ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 553

ພາລະກິດນີ້ທີ່ກຳລັງປະຕິບັດທ່າມກາງພວກເຈົ້າແມ່ນກຳລັງປະຕິບັດໃນພວກເຈົ້າຕາມພາລະກິດທີ່ຕ້ອງຖືກເຮັດໃຫ້ສຳເລັດ. ຫຼັງຈາກເອົາຊະນະຜູ້ຄົນເຫຼົ່ານີ້, ກຸ່ມຄົນໃດໜຶ່ງກໍ່ຈະຖືກເຮັດໃຫ້ສົມບູນ. ສະນັ້ນ, ພາລະກິດສ່ວນໃຫຍ່ໃນປັດຈຸບັນກໍ່ຍັງເປັນການກະກຽມສຳລັບເປົ້າໝາຍໃນການເຮັດໃຫ້ພວກເຈົ້າສົມບູນ, ເພາະມີຫຼາຍຄົນທີ່ກຳລັງຫິວກະຫາຍຫາຄວາມຈິງ ເຊິ່ງເປັນຜູ້ທີ່ສາມາດຖືກເຮັດໃຫ້ສົມບູນໄດ້. ຖ້າພາລະກິດແຫ່ງການເອົາຊະນະຕ້ອງຖືກປະຕິບັດໃນພວກເຈົ້າ ແລະ ຫຼັງຈາກນັ້ນແມ່ນບໍ່ມີການປະຕິບັດພາລະກິດຕື່ມອີກ, ແລ້ວມັນຈະບໍ່ເປັນຈິງບໍທີ່ບາງຄົນທີ່ປາຖະໜາຫາຄວາມຈິງຈະບໍ່ໄດ້ຮັບເອົາມັນ? ພາລະກິດໃນປັດຈຸບັນແມ່ນແນໃສ່ເພື່ອເປີດເສັ້ນທາງສູ່ການເຮັດໃຫ້ຜູ້ຄົນສົມບູນໃນພາຍຫຼັງ. ເຖິງແມ່ນພາລະກິດຂອງເຮົາເປັນພຽງແຕ່ພາລະກິດແຫ່ງການເອົາຊະນະເທົ່ານັ້ນ, ເຖິງຢ່າງໃດກໍ່ຕາມ ຫົນທາງແຫ່ງຊີວິດທີ່ເຮົາກ່າວເຖິງແມ່ນເພື່ອກະກຽມເຮັດໃຫ້ຜູ້ຄົນສົມບູນໃນພາຍຫຼັງ. ພາລະກິດທີ່ມາຫຼັງຈາກການເອົາຊະນະແມ່ນເນັ້ນໃສ່ການເຮັດໃຫ້ຜູ້ຄົນສົມບູນ ແລະ ການເອົາຊະນະແມ່ນເກີດຂຶ້ນເພື່ອວາງພື້ນຖານແກ່ພາລະກິດແຫ່ງການເຮັດໃຫ້ສົມບູນ. ມະນຸດສາມາດຖືກເຮັດໃຫ້ສົມບູນພຽງແຕ່ຫຼັງຈາກທີ່ຖືກເອົາຊະນະ. ໃນຕອນນີ້, ໜ້າທີ່ຫຼັກຄືການເອົາຊະນະ; ຫຼັງຈາກນັ້ນ, ຄົນທີ່ສະແຫວງຫາ ແລະ ປາຖະໜາຫາຄວາມຈິງກໍ່ຈະຖືກເຮັດໃຫ້ສົມບູນ. ການຖືກເຮັດໃຫ້ສົມບູນກ່ຽວພັນກັບລັກສະນະດ້ານບວກຂອງທາງເຂົ້າຂອງຜູ້ຄົນ: ເຈົ້າມີຫົວໃຈທີ່ຮັກພຣະເຈົ້າບໍ, ເຈົ້າມີປະສົບການຫຼາຍສໍ່າໃດໃນການຍ່າງໃນເສັ້ນທາງນີ້, ຄວາມຮັກຂອງເຈົ້າຕໍ່ພຣະເຈົ້າບໍລິສຸດສໍ່າໃດ, ການປະຕິບັດຄວາມຈິງຂອງເຈົ້າຖືກຕ້ອງສໍ່າໃດ. ເພື່ອທີ່ຈະຖືກເຮັດໃຫ້ສົມບູນ, ຄົນໆໜຶ່ງຕ້ອງມີຄວາມຮູ້ພື້ນຖານກ່ຽວກັບທຸກລັກສະນະຂອງຄວາມເປັນມະນຸດ. ນີ້ແມ່ນເງື່ອນໄຂພື້ນຖານ. ທຸກຄົນທີ່ບໍ່ສາມາດຖືກເຮັດໃຫ້ສົມບູນຫຼັງຈາກທີ່ຖືກເອົາຊະນະກໍ່ຈະກາຍມາເປັນພຽງເຄື່ອງມືຮັບໃຊ້ ແລະ ໃນທີ່ສຸດແລ້ວ ຍັງຈະຖືກໂຍນລົງສູ່ທະເລສາບແຫ່ງໄຟ ແລະ ຍັງຈະຕົກລົງໃນເຫວເລິກທີ່ບໍ່ສິ້ນສຸດ, ເພາະອຸປະນິໄສຂອງເຈົ້າບໍ່ໄດ້ປ່ຽນແປງ ແລະ ເຈົ້າຍັງເປັນຂອງຊາຕານ. ຖ້າມະນຸດຂາດເງື່ອນໄຂສຳລັບຄວາມສົມບູນ, ແລ້ວເຂົາກໍ່ບໍ່ມີປະໂຫຍດຫຍັງເລີຍ, ເຂົາເປັນຂອງເສດເຫຼືອ, ເປັນເຄື່ອງມື, ເປັນສິ່ງທີ່ບໍ່ສາມາດທົນຕໍ່ການທົດລອງແຫ່ງໄຟໄດ້! ຕອນນີ້ ເຈົ້າມີຫົວໃຈທີ່ຮັກພຣະເຈົ້າຫຼາຍສໍ່າໃດ? ຫົວໃຈທີ່ກຽດຊັງຕົວເອງ ຫຼາຍສໍ່າໃດ? ເຈົ້າຮູ້ຈັກຊາຕານເລິກເຊິ່ງສໍ່າໃດ? ພວກເຈົ້າໄດ້ເພີ່ມຄວາມຕັ້ງໃຈຂອງພວກເຈົ້າໃຫ້ເຂັ້ມແຂງແລ້ວບໍ? ຊີວິດຂອງເຈົ້າພາຍໃນຄວາມເປັນມະນຸດຂອງເຈົ້າຖືກຄວບຄຸມເປັນຢ່າງດີບໍ? ຊີວິດຂອງເຈົ້າໄດ້ປ່ຽນແປງແລ້ວບໍ? ເຈົ້າກຳລັງດຳລົງຊີວິດໃໝ່ບໍ? ທັດສະນະກ່ຽວກັບຊີວິດຂອງເຈົ້າໄດ້ປ່ຽນແປງແລ້ວບໍ? ຖ້າສິ່ງເຫຼົ່ານີ້ບໍ່ໄດ້ປ່ຽນແປງ, ເຈົ້າກໍ່ບໍ່ສາມາດຖືກເຮັດໃຫ້ສົມບູນໄດ້ ເຖິງແມ່ນວ່າເຈົ້າບໍ່ໄດ້ຖອຍ; ກົງກັນຂ້າມ ເຈົ້າພຽງແຕ່ຖືກເອົາຊະນະ. ເມື່ອມັນຮອດເວລາທີ່ຈະທົດສອບເຈົ້າ, ເຈົ້າກໍ່ຂາດຄວາມຈິງ, ຄວາມເປັນມະນຸດຂອງເຈົ້າບໍ່ປົກກະຕິ ແລະ ເຈົ້າຈະຕ້ອຍຕໍ່າຄືກັບສັດຮ້າຍທີ່ແບກຫາບ. ສິ່ງດຽວທີ່ເຈົ້າໄດ້ຮັບຈະເປັນການຖືກເອົາຊະນະ, ເຈົ້າເປັນພຽງແຕ່ວັດຖຸທີ່ເຮົາໄດ້ເອົາຊະນະ. ເຊັ່ນດຽວກັບລາ ຫຼັງຈາກທີ່ມັນຖືກແສ້ຂອງເຈົ້ານາຍ, ມັນກໍ່ຢ້ານ ແລະ ບໍ່ກ້າສະເໜີຕົວທຸກຄັ້ງທີ່ມັນເຫັນເຈົ້ານາຍ, ເຈົ້າກໍ່ເປັນພຽງແຕ່ລາທີ່ຖືກເອົາຊະນະ. ຖ້າຄົນໜຶ່ງຂາດລັກສະນະດ້ານບວກເຫຼົ່ານັ້ນ ແຕ່ກົງກັນຂ້າມແມ່ນບໍ່ດີ້ນລົນ ແລະ ຢ້ານກົວ, ບໍ່ມີຄວາມກ້າ ແລະ ລັງເລກັບທຸກສິ່ງ, ບໍ່ສາມາດແຍກແຍະສິ່ງໃດໜຶ່ງຢ່າງຊັດເຈນ, ບໍ່ສາມາດເຂົ້າໃຈຄວາມຈິງ, ຍັງປາສະຈາກເສັ້ນທາງສຳລັບການປະຕິບັດ ແລະ ປາສະຈາກແມ່ນແຕ່ຫົວໃຈທີ່ຮັກພຣະເຈົ້າ, ຖ້າຄົນໜຶ່ງບໍ່ມີຄວາມເຂົ້າໃຈກ່ຽວກັບວິທີການຮັກພຣະເຈົ້າ, ວິທີການດຳລົງຊີວິດທີ່ມີຄວາມໝາຍ ຫຼື ວິທີການເປັນຄົນທີ່ແທ້ຈິງ, ຄົນດັ່ງກ່າວຈະສາມາດເປັນພະຍານໃຫ້ພຣະເຈົ້າໄດ້ແນວໃດ? ສິ່ງນີ້ຈະສະແດງໃຫ້ເຫັນວ່າ ຊີວິດຂອງເຈົ້າມີຄຸນຄ່າໜ້ອຍ ແລະ ເຈົ້າເປັນພຽງແຕ່ລາທີ່ຖືກເອົາຊະນະ. ເຈົ້າຈະຖືກເອົາຊະນະ, ແຕ່ນັ້ນກໍ່ພຽງແຕ່ໝາຍຄວາມວ່າ ເຈົ້າໄດ້ກະບົດຕໍ່ມັງກອນແດງທີ່ຍິ່ງໃຫຍ່ ແລະ ປະຕິເສດທີ່ຈະຍອມຢູ່ພາຍໃຕ້ອຳນາດຂອງມັນ; ມັນຈະໝາຍຄວາມວ່າ ເຈົ້າເຊື່ອວ່າມີພຣະເຈົ້າ, ຕ້ອງການອ່ອນນ້ອມຕໍ່ແຜນການທຸກຢ່າງຂອງພຣະເຈົ້າ ແລະ ບໍ່ມີຄຳຕໍ່ວ່າໃດໆ. ແຕ່ສຳລັບລັກສະນະດ້ານບວກ, ເຈົ້າສາມາດດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ ແລະ ສຳແດງອອກເຖິງພຣະເຈົ້າບໍ? ຖ້າເຈົ້າບໍ່ມີສິ່ງໃດໃນບັນດາລັກສະນະເຫຼົ່ານີ້, ມັນກໍ່ໝາຍຄວາມວ່າ ເຈົ້າຍັງບໍ່ໄດ້ຖືກຮັບເອົາໂດຍພຣະເຈົ້າ ແລະ ເຈົ້າເປັນພຽງແຕ່ລາທີ່ຖືກເອົາຊະນະ. ບໍ່ມີຫຍັງທີ່ເປັນທີ່ປາຖະໜາໃນຕົວເຈົ້າ ແລະ ພຣະວິນຍານບໍລິສຸດກໍ່ບໍ່ໄດ້ປະຕິບັດພາລະກິດໃນຕົວເຈົ້າ. ຄວາມເປັນມະນຸດຂອງເຈົ້າຂາດເຂີນເກີນໄປ; ມັນເປັນໄປບໍ່ໄດ້ທີ່ພຣະເຈົ້າຈະໃຊ້ເຈົ້າ. ເຈົ້າຕ້ອງໄດ້ຮັບການເຫັນດີຈາກພຣະເຈົ້າ ແລະ ດີກວ່າສັດຮ້າຍທີ່ບໍ່ເຊື່ອຟັງ ແລະ ຄົນຕາຍທີ່ຍ່າງໄດ້ເຖິງຮ້ອຍເທົ່າ, ມີພຽງແຕ່ຄົນທີ່ມາເຖິງລະດັບນີ້ຈຶ່ງມີຄຸນສົມບັດທີ່ຈະຖືກເຮັດໃຫ້ສົມບູນ. ມີພຽງແຕ່ຄົນທີ່ມີຄວາມເປັນມະນຸດ ແລະ ຄວາມສຳນຶກເທົ່ານັ້ນຈຶ່ງເໝາະສົມທີ່ຈະຖືກພຣະເຈົ້າໃຊ້. ມີພຽງແຕ່ເມື່ອພວກເຈົ້າຖືກເຮັດໃຫ້ສົມບູນ, ພວກເຈົ້າຈຶ່ງຈະຖືວ່າເປັນມະນຸດ. ມີພຽງແຕ່ຄົນທີ່ຖືກເຮັດໃຫ້ສົມບູນເທົ່ານັ້ນຈຶ່ງເປັນຄົນດຳລົງຊີວິດຢ່າງມີຄວາມໝາຍ. ມີພຽງແຕ່ຄົນດັ່ງກ່າວຈຶ່ງສາມາດເປັນພະຍານໃຫ້ແກ່ພຣະເຈົ້າຢ່າງກ້ອງກັງວານຍິ່ງຂຶ້ນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ຄົນທີ່ຖືກເຮັດໃຫ້ສົມບູນແລ້ວເທົ່ານັ້ນຈຶ່ງສາມາດດຳລົງຊີວິດທີ່ມີຄວາມໝາຍໄດ້

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 465

ບັດນີ້ ເຈົ້າຮູ້ສາເຫດທີ່ແທ້ຈິງແລ້ວບໍ່ວ່າ ເປັນຫຍັງພວກເຈົ້າຈຶ່ງເຊື່ອໃນເຮົາ? ພວກເຈົ້າຮູ້ຈຸດປະສົງ ແລະ ຄວາມໝາຍທີ່ແທ້ຈິງຂອງພາລະກິດຂອງເຮົາບໍ?...

ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 363

ຕອນນີ້ ພວກເຈົ້າທຸກຄົນຄວນກວດສອບຕົນເອງໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້, ເພື່ອເບິ່ງວ່າມີຄວາມທໍລະຍົດທີ່ມີຕໍ່ເຮົານັ້ນມີຫຼາຍສໍ່າໃດຢູ່ພາຍໃນພວກເຈົ້າ....