ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 494

25 ກໍລະກົດ 2025

ຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າແມ່ນມາຈາກສ່ວນເລິກຢູ່ພາຍໃນຫົວໃຈ: ມັນແມ່ນຄວາມຮັກທີ່ເກີດຂຶ້ນບົນພື້ນຖານແຫ່ງຄວາມຮູ້ຂອງມະນຸດຊາດກ່ຽວກັບພຣະເຈົ້າ. ເມື່ອຫົວໃຈຂອງບາງຄົນຫັນເຂົ້າຫາພຣະເຈົ້າຢ່າງແທ້ຈິງ ແລ້ວພວກເຂົາກໍມີຄວາມຮັກສຳລັບພຣະເຈົ້າ, ແຕ່ຄວາມຮັກນັ້ນບໍ່ໄດ້ບໍລິສຸດ ແລະ ສົມບູນ ຢ່າງແທ້ຈິງ. ນີ້ກໍຍ້ອນວ່າຍັງມີໄລຍະຫ່າງລະຫວ່າງຫົວໃຈຂອງຜູ້ຄົນທີ່ຫັນມາຫາພຣະເຈົ້າຢ່າງສິ້ນເຊີງໄປຈົນເຖິງມີຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບພຣະເຈົ້າ ແລະຄວາມຮັກທີ່ແທ້ຈິງຕໍ່ພຣະເຈົ້າ. ຫົນທາງທີ່ມະນຸດບັນລຸຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າ ແລະ ມາຮູ້ຈັກອຸປະນິໄສຂອງພຣະເຈົ້າຄືການຫັນຫົວໃຈຂອງພວກເຂົາເຂົ້າຫາພຣະເຈົ້າ. ຫຼັງຈາກທີ່ມະນຸດມອບຫົວໃຈທີ່ແທ້ຈິງຂອງເຂົາໃຫ້ກັບພຣະເຈົ້າແລ້ວ, ເຂົາຈະໄດ້ເຂົ້າສູ່ປະສົບການຂອງຊີວິດ. ດ້ວຍວິທີນີ້ ອຸປະນິໄສຂອງເຂົາກໍຈະເລີ່ມປ່ຽນແປງ, ຄວາມຮັກຂອງເຂົາສຳລັບພຣະເຈົ້າກໍຈະເຕີບໃຫຍ່ເທື່ອລະໜ້ອຍ ແລະ ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າຈະເພີ່ມຂຶ້ນເທື່ອລະໜ້ອຍເຊັ່ນກັນ. ສະນັ້ນ ການຫັນຫົວໃຈເຂົ້າຫາພຣະເຈົ້າຄືເງື່ອນໄຂເບື້ອງຕົ້ນກ່ອນທີ່ຈະເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງປະສົບການຊີວິດ. ເມື່ອຜູ້ຄົນວາງຫົວໃຈຂອງພວກເຂົາຕໍ່ໜ້າພຣະເຈົ້າ, ພວກເຂົາມີພຽງແຕ່ຫົວໃຈທີ່ປາຖະໜາຫາພຣະອົງ ແຕ່ບໍ່ມີຄວາມຮັກສຳລັບພຣະອົງເລີຍ, ເພາະພວກເຂົາບໍ່ມີຄວາມເຂົ້າໃຈກ່ຽວກັບພຣະອົງ. ແມ່ນແຕ່ໃນສະຖານະການເຊັ່ນນີ້ ພວກເຂົາກໍມີຄວາມຮັກໜ້ອຍໜຶ່ງໃຫ້ແກ່ພຣະເຈົ້າ, ມັນບໍ່ແມ່ນທໍາມະຊາດ ແລະ ມັນບໍ່ເປັນຈິງ. ນີ້ກໍຍ້ອນວ່າ ສິ່ງໃດກໍຕາມທີ່ມາຈາກເນື້ອໜັງຂອງມະນຸດແມ່ນຜົນສະທ້ອນທາງດ້ານອາລົມ ແລະ ບໍ່ໄດ້ມາຈາກຄວາມເຂົ້າໃຈທີ່ແທ້ຈິງ. ມັນເປັນພຽງແຕ່ແຮງຈູງໃຈຊົ່ວໄລຍະເວລາໃດໜຶ່ງ ແລະ ມັນບໍ່ສາມາດເປັນການຮັກໄລຍະຍາວ. ເມື່ອຜູ້ຄົນບໍ່ມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າ ພວກເຂົາພຽງແຕ່ຮັກພຣະອົງໂດຍອີງຕາມຄວາມນິຍົມຂອງພວກເຂົາເອງ ແລະ ແນວຄິດສ່ວນຕົວຂອງພວກເຂົາ; ຄວາມຮັກແບບນັ້ນບໍ່ສາມາດເອີ້ນວ່າຄວາມຮັກທີ່ເປັນໄປຕາມທໍາມະຊາດ ຫຼື ມັນບໍ່ສາມາດເອີ້ນວ່າຄວາມຮັກທີ່ແທ້ຈິງໄດ້. ເມື່ອຫົວໃຈຂອງມະນຸດຫັນເຂົ້າຫາພຣະເຈົ້າຢ່າງແທ້ຈິງ ແລະ ສາມາດຄິດເຖິງຜົນປະໂຫຍດຂອງພຣະເຈົ້າໃນທຸກສິ່ງ, ແຕ່ຖ້າພວກເຂົາບໍ່ມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າ, ພວກເຂົາກໍບໍ່ສາມາດມີຄວາມຮັກທີ່ເປັນໄປຕາມທໍາມະຊາດຢ່າງແທ້ຈິງໄດ້. ສິ່ງທີ່ພວກເຂົາສາມາດເຮັດໄດ້ກໍຄືການປະຕິບັດໜ້າທີ່ບາງຢ່າງສຳລັບຄຣິສຕະຈັກ ຫຼື ປະຕິບັດໜ້າທີ່ຂອງພວກເຂົາເລັກນ້ອຍໂດຍປາສະຈາກພື້ນຖານ. ຄົນປະເພດນີ້ມີອຸປະນິໄສຍາກທີ່ຈະປ່ຽນແປງ; ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ບໍ່ສະແຫວງຫາຄວາມຈິງ ຫຼື ບໍ່ເຂົ້າໃຈມັນ. ເຖິງແມ່ນຄົນໜຶ່ງຫັນຫົວໃຈຂອງພວກເຂົາເຂົ້າຫາພຣະເຈົ້າຢ່າງແທ້ຈິງ ມັນກໍບໍ່ໄດ້ໝາຍຄວາມວ່າ ຫົວໃຈແຫ່ງຄວາມຮັກທີ່ພວກເຂົາມີສຳລັບພຣະເຈົ້ານັ້ນບໍລິສຸດທັງໝົດ ເພາະຄົນທີ່ມີພຣະເຈົ້າໃນຫົວໃຈຂອງພວກເຂົານັ້ນບໍ່ຈຳເປັນຕ້ອງມີຄວາມຮັກໃນຫົວໃຈຂອງພວກເຂົາສຳລັບພຣະເຈົ້າ. ສິ່ງນີ້ກ່ຽວຂ້ອງກັບຄວາມແຕກຕ່າງລະຫວ່າງຄົນທີ່ສະແຫວງຫາ ຫຼື ບໍ່ສະແຫວງຫາຄວາມເຂົ້າໃຈກ່ຽວກັບພຣະເຈົ້າ. ເມື່ອບຸກຄົນໜຶ່ງມີຄວາມເຂົ້າໃຈກ່ຽວກັບພຣະອົງ, ນັ້ນກໍສະແດງວ່າ ຫົວໃຈຂອງພວກເຂົາໄດ້ຫັນເຂົ້າຫາພຣະເຈົ້າຢ່າງສົມບູນແລ້ວ, ມັນສະແດງໃຫ້ເຫັນວ່າຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າທີ່ພວກເຂົາມີໃນຫົວໃຈຂອງພວກເຂົານັ້ນເປັນໄປຕາມທໍາມະຊາດ. ມີພຽງແຕ່ຄົນແບບນັ້ນຈຶ່ງເປັນຄົນທີ່ມີພຣະເຈົ້າໃນຫົວໃຈຂອງພວກເຂົາ. ການຫັນຫົວໃຈຂອງບຸກຄົນໃດໜຶ່ງເຂົ້າຫາພຣະເຈົ້າແມ່ນເງື່ອນໄຂເບື້ອງຕົ້ນກ່ອນທີ່ຈະໃຫ້ພວກເຂົາເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ, ກ່ອນທີ່ຈະເຂົ້າໃຈພຣະເຈົ້າ ແລະ ກ່ອນທີ່ຈະບັນລຸຄວາມຮັກສຳລັບພຣະເຈົ້າ. ມັນບໍ່ແມ່ນຫຼັກໝາຍຂອງການເຮັດໜ້າທີ່ຂອງພວກເຂົາເພື່ອຮັກພຣະເຈົ້າໃຫ້ສຳເລັດ ຫຼື ມັນບໍ່ແມ່ນຫຼັກໝາຍຂອງການມີຄວາມຮັກທີ່ແທ້ຈິງສຳລັບພຣະອົງ. ຫົນທາງດຽວທີ່ຈະເຮັດໃຫ້ບາງຄົນບັນລຸຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າກໍຄືການຫັນຫົວໃຈຂອງພວກເຂົາເຂົ້າຫາພຣະອົງ ເຊິ່ງສິ່ງນັ້ນຍັງເປັນເງື່ອນໄຂທຳອິດທີ່ສິ່ງຊົງສ້າງຂອງພຣະອົງຄວນເຮັດ. ຄົນທີ່ຮັກພຣະເຈົ້າລ້ວນແລ້ວແຕ່ເປັນຄົນທີ່ສະແຫວງຫາຊີວິດ ນັ້ນກໍຄື ຄົນທີ່ສະແຫວງຫາຄວາມຈິງ ແລະ ຄົນທີ່ຕ້ອງການພຣະເຈົ້າຢ່າງແທ້ຈິງ; ພວກເຂົາມີແສງສະຫວ່າງຂອງພຣະວິນຍານບໍລິສຸດ ແລະ ຖືກດົນບັນດານໂດຍພຣະອົງ. ພວກເຂົາລ້ວນແລ້ວແຕ່ສາມາດທີ່ຈະຖືກນໍາພາໂດຍພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າແມ່ນຄວາມຮັກແບບທໍາມະຊາດ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ