ພຣະທຳປະຈຳວັນຂອງພຣະເຈົ້າ: ການພິພາກສາໃນຍຸກສຸດທ້າຍ | ຄັດຕອນ 87
10 ເດືອນຕຸລາ 2025
ພຣະເຈົ້າສໍາເລັດການເຮັດໃຫ້ມະນຸດສົມບູນຜ່ານທາງໃດ? ສິ່ງນັ້ນຖືກເຮັດໃຫ້ສໍາເລັດຜ່ານທາງອຸປະນິໄສທີ່ຊອບທຳຂອງພຣະອົງ. ອຸປະນິໄສຂອງພຣະເຈົ້າຫຼັກໆແມ່ນປະກອບດ້ວຍຄວາມຊອບທຳ, ຄວາມໂກດຮ້າຍ, ລິດທານຸພາບ, ການພິພາກສາ ແລະ ຄຳສາບແຊ່ງ ແລະ ການທີ່ພຣະອົງເຮັດໃຫ້ມະນຸດສົມບູນຫຼັກໆແມ່ນຜ່ານທາງພິພາກສາ. ບາງຄົນບໍ່ເຂົ້າໃຈ ແລະ ຖາມວ່າ ເປັນຫຍັງພຣະເຈົ້າຈຶ່ງສາມາດເຮັດໃຫ້ມະນຸດສົມບູນຜ່ານການພິພາກສາ ແລະ ຄຳສາບແຊ່ງເທົ່ານັ້ນ? ພວກເຂົາເວົ້າວ່າ “ຖ້າພຣະເຈົ້າຈະສາບແຊ່ງມະນຸດ, ມະນຸດຈະບໍ່ຕາຍບໍ? ຖ້າພຣະເຈົ້າຈະພິພາກສາມະນຸດ, ມະນຸດຈະບໍ່ຖືກກ່າວໂທດບໍ? ແລ້ວເຂົາຈະຍັງຖືກເຮັດໃຫ້ສົມບູນໄດ້ແນວໃດ?” ສິ່ງດັ່ງກ່າວແມ່ນຄຳເວົ້າຂອງຄົນທີ່ບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ. ສິ່ງທີ່ພຣະເຈົ້າສາບແຊ່ງແມ່ນຄວາມກະບົດຂອງມະນຸດ ແລະ ສິ່ງທີ່ພຣະອົງພິພາກສາແມ່ນຄວາມບາບຂອງມະນຸດ. ເຖິງແມ່ນວ່າພຣະອົງກ່າວຢ່າງໂຫດຮ້າຍ ແລະ ຢ່າງບໍ່ຢຸດຢັ້ງ, ພຣະອົງກໍເປີດເຜີຍທຸກສິ່ງທີ່ຢູ່ພາຍໃນມະນຸດ, ເປີດເຜີຍຜ່ານພຣະທຳທີ່ເຂັ້ມງວດເຫຼົ່ານີ້ທີ່ສຳຄັນຕໍ່ມະນຸດ, ແຕ່ຜ່ານການພິພາກສາດັ່ງກ່າວ, ພຣະອົງໄດ້ມອບຄວາມຮູ້ທີ່ເລິກເຊິ່ງກ່ຽວກັບທາດແທ້ຂອງເນື້ອໜັງໃຫ້ກັບມະນຸດ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງຍອມເຊື່ອຟັງຢູ່ຕໍ່ໜ້າພຣະເຈົ້າ. ເນື້ອໜັງຂອງມະນຸດແມ່ນມາຈາກຄວາມບາບ ແລະ ມາຈາກຊາຕານ, ມັນແມ່ນການກະບົດ ແລະ ມັນຄືເປົ້າໝາຍແຫ່ງການຂ້ຽນຕີຂອງພຣະເຈົ້າ. ດ້ວຍເຫດນັ້ນ ເພື່ອເຮັດໃຫ້ມະນຸດຮູ້ຈັກຕົນເອງ, ພຣະທຳແຫ່ງການພິພາກສາຂອງພຣະເຈົ້າຕ້ອງເກີດຂຶ້ນກັບເຂົາ ແລະ ຕ້ອງໄດ້ໃຊ້ການຫຼໍ່ຫຼອມທຸກຮູບແບບ; ມີແຕ່ເມື່ອນັ້ນ ພາລະກິດຂອງພຣະເຈົ້າຈຶ່ງຈະສາມາດມີປະສິດທິພາບ.
ຈາກພຣະທຳທີ່ພຣະເຈົ້າກ່າວ ສາມາດເຫັນໄດ້ວ່າ ພຣະອົງໄດ້ກ່າວປະນາມເນື້ອໜັງຂອງມະນຸດແລ້ວ. ແລ້ວພຣະທຳເຫຼົ່ານີ້ບໍ່ແມ່ນພຣະທຳແຫ່ງຄຳສາບແຊ່ງບໍ? ພຣະທຳທີ່ພຣະເຈົ້າກ່າວເປີດເຜີຍທາດແທ້ຂອງມະນຸດ ແລະ ຜ່ານການເປີດເຜີຍດັ່ງກ່າວ ເຂົາກໍຖືກພິພາກສາ ແລະ ເມື່ອເຂົາເຫັນວ່າ ເຂົາບໍ່ສາມາດປະຕິບັດຕາມເຈດຕະນາຂອງພຣະເຈົ້າ, ເຂົາກໍຮູ້ສຶກເຖິງຄວາມໂສກເສົ້າ ແລະ ຄວາມເສຍໃຈຢູ່ຂ້າງໃນ, ເຂົາຮູ້ສຶກວ່າ ເຂົາເປັນໜີ້ບຸນຄຸນພຣະເຈົ້າຫຼາຍ ແລະ ບໍ່ສາມາດບັນລຸຕາມເຈດຕະນາຂອງພຣະເຈົ້າໄດ້. ມີຫຼາຍຄັ້ງທີ່ພຣະວິນຍານບໍລິສຸດລົງວິໄນເຈົ້າຈາກຂ້າງໃນ ແລະ ວິໄນນີ້ແມ່ນມາຈາກການພິພາກສາຂອງພຣະເຈົ້າ; ມີຫຼາຍຄັ້ງທີ່ພຣະເຈົ້າປະນາມເຈົ້າ ແລະ ເຊື່ອງໃບໜ້າຂອງພຣະອົງຈາກເຈົ້າ, ເມື່ອພຣະອົງບໍ່ສົນໃຈເຈົ້າ ແລະ ບໍ່ປະຕິບັດພາລະກິດພາຍໃນເຈົ້າ ໂດຍຂ້ຽນຕີເຈົ້າຢ່າງງຽບໆເພື່ອຫຼໍ່ຫຼອມເຈົ້າ. ພາລະກິດຂອງພຣະເຈົ້າໃນມະນຸດຫຼັກໆແມ່ນເພື່ອເປີດເຜີຍອຸປະນິໄສທີ່ຊອບທຳຂອງພຣະອົງ. ແລ້ວ ມະນຸດເປັນພະຍານຫຍັງແດ່ໃຫ້ກັບພຣະເຈົ້າ? ເຂົາເປັນພະຍານວ່າ ພຣະເຈົ້າເປັນພຣະເຈົ້າທີ່ຊອບທຳ, ອຸປະນິໄສຂອງພຣະອົງແມ່ນຄວາມຊອບທຳ, ຄວາມໂກດຮ້າຍ, ການຂ້ຽນຕີ ແລະ ການພິພາກສາ; ມະນຸດເປັນພະຍານເຖິງອຸປະນິໄສທີ່ຊອບທຳຂອງພຣະເຈົ້າ. ພຣະເຈົ້າໃຊ້ການພິພາກສາຂອງພຣະອົງເພື່ອເຮັດໃຫ້ມະນຸດສົມບູນ, ພຣະອົງໄດ້ຮັກມະນຸດ ແລະ ຊ່ວຍມະນຸດໃຫ້ລອດພົ້ນ, ແຕ່ມີຫຍັງແດ່ທີ່ຢູ່ພາຍໃນຄວາມຮັກຂອງພຣະອົງ? ມີການພິພາກສາ, ລິດທານຸພາບ, ຄວາມໂກດຮ້າຍ ແລະ ຄຳສາບແຊ່ງ. ເຖິງແມ່ນວ່າພຣະເຈົ້າສາບແຊ່ງມະນຸດໃນອະດີດ, ພຣະອົງກໍບໍ່ໄດ້ໂຍນມະນຸດທັງໝົດລົງສູ່ຂຸມເລິກທີ່ສຸດ, ແຕ່ໃຊ້ວິທີນັ້ນເພື່ອຫຼໍ່ຫຼອມຄວາມເຊື່ອຂອງມະນຸດ; ພຣະອົງບໍ່ເຮັດໃຫ້ມະນຸດເຖິງແກ່ຄວາມຕາຍ, ແຕ່ປະຕິບັດເພື່ອເຮັດໃຫ້ມະນຸດສົມບູນ. ທາດແທ້ຂອງເນື້ອໜັງແມ່ນມາຈາກຊາຕານ ເຊິ່ງພຣະເຈົ້າເວົ້ານັ້ນແມ່ນຖືກຕ້ອງທີ່ສຸດ, ແຕ່ຄວາມຈິງທີ່ພຣະເຈົ້າປະຕິບັດບໍ່ໄດ້ເປັນໄປຕາມພຣະທຳຂອງພຣະອົງ. ພຣະອົງສາບແຊ່ງເຈົ້າເພື່ອເຈົ້າຈະຮັກພຣະອົງ ແລະ ເພື່ອເຈົ້າຈະໄດ້ຮູ້ຈັກທາດແທ້ຂອງເນື້ອໜັງ; ພຣະອົງຂ້ຽນຕີເຈົ້າເພື່ອປຸກໃຫ້ເຈົ້າຕື່ນ, ເພື່ອເຮັດໃຫ້ເຈົ້າຮູ້ຈັກຂໍ້ບົກຜ່ອງທີ່ຢູ່ພາຍໃນຕົວເຈົ້າ ແລະ ເພື່ອຮູ້ຈັກຄວາມບໍ່ມີຄ່າທັງໝົດຂອງມະນຸດ. ສະນັ້ນ, ຄຳສາບແຊ່ງຂອງພຣະເຈົ້າ, ການພິພາກສາຂອງພຣະອົງ ແລະ ລິດທານຸພາບ ແລະ ຄວາມໂກດຮ້າຍຂອງພຣະອົງ, ສິ່ງເຫຼົ່ານີ້ແມ່ນມີເພື່ອເຮັດໃຫ້ມະນຸດສົມບູນ. ທຸກສິ່ງທີ່ພຣະເຈົ້າກະທຳໃນປັດຈຸບັນ ແລະ ອຸປະນິໄສທີ່ຊອບທຳທີ່ພຣະເຈົ້າເປີດເຜີຍພາຍໃນພວກເຈົ້າ, ທຸກສິ່ງແມ່ນເພື່ອເຮັດໃຫ້ມະນຸດສົມບູນ ແລະ ສິ່ງດັ່ງກ່າວແມ່ນຄວາມຮັກຂອງພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເມື່ອເຈົ້າປະສົບກັບການທົດລອງທີ່ເຈັບປວດເທົ່ານັ້ນ ເຈົ້າຈຶ່ງສາມາດຮູ້ຈັກຄວາມເປັນຕາຮັກຂອງພຣະເຈົ້າ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ