ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 499
21 ເດືອນສິງຫາ 2025
ແກ່ນແທ້ຂອງຄວາມເຊື່ອໃນພຣະເຈົ້າຂອງຄົນສ່ວນໃຫຍ່ແມ່ນຄວາມເຊື່ອໃນສາສະໜາ ນັ້ນກໍຄື ພວກເຂົາບໍ່ສາມາດຮັກພຣະເຈົ້າໄດ້ ແລະ ພຽງແຕ່ສາມາດຕິດຕາມພຣະເຈົ້າຄືກັບຫຸ່ນຍົນ ໂດຍບໍ່ສາມາດປາດຖະໜາຫາພຣະເຈົ້າ ຫຼື ເຄົາລົບນັບຖືພຣະອົງໄດ້ຢ່າງແທ້ຈິງ. ພວກເຂົາພຽງແຕ່ຕິດຕາມພຣະອົງຢ່າງງຽບໆ. ຫຼາຍຄົນເຊື່ອໃນພຣະເຈົ້າ ແຕ່ມີໜ້ອຍຄົນທີ່ຮັກພຣະເຈົ້າ; ພວກເຂົາພຽງແຕ່ “ຢໍາເກງ” ພຣະເຈົ້າຍ້ອນພວກເຂົາຢ້ານໄພພິບັດ ຫຼື ບໍ່ດັ່ງນັ້ນ ພວກເຂົາກໍ “ນັບຖື” ພຣະເຈົ້າຍ້ອນພຣະອົງສູງສົ່ງ ແລະ ມີລິດທານຸພາບສູງສຸດ, ແຕ່ໃນການຢໍາເກງ ແລະ ຄວາມນັບຖືຂອງພວກເຂົານັ້ນບໍ່ມີຄວາມຮັກ ຫຼື ຄວາມປາຖະໜາຢ່າງແທ້ຈິງເລີຍ. ໃນປະສົບການຂອງພວກເຂົາ, ພວກເຂົາສະແຫວງຫາຂໍ້ມູນເລັກນ້ອຍຂອງຄວາມຈິງ ຫຼື ບໍ່ກໍເປັນສິ່ງເລິກລັບທີ່ບໍ່ສຳຄັນ. ຄົນສ່ວນໃຫຍ່ພຽງແຕ່ຕິດຕາມເທົ່ານັ້ນ, ຕຶກປາເພື່ອໄດ້ຮັບພອນໃນນໍ້າທີ່ປັ່ນປ່ວນ; ພວກເຂົາບໍ່ໄດ້ສະແຫວງຫາຄວາມຈິງ ຫຼື ພວກເຂົາບໍ່ອ່ອນນ້ອມຕໍ່ພຣະເຈົ້າເພື່ອຮັບເອົາການອວຍພອນຂອງພຣະອົງຢ່າງແທ້ຈິງ. ຊີວິດແຫ່ງຄວາມເຊື່ອໃນພຣະເຈົ້າຂອງທຸກຄົນບໍ່ມີຄວາມໝາຍເລີຍ, ມັນປາສະຈາກຄຸນຄ່າ ແລະ ໃນນັ້ນກໍມີແຕ່ຂໍ້ພິຈາລະນາ ແລະ ການສະແຫວງຫາສ່ວນຕົວ; ພວກເຂົາບໍ່ເຊື່ອໃນພຣະເຈົ້າເພື່ອຮັກພຣະເຈົ້າ ແຕ່ເພື່ອເຫັນແກ່ການໄດ້ຮັບພອນ. ຫຼາຍຄົນປະຕິບັດຕົວຕາມທີ່ພວກເຂົາພໍໃຈ, ພວກເຂົາເຮັດໃນສິ່ງທີ່ພວກເຂົາຕ້ອງການ ແລະ ບໍ່ເຄີຍພິຈາລະນາເຖິງຜົນປະໂຫຍດຂອງພຣະເຈົ້າເລີຍ ຫຼື ສິ່ງທີ່ພວກເຂົາເຮັດນັ້ນສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ຫຼື ບໍ່. ຄົນດັ່ງກ່າວຍິ່ງບໍ່ສາມາດບັນລຸຄວາມເຊື່ອທີ່ແທ້ຈິງ ຢ່າວ່າແຕ່ຄວາມຮັກທີ່ມີຕໍ່ພຣະເຈົ້າເລີຍ. ແກ່ນແທ້ຂອງພຣະເຈົ້າບໍ່ໄດ້ມີພຽງແຕ່ໃຫ້ມະນຸດເຊື່ອເທົ່ານັ້ນ, ຍິ່ງໄປກວ່ານັ້ນ ມັນເປັນສິ່ງທີ່ມີໃຫ້ມະນຸດຮັກ. ແຕ່ຫຼາຍຄົນທີ່ເຊື່ອໃນພຣະເຈົ້າບໍ່ສາມາດຄົ້ນພົບ “ຄວາມລັບ” ນີ້. ຜູ້ຄົນບໍ່ກ້າຮັກພຣະເຈົ້າ ຫຼື ພວກເຂົາບໍ່ພະຍາຍາມທີ່ຈະຮັກພຣະອົງ. ພວກເຂົາບໍ່ເຄີຍຄົ້ນພົບຈັກເທື່ອວ່າມີຫຼາຍສິ່ງທີ່ເປັນຕາຮັກກ່ຽວກັບພຣະເຈົ້າ, ພວກເຂົາບໍ່ເຄີຍຄົ້ນພົບຈັກເທື່ອວ່າ ພຣະເຈົ້າເປັນພຣະເຈົ້າທີ່ຮັກມະນຸດ ແລະ ພຣະອົງເປັນພຣະເຈົ້າທີ່ມີໃຫ້ມະນຸດຮັກ. ຄວາມເປັນຕາຮັກຂອງພຣະເຈົ້າຖືກສະແດງອອກໃນພາລະກິດຂອງພຣະອົງ ນັ້ນກໍຄື ມີພຽງແຕ່ ເມື່ອພວກເຂົາມີປະສົບການກັບພາລະກິດຂອງພຣະອົງ ຜູ້ຄົນຈຶ່ງສາມາດຄົ້ນພົບຄວາມເປັນຕາຮັກຂອງພຣະອົງໄດ້, ມີພຽງແຕ່ໃນຄວາມເປັນຈິງເທົ່ານັ້ນ ພວກເຂົາຈຶ່ງສາມາດເຂົ້າໃຈເຖິງຄວາມເປັນຕາຮັກຂອງພຣະເຈົ້າໄດ້ ແລະ ຫາກປາສະຈາກປະສົບການ ແລະ ການເຝົ້າເບິ່ງໃນຊີວິດທີ່ເປັນຈິງ ບໍ່ມີໃຜສາມາດຄົ້ນພົບຄວາມເປັນຕາຮັກຂອງພຣະເຈົ້າໄດ້. ມີຫຼາຍສິ່ງທີ່ເປັນຕາຮັກກ່ຽວກັບພຣະເຈົ້າ ແຕ່ຫາກປາສະຈາກການມີສ່ວນຮ່ວມກັບພຣະເຈົ້າຢ່າງແທ້ຈິງ ຜູ້ຄົນບໍ່ສາມາດຄົ້ນພົບສິ່ງນັ້ນໄດ້. ນັ້ນໝາຍຄວາມວ່າ ຖ້າພຣະເຈົ້າບໍ່ກາຍມາເປັນມະນຸດ ຜູ້ຄົນກໍຈະບໍ່ສາມາດມີສ່ວນຮ່ວມກັບພຣະອົງຢ່າງແທ້ຈິງໄດ້ ແລະ ຖ້າພວກເຂົາບໍ່ສາມາດມີສ່ວນຮ່ວມກັບພຣະອົງຢ່າງແທ້ຈິງໄດ້ ພວກເຂົາກໍຈະບໍ່ສາມາດມີປະສົບການກັບພາລະກິດຂອງພຣະອົງໄດ້ເຊັ່ນກັນ ແລະ ດ້ວຍເຫດນັ້ນ ຄວາມຮັກທີ່ພວກເຂົາມີຕໍ່ພຣະເຈົ້າກໍຈະເປິເປື້ອນໄປດ້ວຍຄວາມເທັດ ແລະ ຈິນຕະນາການຫຼາຍຢ່າງ. ຄວາມຮັກຕໍ່ພຣະເຈົ້າທີ່ຢູ່ເທິງສະຫວັນບໍ່ເປັນຈິງເທົ່າຄວາມຮັກຕໍ່ພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກ, ຍ້ອນຄວາມຮູ້ຂອງຜູ້ຄົນກ່ຽວກັບພຣະເຈົ້າທີ່ຢູ່ໃນສະຫວັນແມ່ນສ້າງຂຶ້ນຈາກຈິນຕະນາການຂອງພວກເຂົາ ແທນທີ່ຈະສ້າງຂຶ້ນຈາກສິ່ງທີ່ພວກເຂົາເຫັນດ້ວຍຕາຂອງຕົນເອງ ແລະ ສິ່ງທີ່ພວກເຂົາມີປະສົບການດ້ວຍຕົວເອງ. ເມື່ອພຣະເຈົ້າລົງມາເທິງແຜ່ນດິນໂລກ, ຜູ້ຄົນສາມາດເຫັນການກະທຳຢ່າງແທ້ຈິງຂອງພຣະອົງ ແລະ ຄວາມເປັນຕາຮັກຂອງພຣະອົງ ແລະ ພວກເຂົາສາມາດເຫັນທຸກສິ່ງທີ່ມາຈາກອຸປະນິໄສຈິງ ແລະ ປົກກະຕິຂອງພຣະອົງ, ເຊິ່ງທຸກສິ່ງແມ່ນມີຄວາມເປັນຈິງຫຼາຍກວ່າຄວາມຮູ້ກ່ຽວກັບພຣະເຈົ້າໃນສະຫວັນເປັນພັນໆເທົ່າ. ບໍ່ວ່າມະນຸດຈະຮັກພຣະເຈົ້າທີ່ຢູ່ໃນສະຫວັນຫຼາຍສໍ່າໃດ ກໍບໍ່ມີຄວາມຈິງກ່ຽວກັບຄວາມຮັກນີ້ ແລະ ມັນເຕັມໄປດ້ວຍແນວຄິດຂອງມະນຸດ. ບໍ່ວ່າຄວາມຮັກທີ່ພວກເຂົາມີຕໍ່ພຣະເຈົ້າເທິງແຜ່ນດິນໂລກນັ້ນມີໜ້ອຍສໍ່າໃດ ຄວາມຮັກນີ້ແມ່ນເປັນຈິງ; ເຖິງແມ່ນຈະມີພຽງເລັກນ້ອຍ ແຕ່ມັນກໍຍັງເປັນຈິງ. ພຣະເຈົ້າເຮັດໃຫ້ຜູ້ຄົນຮູ້ຈັກພຣະອົງຜ່ານພາລະກິດທີ່ແທ້ຈິງຂອງພຣະອົງ ແລະ ຜ່ານຄວາມຮູ້ນີ້ ພຣະອົງໄດ້ຮັບຄວາມຮັກຈາກພວກເຂົາ. ຄືກັບເປໂຕ ຖ້າເພິ່ນບໍ່ດຳລົງຊີວິດກັບພຣະເຢຊູ, ມັນກໍຈະເປັນໄປບໍ່ໄດ້ທີ່ເພິ່ນຈະເຄົາລົບພຣະເຢຊູ. ສະນັ້ນ ຄວາມຊື່ສັດທີ່ເພິ່ນມີຕໍ່ພຣະເຢຊູແມ່ນຖືກສ້າງຂຶ້ນບົນຄວາມມີສ່ວນຮ່ວມກັບພຣະເຢຊູເຊັ່ນດຽວກັນ. ເພື່ອເຮັດໃຫ້ມະນຸດຮັກພຣະອົງ ພຣະເຈົ້າໄດ້ລົງມາທ່າມກາງມະນຸດ ແລະ ດຳລົງຊີວິດຮ່ວມກັບມະນຸດ ແລະ ທຸກສິ່ງທີ່ພຣະອົງເຮັດໃຫ້ມະນຸດເຫັນ ແລະ ສຳຜັດ ແມ່ນຄວາມເປັນຈິງຂອງພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄົນທີ່ຮັກພຣະເຈົ້າຈະດຳລົງຊີວິດຢູ່ພາຍໃນແສງສະຫວ່າງຂອງພຣະອົງຕະຫຼອດໄປ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ