ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 334

13 ເດືອນກໍລະກົດ 2025

ເມື່ອໃດກໍຕາມທີ່ເວົ້າເຖິງຈຸດໝາຍປາຍທາງ ພວກເຈົ້າປະຕິບັດກັບມັນດ້ວຍຄວາມຈິງຈັງເປັນພິເສດ; ຍິ່ງໄປກວ່ານັ້ນ, ມັນເປັນສິ່ງທີ່ພວກເຈົ້າທຸກຄົນຄວນລະມັດລະວັງເປັນພິເສດ. ພວກເຈົ້າບາງຄົນບໍ່ສາມາດລໍຖ້າທີ່ຈະກົ້ມກາບລົງພື້ນ, ຄຸເຂົ່າໃຫ້ກັບພຣະເຈົ້າເພື່ອລົງເອີຍດ້ວຍຈຸດໝາຍປາຍທາງທີ່ດີ. ເຮົາສາມາດພິສູດຄວາມກະຕືລືລົ້ນຂອງພວກເຈົ້າ ເຊິ່ງບໍ່ຈຳເປັນຕ້ອງສະແດງອອກເປັນຄຳເວົ້າກໍໄດ້. ພວກເຈົ້າບໍ່ຕ້ອງການໃຫ້ເນື້ອໜັງຂອງພວກເຈົ້າຕົກລົງສູ່ໄພພິບັດຢ່າງແນ່ນອນ ແລະ ຍິ່ງໄປກວ່ານັ້ນ ພວກເຈົ້າບໍ່ຕ້ອງການຖືກລົງໂທດນິລັນດອນໃນອະນາຄົດ. ພວກເຈົ້າພຽງແຕ່ຫວັງທີ່ຈະດຳລົງຊີວິດຢ່າງລຽບງ່າຍ ແລະ ເປັນອິດສະຫຼະຫຼາຍຂຶ້ນ. ແລ້ວສະນັ້ນ ພວກເຈົ້າຈຶ່ງຮູ້ສຶກກັງວົນໃຈເປັນພິເສດ ເມື່ອໃດກໍຕາມທີ່ເວົ້າເຖິງຈຸດໝາຍປາຍທາງ ໂດຍຢ້ານຢູ່ເລິກໆວ່າ ຖ້າພວກເຈົ້າບໍ່ຕັ້ງໃຈພໍ ພວກເຈົ້າອາດຈະລ່ວງເກີນພຣະເຈົ້າ ແລະ ຍ້ອນເຫດນັ້ນ ຈະປະສົບກັບຜົນກຳສະໜອງທີ່ສົມຄວນ. ພວກເຈົ້າບໍ່ລັງເລທີ່ຈະອ່ອນນ້ອມເພື່ອເຫັນແກ່ຈຸດໝາຍປາຍທາງຂອງພວກເຈົ້າ ແລະ ພວກເຈົ້າທັງຫຼາຍທີ່ເຄີຍຄົດໂກງ ແລະ ບໍ່ຈິງຈັງມາກ່ອນ ກໍກາຍເປັນຄົນທີ່ອ່ອນໂຍນເປັນພິເສດ ແລະ ມີຄວາມຈິງໃຈໃນທັນທີທັນໃດ; ການປາກົດຂອງຄວາມຈິງໃຈຂອງເຈົ້າເຮັດໃຫ້ຜູ້ຄົນໜາວສັ່ນເຖິງກະດູກ. ບໍ່ວ່າຫຍັງກໍຕາມ, ພວກເຈົ້າທຸກຄົນມີຫົວໃຈທີ່ “ສັດຊື່” ແລະ ພວກເຈົ້າໄດ້ເປີດໃຈກັບເຮົາ ເຖິງຄວາມລັບທີ່ຢູ່ໃນຫົວໃຈຂອງພວກເຈົ້າ ໂດຍບໍ່ໄດ້ເຊື່ອງຄວາມລັບຫຍັງໄວ້, ບໍ່ວ່າຈະເປັນການກ່າວໂທດ, ການຫຼອກລວງ ຫຼື ການອຸທິດຕົນ. ໂດຍລວມແລ້ວ ພວກເຈົ້າໄດ້ “ສາລະພາບ” ຕໍ່ເຮົາຈາກສ່ວນເລິກທີ່ສຸດຂອງການເປັນຢູ່ຂອງພວກເຈົ້າ ແບບກົງໄປກົງມາກ່ຽວກັບສິ່ງທີ່ສໍາຄັນ. ແນ່ນອນ, ເຮົາບໍ່ເຄີຍຫຼີກເວັ້ນສິ່ງດັ່ງກ່າວ ເພາະພວກມັນໄດ້ກາຍມາເປັນເລື່ອງທຳມະດາສຳລັບເຮົາ. ພວກເຈົ້າແມ່ນຍອມລົງສູ່ທະເລໄຟເພື່ອຈຸດໝາຍປາຍທາງຂອງພວກເຈົ້າ ແຕ່ບໍ່ຍອມສູນເສຍເສັ້ນຜົມແມ່ນແຕ່ເສັ້ນດຽວເພື່ອຮັບເອົາການເຫັນດີຂອງພຣະເຈົ້າ. ມັນບໍ່ແມ່ນວ່າເຮົາແຂງກະດ້າງກັບພວກເຈົ້າຫຼາຍເກີນໄປ; ມັນເປັນຍ້ອນວ່າ ຫົວໃຈແຫ່ງການອຸທິດຕົນຂອງພວກເຈົ້ານັ້ນບໍ່ພຽງພໍຫຼາຍເກີນໄປທີ່ຈະຜະເຊີນກັບທຸກສິ່ງທຸກຢ່າງທີ່ເຮົາກະທຳ. ພວກເຈົ້າອາດບໍ່ເຂົ້າໃຈເຖິງສິ່ງທີ່ເຮົາເວົ້າ ສະນັ້ນ ເຮົາຂໍອະທິບາຍແບບງ່າຍໆໃຫ້ພວກເຈົ້າເຂົ້າໃຈ ນັ້ນກໍຄື ສິ່ງທີ່ພວກເຈົ້າຕ້ອງການບໍ່ແມ່ນຄວາມຈິງ ແລະ ຊີວິດ; ມັນບໍ່ແມ່ນຫຼັກການແຫ່ງການປະພຶດຕົວຂອງພວກເຈົ້າ ແລະ ມັນບໍ່ແມ່ນພາລະກິດທີ່ແສນເຈັບປວດຂອງເຮົາຢ່າງແນ່ນອນ. ແຕ່ສິ່ງທີ່ພວກເຈົ້າຕ້ອງການແມ່ນທຸກສິ່ງທຸກຢ່າງທີ່ພວກເຈົ້າມີໃນເນື້ອໜັງ ນັ້ນກໍຄື ຄວາມຮັ່ງມີ, ຖານະ, ຄອບຄົວ, ການແຕ່ງດອງ ແລະ ອື່ນໆ. ພວກເຈົ້າບໍ່ພິຈາລະນາເຖິງພຣະທຳ ແລະ ພາລະກິດຂອງເຮົາຢ່າງແທ້ຈິງ, ສະນັ້ນ ເຮົາຈຶ່ງສາມາດສະຫຼຸບຄວາມເຊື່ອຂອງພວກເຈົ້າເປັນຄຳດຽວວ່າຄວາມບໍ່ຈິງຈັງ. ພວກເຈົ້າຈະເຮັດທຸກສິ່ງເພື່ອບັນລຸສິ່ງຕ່າງໆທີ່ພວກເຈົ້າອຸທິດຕົວໃຫ້ຢ່າງເຕັມທີ່, ແຕ່ເຮົາຄົ້ນພົບວ່າ ພວກເຈົ້າບໍ່ເອົາໃຈໃສ່ໃນທຸກຢ່າງເພື່ອເຫັນແກ່ຄວາມເຊື່ອຂອງພວກເຈົ້າທີ່ມີຕໍ່ພຣະເຈົ້າ. ກົງກັນຂ້າມ, ພວກເຈົ້າຊື່ສັດພໍປະມານ ແລະ ກະຕືລືລົ້ນພໍປະມານ. ນັ້ນຄືເຫດຜົນທີ່ເຮົາເວົ້າວ່າ ຄົນທີ່ຂາດຫົວໃຈທີ່ຈິງໃຈທີ່ສຸດກໍຄືຄົນທີ່ລົ້ມເຫຼວໃນຄວາມເຊື່ອຕໍ່ພຣະເຈົ້າ. ໃຫ້ຄິດຢ່າງຖີ່ຖ້ວນວ່າ ມີຄວາມລົ້ມເຫຼວທ່າມກາງພວກເຈົ້າຫຼາຍບໍ?

ພວກເຈົ້າຄວນຮູ້ວ່າ ຄວາມສຳເລັດໃນການເຊື່ອພຣະເຈົ້ານັ້ນ ແມ່ນສໍາເລັດໂດຍຈາກການກະທຳຂອງຜູ້ຄົນເອງ; ເມື່ອຜູ້ຄົນບໍ່ປະສົບຜົນສໍາເລັດ ແຕ່ກັບລົ້ມເຫຼວ, ນັ້ນກໍຍ້ອນການກະທຳຂອງພວກເຂົາເອງ, ບໍ່ແມ່ນຜົນມາຈາກປັດໄຈໃດໆ. ເຮົາເຊື່ອວ່າ ພວກເຈົ້າຕ້ອງເຮັດທຸກສິ່ງທຸກຢ່າງເພື່ອເຮັດໃຫ້ບາງສິ່ງສຳເລັດ ເຖິງແມ່ນວ່າ ສິ່ງນັ້ນຈະຫຍຸ້ງຍາກກວ່າ ແລະ ທົນທຸກທໍລະມານຫຼາຍກວ່າການເຊື່ອໃນພຣະເຈົ້າ ແລະ ພວກເຈົ້າກໍຈະເຮັດກັບມັນຢ່າງຈິງຈັງ. ຍິ່ງໄປກວ່ານັ້ນ ພວກເຈົ້າກໍຈະບໍ່ຢາກທົນກັບຂໍ້ຜິດພາດໃດໆເລີຍ; ສິ່ງເຫຼົ່ານີ້ແມ່ນຄວາມພະຍາຍາມຢ່າງບໍ່ທໍ້ຖອຍ ທີ່ພວກເຈົ້າທຸກຄົນໄດ້ນໍາເຂົ້າສູ່ຊີວິດຂອງພວກເຈົ້າເອງ. ນອກຈາກນັ້ນ ພວກເຈົ້າຍັງສາມາດຫຼອກລວງເຮົາທາງຝ່າຍເນື້ອໜັງ ແຕ່ບໍ່ສາມາດຫຼອກລວງຄົນໃນຄອບຄົວຂອງພວກເຈົ້າເອງ. ນີ້ແມ່ນການປະພຶດທີ່ບໍ່ປ່ຽນແປງຂອງພວກເຈົ້າ ແລະ ຫຼັກການທີ່ພວກເຈົ້ານໍາໄປໃຊ້ໃນຊີວິດຂອງພວກເຈົ້າ. ພວກເຈົ້າບໍ່ໄດ້ສ້າງພາບຈອມປອມເພື່ອຫຼອກລວງເຮົາບໍ ໂດຍເຫັນແກ່ຈຸດໝາຍປາຍທາງຂອງພວກເຈົ້າ ແລະ ເພື່ອຈະໄດ້ມີຈຸດໝາຍປາຍທາງທີ່ສວຍງາມ ແລະ ຢ່າງມີຄວາມສຸກ? ເຮົາຮູ້ວ່າ ການອຸທິດຕົນຂອງພວກເຈົ້າເປັນສິ່ງຊົ່ວຄາວ ແລະ ເຊັ່ນດຽວກັນກັບຄວາມຈິງໃຈຂອງພວກເຈົ້າ; ຄວາມທະເຍີທະຍານຂອງພວກເຈົ້າ ແລະ ລາຄາທີ່ພວກເຈົ້າຈ່າຍນັ້ນແມ່ນພຽງແຕ່ເພື່ອປັດຈຸບັນ ແລະ ບໍ່ແມ່ນສຳລັບອະນາຄົດບໍ່ແມ່ນບໍ? ພວກເຈົ້າພຽງແຕ່ຕ້ອງການໃຊ້ຄວາມພະຍາຍາມຄັ້ງສຸດທ້າຍເພື່ອຮັກສາຈຸດໝາຍປາຍທາງທີ່ສວຍງາມ. ເປົ້າໝາຍຂອງພວກເຈົ້າກໍເປັນພຽງການຄ້າຂາຍເທົ່ານັ້ນ; ມັນບໍ່ແມ່ນຍ້ອນພວກເຈົ້າເປັນໜີ້ກັບຄວາມຈິງ ແລະ ໂດຍສະເພາະແລ້ວ ມັນບໍ່ແມ່ນການຕອບແທນເຮົາສຳລັບລາຄາທີ່ເຮົາໄດ້ຈ່າຍ. ສະຫຼຸບກໍຄືພວກເຈົ້າພຽງແຕ່ເຕັມໃຈທີ່ຈະໃຊ້ຄວາມສະຫຼາດຂອງພວກເຈົ້າ, ແຕ່ພວກເຈົ້າບໍ່ເຕັມໃຈທີ່ຈະຕໍ່ສູ້ເພື່ອສິ່ງນັ້ນ. ນີ້ບໍ່ແມ່ນຄວາມປາຖະໜາທີ່ແທ້ຈິງຂອງພວກເຈົ້າບໍ? ພວກເຈົ້າຕ້ອງບໍ່ປິດບັງຕົວພວກເຈົ້າເອງ ແລະ ຍິ່ງໄປກວ່ານັ້ນ ຕ້ອງບໍ່ຄິດໜັກເກີນໄປກ່ຽວກັບຈຸດໝາຍປາຍທາງຂອງພວກເຈົ້າ ຈົນເຖິງຈຸດທີ່ວ່າ ພວກເຈົ້າບໍ່ສາມາດກິນ ແລະ ນອນຫຼັບໄດ້. ເພາະວ່າ ຄວາມຈິງແລ້ວຈຸດໝາຍປາຍທາງຂອງພວກເຈົ້າແມ່ນຈະຖືກກຳນົດໃນເວລາສຸດທ້າຍຢູ່ດີບໍ່ແມ່ນບໍ? ພວກເຈົ້າຄວນປະຕິບັດໜ້າທີ່ຂອງພວກເຈົ້າເອງດ້ວຍຄວາມສາມາດ ແລະ ດ້ວຍຫົວໃຈທີ່ເປີດເຜີຍ, ຊື່ສັດ ແລະ ເຕັມໃຈເຮັດທຸກຢ່າງ. ດັ່ງທີ່ພວກເຈົ້າໄດ້ເວົ້າ ເມື່ອມື້ນັ້ນມາເຖິງ ພຣະເຈົ້າຈະບໍ່ລະເລີຍກັບໃຜກໍຕາມທີ່ໄດ້ທົນທຸກ ຫຼື ເສຍສະຫຼະເພື່ອພຣະອົງ. ຄວາມເຊື່ອໝັ້ນແບບນີ້ແມ່ນສົມຄວນແກ່ການຍຶດໝັ້ນ ແລະ ພວກເຈົ້າບໍ່ຄວນລືມມັນຈັກເທື່ອ. ດ້ວຍວິທີນີ້ເທົ່ານັ້ນ ເຮົາຈຶ່ງຈະສະບາຍໃຈກ່ຽວກັບພວກເຈົ້າ. ບໍ່ດັ່ງນັ້ນ ເຮົາຈະບໍ່ສະບາຍໃຈກ່ຽວກັບພວກເຈົ້າ ແລະ ພວກເຈົ້າກໍຈະເປັນສິ່ງທີ່ເຮົາເບື່ອໜ່າຍຕະຫຼອດໄປ. ຖ້າພວກເຈົ້າທຸກຄົນສາມາດປະຕິບັດຕາມຄວາມສຳນຶກຂອງພວກເຈົ້າ ແລະ ມອບທຸກສິ່ງທຸກຢ່າງທີ່ພວກເຈົ້າມີໃຫ້ກັບເຮົາ, ທຸ້ມເທຄວາມພະຍາຍາມໃຫ້ກັບພາລະກິດຂອງເຮົາ ແລະ ອຸທິດທັງຊີວິດເພື່ອພາລະກິດຂ່າວປະເສີດຂອງເຮົາ, ຖ້າພວກເຈົ້າເຮັດໄດ້ແບບນັ້ນ ແລ້ວຫົວໃຈຂອງເຮົາຈະບໍ່ໂດດເຕັ້ນດ້ວຍຄວາມປິຕິຍິນດີໃຫ້ກັບພວກເຈົ້າຢູ່ຕະຫຼອດເວລາບໍ? ດ້ວຍວິທີນີ້, ເຮົາຈະສາມາດສະບາຍໃຈກັບພວກເຈົ້າໄດ້ຢ່າງສິ້ນເຊີງ, ບໍ່ແມ່ນບໍ? ມັນເປັນຕາອັບອາຍເພາະສິ່ງທີ່ພວກເຈົ້າສາມາດເຮັດໄດ້ກໍມີພຽງແຕ່ສ່ວນນ້ອຍໆທີ່ເປັນຕາສົມເພດຈາກສິ່ງທີ່ເຮົາຄາດຫວັງ. ໃນກໍລະນີນີ້, ພວກເຈົ້າຍັງຈະໜ້າດ້ານສະແຫວງຫາຈາກເຮົາໃນສິ່ງທີ່ພວກເຈົ້າຄາດຫວັງໄດ້ແນວໃດ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວ່າດ້ວຍເລື່ອງຈຸດໝາຍປາຍທາງ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ