ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 501

22 ເດືອນສິງຫາ 2025

ຄົນທີ່ຮັກພຣະເຈົ້າຄືຄົນທີ່ຮັກຄວາມຈິງ ແລະ ຍິ່ງຄົນທີ່ຮັກຄວາມຈິງນໍາຄວາມຈິງໄປປະຕິບັດຫຼາຍສໍ່າໃດ, ພວກເຂົາກໍຈະມີຄວາມຈິງຫຼາຍສໍ່ານັ້ນ; ຍິ່ງພວກເຂົານໍາມັນໄປປະຕິບັດຫຼາຍສໍ່າໃດ, ພວກເຂົາກໍຈະມີຄວາມຮັກຂອງພຣະເຈົ້າຫຼາຍສໍ່ານັ້ນ; ແລະ ຍິ່ງພວກເຂົານໍາມັນໄປປະຕິບັດຫຼາຍສໍ່າໃດ, ພວກເຂົາກໍຈະຖືກພຣະເຈົ້າອວຍພອນຫຼາຍສໍ່ານັ້ນ. ຖ້າເຈົ້າປະຕິບັດໃນວິທີທາງນີ້ຢູ່ສະເໝີ ຄວາມຮັກຂອງພຣະເຈົ້າທີ່ມີຕໍ່ເຈົ້າຈະສາມາດເຮັດໃຫ້ເຈົ້າເຫັນເທື່ອລະໜ້ອຍ ຄືກັບທີ່ເປໂຕໄດ້ມາຮູ້ຈັກພຣະເຈົ້າ: ເຊິ່ງເປໂຕໄດ້ກ່າວວ່າ ພຣະເຈົ້າບໍ່ພຽງແຕ່ມີສະຕິປັນຍາໃນການສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງເທົ່ານັ້ນ, ແຕ່ຍິ່ງໄປກວ່ານັ້ນ ພຣະອົງມີສະຕິປັນຍາໃນການປະຕິບັດພາລະກິດທີ່ແທ້ຈິງໃນຜູ້ຄົນ. ເປໂຕກ່າວອີກວ່າ ພຣະອົງບໍ່ພຽງແຕ່ສົມຄວນແກ່ຄວາມຮັກຂອງຜູ້ຄົນ ຍ້ອນພຣະອົງສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງເທົ່ານັ້ນ, ແຕ່ຍິ່ງໄປກວ່ານັ້ນ ຍ້ອນຄວາມສາມາດຂອງພຣະອົງທີ່ສ້າງມະນຸດ, ຊ່ວຍມະນຸດ, ເຮັດໃຫ້ມະນຸດສົມບູນ ແລະ ມອບຄວາມຮັກຂອງພຣະອົງໃຫ້ເປັນຊັບສົມບັດຂອງມະນຸດ. ດ້ວຍເຫດນັ້ນ ເປໂຕຍັງໄດ້ກ່າວຕື່ມວ່າ ມີຫຼາຍສິ່ງຫຼາຍຢ່າງໃນພຣະອົງທີ່ສົມຄວນແກ່ຄວາມຮັກຂອງມະນຸດເຊັ່ນກັນ. ເປໂຕເວົ້າກັບພຣະເຢຊູວ່າ “ການສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງຄືເຫດຜົນດຽວທີ່ພຣະອົງສົມຄວນໄດ້ຮັບຄວາມຮັກຂອງຜູ້ຄົນບໍ? ມີຫຼາຍສິ່ງໃນພຣະອົງທີ່ສົມຄວນແກ່ຄວາມຮັກ, ພຣະອົງກະທຳ ແລະ ເຄື່ອນໄຫວໃນຊີວິດທີ່ແທ້ຈິງ, ວິນຍານຂອງພຣະອົງສຳຜັດຂ້ານ້ອຍຢູ່ຂ້າງໃນ, ພຣະອົງລົງວິໄນຂ້ານ້ອຍ, ພຣະອົງຕຳນິຕິເຕືອນຂ້ານ້ອຍ, ສິ່ງເຫຼົ່ານີ້ຍິ່ງສົມຄວນແກ່ຄວາມຮັກຂອງຜູ້ຄົນ”. ຖ້າເຈົ້າປາຖະໜາທີ່ຈະເຫັນ ແລະ ຜະເຊີນຄວາມຮັກຂອງພຣະເຈົ້າ ແລ້ວເຈົ້າຕ້ອງຄົ້ນຫາ ແລະ ສະແຫວງຫາໃນຊີວິດທີ່ແທ້ຈິງ ແລະ ຕ້ອງເຕັມໃຈທີ່ຈະປະຖິ້ມເນື້ອໜັງຂອງເຈົ້າເອງ. ເຈົ້າຕ້ອງຕັດສິນໃຈແບບນີ້. ເຈົ້າຕ້ອງເປັນຄົນທີ່ມີຄວາມເດັດດ່ຽວ ເຊິ່ງເປັນຄົນທີ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໃນທຸກສິ່ງທຸກຢ່າງ ໂດຍບໍ່ຂີ້ຄ້ານ ຫຼື ອິດສາຢາກໄດ້ຄວາມສຸກທາງເນື້ອໜັງ, ບໍ່ແມ່ນການມີຊີວິດຢູ່ເພື່ອເນື້ອໜັງ ແຕ່ມີຊີວິດຢູ່ເພື່ອພຣະເຈົ້າ. ມີຫຼາຍຄັ້ງທີ່ເຈົ້າເຮັດໃຫ້ພຣະເຈົ້າບໍ່ພໍໃຈ. ນັ້ນກໍຍ້ອນວ່າ ເຈົ້າບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ; ສຳລັບຄັ້ງຕໍ່ໄປ ເຖິງແມ່ນມັນຈະໃຊ້ຄວາມພະຍາຍາມຫຼາຍຂຶ້ນ, ເຈົ້າກໍຕ້ອງເຮັດໃຫ້ພຣະອົງພໍໃຈ ແລະ ຕ້ອງບໍ່ເປັນທີ່ພໍໃຈຂອງເນື້ອໜັງ. ເມື່ອເຈົ້າມີປະສົບການໃນວິທີນີ້ ເຈົ້າຈະຮຽນຮູ້ຈັກພຣະເຈົ້າ. ເຈົ້າຈະເຫັນວ່າ ພຣະເຈົ້າສາມາດສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງ, ພຣະອົງໄດ້ກາຍມາເປັນເນື້ອໜັງເພື່ອຜູ້ຄົນຈະສາມາດເຫັນພຣະອົງຢ່າງແທ້ຈິງ ແລະ ມີສ່ວນຮ່ວມກັບພຣະອົງຢ່າງແທ້ຈິງ; ເຈົ້າຈະເຫັນວ່າ ພຣະອົງສາມາດຍ່າງທ່າມກາງມະນຸດໄດ້ ແລະ ພຣະວິນຍານຂອງພຣະອົງສາມາດເຮັດໃຫ້ຜູ້ຄົນສົມບູນໃນຊີວິດທີ່ແທ້ຈິງ ໂດຍເຮັດໃຫ້ພວກເຂົາເຫັນຄວາມເປັນຕາຮັກ ແລະ ມີປະສົບການກັບການລົງວິໄນຂອງພຣະອົງ, ການຕີສອນຂອງພຣະອົງ ແລະ ການອວຍພອນຂອງພຣະອົງ. ຖ້າເຈົ້າມີປະສົບການໃນວິທີນີ້ຢູ່ສະເໝີ ເຈົ້າຈະບໍ່ສາມາດແຍກອອກຈາກພຣະເຈົ້າໃນຊີວິດທີ່ແທ້ຈິງໄດ້ ແລະ ຖ້າມື້ໜຶ່ງ ຄວາມສຳພັນຂອງເຈົ້າກັບພຣະເຈົ້າເຊົາຈາກປົກກະຕິ ເຈົ້າກໍຈະໄດ້ຮັບການຕຳນິຕິເຕືອນ ແລະ ຮູ້ສຶກເຖິງຄວາມສຳນຶກຜິດ. ເມື່ອເຈົ້າມີຄວາມສຳພັນທີ່ປົກກະຕິກັບພຣະເຈົ້າ ເຈົ້າຈະບໍ່ປາຖະໜາທີ່ຈະອອກຈາກພຣະອົງຈັກເທື່ອ ແລະ ຖ້າມື້ໜຶ່ງ ພຣະເຈົ້າເວົ້າວ່າ ພຣະອົງຈະປະຖິ້ມເຈົ້າ, ເຈົ້າຈະຢ້ານກົວ ແລະ ຈະເວົ້າວ່າ ເຈົ້າຈະຕາຍດີກວ່າທີ່ຈະຖືກພຣະເຈົ້າປະຖິ້ມ. ທັນທີທີ່ເຈົ້າມີອາລົມເຫຼົ່ານີ້ ເຈົ້າຈະຮູ້ສຶກວ່າ ເຈົ້າບໍ່ສາມາດອອກຈາກພຣະເຈົ້າໄດ້ ແລະ ດ້ວຍວິທີທາງນີ້ ເຈົ້າຈະມີພື້ນຖານ ແລະ ຈະຮັບຄວາມຮັກຂອງພຣະເຈົ້າຢ່າງແທ້ຈິງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄົນທີ່ຮັກພຣະເຈົ້າຈະດຳລົງຊີວິດຢູ່ພາຍໃນແສງສະຫວ່າງຂອງພຣະອົງຕະຫຼອດໄປ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ