ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 170
24 ເດືອນກໍລະກົດ 2025
ອຸປະນິໄສທັງໝົດຂອງພຣະເຈົ້າແມ່ນຖືກເປີດເຜີຍອອກຕະຫຼອດແຜນການຄຸ້ມຄອງຫົກພັນປີຂອງພຣະອົງ. ມັນບໍ່ໄດ້ຖືກເປີດເຜີຍພຽງແຕ່ໃນຍຸກແຫ່ງພຣະຄຸນ ຫຼື ຍຸກແຫ່ງພຣະບັນຍັດເທົ່ານັ້ນ, ແລ້ວແຮງໄກທີ່ຈະຖືກເປີດເຜີຍພຽງແຕ່ຢູ່ໃນຍຸກສຸດທ້າຍເທົ່ານັ້ນ. ພາລະກິດທີ່ຖືກປະຕິບັດໃນຍຸກສຸດທ້າຍແມ່ນເປັນຕົວແທນໃຫ້ກັບການພິພາກສາ, ຄວາມໂກດຮ້າຍ ແລະ ການຂ້ຽນຕີ. ພາລະກິດທີ່ປະຕິບັດໃນຍຸກສຸດທ້າຍບໍ່ສາມາດແທນ ພາລະກິດຂອງຍຸກແຫ່ງພຣະບັນຍັດໄດ້ ຫຼື ແທນຍຸກແຫ່ງພຣະຄຸນໄດ້. ເຖິງຢ່າງໃດກໍຕາມ ສາມຂັ້ນຕອນເຊື່ອມໂຍງກັນເປັນອັນໜຶ່ງອັນດຽວ ແລະ ຂັ້ນຕອນທັງໝົດແມ່ນພາລະກິດຂອງພຣະເຈົ້າອົງດຽວ. ຕາມທໍາມະຊາດແລ້ວ ການປະຕິບັດພາລະກິດນີ້ຖືກແບ່ງອອກເປັນຍຸກທີ່ແຕກຕ່າງກັນ. ພາລະກິດທີ່ສໍາເລັດໃນຍຸກສຸດທ້າຍເປັນພາລະກິດທີ່ນໍາທຸກສິ່ງໄປສູ່ການສິ້ນສຸດ; ພາລະກິດທີ່ສໍາເລັດໃນຍຸກແຫ່ງພຣະບັນຍັດແມ່ນພາລະກິດແຫ່ງການເລີ່ມຕົ້ນ ແລະ ພາລະກິດທີ່ສໍາເລັດໃນຍຸກແຫ່ງພຣະຄຸນແມ່ນພາລະກິດແຫ່ງການໄຖ່ບາບ. ສໍາລັບນິມິດຂອງພາລະກິດທີ່ຢູ່ໃນແຜນການຄຸ້ມຄອງຫົກພັນປີນີ້, ບໍ່ມີຜູ້ໃດສາມາດຮັບເອົາຄວາມຮູ້ ຫຼື ຄວາມເຂົ້າໃຈ ແລະ ນິມິດເຫຼົ່ານີ້ກໍຍັງເປັນປິດສະໜາຢູ່. ໃນຍຸກສຸດທ້າຍ ມີພຽງພາລະກິດຂອງພຣະທໍາເທົ່ານັ້ນທີ່ຖືກປະຕິບັດເພື່ອນໍາໄປສູ່ຍຸກແຫ່ງອານາຈັກ, ແຕ່ຍຸກສຸດທ້າຍບໍ່ແມ່ນຕົວແທນຂອງຍຸກທັງໝົດ. ຍຸກສຸດທ້າຍກໍເປັນຍຸກສຸດທ້າຍ ແລະ ຍຸກແຫ່ງອານາຈັກກໍຄືຍຸກແຫ່ງອານາຈັກ ເຊິ່ງບໍ່ແມ່ນຕົວແທນຂອງຍຸກແຫ່ງພຣະຄຸນ ຫຼື ຍຸກແຫ່ງພຣະບັນຍັດ. ນັ້ນຄືຄວາມຈິງ, ໃນລະຫວ່າງຍຸກສຸດທ້າຍ ພາລະກິດທັງໝົດໃນແຜນການຄຸ້ມຄອງຫົກພັນປີແມ່ນຖືກເປີດເຜີຍໃຫ້ພວກເຈົ້າເຫັນ. ນີ້ແມ່ນການເປີດເຜີຍເຖິງຄວາມລຶກລັບ. ຄວາມເລິກລັບປະເພດນີ້ແມ່ນສິ່ງທີ່ບໍ່ມີມະນຸດຄົນໃດສາມາດເປີດເຜີຍໄດ້. ບໍ່ວ່າຄວາມເຂົ້າໃຈຂອງມະນຸດກ່ຽວກັບພຣະຄຳພີຈະຍິ່ງໃຫຍ່ສໍ່າໃດ, ມັນກໍຍັງເປັນພຽງຄຳເວົ້າເທົ່ານັ້ນ, ຍ້ອນມະນຸດບໍ່ເຂົ້າໃຈແກ່ນແທ້ຂອງພຣະຄຳພີ. ໃນການອ່ານພຣະຄຳພີ, ມະນຸດອາດເຂົ້າໃຈຄວາມຈິງບາງຢ່າງ, ອະທິບາຍພຣະທຳບາງຂໍ້ ຫຼື ວິເຄາະຂໍ້ຄວາມບາງຂໍ້ ແລະ ບາງບົດທີ່ໂດດເດັ່ນຢ່າງເຂັ້ມງວດ, ແຕ່ເຂົາຈະບໍ່ສາມາດແກະຄວາມໝາຍທີ່ຢູ່ພາຍໃນພຣະທຳເຫຼົ່ານັ້ນ, ຍ້ອນສິ່ງທີ່ມະນຸດເຫັນແມ່ນເປັນພຽງພຣະທຳທີ່ຕາຍແລ້ວ, ບໍ່ແມ່ນເຫດການກ່ຽວກັບພາລະກິດຂອງພຣະເຢໂຮວາ ແລະ ຂອງພຣະເຢຊູ ແລະ ມະນຸດບໍ່ມີທາງໄຂຄວາມເລິກລັບຂອງພາລະກິດນີ້ໄດ້. ສະນັ້ນ ຄວາມເລິກລັບຂອງແຜນການຄຸ້ມຄອງຫົກພັນປີຈຶ່ງເປັນຄວາມເລິກລັບທີ່ຍິ່ງໃຫຍ່ທີ່ສຸດ, ເປັນຄວາມລີ້ລັບທີ່ສຸດ ແລະ ມະນຸດບໍ່ສາມາດຢັ່ງເຖິງໄດ້ທັງໝົດ. ບໍ່ມີໃຜສາມາດເຂົ້າໃຈເຈດຕະນາຂອງພຣະເຈົ້າໂດຍກົງ, ນອກຈາກພຣະອົງເອງຈະອະທິບາຍ ແລະ ເປີດເຜີຍສິ່ງເຫຼົ່ານັ້ນໃຫ້ກັບມະນຸດ; ບໍ່ດັ່ງນັ້ນ ສິ່ງເຫຼົ່ານີ້ຈະຍັງເປັນປິດສະໜາຕໍ່ມະນຸດຕະຫຼອດໄປ, ເປັນຄວາມເລິກລັບທີ່ຖືກປົກປິດໄວ້ຕະຫຼອດໄປ. ບໍ່ຕ້ອງຫ່ວງສໍາລັບຄົນທີ່ຢູ່ໃນໂລກສາດສະໜາ; ຖ້າພວກເຈົ້າບໍ່ໄດ້ຮັບຮູ້ໃນມື້ນີ້, ພວກເຈົ້າກໍຈະບໍ່ເຂົ້າໃຈມັນເຊັ່ນກັນ. ພາລະກິດຫົກພັນປີນີ້ຍິ່ງເລິກລັບຫຼາຍກວ່າຄຳທຳນາຍທັງໝົດຂອງຜູ້ປະກາດພຣະທຳ. ມັນເປັນຄວາມເລິກລັບທີ່ຍິ່ງໃຫຍ່ທີ່ສຸດຕັ້ງແຕ່ການເນລະມິດສ້າງຈົນເຖິງປັດຈຸບັນ ແລະ ບໍ່ມີໃຜທ່າມກາງຜູ້ປະກາດພຣະທຳທົ່ວຍຸກຕ່າງໆສາມາດຢັ່ງເຖິງຄວາມເລິກລັບນັ້ນໄດ້, ຍ້ອນຄວາມເລິກລັບນີ້ແມ່ນຈະຖືກເປີດເຜີຍອອກໃນຍຸກສຸດທ້າຍເທົ່ານັ້ນ ແລະ ບໍ່ເຄີຍຖືກເປີດເຜີຍມາກ່ອນ. ຖ້າພວກເຈົ້າສາມາດເຂົ້າໃຈຄວາມເລິກລັບນີ້ໄດ້ ແລະ ຖ້າພວກເຈົ້າສາມາດເຂົ້າໃຈຄວາມເລິກລັບນີ້ໄດ້ທັງໝົດ, ແລ້ວບຸກຄົນໃນສາສະໜາທຸກຄົນກໍຈະຖືກເອົາຊະນະໂດຍຄວາມເລິກລັບນີ້. ມີພຽງແຕ່ສິ່ງນີ້ເທົ່ານັ້ນທີ່ເປັນນິມິດທີ່ຍິ່ງໃຫຍ່ທີ່ສຸດ; ມັນເປັນສິ່ງທີ່ມະນຸດປາຖະໜາຢາກເຂົ້າໃຈຫຼາຍທີ່ສຸດ ແຕ່ມັນກໍເປັນສິ່ງທີ່ບໍ່ຈະແຈ້ງສໍາລັບເຂົາຫຼາຍທີ່ສຸດ. ເມື່ອພວກເຈົ້າຢູ່ໃນຍຸກແຫ່ງພຣະຄຸນ, ພວກເຈົ້າບໍ່ເຂົ້າໃຈວ່າພຣະເຢຊູປະຕິບັດພາລະກິດຫຍັງ ຫຼື ພຣະເຢໂຮວາປະຕິບັດພາລະກິດກ່ຽວກັບຫຍັງ. ຜູ້ຄົນບໍ່ເຂົ້າໃຈວ່າເປັນຫຍັງພຣະເຢໂຮວາຈຶ່ງກຳນົດກົດບັນຍັດ, ເປັນຫຍັງພຣະອົງຈຶ່ງຂໍໃຫ້ປວງຊົນຮັກສາກົດບັນຍັດ ຫຼື ເປັນຫຍັງພຣະວິຫານຈຶ່ງຖືກສ້າງຂຶ້ນ ແລະ ແຮງໄກທີ່ຜູ້ຄົນຈະເຂົ້າໃຈວ່າ ເປັນຫຍັງຊາວອິດສະຣາເອນຈຶ່ງຖືກນໍາພາຈາກເອຢິບໄປສູ່ຖິ່ນແຫ້ງແລ້ງກັນດານ ແລະ ຫຼັງຈາກນັ້ນກໍໄປສູ່ການາອານ. ຈົນເຖິງປັດຈຸບັນ ບັນຫາເຫຼົ່ານີ້ຈຶ່ງໄດ້ຖືກເປີດເຜີຍອອກ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ