ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 91

17 ເດືອນເມສາ 2021

ພຣະເຈົ້າໃຊ້ພຣະທຳຂອງພຣະອົງເພື່ອສ້າງພັນທະສັນຍາກັບມະນຸດ

ປະຖົມມະການ 9:11-13 ແລະ ເຮົາຈະສ້າງພັນທະສັນຍາຂອງເຮົາກັບພວກເຈົ້າ ທຸກສິ່ງທີ່ມີຊີວິດຈະບໍ່ຖືກທໍາລາຍດ້ວຍນໍ້າຖ້ວມອີກຕໍ່ໄປ ຫຼື ຈະບໍ່ມີນໍ້າຖ້ວມທຳລາຍແຜ່ນດິນໂລກອີກ. ພຣະເຈົ້າກ່າວວ່າ ສິ່ງນີ້ເປັນສັນຍາລັກຂອງພັນທະສັນຍາທີ່ເຮົາສ້າງລະຫວ່າງເຮົາ ແລະ ພວກເຈົ້າ ແລະ ທຸກສິ່ງທີ່ມີຊີວິດທີ່ຢູ່ກັບພວກເຈົ້າ, ເພື່ອຮຸ່ນສູ່ຮຸ່ນ ເຮົາໄດ້ສ້າງຮຸ້ງກິນນໍ້າໄວ້ໃນກ້ອນເມກ ແລະ ມັນຈະເປັນສັນຍາລັກແຫ່ງພັນທະສັນຍາລະຫວ່າງເຮົາ ແລະ ແຜ່ນດິນໂລກ.

ຫຼັງຈາກທີ່ພຣະອົງສ້າງທຸກສິ່ງ, ສິດອຳນາດຂອງພຣະຜູ້ສ້າງແມ່ນຖືກຢືນຢັນ ແລະ ສະແດງອອກອີກຄັ້ງໃນພັນທະສັນຍາສາຍຮຸ້ງ

ສິດອຳນາດຂອງພຣະຜູ້ສ້າງຖືກສະແດງອອກຕະຫຼອດໄປ ແລະ ຖືກໃຊ້ທ່າມກາງສິ່ງຖືກສ້າງທັງປວງ ແລະ ພຣະອົງບໍ່ພຽງແຕ່ປົກຄອງໂຊກຊະຕາຂອງທຸກສິ່ງ, ແຕ່ພຣະອົງຍັງປົກຄອງມະນຸດຊາດອີກດ້ວຍ, ເຊິ່ງເປັນສິ່ງຖືກສ້າງພິເສດທີ່ພຣະອົງສ້າງຂຶ້ນດ້ວຍມືຂອງພຣະອົງເອງ ແລະ ເປັນສິ່ງທີ່ມີໂຄງສ້າງຊີວິດທີ່ແຕກຕ່າງ ແລະ ເປັນຢູ່ໃນຮູບຮ່າງຊີວິດທີ່ແຕກຕ່າງ. ຫຼັງຈາກສ້າງສິ່ງເຫຼົ່ານີ້ຂຶ້ນ, ພຣະຜູ້ສ້າງກໍບໍ່ໄດ້ເຊົາສະແດງສິດອຳນາດ ແລະ ລິດອຳນາດຂອງພຣະອົງ; ສຳລັບພຣະອົງແລ້ວ, ສິດອຳນາດທີ່ພຣະອົງປົກຄອງເໜືອສິ່ງຕ່າງໆ ແລະ ໂຊກຊະຕາຂອງມະນຸດຊາດທັງປວງເລີ່ມຕົ້ນຂຶ້ນຢ່າງເປັນທາງການຫຼັງຈາກທີ່ມະນຸດຊາດເກີດຈາກມືຂອງພຣະອົງແທ້ໆ. ພຣະອົງເຈດຕະນາທີ່ຈະຄຸ້ມຄອງມະນຸດຊາດ ແລະ ປົກຄອງມະນຸດຊາດ; ພຣະອົງເຈດຕະນາທີ່ຈະຊ່ວຍມະນຸດຊາດໃຫ້ພົ້ນ ແລະ ຮັບເອົາມະນຸດຊາດຢ່າງແທ້ຈິງ, ເພື່ອຮັບເອົາມະນຸດຊາດທີ່ສາມາດປົກຄອງທຸກສິ່ງໄດ້; ພຣະອົງເຈດຕະນາທີ່ຈະເຮັດໃຫ້ມະນຸດຊາດດັ່ງກ່າວດຳລົງຊີວິດຢູ່ພາຍໃຕ້ສິດອຳນາດຂອງພຣະອົງ ແລະ ຮູ້ຈັກ ແລະ ເຊື່ອຟັງສິດອຳນາດຂອງພຣະອົງ. ສະນັ້ນ ພຣະເຈົ້າຈຶ່ງເລີ່ມຕົ້ນສະແດງສິດອຳນາດຂອງພຣະອົງຢ່າງເປັນທາງການທ່າມກາງມະນຸດໂດຍໃຊ້ພຣະທຳຂອງພຣະອົງ. ແນ່ນອນ ສິດອຳນາດຂອງພຣະເຈົ້າຖືກສະແດງອອກຢູ່ທຸກແຫ່ງໃນລະຫວ່າງຂະບວນການນີ້; ເຮົາພຽງເລືອກເອົາຕົວຢ່າງບາງສ່ວນທີ່ຮູ້ຈັກກັນດີເທົ່ານັ້ນ ເພື່ອວ່າເຈົ້າອາດຈະເຂົ້າໃຈ ແລະ ຮູ້ຈັກເຖິງຄວາມເປັນໜຶ່ງດຽວຂອງພຣະເຈົ້າ ແລະ ສິດອຳນາດໜຶ່ງດຽວຂອງພຣະອົງ.

ມີຄວາມຄ້າຍຄືກັນລະຫວ່າງຂໍ້ຄວາມໃນປະຖົມມະການ 9:11-13 ແລະ ຂໍ້ຄວາມຂ້າງເທິງ ທີ່ກ່ຽວກັບການບັນທຶກຂອງການສ້າງແຜ່ນດິນໂລກຂອງພຣະເຈົ້າ, ແຕ່ກໍຍັງມີຄວາມແຕກຕ່າງເຊັ່ນກັນ. ແມ່ນຫຍັງຄືຄວາມຄ້າຍຄືກັນ? ຄວາມຄ້າຍຄືກັນນອນຢູ່ໃນການທີ່ພຣະເຈົ້າໃຊ້ພຣະທຳເພື່ອເຮັດສິ່ງທີ່ພຣະອົງເຈດຕະນາຈະເຮັດ ແລະ ຄວາມແຕກຕ່າງແມ່ນຂໍ້ຄວາມທີ່ຍົກຂຶ້ນມາເວົ້າໃນນີ້ແມ່ນສະແດງເຖິງການສົນທະນາຂອງພຣະເຈົ້າກັບມະນຸດ ເຊິ່ງພຣະອົງສ້າງພັນທະສັນຍາຂຶ້ນກັບມະນຸດ ແລະ ບອກມະນຸດກ່ຽວກັບສິ່ງທີ່ຖືກບັນຍັດໄວ້ໃນພັນທະສັນຍາ. ການໃຊ້ສິດອຳນາດຂອງພຣະເຈົ້າແບບນີ້ແມ່ນຖືກບັນລຸຜ່ານບົດສົນທະນາຂອງພຣະອົງກັບມະນຸດ ເຊິ່ງໝາຍຄວາມວ່າ ກ່ອນການສ້າງມະນຸດຊາດ ພຣະທຳຂອງພຣະເຈົ້າເປັນຄຳສອນ ແລະ ຄຳສັ່ງເຊິ່ງຖືກບັນຍັດໃຫ້ກັບສິ່ງຖືກສ້າງທີ່ພຣະອົງເຈດຕະນາຈະສ້າງ. ແຕ່ເທື່ອນີ້ ຜູ້ຄົນສາມາດໄດ້ຍິນພຣະທຳຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ພຣະທຳຂອງພຣະອົງຈຶ່ງເປັນທັງບົດສົນທະນາກັບມະນຸດ ແລະ ຍັງເປັນການແນະນຳ ແລະ ການຕັກເຕືອນຕໍ່ມະນຸດ. ຍິ່ງໄປກວ່ານັ້ນ ພຣະທໍາຂອງພຣະເຈົ້າແມ່ນພຣະບັນຍັດທີ່ປະກອບດ້ວຍສິດອໍານາດຂອງພຣະອົງ ແລະ ຖືກມອບໃຫ້ກັບທຸກສິ່ງ.

ການກະທຳໃດຂອງພຣະເຈົ້າທີ່ຖືກບັນທຶກໃນຂໍ້ຄວາມນີ້? ຂໍ້ຄວາມນີ້ບັນທຶກພັນທະສັນຍາທີ່ພຣະເຈົ້າສ້າງຕັ້ງໄວ້ກັບມະນຸດ ຫຼັງຈາກທີ່ພຣະອົງທຳລາຍແຜ່ນດິນໂລກດ້ວຍນໍ້າຖ້ວມ; ນັ້ນບອກມະນຸດວ່າ ພຣະເຈົ້າຈະບໍ່ກໍ່ໃຫ້ເກີດຄວາມພິນາດດັ່ງກ່າວເທິງແຜ່ນດິນໂລກອີກ ແລະ ເພື່ອບັນລຸຄວາມຕັ້ງໃຈນີ້ ພຣະເຈົ້າໄດ້ສ້າງສັນຍາລັກ. ສັນຍາລັກນີ້ແມ່ນຫຍັງ? ໃນພຣະຄຳພີໄດ້ກ່າວໄວ້ວ່າ: “ເຮົາໄດ້ສ້າງຮຸ້ງກິນນໍ້າໄວ້ໃນກ້ອນເມກ ແລະ ມັນຈະເປັນສັນຍາລັກແຫ່ງພັນທະສັນຍາລະຫວ່າງເຮົາ ແລະ ແຜ່ນດິນໂລກ”. ນີ້ແມ່ນພຣະທຳດັ່ງເດີມທີ່ພຣະຜູ້ສ້າງກ່າວຕໍ່ມະນຸດຊາດ. ໃນຂະນະທີ່ພຣະອົງກ່າວພຣະທຳເຫຼົ່ານີ້, ສາຍຮຸ້ງກໍປາກົດຂຶ້ນຕໍ່ຕາມະນຸດ ແລະ ມັນກໍຍັງຄົງຢູ່ຈົນເຖິງປັດຈຸບັນ. ທຸກຄົນໄດ້ເຫັນສາຍຮຸ້ງ ແລະ ເມື່ອເຈົ້າເຫັນມັນ, ເຈົ້າຮູ້ຈັກບໍວ່າມັນປາກົດໄດ້ແນວໃດ? ວິທະຍາສາດກໍບໍ່ສາມາດພິສູດມັນໄດ້ ຫຼື ລະບຸບ່ອນທີ່ມັນເກີດຂຶ້ນໄດ້ ຫຼື ບົ່ງບອກທີ່ຢູ່ຂອງມັນໄດ້. ນັ້ນກໍເພາະສາຍຮຸ້ງເປັນສັນຍາລັກຂອງພັນທະສັນຍາທີ່ສ້າງຂຶ້ນລະຫວ່າງພຣະຜູ້ສ້າງ ແລະ ມະນຸດ; ມັນບໍ່ຈຳເປັນຕ້ອງມີຫຼັກເກນທາງວິທະຍາສາດ, ມັນບໍ່ໄດ້ຖືກສ້າງໂດຍມະນຸດ ຫຼື ມະນຸດກໍບໍ່ສາມາດປ່ຽນແປງມັນໄດ້. ມັນເປັນຄວາມຕໍ່ເນື່ອງຂອງສິດອຳນາດຂອງພຣະຜູ້ສ້າງຫຼັງຈາກທີ່ພຣະອົງໄດ້ກ່າວພຣະທຳຂອງພຣະອົງ. ພຣະຜູ້ສ້າງໃຊ້ວິທີການພິເສດຂອງພຣະອົງເອງເພື່ອປະຕິບັດຕາມພັນທະສັນຍາຂອງພຣະອົງກັບມະນຸດ ແລະ ຄຳສັນຍາຂອງພຣະອົງ ແລະ ດ້ວຍເຫດນັ້ນ ການທີ່ພຣະອົງໃຊ້ສາຍຮຸ້ງເພື່ອເປັນສັນຍາລັກຂອງພັນທະສັນຍາທີ່ພຣະອົງໄດ້ສ້າງຂຶ້ນ ແມ່ນເປັນຄຳສັ່ງແຫ່ງສະຫວັນ ແລະ ກົດເກນທີ່ຕ້ອງຄົງຢູ່ຕະລອດໄປ ແລະ ບໍ່ປ່ຽນແປງ, ບໍ່ວ່າຈະກ່ຽວກັບພຣະຜູ້ສ້າງ ຫຼື ມະນຸດຊາດທີ່ຖືກສ້າງ. ນີ້ເວົ້າໄດ້ວ່າ ກົດເກນທີ່ບໍ່ສາມາດປ່ຽນແປງໄດ້ນີ້ ແມ່ນການສະແດງອອກທີ່ແທ້ຈິງອີກຢ່າງເຖິງສິດອຳນາດຂອງພຣະຜູ້ສ້າງ ຫຼັງຈາກການສ້າງທຸກສິ່ງ ແລະ ເວົ້າໄດ້ວ່າ ສິດອຳນາດ ແລະ ລິດອຳນາດຂອງພຣະຜູ້ສ້າງບໍ່ມີຂໍ້ຈຳກັດ; ການທີ່ພຣະອົງໃຊ້ສາຍຮຸ້ງເພື່ອເປັນສັນຍາລັກແມ່ນຄວາມຕໍ່ເນື່ອງ ແລະ ການຂະຫຍາຍສິດອຳນາດຂອງພຣະຜູ້ສ້າງ. ນີ້ແມ່ນການກະທຳອີກຢ່າງທີ່ພຣະເຈົ້າປະຕິບັດໂດຍໃຊ້ພຣະທຳຂອງພຣະອົງ ແລະ ເປັນສັນຍາລັກແຫ່ງພັນທະສັນຍາທີ່ພຣະເຈົ້າໄດ້ສ້າງຂຶ້ນກັບມະນຸດໂດຍໃຊ້ພຣະທຳ. ພຣະອົງບອກກັບມະນຸດເຖິງສິ່ງທີ່ພຣະອົງຕັ້ງໃຈທີ່ຈະເຮັດໃຫ້ເກີດຂຶ້ນ ແລະ ລັກສະນະທີ່ມັນຈະຖືກເຮັດໃຫ້ສຳເລັດ ແລະ ບັນລຸຜົນ. ດ້ວຍວິທີນີ້ ເລື່ອງດັ່ງກ່າວກໍຖືກເຮັດໃຫ້ສຳເລັດຕາມພຣະທຳທີ່ອອກຈາກປາກຂອງພຣະເຈົ້າ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ມີລິດອຳນາດດັ່ງກ່າວ ແລະ ໃນປັດຈຸບັນ ຫຼາຍພັນປີຫຼັງຈາກທີ່ພຣະອົງກ່າວພຣະທຳເຫຼົ່ານີ້ ມະນຸດກໍຍັງສາມາດເບິ່ງສາຍຮຸ້ງທີ່ກ່າວອອກຈາກປາກຂອງພຣະເຈົ້າ. ເພາະພຣະທຳເຫຼົ່ານີ້ຖືກກ່າວໂດຍພຣະເຈົ້າ, ສິ່ງນີ້ກໍຍັງຄົງບໍ່ປ່ຽນແປງ ຫຼື ປ່ຽນໄປຈົນເຖິງປັດຈຸບັນ. ບໍ່ມີໃຜສາມາດລົບສາຍຮຸ້ງນີ້ອອກໄດ້, ບໍ່ມີໃຜສາມາດປ່ຽນແປງກົດເກນນີ້ໄດ້ ແລະ ມັນມີຢູ່ຍ້ອນພຣະທຳຂອງພຣະເຈົ້າເທົ່ານັ້ນ. ນີ້ແມ່ນສິດອຳນາດຂອງພຣະເຈົ້າຢ່າງແນ່ນອນ. “ພຣະເຈົ້າຮັກສາຄໍາເວົ້າຂອງພຣະອົງ ແລະ ຄໍາເວົ້າຂອງພຣະອົງຈະຖືກເຮັດໃຫ້ສຳເລັດ ແລະ ສິ່ງທີ່ຖືກເຮັດໃຫ້ສຳເລັດກໍຈະຄົງຢູ່ຕະຫຼອດໄປ”. ພຣະທຳດັ່ງກ່າວຖືກສະແດງອອກຢ່າງຊັດເຈນໃນນີ້ ແລະ ມັນເປັນສັນຍາລັກ ແລະ ລັກສະນະທີ່ຊັດເຈນຂອງສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າ. ສັນຍາລັກ ຫຼື ລັກສະນະດັ່ງກ່າວບໍ່ໄດ້ຖືກຄອບຄອງໂດຍ ຫຼື ເຫັນໃນສິ່ງຖືກສ້າງໃດໆ ຫຼື ມັນບໍ່ສາມາດເຫັນໄດ້ໃນສິ່ງທີ່ບໍ່ຖືກສ້າງ. ມັນເປັນຂອງພຣະເຈົ້າໜຶ່ງດຽວເທົ່ານັ້ນ ແລະ ແຍກແຍະຕົວຕົນ ແລະ ທາດແທ້ທີ່ມີພຽງແຕ່ພຣະຜູ້ສ້າງເທົ່ານັ້ນມີ ຈາກສິ່ງຖືກສ້າງອື່ນໆ. ໃນເວລາດຽວກັນ, ມັນເປັນສັນຍາລັກ ແລະ ລັກສະນະທີ່ນອກຈາກພຣະເຈົ້າແລ້ວ ບໍ່ມີສິ່ງຖືກສ້າງ ຫຼື ບໍ່ຖືກສ້າງໃດສາມາດລື່ນໄດ້.

ການທີ່ພຣະເຈົ້າສ້າງພັນທະສັນຍາຂອງພຣະອົງຂຶ້ນກັບມະນຸດແມ່ນການກະທຳທີ່ມີຄວາມສຳຄັນຫຼາຍ, ເປັນການກະທຳທີ່ພຣະອົງເຈດຕະນານໍາໃຊ້ເພື່ອສື່ສານຄວາມຈິງໃຫ້ກັບມະນຸດ ແລະ ເພື່ອບອກໃຫ້ມະນຸດຮູ້ເຖິງຄວາມປະສົງຂອງພຣະອົງ. ເພື່ອບັນລຸຄວາມຕັ້ງໃຈນີ້ ພຣະອົງໄດ້ໃຊ້ວິທີການທີ່ພິເສດ ໂດຍໃຊ້ສັນຍາລັກເພື່ອສ້າງພັນທະສັນຍາຂຶ້ນກັບມະນຸດ, ສັນຍາລັກທີ່ເປັນຄຳສັນຍາຂອງພັນທະສັນຍາທີ່ພຣະອົງໄດ້ສ້າງຂຶ້ນກັບມະນຸດ. ສະນັ້ນ ການສ້າງພັນທະສັນຍານີ້ຂຶ້ນເປັນເຫດການທີ່ຍິ່ງໃຫຍ່ບໍ? ມັນຍິ່ງໃຫຍ່ສໍ່າໃດ? ສິ່ງນີ້ແມ່ນສິ່ງພິເສດແທ້ຈິງກ່ຽວກັບພັນທະສັນຍາ ນັ້ນກໍຄື ມັນບໍ່ແມ່ນພັນທະສັນຍາທີ່ສ້າງຂຶ້ນລະຫວ່າງມະນຸດຄົນໜຶ່ງ ແລະ ອີກຄົນໜຶ່ງ ຫຼື ລະຫວ່າງກຸ່ມໜຶ່ງ ແລະ ກຸ່ມອື່ນ ຫຼື ລະຫວ່າງປະເທດໜຶ່ງ ແລະ ປະເທດອື່ນ, ແຕ່ເປັນພັນທະສັນຍາລະຫວ່າງພຣະຜູ້ສ້າງ ແລະ ມະນຸດຊາດທັງໝົດ ແລະ ມັນຍັງຄົງມີຜົນຈົນເຖິງມື້ທີ່ພຣະຜູ້ສ້າງລົບລ້າງທຸກສິ່ງ. ຜູ້ປະຕິບັດພັນທະສັນຍານີ້ແມ່ນພຣະຜູ້ສ້າງ ແລະ ຜູ້ຮັກສາພັນທະສັນຍານີ້ກໍຍັງເປັນພຣະຜູ້ສ້າງ. ສະຫຼຸບກໍຄື ຄວາມບໍລິບູນຂອງພັນທະສັນຍາສາຍຮຸ້ງທີ່ຖືກສ້າງຂຶ້ນກັບມະນຸດຊາດ ແມ່ນຖືກເຮັດໃຫ້ສຳເລັດ ແລະ ບັນລຸຕາມການສົນທະນາລະຫວ່າງພຣະຜູ້ສ້າງ ແລະ ມະນຸດຊາດ ແລະ ຄົງຢູ່ມາຈົນເຖິງປັດຈຸບັນ. ສິ່ງຖືກສ້າງຕ່າງໆສາມາດເຮັດຫຍັງໄດ້ແດ່ນອກຈາກຍອມຢູ່ພາຍໃຕ້, ເຊື່ອຟັງ, ເຊື່ອ, ຮູ້ຄຸນຄ່າ, ເປັນພະຍານ ແລະ ສັນລະເສີນສິດອຳນາດຂອງພຣະຜູ້ສ້າງ? ຍ້ອນບໍ່ມີໃຜນອກຈາກພຣະຜູ້ສ້າງໜຶ່ງດຽວທີ່ມີລິດອຳນາດໃນການສ້າງພັນທະສັນຍາດັ່ງກ່າວຂຶ້ນ. ການປາກົດຂອງສາຍຮຸ້ງຄັ້ງແລ້ວຄັ້ງເລົ່າ ເປັນການປະກາດກັບມະນຸດຊາດ ແລະ ເອີ້ນໃຫ້ມະນຸດໃສ່ໃຈພັນທະສັນຍາລະຫວ່າງພຣະຜູ້ສ້າງ ແລະ ມະນຸດຊາດ. ໃນການປາກົດຢ່າງຕໍ່ເນື່ອງຂອງພັນທະສັນຍາລະຫວ່າງພຣະຜູ້ສ້າງ ແລະ ມະນຸດຊາດ, ສິ່ງທີ່ຖືກສະແດງອອກໃຫ້ກັບມະນຸດຊາດບໍ່ແມ່ນສາຍຮຸ້ງ ຫຼື ພັນທະສັນຍາ, ແຕ່ເປັນສິດອຳນາດທີ່ບໍ່ສາມາດປ່ຽນແປງໄດ້ຂອງພຣະຜູ້ສ້າງ. ການປະກົດຂອງສາຍຮຸ້ງຄັ້ງແລ້ວຄັ້ງເລົ່າ ສະແດງໃຫ້ເຫັນເຖິງການກະທຳທີ່ຍິ່ງໃຫຍ່ ແລະ ອັດສະຈັນຂອງພຣະຜູ້ສ້າງໃນບ່ອນລີ້ລັບ ແລະ ໃນຂະນະດຽວກັນກໍເປັນການສະແດງຢ່າງສໍາຄັນເຖິງສິດອຳນາດຂອງພຣະຜູ້ສ້າງ ເຊິ່ງຈະບໍ່ຫາຍໄປຈັກເທື່ອ ແລະ ບໍ່ປ່ຽນແປງຈັກເທື່ອ. ນີ້ບໍ່ແມ່ນການສະແດງເຖິງອີກດ້ານຂອງສິດອຳນາດໜຶ່ງດຽວຂອງພຣະຜູ້ສ້າງບໍ?

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ I

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ