ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 311

ຈາກເບື້ອງເທິງຫາເບື້ອງລຸ່ມ ແລະ ຈາກຕອນເລີ່ມຕົ້ນຫາຕອບຈົບ, ຊາຕານໄດ້ລົບກວນພາລະກິດຂອງພຣະເຈົ້າ ແລະ ປະພຶດໃນທາງກົງກັນຂ້າມກັບພຣະອົງ. ການເວົ້າກ່ຽວກັບ “ມໍລະດົກທາງວັດທະນະທໍາບູຮານ”, ການໃຫ້ຄຸນຄ່າ “ຄວາມຮູ້ກ່ຽວກັບວັດທະນາທໍາບູຮານ”, “ການສັ່ງສອນຂອງລັດທິເຕົ໋າ ແລະ ຂົງຈື້” ແລະ “ວັນນະຄະດີຊັ້ນຍອດຂອງຂົງຈື້ ແລະ ພິທີການຂອງສັກດີນາ” ທຸກສິ່ງນີ້ໄດ້ນໍາພາມະນຸດໄປສູ່ນະຮົກ. ວິທະຍາສາດ ແລະ ເຕັກໂນໂລຊີທີ່ທັນສະໄໝໃນປັດຈຸບັນ ພ້ອມກັບອຸດສາຫະກໍາ, ກະສິກໍາ ແລະ ທຸລະກິດທີ່ມີການພັດທະນາຢ່າງສູງ ແມ່ນບໍ່ມີໃຫ້ເຫັນຢູ່ຈັກບ່ອນເລີຍ. ກົງກັນຂ້າມ, ທຸກສິ່ງທີ່ມັນເຮັດແມ່ນເນັ້ນໃສ່ພິທິການຂອງສັກດີນາທີ່ເຜີຍແຜ່ໂດຍ “ທະນີ” ຂອງສະໄໝບູຮານເພື່ອຈົງໃຈລົບກວນ, ຕໍ່ຕ້ານ ແລະ ທໍາລາຍພາລະກິດຂອງພຣະເຈົ້າ. ມັນບໍ່ພຽງແຕ່ສືບຕໍ່ເຮັດໃຫ້ມະນຸດເຈັບປວດຈົນຮອດປັດຈຸບັນ ແຕ່ມັນຍັງຕ້ອງການກືນກິນ[1] ມະນຸດທັງໝົດ. ການເຜີຍແຜ່ຄໍາສອນດ້ານສົມບັດສິນທໍາ ແລະ ຈັນຍາບັນຂອງສັກດີນາ ແລະ ການຖ່າຍທອດຄວາມຮູ້ກ່ຽວກັບວັດທະນະທໍາບູຮານໄດ້ສົ່ງຜົນກະທົບຕໍ່ມະນຸດແຕ່ດົນນານມາແລ້ວ ແລະ ໄດ້ຫັນປ່ຽນມະນຸດໄປເປັນມານຮ້າຍທັງໃຫຍ່ ແລະ ນ້ອຍ. ມີຄົນຈໍານວນໜ້ອຍທີ່ຈະຍິນດີຕ້ອນຮັບພຣະເຈົ້າ ແລະ ຕ້ອນຮັບການສະເດັດມາຂອງພຣະເຈົ້າຢ່າງດີອົກດີໃຈ. ໃບໜ້າຂອງມະນຸດທຸກຄົນແມ່ນເຕັມໄປດ້ວຍເຈດຕະນາຄາດຕະກໍາ ແລະ ຢູ່ທຸກບ່ອນກໍມີແຕ່ລົມຫາຍໃຈແຫ່ງການເຂັ່ນຂ້າກະຈາຍໄປທົ່ວອາກາດ. ພວກເຂົາຕ້ອງການຢາກຂັບໄລ່ພຣະເຈົ້າອອກຈາກດິນແດນແຫ່ງນີ້; ພວກເຂົາຈັດແຈງໂຕເອງໃນຖັນແຖວຂອງການຕໍ່ສູ້ເພື່ອ “ທໍາລາຍລ້າງ” ພຣະເຈົ້າດ້ວຍມີດ ແລະ ງ້າວທີ່ຢູ່ໃນມື. ໃນທົ່ວດິນແດນແຫ່ງຜີຮ້າຍນີ້, ມະນຸດຖືກສອນຢູ່ຕະຫຼອດວ່າ ບໍ່ມີພຣະເຈົ້າ, ມີແຕ່ພະທຽມແຜ່ລາມໄປທົ່ວ ແລະ ໃນອາກາດກໍກະຈາຍໄປດ້ວຍກິ່ນອາຍແຫ່ງຄວາມວິນວຽນປວດຮາກຈາກການຈູດເຈ້ຍ ແລະ ທູບ ເຊິ່ງຄວັນກຸ້ມຈົນຫາຍໃຈບໍ່ອອກ. ມັນຄືກັບວ່າ ເປັນກິ່ນເໝັນຂອງຂີ້ຕົມທີ່ປົກຫຸ້ມດ້ວຍການບິດມ້ວນໂຕຂອງງູພິດໃຫຍ່, ເປັນກິ່ນທີ່ເໝັນຫຼາຍຈົນຜູ້ຄົນບໍ່ສາມາດເຊົາຮາກໄດ້. ນອກຈາກນີ້ແລ້ວ, ຍັງສາມາດໄດ້ຍິນສຽງຄ່ອຍໆຂອງພວກຜີສາດທີ່ຊົ່ວຮ້າຍສວດຄໍາພີ ເຊິ່ງຄືກັບວ່າ ເປັນສຽງດັງມາແຕ່ໄກໆໃນນະຮົກ, ເປັນສຽງດັງຫຼາຍຈົນຜູ້ຄົນບໍ່ສາມາດເຊົາສັ່ນເຊັນໄດ້. ທົ່ວດິນແດນແຫ່ງນີ້ ມີຮູບປັ້ນບູຊາທຸກສີຂອງສາຍຮຸ້ງກະຈາຍໄປທົ່ວ ເຊິ່ງຜັນປ່ຽນດິນແດນນີ້ໄປເປັນໂລກແຫ່ງຄວາມເບິກບານ ໃນຂະນະທີ່ກະສັດຂອງພວກຜີຮ້າຍຫົວເຍາະເຍີ້ຍຢູ່ຢ່າງຊົ່ວຊ້າ ຄືກັບວ່າ ແຜນການທີ່ຊົ່ວຮ້າຍຂອງມັນໄດ້ປະສົບຜົນສໍາເລັດແລ້ວ. ໃນຂະນະດຽວກັນນັ້ນ, ມະນຸດແມ່ນຍັງບໍ່ຮູ້ຫຍັງເລີຍ ແລະ ເຂົາບໍ່ຮູ້ເລີຍວ່າ ຜີຮ້າຍໄດ້ເຮັດໃຫ້ເຂົາເສື່ອມຊາມຈົນເຖິງລະດັບທີ່ວ່າ ເຂົາໄດ້ກາຍເປັນຄົນໄຮ້ສະຕິ ແລະ ໄດ້ແຕ່ເຮັດເປັນຄໍຕົກຍອມຮັບໃນຄວາມພ່າຍແພ້. ມັນປາດຖະໜາທີ່ຈະກວາດລ້າງທຸກສິ່ງທີ່ເປັນຂອງພຣະເຈົ້າດ້ວຍການໂຈມຕີຄັ້ງດຽວ ແລະ ເພື່ອເສື່ອມຊາມພຣະອົງ ແລະ ສັງຫານພຣະອົງອີກຄັ້ງ; ມັນຕັ້ງໃຈທໍາລາຍ ແລະ ລົບກວນພາລະກິດຂອງພຣະອົງ. ມັນສາມາດເຮັດໃຫ້ພຣະເຈົ້າມີສະຖານະທຽບເທົ່າກັບມັນໄດ້ແນວໃດ? ມັນສາມາດທົນຕໍ່ການທີ່ພຣະເຈົ້າ “ແຊກແຊງ” ວຽກງານຂອງມັນໃນທ່າມກາງມະນຸດໄດ້ແນວໃດ? ມັນສາມາດຍອມໃຫ້ພຣະເຈົ້າເປີດໜ້າກາກອອກຈາກໃບໜ້າອັນເປັນຕາຊັງຂອງມັນໄດ້ແນວໃດ? ມັນສາມາດຍອມໃຫ້ພຣະເຈົ້າເຮັດໃຫ້ວຽກງານຂອງມັນແຕກກະຈາຍໄດ້ແນວໃດ? ຜີຮ້າຍນີ້ ທີ່ເຕັມໄປດ້ວຍຄວາມໂມໂຫຢ່າງແຮງ ສາມາດຍອມໃຫ້ພຣະເຈົ້າຄວບຄຸມສະໜາມໜ້າບ້ານຂອງມັນຢູ່ເທິງແຜ່ນດິນໂລກໄດ້ແນວໃດ? ມັນຈະສາມາດເຕັມໃຈຂາບລົງຕໍ່ລິດທານຸພາບອັນສູງສົ່ງຂອງພຣະອົງໄດ້ແນວໃດ? ໃບໜ້າທີ່ເປັນຕາຊັງຂອງມັນຖືກເປີດເຜີຍຕາມສິ່ງທີ່ມັນເປັນ ດັ່ງນັ້ນຜູ້ຄົນຈິ່ງບໍ່ຮູ້ວ່າ ຈະຫົວ ຫຼື ຈະໄຫ້ດີ ແລະ ມັນກໍຍາກທີ່ຈະເວົ້າເຖິງສິ່ງນີ້ແທ້ໆ. ນີ້ບໍ່ແມ່ນທາດແທ້ຂອງມັນບໍ? ດ້ວຍຈິດວິນຍານທີ່ຂີ້ຮ້າຍ, ມັນຍັງເຊື່ອວ່າ ມັນງາມຈົນເຫຼືອເຊື່ອ. ກຸ່ມຜູ້ສົມຮູ້ຮ່ວມຄິດໃນອາຊະຍາກໍານີ້[2]! ພວກເຂົາມາຢູ່ໂລກມະນຸດເພື່ອເພີດເພີນກັບຄວາມສຸກ ແລະ ສ້າງຄວາມວຸ້ນວາຍ, ກໍ່ຄວາມວຸ້ນວາຍຢ່າງແຮງຈົນໂລກກາຍເປັນໂລກທີ່ບໍ່ມີຄວາມແນ່ນອນ ແລະ ບໍ່ໝັ້ນຄົງ; ຫົວໃຈຂອງມະນຸດກໍເຕັມໄປດ້ວຍຄວາມຕື່ນຕົກໃຈ ແລະ ຄວາມບໍ່ສະບາຍໃຈ; ພວກເຂົາໄດ້ລໍ້ຫລິ້ນກັບມະນຸດຫຼາຍເກີນໄປຈົນລັກສະນະຂອງເຂົາໄດ້ກາຍເປັນສັດຮ້າຍທີ່ໄຮ້ມະນຸດສະທໍາແຫ່ງທົ່ງຫຍ້າທີ່ຂີ້ຮ້າຍທີ່ສຸດ ແລະ ຈາກສິ່ງນັ້ນ ຮ່ອງຮອຍສຸດທ້າຍຂອງມະນຸດຜູ້ທີ່ບໍລິສຸດດັ່ງເດີມກໍໄດ້ສູນເສຍໄປ. ຍິ່ງໄປກວ່ານັ້ນ ພວກເຂົາຍັງປາດຖະໜາທີ່ຈະຮັບເອົາອໍານາດອະທິປະໄຕຢູ່ເທິງແຜ່ນດິນໂລກ. ພວກເຂົາຂັດຂວາງພາລະກິດຂອງພຣະເຈົ້າຢ່າງໜັກຈົນວ່າພາລະກິດນັ້ນເກືອບບໍ່ສາມາດເຄື່ອນໄຫວໄປຂ້າງໜ້າໄດ້ ແລະ ພວກເຂົາໄດ້ປິດກັ້ນມະນຸດຢ່າງໜາແໜ້ນດັ່ງກໍາແພງທອງແດງ ແລະ ເຫຼັກ. ເມື່ອໄດ້ເຮັດບາບໜາສາຫັດຢ່າງໜັກ ແລະ ສ້າງຄວາມພິນາດຢ່າງຫຼວງຫຼາຍ ແລ້ວພວກເຂົາຍັງຄາດຫວັງທີ່ຈະໄດ້ຮັບສິ່ງອື່ນນອກຈາກການຂ້ຽນຕີຢູ່ບໍ? ພວກຜີສາດ ແລະ ວິນຍານຊົ່ວຮ້າຍໄດ້ແລ່ນອາລະວາດຢູ່ເທິງແຜ່ນດິນໂລກເປັນເວລາດົນນານ ແລະ ໄດ້ປິດກັ້ນເຈດຕະນາ ແລະ ຄວາມພະຍາຍາມຢ່າງເຈັບປວດຂອງພຣະເຈົ້າຢ່າງປຶກໜາຈົນບໍ່ສາມາດເຈາະຜ່ານພວກມັນໄດ້. ຈັ່ງແມ່ນເປັນຄວາມຜິດບາບຂອງມະນຸດແທ້ໆ! ພຣະເຈົ້າຈະບໍ່ຮູ້ສຶກກັງວົນໃຈໄດ້ແນວໃດ? ພຣະເຈົ້າຈະບໍ່ຮູ້ສຶກໂກດຮ້າຍໄດ້ແນວໃດ? ພວກເຂົາໄດ້ຂັດຂວາງ ແລະ ຕໍ່ຕ້ານພາລະກິດຂອງພຣະເຈົ້າຢ່າງຮ້າຍແຮງ: ຊ່າງກະບົດແທ້ໆ! ແມ່ນແຕ່ພວກຜີສາດທັງໃຫຍ່ ແລະ ນ້ອຍຍັງພາກັນປະພຶດຄືໝາຈິ້ງຈອກຢູ່ໃຕ້ຕີນຂອງສິງ ແລະ ຕິດຕາມກະແສຄວາມຊົ່ວຮ້າຍ ສ້າງຄວາມວຸ້ນວາຍຢູ່ທຸກບ່ອນທີ່ພວກເຂົາໄປ. ເຖິງຈະຮູ້ຄວາມຈິງ ແຕ່ພວກເຂົາກໍຈົງໃຈຕໍ່ຕ້ານສິ່ງນັ້ນ, ພວກລູກຊາຍແຫ່ງການກະບົດເອີຍ! ມັນຄືກັບວ່າ ບັດນີ້ກະສັດແຫ່ງນະຮົກຂອງພວກເຂົາໄດ້ຂຶ້ນຄອງບັນລັງຂອງກະສັດແລ້ວ, ພວກເຂົາຈຶ່ງໄດ້ພໍໃຈ ແລະ ພູມໃຈກັບໂຕເອງ, ພາກັນປະຕິບັດຕໍ່ຄົນອື່ນດ້ວຍຄວາມດູໝິ່ນ. ມີຈັກຄົນທ່າມກາງພວກເຂົາທີ່ສະແຫວງຫາຄວາມຈິງ ແລະ ເຮັດຕາມຄວາມຍຸຕິທໍາ? ພວກເຂົາທຸກຄົນລ້ວນແລ້ວແຕ່ເປັນສັດຮ້າຍທີ່ບໍ່ມີຫຍັງດີໄປກວ່າໝູ ແລະ ໝາທີ່ຢູ່ໃນແຖວໜ້າຂອງຝູງແມງວັນທີ່ເໝັນເນົ່າ, ແກວງຫົວຂອງພວກມັນຢ່າງພາກພູມໃຈກັບໂຕເອງ ແລະ ສ້າງບັນຫາທຸກປະເພດ[3]. ພວກມັນເຊື່ອວ່າ ກະສັດແຫ່ງນະຮົກຂອງພວກມັນແມ່ນກະສັດທີ່ຍິ່ງໃຫຍ່ທີ່ສຸດ ໂດຍທີ່ບໍ່ຮູ້ວ່າ ພວກມັນເອງບໍ່ແມ່ນສິ່ງອື່ນໃດນອກຈາກແມງວັນທີ່ເໝັນເນົ່າ. ແຕ່ເຖິງຢ່າງນັ້ນ ພວກມັນກໍຍັງຖືໂອກາດໃຊ້ອໍານາດຂອງໝູ ແລະ ໝາທີ່ພວກຖືວ່າເປັນພໍ່ແມ່ເພື່ອໃສ່ຮ້າຍປ້າຍສີຕໍ່ການມີຢູ່ຂອງພຣະເຈົ້າ. ພວກແມງວັນໂຕນ້ອຍໆຄິດວ່າ ພໍ່ແມ່ຂອງພວກມັນໃຫຍ່ຊໍ່າກັບປາວານສີຟ້າ[4]. ພວກມັນບໍ່ຮູ້ເລີຍວ່າ ໃນຂະນະທີ່ພວກມັນເອງເປັນໂຕນ້ອຍໆ ແຕ່ພໍ່ແມ່ຂອງພວກມັນຄືໝູ ແລະ ໝາສົກກະປົກທີ່ໃຫຍ່ກວ່າພວກມັນຫຼາຍກວ່າຮ້ອຍລ້ານເທົ່າ? ການບໍ່ຮູ້ເຖິງຄວາມຕໍ່າຕ້ອຍຂອງພວກມັນ, ພວກມັນອາໄສກິ່ນເໝັນຂອງຄວາມເນົ່າເປື່ອຍຈາກພວກໝູ ແລະ ໝາເຫຼົ່ານັ້ນເພື່ອແລ່ນອາລະວາດໄປທົ່ວ ແລະ ມີແນວຄິດຢ່າງສິ້ນຫວັງທີ່ຈະໃຫ້ກໍາເນີດລູກຫຼານຮຸ່ນໃໝ່ໃນອະນາຄົດ. ມັນຊ່າງໜ້າອັບອາຍທີ່ສຸດ! ການມີປີກສີຂຽວຕິດຢູ່ບ່າຂອງພວກມັນ (ນີ້ໝາຍເຖິງຄໍາກ່າວອ້າງຂອງພວກມັນໃນການເຊື່ອພຣະເຈົ້າ), ພວກມັນທະນົງຕົວ ແລະ ໂອ້ອວດກັບຄວາມສວຍງາມ ແລະ ສະເໜ່ຂອງພວກມັນຢູ່ທຸກບ່ອນ ໃນຂະນະທີ່ພວກມັນໂຍນຄວາມບໍ່ບໍລິສຸດທີ່ຢູ່ໃນຮ່າງກາຍຂອງພວກມັນຢ່າງລັບໆໃຫ້ກັບມະນຸດ. ຍິ່ງໄປກວ່ານັ້ນ ພວກມັນຍັງພໍໃຈຫຼາຍກັບໂຕເອງ ຄືກັບວ່າ ພວກມັນສາມາດໃຊ້ປີກສີຮຸ້ງສອງປີກເພື່ອປົກປິດຄວາມບໍ່ບໍລິສຸດຂອງພວກມັນ ແລະ ດ້ວຍວິທີເຫຼົ່ານີ້ ພວກມັນຈິ່ງນໍາເອົາການກົດຂີ່ຂົ່ມເຫັງຂອງພວກມັນມາເປັນພາລະໃນການມີຢູ່ຂອງພຣະເຈົ້າທີ່ແທ້ຈິງ (ນີ້ໝາຍເຖິງສິ່ງທີ່ເກີດຂຶ້ນຢູ່ເບື້ອງຫຼັງໂລກສາສະໜາ). ມະນຸດຈະຮູ້ໄດ້ແນວໃດວ່າ ເຖິງວ່າປີກຂອງແມງວັນອາດຈະງົດງາມ ແລະ ເປັນຕາຫຼົງໄຫຼ ແຕ່ ແທ້ຈິງແລ້ວ ແມງວັນເອງກໍເປັນພຽງສິ່ງມີຊີວິດໂຕນ້ອຍໆທີ່ມີທ້ອງເຕັມໄປດ້ວຍສິ່ງເປິເປື້ອນ ແລະ ຮ່າງກາຍປົກຄຸມໄປດ້ວຍເຊື້ອໂລກ? ໂດຍອາໄສກໍາລັງຂອງໝູ ແລະ ໝາທີ່ພວກມັນຖືວ່າເປັນພໍ່ແມ່ຂອງພວກມັນ, ພວກມັນແລ່ນອາລະວາດທົ່ວດິນແດນ (ນີ້ໝາຍເຖິງວິທີທີ່ເຈົ້າໜ້າທີ່ທາງສາດສະໜາ ຜູ້ທີ່ຂົ່ມເຫັງພຣະເຈົ້າອາໄສການສະໜັບສະໜູນຢ່າງເຂັ້ມແຂງຈາກລັດຖະບານຂອງປະເທດເພື່ອທໍລະຍົດພຣະເຈົ້າທີ່ແທ້ຈິງ ແລະ ຕໍ່ຄວາມຈິງ) ຢ່າງເປັນອິດສະຫຼະໃນຄວາມໂຫດຮ້າຍຂອງພວກມັນ. ມັນຄືກັບວ່າ ຜີຂອງພວກຟາຣີຊາຍທີ່ເປັນຊາວຢິວໄດ້ກັບຄືນມາປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ພ້ອມກັບພຣະເຈົ້າ, ໄດ້ກັບສູ່ຮັງເກົ່າຂອງພວກເຂົາ. ພວກເຂົາໄດ້ເລີ່ມພາລະກິດແຫ່ງການກົດຂີ່ຂົ່ມເຫັງຂອງພວກເຂົາອີກຄັ້ງ ໂດຍສືບຕໍ່ພາລະກິດຂອງພວກເຂົາທີ່ໄດ້ປະຕິບັດມາເປັນເວລາຫຼາຍພັນປີ. ໃນທີ່ສຸດ ກຸ່ມຄົນທີ່ເສື່ອມຊາມນີ້ຈະດັບສູນຢູ່ເທິງແຜ່ນດິນໂລກຢ່າງແນ່ນອນ! ມັນປາກົດວ່າ ພາຍຫຼັງຫຼາຍສະຫັດສະຫວັດ ວິນຍານທີ່ສົກກະປົກຍິ່ງມີເລ່ລ່ຽມ ແລະ ມາຍາຫຼາຍຂຶ້ນ. ພວກເຂົາຄິດເຖິງວິທີທີ່ຈະທໍາລາຍພາລະກິດຂອງພຣະເຈົ້າຢ່າງລັບໆຕະຫຼອດ. ດ້ວຍເລ່ລ່ຽມ ແລະ ກົນອຸບາຍຢ່າງຫຼວງຫຼາຍ, ພວກເຂົາປາດຖະໜາທີ່ຈະເຮັດໃຫ້ມີເຫດການໂສກອະນາດຕະກໍາແຫ່ງຫຼາຍພັນປີຜ່ານມາເກີດຂຶ້ນອີກຄັ້ງໃນບ້ານເກີດເມືອງນອນຂອງພວກເຂົາ ໂດຍກະຕຸ້ນພຣະເຈົ້າເກືອບເຖິງຈຸດທີ່ຈະຮ້ອງໄຫ້ອອກມາເປັນສຽງດັງໆ. ພຣະອົງເກືອບຈະຢັບຢັ້ງຕົວພຣະອົງບໍ່ໄດ້ຈາກການກັບໄປສະຫວັນຊັ້ນສາມເພື່ອທໍາລາຍລ້າງພວກເຂົາ. ສໍາລັບມະນຸດທີ່ຈະຮັກພຣະເຈົ້າ ເຂົາຕ້ອງເຂົ້າໃຈເຈດຕະນາຂອງພຣະອົງ, ຮູ້ຈັກຄວາມສຸກ ແລະ ຄວາມໂສກເສົ້າຂອງພຣະອົງ ແລະ ເຂົ້າໃຈໃນສິ່ງທີ່ພຣະອົງກຽດຊັງ. ການເຮັດແບບນີ້ຈະກະຕຸ້ນການເຂົ້າສູ່ຂອງມະນຸດຫຼາຍຂຶ້ນ. ຍິ່ງການເຂົ້າສູ່ຂອງມະນຸດໄວສໍ່າໃດ ຄວາມປະສົງຂອງພຣະເຈົ້າກໍຍິ່ງເປັນທີ່ພໍໃຈຫຼາຍຊໍ່ານັ້ນ, ຍິ່ງມະນຸດເບິ່ງເຫັນກະສັດຂອງພວກຜີຮ້າຍຊັດເຈດສໍ່າໃດ ເຂົາກໍຍິ່ງເຂົ້າໃກ້ພຣະເຈົ້າຫຼາຍຊໍ່ານັ້ນ ເພື່ອວ່າ ເຈດຕະນາຂອງພຣະອົງອາດຈະຖືກເຮັດໃຫ້ເກີດໝາກຜົນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດ ແລະ ທາງເຂົ້າ (7)

ໝາຍເຫດ:

1. “ກືນກິນ” ໝາຍເຖິງພຶດຕິກໍາທີ່ໂຫດຮ້າຍຂອງກະສັດຂອງພວກຜີຮ້າຍທີ່ປຸ້ນເອົາຜູ້ຄົນທັງໝົດ.

2. “ຜູ້ສົມຮູ້ຮ່ວມຄິດໃນອາຊະຍາກໍາ” ແມ່ນປະເພດດຽວກັນກັບ “ກຸ່ມອັນຕະພານ”.

3. “ສ້າງບັນຫາທຸກປະເພດ” ໝາຍເຖິງການທີ່ຜູ້ຄົນທີ່ເປັນຜີສາດກໍ່ຄວາມວຸ້ນວາຍ, ກີດຂວາງ ແລະ ຕໍ່ຕ້ານພາລະກິດຂອງພຣະເຈົ້າ.

4. “ປາວານສີຟ້າ” ແມ່ນໃຊ້ເພື່ອເປັນການເຍາະເຍີ້ຍ. ມັນຄືຄໍາອຸປະມາທີ່ປຽບທຽບແມງວັນທີ່ເປັນໂຕນ້ອຍໆ ຈົນເຮັດໃຫ້ໝູ ແລະ ໝາປາກົດເບິ່ງຄືກັບວ່າ ໃຫຍ່ຊໍ່າກັບປາວານສໍາລັບພວກມັນ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 286

ພວກເຈົ້າຕ້ອງການຮູ້ເຖິງຕົ້ນຕໍຂອງເຫດຜົນທີ່ພວກຟາລີຊາຍຕໍ່ຕ້ານພຣະເຢຊູບໍ? ພວກເຈົ້າຕ້ອງການຮູ້ທາດແທ້ຂອງພວກຟາລີຊາຍບໍ່?...

ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 365

ຢູ່ເທິງແຜ່ນດິນໂລກ ວິນຍານທີ່ຊົ່ວຮ້າຍທຸກປະເພດອອກຫາບ່ອນພັກຜ່ອນຢູ່ຕະຫຼອດເວລາ ແລະ ຊອກຫາຊາກສົບຂອງມະນຸດ ທີ່ມັນສາມາດກິນໄດ້ຢ່າງບໍ່ມີສິ້ນສຸດ....

ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 189

ໃນແຜນງານຂອງພຣະເຈົ້າໃນເວລາຫຼາຍພັນປີ, ພາລະກິດສອງພາກສ່ວນແມ່ນສຳເລັດໂດຍຜ່ານເນື້ອໜັງ: ສ່ວນທຳອິດແມ່ນພາລະກິດຂອງການຖືກຄຶງທີ່ໄມ້ກາງແຂນ...

ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 152

ພາລະກິດຂອງພຣະເຈົ້າທ່າມກາງມະນຸດແມ່ນບໍ່ສາມາດຕັດຂາດຈາກມະນຸດໄດ້, ຍ້ອນມະນຸດຄືເປົ້າໝາຍຂອງພາລະກິດນີ້ ແລະ ເປັນພຽງສິ່ງມີຊີວິດດຽວທີ່ພຣະເຈົ້າສ້າງ...