ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 455
19 ສິງຫາ 2025
ນັບຕັ້ງແຕ່ເລີ່ມຕົ້ນພາລະກິດຂອງພຣະອົງຕະຫຼອດທົ່ວທັງຈັກກະວານ, ພຣະເຈົ້າໄດ້ກຳນົດຊະຕາຫຼາຍຄົນເພື່ອຮັບໃຊ້ພຣະອົງ ລວມທັງຜູ້ຄົນຈາກທຸກຊົນຊັ້ນທຸກສາຂາອາຊີບ. ຈຸດປະສົງຂອງພຣະອົງແມ່ນເພື່ອຕອບສະໜອງຕໍ່ເຈດຕະນາຂອງພຣະອົງ ແລະ ເພື່ອເຮັດໃຫ້ພາລະກິດຂອງພຣະອົງໃນໂລກນີ້ສໍາເລັດລົງຢ່າງລາບລື້ນ. ນີ້ແມ່ນຈຸດປະສົງຂອງພຣະເຈົ້າໃນການເລືອກເອົາຜູ້ທີ່ຈະມາຮັບໃຊ້ພຣະອົງ. ທຸກຄົນທີ່ຮັບໃຊ້ພຣະເຈົ້າຕ້ອງເຂົ້າໃຈເຈດຕະນາຂອງພຣະເຈົ້າ. ພາລະກິດນີ້ຂອງພຣະອົງເຮັດໃຫ້ສະຕິປັນຍາ ແລະ ລິດອຳນາດຂອງພຣະເຈົ້າ ແລະ ຫຼັກການແຫ່ງພາລະກິດຂອງພຣະອົງຢູ່ໃນແຜ່ນດິນໂລກນີ້ປະຈັກຕາຕໍ່ຜູ້ຄົນຫຼາຍຂຶ້ນ. ພຣະເຈົ້າໄດ້ສະເດັດມາໃນໂລກແທ້ຈິງເພື່ອກະທໍາພາລະກິດຂອງພຣະອົງ, ພົວພັນກັບຜູ້ຄົນ ແລະ ເພື່ອໃຫ້ພວກເຂົາໄດ້ຮູ້ເຖິງການກະທຳຂອງພຣະອົງຢ່າງຊັດເຈນຍິ່ງຂຶ້ນ. ມື້ນີ້, ພວກເຈົ້າ ນັ້ນກໍຄື ກຸ່ມຄົນເຫຼົ່ານີ້ແມ່ນໂຊກດີທີ່ໄດ້ຮັບໃຊ້ພຣະເຈົ້າແທ້ຈິງ. ນີ້ແມ່ນພອນທີ່ບໍ່ອາດຄຳນວນໄດ້ສຳລັບພວກເຈົ້າ. ແທ້ຈິງແລ້ວ, ພວກເຈົ້າແມ່ນຖືກຍົກລະດັບຂຶ້ນໂດຍພຣະເຈົ້າ. ໃນການເລືອກເອົາຄົນໃດໜຶ່ງມາຮັບໃຊ້ພຣະອົງ, ພຣະເຈົ້າມີຫຼັກການຂອງພຣະອົງເອງສະເໝີ. ການຮັບໃຊ້ພຣະເຈົ້າ ມັນບໍ່ແມ່ນເປັນເລື່ອງຂອງການກະຕືລືລົ້ນດັ່ງທີ່ຜູ້ຄົນຈິນຕະນາການ. ມື້ນີ້ພວກເຈົ້າເຫັນແລ້ວວ່າ ຜູ້ທີ່ຮັບໃຊ້ຢູ່ຕໍ່ໜ້າພຣະເຈົ້າ ແມ່ນເຮັດສິ່ງນັ້ນໂດຍການຊີ້ນຳຂອງພຣະເຈົ້າ ແລະ ພາລະກິດຂອງພຣະວິນຍານບໍລິສຸດ; ຍ້ອນວ່າພວກເຂົາແມ່ນຜູ້ທີ່ສະແຫວງຫາຄວາມຈິງ. ນີ້ແມ່ນເງື່ອນໄຂຂັ້ນຕ່ຳສໍາລັບທຸກຄົນທີ່ຮັບໃຊ້ພຣະເຈົ້າ.
ການຮັບໃຊ້ພຣະເຈົ້າບໍ່ແມ່ນເລື່ອງງ່າຍ. ຜູ້ທີ່ບໍ່ຍອມຫັນປ່ຽນຈາກນິໄສທຸດຈະລິດ ບໍ່ສາມາດຮັບໃຊ້ພຣະເຈົ້າໄດ້. ຖ້າຫາກນິໄສຂອງເຈົ້າຍັງບໍ່ໄດ້ຖືກຕັດສິນ ແລະ ລົງໂທດໂດຍພຣະທຳຂອງພຣະເຈົ້າ ແລ້ວນິໄສຂອງເຈົ້າກໍຍັງເປັນຕົວແທນຂອງຊາຕານຢູ່ ເຊິ່ງພິສູດໃຫ້ເຫັນວ່າການທີ່ເຈົ້າຮັບໃຊ້ພຣະເຈົ້ານັ້ນແມ່ນອອກມາຈາກຄວາມຕັ້ງໃຈທີ່ດີຂອງຕົວເຈົ້າເອງ ນັ້ນກໍຄືການຮັບໃຊ້ຂອງເຈົ້າແມ່ນອີງຕາມທາດແທ້ແບບຊາຕານຂອງເຈົ້າ. ເຈົ້າຮັບໃຊ້ພຣະເຈົ້າດ້ວຍບຸກຄະລິກ ທຳມະຊາດຂອງເຈົ້າ ແລະ ດ້ວຍຄວາມມັກສ່ວນຕົວຂອງເຈົ້າ. ຍິ່ງໄປກວ່ານັ້ນ, ເຈົ້າຍັງຄິດສະເໝີວ່າສິ່ງທີ່ເຈົ້າເຕັມໃຈເຮັດຄືສິ່ງທີ່ພຣະເຈົ້າເພິ່ງພໍໃຈ ແລະ ສິ່ງທີ່ເຈົ້າບໍ່ປາຖະໜາເຮັດຄືສິ່ງທີ່ພຣະເຈົ້າກຽດຊັງ; ທັງໝົດທີ່ເຈົ້າເຮັດແມ່ນອີງຕາມຄວາມມັກຂອງເຈົ້າເອງ. ນີ້ຈະເອີ້ນວ່າເປັນການຮັບໃຊ້ພຣະເຈົ້າໄດ້ບໍ? ໃນທີ່ສຸດ, ມັນຈະບໍ່ມີການປ່ຽນແປງໃນຊີວິດຈິດໃຈຂອງເຈົ້າແມ່ນແຕ່ໜ້ອຍດຽວ, ກົງກັນຂ້າມ, ການຮັບໃຊ້ຂອງເຈົ້າຈະເຮັດໃຫ້ເຈົ້າດື້ດ້ານຍິ່ງຂຶ້ນກວ່າເກົ່າ, ນີ້ຈະຝັງເລິກເຂົ້າໃນນິໄສອັນເສື່ອມຊາມຂອງເຈົ້າ ແລະ ດ້ວຍເຫດນີ້, ເຈົ້າຈະສ້າງກົດເກນສ່ວນຕົວກ່ຽວກັບການຮັບໃຊ້ພຣະເຈົ້າໂດຍອີງໃສ່ບຸກຄະລິກຂອງເຈົ້າເອງເປັນຫຼັກ ແລະ ອີງຕາມປະສົບການທີ່ໄດ້ຮັບຈາກການຮັບໃຊ້ຕາມທັດສະນະຄະຕິຂອງເຈົ້າເອງ. ສິ່ງເຫຼົ່ານີ້ແມ່ນປະສົບການ ແລະ ບົດຮຽນຂອງມະນຸດ. ມັນແມ່ນປັດຊະຍາເພື່ອຄວາມສໍາພັນທາງໂລກຂອງມະນຸດ. ຜູ້ຄົນແບບນີ້ສາມາດຈັດຢູ່ໃນກຸ່ມພວກຟາຣີຊາຍ ແລະ ສາວົກຂອງສາສະໜາ. ຖ້າຫາກພວກເຂົາບໍ່ເຄີຍຕື່ນຕົວ ແລະ ກັບໃຈ, ໃນທີ່ສຸດ ພວກເຂົາກໍຈະຫັນໄປຫາພຣະຄຣິດທຽມ ແລະ ຜູ້ຕໍ່ຕ້ານພຣະຄຣິດຢ່າງແນ່ນອນ ແລະ ຜູ້ທີ່ຫຼອກລວງຄົນໃນຍຸກສຸດທ້າຍ. ພຣະຄຣິດທຽມ ແລະ ຜູ້ຕໍ່ຕ້ານພຣະຄຣິດທີ່ຖືກກ່າວເຖິງຈະປາກົດຂຶ້ນຈາກທ່າມກາງຜູ້ຄົນດັ່ງກ່າວ. ຖ້າຜູ້ທີ່ຮັບໃຊ້ພຣະເຈົ້າເຮັດຕາມນິໄສຂອງພວກເຂົາ ແລະ ກະທໍາຕາມຄວາມປະສົງສ່ວນຕົວຂອງພວກເຂົາແລ້ວ, ພວກເຂົາແມ່ນຕົກຢູ່ໃນຄວາມສ່ຽງທີ່ຈະຖືກກໍາຈັດອອກທຸກເວລາ. ຜູ້ທີ່ໃຊ້ປະສົບການສະສົມມາຫຼາຍປີໃນການຮັບໃຊ້ພຣະເຈົ້າເພື່ອເອົາຊະນະໃຈຄົນອື່ນ, ສັ່ງສອນພວກເຂົາ ແລະ ຈໍາກັດພວກເຂົາ, ຢືນຢູ່ບ່ອນສູງສົ່ງ ແລະ ຜູ້ທີ່ບໍ່ເຄີຍກັບໃຈ, ບໍ່ເຄີຍສາລະພາບບາບຂອງພວກເຂົາ ແລະ ບໍ່ເຄີຍປ່ອຍວາງຜົນປະໂຫຍດຈາກຕຳແໜ່ງ ເຊິ່ງຜູ້ຄົນເຫຼົ່ານີ້ຈະລົ້ມລົງຕໍ່ໜ້າພຣະເຈົ້າ. ພວກເຂົາເປັນບຸກຄົນປະເພດດຽວກັບໂປໂລ ທີ່ອວດອ້າງຄວາມເປັນອາວຸໂສຂອງພວກເຂົາ ແລະ ໂອ້ອວດຄຸນວຸດທິຂອງພວກເຂົາ. ພຣະເຈົ້າຈະບໍ່ນໍາເອົາຄົນປະເພດນີ້ໄປສູ່ຄວາມສົມບູນ. ການຮັບໃຊ້ດັ່ງກ່າວນີ້ຂັດຂວາງພາລະກິດຂອງພຣະເຈົ້າ. ຜູ້ຄົນມັກຍຶດຕິດກັບສິ່ງເກົ່າສະເໝີ. ພວກເຂົາຍຶດຕິດກັບແນວຄວາມຄິດໃນອະດີດ, ຍຶດຕິດກັບທຸກສິ່ງຈາກອະດີດ. ນີ້ແມ່ນອຸປະສັກອັນໃຫຍ່ຫຼວງຕໍ່ການຮັບໃຊ້ຂອງພວກເຂົາ. ຖ້າເຈົ້າບໍ່ສາມາດປະຖິ້ມພວກມັນ, ສິ່ງເຫຼົ່ານີ້ຈະບີບຮັດເຈົ້າຕະຫຼອດຊີວິດ. ພຣະເຈົ້າຈະບໍ່ຍົກຍ້ອງເຈົ້າແມ່ນແຕ່ໜ້ອຍດຽວ ບໍ່ວ່າເຈົ້າຈະຫັກຂາແລ່ນ ຫຼື ຫັກຫຼັງເຈົ້າໂດຍໃຊ້ແຮງງານໜັກກໍຕາມ, ບໍ່ວ່າເຈົ້າຈະຖືກຂ້າໃນການຮັບໃຊ້ພຣະເຈົ້າກໍຕາມ. ກົງກັນຂ້າມ, ພຣະອົງຈະບອກວ່າເຈົ້າເປັນຄົນຊົ່ວຊ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການບໍລິການທາງສາສະໜາຕ້ອງຖືກລົບລ້າງ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ