ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 511
23 ເດືອນສິງຫາ 2025
ຖ້າເຈົ້າເຊື່ອໃນພຣະເຈົ້າ, ແລ້ວເຈົ້າກໍຕ້ອງອ່ອນນ້ອມຕໍ່ພຣະເຈົ້າ, ນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ປະຕິບັດໜ້າທີ່ທັງໝົດຂອງເຈົ້າ. ຍິ່ງໄປກວ່ານັ້ນ, ເຈົ້າຕ້ອງເຂົ້າໃຈສິ່ງຕ່າງໆທີ່ເຈົ້າຄວນຜະເຊີນ. ຖ້າເຈົ້າພຽງແຕ່ຜະເຊີນກັບການຖືກລິຮານ, ການຖືກລົງວິໄນ ແລະ ການຖືກພິພາກສາ, ຖ້າເຈົ້າພຽງແຕ່ມີຄວາມສຸກກັບພຣະເຈົ້າ, ແຕ່ຍັງບໍ່ສາມາດຮູ້ສຶກເຖິງເວລາທີ່ພຣະເຈົ້າກຳລັງລົງວິໄນເຈົ້າ ຫຼື ລິຮານກັບເຈົ້າ, ສິ່ງນີ້ເປັນເລື່ອງທີ່ຮັບບໍ່ໄດ້. ບາງເທື່ອໃນຕົວຢ່າງຂອງການຫຼໍ່ຫຼອມແບບນີ້ ເຈົ້າສາມາດຍຶດໝັ້ນໃນຈຸດຢືນຂອງເຈົ້າ, ແຕ່ນີ້ກໍຍັງບໍ່ພຽງພໍ; ເຈົ້າຍັງຕ້ອງກ້າວໄປຂ້າງໜ້າ. ບົດຮຽນກ່ຽວກັບການຮັກພຣະເຈົ້າບໍ່ເຄີຍສິ້ນສຸດ ແລະ ບໍ່ມີຈຸດຈົບຈັກເທື່ອ. ຜູ້ຄົນເຫັນວ່າ ການເຊື່ອພຣະເຈົ້າເປັນສິ່ງທີ່ງ່າຍດາຍຫຼາຍ, ແຕ່ທັນທີທີ່ພວກເຂົາໄດ້ຮັບປະສົບການຕົວຈິງບາງຢ່າງ, ແລ້ວພວກເຂົາຈະເຂົ້າໃຈວ່າ ຄວາມເຊື່ອໃນພຣະເຈົ້າບໍ່ໄດ້ງ່າຍຕາມທີ່ຜູ້ຄົນຈິນຕະນາການ. ເມື່ອພຣະເຈົ້າປະຕິບັດພາລະກິດເພື່ອຫຼໍ່ຫຼອມມະນຸດ, ມະນຸດກໍຈະທົນທຸກ. ຍິ່ງການຫຼໍ່ຫຼອມຂອງບຸກຄົນໃດໜຶ່ງຍິ່ງໃຫຍ່ຫຼາຍສໍ່າໃດ, ພວກເຂົາຍິ່ງຈະມີຫົວໃຈທີ່ຮັກພຣະເຈົ້າຫຼາຍສໍ່ານັ້ນ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າກໍຖືກເປີດເຜີຍໃນຕົວພວກເຂົາຫຼາຍສໍ່ານັ້ນ. ໃນທາງກົງກັນຂ້າມ ຍິ່ງບຸກຄົນໃດໜຶ່ງໄດ້ຮັບການຫຼໍ່ຫຼອມໜ້ອຍສໍ່າໃດ, ພວກເຂົາຍິ່ງຈະມີຫົວໃຈທີ່ຮັກພຣະເຈົ້າໜ້ອຍສໍ່ານັ້ນ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າກໍຖືກເປີດເຜີຍໃນຕົວເຂົາໜ້ອຍສໍ່ານັ້ນ. ຍິ່ງການຫຼໍ່ຫຼອມ ແລະ ຄວາມເຈັບປວດຂອງບຸກຄົນໃດໜຶ່ງຍິ່ງໃຫຍ່ຫຼາຍສໍ່າໃດ ແລະ ຍິ່ງຄວາມທໍລະມານທີ່ພວກເຂົາຜະເຊີນມີຫຼາຍສໍ່າໃດ, ຄວາມຮັກຂອງພວກເຂົາຕໍ່ພຣະເຈົ້າຈະຍິ່ງເຕີບໃຫຍ່ຫຼາຍສໍ່ານັ້ນ, ຄວາມເຊື່ອຂອງເຂົາທີ່ມີໃນພຣະເຈົ້າກໍແທ້ຈິງຫຼາຍຍິ່ງຂຶ້ນ ແລະ ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າກໍຍິ່ງເລິກເຊິ່ງຫຼາຍຂຶ້ນ. ໃນປະສົບການຂອງເຈົ້າ, ເຈົ້າຈະເຫັນວ່າ ຄົນທີ່ທົນທຸກຢ່າງໃຫ່ຍຫຼວງໃນຂະນະທີ່ພວກເຂົາຖືກຫຼໍ່ຫຼອມ, ຄົນທີ່ຖືກລິຮານ ແລະ ຖືກລົງວິໄນຫຼາຍຢ່າງ, ແມ່ນຄວາມຮັກຂອງພວກເຂົາຈະເລິກເຊິ່ງຕໍ່ພຣະເຈົ້າ ແລະ ຄວາມຮູ້ກໍຈະເລິກເຊິ່ງ ແລະ ແຫຼມຄົມກ່ຽວກັບພຣະເຈົ້າຫຼາຍຍິ່ງຂຶ້ນ ແລະ ຄົນທີ່ບໍ່ໄດ້ຜະເຊີນກັບການຖືກລິຮານ ກໍມີພຽງຄວາມຮູ້ຕື້ນໆ. ພວກເຂົາພຽງແຕ່ສາມາດເວົ້າໄດ້ວ່າ “ພຣະເຈົ້າແສນດີ, ພຣະອົງປະທານຄວາມເມດຕາໃຫ້ກັບຜູ້ຄົນ ເພື່ອພວກເຂົາສາມາດມີຄວາມສຸກກັບພຣະອົງໄດ້”. ຖ້າຜູ້ຄົນໄດ້ຜະເຊີນກັບການຖືກລິຮານ ແລະ ການຖືກລົງວິໄນ, ແລ້ວພວກເຂົາສາມາດເວົ້າດ້ວຍຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ. ສະນັ້ນ ຍິ່ງພາລະກິດຂອງພຣະເຈົ້າທີ່ຢູ່ໃນມະນຸດມະຫັດສະຈັນຫຼາຍສໍ່າໃດ, ພາລະກິດນັ້ນກໍຍິ່ງມີຄ່າ ແລະ ມີຄວາມໝາຍຫຼາຍສໍ່ານັ້ນ. ຍິ່ງພາລະກິດນັ້ນເປັນສິ່ງທີ່ເຂົ້າໃຈຍາກສຳລັບເຈົ້າຫຼາຍສໍ່າໃດ ແລະ ຍິ່ງມັນບໍ່ສອດຄ່ອງກັບແນວຄິດຂອງເຈົ້າຫຼາຍສໍ່າໃດ, ພາລະກິດຂອງພຣະເຈົ້າກໍຍິ່ງສາມາດເອົາຊະນະເຈົ້າ, ຮັບເອົາເຈົ້າ ແລະ ເຮັດໃຫ້ເຈົ້າສົມບູນຫຼາຍສໍ່ານັ້ນ. ຄວາມໝາຍແຫ່ງພາລະກິດຂອງພຣະເຈົ້າຊ່າງຍິ່ງໃຫຍ່ຫຼາຍ! ຖ້າພຣະເຈົ້າບໍ່ຫຼໍ່ຫຼອມມະນຸດໃນລັກສະນະນີ້, ຖ້າພຣະອົງບໍ່ປະຕິບັດພາລະກິດດ້ວຍວິທີນີ້, ແລ້ວພາລະກິດຂອງພຣະເຈົ້າກໍຈະບໍ່ມີປະໂຫຍດ ແລະ ບໍ່ມີຄວາມໝາຍເລີຍ. ມັນຖືກເວົ້າໃນອະດີດວ່າ ພຣະເຈົ້າຈະຄັດເລືອກ ແລະ ຮັບເອົາກຸ່ມນີ້ ແລະ ເຮັດໃຫ້ພວກເຂົາສົມບູນໃນຍຸກສຸດທ້າຍ; ໃນນີ້, ມີຄວາມໝາຍທີ່ພິເສດ. ຍິ່ງພາລະກິດທີ່ພຣະເຈົ້າປະຕິບັດພາຍໃນພວກເຈົ້າຍິ່ງໃຫຍ່ຫຼາຍສໍ່າໃດ, ຄວາມຮັກຂອງພວກເຈົ້າທີ່ມີຕໍ່ພຣະເຈົ້າກໍເລິກເຊິ່ງ ແລະ ບໍລິສຸດຫຼາຍສໍ່ານັ້ນ. ຍິ່ງພາລະກິດຂອງພຣະເຈົ້າຍິ່ງໃຫຍ່ຫຼາຍສໍ່າໃດ, ມະນຸດກໍຍິ່ງສາມາດເຂົ້າໃຈເຖິງບາງສິ່ງກ່ຽວກັບສະຕິປັນຍາຂອງພຣະອົງຫຼາຍສໍ່ານັ້ນ ແລະ ຄວາມຮູ້ຂອງມະນຸດກ່ຽວກັບພຣະອົງກໍຍິ່ງເລິກເຊິ່ງຫຼາຍສໍ່ານັ້ນ. ໃນລະຫວ່າງຍຸກສຸດທ້າຍ, ແຜນການສຳລັບການຄຸ້ມຄອງຫົກພັນປີຂອງພຣະເຈົ້າຈະມາເຖິງຈຸດສິ້ນສຸດ. ເປັນໄປໄດ້ບໍທີ່ມັນຈະຈົບແບບງ່າຍໆແທ້ໆ? ຫຼັງຈາກພຣະອົງເອົາຊະນະມະນຸດຊາດ, ພາລະກິດຂອງພຣະອົງກໍຈະຢຸດໄປເລີຍບໍ? ມັນງ່າຍແບບນັ້ນເລີຍບໍ? ຜູ້ຄົນຈິນຕະນາການວ່າມັນງ່າຍແບບນີ້, ແຕ່ສິ່ງທີ່ພຣະເຈົ້າກະທຳບໍ່ໄດ້ງ່າຍແບບນັ້ນ. ບໍ່ວ່າເຈົ້າຈະເວົ້າເຖິງສ່ວນໃດກໍຕາມຂອງພາລະກິດຂອງພຣະເຈົ້າ, ມະນຸດກໍບໍ່ສາມາດຢັ່ງເຖິງທຸກຢ່າງໄດ້. ຖ້າເຈົ້າສາມາດຢັ່ງເຖິງພາລະກິດນັ້ນໄດ້, ແລ້ວພາລະກິດຂອງພຣະເຈົ້າກໍຈະບໍ່ມີຄວາມໝາຍ ຫຼື ບໍ່ມີຄ່າເລີຍ. ພາລະກິດທີ່ພຣະເຈົ້າກະທຳແມ່ນບໍ່ສາມາດຢັ່ງເຖິງໄດ້; ມັນບໍ່ສອດຄ່ອງກັບແນວຄິດຂອງເຈົ້າທັງສິ້ນ ແລະ ຍິ່ງມັນບໍ່ເຂົ້າກັບແນວຄິດຂອງເຈົ້າຫຼາຍສໍ່າໃດ, ມັນກໍຍິ່ງສະແດງໃຫ້ເຫັນວ່າພາລະກິດຂອງພຣະເຈົ້າມີຄວາມໝາຍຫຼາຍສໍ່ານັ້ນ; ຖ້າມັນເຂົ້າກັນກັບແນວຄິດຂອງເຈົ້າ, ແລ້ວມັນກໍຈະບໍ່ມີຄວາມໝາຍເລີຍ. ໃນປັດຈຸບັນ, ເຈົ້າຮູ້ສຶກວ່າພາລະກິດຂອງພຣະເຈົ້າມະຫັດສະຈັນຫຼາຍ ແລະ ຍິ່ງມັນມະຫັດສະຈັນຫຼາຍສໍ່າໃດ, ເຈົ້າຍິ່ງຈະຮູ້ສຶກວ່າພຣະເຈົ້າບໍ່ສາມາດຢັ່ງເຖິງຫຼາຍສໍ່ານັ້ນ ແລະ ເຈົ້າຈະເຫັນວ່າການກະທຳຂອງພຣະເຈົ້າຍິ່ງໃຫຍ່ສໍ່າໃດ. ຖ້າພຣະອົງພຽງແຕ່ປະຕິບັດພາລະກິດບາງຢ່າງທີ່ຜິວເຜີນ ແລະ ພໍເປັນພິທີເພື່ອເອົາຊະນະມະນຸດ ແລະ ບໍ່ເຮັດຫຍັງເລີຍຫຼັງຈາກນັ້ນ, ແລ້ວມະນຸດກໍຈະບໍ່ສາມາດເຫັນເຖິງຄວາມໝາຍຂອງພາລະກິດຂອງພຣະເຈົ້າໄດ້. ເຖິງແມ່ນວ່າເຈົ້າກຳລັງຮັບການຫຼໍ່ຫຼອມພຽງເລັກນ້ອຍໃນຕອນນີ້, ມັນກໍເປັນປະໂຫຍດຢ່າງໃຫຍ່ຕໍ່ການເຕີບໃຫຍ່ໃນຊີວິດຂອງເຈົ້າ; ດັ່ງນັ້ນ ມັນຈຳເປັນທີ່ສຸດທີ່ພວກເຈົ້າຈະຜ່ານຄວາມລໍາບາກດັ່ງກ່າວ. ໃນປັດຈຸບັນ, ເຈົ້າກຳລັງຮັບການຫຼໍ່ຫຼອມທີ່ເລັກນ້ອຍ, ແຕ່ຫຼັງຈາກນັ້ນ ເຈົ້າຈະສາມາດເຫັນເຖິງການກະທຳຂອງພຣະເຈົ້າຢ່າງແທ້ຈິງ ແລະ ໃນທີ່ສຸດ ເຈົ້າຈະເວົ້າວ່າ “ການກະທຳຂອງພຣະເຈົ້າມະຫັດສະຈັນຫຼາຍ!” ສິ່ງເຫຼົ່ານີ້ຈະເປັນຄຳເວົ້າໃນຫົວໃຈຂອງເຈົ້າ. ເມື່ອໄດ້ຜະເຊີນກັບການຫຼໍ່ຫຼອມຂອງພຣະເຈົ້າຊົ່ວໄລຍະໜຶ່ງ (ການທົດລອງຂອງຜູ້ບໍລິການ ແລະ ເວລາແຫ່ງການຂ້ຽນຕີ), ໃນທີ່ສຸດ ບາງຄົນກໍເວົ້າວ່າ “ການເຊື່ອໃນພຣະເຈົ້າເປັນສິ່ງທີ່ຫຍຸ້ງຍາກແທ້ໆ!” ຂໍ້ແທ້ຈິງທີ່ພວກເຂົາໃຊ້ຄຳວ່າ “ຫຍຸ້ງຍາກແທ້ໆ” ສະແດງໃຫ້ເຫັນວ່າ ການກະທຳຂອງພຣະເຈົ້າບໍ່ສາມາດຢັ່ງເຖິງໄດ້, ພາລະກິດຂອງພຣະເຈົ້າປະກອບດ້ວຍຄວາມໝາຍ ແລະ ຄຸນຄ່າຢ່າງໃຫຍ່ຫຼວງ ແລະ ພາລະກິດຂອງພຣະອົງສົມຄວນຢ່າງສູງແກ່ການທີ່ມະນຸດເຊີດຊູບູຊາ. ຫຼັງຈາກທີ່ເຮົາໄດ້ປະຕິບັດພາລະກິດຢ່າງຫຼວງຫຼາຍ, ຖ້າເຈົ້າຍັງບໍ່ມີຄວາມຮູ້ແມ່ນແຕ່ໜ້ອຍດຽວ, ແລ້ວພາລະກິດຂອງເຮົາຈະຍັງມີຄຸນຄ່າບໍ? ມັນຈະເຮັດໃຫ້ເຈົ້າເວົ້າວ່າ “ການຮັບໃຊ້ພຣະເຈົ້າແມ່ນຫຍຸ້ງຍາກແທ້ໆ, ການກະທຳຂອງພຣະເຈົ້າມະຫັດສະຈັນຫຼາຍ ແລະ ພຣະເຈົ້າມີສະຕິປັນຍາແທ້ໆ! ພຣະອົງເປັນຕາຮັກຫຼາຍ!” ຫຼັງຈາກທີ່ໄດ້ຜ່ານໄລຍະເວລາແຫ່ງປະສົບການໃດໜຶ່ງ, ຖ້າເຈົ້າສາມາດກ່າວຄຳເວົ້າດັ່ງກ່າວ, ແລ້ວສິ່ງນີ້ກໍພິສູດວ່າ ເຈົ້າໄດ້ຮັບເອົາພາລະກິດຂອງພຣະເຈົ້າທີ່ຢູ່ໃນຕົວເຈົ້າ. ມື້ໜຶ່ງ, ເມື່ອເຈົ້າເດີນທາງເພື່ອເຜີຍແຜ່ຂ່າວປະເສີດຢູ່ຕ່າງປະເທດ ແລະ ບາງຄົນຖາມເຈົ້າວ່າ “ຄວາມເຊື່ອຂອງເຈົ້າໃນພຣະເຈົ້າເປັນແນວໃດ?” ເຈົ້າຈະສາມາດເວົ້າໄດ້ວ່າ “ການກະທຳຂອງພຣະເຈົ້າໜ້າປະຫຼາດໃຈຫຼາຍ!” ພວກເຂົາຈະຮູ້ສຶກວ່າ ຄຳເວົ້າຂອງເຈົ້າແມ່ນເວົ້າຈາກປະສົບການທີ່ເປັນຈິງ. ນີ້ແມ່ນການເປັນພະຍານຢ່າງແທ້ຈິງ. ເຈົ້າຈະເວົ້າວ່າ ພາລະກິດຂອງພຣະເຈົ້າເຕັມໄປດ້ວຍສະຕິປັນຍາ ແລະ ພາລະກິດຂອງພຣະອົງທີ່ຢູ່ໃນຕົວເຈົ້າກໍໄດ້ເຮັດໃຫ້ເຈົ້າເຊື່ອຢ່າງແທ້ຈິງ ແລະ ເອົາຊະນະຫົວໃຈຂອງເຈົ້າໄດ້. ເຈົ້າຈະຮັກພຣະອົງຢູ່ສະເໝີ ເພາະວ່າ ພຣະອົງສົມຄວນເກີນກວ່າທີ່ຈະໄດ້ຮັບຄວາມຮັກຂອງມະນຸດຊາດ! ຖ້າເຈົ້າສາມາດເວົ້າສິ່ງເຫຼົ່ານີ້ໄດ້, ແລ້ວເຈົ້າກໍສາມາດດົນໃຈຜູ້ຄົນໄດ້. ທຸກສິ່ງເຫຼົ່ານີ້ແມ່ນການເປັນພະຍານ. ຖ້າເຈົ້າສາມາດເປັນພະຍານໄດ້ຢ່າງດັງກ້ອງ, ດົນໃຈຜູ້ຄົນໃຫ້ຫຼັ່ງນໍ້າຕາ, ນັ້ນກໍສະແດງໃຫ້ເຫັນວ່າ ເຈົ້າເປັນຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງ, ຍ້ອນເຈົ້າສາມາດເປັນພະຍານເຖິງການຮັກພຣະເຈົ້າ ແລະ ຜ່ານເຈົ້າ ການກະທຳຂອງພຣະເຈົ້າກໍສາມາດເກີດຂຶ້ນໃນຄຳພະຍານ. ໂດຍຄຳພະຍານຂອງເຈົ້າ, ຄົນອື່ນກໍຕ້ອງບັງຄັບໃຫ້ສະແຫວງຫາພາລະກິດຂອງພຣະເຈົ້າ, ມີປະສົບການກັບພາລະກິດຂອງພຣະເຈົ້າ ແລະ ໃນສະພາບແວດລ້ອມໃດກໍຕາມທີ່ພວກເຂົາຜະເຊີນ, ພວກເຂົາກໍຈະສາມາດຍຶດໝັ້ນ. ນີ້ແມ່ນພຽງຫົນທາງດຽວທີ່ແທ້ຈິງໃນການເປັນພະຍານ ແລະ ນີ້ແມ່ນສິ່ງທີ່ຮຽກຮ້ອງຈາກເຈົ້າຢ່າງແທ້ຈິງໃນຕອນນີ້. ເຈົ້າຄວນເຫັນວ່າ ພາລະກິດຂອງພຣະເຈົ້າມີຄ່າຫຼາຍທີ່ສຸດ ແລະ ສົມຄວນແກ່ການເຊີດຊູບູຊາໂດຍຜູ້ຄົນ, ພຣະເຈົ້າມີຄ່າຫຼາຍ ແລະ ບໍລິບູນຫຼາຍ; ພຣະອົງບໍ່ພຽງແຕ່ສາມາດເວົ້າ, ແຕ່ຍິ່ງໄປກວ່ານັ້ນ ແມ່ນຍັງສາມາດພິພາກສາຜູ້ຄົນ, ຫຼໍ່ຫຼອມຫົວໃຈຂອງພວກເຂົາ, ນໍາຄວາມສຸກມາສູ່ພວກເຂົາ, ຮັບເອົາພວກເຂົາ, ເອົາຊະນະພວກເຂົາ ແລະ ເຮັດໃຫ້ພວກເຂົາສົມບູນ. ຈາກປະສົບການຂອງເຈົ້າ, ເຈົ້າຈະເຫັນວ່າ ພຣະເຈົ້າເປັນຕາຮັກຫຼາຍ. ແລ້ວປັດຈຸບັນນີ້ ເຈົ້າຮັກພຣະເຈົ້າຫຼາຍສໍ່າໃດ? ເຈົ້າສາມາດເວົ້າສິ່ງເຫຼົ່ານີ້ຈາກຫົວໃຈຂອງເຈົ້າຢ່າງແທ້ຈິງບໍ? ເມື່ອເຈົ້າສາມາດກ່າວຄຳເວົ້າເຫຼົ່ານີ້ອອກຈາກສ່ວນເລິກຂອງຫົວໃຈຂອງເຈົ້າ, ແລ້ວເຈົ້າກໍຈະສາມາດເປັນພະຍານໄດ້. ຫຼັງຈາກທີ່ປະສົບການຂອງເຈົ້າໄດ້ບັນລຸເຖິງລະດັບນີ້ ເຈົ້າກໍຈະສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້ ແລະ ເຈົ້າຈະມີຄຸນສົມບັດ. ຖ້າເຈົ້າບໍ່ໄປເຖິງລະດັບນີ້ໃນປະສົບການຂອງເຈົ້າ, ແລ້ວເຈົ້າກໍຍັງຈະຫ່າງໄກຫຼາຍ. ມັນເປັນເລື່ອງປົກກະຕິທີ່ຜູ້ຄົນຈະສະແດງຄວາມອ່ອນແອໃນລະຫວ່າງຂະບວນການຫຼໍ່ຫຼອມ, ແຕ່ຫຼັງຈາກການຫຼໍ່ຫຼອມ ເຈົ້າຄວນສາມາດເວົ້າໄດ້ວ່າ “ພຣະເຈົ້າມີສະຕິປັນຍາໃນພາລະກິດຂອງພຣະອົງ!” ຖ້າເຈົ້າສາມາດຍອມບັນລຸຄວາມເຂົ້າໃຈກ່ຽວກັບພຣະທຳເຫຼົ່ານີ້ຢ່າງແທ້ຈິງ, ແລ້ວມັນກໍຈະເປັນສິ່ງທີ່ເຈົ້າເຊີດຊູ ແລະ ປະສົບການຂອງເຈົ້າກໍຈະມີຄຸນຄ່າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ