ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 551

ການມີການແຍກແຍະ, ມີຄວາມອ່ອນນ້ອມ ແລະ ມີຄວາມສາມາດເບິ່ງເລິກເຂົ້າໄປ ເພື່ອທີ່ເຈົ້າຈະມີຄວາມສະຫຼາດຫຼັກແຫຼມໃນວິນຍານ ໝາຍຄວາມວ່າເຈົ້າມີພຣະທຳຂອງພຣະເຈົ້າເປັນແສງເຍືອງທາງ ແລະ ຄວາມສະຫວ່າງແກ່ເຈົ້າຢູ່ພາຍໃນ ທັນທີທີ່ເຈົ້າພົບກັບສິ່ງໃດໜຶ່ງ. ນີ້ແມ່ນການມີຄວາມສະຫຼາດຫຼັກແຫຼມໃນວິນຍານ. ທຸກສິ່ງທີ່ພຣະເຈົ້າປະຕິບັດແມ່ນເພື່ອຊ່ວຍຟື້ນຟູວິນຍານຂອງຄົນ. ເປັນຫຍັງພຣະເຈົ້າຈຶ່ງເວົ້າຢູ່ສະເໝີວ່າຄົນໄຮ້ຄວາມຮູ້ສຶກ ແລະ ໂງ່ຈ້າ? ກໍຍ້ອນວ່າວິນຍານຂອງຄົນໄດ້ຕາຍໄປແລ້ວ ແລະ ພວກເຂົາບໍ່ມີຄວາມຮູ້ສຶກຈົນເຖິງຂັ້ນວ່າພວກເຂົາບໍ່ຮູ້ສຶກເຖິງສິ່ງຕ່າງໆຂອງວິນຍານ. ພາລະກິດຂອງພຣະເຈົ້າແມ່ນການເຮັດໃຫ້ຊີວິດຂອງຄົນກ້າວໜ້າ ແລະ ເພື່ອຊ່ວຍໃຫ້ວິນຍານຂອງຄົນກັບມາມີຊີວິດ, ເພື່ອວ່າພວກເຂົາຈະສາມາດເບິ່ງເລິກເຂົ້າໄປໃນວິນຍານ ແລະ ພວກເຂົາຈະສາມາດຮັກພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ ແລະ ເຮັດໃຫ້ພຣະເຈົ້າພໍໃຈຢູ່ສະເໝີ. ການມາເຖິງຈຸດນີ້ ສະແດງໃຫ້ເຫັນວ່າວິນຍານຂອງຄົນໄດ້ຖືກຟື້ນຟູແລ້ວ ແລະ ເທື່ອໜ້າເມື່ອພວກເຂົາພົບກັບບາງສິ່ງ, ພວກເຂົາກໍຈະສາມາດມີປະຕິກິລິຍາໄດ້ທັນທີ. ພວກເຂົາຕອບສະໜອງຕໍ່ຄຳເທດສະໜາ ແລະ ມີປະຕິກິລິຍາກັບສະຖານະການຕ່າງໆໄດ້ໂດຍໄວ. ນີ້ແມ່ນການບັນລຸຄວາມສະຫຼາດຫຼັກແຫຼມຂອງວິນຍານ. ມີຫຼາຍຄົນທີ່ມີປະຕິກິລິຍາໂດຍໄວຕໍ່ເຫດການທາງນອກ, ແຕ່ທັນທີເມື່ອເຂົ້າສູ່ຄວາມເປັນຈິງ ຫຼື ເມື່ອກ່າວເຖິງສິ່ງຕ່າງໆຢ່າງລາຍລະອຽດໃນວິນຍານ, ພວກເຂົາກໍກາຍເປັນຄົນຂາດຄວາມຮູ້ສຶກ ແລະ ໂງ່ຈ້າ. ພວກເຂົາເຂົ້າໃຈບາງສິ່ງ ກໍຕໍ່ເມື່ອສິ່ງນັ້ນປະກົດຢູ່ຄາຕາ. ທັງໝົດນີ້ແມ່ນສັນຍານຂອງຄວາມມືນຊາ ແລະ ຄວາມໂງ່ຈ້າທາງດ້ານວິນຍານ ແລະ ການມີປະສົບການພຽງໜ້ອຍດຽວກ່ຽວກັບສິ່ງຕ່າງໆຝ່າຍວິນຍານ. ບາງຄົນມີຄວາມສະຫຼາດຫຼັກແຫຼມທາງວິນຍານ ແລະ ມີການແຍກແຍະ. ທັນທີທີ່ພວກເຂົາໄດ້ຍິນຖ້ອຍຄໍາທີ່ຊີ້ເຖິງສະພາວະຂອງພວກເຂົາ ພວກເຂົາກໍຈະບັນທຶກມັນໂດຍທັນທີ. ຫຼັງຈາກທີ່ພວກເຂົາໄດ້ຍິນຖ້ອຍຄໍາກ່ຽວກັບຫຼັກການຂອງການປະຕິບັດ, ພວກເຂົາກໍສາມາດຮັບເອົາມັນ ແລະ ນຳໃຊ້ມັນກັບປະສົບການຕໍ່ໄປຂອງພວກເຂົາ, ເພື່ອປ່ຽນແປງຕົວພວກເຂົາເອງ. ນີ້ແມ່ນຄົນທີ່ມີຄວາມສະຫຼາດຫຼັກແຫຼມໃນວິນຍານ. ເປັນຫຍັງເຂົາຈຶ່ງສາມາດມີປະຕິກິລິຍາຕອບໂຕ້ໄດ້ໄວຂະໜາດນີ້? ກໍຍ້ອນວ່າເຂົາເນັ້ນໃສ່ສິ່ງຕ່າງໆເຫຼົ່ານີ້ໃນຊີວິດປະຈຳວັນ. ເມື່ອພວກເຂົາອ່ານພຣະທໍາຂອງພຣະເຈົ້າ, ພວກເຂົາກໍສາມາດກວດສອບສະພາບຂອງພວກເຂົາໃສ່ພຣະທໍາເຫຼົ່ານັ້ນ ແລະ ທົບທວນກັບຕົນເອງ. ເມື່ອພວກເຂົາໄດ້ຍິນການສົນທະນາ ແລະ ຄໍາເທດສະໜາ ແລະ ໄດ້ຍິນພຣະທໍາທີ່ພາຄວາມສະຫວ່າງ ແລະ ການໃຫ້ແສງເຍື່ອງທາງມາສູ່ພວກເຂົາ, ພວກເຂົາກໍສາມາດຮັບເອົາສິ່ງເຫຼົ່ານັ້ນທັນທີ. ມັນຄ້າຍຄືກັບການໃຫ້ອາຫານໃຫ້ແກ່ຄົນທີ່ຫິວເຂົ້າ; ພວກເຂົາສາມາດກິນໄດ້ທັນທີ. ຖ້າເຈົ້າໃຫ້ອາຫານແກ່ບາງຄົນທີ່ບໍ່ຫິວເຂົ້າ, ພວກເຂົາກໍຈະບໍ່ຕອບສະໜອງໂດຍໄວ. ເຈົ້າອະທິຖານຫາພຣະເຈົ້າເລື້ອຍໆ ແລະ ເຈົ້າກໍສາມາດຕອບສະໜອງໄດ້ທັນທີເມື່ອເຈົ້າພົບກັບບາງສິ່ງ: ພຣະເຈົ້າຮຽກຮ້ອງຫຍັງໃນເລື່ອງນີ້ ແລະ ເຈົ້າຄວນປະຕິບັດແນວໃດ. ພຣະເຈົ້າໄດ້ນຳທາງເຈົ້າໃນເລື່ອງນີ້ມາຄັ້ງໜຶ່ງແລ້ວ ແລະ ມື້ນີ້ເມື່ອເຈົ້າພົບກັບສິ່ງດຽວກັນນີ້, ໂດຍທໍາມະຊາດແລ້ວ ເຈົ້າກໍຈະຮູ້ວິທີປະຕິບັດໃນທາງທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ. ຖ້າເຈົ້າປະຕິບັດໃນທາງນີ້ຢູ່ສະເໝີ ແລະ ປະສົບໃນທາງນີ້ຢູ່ສະເໝີ, ເມື່ອເຖິງຈຸດໜຶ່ງ ມັນກໍຈະມາຫາເຈົ້າຢ່າງງ່າຍດາຍ. ເມື່ອອ່ານພຣະທຳຂອງພຣະເຈົ້າ, ເຈົ້າຮູ້ວ່າຄົນແບບໃດທີ່ພຣະເຈົ້າກ່າວເຖິງ, ເຈົ້າຮູ້ວ່າສະພາບແບບໃດຂອງວິນຍານທີ່ພຣະອົງເວົ້າເຖິງ ແລະ ເຈົ້າກໍຈະສາມາດກຳຈຸດສຳຄັນນີ້ໄດ້ ແລະ ນຳເອົາໄປປະຕິບັດຕາມ; ນີ້ສະແດງໃຫ້ເຫັນວ່າເຈົ້າສາມາດປະສົບໄດ້. ເປັນຫຍັງບາງຄົນຈຶ່ງຂາດໃນດ້ານນີ້? ກໍຍ້ອນວ່າພວກເຂົາບໍ່ໄດ້ໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເຂົ້າໃນພາກປະຕິບັດ. ເຖິງແມ່ນວ່າພວກເຂົາເຕັມໃຈທີ່ຈະນຳເອົາຄວາມຈິງໄປປະຕິບັດຕາມ, ແຕ່ພວກເຂົາກໍບໍ່ມີຄວາມເຂົ້າໃຈຢ່າງແທ້ຈິງໃນລາຍລະອຽດຂອງການຮັບໃຊ້ ແລະ ໃນລາຍລະອຽດຂອງຄວາມຈິງໃນຊີວິດຂອງພວກເຂົາ. ພວກເຂົາສັບສົນເມື່ອບາງສິ່ງເກີດຂຶ້ນ. ໃນວິທີນີ້, ເຈົ້າອາດຖືກນໍາພາໃຫ້ຫຼົງທາງເມື່ອມີຜູ້ເຜີຍພຣະທຳປອມ ຫຼື ສາວົກປອມມານໍາ. ເຈົ້າຕ້ອງສົນທະນາເລື້ອຍໆກ່ຽວກັບພຣະທໍາ ແລະ ພາລະກິດຂອງພຣະເຈົ້າ, ດ້ວຍວິທີນີ້ເທົ່ານັ້ນເຈົ້າຈຶ່ງຈະສາມາດເຂົ້າໃຈຄວາມຈິງ ແລະ ມີການແຍກແຍະ. ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງ, ເຈົ້າຈະບໍ່ມີການແຍກແຍະ. ຍົກຕົວຢ່າງ: ສິ່ງທີ່ພຣະເຈົ້າກ່າວ, ວິທີທີ່ພຣະເຈົ້າປະຕິບັດພາລະກິດ, ສິ່ງທີ່ພຣະອົງຕ້ອງການຈາກຜູ້ຄົນ, ຄົນປະເພດໃດທີ່ເຈົ້າຄວນຄົບຄ້າສະມາຄົມນໍາ ແລະ ຄົນປະເພດໃດທີ່ເຈົ້າຄວນປະຕິເສດ. ເຈົ້າຕ້ອງສົນທະນາກ່ຽວກັບສິ່ງເຫຼົ່ານີ້ຢູ່ເລື້ອຍໆ. ຖ້າເຈົ້າປະສົບກັບພຣະທໍາຂອງພຣະເຈົ້າໃນທາງນີ້ຢູ່ສະເໝີ, ເຈົ້າຈະເຂົ້າໃຈຄວາມຈິງ ແລະ ເຂົ້າໃຈຫຼາຍສິ່ງຢ່າງລະອຽດ ແລະ ເຈົ້າຍັງຈະມີການແຍກແຍະອີກດ້ວຍ. ແມ່ນຫຍັງຄືການລົງວິໄນຂອງພຣະວິນຍານບໍລິສຸດ, ແມ່ນຫຍັງຄືໂທດກຳເນີດຈາກຄວາມປະສົງຂອງມະນຸດ, ແມ່ນຫຍັງຄືການນຳພາຈາກພຣະວິນຍານບໍລິສຸດ, ແມ່ນຫຍັງຄືການປັ້ນແຕ່ງສະພາບແວດລ້ອມ, ແມ່ນຫຍັງຄືພຣະທຳຂອງພຣະເຈົ້າທີ່ສະຫວ່າງຢູ່ພາຍໃນ? ຖ້າເຈົ້າບໍ່ຈະແຈ້ງກ່ຽວກັບສິ່ງເຫຼົ່ານີ້, ເຈົ້າກໍຈະບໍ່ມີການແຍກແຍະ. ເຈົ້າຄວນຮູ້ວ່າແມ່ນຫຍັງທີ່ມາຈາກພຣະວິນຍານບໍລິດສຸດ, ແມ່ນຫຍັງຄືອຸປະນິໄສກະບົດ, ວິທີອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າ ແລະ ວິທີປະຖິ້ມຄວາມກະບົດຂອງຕົວເຈົ້າເອງ; ຖ້າເຈົ້າໄດ້ຮັບຄວາມເຂົ້າໃຈໃນສິ່ງເຫຼົ່ານີ້ຜ່ານປະສົບການຂອງເຈົ້າ, ເຈົ້າກໍຈະມີພື້ນຖານ; ເມື່ອບາງສິ່ງເກີດຂຶ້ນ, ເຈົ້າຈະມີຄວາມຈິງທີ່ເໝາະສົມເພື່ອປຽບທຽບກັບມັນໄດ້ ແລະ ນິມິດທີ່ເໝາະສົມເປັນພື້ນຖານ. ເຈົ້າຈະມີຫຼັກການໃນທຸກສິ່ງທີ່ເຈົ້າປະຕິບັດ ແລະ ຈະສາມາດປະຕິບັດຕາມຄວາມຈິງ. ແລ້ວຊີວິດຂອງເຈົ້າກໍຈະເຕັມໄປດ້ວຍຄວາມສະຫວ່າງຂອງພຣະເຈົ້າ, ເຕັມໄປດ້ວຍພອນຂອງພຣະເຈົ້າ. ພຣະເຈົ້າຈະບໍ່ປະຕິບັດຢ່າງບໍ່ຍຸຕິທໍາ ຕໍ່ຄົນທີ່ສະແຫວງຫາພຣະອົງດ້ວຍໃຈຈິງ. ພຣະເຈົ້າຈະບໍ່ປະຕິບັດຢ່າງບໍ່ຍຸຕິທໍາຕໍ່ຄົນທີ່ສະແຫວງຫາພຣະອົງຢ່າງຈິງໃຈ ຫຼື ຜູ້ທີ່ດໍາລົງຊີວິດຕາມພຣະອົງ ແລະ ເປັນພະຍານໃຫ້ກັບພຣະອົງ ແລະ ພຣະອົງຈະບໍ່ສາບແຊ່ງຄົນທີ່ສາມາດກະຫາຍຫາຄວາມຈິງຢ່າງຈິງໃຈ. ຖ້າໃນຂະນະທີ່ເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າສາມາດເອົາໃຈໃສ່ໃນການຮູ້ຈັກສະພາວະຕົວຈິງຂອງຕົວເຈົ້າເອງ, ເອົາໃຈໃສ່ຕໍ່ການປະຕິບັດຂອງຕົວເຈົ້າເອງ ແລະ ເອົາໃຈໃສ່ຕໍ່ຄວາມເຂົ້າໃຈຂອງຕົນເອງ, ແລ້ວ ເມື່ອເຈົ້າພົບກັບບັນຫາ, ເຈົ້າຈະໄດ້ຮັບຄວາມສະຫວ່າງ ແລະ ຈະໄດ້ຮັບຄວາມເຂົ້າໃຈທີ່ແທ້ຈິງ. ເຈົ້າຈະມີເສັ້ນທາງແຫ່ງການປະຕິບັດ ແລະ ການແຍກແຍະທຸກໆສິ່ງ. ຄົນທີ່ມີຄວາມຈິງບໍ່ໜ້າເປັນໄປໄດ້ທີ່ຈະຖືກຫຼອກລວງ ແລະ ບໍ່ໜ້າເປັນໄປໄດ້ທີ່ຈະປະພຶດຂັດຂວາງ ຫຼື ປະຕິບັດແບບເກີນຄວນ. ຍ້ອນຄວາມຈິງພວກເຂົາຈຶ່ງຖືກປົກປ້ອງ ແລະ ຍ້ອນຄວາມຈິງ ພວກເຂົາຈຶ່ງໄດ້ຮັບຄວາມເຂົ້າໃຈຫຼາຍຂຶ້ນ. ຍ້ອນຄວາມຈິງພວກເຂົາຈຶ່ງມີເສັ້ນທາງປະຕິບັດຫຼາຍຂຶ້ນ, ໄດ້ຮັບໂອກາດໃຫ້ພຣະວິນຍານບໍລິສຸດປະຕິບັດພາລະກິດໃນຕົວພວກເຂົາຫຼາຍຂຶ້ນ ແລະ ໂອກາດທີ່ຈະຖືກເຮັດໃຫ້ສົມບູນຫຼາຍຂຶ້ນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງບັນດາຜູ້ທີ່ໃສ່ໃຈການປະຕິບັດເທົ່ານັ້ນທີ່ສາມາດຖືກເຮັດໃຫ້ສົມບູນ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 220

ພວກເຈົ້າເຄີຍເຫັນບໍ່ວ່າພຣະເຈົ້າຈະບັນລຸພາລະກິດໃດໃນກຸ່ມຄົນເຫຼົ່ານີ້? ພຣະເຈົ້າເຄີຍກ່າວໄວ້ຄັ້ງໜຶ່ງວ່າ ເຖິງແມ່ນຢູ່ໃນອານາຈັກພັນປີ...

ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 154

ມີຫຼາຍເສັ້ນທາງໃຫ້ປະຕິບັດໃນນິມິດ. ຄວາມຮຽກຮ້ອງແທ້ຈິງຈາກມະນຸດກໍມີຢູ່ພາຍໃນນິມິດນີ້ເຊັ່ນກັນ, ເຊັ່ນດຽວກັບພາລະກິດຂອງພຣະເຈົ້າທີ່ມະນຸດຄວນຮູ້....