ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 4
ພາລະກິດແຫ່ງແຜນການຄຸ້ມຄອງທັງໝົດຂອງພຣະເຈົ້າແມ່ນຖືກປະຕິບັດໂດຍພຣະເຈົ້າເອງ. ຂັ້ນຕອນທຳອິດ ເຊິ່ງເປັນການສ້າງໂລກ ຖືກປະຕິບັດໂດຍພຣະເຈົ້າເອງ ແລະ...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ມະນຸດທຸກຄົນປາຖະໜາຢາກເຫັນໃບໜ້າທີ່ແທ້ຈິງຂອງພຣະເຢຊູ ແລະ ທຸກຄົນປາຖະໜາຢາກຢູ່ກັບພຣະອົງ. ເຮົາບໍ່ຄິດວ່າອ້າຍເອື້ອຍນ້ອງຄົນໃດໜຶ່ງຈະເວົ້າວ່າ ພວກເຂົາບໍ່ປາຖະໜາຢາກເຫັນ ຫຼື ຢູ່ກັບພຣະເຢຊູ. ກ່ອນທີ່ພວກເຈົ້າຈະໄດ້ເຫັນພຣະເຢຊູ ນັ້ນກໍ່ຄື ກ່ອນທີ່ພວກເຈົ້າຈະໄດ້ເຫັນພຣະເຈົ້າທີ່ບັງເກີດເປັນມະນຸດນັ້ນ, ພວກເຈົ້າອາດມີແນວຄິດຕ່າງໆນາໆກ່ຽວກັບພຣະອົງ ຕົວຢ່າງ: ກ່ຽວກັບຮູບລັກສະນະຂອງພຣະເຢຊູ, ວິທີການເວົ້າຂອງພຣະອົງ, ວິຖີຊີວິດຂອງພຣະອົງ ແລະ ອື່ນໆ. ແຕ່ຫຼັງຈາກທີ່ພວກເຈົ້າໄດ້ເຫັນພຣະອົງຢ່າງແທ້ຈິງແລ້ວ, ແນວຄິດຂອງພວກເຈົ້າກໍ່ຈະປ່ຽນໄປຢ່າງໄວວາ. ເປັນຫຍັງຈິ່ງເປັນແນວນີ້? ພວກເຈົ້າຢາກຮູ້ບໍ? ຄວາມຄິດຂອງມະນຸດແມ່ນບໍ່ສາມາດເບິ່ງຂ້າມໄດ້ ເຊິ່ງເປັນຄວາມຈິງ, ແຕ່ຍິ່ງໄປກວ່ານັ້ນ ແກ່ນແທ້ຂອງພຣະຄຣິດບໍ່ຍອມໃຫ້ມະນຸດມາປ່ຽນແປງໄດ້. ພວກເຈົ້າຄິດວ່າພຣະຄຣິດເປັນອຳມະຕະ ຫຼື ນັກປາດ, ແຕ່ບໍ່ມີໃຜພິຈາລະນາວ່າພຣະອົງເປັນມະນຸດທໍາມະດາທີ່ມີແກ່ນແທ້ຂອງພຣະເຈົ້າ. ເມື່ອເປັນດັ່ງນັ້ນ, ຫຼາຍຄົນທີ່ສະແຫວງຫາໝົດມື້ໝົດຄືນເພື່ອຈະໄດ້ເຫັນພຣະເຈົ້ານັ້ນກໍ່ເປັນສັດຕູຂອງພຣະເຈົ້າແທ້ໆ ແລະ ບໍ່ສາມາດເຂົ້າກັບພຣະອົງໄດ້. ນີ້ບໍ່ແມ່ນຄວາມຜິດພາດໃນສ່ວນຂອງມະນຸດບໍ? ແມ່ນແຕ່ໃນເວລານີ້ ພວກເຈົ້າກໍ່ຍັງຄິດວ່າ ຄວາມເຊື່ອ ແລະ ຄວາມຈົງຮັກພັກດີຂອງພວກເຈົ້າແມ່ນພຽງພໍທີ່ຈະເຮັດໃຫ້ພວກເຈົ້າໄດ້ເຫັນໃບໜ້າຂອງພຣະຄຣິດ, ແຕ່ເຮົາຂໍແນະນໍາໃຫ້ພວກເຈົ້າປະກອບຕົນເອງອີກຫຼາຍຢ່າງທີ່ເປັນຈິງກວ່ານີ້! ສຳລັບໃນອະດີດ, ປັດຈຸບັນ ແລະ ໃນອະນາຄົດ, ຫຼາຍຄົນຜູ້ທີ່ໄດ້ເຂົ້າມາພົວພັນກັບພຣະຄຣິດໄດ້ລົ້ມເຫຼວ ແລະ ຈະລົ້ມເຫຼວ; ພວກເຂົາທຸກຄົນເຮັດບົດບາດເປັນພວກຟາຣິຊາຍ. ເຫດຜົນສຳລັບຄວາມລົ້ມເຫຼວຂອງພວກເຈົ້າແມ່ນຫຍັງ? ມັນເປັນຍ້ອນວ່າມີພຣະເຈົ້າທີ່ສູງສົ່ງ ແລະ ສົມຄວນໄດ້ຮັບການສັນລະເສີນແທ້ໆໃນແນວຄິດຂອງພວກເຈົ້າ. ແຕ່ຄວາມຈິງບໍ່ໄດ້ເປັນດັ່ງທີ່ມະນຸດຄາດຫວັງໄວ້ເລີຍ. ພຣະຄຣິດບໍ່ພຽງແຕ່ບໍ່ໄດ້ສູງສົ່ງເທົ່ານັ້ນ, ແຕ່ພຣະອົງຍັງຕ້ອຍຕໍ່າເປັນພິເສດ; ພຣະອົງບໍ່ພຽງແຕ່ເປັນມະນຸດເທົ່ານັ້ນ, ແຕ່ພຣະອົງຍັງເປັນມະນຸດທຳມະດາ; ພຣະອົງບໍ່ພຽງແຕ່ບໍ່ສາມາດຂຶ້ນສູ່ສະຫວັນໄດ້, ແຕ່ພຣະອົງເຖິງກັບບໍ່ສາມາດເຄື່ອນໄຫວໄປມາໄດ້ຢ່າງເສລີເທິງແຜ່ນດິນໂລກ. ແລ້ວເມື່ອເປັນແບບນັ້ນ, ຜູ້ຄົນຈຶ່ງປະຕິບັດຕໍ່ພຣະອົງຄືກັບທີ່ພວກເຂົາປະຕິບັດຕໍ່ມະນຸດທຳມະດາຄົນໜຶ່ງ; ເມື່ອພວກເຂົາຢູ່ກັບພຣະອົງ ພວກເຂົາກໍ່ປະຕິບັດຕໍ່ພຣະອົງໂດຍເປັນກັນເອງ ແລະ ເວົ້າກັບພຣະອົງໂດຍບໍ່ສົນໃຈຫຍັງ, ໃນຂະນະດຽວກັນກໍ່ຍັງລໍຖ້າການມາຂອງ “ພຣະຄຣິດທີ່ແທ້ຈິງ” ຢູ່ຕະຫຼອດເວລາ. ພວກເຈົ້າຖືພຣະຄຣິດທີ່ສະເດັດມາແລ້ວຄືກັບມະນຸດທຳມະດາຄົນໜຶ່ງ ແລະ ຖືພຣະທໍາຂອງພຣະອົງຄືກັບຄຳເວົ້າຂອງມະນຸດທຳມະດາຄົນໜຶ່ງ. ດ້ວຍເຫດນີ້, ພວກເຈົ້າຈິ່ງບໍ່ໄດ້ຮັບຫຍັງຈາກພຣະຄຣິດ ແລະ ກົງກັນຂ້າມ ຍັງໄດ້ສະແດງຄວາມໜ້າລັງກຽດທັງໝົດຂອງພວກເຈົ້າອອກມາໃຫ້ເຫັນອີກດ້ວຍ.
ກ່ອນການຕິດຕໍ່ພົວພັນກັບພຣະຄຣິດ, ເຈົ້າອາດຈະເຊື່ອວ່າອຸປະນິໄສຂອງເຈົ້າໄດ້ປ່ຽນແປງໄປໝົດແລ້ວ, ເຈົ້າຄືຜູ້ຕິດຕາມທີ່ຈົງຮັກພັກດີຂອງພຣະຄຣິດ, ບໍ່ມີຜູ້ໃດທີ່ສົມຄວນຈະໄດ້ຮັບພອນຈາກພຣະຄຣິດໄປຫຼາຍກວ່າເຈົ້າແລ້ວ ແລະ ຫຼັງຈາກທີ່ໄດ້ເດີນທາງຫຼາຍເສັ້ນທາງ, ໄດ້ສໍາເລັດວຽກງານຫຼາຍຢ່າງ ແລະ ເກີດໝາກຜົນຢ່າງຫຼວງຫຼາຍ, ເຈົ້າຈະເປັນຄົນໜຶ່ງໃນບັນດາຜູ້ທີ່ຈະໄດ້ຮັບມົງກຸດໃນທີ່ສຸດຢ່າງແນ່ນອນ. ແຕ່ມີຄວາມຈິງໜຶ່ງຢ່າງທີ່ເຈົ້າອາດຈະບໍ່ຮູ້: ອຸປະນິໄສເສື່ອມຊາມຂອງມະນຸດ ແລະ ຄວາມກະບົດ ແລະ ການຕໍ່ຕ້ານຂອງເຂົາໄດ້ຖືກເປີດໂປງອອກມາ ເມື່ອເຂົາພົບກັບພຣະຄຣິດ ແລະ ຄວາມກະບົດ ແລະ ການຕໍ່ຕ້ານທີ່ຖືກເປີດໂປງໃນປັດຈຸບັນແມ່ນຖືກເປີດໂປງຢ່າງຈະແຈ້ງ ແລະ ສົມບູນກວ່າເວລາຊ່ວງອື່ນ. ມັນເປັນຍ້ອນວ່າ ພຣະຄຣິດຄືບຸດມະນຸດ ນັ້ນກໍ່ຄື ບຸດມະນຸດທີ່ມີຄວາມເປັນມະນຸດທຳມະດາ, ມະນຸດຈຶ່ງບໍ່ໃຫ້ກຽດ ຫຼື ເຄົາລົບພຣະອົງ. ມັນເປັນຍ້ອນວ່າ ພຣະເຈົ້າສະຖິດຢູ່ໃນເນື້ອໜັງ, ຄວາມກະບົດຂອງມະນຸດຈິ່ງເປີດເຜີຍອອກຢ່າງຈະແຈ້ງ ແລະ ຢ່າງລາຍລະອຽດທີ່ສຸດ. ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ການມາຂອງພຣະຄຣິດແມ່ນໄດ້ເປີດເຜີຍຄວາມກະບົດທັງໝົດຂອງມະນຸດ ແລະ ໄດ້ປ່ຽນແປງທາດແທ້ຂອງມະນຸດຊາດຢ່າງແທ້ຈິງ. ສິ່ງນີ້ແມ່ນເອີ້ນວ່າ “ການລໍ້ເສືອລົງຈາກພູເຂົາ” ແລະ “ການລໍ້ໝາປ່າອອກຈາກຖໍ້າຂອງມັນ”. ເຈົ້າກ້າເວົ້າວ່າ ເຈົ້າຈົງຮັກພັກດີຕໍ່ພຣະເຈົ້າບໍ? ເຈົ້າກ້າເວົ້າວ່າ ເຈົ້າສະແດງຄວາມອ່ອນນ້ອມຢ່າງແທ້ຈິງຕໍ່ພຣະເຈົ້າບໍ? ເຈົ້າກ້າເວົ້າວ່າ ເຈົ້າບໍ່ໄດ້ກະບົດບໍ່? ບາງຄົນຈະບອກວ່າ “ເມື່ອໃດກໍ່ຕາມທີ່ພຣະເຈົ້າຈັດສາກໃຫ້ຂ້ານ້ອຍຢູ່ໃນກັບສະພາບແວດລ້ອມໃໝ່, ຂ້ານ້ອຍກໍ່ຈະຍອມຮັບໂດຍບໍ່ຈົ່ມຕໍ່ວ່າ ແລະ ຍິ່ງໄປກວ່ານັ້ນ ຂ້ານ້ອຍຈະບໍ່ສະແດງແນວຄິດຫຍັງກ່ຽວກັບພຣະເຈົ້າ”. ບາງຄົນຈະເວົ້າວ່າ “ບໍ່ວ່າພຣະເຈົ້າຈະມອບວຽກອັນໃດໃຫ້ກັບຂ້ານ້ອຍ, ຂ້ານ້ອຍກໍ່ຈະເຮັດສຸດຄວາມສາມາດຂອງຂ້ານ້ອຍ ແລະ ບໍ່ເຮັດເປັນພໍພິທີຈັກເທື່ອ”. ໃນກໍລະນີນັ້ນ, ເຮົາຂໍຖາມພວກເຈົ້າແດ່ວ່າ: ໃນເວລາທີ່ພວກເຈົ້າດຳລົງຊີວິດຮ່ວມກັບພຣະຄຣິດ ພວກເຈົ້າສາມາດເຂົ້າກັບພຣະອົງໄດ້ບໍ? ແລ້ວພວກເຈົ້າຈະສາມາດເຂົ້າກັບພຣະອົງໄດ້ດົນປານໃດ? ໜຶ່ງມື້? ສອງມື້? ໜຶ່ງຊົ່ວໂມງ? ສອງຊົ່ວໂມງ? ຄວາມເຊື່ອຂອງພວກເຈົ້າອາດຈະເປັນຕາສັນລະເສີນ, ແຕ່ພວກເຈົ້າບໍ່ມີຄວາມໝັ້ນຄົງຫຍັງເລີຍ. ຫຼັງຈາກທີ່ເຈົ້າໄດ້ດຳເນີນຊີວິດຢູ່ກັບພຣະຄຣິດຢ່າງແທ້ຈິງແລ້ວ, ການຖືວ່າຕົນເອງຊອບທຳ ແລະ ການຖືວ່າຕົນເອງສຳຄັນກໍ່ຈະຖືກເປີດໂປງຜ່ານຄຳເວົ້າ ແລະ ການກະທຳຂອງເຈົ້າເທື່ອລະໜ້ອຍ ແລະ ຄວາມຕ້ອງການທີ່ໂອຫັງ, ຊຸດຄວາມຄິດທີ່ບໍ່ເຊື່ອຟັງ ແລະ ຄວາມບໍ່ພໍໃຈຂອງເຈົ້າກໍ່ຈະຄ່ອຍໆຖືກເປີດເຜີຍອອກມາໃຫ້ເຫັນໂດຍທຳມະຊາດເຊັ່ນກັນ. ສຸດທ້າຍ, ຄວາມອວດດີຂອງເຈົ້າກໍ່ຈະຮ້າຍແຮງຂຶ້ນ, ຈົນເຈົ້າຕໍ່ຕ້ານພຣະຄຣິດຫຼາຍຂຶ້ນປຽບຄືນໍ້າກັບໄຟ ແລະ ແລ້ວທຳມະຊາດຂອງເຈົ້າກໍ່ຈະຖືກເປີດເຜີຍອອກມາຢ່າງສົມບູນ. ໃນເວລານັ້ນ, ຄວາມຄິດຂອງເຈົ້າຈະບໍ່ສາມາດປົກປິດໄດ້ອີກຕໍ່ໄປ, ການຈົ່ມຕໍວ່າກໍ່ຈະປາກົດຂຶ້ນໂດຍທຳມະຊາດ ແລະ ຄວາມເປັນມະນຸດທີ່ເສື່ອມເສຍຂອງເຈົ້າກໍ່ຈະຖືກເປີດໂປງອອກມາຢ່າງສົມບູນເຊັ່ນກັນ. ເຖິງແນວໃດກໍ່ຕາມ, ແມ່ນແຕ່ໃນເມື່ອນັ້ນ ເຈົ້າກໍ່ຍັງປະຕິເສດທີ່ຈະຮັບຮູ້ຄວາມກະບົດຂອງເຈົ້າເອງ ໂດຍເຊື່ອວ່າພຣະຄຣິດໃນຮູບລັກສະນະນີ້ແມ່ນຍາກທີ່ມະນຸດຈະຍອມຮັບເອົາ, ພຣະອົງເຂັ້ມງວດກັບມະນຸດເກີນໄປ ແລະ ຖ້າພຣະອົງເປັນພຣະຄຣິດທີ່ມີຄວາມເມດຕາກວ່ານີ້ ເຈົ້າຈະຍອມຮັບເອົາທັງໝົດ. ພວກເຈົ້າເຊື່ອວ່າ ຄວາມກະບົດຂອງພວກເຈົ້າແມ່ນມີເຫດຜົນ, ພວກເຈົ້າພຽງແຕ່ກະບົດຕໍ່ພຣະອົງ ເມື່ອພຣະອົງໄດ້ບີບບັງຄັບພວກເຈົ້າເກີນໄປ. ພວກເຈົ້າບໍ່ເຄີຍພິຈາລະນາວ່າພວກເຈົ້າບໍ່ໄດ້ເບິ່ງວ່າພຣະຄຣິດເປັນພຣະເຈົ້າ, ພວກເຈົ້າບໍ່ເຄີຍມີເຈດຕະນາທີ່ຈະອ່ອນນ້ອມຕໍ່ພຣະອົງແມ່ນແຕ່ຄັ້ງດຽວ. ກົງກັນຂ້າມ, ເຈົ້າຢືນຢັນຢ່າງຫົວດື້ວ່າພຣະຄຣິດດຳເນີນພາລະກິດໂດຍອີງຕາມຄວາມປາດຖະໜາຂອງເຈົ້າເອງ ແລະ ທັນທີທີ່ພຣະອົງເຮັດສິ່ງໃດໜຶ່ງທີ່ຂັດແຍ່ງກັບຄວາມຄິດຂອງເຈົ້າເອງ, ເຈົ້າກໍ່ເຊື່ອວ່າພຣະອົງບໍ່ແມ່ນພຣະເຈົ້າ ແຕ່ເປັນມະນຸດ. ບໍ່ໄດ້ມີຫຼາຍຄົນໃນບັນດາພວກເຈົ້າທີ່ໂຕ້ຖຽງກັບພຣະອົງໃນລັກສະນະນີ້ບໍ? ໃນທີ່ສຸດແລ້ວ ພວກເຈົ້າເຊື່ອໃຜ? ແລ້ວພວກເຈົ້າສະແຫວງຫາໃນລັກສະນະໃດ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ທີ່ບໍ່ສາມາດເຂົ້າກັບພຣະຄຣິດເປັນປໍລະປັກກັບພຣະເຈົ້າຢ່າງແນ່ນອນ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ພາລະກິດແຫ່ງແຜນການຄຸ້ມຄອງທັງໝົດຂອງພຣະເຈົ້າແມ່ນຖືກປະຕິບັດໂດຍພຣະເຈົ້າເອງ. ຂັ້ນຕອນທຳອິດ ເຊິ່ງເປັນການສ້າງໂລກ ຖືກປະຕິບັດໂດຍພຣະເຈົ້າເອງ ແລະ...
ຊາວຢິວທຸກຄົນອ່ານພັນທະສັນຍາເດີມ ແລະ ຮູ້ຈັກເຖິງການທຳນາຍຂອງເອຊາຢາວ່າ ເດັກນ້ອຍຜູ້ຊາຍຈະກຳເນີດໃນຮາງຫຍ້າ....
ພາລະກິດຂອງພຣະເຈົ້າເອງແມ່ນນິມິດທີ່ມະນຸດຕ້ອງຮູ້ ຍ້ອນມະນຸດບໍ່ສາມາດເຮັດພາລະກິດຂອງພຣະເຈົ້າໃຫ້ສຳເລັດໄດ້ ແລະ ມະນຸດກໍຄອບຄອງບໍ່ໄດ້....
ໃນປັດຈຸບັນນີ້ ຫຼາຍຄົນບໍ່ໃສ່ໃຈກັບບົດຮຽນທີ່ຄວນຮຽນຮູ້ໃນຂະນະທີ່ປະສານງານກັບຄົນອື່ນ. ເຮົາໄດ້ຄົ້ນພົບວ່າ...