໃນຍຸກແຫ່ງພຣະຄຸນເປັນພຽງນິມິດຂອງການຄຶງພຣະເຢຊູ ແລະ ບໍ່ມີນິມິດທີ່ຍິ່ງໃຫຍ່ໄປກວ່ານັ້ນ. ມະນຸດຄວນຮູ້ພຽງແຕ່ພາລະກິດແຫ່ງການໄຖ່ບາບມະນຸດຊາດຂອງພຣະອົງຜ່ານທາງການຄຶງກາງແຂນເທົ່ານັ້ນ ແລະ ສະນັ້ນ ໃນລະຫວ່າງຍຸກແຫ່ງພຣະຄຸນຈຶ່ງບໍ່ມີນິມິດອື່ນໃດໃຫ້ມະນຸດຮູ້ຈັກເລີຍ. ໃນວິທີນີ້, ມະນຸດພຽງແຕ່ມີຄວາມຮູ້ເລັກນ້ອຍກ່ຽວກັບພຣະເຈົ້າ ແລະ ນອກຈາກຄວາມຮູ້ກ່ຽວກັບຄວາມຮັກ ແລະ ຄວາມເມດຕາຂອງພຣະເຢຊູແລ້ວ ກໍມີພຽງແຕ່ສິ່ງທຳມະດາ ແລະ ສິ່ງໜ້າເວດທະນາຈຳນວນເລັກນ້ອຍໃຫ້ເຂົານໍາໄປປະຕິບັດ ເຊິ່ງເປັນສິ່ງທີ່ແຕກຕ່າງຈາກໃນປັດຈຸບັນຫຼາຍ. ໃນອະດີດ, ບໍ່ວ່າການຊຸມນຸມຂອງເຂົາຈະຢູ່ໃນຮູບແບບໃດກໍຕາມ, ມະນຸດກໍບໍ່ສາມາດກ່າວເຖິງຄວາມຮູ້ຕົວຈິງກ່ຽວກັບພາລະກິດຂອງພຣະເຈົ້າໄດ້, ແຮງໄກທີ່ຈະມີຄົນໃດສາມາດກ່າວໄດ້ຢ່າງຊັດເຈນເຖິງເສັ້ນທາງຂອງການປະຕິບັດທີ່ເໝາະສົມທີ່ສຸດສໍາລັບມະນຸດທີ່ຈະເຂົ້າສູ່. ມະນຸດມີພຽງແຕ່ເພີ່ມລາຍລະອຽດທຳມະດາເລັກນ້ອຍເຂົ້າໃນພື້ນຖານຂອງຄວາມອົດກັ້ນ ແລະ ຄວາມອົດທົນເທົ່ານັ້ນ; ບໍ່ມີການປ່ຽນແປງໃນແກ່ນແທ້ຂອງການປະຕິບັດຂອງເຂົາເລີຍ, ຍ້ອນພາຍໃນຍຸກດັ່ງກ່າວນັ້ນ ພຣະເຈົ້າບໍ່ໄດ້ປະຕິບັດພາລະກິດໃໝ່ໃດໆ ແລະ ເງື່ອນໄຂດຽວທີ່ພຣະອົງຮຽກຮ້ອງຈາກມະນຸດກໍຄືຄວາມອົດກັ້ນ ແລະ ຄວາມອົດທົນ ຫຼື ການແບກໄມ້ກາງແຂນ. ນອກຈາກການປະຕິບັດດັ່ງກ່າວແລ້ວ, ບໍ່ມີນິມິດທີ່ສູງສົ່ງກວ່າການຄຶງກາງແຂນຂອງພຣະເຢຊູ. ທີ່ຜ່ານມາ, ບໍ່ມີການກ່າວເຖິງນິມິດເພີ່ມເຕີມ ເພາະພຣະເຈົ້າບໍ່ໄດ້ປະຕິບັດພາລະກິດເປັນຈຳນວນຫຼວງຫຼາຍ ແລະ ເພາະພຣະອົງມີຄວາມຮຽກຮ້ອງທີ່ຈໍາກັດຈາກມະນຸດເທົ່ານັ້ນ. ໃນວິທີນີ້, ບໍ່ວ່າມະນຸດຈະເຮັດຫຍັງກໍຕາມ, ເຂົາກໍບໍ່ສາມາດຝ່າຝືນຂອບເຂດນີ້ໄດ້ ເຊິ່ງເປັນຂອບເຂດທີ່ທຳມະດາ ແລະ ບໍ່ເລິກເຊິ່ງໃຫ້ມະນຸດນໍາໄປປະຕິບັດ. ໃນປັດຈຸບັນ ເຮົາກ່າວເຖິງນິມິດເພີ່ມເຕີມ ເພາະໃນປັດຈຸບັນ ໄດ້ມີການປະຕິບັດພາລະກິດຫຼາຍຂຶ້ນ, ພາລະກິດທີ່ຫຼາຍກວ່າພາລະກິດໃນຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນເປັນສອງສາມເທົ່າ. ເງື່ອນໄຂຂອງມະນຸດກໍສູງກວ່າເງື່ອນໄຂທີ່ຢູ່ໃນຍຸກອະດີດເປັນສອງສາມເທົ່າເຊັ່ນກັນ. ຖ້າມະນຸດບໍ່ສາມາດຮູ້ຈັກພາລະກິດດັ່ງກ່າວໄດ້ຢ່າງສົມບູນ, ແລ້ວມັນກໍຈະບໍ່ມີຄວາມໝາຍຫຍັງຫຼາຍເລີຍ; ສາມາດເວົ້າໄດ້ວ່າ ມະນຸດຈະພົບຄວາມຫຍຸ້ງຍາກໃນການຮູ້ຈັກພາລະກິດດັ່ງກ່າວຢ່າງສົມບູນ ຖ້າເຂົາບໍ່ອຸທິດຄວາມພະຍາຍາມຊົ່ວຊີວິດທັງໝົດຕໍ່ພາລະກິດນັ້ນ. ໃນພາລະກິດແຫ່ງການເອົາຊະນະ, ການເວົ້າເຖິງແຕ່ເສັ້ນທາງຂອງການປະຕິບັດຈະເຮັດໃຫ້ການເອົາຊະນະມະນຸດເປັນໄປບໍ່ໄດ້. ການເວົ້າເຖິງນິມິດພຽງແຕ່ຢ່າງດຽວ ໂດຍປາສະຈາກການຮຽກຮ້ອງໃດໆຈາກມະນຸດ ກໍຈະເຮັດໃຫ້ການເອົາຊະນະມະນຸດເປັນໄປບໍ່ໄດ້ເຊັ່ນກັນ. ຖ້າບໍ່ມີຫຍັງທີ່ຈະກ່າວເຖິງນອກຈາກເສັ້ນທາງຂອງການປະຕິບັດ, ແລ້ວມັນກໍເປັນໄປບໍ່ໄດ້ທີ່ຈະໂຈມຕີຈຸດຕາຍຂອງມະນຸດ ຫຼື ກຳຈັດແນວຄິດຂອງມະນຸດໄດ້ ແລະ ເຊັ່ນດຽວກັນ ມັນກໍຈະເປັນໄປບໍ່ໄດ້ທີ່ຈະເອົາຊະນະມະນຸດໄດ້ຢ່າງສິ້ນເຊີງ. ນິມິດຄືເຄື່ອງມືສຳຄັນໃນການເອົາຊະນະມະນຸດ, ແຕ່ຖ້າບໍ່ມີເສັ້ນທາງຂອງການປະຕິບັດ ນອກຈາກນິມິດ, ແລ້ວມະນຸດກໍຈະບໍ່ມີຫົນທາງໃນການຕິດຕາມ, ແຮງໄກທີ່ເຂົາຈະມີວິທີທາງເຂົ້າສູ່. ນີ້ແມ່ນຫຼັກການແຫ່ງພາລະກິດຂອງພຣະເຈົ້າຕັ້ງແຕ່ຕົ້ນຈົນຈົບ: ໃນນິມິດ ແມ່ນມີສິ່ງທີ່ສາມາດນໍາເຂົ້າສູ່ການປະຕິບັດ ແລະ ເຊັ່ນດຽວກັນ ນອກຈາກການປະຕິບັດກໍຈະມີນິມິດ. ລະດັບຂອງການປ່ຽນແປງໃນຊີວິດຂອງມະນຸດ ແລະ ອຸປະນິໄສຂອງເຂົາຂຶ້ນຢູ່ກັບການປ່ຽນແປງໃນນິມິດ. ຖ້າມະນຸດພຽງແຕ່ເພິ່ງພາຄວາມພະຍາຍາມຂອງເຂົາເອງ, ແລ້ວມັນກໍເປັນໄປບໍ່ໄດ້ທີ່ຈະໃຫ້ເຂົາບັນລຸການປ່ຽນແປງໃດໆໃນລະດັບຍິ່ງໃຫຍ່ໄດ້. ນິມິດກ່າວເຖິງພາລະກິດຂອງພຣະເຈົ້າເອງ ແລະ ການຄຸ້ມຄອງຂອງພຣະເຈົ້າ. ການປະຕິບັດໝາຍເຖິງເສັ້ນທາງແຫ່ງການປະຕິບັດຂອງມະນຸດ ແລະ ໝາຍເຖິງຫົນທາງແຫ່ງການມີຊີວິດຢູ່ຂອງມະນຸດ; ໃນການຄຸ້ມຄອງທັງໝົດຂອງພຣະເຈົ້າ, ຄວາມສຳພັນລະຫວ່າງນິມິດ ແລະ ການປະຕິບັດແມ່ນຄວາມສຳພັນລະຫວ່າງພຣະເຈົ້າ ແລະ ມະນຸດ. ຖ້າບໍ່ມີນິມິດ ຫຼື ຖ້າກ່າວເຖິງນິມິດ ແຕ່ບໍ່ກ່າວເຖິງການປະຕິບັດ ຫຼື ຖ້າມີພຽງແຕ່ນິມິດ ແລະ ບໍ່ມີການປະຕິບັດຂອງມະນຸດ, ແລ້ວສິ່ງດັ່ງກ່າວກໍຈະບໍ່ຖືວ່າເປັນການຄຸ້ມຄອງຂອງພຣະເຈົ້າ, ແຮງໄກທີ່ຈະສາມາດເວົ້າໄດ້ວ່າ ພາລະກິດຂອງພຣະເຈົ້າແມ່ນເພື່ອມະນຸດຊາດ; ໃນວິທີນີ້, ບໍ່ພຽງແຕ່ໜ້າທີ່ຂອງມະນຸດຈະຖືກລົບລ້າງເທົ່ານັ້ນ, ແຕ່ມັນຈະເປັນການປະຕິເສດຈຸດປະສົງແຫ່ງພາລະກິດຂອງພຣະເຈົ້າອີກດ້ວຍ. ຕັ້ງແຕ່ຕົ້ນຈົນຈົບ, ຖ້າມະນຸດພຽງແຕ່ຖືກຮຽກຮ້ອງໃຫ້ປະຕິບັດ ໂດຍບໍ່ມີສ່ວນຮ່ວມຂອງພາລະກິດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ຖ້າມະນຸດບໍ່ໄດ້ຖືກຮຽກຮ້ອງໃຫ້ຮູ້ຈັກພາລະກິດຂອງພຣະເຈົ້າ, ແລ້ວແຮງໄກພາລະກິດດັ່ງກ່າວຈະສາມາດເອີ້ນໄດ້ວ່າເປັນການຄຸ້ມຄອງຂອງພຣະເຈົ້າ. ຖ້າມະນຸດບໍ່ຮູ້ຈັກພຣະເຈົ້າ ແລະ ບໍ່ມີຄວາມຮູ້ກ່ຽວກັບເຈດຕະນາຂອງພຣະເຈົ້າ ແລະ ດຳເນີນການປະຕິບັດຂອງເຂົາຢ່າງຫຼັບຫູຫຼັບຕາດ້ວຍວິທີທີ່ເລື່ອນລອຍ ແລະ ບໍ່ມີຕົວຕົນ, ແລ້ວເຂົາກໍຈະບໍ່ກາຍມາເປັນສິ່ງຖືກສ້າງທີ່ມີຄຸນສົມບັດຢ່າງສົມບູນຈັກເທື່ອ. ສະນັ້ນ ທັງສອງສິ່ງນີ້ແມ່ນຈຳເປັນຫຼາຍ. ຖ້າມີພຽງແຕ່ພາລະກິດຂອງພຣະເຈົ້າ ເຊິ່ງໝາຍຄວາມວ່າ ຖ້າມີພຽງແຕ່ນິມິດ ແລະ ຖ້າບໍ່ມີການຮ່ວມມື ຫຼື ການປະຕິບັດໂດຍມະນຸດ, ສິ່ງດັ່ງກ່າວກໍຈະບໍ່ສາມາດເອີ້ນໄດ້ວ່າ ເປັນການຄຸ້ມຄອງຂອງພຣະເຈົ້າ. ຖ້າມີພຽງແຕ່ການປະຕິບັດ ແລະ ທາງເຂົ້າຂອງມະນຸດ, ແລ້ວບໍ່ວ່າເສັ້ນທາງທີ່ມະນຸດເຂົ້າສູ່ນັ້ນຈະສູງສໍ່າໃດກໍຕາມ, ສິ່ງນີ້ກໍຮັບບໍ່ໄດ້ເຊັ່ນກັນ. ທາງເຂົ້າຂອງມະນຸດຕ້ອງປ່ຽນແປງໄປຕາມບາດກ້າວພ້ອມກັບພາລະກິດ ແລະ ນິມິດເທື່ອລະໜ້ອຍ; ມັນບໍ່ສາມາດປ່ຽນແປງໂດຍອຳເພີໃຈ. ຫຼັກການຂອງການປະຕິບັດຂອງມະນຸດບໍ່ໄດ້ເປັນອິດສະຫຼະ ແລະ ບໍ່ແມ່ນບໍ່ມີການບັງຄັບ, ແຕ່ຖືກກໍານົດຢູ່ພາຍໃນຂອບເຂດໃດໜຶ່ງ. ຫຼັກການດັ່ງກ່າວປ່ຽນແປງໄປຕາມບາດກ້າວພ້ອມໆກັບນິມິດຂອງພາລະກິດ. ສະນັ້ນ ການຄຸ້ມຄອງຂອງພຣະເຈົ້າຈຶ່ງຂຶ້ນຢູ່ກັບພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດໃນທີ່ສຸດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ