ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 423
09 ເດືອນທັນວາ 2025
ພາຍໃນພຣະທໍາຂອງພຣະເຈົ້າແມ່ນຄວາມຈິງທີ່ມະນຸດຕ້ອງມີ, ສິ່ງທີ່ມີຜົນປະໂຫຍດ ແລະ ເປັນປະໂຫຍດທີ່ສຸດໃຫ້ກັບມະນຸດຊາດ, ຢາບຳລຸງ ແລະ ການບຳລຸງລ້ຽງທີ່ຮ່າງກາຍຂອງພວກເຈົ້າຕ້ອງການ, ເປັນສິ່ງທີ່ຊ່ວຍໃຫ້ມະນຸດຟື້ນຟູຄວາມເປັນມະນຸດປົກກະຕິຂອງເຂົາ ແລະ ຄວາມຈິງທີ່ມະນຸດຄວນປະກອບມີ. ຍິ່ງພວກເຈົ້າປະຕິບັດພຣະທຳຂອງພຣະເຈົ້າຫຼາຍສໍ່າໃດ, ຊີວິດຂອງພວກເຈົ້າກໍຍິ່ງເກີດດອກອອກຜົນໄດ້ໄວຫຼາຍສໍ່ານັ້ນ ແລະ ຄວາມຈິງກໍຍິ່ງຈະຊັດເຈນຫຼາຍສໍ່ານັ້ນ. ໃນຂະນະທີ່ເຈົ້າເຕີບໃຫຍ່ໃນວຸດທິພາວະ, ພວກເຈົ້າກໍຈະເຫັນສິ່ງຕ່າງໆຢູ່ໃນໂລກຝ່າຍວິນຍານຢ່າງຊັດເຈນຂຶ້ນ ແລະ ພວກເຈົ້າຈະມີພະລັງເພິ່ມຂຶ້ນເພື່ອເອົາຊະນະຊາຕານ. ຄວາມຈິງຫຼາຍຢ່າງທີ່ພວກເຈົ້າບໍ່ເຂົ້າໃຈກໍຈະຖືກເຮັດໃຫ້ແຈ່ມແຈ້ງ ເມື່ອພວກເຈົ້າປະຕິບັດພຣະທຳຂອງພຣະເຈົ້າ. ຄົນສ່ວນຫຼາຍແມ່ນພໍໃຈກັບການເຂົ້າໃຈຂໍ້ຄວາມແຫ່ງພຣະທຳຂອງພຣະເຈົ້າເທົ່ານັ້ນ ແລະ ໃສ່ໃຈກັບການປະກອບຕົນເອງດ້ວຍຄຳສັ່ງສອນ ແທນທີ່ຈະລົງເລິກໃນປະສົບການປະຕິບັດຂອງພວກເຂົາ, ແຕ່ນັ້ນບໍ່ແມ່ນວິທີຂອງພວກຟາຣີຊາຍບໍ? ພວກເຂົາສາມາດໄດ້ຮັບຄວາມເປັນຈິງຈາກວະລີທີ່ວ່າ “ພຣະທຳຂອງພຣະເຈົ້າແມ່ນຊີວິດ” ໂດຍການເຮັດສິ່ງນີ້ບໍ? ຊີວິດຂອງບຸກຄົນໃດໜຶ່ງບໍ່ສາມາດເຕີບໃຫຍ່ໄດ້ໂດຍການອ່ານພຣະທຳຂອງພຣະເຈົ້າພຽງຢ່າງດຽວ, ແຕ່ມີແຕ່ເມື່ອພຣະທຳຂອງພຣະເຈົ້າຖືກນໍາເຂົ້າສູ່ການປະຕິບັດ. ຖ້າມັນເປັນຄວາມເຊື່ອຂອງເຈົ້າທີ່ວ່າ ການເຂົ້າໃຈພຣະທຳຂອງພຣະເຈົ້າແມ່ນສິ່ງດຽວທີ່ຈຳເປັນໃນການມີຊີວິດ ແລະ ວຸດທິພາວະ, ແລ້ວຄວາມເຂົ້າໃຈຂອງເຈົ້າກໍບົກຜ່ອງ. ການເຂົ້າໃຈພຣະທຳຂອງພຣະເຈົ້າຢ່າງແທ້ຈິງເກີດຂຶ້ນເມື່ອເຈົ້າປະຕິບັດຄວາມຈິງ ແລະ ເຈົ້າຕ້ອງເຂົ້າໃຈວ່າ “ໂດຍການປະຕິບັດຄວາມຈິງເທົ່ານັ້ນ ຈຶ່ງຈະເຂົ້າໃຈຄວາມຈິງໄດ້”. ໃນປັດຈຸບັນ, ຫຼັງຈາກທີ່ອ່ານພຣະທຳຂອງພຣະເຈົ້າ, ເຈົ້າພຽງແຕ່ສາມາດເວົ້າວ່າ ເຈົ້າຮູ້ຈັກພຣະທຳຂອງພຣະເຈົ້າ, ແຕ່ເຈົ້າບໍ່ສາມາດເວົ້າໄດ້ວ່າ ເຈົ້າເຂົ້າໃຈພຣະທຳນັ້ນ. ບາງຄົນເວົ້າວ່າ ກ່ອນອື່ນໝົດຄົນໆໜຶ່ງຕ້ອງເຂົ້າໃຈຄວາມຈິງກ່ອນທີ່ພວກເຂົາຈະສາມາດປະຕິບັດມັນໄດ້, ແຕ່ຄຳເວົ້ານີ້ພຽງຖືກແຕ່ບາງສ່ວນ ແລະ ບໍ່ຖືກຕ້ອງທັງໝົດ. ກ່ອນທີ່ເຈົ້າມີຄວາມຮູ້ກ່ຽວກັບຄວາມຈິງ, ເຈົ້າບໍ່ໄດ້ມີປະສົບການກັບຄວາມຈິງນັ້ນ. ຄວາມຮູ້ສຶກທີ່ວ່າ ເຈົ້າເຂົ້າໃຈສິ່ງທີ່ເຈົ້າໄດ້ຍິນຈາກການເທດສະໜາບໍ່ແມ່ນຄວາມເຂົ້າໃຈຢ່າງແທ້ຈິງ, ນີ້ເປັນພຽງການມີຄຳເວົ້າຕາມຕົວອັກສອນແຫ່ງຄວາມຈິງເທົ່ານັ້ນ ແລະ ມັນບໍ່ຄືກັບການເຂົ້າໃຈຄວາມໝາຍທີ່ແທ້ຈິງທີ່ຢູ່ໃນນັ້ນ. ການມີພຽງແຕ່ຄວາມຮູ້ຜິວເຜີນກ່ຽວກັບຄວາມຈິງ ບໍ່ໄດ້ໝາຍຄວາມວ່າເຈົ້າເຂົ້າໃຈມັນຢ່າງແທ້ຈິງ ຫຼື ມີຄວາມຮູ້ກ່ຽວກັບມັນ; ຄວາມໝາຍທີ່ແທ້ຈິງຂອງຄວາມຈິງແມ່ນມາຈາກການມີປະສົບການກັບຄວາມຈິງນັ້ນ. ສະນັ້ນ, ມີແຕ່ເມື່ອເຈົ້າມີປະສົບການກັບຄວາມຈິງເທົ່ານັ້ນ ເຈົ້າຈຶ່ງຈະສາມາດເຂົ້າໃຈຄວາມຈິງໄດ້ ແລະ ມີແຕ່ເມື່ອນັ້ນ ເຈົ້າຈຶ່ງເຂົ້າໃຈສ່ວນລີ້ລັບຂອງຄວາມຈິງໄດ້. ການເຮັດໃຫ້ປະສົບການຂອງເຈົ້າເລິກເຊິ່ງເປັນພຽງວິທີດຽວທີ່ຈະເຂົ້າໃຈຄວາມໝາຍແອບແຝງຂອງຄວາມຈິງ ແລະ ເຂົ້າໃຈເຖິງໃຈແກ່ນແທ້ຂອງຄວາມຈິງ. ສະນັ້ນ, ເຈົ້າສາມາດໄປໄດ້ທຸກບ່ອນດ້ວຍຄວາມຈິງ, ແຕ່ຖ້າບໍ່ມີຄວາມຈິງໃນຕົວເຈົ້າ, ແລ້ວຢ່າຄິດພະຍາຍາມແມ່ນແຕ່ຈະເຮັດໃຫ້ສະມາຊິກໃນຄອບຄົວຂອງເຈົ້າເຊື່ອເລີຍ, ແຮງໄກຖ້າເປັນຜູ້ຄົນຂອງສາສະໜາ. ຫາກປາສະຈາກຄວາມຈິງ, ເຈົ້າກໍເປັນເໝືອນກັບຫິມະທີ່ປິວໄປມາ, ແຕ່ເມື່ອມີຄວາມຈິງ, ເຈົ້າສາມາດມີຄວາມສຸກ ແລະ ເປັນອິດສະຫຼະ ໂດຍບໍ່ມີໃຜສາມາດໂຈມຕີເຈົ້າໄດ້. ບໍ່ວ່າທິດສະດີຈະເຂັ້ມແຂງສໍ່າໃດກໍຕາມ, ມັນກໍບໍ່ສາມາດເອົາຊະນະຄວາມຈິງໄດ້. ເມື່ອມີຄວາມຈິງ, ໂລກກໍສາມາດແກວ່ງໄກວໄດ້ ແລະ ພູເຂົາ ແລະ ທະເລເຄື່ອນຍ້າຍ ໃນຂະນະທີ່ການຂາດຄວາມຈິງສາມາດເຮັດໃຫ້ກຳແພງເມືອງອັນເຂັ້ມແຂງຖືກໜອນກັດຫຼຸດລົງເປັນເສດດິນໄດ້. ນີ້ແມ່ນຄວາມຈິງທີ່ຊັດເຈນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຫຼັງຈາກທີ່ເຈົ້າເຂົ້າໃຈຄວາມຈິງ, ເຈົ້າຄວນນໍາມັນເຂົ້າສູ່ການປະຕິບັດ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ