ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 284
ພາລະກິດຂອງພຣະເຈົ້າສືບຕໍ່ກ້າວໄປຂ້າງໜ້າຢູ່ສະເໝີ ແລະ ເຖິງແມ່ນວ່າຈຸດປະສົງຂອງພາລະກິດຂອງພຣະເຈົ້າບໍ່ໄດ້ປ່ຽນແປງ,...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ເປັນເວລາຫຼາຍພັນປີ ດິນແດນແຫ່ງນີ້ໄດ້ເປັນດິນແດນແຫ່ງຄວາມສົກກະປົກ. ມັນເປື້ອນເຖິງຂັ້ນຮັບບໍ່ໄດ້, ມີຄວາມທຸກທໍລະມານຫຼາຍ, ຜີສາງແລ່ນອາລະວາດທຸກບ່ອນ ທັງໃຊ້ອຸບາຍ ແລະ ຫຼອກລວງ, ກ່າວຫາໂດຍບໍ່ມີຫຼັກຖານ[1], ມີຄວາມອໍາມະຫິດ ແລະ ໂຫດຮ້າຍ, ຢຽບຢ່ຳເມືອງຮ້າງແຫ່ງນີ້ ແລະ ປະໃຫ້ມັນເຕັມໄປດ້ວຍຊາກສົບ; ກິ່ນເໝັນຈາກຄວາມເນົ່າເປື່ອຍປົກຄຸມທົ່ວດິນແດນ ແລະ ແຜ່ລາມທົ່ວເທິງອາກາດ ແລະ ດິນແດນແຫ່ງນີ້ແມ່ນມີການເຝົ້າຍາມຢ່າງໜ້າແໜ້ນ[2]. ໃຜສາມາດເຫັນໂລກທີ່ຢູ່ເໜືອທ້ອງຟ້າ? ຜີຮ້າຍໄດ້ມັດຮ່າງກາຍຂອງມະນຸດທຸກຄົນຢ່າງຫັດແໜ້ນ, ມັນປິດຕາທັງສອງຂອງເຂົາ ແລະ ປິດປາກຂອງເຂົາຢ່າງແໜ້ນ. ກະສັດຂອງພວກຜີຮ້າຍໄດ້ອາລະວາດເປັນເວລາຫຼາຍພັນປີ ຈົນຮອດປັດຈຸບັນ ໃນເວລາທີ່ມັນຍັງເຝົ້າເບິ່ງເມືອງຮ້າງ ດັ່ງກັບວ່າ ມັນເປັນພະລາຊະວັງຂອງພວກຜີຮ້າຍທີ່ບໍ່ສາມາດບຸກລຸກເຂົ້າໄດ້; ໃນຂະນະດຽວກັນ ຝູງໝາເຝົ້າຍາມນີ້ກໍຈ້ອງເບິ່ງດ້ວຍສາຍຕາວາດລະແວງ, ມີຄວາມຢ້ານກົວວ່າ ພຣະເຈົ້າຈະຈັບພວກມັນໂດຍທີ່ບໍ່ຮູ້ສຶກຕົວ ແລະ ຈະກວາດລ້າງພວກມັນທັງໝົດ ເຮັດໃຫ້ພວກມັນບໍ່ມີບ່ອນຢູ່ສະຫງົບ ແລະ ມີຄວາມສຸກ. ຜູ້ຄົນຂອງເມືອງຮ້າງແບບນີ້ຈະເຄີຍເຫັນພຣະເຈົ້າໄດ້ແນວໃດ? ພວກເຂົາເຄີຍມີຄວາມສຸກກັບຄວາມເປັນທີ່ຮັກ ແລະ ຄວາມໜ້າຮັກຂອງພຣະເຈົ້າບໍ? ພວກເຂົາສໍານຶກບຸນຄຸນຫຍັງແນ່ ຕໍ່ເລື່ອງຕ່າງໆຂອງໂລກມະນຸດ? ຜູ້ໃດໃນບັນດາພວກເຂົາທີ່ສາມາດເຂົ້າໃຈເຈດຕະນາອັນແຮງກ້າຂອງພຣະເຈົ້າ? ສະນັ້ນ, ໜ້ອຍຄົນຈຶ່ງສົງໄສວ່າ ພຣະເຈົ້າທີ່ບັງເກີດເປັນມະນຸດຍັງຖືກເຊື່ອງຊ້ອນໄວ້ຢ່າງມິດຊິດ: ໃນສັງຄົມມືດແບບນີ້ ເຊິ່ງເປັນບ່ອນທີ່ພວກຜີສາດມີຄວາມໂຫດຮ້າຍ ແລະ ປ່າເຖື່ອນ, ກະສັດຂອງພວກຜີສາດ ທີ່ໄດ້ຂ້າຄົນໂດຍບໍ່ໄດ້ພິບຕາ ຈະທົນຕໍ່ການມີຢູ່ຂອງພຣະເຈົ້າ ຜູ້ທີ່ໜ້າຮັກ, ໃຈດີ ແລະ ຍັງບໍລິສຸດໄດ້ແນວໃດ? ມັນຈະຕົບມື ແລະ ຮ້ອງເຊຍການສະເດັດມາເຖິງຂອງພຣະເຈົ້າໄດ້ແນວໃດ? ພວກຂີ້ຂ້າເຫຼົ່ານີ້ເອີຍ! ພວກເຂົາຕອບແທນຄວາມໃຈດີດ້ວຍຄວາມກຽດຊັງ, ພວກເຂົາເລີ່ມປະຕິບັດກັບພຣະເຈົ້າວ່າເປັນສັດຕູແຕ່ດົນນານແລ້ວ, ພວກເຂົາຂົ່ມເຫັງພຣະເຈົ້າ, ພວກເຂົາປ່າເຖື່ອນທີ່ສຸດ, ພວກເຂົາບໍ່ນັບຖືພຣະເຈົ້າແມ່ນແຕ່ໜ້ອຍດຽວ, ພວກເຂົາລັກ ແລະ ປຸ້ນ, ພວກເຂົາໄດ້ສູນເສຍສາມັນສໍານຶກທັງໝົດ ແລະ ພວກເຂົາໄດ້ຕໍ່ຕ້ານສາມັນສໍານຶກທັງໝົດ ແລະ ພວກເຂົາໄດ້ລໍ້ລວງໃຫ້ຄົນບໍລິສຸດຂາດສະຕິ. ນີ້ແມ່ນບັນພະບຸລຸດຂອງຄົນສະໄໝບູຮານບໍ? ຜູ້ນໍາທີ່ເປັນທີ່ຮັກບໍ? ພວກເຂົາທຸກຄົນຕໍ່ຕ້ານພຣະເຈົ້າ! ການກ້າວກ່າຍຂອງພວກເຂົາໄດ້ເຮັດໃຫ້ທຸກຄົນທີ່ຢູ່ກ້ອງສະຫວັນຕ້ອງຕົກຢູ່ໃນສະພາບແຫ່ງຄວາມມືດ ແລະ ຄວາມສົນລະວົນ! ນີ້ແມ່ນອິດສະຫຼະທາງສາສະໜາບໍ? ນີ້ແມ່ນສິດທີ່ຖືກຕ້ອງຕາມກົດໝາຍ ແລະ ສິດຜົນປະໂຫຍດຂອງປະຊາຊົນບໍ? ສິ່ງເຫຼົ່ານີ້ແມ່ນກົນລວງເພື່ອປົກປິດບາບ! ແມ່ນໃຜໄດ້ຮັບເອົາພາລະກິດຂອງພຣະເຈົ້າ? ແມ່ນໃຜໄດ້ມອບຊີວິດຂອງພວກເຂົາ ຫຼື ສະຫຼະເລືອດຂອງຕົວເອງເພື່ອພາລະກິດຂອງພຣະເຈົ້າ? ຫຼາຍຊົ່ວອາຍຸຄົນ ນັບຈາກພໍ່ແມ່ຫາລູກ, ມະນຸດທີ່ຖືກຈັບໄປເປັນທາດໄດ້ຈັບພຣະເຈົ້າໄປເປັນທາດແບບບໍ່ມີພິທີລີຕອງ ແລ້ວນີ້ຈະບໍ່ເຮັດໃຫ້ມີຄວາມໂມໂຫໄດ້ແນວໃດ? ພັນປີແຫ່ງຄວາມກຽດຊັງແມ່ນຝັງເລິກຢູ່ໃນຫົວໃຈ, ຄວາມບາບໜາເປັນພັນປີແມ່ນຖືກຈາລຶກໃສ່ຫົວໃຈ ແລ້ວນີ້ຈະບໍ່ເຮັດໃຫ້ເກີດມີຄວາມກຽດຊັງໄດ້ແນວໃດ? ຈົ່ງແກ້ແຄ້ນໃຫ້ກັບພຣະເຈົ້າ, ເຮັດໃຫ້ສັດຕູຂອງພຣະອົງດັບສູນໃຫ້ໝົດ, ຢ່າຍອມໃຫ້ມັນແລ່ນອາລະວາດອີກຕໍ່ໄປ ແລະ ຢ່າຍອມໃຫ້ມັນປົກຄອງເປັນຜະເດັດການ! ດຽວນີ້ແມ່ນເຖິງເວລາແລ້ວ: ແຕ່ດົນນານ ມະນຸດໄດ້ເຕົ້າໂຮມກໍາລັງທັງໝົດຂອງເຂົາ, ເຂົາໄດ້ອຸທິດຄວາມພະຍາຍາມທັງໝົດຂອງເຂົາ ແລະ ເສຍສະຫຼະທຸກຢ່າງເພື່ອສິ່ງນີ້, ເພື່ອຈີກໃບໜ້າທີ່ເປັນຕາຢ້ານຂອງຜີສາດນີ້ ແລະ ເຮັດໃຫ້ຜູ້ຄົນ ທີ່ຖືກບັງຕາ ແລະ ຜູ້ທີ່ໄດ້ທົນຕໍ່ຄວາມທຸກທໍລະມານ ແລະ ຄວາມລໍາບາກໃນທຸກຮູບແບບ ໄດ້ລຸກຂຶ້ນຈາກຄວາມເຈັບປວດຂອງພວກເຂົາ ແລະ ຕໍ່ຕ້ານຜີສາດເຖົ້າທີ່ຊົ່ວຮ້າຍນີ້. ເປັນຫຍັງຈິ່ງສ້າງອຸປະສັກທີ່ບໍ່ສາມາດແກ້ໄຂຕໍ່ພາລະກິດຂອງພຣະເຈົ້າ? ເປັນຫຍັງຈິ່ງໃຊ້ເລ່ກົນເພື່ອຫຼອກລວງຄົນຂອງພຣະເຈົ້າ? ອິດສະຫຼະທີ່ແທ້ຈິງ ແລະ ສິດ ແລະ ສິດຜົນປະໂຫຍດທີ່ຖືກຕ້ອງມີຢູ່ໃສ? ຄວາມຍຸຕິທໍາຢູ່ໃສ? ຄວາມສຸກສະບາຍຢູ່ໃສ? ຄວາມອົບອຸ່ນຢູ່ໃສ? ເປັນຫຍັງຈິ່ງໃຊ້ອຸບາຍຫຼອກລວງເພື່ອຕົວະຄົນຂອງພຣະເຈົ້າ? ເປັນຫຍັງຈິ່ງໃຊ້ກໍາລັງເພື່ອຢັບຢັ້ງການສະເດັດມາຂອງພຣະເຈົ້າ? ເປັນຫຍັງຈິ່ງບໍ່ຍອມໃຫ້ພຣະເຈົ້າຄະເນຈອນຢູ່ເທິງແຜ່ນດິນໂລກທີ່ພຣະອົງຊົງສ້າງຂຶ້ນຢ່າງເປັນອິດສະຫຼະ? ເປັນຫຍັງຈິ່ງລົບກວນພຣະເຈົ້າຈົນພຣະອົງບໍ່ມີບ່ອນທີ່ຈະພັກຫົວຂອງພຣະອົງລົງ? ຄວາມອົບອຸ່ນໃນທ່າມກາງມະນຸດຢູ່ໃສ? ການຕ້ອນຮັບໃນທ່າມກາງມະນຸດຢູ່ໃສ? ເປັນຫຍັງຈິ່ງສະແຫວງຫາພຣະເຈົ້າແບບບໍ່ມີຫວັງ? ເປັນຫຍັງຈິ່ງເຮັດໃຫ້ພຣະເຈົ້າຮ້ອງອອກມາຊໍ້າແລ້ວຊໍ້າອີກ? ເປັນຫຍັງຈິ່ງເຮັດໃຫ້ພຣະເຈົ້າກັງວົນກັບບຸດຊາຍທີ່ເປັນທີ່ຮັກຂອງພຣະອົງ? ໃນສັງຄົມມືດນີ້ ເປັນຫຍັງໝາເຝົ້າຍາມທີ່ເປັນຕາສົມເພດຂອງມັນບໍ່ຍອມໃຫ້ພຣະເຈົ້າສະເດັດໄປໆມາໆຢ່າງອິດສະຫຼະທົ່ວໂລກທີ່ພຣະອົງຊົງສ້າງ? ເປັນຫຍັງມະນຸດ ທີ່ດໍາລົງຊີວິດໃນທ່າມກາງຄວາມເຈັບປວດ ແລະ ຄວາມທຸກທໍລະມານຈິ່ງບໍ່ເຂົ້າໃຈ? ເພື່ອພວກເຈົ້າແລ້ວ, ພຣະເຈົ້າໄດ້ອົດທົນຕໍ່ຄວາມທໍລະມານຢ່າງໃຫຍ່ຫຼວງ, ໄດ້ປະທານບຸດຊາຍທີ່ເປັນທີ່ຮັກຂອງພຣະອົງ, ເນື້ອໜັງ ແລະ ເລືອດຂອງພຣະອົງໃຫ້ພວກເຈົ້າດ້ວຍຄວາມເຈັບປວດ ແລ້ວເປັນຫຍັງພວກເຈົ້າຈິ່ງຍັງເມີນເສີຍຢູ່? ໃນລັກສະນະລວມຂອງທຸກຄົນ, ພວກເຈົ້າໄດ້ປະຕິເສດການສະເດັດມາຮອດຂອງພຣະເຈົ້າ ແລະ ໄດ້ປະຕິເສດມິດຕະພາບຂອງພຣະເຈົ້າ. ເປັນຫຍັງຈິ່ງບໍ່ມີສາມັນສໍານຶກເຖິງຂະໜາດນັ້ນ? ພວກເຈົ້າເຕັມໃຈບໍ ທີ່ຈະທົນຕໍ່ຄວາມບໍ່ຍຸຕິທໍາໃນສັງຄົມມືດແບບນີ້? ແທນທີ່ຈະຍັດທ້ອງຂອງພວກເຈົ້າໃຫ້ອີ່ມກັບຄວາມກຽດຊັງນັບພັນປີ, ເປັນຫຍັງພວກເຈົ້າຈິ່ງຍັດທ້ອງຕົນເອງດ້ວຍ “ຂີ້” ຂອງກະສັດຂອງພວກຜີຮ້າຍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດ ແລະ ທາງເຂົ້າ (8)
ໝາຍເຫດ:
1. “ກ່າວຫາໂດຍບໍ່ມີຫຼັກຖານ” ໝາຍເຖິງວິທີການທີ່ຜີສາດຮ້າຍທໍາລາຍຜູ້ຄົນ.
2. “ເຝົ້າຍາມຢ່າງໜ້າແໜ້ນ” ໝາຍເຖິງວິທີການທີຜີສາດຮ້າຍໃຊ້ກັບຜູ້ຄົນ ແມ່ນໂຫດຮ້າຍຢ່າງຍິ່ງ ແລະ ຄວບຄຸມຜູ້ຄົນຢ່າງຮຸນແຮງຈົນພວກເຂົາບໍ່ສາມາດເຄື່ອນໄຫວໄດ້.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ພາລະກິດຂອງພຣະເຈົ້າສືບຕໍ່ກ້າວໄປຂ້າງໜ້າຢູ່ສະເໝີ ແລະ ເຖິງແມ່ນວ່າຈຸດປະສົງຂອງພາລະກິດຂອງພຣະເຈົ້າບໍ່ໄດ້ປ່ຽນແປງ,...
ເມື່ອໂມເຊຕີກ້ອນຫີນ ແລ້ວນໍ້າທີ່ປະທານໂດຍພຣະເຢໂຮວາກໍໄຫຼພຸ່ງອອກມາ ນັ້ນກໍຍ້ອນມາຈາກຄວາມສັດທາຂອງໂມເຊ. ເມື່ອເດວິດຫຼິ້ນພີນສັນລະເສີນເຮົາ...
ໃນເວລານັ້ນ ພາລະກິດຂອງພຣະເຢຊູແມ່ນພາລະກິດເພື່ອໄຖ່ບາບໃຫ້ກັບມວນມະນຸດຊາດ. ຄວາມຜິດບາບຂອງທຸກຄົນທີ່ເຊື່ອໃນພຣະອົງແມ່ນໄດ້ຮັບການອະໄພ;...
ເຮົາຈະເອົາຊະນະມະນຸດຊາດ ເພາະວ່າ ຜູ້ຄົນຖືກເຮົາສ້າງ ແລະ ຍິ່ງໄປກວ່ານັ້ນ ຜູ້ຄົນໄດ້ມີຄວາມສຸກກັບທຸກສິ່ງທີ່ເຮົາສ້າງຂຶ້ນ....