ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 444
ຄົນໆໜຶ່ງຈະມາເຂົ້າກ່ຽວກັບລາຍລະອຽດຂອງວິນຍານໄດ້ແນວໃດ? ພຣະວິນຍານບໍລິສຸດປະຕິບັດພາລະກິດໃນມະນຸດແນວໃດ? ຊາຕານປະຕິບັດພາລະກິດໃນມະນຸດແນວໃດ?...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ບາງຄົນຖາມວ່າ: “ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງພາລະກິດທີ່ພຣະເຈົ້າທີ່ບັງເກີດເປັນມະນຸດປະຕິບັດ ແລະ ພາລະກິດທີ່ຜູ້ປະກາດພຣະທຳ ແລະ ສາວົກທີ່ຢູ່ໃນອະດີດໄດ້ປະຕິບັດ? ເດວິດກໍຖືກເອີ້ນວ່າພຣະຜູ້ເປັນເຈົ້າເຊັ່ນກັນ ແລະ ພຣະເຢຊູກໍຖືກເອີ້ນຄືກັນ; ເຖິງແມ່ນພາລະກິດທີ່ພວກເຂົາປະຕິບັດແມ່ນແຕກຕ່າງກັນ, ພວກເຂົາກໍຖືກເອີ້ນແບບດຽວກັນ. ຈົ່ງບອກເຮົາເບິ່ງ, ເປັນຫຍັງຕົວຕົນຂອງພວກເຂົາຈຶ່ງບໍ່ຄືກັນ? ສິ່ງທີ່ໂຢຮັນໄດ້ເຫັນກໍຄືນິມິດ ເຊິ່ງມາຈາກພຣະວິນຍານບໍລິສຸດ ແລະ ເພິ່ນສາມາດເວົ້າເຖິງພຣະທຳທີ່ພຣະວິນຍານບໍລິສຸດເຈດຕະນາທີ່ຈະເວົ້າ; ເປັນຫຍັງຕົວຕົນຂອງໂຢຮັນຈຶ່ງແຕກຕ່າງຈາກຕົວຕົນຂອງພຣະເຢຊູ?” ພຣະທຳທີ່ພຣະເຢຊູກ່າວແມ່ນສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ຢ່າງສົມບູນ ແລະ ເປັນຕົວແທນໃຫ້ກັບພາລະກິດຂອງພຣະເຈົ້າຢ່າງສົມບູນ. ສິ່ງທີ່ໂຢຮັນເຫັນແມ່ນນິມິດ ແລະ ເພິ່ນກໍບໍ່ສາມາດເປັນຕົວແທນໃຫ້ກັບພາລະກິດຂອງພຣະເຈົ້າໄດ້ຢ່າງສົມບູນ. ເປັນຫຍັງເມື່ອໂຢຮັນ, ເປໂຕ ແລະ ໂປໂລກ່າວຄຳເວົ້າຫຼາຍຄຳ ດັ່ງທີ່ພຣະເຢຊູກ່າວ ແຕ່ພວກເຂົາກໍບໍ່ມີຕົວຕົນແບບດຽວກັບພຣະເຢຊູ? ຫຼັກໆແມ່ນເປັນຍ້ອນພາລະກິດທີ່ພວກເຂົາປະຕິບັດນັ້ນແຕກຕ່າງກັນ. ພຣະເຢຊູເປັນຕົວແທນໃຫ້ກັບພຣະວິນຍານຂອງພຣະເຈົ້າ ແລະ ເປັນພຣະວິນຍານຂອງພຣະເຈົ້າທີ່ປະຕິບັດພາລະກິດໂດຍກົງ. ພຣະອົງປະຕິບັດພາລະກິດຂອງຍຸກໃໝ່ ເຊິ່ງເປັນພາລະກິດທີ່ບໍ່ມີໃຜເຄີຍປະຕິບັດມາກ່ອນ. ພຣະອົງເປີດຫົນທາງໃໝ່, ພຣະອົງເປັນຕົວແທນໃຫ້ກັບພຣະເຢໂຮວາ ແລະ ພຣະອົງເປັນຕົວແທນໃຫ້ກັບພຣະເຈົ້າເອງ, ໃນຂະນະທີ່ເປໂຕ, ໂປໂລ ແລະ ເດວິດ, ບໍ່ວ່າພວກເຂົາຈະຖືກເອີ້ນວ່າແນວໃດກໍຕາມ ພວກເຂົາພຽງແຕ່ເປັນຕົວແທນໃຫ້ກັບສິ່ງມີຊີວິດຂອງພຣະເຈົ້າ ແລະ ຖືກພຣະເຢຊູ ຫຼື ພຣະເຢໂຮວາສົ່ງມາ. ສະນັ້ນ ບໍ່ວ່າພາລະກິດທີ່ພວກເຂົາປະຕິບັດນັ້ນມີຫຼາຍສໍ່າໃດກໍຕາມ, ບໍ່ວ່າສິ່ງອັດສະຈັນທີ່ພວກເຂົາປະຕິບັດນັ້ນຍິ່ງໃຫຍ່ສໍ່າໃດກໍຕາມ, ພວກເຂົາກໍຍັງເປັນພຽງສິ່ງຖືກສ້າງຂອງພຣະເຈົ້າ ແລະ ບໍ່ສາມາດເປັນຕົວແທນໃຫ້ກັບພຣະວິນຍານຂອງພຣະເຈົ້າໄດ້. ພວກເຂົາປະຕິບັດພາລະກິດໃນນາມຂອງພຣະເຈົ້າ ຫຼື ປະຕິບັດພາລະກິດຫຼັງຈາກທີ່ພຣະເຈົ້າໄດ້ສົ່ງມາ; ຍິ່ງໄປກວ່ານັ້ນ ພວກເຂົາປະຕິບັດພາລະກິດໃນຍຸກທີ່ພຣະເຢຊູ ຫຼື ພຣະເຢໂຮວາເປັນຜູ້ເລີ່ມຕົ້ນ ແລະ ພວກເຂົາບໍ່ໄດ້ປະຕິບັດພາລະກິດອື່ນເລີຍ. ໃນທີ່ສຸດແລ້ວ ພວກເຂົາກໍເປັນພຽງສິ່ງຖືກສ້າງເທົ່ານັ້ນ. ໃນພຣະສັນຍາເດີມ, ຜູ້ປະກາດພຣະທຳກ່າວຄຳພະຍາກອນ ຫຼື ຂຽນໜັງສືແຫ່ງການທຳນາຍ. ບໍ່ມີໃຜເວົ້າວ່າພວກເຂົາເປັນພຣະເຈົ້າ, ແຕ່ທັນທີທີ່ພຣະເຢຊູເລີ່ມປະຕິບັດພາລະກິດ, ພຣະວິນຍານຂອງພຣະເຈົ້າກໍເປັນພະຍານໃຫ້ກັບພຣະອົງໃນຖານະພຣະເຈົ້າ. ເປັນຫຍັງຈຶ່ງເປັນແບບນັ້ນ? ໃນຈຸດນີ້ ເຈົ້າຄວນຮູ້ໄດ້ແລ້ວ! ກ່ອນໜ້ານີ້, ອັກຄະສາວົກ ແລະ ຜູ້ປະກາດພຣະທຳຂຽນຈົດໝາຍຫຼາກຫຼາຍສະບັບ ແລະ ກ່າວຄຳທຳນາຍຫຼາຍຢ່າງ. ໃນເວລາຕໍ່ມາ, ຜູ້ຄົນເລືອກຈົດໝາຍບາງສະບັບເພື່ອບັນທຶກເຂົ້າໃນພຣະຄຳພີ ແລະ ບາງສະບັບກໍສູນເສຍໄປ. ຍ້ອນມີຄົນທີ່ເວົ້າທຸກສິ່ງທີ່ພວກເຂົາເວົ້າແມ່ນມາຈາກພຣະວິນຍານບໍລິສຸດ, ເປັນຫຍັງຈົດໝາຍບາງສະບັບຈຶ່ງຖືວ່າດີ ແລະ ບາງສະບັບຖືວ່າບໍ່ດີ? ແລ້ວເປັນຫຍັງບາງສະບັບຈຶ່ງຖືກເລືອກ ແລະ ບາງສະບັບບໍ່ຖືກເລືອກ? ຖ້າຈົດໝາຍເຫຼົ່ານັ້ນແມ່ນພຣະທຳທີ່ພຣະວິນຍານບໍລິສຸດໄດ້ກ່າວໄວ້ແທ້ໆ, ມັນຈຳເປັນບໍທີ່ຈະໃຫ້ຜູ້ຄົນຄັດເລືອກພວກມັນ? ເປັນຫຍັງພຣະທຳທີ່ພຣະເຢຊູກ່າວ ແລະ ພາລະກິດທີ່ພຣະອົງປະຕິບັດຈຶ່ງແຕກຕ່າງກັນໃນພຣະກິດຕິຄຸນທັງສີ່? ນີ້ບໍ່ແມ່ນຂໍ້ຜິດພາດຂອງຄົນທີ່ບັນທຶກພວກມັນບໍ? ບາງຄົນຈະຖາມວ່າ “ຍ້ອນຈົດໝາຍຖືກຂຽນຂຶ້ນໂດຍໂປໂລ ແລະ ນັກປະພັນຄົນອື່ນໆໃນພຣະສັນຍາໃໝ່ ແລະ ບາງສ່ວນຂອງພາລະກິດທີ່ພວກເຂົາປະຕິບັດກໍເກີດຈາກຄວາມປະສົງຂອງມະນຸດ ແລະ ເຈືອປົນກັບແນວຄິດຂອງມະນຸດ, ແລ້ວມັນຈະບໍ່ມີຄວາມບໍ່ບໍລິສຸດຂອງມະນຸດໃນພຣະທຳທີ່ພຣະອົງ (ພຣະເຈົ້າ) ກ່າວໃນປັດຈຸບັນບໍ? ພຣະທຳເຫຼົ່ານັ້ນປາສະຈາກແນວຄິດຂອງມະນຸດແທ້ບໍ?” ຂັ້ນຕອນນີ້ຂອງພາລະກິດທີ່ພຣະເຈົ້າປະຕິບັດແມ່ນແຕກຕ່າງຈາກຂັ້ນຕອນທີ່ໂປໂລ ແລະ ອັກຄະສາວົກ ແລະ ຜູ້ປະກາດພຣະທຳຄົນອື່ນໆປະຕິບັດທັງສິ້ນ. ບໍ່ແມ່ນແຕ່ວ່າມີຄວາມແຕກຕ່າງໃນຕົວຕົນ, ແຕ່ຫຼັກໆແລ້ວແມ່ນມີຄວາມແຕກຕ່າງໃນພາລະກິດທີ່ຖືກປະຕິບັດ. ຫຼັງຈາກທີ່ໂປໂລຖືກຕີໃຫ້ລົ້ມ ແລະ ລົ້ມລົງຕໍ່ໜ້າພຣະຜູ້ເປັນເຈົ້າ, ເພິ່ນກໍຖືກນໍາພາໂດຍພຣະວິນຍານບໍລິສຸດເພື່ອປະຕິບັດພາລະກິດ ແລະ ເພິ່ນກາຍເປັນຄົນທີ່ຖືກສົ່ງມາ. ສະນັ້ນ ເພິ່ນຈຶ່ງຂຽນຈົດໝາຍໄປຫາຄຣິສຕະຈັກ ແລະ ຈົດໝາຍເຫຼົ່ານັ້ນກໍລ້ວນແລ້ວແຕ່ອີງຕາມຄຳສັ່ງສອນຂອງພຣະເຢຊູ. ໂປໂລຖືກສົ່ງໂດຍພຣະຜູ້ເປັນເຈົ້າໃຫ້ເຮັດພາລະກິດໃນນາມຂອງພຣະເຢຊູເຈົ້າ, ແຕ່ເມື່ອພຣະເຈົ້າເອງສະເດັດມາ, ພຣະອົງບໍ່ໄດ້ປະຕິບັດພາລະກິດໂດຍໃຊ້ຊື່ອື່ນໃດ ແລະ ບໍ່ໄດ້ເປັນຕົວແທນໃຫ້ກັບຜູ້ໃດ ນອກຈາກພຣະວິນຍານຂອງພຣະເຈົ້າທີ່ຢູ່ໃນພາລະກິດຂອງພຣະອົງເອງ. ພຣະເຈົ້າສະເດັດມາເພື່ອປະຕິບັດພາລະກິດຂອງພຣະອົງໂດຍກົງ: ພຣະອົງບໍ່ໄດ້ຖືກມະນຸດເຮັດໃຫ້ສົມບູນ ແລະ ພາລະກິດຂອງພຣະອົງບໍ່ໄດ້ຖືກປະຕິບັດອີງຕາມຄຳສັ່ງສອນຂອງມະນຸດຄົນໃດຄົນໜຶ່ງ. ໃນຂັ້ນຕອນນີ້ຂອງພາລະກິດ, ພຣະເຈົ້າບໍ່ໄດ້ນໍາພາໂດຍການເວົ້າເຖິງປະສົບການສ່ວນຕົວຂອງພຣະອົງ, ແຕ່ກົງກັນຂ້າມ ພຣະອົງປະຕິບັດພາລະກິດຂອງພຣະອົງໂດຍກົງ ຕາມສິ່ງທີ່ພຣະອົງມີ. ຕົວຢ່າງເຊັ່ນ: ການທົດລອງຂອງຜູ້ບໍລິການ, ເວລາແຫ່ງການຂ້ຽນຕີ, ການທົດລອງແຫ່ງຄວາມຕາຍ, ເວລາແຫ່ງການຮັກພຣະເຈົ້າ... ສິ່ງນີ້ລ້ວນແລ້ວແຕ່ເປັນພາລະກິດທີ່ບໍ່ເຄີຍຖືກປະຕິບັດມາກ່ອນ ແລະ ເປັນພາລະກິດທີ່ຢູ່ໃນຍຸກປັດຈຸບັນ ແທນທີ່ຈະຢູ່ໃນປະສົບການຂອງມະນຸດ. ໃນພຣະທຳທີ່ເຮົາກ່າວ, ອັນໃດແມ່ນປະສົບການຂອງມະນຸດ? ພວກມັນບໍ່ແມ່ນລ້ວນແລ້ວແຕ່ມາຈາກພຣະວິນຍານໂດຍກົງບໍ ແລະ ພວກມັນບໍ່ໄດ້ຖືກປະກາດອອກໂດຍພຣະວິນຍານບໍ? ມັນເປັນຍ້ອນຄວາມສາມາດຂອງເຈົ້າຕໍ່າຫຼາຍ ເຈົ້າຈຶ່ງບໍ່ສາມາດເຫັນຜ່ານຄວາມຈິງໄດ້! ຫົນທາງຕົວຈິງແຫ່ງຊີວິດທີ່ເຮົາກ່າວເຖິງແມ່ນການນໍາພາໃນເສັ້ນທາງ ແລະ ບໍ່ມີໃຜເຄີຍເວົ້າມາກ່ອນ ຫຼື ບໍ່ມີໃຜເຄີຍຜະເຊີນກັບເສັ້ນທາງນີ້ ຫຼື ຮູ້ຈັກຄວາມຈິງນີ້. ກ່ອນທີ່ເຮົາຈະກ່າວພຣະທຳເຫຼົ່ານີ້ອອກມາ, ບໍ່ມີໃຜເຄີຍກ່າວພຣະທຳເຫຼົ່ານັ້ນມາກ່ອນ. ບໍ່ມີໃຜເຄີຍເວົ້າເຖິງປະສົບການດັ່ງກ່າວ ຫຼື ພວກເຂົາບໍ່ເຄີຍເວົ້າເຖິງລາຍລະອຽດດັ່ງກ່າວ ແລະ ຍິ່ງໄປກວ່ານັ້ນ ບໍ່ມີໃຜເຄີຍຊີ້ເຖິງສະພາວະດັ່ງກ່າວເພື່ອເປີດເຜີຍສິ່ງເຫຼົ່ານີ້. ບໍ່ມີໃຜເຄີຍນໍາພາເສັ້ນທາງທີ່ເຮົານໍາໃນປັດຈຸບັນ ແລະ ຖ້າມະນຸດໄດ້ນໍາພາມາກ່ອນ, ແລ້ວມັນກໍຈະບໍ່ແມ່ນຫົນທາງໃໝ່. ລອງເອົາໂປໂລ ແລະ ເປໂຕເປັນຕົວຢ່າງ: ພວກເພິ່ນບໍ່ມີປະສົບການສ່ວນຕົວຂອງພວກເພິ່ນເອງກ່ອນທີ່ພຣະເຢຊູຈະນໍາພາເສັ້ນທາງ. ພຽງແຕ່ຫຼັງຈາກທີ່ພຣະເຢຊູນໍາພາເສັ້ນທາງນັ້ນ ພວກເພິ່ນຈຶ່ງຜະເຊີນກັບພຣະທຳທີ່ກ່າວໄວ້ໂດຍພຣະເຢຊູ ແລະ ເສັ້ນທາງທີ່ພຣະອົງນໍາພາ; ຈາກສິ່ງນັ້ນ ພວກເພິ່ນໄດ້ຮັບປະສົບການຢ່າງຫຼາຍ ແລະ ຂຽນຈົດໝາຍຫຼາຍສະບັບ. ດ້ວຍເຫດນັ້ນ ປະສົບການຂອງມະນຸດຈຶ່ງບໍ່ຄືກັບພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າກໍບໍ່ຄືກັບຄວາມຮູ້ທີ່ບັນລະຍາຍໂດຍແນວຄິດ ແລະ ປະສົບການຂອງມະນຸດ. ເຮົາໄດ້ກ່າວຄັ້ງແລ້ວຄັ້ງເລົ່າວ່າ ໃນປັດຈຸບັນ ເຮົາກໍາລັງນຳພາເສັ້ນທາງໃໝ່ ແລະ ປະຕິບັດພາລະກິດໃໝ່ ແລະ ພາລະກິດ ແລະ ຖ້ອຍຄຳຂອງເຮົາກໍແຕກຕ່າງຈາກຂອງໂຢຮັນ ແລະ ຜູ້ປະກາດພຣະທຳຄົນອື່ນໆ. ເຮົາບໍ່ເຄີຍໄດ້ຮັບປະສົບການມາກ່ອນ ແລ້ວກ່າວພວກມັນຕໍ່ພວກເຈົ້າ, ສິ່ງນີ້ບໍ່ແມ່ນຄວາມຈິງເລີຍ. ຖ້າມັນເປັນແບບນັ້ນ, ສິ່ງນັ້ນຈະບໍ່ໄດ້ເຮັດໃຫ້ພວກເຈົ້າຊັກຊ້າແຕ່ດົນແລ້ວບໍ? ໃນອະດີດ ຄວາມຮູ້ທີ່ຫຼາຍຄົນເວົ້າເຖິງກໍສູງສົ່ງເຊັ່ນກັນ, ແຕ່ຄຳເວົ້າທຸກຄຳຂອງພວກເຂົາພຽງແຕ່ເວົ້າອອກໂດຍອີງຕາມຄຳເວົ້າຂອງຄົນທີ່ເອີ້ນກັນວ່າເປັນບຸກຄົນຝ່າຍວິນຍານ. ພວກເຂົາບໍ່ໄດ້ນໍາທາງ, ແຕ່ມາຈາກປະສົບການຂອງພວກເຂົາເອງ, ມາຈາກສິ່ງທີ່ພວກເຂົາເຫັນ ແລະ ຈາກຄວາມຮູ້ຂອງພວກເຂົາ. ບາງສິ່ງກໍເປັນແນວຄິດຂອງພວກເຂົາ ແລະ ບາງຢ່າງກໍປະກອບດ້ວຍປະສົບການທີ່ພວກເຂົາໄດ້ສະຫຼຸບໄວ້ແລ້ວ. ໃນປັດຈຸບັນ, ທຳມະຊາດແຫ່ງພາລະກິດຂອງເຮົາແມ່ນແຕກຕ່າງຈາກພວກເຂົາທັງສິ້ນ. ເຮົາບໍ່ເຄີຍຜະເຊີນກັບການຖືກຄົນອື່ນນໍາພາ ຫຼື ເຮົາບໍ່ເຄີຍຍອມໃຫ້ຄົນອື່ນເຮັດໃຫ້ສົມບູນ. ຍິ່ງໄປກວ່ານັ້ນ ທຸກສິ່ງທີ່ເຮົາໄດ້ກ່າວ ແລະ ສົນທະນາແມ່ນບໍ່ຄືກັບຄົນອື່ນ ແລະ ບໍ່ມີໃຜເຄີຍກ່າວເຖິງເລີຍ. ໃນປັດຈຸບັນ ບໍ່ວ່າພວກເຈົ້າຈະເປັນຜູ້ໃດກໍຕາມ ພາລະກິດຂອງພວກເຈົ້າແມ່ນຖືກປະຕິບັດບົນພື້ນຖານຂອງພຣະທຳທີ່ເຮົາໄດ້ກ່າວ. ຫາກປາສະຈາກຖ້ອຍຄຳ ແລະ ພາລະກິດເຫຼົ່ານີ້, ຜູ້ໃດຈະສາມາດຜະເຊີນກັບສິ່ງເຫຼົ່ານີ້ໄດ້ (ການທົດລອງຂອງຜູ້ບໍລິການ, ເວລາແຫ່ງການຂ້ຽນຕີ...) ແລະ ຜູ້ໃດຈະສາມາດເວົ້າເຖິງຄວາມຮູ້ດັ່ງກ່າວໄດ້? ເຈົ້າບໍ່ສາມາດເຫັນສິ່ງນີ້ແທ້ບໍ? ບໍ່ວ່າຈະເປັນຂັ້ນຕອນໃດໃນພາລະກິດກໍຕາມ, ທັນທີທີ່ພຣະທຳຂອງເຮົາຖືກກ່າວອອກມາ, ພວກເຈົ້າເລີ່ມສົນທະນາຕາມພຣະທຳຂອງເຮົາ ແລະ ປະຕິບັດພາລະກິດຕາມພຣະທຳເຫຼົ່ານັ້ນ ແລະ ມັນບໍ່ແມ່ນວິທີທີ່ຄົນໃດຄົນໜຶ່ງໃນພວກເຈົ້າໄດ້ຄິດມາກ່ອນ. ເມື່ອມາໄກປານນີ້ແລ້ວ ເຈົ້າຍັງບໍ່ສາມາດເຫັນຄຳຖາມທີ່ແຈ່ມແຈ້ງ ແລະ ທຳມະດານັ້ນບໍ? ມັນບໍ່ແມ່ນວິທີທີ່ບາງຄົນຈະຄິດຂຶ້ນເອງໄດ້ ຫຼື ມັນບໍ່ໄດ້ອີງຕາມຄວາມຄິດຂອງບຸກຄົນຝ່າຍວິນຍານ. ມັນເປັນເສັ້ນທາງໃໝ່ ແລະ ແມ່ນແຕ່ພຣະທຳຫຼາຍຂໍ້ທີ່ພຣະເຢຊູເຄີຍກ່າວໄວ້ກໍໃຊ້ບໍ່ໄດ້ອີກຕໍ່ໄປ. ສິ່ງທີ່ເຮົາກ່າວເຖິງແມ່ນພາລະກິດແຫ່ງການເປີດຍຸກໃໝ່ ແລະ ມັນເປັນພາລະກິດທີ່ເປັນອິດສະຫຼະ; ພາລະກິດທີ່ເຮົາປະຕິບັດ ແລະ ພຣະທຳທີ່ເຮົາກ່າວເຖິງລ້ວນແລ້ວແຕ່ເປັນສິ່ງໃໝ່. ສິ່ງນີ້ບໍ່ແມ່ນພາລະກິດໃໝ່ໃນປັດຈຸບັນບໍ? ພາລະກິດຂອງພຣະເຢຊູກໍເປັນແບບນີ້ເຊັ່ນກັນ. ພາລະກິດຂອງພຣະອົງແມ່ນແຕກຕ່າງຈາກຄົນທີ່ຢູ່ໃນພຣະວິຫານເຊັ່ນກັນ ແລະ ພ້ອມນັ້ນ ມັນກໍຍັງແຕກຕ່າງຈາກພາລະກິດຂອງພວກຟາຣິຊາຍອີກດ້ວຍ ຫຼື ມັນບໍ່ໄດ້ມີລັກສະນະຄ້າຍຄືກັບສິ່ງທີ່ປະຊາຊົນອິດສະຣາເອນທຸກຄົນປະຕິບັດ. ຫຼັງຈາກທີ່ໄດ້ເຫັນເຖິງສິ່ງນັ້ນ ຜູ້ຄົນກໍບໍ່ສາມາດຕັດສິນໃຈໄດ້: “ພຣະເຈົ້າເປັນຜູ້ປະຕິບັດແທ້ບໍ?” ພຣະເຢຊູບໍ່ໄດ້ຖືກົດບັນຍັດຂອງພຣະເຢໂຮວາ; ເມື່ອພຣະອົງມາເພື່ອສັ່ງສອນມະນຸດ, ທຸກສິ່ງທີ່ພຣະອົງກ່າວກໍໃໝ່ ແລະ ແຕກຕ່າງຈາກສິ່ງທີ່ໄພ່ພົນໃນຍຸກບູຮານ ແລະ ຜູ້ປະກາດພຣະທຳແຫ່ງພຣະສັນຍາເດີມໄດ້ກ່າວໄວ້ ແລະ ຍ້ອນສິ່ງນີ້ ຜູ້ຄົນຍັງຄົງບໍ່ແນ່ໃຈ. ນີ້ແມ່ນສິ່ງທີ່ເຮັດໃຫ້ມະນຸດຖືກຈັດການໄດ້ຍາກ. ກ່ອນການຮັບເອົາຂັ້ນຕອນໃໝ່ນີ້ຂອງພາລະກິດ, ເສັ້ນທາງທີ່ພວກເຈົ້າສ່ວນໃຫຍ່ຍ່າງກໍຄືການປະຕິບັດ ແລະ ເຂົ້າສູ່ ໂດຍອີງຕາມພື້ນຖານຂອງເສັ້ນທາງຂອງບຸກຄົນຝ່າຍວິນຍານເຫຼົ່ານັ້ນ. ແຕ່ໃນປັດຈຸບັນ, ພາລະກິດທີ່ເຮົາປະຕິບັດແມ່ນແຕກຕ່າງກັນຢ່າງໃຫຍ່ຫຼວງ ແລະ ສະນັ້ນ ພວກເຈົ້າຈຶ່ງບໍ່ສາມາດຕັດສິນໃຈໄດ້ວ່າມັນຖືກຕ້ອງ ຫຼື ບໍ່. ເຮົາບໍ່ສົນໃຈວ່າເຈົ້າຍ່າງໃນເສັ້ນທາງໃດມາກ່ອນ ຫຼື ເຮົາບໍ່ສົນໃຈວ່າເຈົ້າກິນ “ອາຫານ” ຂອງໃຜ ຫຼື ເຈົ້າຮັບເອົາຜູ້ໃດເປັນ “ພໍ່” ຂອງເຈົ້າ. ຍ້ອນເຮົາໄດ້ມາ ແລະ ນໍາເອົາພາລະກິດໃໝ່ມາເພື່ອນໍາພາມະນຸດ, ທຸກຄົນທີ່ຕິດຕາມເຮົາກໍຕ້ອງປະຕິບັດຕາມສິ່ງທີ່ເຮົາກ່າວ. ບໍ່ວ່າເຈົ້າຈະມາຈາກ “ຄອບຄົວ” ທີ່ຍິ່ງໃຫຍ່ສໍ່າໃດກໍຕາມ, ເຈົ້າກໍຕ້ອງຕິດຕາມເຮົາ, ເຈົ້າຕ້ອງບໍ່ປະພຶດຕາມການປະຕິບັດກ່ອນໜ້ານີ້ຂອງເຈົ້າ, “ພໍ່ລ້ຽງ” ຂອງເຈົ້າຄວນຫຼີກທາງ ແລະ ເຈົ້າຄວນມາຢູ່ຕໍ່ໜ້າພຣະເຈົ້າຂອງເຈົ້າເພື່ອສະແຫວງຫາສ່ວນແບ່ງທີ່ຄວນເປັນຂອງເຈົ້າ. ທັງໝົດຂອງເຈົ້າແມ່ນຢູ່ໃນມືຂອງເຮົາ ແລະ ເຈົ້າບໍ່ຄວນອຸທິດຄວາມເຊື່ອຢ່າງຫຼັບຫູຫຼັບຕາຫຼາຍເກີນໄປກັບພໍ່ລ້ຽງຂອງເຈົ້າ; ເຂົາບໍ່ສາມາດຄວບຄຸມເຈົ້າໄດ້ຢ່າງສົມບູນ. ພາລະກິດໃນປັດຈຸບັນເກີດຂຶ້ນໂດຍບໍ່ຂຶ້ນກັບຫຍັງ. ທຸກສິ່ງທີ່ເຮົາເວົ້າໃນມື້ນີ້ບໍ່ໄດ້ອີງບົນພື້ນຖານທີ່ມາຈາກອະດີດຢ່າງແນ່ນອນ; ມັນເປັນການເລີ່ມຕົ້ນໃໝ່ ແລະ ຖ້າເຈົ້າເວົ້າວ່າ ມັນຖືກສ້າງຂຶ້ນໂດຍມືຂອງມະນຸດ, ແລ້ວເຈົ້າກໍເປັນຄົນທີ່ຕາບອດຫຼາຍຈົນເກີນທີ່ຈະຊ່ວຍໃຫ້ລອດພົ້ນໄດ້!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວ່າດ້ວຍເລື່ອງຕໍາແໜ່ງ ແລະ ຕົວຕົນ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຄົນໆໜຶ່ງຈະມາເຂົ້າກ່ຽວກັບລາຍລະອຽດຂອງວິນຍານໄດ້ແນວໃດ? ພຣະວິນຍານບໍລິສຸດປະຕິບັດພາລະກິດໃນມະນຸດແນວໃດ? ຊາຕານປະຕິບັດພາລະກິດໃນມະນຸດແນວໃດ?...
ພວກເຈົ້າທຸກຄົນຄວນກວດສອບຊີວິດຂອງພວກເຈົ້າໃໝ່ ໃນການເຊື່ອໃນພຣະເຈົ້າ ເພື່ອເບິ່ງວ່າ ໃນການຕິດຕາມພຣະເຈົ້ານັ້ນ ເຈົ້າໄດ້ເຂົ້າໃຈຢ່າງແທ້ຈິງ,...
ພາລະກິດແຫ່ງຍຸກສຸດທ້າຍແມ່ນເພື່ອກ່າວພຣະທໍາ. ການປ່ຽນແປງຄັ້ງຍິ່ງໃຫຍ່ຈະເກີດຜົນໃນມະນຸດໂດຍຜ່ານວິທີທາງແຫ່ງພຣະທໍາ....
ພາລະກິດສາມຂັ້ນຕອນແມ່ນຫົວໃຈຂອງການຄຸ້ມຄອງທັງໝົດຂອງພຣະເຈົ້າ ແລະ ພວກມັນສຳແດງໃຫ້ເຫັນເຖິງອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງເປັນ....