ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 440
03 ເດືອນທັນວາ 2025
ເມື່ອພວກເຈົ້າທົນທຸກກັບຂໍ້ຈຳກັດ ຫຼື ຄວາມລໍາບາກເລັກນ້ອຍ, ມັນກໍດີສຳລັບພວກເຈົ້າ; ຖ້າພວກເຈົ້າໄດ້ຮັບຄວາມສະບາຍ ພວກເຈົ້າກໍຈະຖືກທຳລາຍ ແລະ ແລ້ວພວກເຈົ້າຈະສາມາດຖືກປົກປ້ອງໄດ້ແນວໃດ? ໃນປັດຈຸບັນ, ມັນເປັນຍ້ອນພວກເຈົ້າຖືກຂ້ຽນຕີ, ພິພາກສາ ແລະ ສາບແຊ່ງ, ພວກເຈົ້າຈຶ່ງໄດ້ຮັບການປົກປ້ອງ. ມັນເປັນຍ້ອນພວກເຈົ້າໄດ້ທົນທຸກຫຼາຍຢ່າງ, ພວກເຈົ້າຈຶ່ງຖືກປົກປ້ອງ. ຖ້າບໍ່ດັ່ງນັ້ນ, ພວກເຈົ້າກໍຄົງຈະຕົກລົງສູ່ຄວາມເສື່ອມຊາມຕັ້ງແຕ່ດົນແລ້ວ. ນີ້ບໍ່ແມ່ນເຈດຕະນາສ້າງຄວາມຫຍຸ້ງຍາກໃຫ້ກັບພວກເຈົ້າ, ທຳມະຊາດຂອງມະນຸດແມ່ນປ່ຽນແປງໄດ້ຍາກ ແລະ ມັນຕ້ອງເຮັດແບບນີ້ເພື່ອເຮັດໃຫ້ອຸປະນິໄສຂອງພວກເຂົາປ່ຽນແປງ. ໃນປັດຈຸບັນ, ພວກເຈົ້າບໍ່ມີແມ່ນແຕ່ຈິດສຳນຶກ ຫຼື ຄວາມສຳນຶກທີ່ໂປໂລມີ ຫຼື ພວກເຈົ້າບໍ່ມີແມ່ນແຕ່ການຮູ້ຈັກຕົນເອງຂອງເພິ່ນ. ພວກເຈົ້າຕ້ອງຖືກກົດດັນຢູ່ສະເໝີ ແລະ ພວກເຈົ້າຕ້ອງຖືກຂ້ຽນຕີ ແລະ ພິພາກສາຢູ່ສະເໝີເພື່ອປຸກວິນຍານຂອງພວກເຈົ້າ. ການຂ້ຽນຕີ ແລະ ການພິພາກສາແມ່ນສິ່ງທີ່ດີທີ່ສຸດສຳລັບຊີວິດຂອງພວກເຈົ້າ. ແລ້ວເມື່ອຈຳເປັນ, ພວກເຈົ້າກໍຍັງຕ້ອງໄດ້ຮັບການຂ້ຽນຕີແຫ່ງຄວາມຈິງອີກດ້ວຍ; ມີພຽງເມື່ອນັ້ນ ພວກເຈົ້າຈຶ່ງຈະຍອມຢ່າງສົມບູນ. ທຳມະຊາດຂອງພວກເຈົ້າເປັນແບບຄືກັບວ່າ ຖ້າບໍ່ມີການຂ້ຽນຕີ ແລະ ການສາບແຊ່ງ, ພວກເຈົ້າຈະບໍ່ເຕັມໃຈກົ້ມຫົວຂອງພວກເຈົ້າ, ບໍ່ເຕັມໃຈທີ່ຈະຍອມຮັບ. ຫາກບໍ່ມີຄວາມຈິງຢູ່ຕໍ່ຕາຂອງພວກເຈົ້າ, ມັນກໍຈະບໍ່ມີຜົນຫຍັງ. ພວກເຈົ້າມີລັກສະນະທີ່ຕໍ່າຕ້ອຍ ແລະ ໄຮ້ຄ່າເກີນໄປ! ຫາກປາສະຈາກການຂ້ຽນຕີ ແລະ ການພິພາກສາ, ມັນກໍຈະຍາກສຳລັບພວກເຈົ້າທີ່ຈະຖືກເອົາຊະນະ ແລະ ຍາກທີ່ຈະເອົາຊະນະຄວາມບໍ່ຊອບທຳ ແລະ ຄວາມບໍ່ເຊື່ອຟັງຂອງພວກເຈົ້າ. ທຳມະຊາດດັ່ງເດີມຂອງພວກເຈົ້າແມ່ນຖືກຝັງເລິກຫຼາຍ. ຖ້າພວກເຈົ້າຖືກວາງຢູ່ເທິງບັນລັງ, ພວກເຈົ້າກໍຈະບໍ່ຮູ້ຈັກບ່ອນຂອງພວກເຈົ້າຢູ່ໃນຈັກກະວານ, ແຮງໄກທີ່ຈະຮູ້ຈັກເຖິງບ່ອນທີ່ພວກເຈົ້າກໍາລັງໄປ. ພວກເຈົ້າບໍ່ຮູ້ຈັກແມ່ນແຕ່ວ່າພວກເຈົ້າມາຈາກໃສ, ແລ້ວພວກເຈົ້າຈະຮູ້ຈັກພຣະຜູ້ເປັນເຈົ້າແຫ່ງການເນລະມິດສ້າງໄດ້ແນວໃດ? ຖ້າປາສະຈາກການຂ້ຽນຕີ ແລະ ການສາບແຊ່ງຕາມການເວລາໃນປັດຈຸບັນ, ມື້ສຸດທ້າຍຂອງພວກເຈົ້າກໍຈະມາເຖິງຕັ້ງແຕ່ດົນແລ້ວ. ນັ້ນບໍ່ໄດ້ເວົ້າເຖິງໂຊກຊະຕາຂອງພວກເຈົ້າເລີຍ, ແລ້ວມັນຈະບໍ່ຢູ່ໃນອັນຕະລາຍຫຼາຍກວ່າເກົ່າບໍ? ຫາກປາສະຈາກການຂ້ຽນຕີ ແລະ ການພິພາກສາຕາມການເວລາດັ່ງກ່າວນີ້, ຜູ້ໃດຈະຮູ້ຈັກວ່າ ພວກເຈົ້າອວດດີຫຼາຍສໍ່າໃດ ຫຼື ພວກເຈົ້າຈະຊົ່ວຊ້າຫຼາຍສໍ່າໃດ. ການຂ້ຽນຕີ ແລະ ການພິພາກສານີ້ໄດ້ນໍາພາພວກເຈົ້າມາເຖິງປັດຈຸບັນ ແລະ ສິ່ງເຫຼົ່ານັ້ນໄດ້ຮັກສາການເປັນຢູ່ຂອງພວກເຈົ້າ. ຖ້າພວກເຈົ້າຍັງ “ໄດ້ຮັບການສຶກສາ” ໂດຍນໍາໃຊ້ວິທີການດຽວກັນກັບ “ພໍ່” ຂອງພວກເຈົ້າ, ຜູ້ໃດຈະຮູ້ຈັກວ່າ ພວກເຈົ້າຈະເຂົ້າສູ່ຂອບເຂດໃດ! ພວກເຈົ້າບໍ່ມີຄວາມສາມາດທີ່ຈະຄວບຄຸມ ແລະ ໄຕ່ຕອງກ່ຽວກັບຕົນເອງເລີຍ. ສຳລັບຄົນຄືພວກເຈົ້າແລ້ວ, ຖ້າພວກເຈົ້າພຽງແຕ່ຕິດຕາມ ແລະ ອ່ອນນ້ອມໂດຍບໍ່ມີການຂັດຂວາງ ຫຼື ລົບກວນໃດໆ, ຈຸດປະສົງຂອງເຮົາກໍຈະຖືກບັນລຸແລ້ວ. ມັນຈະບໍ່ດີກວ່າບໍ ທີ່ພວກເຈົ້າຍອມຮັບເອົາການຂ້ຽນຕີ ແລະ ການພິພາກສາແຫ່ງປັດຈຸບັນ? ພວກເຈົ້າມີທາງເລືອກຫຍັງອີກ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການປະຕິບັດ (6)
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ