ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 39

05 ເດືອນກັນຍາ 2020

ຍຸກແຫ່ງພຣະຄຸນເລີ່ມຕົ້ນດ້ວຍພຣະນາມຂອງພຣະເຢຊູ. ເມື່ອພຣະເຢຊູເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ, ພຣະວິນຍານບໍລິສຸດກໍເລີ່ມຕົ້ນເປັນພະຍານໃຫ້ກັບພຣະນາມຂອງພຣະເຢຊູ ແລະ ພຣະນາມຂອງພຣະເຢໂຮວາແມ່ນບໍ່ໄດ້ກ່າວເຖິງອີກຕໍ່ໄປ; ກົງກັນຂ້າມ, ພຣະວິນຍານບໍລິສຸດໄດ້ຮັບພາລະກິດໃໝ່ພາຍໃຕ້ພຣະນາມຂອງພຣະເຢຊູເປັນຫຼັກ. ຄຳພະຍານຂອງຄົນທີ່ເຊື່ອໃນພຣະອົງແມ່ນສຳລັບພຣະເຢຊູຄຣິດ ແລະ ພາລະກິດທີ່ພວກເຂົາກະທຳກໍແມ່ນເພື່ອພຣະເຢຊູຄຣິດ. ການສິ້ນສຸດຂອງພຣະສັນຍາເດີມໃນຍຸກແຫ່ງພຣະບັນຍັດໝາຍຄວາມວ່າ ພາລະກິດທີ່ຖືກປະຕິບັດພາຍໃຕ້ພຣະນາມຂອງພຣະເຢໂຮວາເປັນຫຼັກນັ້ນໄດ້ສິ້ນສຸດລົງແລ້ວ. ຕັ້ງແຕ່ນີ້ເປັນຕົ້ນໄປ ພຣະນາມຂອງພຣະເຈົ້າກໍຈະບໍ່ແມ່ນພຣະເຢໂຮວາອີກຕໍ່ໄປ; ກົງກັນຂ້າມ ພຣະອົງຈະຖືກເອີ້ນວ່າ ພຣະເຢຊູ ແລະ ຈາກນີ້ເປັນຕົ້ນໄປ ພຣະວິນຍານບໍລິສຸດກໍເລີ່ມຕົ້ນພາລະກິດພາຍໃຕ້ພຣະນາມຂອງພຣະເຢຊູເປັນຫຼັກ. ສະນັ້ນ ໃນປັດຈຸບັນ, ມະນຸດທີ່ຍັງກິນ ແລະ ດື່ມພຣະທຳຂອງພຣະເຢໂຮວາ ແລະ ຍັງຄົງປະຕິບັດທຸກສິ່ງຕາມພາລະກິດໃນຍຸກແຫ່ງພຣະບັນຍັດ, ເຈົ້າບໍ່ໄດ້ຫຼັບຫູຫຼັບຕາປະຕິບັດຕາມກົດລະບຽບບໍ? ເຈົ້າບໍ່ໄດ້ຍຶດຕິດຢູ່ໃນອະດີດບໍ? ບັດນີ້ ພວກເຈົ້າຮູ້ວ່າ ຍຸກສຸດທ້າຍໄດ້ມາເຖິງແລ້ວ. ເປັນໄປໄດ້ບໍ່ວ່າ ເມື່ອພຣະເຢຊູກັບມາ, ພຣະອົງຍັງຈະຖືກເອີ້ນວ່າ ພຣະເຢຊູ? ພຣະເຢໂຮວາບອກກັບປະຊາຊົນອິດສະຣາເອັນວ່າ ພຣະເມຊີອາຈະກັບມາ ແລະ ເຖິງຢ່າງໃດກໍຕາມ ເມື່ອພຣະອົງກັບມາ ພຣະອົງກໍຈະບໍ່ຖືກເອີ້ນວ່າ ພຣະເມຊີອາ ແຕ່ແມ່ນພຣະເຢຊູ. ພຣະເຢຊູກ່າວວ່າ ພຣະອົງຈະກັບມາອີກຄັ້ງ ແລະ ພຣະອົງຈະມາເໝືອນກັບທີ່ພຣະອົງໄດ້ຈາກໄປ. ສິ່ງເຫຼົ່ານີ້ແມ່ນພຣະທຳຂອງພຣະເຢຊູ, ແຕ່ເຈົ້າໄດ້ເຫັນເຖິງວິທີທີ່ພຣະເຢຊູຈາກໄປບໍ? ພຣະເຢຊູຈາກໄປໂດຍຂີ່ເມກສີຂາວ, ແຕ່ເປັນໄປໄດ້ບໍວ່າ ພຣະອົງຈະກັບຄືນມາທ່າມກາງມະນຸດເທິງເມກສີຂາວ? ຖ້າເປັນແບບນັ້ນ, ພຣະອົງກໍຈະບໍ່ຖືກເອີ້ນວ່າ ພຣະເຢຊູອີກຢູ່ບໍ? ເມື່ອພຣະເຢຊູກັບມາອີກຄັ້ງ, ຍຸກກໍຈະຖືກປ່ຽນແປງແລ້ວ, ສະນັ້ນ ພຣະອົງຍັງຈະຖືກເອີ້ນວ່າ ພຣະເຢຊູໄດ້ແນວໃດ? ເປັນຍ້ອນວ່າ ພຣະເຈົ້າສາມາດຮູ້ຈັກພຽງແຕ່ໃນນາມຂອງພຣະເຢຊູເທົ່ານັ້ນບໍ? ພຣະອົງບໍ່ສາມາດຖືກເອີ້ນໂດຍພຣະນາມອື່ນໃນຍຸກໃໝ່ບໍ? ລັກສະນະຂອງບຸກຄົນໜຶ່ງ ແລະ ຊື່ຂອງບຸກຄົນໃດໜຶ່ງສາມາດເປັນຕົວແທນທັງໝົດໃຫ້ກັບພຣະເຈົ້າໄດ້ບໍ? ໃນແຕ່ລະຍຸກ, ພຣະເຈົ້າໄດ້ປະຕິບັດພາລະກິດໃໝ່ ແລະ ຖືກເອີ້ນໂດຍພຣະນາມໃໝ່; ພຣະອົງຈະສາມາດປະຕິບັດພາລະກິດເກົ່າໆໃນຍຸກທີ່ແຕກຕ່າງກັນໄດ້ແນວໃດ? ພຣະອົງຈະຍຶດຕິດກັບສິ່ງເກົ່າໄດ້ແນວໃດ? ພຣະນາມຂອງພຣະເຢຊູແມ່ນຖືກໃຊ້ ໂດຍເຫັນແກ່ພາລະກິດແຫ່ງການໄຖ່ບາບ, ສະນັ້ນ ພຣະອົງຍັງຈະຖືກເອີ້ນໂດຍພຣະນາມເດີມເມື່ອພຣະອົງກັບຄືນມາໃນຍຸກສຸດທ້າຍນີ້ບໍ? ພຣະອົງຍັງຈະປະຕິບັດພາລະກິດແຫ່ງການໄຖ່ບາບອີກບໍ? ເປັນຫຍັງພຣະເຢໂຮວາ ແລະ ພຣະເຢຊູທີ່ເປັນໜຶ່ງດຽວກັນ, ແຕ່ພຣະອົງທັງສອງພັດຖືກເອີ້ນຊື່ຕ່າງກັນໃນຍຸກທີ່ແຕກຕ່າງກັນ? ບໍ່ແມ່ນຍ້ອນຍຸກແຫ່ງພາລະກິດຂອງພຣະອົງທັງສອງແຕກຕ່າງກັນບໍ? ພຣະນາມດຽວຈະສາມາດເປັນຕົວແທນທັງໝົດໃຫ້ກັບພຣະອົງໄດ້ແນວໃດ? ຖ້າເປັນແບບນັ້ນ, ພຣະເຈົ້າກໍຕ້ອງຖືກເອີ້ນຫຼາຍຊື່ທີ່ແຕກຕ່າງກັນຕາມແຕ່ລະຍຸກທີ່ແຕກຕ່າງ ແລະ ຕ້ອງໃຊ້ພຣະນາມເພື່ອປ່ຽນແປງຍຸກ ແລະ ເປັນຕົວແທນໃຫ້ກັບຍຸກດັ່ງກ່າວ. ຍ້ອນບໍ່ມີພຣະນາມໃດໜຶ່ງສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງຢ່າງສົມບູນໄດ້ ແລະ ພຣະນາມແຕ່ລະຢ່າງກໍພຽງແຕ່ສາມາດເປັນຕົວແທນໃຫ້ກັບລັກສະນະຊົ່ວຄາວຂອງອຸປະນິໄສຂອງພຣະເຈົ້າໃນຍຸກທີ່ຖືກກຳນົດໄວ້ເທົ່ານັ້ນ; ທຸກສິ່ງທີ່ຕ້ອງເຮັດກໍຄືການເປັນຕົວແທນໃຫ້ກັບພາລະກິດຂອງພຣະອົງ. ສະນັ້ນ, ພຣະເຈົ້າສາມາດເລືອກພຣະນາມໃດກໍຕາມທີ່ເໝາະສົມກັບອຸປະນິໄສຂອງພຣະອົງເພື່ອແທນໃຫ້ກັບຍຸກທັງໝົດ. ບໍ່ວ່າມັນຈະເປັນຍຸກຂອງພຣະເຢໂຮວາ ຫຼື ຍຸກຂອງພຣະເຢຊູ, ແຕ່ລະຍຸກກໍມີພຣະນາມໃດໜຶ່ງເປັນຕົວແທນຂອງຍຸກ. ໃນເວລາສຸດທ້າຍຂອງຍຸກແຫ່ງພຣະຄຸນ, ເຊິ່ງເປັນການເລີ່ມເປີດຍຸກສຸດທ້າຍຂຶ້ນ. ຕອນນັ້ນພຣະເຢຊູແມ່ນໄດ້ຜ່ານໄປແລ້ວ. ແລ້ວພຣະອົງຍັງຈະຖືກເອີ້ນວ່າພຣະເຢຊູໄດ້ແນວໃດ? ພຣະອົງຍັງຈະປາກົດຕົວໃນຮູບຮ່າງຂອງພຣະເຢຊູທ່າມກາງມະນຸດໄດ້ແນວໃດ? ເຈົ້າລືມໄປແລ້ວບໍວ່າ ພຣະເຢຊູເປັນພຽງປະຊາຊົນຂອງເມືອງນາຊາເຣັດ? ເຈົ້າລືມໄປແລ້ວບໍວ່າ ພຣະເຢຊູເປັນພຽງພຣະຜູ້ໄຖ່ຂອງມະນຸດຊາດເທົ່ານັ້ນ? ພຣະອົງຈະສາມາດຮັບພາລະກິດແຫ່ງການເອົາຊະນະ ແລະ ເຮັດໃຫ້ມະນຸດສົມບູນໃນຍຸກສຸດທ້າຍໄດ້ແນວໃດ? ພຣະເຢຊູຈາກໄປເທິງເມກສີຂາວແລ້ວ, ນີ້ແມ່ນຄວາມຈິງ, ດັ່ງນັ້ນ ພຣະອົງຈະກັບຄືນມາເທິງເມກສີຂາວທ່າມກາງມະນຸດ ແລະ ຍັງຖືກເອີ້ນວ່າ ພຣະເຢຊູໄດ້ແນວໃດ? ຖ້າພຣະອົງກັບມາເທິງກ້ອນເມກແທ້ໆ, ເຫດໃດມະນຸດຈຶ່ງບໍ່ຈື່ພຣະອົງເລີຍ? ຜູ້ຄົນທົ່ວໂລກຈະບໍ່ຈື່ພຣະອົງບໍ? ໃນກໍລະນີນັ້ນ, ພຣະເຢຊູຈະບໍ່ແມ່ນພຣະເຈົ້າພຽງອົງດຽວບໍ? ໃນກໍລະນີນັ້ນ, ລັກສະນະຂອງພຣະເຈົ້າກໍຈະເປັນຮູບຮ່າງຂອງຊາວຢິວ ແລະ ຍິ່ງໄປກວ່ານັ້ນ ພຣະອົງກໍຈະເປັນແບບເກົ່າຕະຫຼອດໄປ. ພຣະເຢຊູກ່າວວ່າ ພຣະອົງຈະກັບມາເໝືອນກັບທີ່ພຣະອົງຈາກໄປ, ແຕ່ເຈົ້າຮູ້ຈັກຄວາມໝາຍທີ່ແທ້ຈິງຂອງພຣະທຳຂອງພຣະອົງບໍ? ເປັນໄປໄດ້ບໍ ທີ່ພຣະອົງໄດ້ ບອກກຸ່ມຂອງພວກເຈົ້າ? ສິ່ງດຽວທີ່ເຈົ້າຮູ້ກໍຄື ພຣະອົງຈະກັບມາເໝືອນກັບທີ່ພຣະອົງຈາກໄປ ໂດຍຂີ່ເທິງເມກສີຂາວ, ແຕ່ເຈົ້າບໍ່ຮູ້ວິທີທີ່ພຣະເຈົ້າປະຕິບັດພາລະກິດຂອງພຣະອົງຢ່າງແທ້ຈິງ. ຖ້າເຈົ້າສາມາດເຂົ້າໃຈທຸກສິ່ງຢ່າງແທ້ຈິງ, ແລ້ວເຈົ້າຈະອະທິບາຍພຣະທຳທີ່ພຣະເຢຊູກ່າວໄວ້ນັ້ນແນວໃດ? ພຣະອົງກ່າວວ່າ: ເມື່ອບຸດມະນຸດກັບມາໃນຍຸກສຸດທ້າຍ, ພຣະອົງເອງກໍຈະບໍ່ຮູ້, ທູດສະຫວັນກໍຈະບໍ່ຮູ້, ຜູ້ສົ່ງຂ່າວໃນສະຫວັນກໍຈະບໍ່ຮູ້ ແລະ ມະນຸດທັງປວງກໍຈະບໍ່ຮູ້. ມີພຽງແຕ່ພຣະບິດາເທົ່ານັ້ນທີ່ຈະຮູ້ ນັ້ນກໍຄື ມີພຽງແຕ່ພຣະວິນຍານເທົ່ານັ້ນທີ່ຈະຮູ້. ແມ່ນແຕ່ບຸດມະນຸດເອງກໍຍັງບໍ່ຮູ້, ແຕ່ເຈົ້າສາມາດເຫັນ ແລະ ຮູ້ໄດ້ແນວໃດ? ຖ້າເຈົ້າສາມາດຮູ້ ແລະ ເຫັນດ້ວຍຕາຂອງເຈົ້າເອງ, ພຣະທຳເຫຼົ່ານີ້ທີ່ຖືກກ່າວໄວ້ກໍຈະບໍ່ມີປະໂຫຍດຫຍັງ ແມ່ນບໍ? ແລ້ວພຣະເຢຊູໄດ້ກ່າວໄວ້ແນວໃດໃນເວລານັ້ນ? “ແຕ່ສຳລັບເລື່ອງຂອງວັນ ແລະ ເວລານັ້ນ ບໍ່ມີມະນຸດຄົນໃດຮູ້, ແມ່ນແຕ່ທູດສະຫວັນທີ່ຢູ່ໃນສະຫວັນ ຫຼື ພຣະບຸດກໍບໍ່ຮູ້ ມີແຕ່ພຣະບິດາຂອງເຮົາຜູ້ດຽວ. ແຕ່ໃນຍຸກຂອງໂນອາເປັນແບບໃດນັ້ນ ການມາຂອງບຸດມະນຸດກໍຈະເປັນແບບນັ້ນເຊັ່ນກັນ... ສະນັ້ນ ພວກເຈົ້າຈົ່ງກຽມພ້ອມສະເໝີ ຍ້ອນບຸດມະນຸດຈະມາໃນເວລາທີ່ທ່ານຄິດບໍ່ເຖິງ”. ເມື່ອເວລານັ້ນມາເຖິງ, ບຸດມະນຸດເອງກໍຈະບໍ່ຮູ້ເຊັ່ນກັນ. ບຸດມະນຸດໝາຍເຖິງເນື້ອໜັງຂອງພຣະເຈົ້າທີ່ຊົງບັງເກີດເປັນມະນຸດ, ເປັນບຸກຄົນທີ່ທຳມະດາ ແລະ ສາມັນ. ແມ່ນແຕ່ບຸດມະນຸດຍັງບໍ່ຮູ້, ແລ້ວເຈົ້າຈະຮູ້ໄດ້ແນວໃດ? ພຣະເຢຊູກ່າວວ່າ ພຣະອົງຈະສະເດັດມາເໝືອນກັບທີ່ພຣະອົງຈາກໄປ. ເມື່ອພຣະອົງກັບມາ, ແມ່ນແຕ່ພຣະອົງເອງກໍຍັງບໍ່ຮູ້, ແລ້ວພຣະອົງຈະແຈ້ງໃຫ້ເຈົ້າຮູ້ລ່ວງໜ້າໄດ້ແນວໃດ? ເຈົ້າສາມາດເຫັນການມາເຖິງຂອງພຣະອົງບໍ? ແລ້ວນັ້ນບໍ່ແມ່ນເລື່ອງຕະຫຼົກບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ