ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 543

26 ເດືອນກໍລະກົດ 2025

ໃນຊ່ວງເວລານີ້, ພາລະກິດຂອງພຣະເຈົ້າແມ່ນເພື່ອເຮັດໃຫ້ທຸກຄົນເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ, ມີຊີວິດຝ່າຍວິນຍານທີ່ປົກກະຕິ ແລະ ປະສົບການທີ່ແທ້ຈິງ, ໄດ້ຮັບການດົນໃຈຈາກພຣະວິນຍານບໍລິສຸດ ແລະ ດ້ວຍສິ່ງນີ້ເປັນພື້ນຖານ, ໃຫ້ຮັບເອົາການມອບໝາຍຂອງພຣະເຈົ້າ. ຈຸດປະສົງຂອງການເຂົ້າສູ່ການຝຶກຝົນແຫ່ງອານາຈັກແມ່ນເພື່ອເຮັດໃຫ້ຄຳເວົ້າທຸກຄຳຂອງພວກເຈົ້າ, ການກະທຳທຸກຢ່າງ, ການເຄື່ອນໄຫວທຸກຢ່າງ, ຄວາມຄິດ ແລະ ແນວຄິດທຸກຢ່າງເຂົ້າສູ່ພຣະທຳຂອງພຣະເຈົ້າ; ເພື່ອໃຫ້ຖືກດົນໃຈໂດຍພຣະເຈົ້າຫຼາຍຂຶ້ນກວ່າເກົ່າ ແລະ ມີຫົວໃຈທີ່ຮັກພຣະເຈົ້າ; ແລະ ເພື່ອໃຫ້ພວກເຈົ້າຮັບພາລະໜັກຂຶ້ນສຳລັບເຈດຕະນາຂອງພຣະເຈົ້າ, ເພື່ອວ່າທຸກຄົນຈະຢູ່ໃນເສັ້ນທາງສູ່ການຖືກພຣະເຈົ້າເຮັດໃຫ້ສົມບູນ ແລະ ທຸກຄົນຈະຢູ່ໃນເສັ້ນທາງທີ່ຖືກຕ້ອງ. ເມື່ອເຈົ້າຢູ່ໃນເສັ້ນທາງສູ່ການຖືກພຣະເຈົ້າເຮັດໃຫ້ສົມບູນ, ເຈົ້າກໍຢູ່ໃນເສັ້ນທາງທີ່ຖືກຕ້ອງແລ້ວ. ເມື່ອຄວາມຄິດ ແລະ ແນວຄິດຂອງເຈົ້າ ພ້ອມທັງເຈດຕະນາທີ່ບໍ່ຖືກຕ້ອງຂອງເຈົ້າ ສາມາດຖືກເຮັດໃຫ້ຖືກຕ້ອງ ແລະ ເຈົ້າສາມາດຫັນຈາກການຄໍານຶງເຖິງເນື້ອໜັງຂອງເຈົ້າມາເປັນການຄໍານຶງເຖິງເຈດຕະນາຂອງພຣະເຈົ້າ ແລະ ເມື່ອເຈົ້າສາມາດຕໍ່ຕ້ານການລົບກວນຈາກເຈດຕະນາຜິດໆໃນເວລາທີ່ມັນເກິດຂຶ້ນ, ກົງກັນຂ້າມ ປະພຶດຕົນໃຫ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ, ຖ້າເຈົ້າສາມາດບັນລຸການປ່ຽນແປງດັ່ງກ່າວ, ແລ້ວເຈົ້າກໍຢູ່ໃນເສັ້ນທາງທີ່ຖືກຕ້ອງຂອງປະສົບການຊີວິດ. ເມື່ອການປະຕິບັດຄຳອະທິຖານຂອງເຈົ້າຢູ່ໃນເສັ້ນທາງທີ່ຖືກຕ້ອງ, ກໍຈະຖືກພຣະວິນຍານບໍລິສຸດດົນໃຈໃນຄຳອະທິຖານຂອງເຈົ້າ. ທຸກຄັ້ງທີ່ເຈົ້າອະທິຖານ, ເຈົ້າຈະຖືກພຣະວິນຍານບໍລິສຸດດົນໃຈໃນຕົວເຈົ້າ; ທຸກຄັ້ງທີ່ເຈົ້າອະທິຖານ, ເຈົ້າຈະສາມາດສະຫງົບຫົວໃຈຂອງເຈົ້າຕໍ່ໜ້າພຣະເຈົ້າ. ທຸກຄັ້ງທີ່ເຈົ້າກິນ ແລະ ດື່ມຂໍ້ພຣະທຳຂອງພຣະເຈົ້າ, ຖ້າເຈົ້າສາມາດເຂົ້າໃຈພາລະກິດທີ່ພຣະອົງກຳລັງປະຕິບັດໃນປັດຈຸບັນ ແລະ ສາມາດຮຽນຮູ້ເຖິງວິທີອະທິຖານ, ວິທີຮ່ວມມື ແລະ ວິທີການເຂົ້າສູ່, ມີພຽງເມື່ອນັ້ນ ການກິນ ແລະ ດື່ມຂອງເຈົ້າໃນພຣະທຳຂອງພຣະເຈົ້າຈຶ່ງຈະບັນລຸຜົນ. ເມື່ອເຈົ້າສາມາດຄົ້ນພົບເສັ້ນທາງເຂົ້າຈາກພຣະທຳຂອງພຣະເຈົ້າ ແລະ ສາມາດເຂົ້າໃຈເຖິງພະລັງໃນປັດຈຸບັນຂອງພາລະກິດຂອງພຣະເຈົ້າ ພ້ອມທັງທິດທາງຂອງພາລະກິດຂອງພຣະວິນຍານບໍລິສຸດ, ເຈົ້າກໍຈະໄດ້ຢູ່ໃນເສັ້ນທາງທີ່ຖືກຕ້ອງ. ຖ້າເຈົ້າບໍ່ເຂົ້າໃຈປະເດັນສຳຄັນເມື່ອເວລາກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ຫຼັງຈາກນັ້ນ ຍັງບໍ່ສາມາດຄົ້ນພົບເສັ້ນທາງໃນການປະຕິບັດ, ນີ້ກໍສະແດງໃຫ້ເຫັນວ່າ ເຈົ້າຍັງບໍ່ເຂົ້າໃຈວິທີກິນ ແລະ ດື່ມພຣະທຳຂອງພຣະອົງຢ່າງຖືກຕ້ອງ ແລະ ເຈົ້າຍັງບໍ່ໄດ້ຄົ້ນພົບວິທີ ຫຼື ຫຼັກການສຳລັບການກິນ ແລະ ດື່ມພຣະທຳຂອງພຣະອົງ. ຖ້າເຈົ້າບໍ່ເຂົ້າໃຈພາລະກິດທີ່ພຣະເຈົ້າປະຕິບັດໃນປັດຈຸບັນ, ເຈົ້າກໍບໍ່ສາມາດຮັບເອົາໜ້າທີ່ ທີ່ພຣະອົງຝາກຝັງໃຫ້ກັບເຈົ້າໄດ້. ພາລະກິດທີ່ພຣະເຈົ້າປະຕິບັດໃນປັດຈຸບັນແມ່ນສິ່ງທີ່ມະນຸດຕ້ອງເຂົ້າສູ່ຢ່າງແທ້ຈິງ ແລະ ມີຄວາມເຂົ້າໃຈໃນປັດຈຸບັນ. ພວກເຈົ້າເຂົ້າໃຈກ່ຽວກັບສິ່ງເຫຼົ່ານີ້ບໍ?

ຖ້າເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າຢ່າງມີປະສິດທິພາບ, ຊີວິດຝ່າຍວິນຍານຂອງເຈົ້າກໍຈະກາຍມາເປັນປົກກະຕິ ແລະ ບໍ່ວ່າການທົດລອງປະເພດໃດທີ່ເຈົ້າອາດຈະຜະເຊີນ, ສະພາບແວດລ້ອມແບບໃດທີ່ເຈົ້າອາດຈະຜະເຊີນ, ຄວາມເຈັບປ່ວຍທາງເນື້ອໜັງທີ່ເຈົ້າອາດທົນທຸກ, ຄວາມແຕກແຍກຂອງອ້າຍເອື້ອຍນ້ອງ ຫຼື ຄວາມຫຍຸ້ງຍາກໃນຄອບຄົວທີ່ເຈົ້າອາດຈະຜະເຊີນ, ເຈົ້າສາມາດກິນ ແລະ ດື່ມພຣະທໍາຂອງພຣະເຈົ້າປົກກະຕິ, ອະທິຖານປົກກະຕິ ແລະ ດໍາເນີນຊີວິດໃນຄຣິສຕະຈັກຂອງເຈົ້າປົກກະຕິ, ຖ້າເຈົ້າສາມາດບັນລຸທຸກສິ່ງນີ້ໄດ້, ມັນກໍຈະສະແດງໃຫ້ເຫັນວ່າ ເຈົ້າຢູ່ໃນເສັ້ນທາງທີ່ຖືກຕ້ອງແລ້ວ. ບາງຄົນອ່ອນແອເກີນໄປ ແລະ ຂາດຄວາມບາກບັ່ນ. ເມື່ອຜະເຊີນກັບອຸປະສັກເລັກນ້ອຍພວກເຂົາກໍຈົ່ມພຶມພໍາ ແລະ ກາຍເປັນຄົນຄິດລົບ. ການສະແຫວງຫາຄວາມຈິງຈຳເປັນຕ້ອງມີຄວາມບາກບັ່ນ ແລະ ຄວາມຕັ້ງໝັ້ນ. ຖ້າເຈົ້າບໍ່ສາມາດປະຕິບັດຕາມເຈດຕະນາຂອງພຣະເຈົ້າໃນເວລານີ້, ແລ້ວເຈົ້າກໍຕ້ອງສາມາດກຽດຊັງຕົນເອງ ແລະ ເລິກໆ ເຈົ້າຕ້ອງຕັດສິນໃຈຢ່າງງຽບໆວ່າ ເຈົ້າຈະເຮັດໃຫ້ສໍາເລັດໃນຄັ້ງຕໍ່ໄປ. ຖ້າໃນເວລານີ້ ເຈົ້າບໍ່ໃສ່ໃຈໃນພາລະຂອງພຣະເຈົ້າ, ແລ້ວເຈົ້າກໍຄວນຕັ້ງໃຈທີ່ຈະກະບົດຕໍ່ເນື້ອໜັງ ໃນເວລາທີ່ຜະເຊີນກັບອຸປະສັກແບບດຽວກັນໃນອະນາຄົດ ແລະ ຕັ້ງໝັ້ນໃນການປະຕິບັດຕາມເຈດຕະນາຂອງພຣະເຈົ້າ. ນີ້ແມ່ນວິທີທີ່ເຈົ້າຈະກາຍເປັນຄົນໜ້າສັນລະເສີນ. ບາງຄົນເຖິງກັບບໍ່ຮູ້ເລີຍວ່າ ຄວາມຄິດ ແລະ ແນວຄິດຂອງພວກເຂົາເອງຖືກຕ້ອງ ຫຼື ບໍ່; ຄົນເຫຼົ່ານັ້ນແມ່ນຄົນໂງ່! ຖ້າເຈົ້າຕ້ອງການເອົາຊະນະຫົວໃຈຂອງເຈົ້າ ແລະ ກະບົດຕໍ່ເນື້ອໜັງ, ເຈົ້າຕ້ອງຮູ້ຈັກກ່ອນວ່າ ເຈດຕະນາຂອງເຈົ້ານັ້ນຖືກຕ້ອງ ຫຼື ບໍ່; ມີແຕ່ເມື່ອນັ້ນ ເຈົ້າຈຶ່ງສາມາດເອົາຊະນະຫົວໃຈຂອງເຈົ້າໄດ້. ຖ້າເຈົ້າບໍ່ຮູ້ຈັກວ່າ ເຈດຕະນາຂອງເຈົ້າຖືກຕ້ອງ ຫຼື ບໍ່, ເຈົ້າຈະສາມາດເອົາຊະນະຫົວໃຈຂອງເຈົ້າ ແລະ ກະບົດຕໍ່ເນື້ອໜັງໄດ້ແນວໃດ? ເຖິງແມ່ນວ່າເຈົ້າກະບົດ, ເຈົ້າກໍເຮັດໃນລັກສະນະທີ່ສັບສົນ. ເຈົ້າຄວນຮູ້ວິທີກະບົດຕໍ່ເຈດຕະນາທີ່ບໍ່ຖືກຕ້ອງຂອງເຈົ້າ; ນີ້ຄືຄວາມໝາຍໃນການກະບົດຕໍ່ເນື້ອໜັງ. ເມື່ອເຈົ້າຮູ້ວ່າ ເຈດຕະນາຂອງເຈົ້າ, ຄວາມຄິດ ແລະ ແນວຄິດຂອງເຈົ້າບໍ່ຖືກຕ້ອງ, ເຈົ້າຄວນຟ້າວກັບຄືນ ແລະ ຍ່າງໃນເສັ້ນທາງທີ່ຖືກຕ້ອງ. ແກ້ໄຂບັນຫານີ້ກ່ອນ ແລະ ຝຶກຝົນຕົນເອງເພື່ອບັນລຸທາງເຂົ້າໃນເລື່ອງນີ້, ເພາະເຈົ້າຮູ້ດີທີ່ສຸດວ່າ ເຈົ້າມີເຈດຕະນາທີ່ຖືກຕ້ອງ ຫຼື ບໍ່. ເມື່ອເຈດຕະນາທີ່ບໍ່ຖືກຕ້ອງຖືກເຮັດໃຫ້ຖືກຕ້ອງ ແລະ ເພື່ອເຫັນແກ່ພຣະເຈົ້າໃນຕອນນີ້, ແລ້ວເຈົ້າກໍໄດ້ບັນລຸເປົ້າໝາຍແຫ່ງການເອົາຊະນະຫົວໃຈຂອງເຈົ້າແລ້ວ.

ສິ່ງສໍາຄັນທີ່ສຸດສຳລັບພວກເຈົ້າທີ່ຈະເຮັດໃນຕອນນີ້ຄືການໄດ້ຮັບຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ພາລະກິດຂອງພຣະອົງ. ເຈົ້າຕ້ອງຮູ້ຈັກວິທີທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດໃນມະນຸດ; ການກະທໍາເຫຼົ່ານີ້ແມ່ນຈໍາເປັນສຳລັບການເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ມັນຈະງ່າຍສຳລັບເຈົ້າທີ່ຈະເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ ຫຼັງຈາກທີ່ເຈົ້າເຂົ້າໃຈຈຸດສໍາຄັນນີ້. ເຈົ້າເຊື່ອໃນພຣະເຈົ້າ ແລະ ຮູ້ຈັກພຣະເຈົ້າ ເຊິ່ງສະແດງໃຫ້ເຫັນວ່າ ຄວາມເຊື່ອຂອງເຈົ້າໃນພຣະເຈົ້າແມ່ນແທ້ຈິງ. ຖ້າເຈົ້າສືບຕໍ່ໄດ້ຮັບປະສົບການ, ແຕ່ສຸດທ້າຍ ຍັງບໍ່ສາມາດຮູ້ຈັກພຣະເຈົ້າ, ແລ້ວເຈົ້າກໍເປັນຄົນທີ່ຕໍ່ຕ້ານພຣະເຈົ້າຢ່າງແນ່ນອນ. ຄົນທີ່ພຽງແຕ່ເຊື່ອໃນພຣະເຢຊູຄຣິດ ແຕ່ບໍ່ເຊື່ອໃນພຣະເຈົ້າທີ່ບັງເກີດເປັນມະນຸດໃນປັດຈຸບັນແມ່ນລ້ວນແລ້ວແຕ່ຖືກປະນາມທັງໝົດ. ພວກເຂົາເປັນພວກຟາຣິຊາຍສະໄໝໃໝ່ ເພາະພວກເຂົາບໍ່ຮັບຮູ້ພຣະເຈົ້າແຫ່ງປັດຈຸບັນ; ພວກເຂົາທຸກຄົນຢູ່ຝ່າຍກົງກັນຂ້າມກັບພຣະເຈົ້າ. ບໍ່ວ່າພວກເຂົາອາດຈະອຸທິດຄວາມບູຊາແນວໃດກໍຕາມໃນພຣະເຢຊູ, ມັນກໍຈະສູນເປົ່າທັງໝົດ; ພຣະເຈົ້າຈະບໍ່ສັນລະເສີນເຈົ້າ. ທຸກຄົນທີ່ມີແຜ່ນປ້າຍໂຄສະນາອ້າງວ່າ ພວກເຂົາເຊື່ອໃນພຣະເຈົ້າ ແຕ່ບໍ່ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າໃນຫົວໃຈຂອງພວກເຂົາ ແມ່ນເປັນພວກໜ້າຊື່ໃຈຄົດ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ໃຫ້ຄໍານຶງເຖິງເຈດຕະນາຂອງພຣະເຈົ້າເພື່ອບັນລຸຄວາມສົມບູນ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ