ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 137
03 ເດືອນທັນວາ 2025
ເມື່ອພຣະເຈົ້າລົງມາເທິງແຜ່ນດິນໂລກ, ພຣະອົງປະຕິບັດພາລະກິດຂອງພຣະອົງພາຍໃນຄວາມເປັນພຣະເຈົ້າເທົ່ານັ້ນ ເຊິ່ງແມ່ນສິ່ງທີ່ພຣະວິນຍານແຫ່ງສະຫວັນໄດ້ມອບໝາຍໃຫ້ກັບພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດ. ເມື່ອພຣະອົງລົງມາ, ພຣະອົງເວົ້າຢູ່ທົ່ວທຸກແຫ່ງຫົນເທົ່ານັ້ນ ເພື່ອກ່າວພຣະຄຳຂອງພຣະອົງດ້ວຍວິທີການຕ່າງໆ ແລະ ຈາກຫຼາກຫຼາຍມຸມມອງ. ຫຼັກໆແລ້ວພຣະອົງຖືເອົາການສະໜອງໃຫ້ແກ່ມະນຸດ ແລະ ການສິດສອນມະນຸດເປັນເປົ້າໝາຍ ແລະ ຫຼັກການຂອງພາລະກິດຂອງພຣະອົງ ແລະ ພຣະອົງບໍ່ໄປພົວພັນກັບສິ່ງດັ່ງກ່າວເຊັ່ນຄວາມສໍາພັນລະຫວ່າງຄົນ ຫຼື ລາຍລະອຽດຂອງຊີວິດຂອງຜູ້ຄົນ. ພັນທະກິດຫຼັກຂອງພຣະອົງແມ່ນການກ່າວແທນພຣະວິນຍານ. ນັ້ນກໍຄືເມື່ອພຣະວິນຍານຂອງພຣະເຈົ້າປະກົດໃນເນື້ອໜັງທີ່ຈັບຕ້ອງໄດ້, ພຣະອົງແມ່ນພຽງສະໜອງໃຫ້ແກ່ຊີວິດມະນຸດ ແລະ ເປີດເຜີຍຄວາມຈິງ. ພຣະອົງບໍ່ພົວພັນກັບວຽກງານຂອງມະນຸດ ເຊິ່ງກໍຄື ພຣະອົງບໍ່ມີສ່ວນໃນວຽກງານຂອງມະນຸດ. ມະນຸດບໍ່ສາມາດປະຕິບັດພາລະກິດສັກສິດໄດ້ ແລະ ພຣະເຈົ້າຈະບໍ່ພົວພັນໃນວຽກງານຂອງມະນຸດ. ຕະຫຼອດຫຼາຍປີທີ່ຜ່ານມາ ນັບຕັ້ງແຕ່ພຣະເຈົ້າໄດ້ມາສູ່ໂລກນີ້ ເພື່ອປະຕິບັດພາລະກິດຂອງພຣະອົງ, ພຣະອົງໄດ້ກະທໍາພາລະກິດຜ່ານຜູ້ຄົນຕະຫຼອດມາ. ແນວໃດກໍ່ຕາມ ແຕ່ບໍ່ສາມາດຖືວ່າ ຜູ້ຄົນເຫຼົ່ານີ້ເປັນພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດ. ພວກເຂົາເປັນພຽງຜູ້ຄົນທີ່ພຣະເຈົ້ານໍາໃຊ້ເທົ່ານັ້ນ. ໃນຂະນະດຽວກັນ, ພຣະເຈົ້າໃນປັດຈຸບັນສາມາດກ່າວຈາກມຸມມອງຂອງຄວາມເປັນພຣະເຈົ້າໂດຍກົງໄດ້ ໂດຍສົ່ງສຽງຂອງພຣະວິນຍານອອກ ແລະ ເຮັດພາລະກິດແທນພຣະວິນຍານ. ໃນທໍານອງດຽວກັນ, ທຸກຄົນທີ່ພຣະເຈົ້ານໍາໃຊ້ໃນຫຼາຍຍຸກຫຼາຍສະໄໝຜ່ານມາແມ່ນຕົວຢ່າງຂອງການເຮັດພາລະກິດຂອງພຣະວິນຍານຂອງພຣະເຈົ້າໃນຮ່າງກາຍທີ່ເປັນເນື້ອໜັງ ແລ້ວເປັນຫຍັງຈຶ່ງບໍ່ສາມາດເອີ້ນພວກເຂົາວ່າເປັນພຣະເຈົ້າໄດ້? ແຕ່ພຣະເຈົ້າໃນທຸກມື້ນີ້ຍັງແມ່ນພຣະວິນຍານຂອງພຣະເຈົ້າທີ່ກະທໍາພາລະກິດໃນເນື້ອໜັງໂດຍກົງ ແລະ ພຣະເຢຊູກໍແມ່ນພຣະວິນຍານຂອງພຣະເຈົ້າທີ່ປະຕິບັດພາລະກິດໃນເນື້ອໜັງເຊັ່ນດຽວກັນ; ທັງສອງແມ່ນເອີ້ນວ່າພຣະເຈົ້າ. ແລ້ວແມ່ນຫຍັງຄືຄວາມແຕກຕ່າງ? ຜູ້ຄົນທີ່ພຣະເຈົ້າໃຊ້ໃນຫຼາຍຍຸກຫຼາຍສະໄໝແມ່ນລ້ວນແລ້ວແຕ່ສາມາດສະແດງແນວຄິດ ແລະ ເຫດຜົນຢ່າງປົກກະຕິ. ພວກເຂົາລ້ວນເຂົ້າໃຈເຖິງຫຼັກການໃນການປະພຶດຂອງມະນຸດ. ພວກເຂົາມີແນວຄິດປົກກະຕິແບບມະນຸດ ແລະ ມີທຸກສິ່ງທີ່ຜູ້ຄົນປົກກະຕິຄວນມີ. ສ່ວນໃຫຍ່ພວກເຂົາມີຄວາມສາມາດພິເສດ ແລະ ສະຕິປັນຍາມາແຕ່ເກີດ. ໃນການກະທໍາພາລະກິດຕໍ່ຜູ້ຄົນເຫຼົ່ານີ້ ພຣະວິນຍານຂອງພຣະເຈົ້າໄດ້ນໍາໃຊ້ພອນສະຫວັນຂອງພວກເຂົາ ເຊິ່ງເປັນພອນສະຫວັນທີ່ພຣະເຈົ້າປະທານໃຫ້ພວກເຂົາຢູ່ແລ້ວ. ພຣະວິນຍານຂອງພຣະເຈົ້ານໍາໃຊ້ພອນສະຫວັນຂອງພວກເຂົາ ໂດຍໃຊ້ຈຸດແຂງຂອງພວກເຂົາໃນການຮັບໃຊ້ພຣະເຈົ້າ. ແຕ່ເຖິງຢ່າງນັ້ນກໍຕາມ, ແກ່ນແທ້ຂອງພຣະເຈົ້າແມ່ນປາສະຈາກແນວຄິດ ຫຼື ຄວາມຄິດ, ປາສະຈາກເຈດຕະນາຂອງມະນຸດ ແລະ ແມ່ນແຕ່ຂາດສິ່ງທີ່ມະນຸດທໍາມະດາມີ. ນັ້ນໝາຍຄວາມວ່າ ພຣະອົງບໍ່ມີຄວາມຮູ້ທາງດ້ານຫຼັກການກ່ຽວກັບການປະພຶດຂອງມະນຸດ. ມັນເປັນແນວນີ້ເມື່ອພຣະເຈົ້າໃນປັດຈຸບັນມາສູ່ແຜ່ນດິນໂລກ. ພາລະກິດຂອງພຣະອົງ ແລະ ພຣະທໍາຂອງພຣະອົງແມ່ນບໍ່ໄດ້ປົນກັບເຈດຕະນາ ຫຼື ຄວາມຄິດຂອງມະນຸດ ແຕ່ສິ່ງເຫຼົ່ານັ້ນແມ່ນການສະແດງອອກໂດຍກົງເຖິງເຈດຕະນາຂອງພຣະວິນຍານ ແລະ ພຣະອົງເຮັດພາລະກິດໃນນາມຂອງພຣະເຈົ້າໂດຍກົງ. ນີ້ໝາຍຄວາມວ່າ ພຣະວິນຍານເວົ້າໂດຍກົງ ເຊິ່ງກໍຄື ຄວາມເປັນພຣະເຈົ້າເຮັດພາລະກິດໂດຍກົງໂດຍບໍ່ໄດ້ໄປປົນກັບເຈດຕະນາຂອງມະນຸດແມ່ນແຕ່ໜ້ອຍ. ເວົ້າອີກແບບໜຶ່ງກໍຄື ພຣະເຈົ້າຜູ້ບັງເກີດເປັນມະນຸດແມ່ນສະແດງໃຫ້ເຫັນເຖິງຄວາມເປັນພຣະເຈົ້າໂດຍກົງ ໂດຍປາສະຈາກຄວາມຄິດ ແລະ ແນວຄິດຂອງມະນຸດ ແລະ ບໍ່ມີຄວາມເຂົ້າໃຈໃນຫຼັກການຂອງການປະພຶດຂອງມະນຸດ. ຖ້າມີພຽງແຕ່ຄວາມເປັນພຣະເຈົ້າປະຕິບັດພາລະກິດ (ໝາຍຄວາມວ່າ ຖ້າມີພຽງພຣະເຈົ້າເອງປະຕິບັດພາລະກິດ) ກໍຈະບໍ່ມີທາງທີ່ພາລະກິດຂອງພຣະເຈົ້າຈະຖືກປະຕິບັດຢູ່ເທິງແຜ່ນດິນໂລກ. ສະນັ້ນ ເມື່ອພຣະເຈົ້າມາສູ່ແຜ່ນດິນໂລກ ພຣະອົງຕ້ອງໄດ້ມີກຸ່ມຄົນຈໍານວນໜ້ອຍໜຶ່ງທີ່ພຣະອົງນໍາໃຊ້ເພື່ອເຮັດພາລະກິດພາຍໃນມະນຸດຊາດ ຮ່ວມກັບພາລະກິດທີ່ພຣະເຈົ້າກະທໍາໃນຄວາມເປັນພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ພຣະອົງໃຊ້ວຽກງານຂອງມະນຸດເພື່ອສະໜັບສະໜູນພາລະກິດສັກສິດຂອງພຣະອົງ. ບໍ່ດັ່ງນັ້ນກໍຈະບໍ່ມີທາງທີ່ມະນຸດຈະສາມາດພົວພັນກັບພາລະກິດທີ່ສັກສິດໄດ້ໂດຍກົງ. ມັນເປັນແນວນີ້ສໍາລັບພຣະເຢຊູ ແລະ ອັກຄະສາວົກທັງຫຼາຍຂອງພຣະອົງ. ໃນສະໄໝທີ່ພຣະອົງຢູ່ໃນໂລກ, ພຣະເຢຊູໄດ້ລົບລ້າງພຣະບັນຍັດເກົ່າ ແລະ ສ້າງພຣະບັນຍັດໃໝ່. ພ້ອມນີ້ພຣະອົງໄດ້ກ່າວພຣະທໍາໄວ້ຫຼາຍຂໍ້. ພາລະກິດທັງໝົດນີ້ແມ່ນກະທໍາໃນຄວາມເປັນພຣະເຈົ້າ. ສ່ວນບຸກຄົນອື່ນເຊັ່ນ: ເປໂຕ, ໂປໂລ ແລະ ໂຢຮັນ ລ້ວນແລ້ວແຕ່ອີງພາລະກິດທີ່ເກີດຂຶ້ນພາຍຫຼັງຂອງພວກເຂົາໃສ່ພື້ນຖານພຣະທໍາຂອງພຣະເຢຊູ. ນັ້ນກໍຄື ພຣະເຈົ້າໄດ້ລິເລີ່ມພາລະກິດຂອງພຣະອົງໃນຍຸກນັ້ນ ເຊິ່ງເປັນການນໍາໄປສູ່ການເລີ່ມຕົ້ນຂອງຍຸກແຫ່ງພຣະຄຸນ; ນັ້ນກໍຄື ພຣະອົງໄດ້ນໍາມາຍຸກໃໝ່, ລົບລ້າງຍຸກເກົ່າ ພ້ອມທັງໄດ້ສໍາເລັດຂໍ້ພຣະທໍາທີ່ວ່າ “ພຣະເຈົ້າແມ່ນການເລີ່ມຕົ້ນ ແລະ ການສິ້ນສຸດ”. ເວົ້າອີກແບບໜຶ່ງກໍຄື ມະນຸດຕ້ອງເຮັດວຽກງານຂອງມະນຸດບົນພື້ນຖານຂອງພາລະກິດທີ່ສັກສິດ. ຫລັງຈາກທີ່ພຣະເຢຊູໄດ້ກ່າວໃນສິ່ງທີ່ພຣະອົງຕ້ອງການກ່າວ ແລະ ໄດ້ສໍາເລັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ, ພຣະອົງກໍຈາກມະນຸດໄປ. ຫລັງຈາກນີ້ ທຸກຄົນທີ່ກໍາລັງກະທໍາພາລະກິດ ກໍເຮັດຕາມຫຼັກການທີ່ໄດ້ສະແດງອອກໃນພຣະທໍາຂອງພຣະອົງ ແລະ ປະຕິບັດຕາມຄວາມຈິງທີ່ພຣະອົງໄດ້ກ່າວໄວ້. ຜູ້ຄົນທັງໝົດເຫຼົ່ານີ້ແມ່ນກະທໍາພາລະກິດເພື່ອພຣະເຢຊູ. ຖ້າຫາກມີແຕ່ພຣະເຢຊູກະທໍາພາລະກິດພຽງແຕ່ພຣະອົງເທົ່ານັ້ນ, ບໍ່ວ່າພຣະອົງຈະກ່າວພຣະທໍາຫຼາຍພຽງໃດ ຜູ້ຄົນກໍຈະບໍ່ມີທາງເຂົ້າຮ່ວມກັບພຣະທໍາຂອງພຣະອົງໄດ້ ເພາະວ່າ ພຣະອົງກະທໍາພາລະກິດໃນຄວາມເປັນພຣະເຈົ້າ ແລະ ສາມາດພຽງແຕ່ກ່າວພຣະທໍາໃນຄວາມເປັນພຣະເຈົ້າເທົ່ານັ້ນ ແລະ ພຣະອົງບໍ່ສາມາດອະທິບາຍເຖິງສິ່ງຕ່າງໆເຖິງຈຸດທີ່ຜູ້ຄົນທົ່ວໄປສາມາດເຂົ້າໃຈພຣະທໍາຂອງພຣະອົງໄດ້. ສະນັ້ນ ພຣະອົງຈໍາເປັນຕ້ອງໄດ້ມີອັກຄະສາວົກ ແລະ ສາສະດາ ທີ່ມານໍາຫລັງພຣະອົງເພື່ອຊ່ວຍພາລະກິດຂອງພຣະອົງ. ນີ້ແມ່ນຫຼັກການພຣະເຈົ້າຜູ້ບັງເກີດເປັນມະນຸດເຮັດພາລະກິດຂອງພຣະອົງ ເຊິ່ງນໍາໃຊ້ເນື້ອໜັງທີ່ບັງເກີດເປັນມະນຸດເພື່ອກ່າວ ແລະ ເຮັດພາລະກິດ ເພື່ອໃຫ້ສໍາເລັດພາລະກິດຂອງຄວາມເປັນພຣະເຈົ້າ ແລະ ຫຼັງຈາກນັ້ນກໍໄດ້ນໍາໃຊ້ຜູ້ຄົນສາມສີ່ຄົນ ຫຼື ອາດຫຼາຍກວ່ານັ້ນ ທີ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ເພື່ອຊ່ວຍເຫຼືອພາລະກິດຂອງພຣະອົງ. ໝາຍຄວາມວ່າ ພຣະເຈົ້ານໍາໃຊ້ຜູ້ຄົນທີ່ສອດຄ່ອງກັບເຈດຕະນາຂອງພຣະອົງ ເພື່ອກະທໍາພາລະກິດໃນການຊີ້ນໍາ ແລະ ລ້ຽງດູມະນຸດຊາດ ເພື່ອວ່າຄົນທີ່ພຣະເຈົ້າເລືອກອາດເຂົ້າສູ່ຄວາມຈິງ-ຄວາມເປັນຈິງ.
ເມື່ອພຣະເຈົ້າມາສູ່ເນື້ອໜັງ, ຖ້າພຣະອົງພຽງແຕ່ກະທໍາພາລະກິດຂອງຄວາມເປັນພຣະເຈົ້າເທົ່ານັ້ນ ໂດຍທີ່ບໍ່ມີຜູ້ຄົນທີ່ສອດຄ່ອງກັບເຈດຕະນາຂອງພຣະອົງ ເພື່ອປະຕິບັດພາລະກິດຮ່ວມກັບພຣະອົງ, ມະນຸດກໍຈະບໍ່ສາມາດເຂົ້າໃຈເຈດຕະນາຂອງພຣະເຈົ້າ ຫຼື ພົວພັນກັບພຣະອົງໄດ້. ພຣະເຈົ້າຕ້ອງໃຊ້ຜູ້ຄົນທໍາມະດາທີ່ສອດຄ່ອງກັບເຈດຕະນາຂອງພຣະອົງ ເພື່ອສໍາເລັດພາລະກິດນີ້, ເພື່ອເບິ່ງແຍງ ແລະ ຊີ້ນໍາຄຣິດຕະຈັກ ເພື່ອລະດັບຂະບວນການຮັບຮູ້ຂອງມະນຸດ ກໍຄືສະໝອງຂອງເຂົາສາມາດປະມວນນັ້ນຈະສາມາດຈິນຕະນາການໄດ້ສຳເລັດ. ເວົ້າອີກແບບໜຶ່ງກໍຄື ພຣະເຈົ້ານໍາໃຊ້ຜູ້ຄົນຈໍານວນໜຶ່ງທີ່ສອດຄ່ອງກັບເຈດຕະນາຂອງພຣະອົງເພື່ອ “ແປຄວາມໝາຍ” ພາລະກິດທີ່ພຣະອົງກະທໍາໃນຄວາມເປັນພຣະເຈົ້າຂອງພຣະອົງ ເພື່ອໃຫ້ພາລະກິດດັ່ງກ່າວໄດ້ຖືກເປີດເຜີຍອອກ ເຊິ່ງນັ້ນກໍຄື ເພື່ອປ່ຽນພາສາສັກສິດເປັນພາສາມະນຸດ ເພື່ອວ່າ ຜູ້ຄົນຈະສາມາດຢັ່ງຮູ້ ແລະ ເຂົ້າໃຈພາລະກິດນັ້ນໄດ້. ຖ້າພຣະເຈົ້າບໍ່ໄດ້ກະທໍາດັ່ງນັ້ນ ກໍຈະບໍ່ມີໃຜເຂົ້າໃຈພາສາສັກສິດຂອງພຣະເຈົ້າໄດ້ ຍ້ອນວ່າ ບໍ່ວ່າຢ່າງໃດກໍຕາມ ຜູ້ຄົນທີ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້ານັ້ນ ແມ່ນເປັນຄົນກຸ່ມນ້ອຍ ແລະ ຍ້ອນວ່າ ຄວາມສາມາດໃນການເຂົ້າໃຈຂອງມະນຸດແມ່ນຕໍ່າຫຼາຍ. ນັ້ນແມ່ນເຫດຜົນທີ່ພຣະເຈົ້າເລືອກໃຊ້ວິທີນີ້ເທົ່ານັ້ນ ໃນເວລາກະທໍາພາລະກິດໃນເນື້ອໜັງທີ່ບັງເກີດເປັນມະນຸດ. ຖ້າມີແຕ່ພາລະກິດສັກສິດເທົ່ານັ້ນ ມະນຸດຈະບໍ່ມີທາງຮູ້ ຫຼື ພົວພັນກັບພຣະເຈົ້າໄດ້ ຍ້ອນວ່າ ມະນຸດບໍ່ເຂົ້າໃຈພາສາຂອງພຣະເຈົ້າ. ມະນຸດສາມາດເຂົ້າໃຈພາສານີ້ໄດ້ຜ່ານຕົວແທນຂອງຜູ້ຄົນທີ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າເທົ່ານັ້ນ ເຊິ່ງເປັນຜູ້ທີ່ອະທິບາຍພຣະທໍາຂອງພຣະອົງໃຫ້ແຈ່ມແຈ້ງຂຶ້ນ. ເຖິງຢ່າງໃດກໍຕາມ, ຖ້າມີແຕ່ຜູ້ຄົນດັ່ງກ່າວທີ່ປະຕິບັດພາລະກິດພາຍໃນມະນຸດຊາດ, ນັ້ນກໍພຽງແຕ່ສາມາດຮັກສາຊີວິດປົກກະຕິຂອງມະນຸດເທົ່ານັ້ນ ແຕ່ບໍ່ສາມາດປ່ຽນແປງອຸປະນິໄສຂອງມະນຸດໄດ້. ພາລະກິດຂອງພຣະເຈົ້າຈະບໍ່ສາມາດມີຈຸດເລີ່ມຕົ້ນໃໝ່ໄດ້; ຈະມີແຕ່ເພງເກົ່າ ແລະ ຄໍາເວົ້າເກົ່າຊໍ້າຊາກ. ມີແຕ່ຜ່ານຕົວແທນຂອງພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນ ທີ່ກ່າວທຸກສິ່ງທີ່ຈໍາເປັນຕ້ອງກ່າວ ແລະ ກະທໍາທຸກສິ່ງທີ່ຈໍາເປັນຕ້ອງກະທໍາໃນຊ່ວງເວລາຂອງການບັງເກີດເປັນມະນຸດຂອງພຣະອົງ ຫລັງຈາກທີ່ຜູ້ຄົນປະຕິບັດ ແລະ ປະສົບກັບພາລະກິດຕາມພຣະທໍາຂອງພຣະອົງ ເຊິ່ງດ້ວຍເຫດນັ້ນເທົ່ານັ້ນ ອຸປະນິໄສທາງຊີວິດຂອງພວກເຂົາຈຶ່ງຈະສາມາດປ່ຽນໄດ້ ແລະ ດ້ວຍເຫດນັ້ນເທົ່ານັ້ນ ພວກເຂົາຈຶ່ງຈະສາມາດດໍາລົງຊີວິດໄປກັບການເວລາໄດ້. ພຣະອົງທີ່ກະທໍາພາລະກິດພາຍໃນຄວາມເປັນພຣະເຈົ້າແມ່ນຕົວແທນພຣະເຈົ້າ ໃນຂະນະທີ່ຜູ້ທີ່ກະທໍາພາລະກິດພາຍໃນຄວາມເປັນມະນຸດແມ່ນຜູ້ຄົນທີ່ພຣະເຈົ້ານໍາໃຊ້. ນັ້ນໝາຍຄວາມວ່າ ພຣະເຈົ້າທີ່ບັງເກີດເປັນມະນຸດ ແມ່ນແຕກຕ່າງຈາກຜູ້ຄົນທີ່ພຣະເຈົ້ານໍາໃຊ້ຢ່າງຊັດເຈນ. ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນສາມາດກະທໍາພາລະກິດຂອງຄວາມເປັນພຣະເຈົ້າ ໃນຂະນະທີ່ຜູ້ຄົນທີ່ພຣະເຈົ້າໃຊ້ແມ່ນບໍ່ສາມາດເຮັດໄດ້. ໃນເບື້ອງຕົ້ນຂອງແຕ່ລະຍຸກນັ້ນ ພຣະວິນຍານຂອງພຣະເຈົ້າກ່າວດ້ວຍຕົວເອງ ແລະ ເປີດຍຸກໃໝ່ເພື່ອນໍາມະນຸດເຂົ້າສູ່ການເລີ່ມຕົ້ນໃໝ່. ເມື່ອພຣະອົງໄດ້ກ່າວສິ້ນສຸດລົງ, ນີ້ສະແດງວ່າ ພາລະກິດຂອງພຣະເຈົ້າພາຍໃນຄວາມເປັນພຣະເຈົ້າຂອງພຣະອົງແມ່ນສໍາເລັດລົງ. ຫລັງຈາກນັ້ນ ທຸກຄົນກໍເດີນຕາມການນໍາພາຂອງຜູ້ທີ່ພຣະເຈົ້າໃຊ້ເພື່ອເຂົ້າສູ່ປະສົບການຊີວິດຂອງພວກເຂົາ. ໃນກໍລະນີດຽວກັນ ກໍເປັນຂັ້ນຕອນທີ່ພຣະເຈົ້ານໍາມະນຸດເຂົ້າສູ່ຍຸກໃໝ່ ແລະ ມອບຈຸດເລີ່ມຕົ້ນໃໝ່ໃຫ້ກັບຜູ້ຄົນ ເຊິ່ງເປັນເວລາທີ່ພາລະກິດຂອງພຣະເຈົ້າໃນເນື້ອໜັງສິ້ນສຸດລົງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມແຕກຕ່າງທີ່ສໍາຄັນລະຫວ່າງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ຜູ້ຄົນທີ່ຖືກໃຊ້ໂດຍພຣະເຈົ້າ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ