ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 221

ພຣະທຳຂອງພຣະເຈົ້າຈະເຜີຍແຜ່ໄປຍັງເຮືອນຈຳນວນນັບບໍ່ຖ້ວນ, ພຣະທໍາຈະຖືກຮັບຮູ້ໂດຍທຸກຄົນ ແລະ ເມື່ອນັ້ນເທົ່ານັ້ນພາລະກິດຂອງພຣະອົງຈະເຜີຍແຜ່ໄປທົ່ວຈັກກະວານ. ນັ້ນໝາຍຄວາມວ່າ ຖ້າພາລະກິດຂອງພຣະເຈົ້າຈະຖືກເຜີຍແຜ່ໄປທົ່ວທັງຈັກກະວານ ພຣະທຳຂອງພຣະອົງກໍຕ້ອງໄດ້ຮັບການເຜີຍແຜ່. ໃນມື້ແຫ່ງຄວາມສະຫງ່າລາສີຂອງພຣະເຈົ້າ ພຣະທຳຂອງພຣະເຈົ້າຈະສະແດງລິດເດດ ແລະ ອຳນາດ. ພຣະທຳທຸກຂໍ້ຂອງພຣະອົງ ຈາກເວລາທີ່ດົນນານມາແລ້ວຈົນຮອດມື້ນີ້ຈະບັນລຸຜົນ ແລະ ຈະເກີດຂຶ້ນ. ດ້ວຍວິທີນີ້ ລັດສະໝີພາບຈະເປັນຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກ ເຊິ່ງໝາຍຄວາມວ່າ ພຣະທຳຂອງພຣະອົງຈະປົກຄອງແຜ່ນດິນໂລກ. ທຸກຄົນທີ່ຊົ່ວຮ້າຍຈະຖືກຂ້ຽນຕີໂດຍພຣະທຳຈາກປາກຂອງພຣະເຈົ້າ, ທຸກຄົນທີ່ມີຄວາມຊອບທໍາຈະໄດ້ຮັບພອນຈາກພຣະທຳທີ່ກ່າວຈາກປາກຂອງພຣະອົງ ແລະ ທຸກຄົນຈະຖືກຈັດຕັ້ງ ແລະ ເຮັດໃຫ້ສົມບູນໂດຍພຣະທຳຈາກປາກຂອງພຣະອົງ. ພຣະອົງຈະບໍ່ສະແດງສັນຍານບອກເຫດການ ຫຼື ສະແດງຄວາມອັດສະຈັນໃດໆ; ທັງໝົດຈະບັນລຸຜົນໂດຍພຣະທຳຂອງພຣະອົງ ແລະ ພຣະທຳຂອງພຣະອົງຈະສ້າງຄວາມຈິງ. ທຸກຄົນໃນແຜ່ນດິນໂລກຈະສະເຫຼີມສະຫຼອງພຣະທຳຂອງພຣະເຈົ້າ, ບໍ່ວ່າພວກເຂົາຈະເປັນຜູ້ໃຫຍ່ ຫຼື ເດັກນ້ອຍ, ຜູ້ຊາຍ, ແມ່ຍິງ, ຄົນເຖົ້າ ຫຼື ຄົນໜຸ່ມ ທຸກຄົນຈະຍອມຈຳນົນພາຍໃຕ້ພຣະທຳຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າປາກົດໃນເນື້ອໜັງ ໂດຍທີ່ເຮັດໃຫ້ຜູ້ຄົນໄດ້ເຫັນພຣະທໍາເຫຼົ່ານັ້ນເທິງແຜ່ນດິນໂລກຢ່າງຈະແຈ້ງ ແລະ ໃນຮູບແບບທີ່ມີຊີວິດ. ນີ້ຄືຄວາມໝາຍທີ່ວ່າພຣະທຳກາຍເປັນເນື້ອໜັງ. ພຣະເຈົ້າໄດ້ມາຍັງແຜ່ນດິນໂລກໂດຍຕົ້ນຕໍແລ້ວແມ່ນເພື່ອບັນລຸຄວາມຈິງກ່ຽວກັບ “ພຣະທຳກາຍເປັນເນື້ອໜັງ” ເຊິ່ງໝາຍຄວາມວ່າ ພຣະອົງໄດ້ມາເພື່ອໃຫ້ພຣະທຳຂອງພຣະອົງສາມາດກ່າວອອກມາຈາກເນື້ອໜັງ (ບໍ່ຄືກັນກັບຍຸກສະໄໝຂອງໂມເຊໃນພັນທະສັນຍາເກົ່າ ໃນຕອນທີ່ສຽງຂອງພຣະເຈົ້າດັງອອກມາຈາກທ້ອງຟ້າໂດຍກົງ). ຫຼັງຈາກນັ້ນ ພຣະທຳທຸກຂໍ້ຂອງພຣະອົງຈະບັນລຸຜົນໃນຊ່ວງຍຸກອານາຈັກພັນປີ, ພຣະທໍາຈະກາຍເປັນຄວາມຈິງທີ່ມະນຸດເບິ່ງເຫັນໄດ້ກັບຕາ ແລະ ຜູ້ຄົນຈະເຫັນພຣະທໍາດ້ວຍຕາຂອງຕົນເອງໂດຍບໍ່ມີຄວາມແຕກຕ່າງຫຍັງເລີຍ. ນີ້ແມ່ນຄວາມໝາຍສູງສຸດຂອງການບັງເກີດເປັນມະນຸດຂອງພຣະເຈົ້າ. ນັ້ນໝາຍຄວາມວ່າ ພາລະກິດຂອງພຣະວິນຍານຈະບັນລຸຜົນຜ່ານເນື້ອໜັງ ແລະ ຜ່ານພຣະທຳ. ນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງ “ພຣະທຳກາຍເປັນເນື້ອໜັງ” ແລະ “ການປາກົດຕົວຂອງພຣະທຳໃນເນື້ອໜັງ”. ມີແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດກ່າວເຈດຕະນາຂອງພຣະວິນຍານ ແລະ ມີແຕ່ພຣະເຈົ້າໃນເນື້ອໜັງມະນຸດເທົ່ານັ້ນທີ່ສາມາດກ່າວໃນນາມພຣະວິນຍານໄດ້; ພຣະທຳຂອງພຣະເຈົ້າໄດ້ສ້າງຂຶ້ນຢ່າງຈະແຈ້ງໃນການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ທຸກຄົນຈະຖືກນໍາພາໂດຍພຣະທຳດັ່ງກ່າວ. ບໍ່ມີໃຜໄດ້ຮັບການຍົກເວັ້ນ, ພວກເຂົາທຸກຄົນຈະດໍາລົງຊີວິດຢູ່ພາຍໃນຂອບເຂດນີ້. ຜູ້ຄົນສາມາດຮູ້ໄດ້ຈາກພຣະວັດຈະນະເຫຼົ່ານີ້ເທົ່ານັ້ນ; ຜູ້ທີ່ບໍ່ໄດ້ຮັບການນໍາພາໂດຍວິທີນີ້ຄືຜູ້ຄົນທີ່ຝັນກາງເວັນເທົ່ານັ້ນ ຖ້າພວກເຂົາຄິດວ່າພວກເຂົາສາມາດໄດ້ຮັບພຣະວັດຈະນະຈາກສະຫວັນໄດ້. ສິ່ງດັ່ງກ່າວແມ່ນອຳນາດທີ່ສະແດງໃນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ເຊິ່ງເຮັດໃຫ້ທຸກຄົນເຊື່ອໃນສິ່ງນີ້ດ້ວຍຄວາມເຊື່ອໝັ້ນ. ແມ່ນແຕ່ຜູ້ຊ່ຽວຊານ ແລະ ນັກບວດທີ່ໜ້ານັບຖືກໍບໍ່ສາມາດກ່າວພຣະທຳເຫຼົ່ານີ້ໄດ້. ພວກເຂົາທຸກຄົນຕ້ອງຍອມຈຳນົນພາຍໃຕ້ພຣະທຳ ແລະ ບໍ່ມີໃຜຈະສາມາດເລີ່ມຕົ້ນໃໝ່ອີກໄດ້. ພຣະເຈົ້າຈະໃຊ້ພຣະທຳເພື່ອເອົາຊະນະຈັກກະວານ. ພຣະອົງຈະເຮັດສິ່ງນີ້ໂດຍທີ່ບໍ່ໄດ້ເຮັດຜ່ານເນື້ອໜັງຈາກການບັງເກີດເປັນມະນຸດຂອງພຣະອົງ ແຕ່ຜ່ານການໃຊ້ພຣະວັດຈະນະຈາກປາກຂອງພຣະເຈົ້າທີ່ກາຍເປັນເນື້ອໜັງມະນຸດເພື່ອເອົາຊະນະມະນຸດທຸກຄົນໃນທົ່ວຈັກກະວານ; ມີພຽງສິ່ງນີ້ເທົ່ານັ້ນທີ່ແມ່ນພຣະທໍາທີ່ກາຍເປັນເນື້ອຫນັງ ແລະ ມີພຽງສິ່ງນີ້ເທົ່ານັ້ນທີ່ແມ່ນການປາກົດຕົວຂອງພຣະທຳໃນເນື້ອໜັງ. ບາງເທື່ອ ສໍາລັບກັບມະນຸດແລ້ວ ມັນອາດຈະປາກົດວ່າພຣະເຈົ້າບໍ່ໄດ້ດຳເນີນພາລະກິດຫຼາຍພໍປານໃດ ແຕ່ພຣະເຈົ້າໄດ້ກ່າວພຣະທຳຂອງພຣະອົງ ແລະ ພວກເຂົາຈະເຊື່ອ ແລະ ຢໍາເກງຈົນໝົດ. ຖ້າບໍ່ມີ ຄວາມຈິງ ມະນຸດຈະຮ້ອງໂຮ່ ແລະ ກີດຮ້ອງ; ແຕ່ຖ້າມີພຣະທຳຂອງພຣະເຈົ້າ ພວກເຂົາຈະງຽບສະຫງົບ. ແນ່ນອນວ່າພຣະເຈົ້າຈະບັນລຸຄວາມຈິງນີ້ ເພາະວ່ານີ້ແມ່ນແຜນການຂອງພຣະເຈົ້າທີ່ກຳນົດໄວ້ແຕ່ດົນນານມາແລ້ວ: ການບັນລຸຄວາມຈິງກ່ຽວກັບການມາສູ່ໂລກຂອງພຣະທຳ. ຄວາມຈິງແລ້ວ ບໍ່ມີຄວາມຈຳເປັນທີ່ເຮົາຕ້ອງອະທິບາຍ ເພາະການມາຮອດຂອງອານາຈັກພັນປີໃນແຜ່ນດິນໂລກແມ່ນການມາຮອດຂອງພຣະທຳຂອງພຣະເຈົ້າໃນແຜ່ນດິນໂລກ. ການລົງມາໃໝ່ຂອງນະຄອນເຢຣູຊາເລັມຈາກສະຫວັນແມ່ນການມາຮອດຂອງພຣະທຳຂອງພຣະເຈົ້າເພື່ອດຳເນີນຊີວິດໃນທ່າມກາງມະນຸດ, ເພື່ອຕິດຕາມເບິ່ງທຸກການກະທຳຂອງມະນຸດ ແລະ ທຸກຄວາມຄິດທີ່ຝັງຢູ່ໃນຈິດໃຈຂອງມະນຸດ. ນີ້ແມ່ນອີກຄວາມຈິງທີ່ພຣະເຈົ້າຈະບັນລຸຜົນ; ນີ້ແມ່ນພາບທີ່ງົດງາມຂອງອານາຈັກພັນປີ. ນີ້ແມ່ນແຜນການທີ່ພຣະເຈົ້າກຳນົດໄວ້: ພຣະທຳຂອງພຣະອົງຈະປາກົດໃນແຜ່ນດິນໂລກເປັນເວລາໜຶ່ງພັນປີ ແລະ ພຣະທຳຈະສະແດງທຸກການກະທຳຂອງພຣະອົງ ເພື່ອເຮັດໃຫ້ພາລະກິດທັງໝົດຂອງພຣະອົງໃນແຜ່ນດິນໂລກສໍາເລັດ ເຊິ່ງຫຼັງຈາກໄລຍະນີ້ແລ້ວ ມະນຸດຊາດກໍຈະຈົບສິ້ນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ອານາຈັກພັນປີມາຮອດແລ້ວ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 264

ໃນຈັກກະວານອັນກວ້າງໃຫຍ່ໄພສານ ແລະ ທ້ອງຟ້າ, ສິ່ງມີຊີວິດຈຳນວນຫຼວງຫຼາຍຈົນນັບບໍ່ຖ້ວນໄດ້ດໍາລົງຊີວິດ ແລະ ຂະຫຍາຍພັນ,...

ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 309

ຫຼາຍຄົນບໍ່ໄດ້ຕໍ່ຕ້ານພຣະເຈົ້າ ແລະ ຂັດຂວາງພາລະກິດຂອງພຣະວິນຍານບໍລິສຸດ ຍ້ອນພວກເຂົາບໍ່ຮູ້ຈັກພາລະກິດທີ່ຫຼາກຫຼາຍ ແລະ ແຕກຕ່າງຂອງພຣະເຈົ້າບໍ ແລະ...

ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 69

ບໍ່ມີໃຜເຊື່ອວ່າ ພວກເຂົາຈະເຫັນສະຫງ່າລາສີຂອງເຮົາ ແລະ ເຮົາຈະບໍ່ບັງຄັບພວກເຂົາ, ແຕ່ກົງກັນຂ້າມ ເຮົາຈະເອົາຄວາມສະຫງ່າລາສີຂອງເຮົາອອກຈາກທ່າມກາງມະນຸດ...