ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 434

12 ທັນວາ 2025

ຖ້າຜູ້ຄົນຕ້ອງຮູ້ຈັກພຣະເຈົ້າ ພວກເຂົາຕ້ອງຮູ້ຈັກວ່າພຣະເຈົ້າແມ່ນພຣະເຈົ້າທີ່ແທ້ຈິງກ່ອນ ແລະ ພວກເຂົາຕ້ອງຮູ້ຈັກພຣະທຳຂອງພຣະເຈົ້າ, ການປາກົດຕົວທີ່ແທ້ຈິງຂອງພຣະເຈົ້າໃນເນື້ອໜັງ ແລະ ພາລະກິດທີ່ແທ້ຈິງຂອງພຣະເຈົ້າ. ພຽງແຕ່ຫຼັງຈາກການຮູ້ຈັກວ່າ ພາລະກິດທຸກຢ່າງຂອງພຣະເຈົ້າແມ່ນແທ້ຈິງເທົ່ານັ້ນ ເຈົ້າຈຶ່ງຈະສາມາດຮ່ວມມືຕົວຈິງກັບພຣະເຈົ້າຈິງໄດ້ ແລະ ພຽງແຕ່ຜ່ານເສັ້ນທາງນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດບັນລຸຄວາມເຕີບໃຫຍ່ໃນຊີວິດຂອງເຈົ້າໄດ້. ທຸກຄົນທີ່ບໍ່ມີຄວາມຮູ້ກ່ຽວກັບຄວາມເປັນຈິງບໍ່ມີທາງຈະມີປະສົບການກັບພຣະທຳຂອງພຣະເຈົ້າໄດ້, ຕິດບ້ວງແຮ້ວໃນແນວຄິດຂອງພວກເຂົາ, ດຳລົງຊີວິດຢູ່ໃນຈິນຕະນາການຂອງພວກເຂົາ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງບໍ່ມີຄວາມຮູ້ກ່ຽວກັບພຣະທຳຂອງພຣະເຈົ້າ. ຍິ່ງຄວາມຮູ້ຂອງເຈົ້າກ່ຽວກັບຄວາມເປັນຈິງຍິ່ງໃຫຍ່ສໍ່າໃດ ເຈົ້າກໍຍິ່ງໃກ້ກັບພຣະເຈົ້າຫຼາຍສໍ່ານັ້ນ ແລະ ເຈົ້າກໍຍິ່ງໃກ້ຊິດກັບພຣະອົງຫຼາຍສໍ່ານັ້ນ; ຍິ່ງເຈົ້າສະແຫວງຫາຄວາມບໍ່ແຈ່ມແຈ້ງ, ຄວາມບໍ່ມີຕົວຕົນ ແລະ ຄຳສັ່ງສອນຫຼາຍສໍ່າໃດ, ເຈົ້າກໍຍິ່ງຫ່າງເຫີນຈາກພຣະເຈົ້າຫຼາຍສໍ່ານັ້ນ ແລະ ດ້ວຍເຫດນັ້ນ ເຈົ້າກໍຍິ່ງຈະຮູ້ສຶກວ່າ ການມີປະສົບການກັບພຣະທຳຂອງພຣະເຈົ້າເປັນສິ່ງທີ່ລຳບາກ ແລະ ຫຍຸ້ງຍາກຫຼາຍສໍ່ານັ້ນ ແລະ ເຈົ້າກໍຍັງຮູ້ສຶກວ່າ ເຈົ້າຂາດຄວາມສາມາດສຳລັບທາງເຂົ້າສູ່ພຣະທໍາ. ຖ້າເຈົ້າປາຖະໜາທີ່ຈະເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ ແລະ ສູ່ເສັ້ນທາງທີ່ຖືກຕ້ອງຂອງຊີວິດຝ່າຍວິນຍານຂອງເຈົ້າ, ເຈົ້າຕ້ອງຮູ້ຈັກຄວາມເປັນຈິງກ່ອນ ແລະ ແຍກຕົວເຈົ້າເອງອອກຈາກສິ່ງທີ່ບໍ່ແຈ່ມແຈ້ງ ແລະ ເໜືອທຳມະຊາດ ເຊິ່ງເວົ້າໄດ້ວ່າ ກ່ອນອື່ນ ເຈົ້າຕ້ອງເຂົ້າໃຈວ່າ ພຣະວິນຍານບໍລິສຸດເຮັດໃຫ້ສະຫວ່າງຢ່າງແທ້ຈິງ ແລະ ນໍາພາເຈົ້າໄດ້ແນວໃດ. ດ້ວຍວິທີນີ້ ຖ້າເຈົ້າສາມາດເຂົ້າໃຈພາລະກິດທີ່ແທ້ຈິງຂອງພຣະວິນຍານບໍລິສຸດພາຍໃນມະນຸດຢ່າງແທ້ຈິງ, ແລ້ວເຈົ້າກໍຈະໄດ້ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນການຖືກພຣະເຈົ້າເຮັດໃຫ້ສົມບູນຢ່າງແນ່ນອນ.

ໃນປັດຈຸບັນ ທຸກສິ່ງເລີ່ມຕົ້ນຈາກຄວາມເປັນຈິງ. ພາລະກິດຂອງພຣະເຈົ້າເປັນສິ່ງທີ່ເປັນຈິງທີ່ສຸດ ແລະ ຜູ້ຄົນກໍສາມາດສຳຜັດໄດ້; ມັນເປັນສິ່ງທີ່ຜູ້ຄົນສາມາດປະສົບ ແລະ ບັນລຸໄດ້. ໃນຜູ້ຄົນ ມີຫຼາຍສິ່ງທີ່ບໍ່ແຈ່ມແຈ້ງ ແລະ ເໜືອທຳມະຊາດ ເຊິ່ງຢຸດພວກເຂົາຈາກການຮູ້ຈັກພາລະກິດໃນປັດຈຸບັນຂອງພຣະເຈົ້າ. ສະນັ້ນ ໃນປະສົບການຂອງພວກເຂົາ, ພວກເຂົາອອກນອກທິດນອກທາງຢູ່ສະເໝີ ແລະ ຮູ້ສຶກວ່າສິ່ງຕ່າງໆຍາກຢູ່ສະເໝີ ແລະ ນີ້ລ້ວນແລ້ວແຕ່ເກີດຂຶ້ນຈາກແນວຄິດຂອງພວກເຂົາ. ຜູ້ຄົນບໍ່ສາມາດເຂົ້າໃຈຫຼັກການແຫ່ງພາລະກິດຂອງພຣະວິນຍານບໍລິສຸດ, ພວກເຂົາບໍ່ຮູ້ຈັກຄວາມເປັນຈິງ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງມີຄວາມຄິດລົບໃນເສັ້ນທາງເຂົ້າສູ່ຂອງພວກເຂົາຢູ່ສະເໝີ. ພວກເຂົາເບິ່ງເງື່ອນໄຂຈຳເປັນຂອງພຣະເຈົ້າຈາກທາງໄກ ໂດຍບໍ່ສາມາດບັນລຸສິ່ງເຫຼົ່ານັ້ນໄດ້; ພວກເຂົາພຽງແຕ່ເຫັນວ່າ ພຣະທຳຂອງພຣະເຈົ້າດີແທ້ ແຕ່ບໍ່ສາມາດຄົ້ນພົບເສັ້ນທາງເຂົ້າຫາໄດ້ເລີຍ. ພຣະວິນຍານບໍລິສຸດປະຕິບັດພາລະກິດດ້ວຍຫຼັກການນີ້: ຜ່ານການຮ່ວມມືຂອງຜູ້ຄົນ, ຜ່ານການອະທິຖານຢ່າງຫ້າວຫັນຂອງພວກເຂົາ, ຜ່ານການຄົ້ນຫາ ແລະ ການຫຍັບເຂົ້າໃກ້ພຣະເຈົ້າຫຼາຍຂຶ້ນ, ຈຶ່ງຈະສາມາດບັນລຸຜົນໄດ້ ແລະ ພວກເຂົາຈະໄດ້ຮັບແສງສະຫວ່າງ ແລະ ແສງເຍື່ອງທາງຈາກພຣະວິນຍານບໍລິສຸດ. ມັນບໍ່ແມ່ນເລື່ອງທີ່ພຣະວິນຍານບໍລິສຸດກະທຳແຕ່ຝ່າຍດຽວ ຫຼື ມະນຸດກະທຳແຕ່ຝ່າຍດຽວ. ທັງສອງຝ່າຍຈຳເປັນຢ່າງຍິ່ງ ແລະ ຍິ່ງຜູ້ຄົນຮ່ວມມືກັນຫຼາຍສໍ່າໃດ ແລະ ຍິ່ງພວກເຂົາສະແຫວງຫາເພື່ອເຂົ້າເຖິງມາດຕະຖານທີ່ພຣະເຈົ້າຮຽກຮ້ອງຫຼາຍສໍ່າໃດ ພາລະກິດຂອງພຣະວິນຍານບໍລິສຸດກໍຍິ່ງໃຫຍ່ຫຼາຍສໍ່ານັ້ນ. ມີພຽງແຕ່ການຮ່ວມມືທີ່ແທ້ຈິງຂອງຜູ້ຄົນເທົ່ານັ້ນ ບວກກັບພາລະກິດຂອງພຣະວິນຍານບໍລິສຸດ ຈຶ່ງສາມາດກໍ່ໃຫ້ເກີດປະສົບການທີ່ແທ້ຈິງ ພ້ອມທັງຄວາມຮູ້ທີ່ເປັນແກ່ນແທ້ກ່ຽວກັບພຣະທຳຂອງພຣະເຈົ້າ. ຜ່ານປະສົບການໃນລັກສະນະນີ້ເທື່ອລະໜ້ອຍກໍຈະເກີດມີບຸກຄົນສົມບູນໃນທີ່ສຸດ. ພຣະເຈົ້າບໍ່ກະທຳສິ່ງທີ່ເໜືອທຳມະຊາດ; ໃນແນວຄິດຂອງຜູ້ຄົນ ພຣະເຈົ້າແມ່ນອົງທີ່ມີລິດທານຸພາບສູງສຸດ ແລະ ພຣະອົງເຮັດທຸກສິ່ງຢ່າງ, ຜົນຕາມມາກໍຄືຜູ້ຄົນລໍຖ້າຢູ່ຊື່ໆ, ບໍ່ອ່ານພຣະທຳຂອງພຣະເຈົ້າ ຫຼື ອະທິຖານ ແລະ ພຽງແຕ່ລໍຖ້າການສຳຜັດຂອງພຣະວິນຍານບໍລິສຸດເທົ່ານັ້ນ. ເຖິງຢ່າງໃດກໍຕາມ ຄົນທີ່ມີຄວາມເຂົ້າໃຈຢ່າງຖືກຕ້ອງແມ່ນເຊື່ອໃນສິ່ງນີ້: ການກະທຳຂອງພຣະເຈົ້າສາມາດບັນລຸໄດ້ຈາກການຮ່ວມມືຂອງຂ້ານ້ອຍເທົ່ານັ້ນ ແລະ ຜົນທີ່ພາລະກິດຂອງພຣະເຈົ້າມີຢູ່ໃນຕົວຂ້ານ້ອຍກໍຂຶ້ນກັບວ່າ ຂ້ານ້ອຍຮ່ວມມືແນວໃດ. ເມື່ອພຣະເຈົ້າກ່າວ ຂ້ານ້ອຍຄວນເຮັດທຸກສິ່ງທີ່ຂ້ານ້ອຍສາມາດເຮັດໄດ້ເພື່ອສະແຫວງຫາ ແລະ ພະຍາຍາມໃຫ້ບັນລຸຕາມພຣະທຳຂອງພຣະເຈົ້າ; ນີ້ຄືສິ່ງທີ່ຂ້ານ້ອຍຄວນເຮັດໃຫ້ສໍາເລັດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວິທີການຮູ້ຈັກຄວາມເປັນຈິງ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ