ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 159

17 ເດືອນມັງກອນ 2026

ພວກເຈົ້າຕ້ອງມາຮູ້ຈັກນິມິດແຫ່ງພາລະກິດຂອງພຣະເຈົ້າ ແລະ ເຂົ້າໃຈທິດທາງໂດຍທົ່ວໄປແຫ່ງພາລະກິດຂອງພຣະອົງ. ນີ້ແມ່ນການເຂົ້າສູ່ທີ່ເປັນບວກ. ເມື່ອເຈົ້າຊ່ຽວຊານດ້ານຄວາມຈິງຂອງນິມິດຢ່າງແທ້ຈິງ, ການເຂົ້າສູ່ຂອງເຈົ້າກໍຈະປອດໄພ; ບໍ່ວ່າພາລະກິດຂອງພຣະອົງຈະປ່ຽນແປງໄປແບບໃດກໍຕາມ, ເຈົ້າກໍຈະຍັງໝັ້ນຄົງໃນໃຈຂອງເຈົ້າ, ມີຄວາມຊັດເຈນກ່ຽວກັບນິມິດ ແລະ ມີເປົ້າໝາຍໃນການເຂົ້າສູ່ ແລະ ການສະແຫວງຫາຂອງເຈົ້າ. ດ້ວຍວິທີນີ້, ປະສົບການ ແລະ ຄວາມຮູ້ທັງໝົດໃນຕົວເຈົ້າຈະເລິກເຊິ່ງ ແລະ ລະອຽດຫຼາຍຂຶ້ນ. ເມື່ອເຈົ້າໄດ້ເຂົ້າໃຈພາບລວມທັງໝົດທີ່ໃຫຍ່ກວ່າເກົ່າ, ເຈົ້າຈະບໍ່ທົນທຸກກັບການສູນເສຍໃນຊີວິດ ແລະ ເຈົ້າຈະບໍ່ຫຼົງທາງ. ຖ້າເຈົ້າບໍ່ມາຮູ້ຈັກກັບຂັ້ນຕອນຂອງພາລະກິດເຫຼົ່ານີ້, ເຈົ້າຈະທົນທຸກກັບການສູນເສຍໃນແຕ່ລະຂັ້ນຕອນ ແລະ ເຈົ້າຈະໃຊ້ເວລາຫຼາຍກວ່າສອງສາມມື້ເພື່ອພິກປີ້ນສິ່ງຕ່າງໆ ແລະ ເຈົ້າຈະບໍ່ສາມາດຍ່າງຢູ່ເສັ້ນທາງທີ່ຖືກຕ້ອງໄດ້ພຽງພາຍໃນສອງສາມອາທິດ. ນີ້ຈະບໍ່ທ່ວງດຶງເຈົ້າໄວ້ບໍ? ມີຫຼາຍສິ່ງທີ່ຂວາງທາງຂອງການເຂົ້າສູ່ທີ່ເປັນບວກ ແລະ ການປະຕິບັດທີ່ພວກເຈົ້າຕ້ອງມີຄວາມຊ່ຽວຊານ. ສ່ວນນິມິດແຫ່ງພາລະກິດຂອງພຣະເຈົ້າ, ເຈົ້າຕ້ອງເຂົ້າໃຈຈຸດຕ່າງໆລຸ່ມນີ້: ຄວາມສໍາຄັນຂອງພາລະກິດໃນການເອົາຊະນະຂອງພຣະອົງ, ເສັ້ນທາງສູ່ຄວາມສົມບູນໃນອະນາຄົດ, ສິ່ງທີ່ຕ້ອງບັນລຸຜົນຜ່ານການປະສົບກັບການທົດສອບ ແລະ ຄວາມຍາກລໍາບາກ, ຄວາມສໍາຄັນຂອງການພິພາກສາ ແລະ ການຂ້ຽນຕີ, ຫຼັກການທີ່ຢູ່ເບື້ອງຫຼັງພາລະກິດຂອງພຣະວິນຍານບໍລິສຸດ ແລະ ຫຼັກການທີ່ຢູ່ເບື້ອງຫຼັງຄວາມສົມບູນ ແລະ ການເອົາຊະນະ. ທັງໝົດນີ້ຄືຄວາມຈິງຂອງນິມິດ. ສ່ວນທີ່ເຫຼືອຄືພາລະກິດຂອງສາມຂັ້ນຕອນໃນຍຸກແຫ່ງພຣະບັນຍັດ, ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກ ພ້ອມດ້ວຍຄໍາພະຍານໃນອະນາຄົດ. ສິ່ງເຫຼົ່ານີ້ຄືຄວາມຈິງກ່ຽວກັບນິມິດເຊັ່ນກັນ ເຊິ່ງສິ່ງເຫຼົ່ານີ້ເປັນສິ່ງທີ່ເປັນພື້ນຖານທີ່ສຸດ ແລະ ເປັນສິ່ງທີ່ສໍາຄັນທີ່ສຸດ. ໃນປັດຈຸບັນນີ້, ມີຫຼາຍສິ່ງທີ່ພວກເຈົ້າຄວນເຂົ້າຫາ ແລະ ປະຕິບັດ ແລະ ໃນປັດຈຸບັນກໍມີຫຼາຍຂັ້ນຕອນ ແລະ ລະອຽດຫຼາຍຂຶ້ນ. ຖ້າເຈົ້າບໍ່ມີຄວາມຮູ້ກ່ຽວກັບຄວາມຈິງເຫຼົ່ານີ້, ນີ້ກໍພິສູດໃຫ້ເຫັນວ່າ ເຈົ້າຍັງບໍ່ທັນເຂົ້າສູ່ເທື່ອ. ສ່ວນໃຫຍ່ ຄວາມຮູ້ຂອງມະນຸດກ່ຽວກັບຄວາມຈິງແມ່ນຕື້ນຫຼາຍ; ພວກເຂົາບໍ່ສາມາດນໍາໃຊ້ພື້ນຖານຄວາມຈິງບາງຢ່າງເຂົ້າໃນການປະຕິບັດ ແລະ ບໍ່ຮູ້ວິທີຈັດການແມ່ນແຕ່ບັນຫາເລັກນ້ອຍ. ເຫດຜົນທີ່ຜູ້ຄົນບໍ່ສາມາດປະຕິບັດຄວາມຈິງກໍຍ້ອນອຸປະນິໄສຕໍ່ຕ້ານຂອງພວກເຂົາ ແລະ ຍ້ອນຄວາມຮູ້ຂອງພວກເຂົາກ່ຽວກັບພາລະກິດໃນມື້ນີ້ແມ່ນຜິວເຜີນເກີນໄປ ແລະ ເປັນຄວາມຮູ້ທາງດ້ານດຽວ. ສະນັ້ນ, ບໍ່ແມ່ນເລື່ອງງ່າຍສໍາລັບຜູ້ຄົນທີ່ຈະຖືກເຮັດໃຫ້ສົມບູນ. ເຈົ້າຕໍ່ຕ້ານຫຼາຍເກີນໄປ ແລະ ເຈົ້າຍັງມີນິໄສແບບເກົ່າຫຼາຍ; ເຈົ້າບໍ່ສາມາດຢືນຢູ່ຝ່າຍຄວາມຈິງໄດ້ ແລະ ເຈົ້າກໍບໍ່ສາມາດປະຕິບັດໄດ້ແມ່ນແຕ່ຄວາມຈິງທີ່ຊັດເຈນໃນຕົວທີ່ສຸດແລ້ວ. ຜູ້ຄົນດັ່ງກ່າວບໍ່ສາມາດຮັບການຊ່ວຍໃຫ້ລອດພົ້ນໄດ້ ແລະ ແມ່ນຜູ້ທີ່ບໍ່ທັນຖືກເອົາຊະນະໄດ້. ຖ້າການເຂົ້າສູ່ຂອງເຈົ້າບໍ່ມີລາຍລະອຽດ ຫຼື ມີຈຸດປະສົງ, ຄວາມຈະເລີນເຕີບໂຕຂອງເຈົ້າກໍຈະຊັກຊ້າ. ຖ້າການເຂົ້າສູ່ຂອງເຈົ້າບໍ່ມີຄວາມເປັນຈິງແມ່ນແຕ່ເລັກນ້ອຍ, ການສະແຫວງຫາຂອງເຈົ້າກໍຈະບໍ່ມີປະໂຫຍດຫຍັງ. ຖ້າເຈົ້າບໍ່ຮູ້ແກ່ນແທ້ຂອງຄວາມຈິງ, ເຈົ້າຈະຍັງບໍ່ປ່ຽນແປງ. ຄວາມຈະເລີນເຕີບໂຕຂອງຊີວິດມະນຸດ ແລະ ການປ່ຽນແປງໃນດ້ານຈິດໃຈຂອງເຂົາຈະໄດ້ບັນລຸຜົນ ໂດຍການເຂົ້າສູ່ຄວາມເປັນຈິງ ແລະ ຍິ່ງໄປກວ່ານັ້ນ ແມ່ນໂດຍຜ່ານການເຂົ້າສູ່ປະສົບການຢ່າງລະອຽດ. ຖ້າເຈົ້າມີປະສົບການຢ່າງລະອຽດລະຫວ່າງການເຂົ້າສູ່ຂອງເຈົ້າ ແລະ ເຈົ້າມີຄວາມຮູ້ ແລະ ການເຂົ້າສູ່ຕົວຈິງ, ຈິດໃຈຂອງເຈົ້າຈະປ່ຽນແປງໂດຍທັນທີ. ເຖິງແມ່ນວ່າ ໃນປັດຈຸບັນ ເຈົ້າຍັງບໍ່ຮູ້ແຈ້ງໃນການປະຕິບັດພໍປານໃດ ແຕ່ຢ່າງໜ້ອຍສຸດ ເຈົ້າຕ້ອງຮູ້ແຈ້ງກ່ຽວກັບນິມິດຂອງພາລະກິດຂອງພຣະເຈົ້າ. ຖ້າບໍ່ດັ່ງນັ້ນ, ເຈົ້າຈະບໍ່ສາມາດເຂົ້າສູ່ໄດ້; ການເຂົ້າສູ່ຈະເປັນໄປໄດ້ເມື່ອເຈົ້າມີຄວາມຮູ້ກ່ຽວກັບຄວາມຈິງນັ້ນກ່ອນ. ຖ້າພຣະວິນຍານບໍລິສຸດໃຫ້ຄວາມສະຫວ່າງແກ່ເຈົ້າໃນປະສົບການຂອງເຈົ້າ, ເຈົ້າຈຶ່ງຈະໄດ້ຮັບຄວາມເຂົ້າໃຈກ່ຽວກັບຄວາມຈິງ ແລະ ການເຂົ້າສູ່ຢ່າງເລິກເຊິ່ງ. ພວກເຈົ້າຕ້ອງມາຮູ້ຈັກພາລະກິດຂອງພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມແຕກຕ່າງລະຫວ່າງພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໜ້າທີ່ຂອງມະນຸດ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ