ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 480

18 ເດືອນມັງກອນ 2026

ບາງຄົນເວົ້າວ່າ “ໂປໂລປະຕິບັດພາລະກິດຈຳນວນຫຼວງຫຼາຍ ແລະ ລາວກໍແບກຮັບເອົາພາລະກິດສຳລັບຄຣິສຕະຈັກ ແລະ ປະກອບສ່ວນຢ່າງຫຼວງຫຼາຍໃນຄຣິສຕະຈັກເຫຼົ່ານັ້ນ. ຈົດໝາຍສິບສາມສະບັບຂອງໂປໂລຢືນຢັນເຖິງເວລາ 2.000 ປີຂອງຍຸກແຫ່ງພຣະຄຸນ ແລະ ເປັນພຽງອັນດັບທີສອງຮອງຈາກພຣະກິດຕິຄຸນທັງສີ່. ແມ່ນໃຜສາມາດປຽບທຽບກັບລາວໄດ້? ບໍ່ມີໃຜສາມາດຖອດຄວາມໝາຍຂອງພຣະນິມິດຂອງໂຢຮັນ, ໃນຂະນະທີ່ຈົດໝາຍຂອງໂປໂລສະໜອງຊີວິດ ແລະ ພາລະກິດທີ່ລາວປະຕິບັດແມ່ນເປັນປະໂຫຍດຕໍ່ຄຣິສຕະຈັກ. ແມ່ນໃຜແນ່ທີ່ສາມາດບັນລຸສິ່ງດັ່ງກ່າວນີ້ໄດ້? ແລ້ວແມ່ນຫຍັງຄືພາລະກິດທີ່ເປໂຕປະຕິບັດ?” ເມື່ອມະນຸດວັດແທກຄົນອື່ນ, ເຂົາກໍ່ເຮັດແບບນັ້ນໂດຍອີງຕາມການປະກອບສ່ວນຂອງພວກເຂົາ. ເມື່ອພຣະເຈົ້າວັດແທກມະນຸດ, ພຣະອົງກໍ່ເຮັດໂດຍອີງຕາມທຳມະຊາດຂອງເຂົາ. ທ່າມກາງຄົນທີ່ສະແຫວງຫາຊີວິດ, ໂປໂລເປັນຄົນທີ່ບໍ່ຮູ້ຈັກທາດແທ້ຂອງຕົນເອງ. ລາວບໍ່ມີທາງຖ່ອມຕົນ ຫຼື ອ່ອນນ້ອມ ຫຼື ລາວບໍ່ຮູ້ຈັກແກ່ນແທ້ຂອງລາວເອງ ເຊິ່ງກົງກັນຂ້າມກັບພຣະເຈົ້າ. ແລ້ວດ້ວຍເຫດນັ້ນ ລາວຈຶ່ງເປັນຄົນທີ່ບໍ່ໄດ້ຜ່ານປະສົບການຢ່າງລະອຽດ ແລະ ເປັນຄົນທີ່ບໍ່ໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດ. ເປໂຕແມ່ນແຕກຕ່າງ. ລາວຮູ້ຈັກຄວາມບໍ່ສົມບູນ ແລະ ຄວາມບົກຜ່ອງຂອງຕົນເອງ ແລະ ອຸປະນິໄສທີ່ເສື່ອມຊາມຂອງຕົນເອງໃນຖານະທີ່ເປັນສິ່ງຖືກສ້າງ ແລະ ດ້ວຍເຫດນັ້ນ ລາວຈຶ່ງມີເສັ້ນທາງແຫ່ງການປະຕິບັດເພື່ອປ່ຽນແປງອຸປະນິໄສຂອງລາວ; ລາວບໍ່ແມ່ນຄົນທີ່ມີພຽງແຕ່ທິດສະດີ ແຕ່ບໍ່ມີຄວາມຈິງ. ຄົນທີ່ປ່ຽນແປງແມ່ນຄົນໃໝ່ທີ່ໄດ້ຖືກຊ່ວຍໃຫ້ລອດພົ້ນ, ພວກເຂົາເປັນຄົນທີ່ມີຄຸນສົມບັດໃນການສະແຫວງຫາຄວາມຈິງ. ຄົນທີ່ບໍ່ປ່ຽນແປງແມ່ນເປັນສ່ວນໜຶ່ງຂອງຄົນທີ່ຫຼ້າສະໄໝໂດຍທຳມະຊາດ; ພວກເຂົາເປັນຄົນທີ່ບໍ່ໄດ້ຖືກຊ່ວຍໃຫ້ລອດພົ້ນ ນັ້ນກໍຄື ຄົນທີ່ຖືກພຣະເຈົ້າປະຕິເສດ. ພຣະເຈົ້າຈະບໍ່ຈົດຈຳພວກເຂົາ ບໍ່ວ່າພາລະກິດຂອງພວກເຂົາຈະຍິ່ງໃຫຍ່ສໍ່າໃດກໍຕາມ. ເມື່ອເຈົ້າປຽບທຽບສິ່ງນີ້ກັບການສະແຫວງຫາຂອງເຈົ້າເອງ, ໃນທີ່ສຸດແລ້ວ ບໍ່ວ່າເຈົ້າຈະເປັນຄົນປະເພດດຽວກັນກັບເປໂຕ ຫຼື ໂປໂລ ກໍຄວນຊັດເຈນໃນຕົວເອງ. ຖ້າຍັງບໍ່ມີຄວາມຈິງໃນສິ່ງທີ່ເຈົ້າສະແຫວງຫາ ແລະ ເຖິງແມ່ນໃນປັດຈຸບັນ ເຈົ້າຍັງອວດດີ ແລະ ຈອງຫອງຄືກັບໂປໂລ ແລະ ເວົ້າໄປມົ້ວ ແລະ ໂອ້ອວດຕົນເອງຄືກັບລາວ, ແລ້ວເຈົ້າກໍເປັນຄົນເສື່ອມຊາມທີ່ລົ້ມເຫຼວໂດຍບໍ່ຕ້ອງສົງໄສເລີຍ. ຖ້າເຈົ້າສະແຫວງຫາສິ່ງດຽວກັນກັບເປໂຕ, ຖ້າເຈົ້າສະແຫວງຫາການປະຕິບັດ ແລະ ການປ່ຽນແປງຢ່າງແທ້ຈິງ ແລະ ບໍ່ອວດດີ ຫຼື ຈົງໃຈ, ແຕ່ສະແຫວງຫາເພື່ອປະຕິບັດໜ້າທີ່ຂອງເຈົ້າ, ແລ້ວເຈົ້າກໍເປັນສິ່ງຖືກສ້າງທີ່ສາມາດບັນລຸໄຊຊະນະໄດ້. ໂປໂລບໍ່ຮູ້ຈັກແກ່ນແທ້ ຫຼື ຄວາມເສື່ອມຊາມຂອງຕົວເອງ, ແຮງໄກທີ່ລາວຈະຮູ້ຈັກຄວາມກະບົດຂອງຕົນເອງ. ລາວບໍ່ເຄີຍກ່າວເຖິງການຂັດຂືນຄຳສັ່ງຂອງພຣະຄຣິດຢ່າງຊົ່ວຊ້າຂອງລາວ ຫຼື ລາວບໍ່ເຄີຍຮູ້ສຶກເສຍໃຈຫຍັງເລີຍ. ລາວພຽງແຕ່ອະທິບາຍແບບສັ້ນໆ ແລະ ສ່ວນເລິກໃນຫົວໃຈຂອງລາວ, ລາວບໍ່ຍິນຍອມຕໍ່ພຣະເຈົ້າຢ່າງສົມບູນເລີຍ. ເຖິງແມ່ນວ່າ ລາວລົ້ມເຫຼວບົນເສັ້ນທາງໄປດາມັສກັດ, ລາວກໍບໍ່ໄດ້ເບິ່ງລົງເລິກພາຍໃນຕົວລາວເອງ. ລາວພໍໃຈທີ່ຈະສືບຕໍ່ປະຕິບັດພາລະກິດເທົ່ານັ້ນ ແລະ ລາວບໍ່ພິຈາລະນາວ່າ ການຮູ້ຈັກຕົນເອງ ແລະ ການປ່ຽນແປງອຸປະນິໄສເກົ່າຂອງລາວເປັນບັນຫາທີ່ສຳຄັນທີ່ສຸດ. ລາວພໍໃຈກັບການເວົ້າຄວາມຈິງເທົ່ານັ້ນ ໂດຍຕອບສະໜອງໃຫ້ກັບຄົນອື່ນເພື່ອເປັນການບັນເທົາຈິດໃຈຂອງລາວເອງ ແລະ ໂດຍການບໍ່ຂົ່ມເຫັງສາວົກຂອງພຣະເຢຊູເພື່ອເຮັດໃຫ້ຕົນເອງສະບາຍໃຈ ແລະ ເປັນການຍົກໂທດໃຫ້ກັບຕົນເອງສຳລັບຄວາມຜິດບາບໃນອະດີດ. ເປົ້າໝາຍທີ່ລາວສະແຫວງຫາບໍ່ມີຫຍັງເລີຍ ນອກຈາກມົງກຸດໃນອະນາຄົດ ແລະ ພາລະກິດຊົ່ວຄາວ, ເປົ້າໝາຍທີ່ລາວສະແຫວງຫາຄືຄວາມເມດຕາຢ່າງໃຫຍ່ຫຼວງ. ລາວບໍ່ໄດ້ສະແຫວງຫາຄວາມຈິງທີ່ເໝາະສົມ ຫຼື ລາວບໍ່ໄດ້ສະແຫວງຫາເພື່ອພັດທະນາຢ່າງເລິກເຊິ່ງເຂົ້າໃນຄວາມຈິງທີ່ລາວບໍ່ເຂົ້າໃຈກ່ອນໜ້ານັ້ນ. ສະນັ້ນ ຄວາມຮູ້ຂອງລາວທີ່ມີກ່ຽວກັບຕົນເອງ ຈຶ່ງສາມາດເວົ້າໄດ້ວ່າເປັນຄວາມຮູ້ທີ່ຜິດ ແລະ ລາວບໍ່ຍອມຮັບເອົາການຕີສອນ ຫຼື ການພິພາກສາ. ການທີ່ລາວສາມາດປະຕິບັດພາລະກິດ ບໍ່ໄດ້ໝາຍຄວາມວ່າລາວມີຄວາມຮູ້ກ່ຽວກັບທຳມະຊາດ ຫຼື ແກ່ນແທ້ຂອງຕົນເອງ; ຈຸດສົນໃຈຂອງລາວແມ່ນຢູ່ທີ່ການປະຕິບັດແຕ່ພາຍນອກເທົ່ານັ້ນ. ຍິ່ງໄປກວ່ານັ້ນ ສິ່ງທີ່ລາວພະຍາຍາມຄົ້ນຫາບໍ່ແມ່ນການປ່ຽນແປງ ແຕ່ເປັນຄວາມຮູ້. ພາລະກິດຂອງລາວເປັນຜົນມາຈາກການປາກົດຕົວຂອງພຣະເຢຊູໃນຫົນທາງສູ່ດາມັສກັດໂດຍສິ້ນເຊີງ. ມັນບໍ່ແມ່ນສິ່ງທີ່ລາວຕັດສິນໃຈປະຕິບັດຕັ້ງແຕ່ຕົ້ນ ຫຼື ມັນບໍ່ແມ່ນພາລະກິດທີ່ເກີດຂຶ້ນຫຼັງຈາກທີ່ລາວໄດ້ຍອມຮັບການລິຮານອຸປະນິໄສເກົ່າຂອງລາວ. ບໍ່ວ່າລາວປະຕິບັດພາລະກິດແນວໃດກໍຕາມ, ອຸປະນິໄສເກົ່າຂອງລາວກໍບໍ່ໄດ້ປ່ຽນແປງ ແລະ ດ້ວຍເຫດນັ້ນ ພາລະກິດຂອງລາວຈຶ່ງບໍ່ໄດ້ຊົດເຊີຍຄວາມບາບໃນອະດີດຂອງລາວ, ພຽງແຕ່ເຮັດບົດບາດໃດໜຶ່ງທ່າມກາງຄຣິສຕະຈັກໃນເວລານັ້ນເທົ່ານັ້ນ. ສຳລັບຄົນປະເພດນີ້ ຜູ້ທີ່ບໍ່ໄດ້ປ່ຽນແປງອຸປະນິໄສເກົ່າ ນັ້ນໝາຍຄວາມວ່າ ຄົນທີ່ບໍ່ຍອມຮັບເອົາຄວາມລອດພົ້ນ ແລະ ປາສະຈາກຄວາມຈິງ, ລາວແມ່ນບໍ່ສາມາດກາຍເປັນໜຶ່ງໃນກຸ່ມຄົນທີ່ພຣະເຢຊູເຈົ້າຍອມຮັບເອົາຢ່າງແນ່ນອນ. ລາວບໍ່ແມ່ນຄົນທີ່ເຕັມໄປດ້ວຍຄວາມຮັກ ແລະ ຄວາມຢຳເກງພຣະເຢຊູຄຣິດ ຫຼື ລາວບໍ່ແມ່ນຄົນທີ່ເກັ່ງໃນການສະແຫວງຫາຄວາມຈິງ ແຮງໄກທີ່ລາວຈະເປັນຄົນທີ່ສະແຫວງຫາຄວາມເລິກລັບຂອງການບັງເກີດເປັນມະນຸດ. ລາວເປັນພຽງຄົນທີ່ເກັ່ງໃນການອ້າງເຫດຜົນແບບຜິດໆເທົ່ານັ້ນ ແລະ ຄົນທີ່ບໍ່ຍອມຢູ່ພາຍໃຕ້ບຸກຄົນທີ່ສູງສົ່ງກວ່າລາວ ຫຼື ພາຍໃຕ້ຄົນທີ່ມີຄວາມຈິງ. ລາວອິດສາຄົນອື່ນ ຫຼື ຄວາມຈິງທີ່ຢູ່ກົງກັນຂ້າມກັບລາວ ຫຼື ເປັນສັດຕູກັບລາວ ໂດຍເພິ່ງພໍໃຈຄົນທີ່ມີພອນສະຫວັນ ຜູ້ເຊິ່ງມີຮູບລັກສະນະທີ່ຍິ່ງໃຫຍ່ ຫຼື ມີຄວາມຮູ້ທີ່ເລິກເຊິ່ງ. ລາວບໍ່ມັກພົວພັນກັບຄົນທຸກຍາກທີ່ສະແຫວງຫາຫົນທາງທີ່ຖືກຕ້ອງ ແລະ ບໍ່ສົນໃຈຫຍັງເລີຍນອກຈາກຄວາມຈິງ ແລະ ກົງກັນຂ້າມ ລາວມີຄວາມສຳພັນກັບບຸກຄົນອາວຸໂສຈາກອົງກອນສາສະໜາທີ່ເວົ້າແຕ່ທິດສະດີເທົ່ານັ້ນ ແລະ ມີຄວາມຮູ້ທີ່ອຸດົມສົມບູນ. ລາວບໍ່ມີຄວາມຮັກໃນພາລະກິດໃໝ່ຂອງພຣະວິນຍານບໍລິສຸດ ແລະ ບໍ່ສົນໃຈຕໍ່ການເຄື່ອນໄຫວໃນພາລະກິດໃໝ່ຂອງພຣະວິນຍານບໍລິສຸດ. ກົງກັນຂ້າມ, ລາວເຂົ້າຂ້າງລະບຽບ ແລະ ທິດສະດີເຫຼົ່ານັ້ນທີ່ສູງສົ່ງກວ່າຄວາມຈິງທົ່ວໄປ. ໃນທາດແທ້ໂດຍກຳເນີດຂອງລາວ ແລະ ສິ່ງທີ່ລາວສະແຫວງຫາທັງໝົດນັ້ນ, ລາວບໍ່ສົມຄວນຖືກເອີ້ນວ່າ ເປັນຄົນຄຣິສຕຽນ ຜູ້ທີ່ສະແຫວງຫາຄວາມຈິງ ແຮງໄກທີ່ຈະເປັນຜູ້ຮັບໃຊ້ທີ່ຊື່ສັດໃນຄົວເຮືອນຂອງພຣະເຈົ້າ ເພາະຍ້ອນຄວາມໜ້າຊື່ໃຈຄົດຂອງລາວແມ່ນມີຫຼາຍເກີນໄປ ແລະ ຄວາມກະບົດຂອງລາວກໍມີຫຼາຍເກີນໄປ. ເຖິງແມ່ນລາວເປັນທີ່ຮູ້ຈັກໃນຖານະຜູ້ຮັບໃຊ້ຂອງພຣະເຢຊູເຈົ້າ, ລາວກໍບໍ່ເໝາະສົມທີ່ຈະເຂົ້າສູ່ປະຕູແຫ່ງອານາຈັກສະຫວັນ ຍ້ອນການກະທຳຂອງລາວຕັ້ງແຕ່ຕົ້ນຈົນຈົບນັ້ນແມ່ນບໍ່ສາມາດເອີ້ນວ່າ ຄວາມຊອບທຳໄດ້. ພຽງແຕ່ເຫັນວ່າລາວເປັນຄົນທີ່ໜ້າຊື່ໃຈຄົດ ແລະ ເຮັດສິ່ງບໍ່ຊອບທຳ ແຕ່ກໍຍັງປະຕິບັດພາລະກິດເພື່ອພຣະຄຣິດ. ເຖິງແມ່ນລາວບໍ່ສາມາດເອີ້ນວ່າຄົນຊົ່ວຮ້າຍໄດ້, ລາວກໍສົມຄວນທີ່ຈະຖືກເອີ້ນວ່າ ມະນຸດທີ່ເຮັດສິ່ງບໍ່ຊອບທຳ. ລາວປະຕິບັດພາລະກິດຫຼາຍຢ່າງ ແຕ່ລາວຕ້ອງບໍ່ຖືກຕັດສິນອີງຕາມຈຳນວນພາລະກິດທີ່ລາວປະຕິບັດ ແຕ່ຕ້ອງອີງຕາມຄຸນນະພາບ ແລະ ແກ່ນແທ້ຂອງພາລະກິດເທົ່ານັ້ນ. ດ້ວຍວິທີນີ້ເທົ່ານັ້ນ ມັນຈຶ່ງຈະສາມາດເຂົ້າເຖິງຕົ້ນເຫດຂອງບັນຫາ. ລາວເຊື່ອຢູ່ສະເໝີວ່າ “ຂ້ານ້ອຍສາມາດປະຕິບັດພາລະກິດ, ຂ້ານ້ອຍດີກວ່າຄົນສ່ວນໃຫຍ່; ຂ້ານ້ອຍຄຳນຶງເຖິງພາລະຂອງພຣະຜູ້ເປັນເຈົ້າ ບໍ່ຄືກັບຄົນອື່ນ ແລະ ບໍ່ມີໃຜກັບໃຈໄດ້ຢ່າງເລິກເຊິ່ງກວ່າຂ້ານ້ອຍອີກແລ້ວ, ຍ້ອນແສງສະຫວ່າງທີ່ຍິ່ງໃຫຍ່ໄດ້ສ່ອງແສງລົງມາໃສ່ຕົວຂ້ານ້ອຍ ແລະ ຂ້ານ້ອຍໄດ້ເຫັນແສງສະຫວ່າງທີ່ຍິ່ງໃຫຍ່ນັ້ນ ແລະ ດ້ວຍເຫດນັ້ນ ການກັບໃຈຂອງຂ້ານ້ອຍຈຶ່ງເລິກເຊິ່ງກວ່າຄົນອື່ນໆ”. ໃນເວລານັ້ນ, ນີ້ແມ່ນສິ່ງທີ່ລາວຄິດຢູ່ພາຍໃນຫົວໃຈຂອງລາວ. ໃນເວລາສຸດທ້າຍຂອງພາລະກິດຂອງລາວ, ໂປໂລກ່າວວ່າ “ຂ້ານ້ອຍໄດ້ຕໍ່ສູ້, ຂ້ານ້ອຍໄດ້ສໍາເລັດເສັ້ນທາງຂອງຂ້ານ້ອຍແລ້ວ ແລະ ມີມົງກຸດແຫ່ງຄວາມຊອບທຳລໍຖ້າຢູ່ສຳລັບຂ້ານ້ອຍ”. ການຕໍ່ສູ້, ພາລະກິດ ແລະ ເສັ້ນທາງຂອງລາວແມ່ນເຫັນແກ່ມົງກຸດແຫ່ງຄວາມຊອບທຳໂດຍສິ້ນເຊີງ ແລະ ລາວບໍ່ໄດ້ກ້າວໄປຂ້າງໜ້າຢ່າງຫ້າວຫັນ. ເຖິງແມ່ນວ່າ ລາວບໍ່ໄດ້ປະຕິບັດພາລະກິດຂອງລາວພໍເປັນພິທີ, ມັນສາມາດເວົ້າໄດ້ວ່າ ພາລະກິດຂອງລາວແມ່ນຖືກປະຕິບັດເພື່ອຊົດເຊີຍຄວາມຜິດພາດຂອງລາວ ແລະ ທົດແທນການສຳນຶກຜິດຂອງລາວເທົ່ານັ້ນ. ລາວພຽງແຕ່ຫວັງທີ່ຈະເຮັດໃຫ້ພາລະກິດຂອງລາວສຳເລັດ, ເຮັດໃຫ້ເສັ້ນທາງຂອງລາວສຳເລັດ ແລະ ສໍາເລັດກັບການຕໍ່ສູ້ຂອງລາວໂດຍໄວທີ່ສຸດເທົ່າທີ່ຈະໄວໄດ້ ເພື່ອວ່າລາວຈະໄດ້ຮັບເອົາມົງກຸດແຫ່ງຄວາມຊອບທຳໄວຂຶ້ນ ເຊິ່ງເປັນສິ່ງທີ່ລາວປາຖະໜາມາແຕ່ດົນນານແລ້ວ. ສິ່ງທີ່ລາວປາຖະໜາບໍ່ແມ່ນການພົບກັບພຣະເຢຊູເຈົ້າດ້ວຍປະສົບການຂອງລາວ ແລະ ຄວາມຮູ້ທີ່ແທ້ຈິງ, ແຕ່ເພື່ອເຮັດໃຫ້ພາລະກິດຂອງລາວສຳເລັດໄວເທົ່າທີ່ຈະໄວໄດ້ ເພື່ອວ່າລາວຈະໄດ້ຮັບເອົາລາງວັນຈາກພາລະກິດຂອງລາວ ໃນເວລາທີ່ລາວພົບກັບພຣະເຢຊູເຈົ້າ. ລາວໃຊ້ພາລະກິດຂອງລາວເພື່ອປອບໃຈລາວເອງ ແລະ ເພື່ອແລກປ່ຽນກັບມົງກຸດໃນອະນາຄົດ. ສິ່ງທີ່ລາວສະແຫວງຫາບໍ່ແມ່ນຄວາມຈິງ ຫຼື ພຣະເຈົ້າ, ແຕ່ເປັນມົງກຸດເທົ່ານັ້ນ. ການສະແຫວງຫາແບບນີ້ຈະເປັນໄປຕາມມາດຕະຖານໄດ້ແນວໃດ? ແຮງຜັກດັນຂອງລາວ, ພາລະກິດຂອງລາວ, ລາຄາທີ່ລາວຈ່າຍ ແລະ ຄວາມພະຍາຍາມທັງໝົດຂອງລາວ, ຄວາມເພີ້ຝັນຢ່າງງົດງາມຂອງລາວແຜ່ຄຸມສິ່ງເຫຼົ່ານັ້ນທັງໝົດ ແລະ ລາວກໍປະຕິບັດພາລະກິດຕາມຄວາມປາຖະໜາຂອງລາວເອງເທົ່ານັ້ນ. ໃນພາລະກິດທັງໝົດຂອງລາວ, ບໍ່ມີຄວາມເຕັມໃຈ ແລະ ຄວາມພະຍາຍາມແມ່ນແຕ່ໜ້ອຍດຽວໃນການກະທໍາຂອງລາວ; ລາວພຽງແຕ່ພົວພັນກັບການຄ້າຂາຍເທົ່ານັ້ນ. ຄວາມພະຍາຍາມຂອງລາວບໍ່ແມ່ນເພື່ອປະຕິບັດໜ້າທີ່ຂອງລາວຢ່າງເຕັມໃຈ, ແຕ່ເພື່ອບັນລຸຈຸດປະສົງຂອງການຄ້າຂາຍດ້ວຍຄວາມເຕັມໃຈ. ແລ້ວຄວາມພະຍາຍາມດັ່ງກ່າວມີຄ່າຫຍັງບໍ? ແມ່ນໃຜທີ່ຈະຊົມເຊີຍຄວາມພະຍາຍາມທີ່ບໍ່ບໍລິສຸດຂອງລາວ? ແມ່ນໃຜທີ່ຈະສົນໃຈຄວາມພະຍາຍາມດັ່ງກ່າວ? ພາລະກິດຂອງລາວເຕັມໄປດ້ວຍຄວາມຝັນໃນອະນາຄົດ, ເຕັມໄປດ້ວຍແຜນການທີ່ງົດງາມ ແລະ ບໍ່ມີເສັ້ນທາງຫຍັງເລີຍທີ່ຈະປ່ຽນແປງອຸປະນິໄສຂອງມະນຸດໄດ້. ຄວາມເມດຕາກະລຸນາຢ່າງຫຼວງຫຼາຍຂອງລາວເປັນພຽງການທຳທ່າ; ພາລະກິດຂອງລາວບໍ່ໄດ້ສະໜອງຊີວິດ, ແຕ່ເປັນສະແດງຄວາມສຸພາບ ແລະ ກຽດຕິຍົດແບບຈອມປອມ; ມັນເປັນການກະທຳເພື່ອການຄ້າຂາຍ. ພາລະກິດແບບນີ້ຈະສາມາດນໍາພາມະນຸດໄປສູ່ເສັ້ນທາງແຫ່ງການຟື້ນຟູໜ້າທີ່ດັ້ງເດີມຂອງເຂົາໄດ້ແນວໃດ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ