ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 208

20 ກຸມພາ 2026

ພາລະກິດຂອງພຣະເຈົ້າແມ່ນມີອຸປະສັກຫຼາຍສໍ່າໃດ? ມີໃຜເຄີຍຮູ້ແນ່? ໃນເມື່ອຜູ້ຄົນຖືກກັກຂັງໂດຍສີແຫ່ງຄວາມງົມງວາຍຢ່າງຝັງເລິກ ແລ້ວມີໃຜທີ່ມີຄວາມສາມາດໃນການຮູ້ຈັກໃບໜ້າທີ່ແທ້ຈິງຂອງພຣະເຈົ້າ? ດ້ວຍຄວາມຮູ້ທາງວັດທະນະທໍາທີ່ຫຼ້າຫຼັງ ພ້ອມທັງຕື້ນ ແລະ ບໍ່ສົມເຫດສົມຜົນນີ້ ພວກເຂົາຈະສາມາດເຂົ້າໃຈພຣະທໍາທີ່ກ່າວໂດຍພຣະເຈົ້າຢ່າງຄົບຖ້ວນໄດ້ແນວໃດ? ແມ່ນແຕ່ໃນເວລາທີ່ມີການເວົ້າກັບພວກເຂົາເຊິ່ງໆໜ້າ ແລະ ຖືກບໍາລຸງລ້ຽງປາກຕໍ່ປາກ, ພວກເຂົາຈະສາມາດເຂົ້າໃຈໄດ້ແນວໃດ? ບາງຄັ້ງ ມັນຄືກັບວ່າ ພຣະທໍາຂອງພຣະເຈົ້າໄດ້ຖືກຟັງດ້ວຍຫູໜວກ: ຜູ້ຄົນບໍ່ມີປະຕິກິລິຍາແມ່ນແຕ່ໜ້ອຍດຽວ, ພວກເຂົາພາກັນແກວ່ງຫົວ ແລະ ບໍ່ເຂົ້າໃຈຫຍັງເລີຍ. ແລ້ວນີ້ຈະບໍ່ໃຫ້ກັງວົນໃຈໄດ້ແນວໃດ? “ໄລຍະຫ່າງ[1], ຂອງປະຫວັດສາດທາງວັດທະນະທໍາບູຮານ ແລະ ຄວາມຮູ້ທາງວັດທະນະທໍານີ້” ໄດ້ສັ່ງສອນກຸ່ມຄົນທີ່ບໍ່ມີປະໂຫຍດຫຍັງ. ວັດທະນະທໍາບູຮານນີ້ ນັ້ນກໍຄືມໍລະດົນອັນລໍ້າຄ່ານີ້ ແມ່ນກອງຂີ້ເຫຍື້ອ! ມັນໄດ້ກາຍເປັນຄວາມອັບອາຍຕະຫຼອດການແຕ່ດົນນານແລ້ວ ແລະ ກໍບໍ່ຄຸ້ມທີ່ຈະກ່າວເຖິງ! ມັນໄດ້ສອນເລ່ກົນ ແລະ ເຕັກນິກໃນການຕໍ່ຕ້ານພຣະເຈົ້າໃຫ້ກັບຜູ້ຄົນ ແລະ “ອອກຄໍາສັ່ງ ໃນການຊີ້ນໍາທີ່ອ່ອນໂຍນ”[2] ຂອງລະບົບການສຶກສາແຫ່ງຊາດທີ່ເຮັດໃຫ້ຜູ້ຄົນຍິ່ງກະບົດຕໍ່ພຣະເຈົ້າ. ພາລະກິດຂອງພຣະເຈົ້າແຕ່ລະສ່ວນແມ່ນມີຄວາມຍາກລໍາບາກຫຼາຍ ແລະ ທຸກຂັ້ນຕອນຂອງພາລະກິດຂອງພຣະອົງຕໍ່ແຜ່ນດິນໂລກກໍເປັນຕາເສົ້າໃຈສໍາລັບພຣະເຈົ້າ. ພາລະກິດຂອງພຣະອົງເທິງແຜ່ນດິນໂລກຊ່າງມາຍາກລໍາບາກແທ້ເດ! ຂັ້ນຕອນຂອງພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກແມ່ນປະກອບດ້ວຍຄວາມຍຸ້ງຍາກຫຼາຍ: ເນື່ອງຈາກຄວາມອ່ອນແອ, ຄວາມຂາດເຂີນ, ການປະພຶດຕົວຄືເດັກນ້ອຍ, ຄວາມໂງ່ຂອງມະນຸດ ແລະ ທຸກສິ່ງທີ່ເປັນຂອງມະນຸດ, ພຣະເຈົ້າຈຶ່ງສ້າງແຜນຂຶ້ນຢ່າງລະອຽດ ແລະ ມີການພິຈາລະນາຢ່າງຮອບຄອບ. ມະນຸດແມ່ນຄ້າຍຄືກັບເສືອເຈັ້ຍ ທີ່ຄົນເຮົາບໍ່ກ້າທີ່ຈະລໍ້ ຫຼື ຍົວະ; ພຽງແຕ່ໄປຈັບຕ້ອງບາຍໜ້ອຍໜຶ່ງ ເຂົາກໍຈະກັດ ຫຼື ບໍ່ຊັ້ນກໍລົ້ມລົງ ແລ້ວກໍບໍ່ຮູ້ຈະເຮັດຫຍັງອີກຕໍ່ໄປ ແລະ ຄືກັບວ່າ ຖ້າມີການເສຍສະມາທິແມ່ນແຕ່ໜ້ອຍໜຶ່ງ ເຂົາກໍຈະກັບຄືນສູ່ສະພາບເດີມ ຫຼື ບໍ່ຊັ້ນກໍຈະເມີນເສີຍຕໍ່ພຣະເຈົ້າ ຫຼື ແລ່ນໄປຫາພໍ່ແມ່ໝູ ແລະ ໝາຂອງເຂົາ ເພື່ອເພີດເພີນໃນສິ່ງທີ່ເປິເປື້ອນຂອງຮ່າງກາຍຂອງພວກເຂົາ. ຈັງແມ່ນເປັນອຸປະສັກທີ່ໃຫຍ່ຫຼວງແທ້ໆ! ໃນພາກປະຕິບັດໃນທຸກຂັ້ນຕອນຂອງພາລະກິດຂອງພຣະອົງ, ພຣະເຈົ້າແມ່ນຖືກທົດສອບ ແລະ ໃນເກືອບທຸກຂັ້ນຕອນ ພຣະເຈົ້າແມ່ນມີຄວາມສ່ຽງຈາກໄພອັນຕະລາຍຢ່າງມະຫາສານ. ພຣະທໍາຂອງພຣະອົງແມ່ນຈິງໃຈ ແລະ ສັດຊື່ ໂດຍທີ່ບໍ່ມີເຈດຕະນາຮ້າຍ ແຕ່ມີໃຜແດ່ທີ່ເຕັມໃຈຍອມເອົາພຣະທໍາເຫຼົ່ານັ້ນ? ແມ່ນໃຜເຕັມໃຈທີ່ຈະຍອມຈໍານົນຢ່າງເຕັມທີ່? ມັນເຮັດໃຫ້ຫົວໃຈຂອງພຣະເຈົ້າແຕກຫັກ. ພຣະອົງເຮັດພາລະກິດຢ່າງໜັກທັງຕອນກາງເວັນ ແລະ ກາງຄືນເພື່ອມະນຸດ, ພຣະອົງຖືກລົບກວນດ້ວຍຄວາມກະວົນກະວາຍໃຈທີ່ມີຕໍ່ຊີວິດຂອງມະນຸດ ແລະ ພຣະອົງເຫັນອົກເຫັນໃຈຕໍ່ຄວາມອ່ອນແອຂອງມະນຸດ. ພຣະອົງໄດ້ອົດທົນກັບການພິກໄປພິກມາໃນແຕ່ລະຂັ້ນຕອນຂອງພາລະກິດຂອງພຣະອົງ, ເພື່ອພຣະທໍາທຸກຂໍ້ທີ່ພຣະອົງກ່າວ; ພຣະອົງແມ່ນຢູ່ລະຫວ່າງກ້ອນຫີນ ແລະ ບ່ອນແຂງຕະຫຼອດ ແລະ ຄິດເຖິງຄວາມອ່ອນແອ, ຄວາມກະບົດ, ການປະພຶດຕົວຄືເດັກນ້ອຍ ແລະ ຄວາມບອບບາງຂອງມະນຸດ... ທັງກາງເວັນກາງຄືນຊໍ້າແລ້ວຊໍ້າອີກ. ແມ່ນໃຜທີ່ເຄີຍຮູ້ຈັກສິ່ງນີ້ແດ່? ແມ່ນໃຜທີ່ສາມາດເປີດເຜີຍຄວາມລັບໄດ້? ແມ່ນໃຜທີ່ຈະສາມາດເຂົ້າໃຈ? ພຣະອົງກຽດຊັງຄວາມບາບຂອງມະນຸດ, ການຂາດຄວາມກ້າ ແລະ ການບໍ່ມີຄວາມເຂັ້ມແຂງຂອງມະນຸດ ແລະ ພຣະອົງເປັນຫ່ວງຕໍ່ຄວາມບອບບາງຂອງມະນຸດຢູ່ສະເໝີ ແລະ ພິຈາລະນາເສັ້ນທາງອະນາຄົດຂອງມະນຸດ. ໃນຂະນະທີ່ພຣະອົງສັງເກດເບິ່ງຄໍາເວົ້າ ແລະ ການກະທໍາຂອງມະນຸດ ພຣະອົງກໍເຕັມໄປດ້ວຍຄວາມເມດຕາ ແລະ ຄວາມໂມໂຫຕະຫຼອດເວລາ ແລະ ການເຫັນສິ່ງເຫຼົ່ານີ້ແມ່ນນໍາເອົາຄວາມເຈັບປວດມາສູ່ໃຈຂອງພຣະອົງ. ຢ່າງໃດກໍຕາມ ຜູ້ບໍລິສຸດກໍຈະແຂງກະດ້າງ; ເປັນຫຍັງພຣະເຈົ້າຈິ່ງຕ້ອງເຮັດສິ່ງຕ່າງໆໃຫ້ຍາກສໍາລັບພວກເຂົາຢູ່ຕະຫຼອດເວລາ? ມະນຸດທີ່ອ່ອນແອແມ່ນສູນເສຍຄວາມອົດທົນ; ເປັນຫຍັງພຣະເຈົ້າຈິ່ງມີຄວາມໂກດຮ້າຍຢູ່ເລື້ອຍໆກັບພວກເຂົາເຫຼົ່ານີ້? ມະນຸດທີ່ອ່ອນແອ ແລະ ບໍ່ມີພະລັງແມ່ນບໍ່ມີກໍາລັງອີກຕໍ່ໄປ; ເປັນຫຍັງພຣະເຈົ້າຈິ່ງຄວນຮ້າຍພວກເຂົາຕະຫຼອດສໍາລັບຄວາມກະບົດຂອງພວກເຂົາ? ແມ່ນໃຜທີ່ສາມາດຕ້ານທານຄວາມເປັນຕາຢ້ານຂອງພຣະເຈົ້າໃນສະຫວັນໄດ້ແດ່? ຢ່າງໃດກໍຕາມ, ມະນຸດແມ່ນອ່ອນແອ ແລະ ຢູ່ໃນສະພາບຍາກລໍາບາກຢ່າງສິ້ນຫວັງ ເຊິ່ງພຣະເຈົ້າໄດ້ອົດກັ້ນຄວາມໂກດຮ້າຍຂອງພຣະອົງໄວ້ຢູ່ໃນສ່ວນເລິກຂອງຫົວໃຈຂອງພຣະອົງ ເພື່ອວ່າ ມະນຸດຈະຄ່ອຍໆໄຕ່ຕອງຕົວເອງ. ແຕ່ມະນຸດ ຜູ້ທີ່ຢູ່ໃນຄວາມລໍາບາກທີ່ຮ້າຍແຮງ ແມ່ນບໍ່ຮູ້ບຸນຄຸນຕໍ່ເຈດຕະນາຂອງພຣະເຈົ້າແມ່ນແຕ່ໜ້ອຍດຽວ; ມະນຸດຖືກກະສັດເຖົ້າຂອງພວກຜີຮ້າຍຢຽບຢ່ຳຢູ່ກ້ອງຕີນໂດຍທີ່ເຂົາບໍ່ຮູ້ສຶກຕົວ, ເຂົາເອົາຕົວເອງໄປຕໍ່ຕ້ານພຣະເຈົ້າ ຫຼື ບໍ່ຊັ້ນເຂົາກໍບໍ່ຮູ້ຮ້ອນບໍ່ຮູ້ໜາວຕໍ່ພຣະເຈົ້າ. ພຣະເຈົ້າໄດ້ກ່າວພຣະທໍາຫຼາຍຂໍ້ ແຕ່ໃຜໄດ້ຖືເອົາພຣະທໍາເຫຼົ່ານັ້ນຢ່າງຈິງຈັງແດ່? ມະນຸດບໍ່ເຂົ້າໃຈພຣະທໍາຂອງພຣະເຈົ້າ ແຕ່ເຂົາຍັງສະບາຍໃຈ ແລະ ບໍ່ມີຄວາມປາຖະໜາຫຍັງ ແລະ ບໍ່ເຄີຍຮູ້ຈັກແກ່ນແທ້ຂອງຜີສາດເຖົ້າຢ່າງແທ້ຈິງ. ຜູ້ຄົນອາໄສຢູ່ແດນມໍລະນາ, ໃນນະຮົກ ແຕ່ເຊື່ອວ່າ ພວກເຂົາອາໄສຢູ່ໃນພະລາຊະວັງແຫ່ງພື້ນທະເລ; ພວກເຂົາຖືກຂົ່ມເຫັງໂດຍມັງກອນແດງທີ່ຍິ່ງໃຫຍ່ ແຕ່ກໍຄິດວ່າ ຕົນເອງ “ຖືກຍົກຍ້ອງ”[3] ໂດຍປະເທດຊາດ; ພວກເຂົາຖືກເຍາະເຍີ້ຍໂດຍຜີຮ້າຍ ແຕ່ກໍຄິດວ່າ ພວກເຂົາມີຄວາມສຸກກັບຄວາມສາມາດສູງສຸດທາງດ້ານສີລະປະຂອງເນື້ອໜັງ. ຈັງແມ່ນພວກເຂົາຊ່າງເປັນຄົນຊົ່ວທີ່ສົກກະປົກ ແລະ ຕໍ່າຕ້ອຍແທ້ໆ! ມະນຸດໄດ້ພົບກັບຄວາມໂຊກຮ້າຍ ແຕ່ພວກເຂົາບໍ່ຮູ້ສຶກຕົວ ແລະ ໃນສັງຄົມມືດແຫ່ງນີ້ ເຂົາໄດ້ທົນທຸກກັບເຄາະຮ້າຍຢ່າງຊໍ້າແລ້ວຊໍ້າອີກ[4] ແຕ່ບໍ່ເຄີຍຕື່ນຈາກສິ່ງນີ້. ເມື່ອໃດເຂົາຈະປະຖິ້ມຄວາມໃສ່ໃຈກັບຕົວເອງ ແລະ ອຸປະນິໄສທີ່ຄ້າຍຄືທາດ? ເປັນຫຍັງເຂົາຄືບໍ່ສົນໃຈຫົວໃຈຂອງພຣະເຈົ້າ? ເຂົາຍອມຮັບເອົາການກົດຂີ່ ແລະ ຄວາມທຸກທໍລະມານນີ້ຢ່າງງຽບໆບໍ? ເຂົາບໍ່ປາດຖະໜາເຖິງມື້ທີ່ເຂົາຈະສາມາດປ່ຽນຄວາມມືດເປັນແສງສະຫວ່າງບໍ? ເຂົາບໍ່ປາດຖະໜາທີ່ຈະແກ້ໄຂຄວາມໂສກເສົ້າທີ່ມີຕໍ່ຄວາມຍຸຕິທໍາ ແລະ ຄວາມຈິງອີກຄັ້ງບໍ? ເຂົາເຕັມໃຈທີ່ຈະເບິ່ງ ແລະ ບໍ່ເຮັດຫຍັງບໍ ໃນຂະນະທີ່ຜູ້ຄົນປະຖິ້ມຄວາມຈິງ ແລະ ບິດເບືອນຄວາມຈິງ? ເຂົາມີຄວາມສຸກບໍ ກັບການອົດທົນຕໍ່ການກົດຂີ່ຂົ່ມເຫັງນີ້? ເຂົາເຕັມໃຈທີ່ຈະເປັນທາດບໍ? ເຂົາເຕັມໃຈທີ່ຈະດັບສະຫຼາຍດ້ວຍມືຂອງພຣະເຈົ້າ ໄປພ້ອມກັບທາດຂອງລັດທີ່ລົ້ມເຫຼວນີ້ບໍ? ຄວາມຕັ້ງໃຈຂອງເຈົ້າຢູ່ໃສ? ຄວາມທະເຍີທະຍານຂອງເຈົ້າຢູ່ໃສ? ກຽດສັກສີຂອງເຈົ້າຢູ່ໃສ? ຄວາມຊື່ສັດຂອງເຈົ້າຢູ່ໃສ? ອິດສະຫຼະຂອງເຈົ້າຢູ່ໃສ? ເຈົ້າເຕັມໃຈທີ່ຈະເສຍສະຫຼະທັງຊີວິດ[5] ຂອງເຈົ້າເພື່ອມັງກອນແດງທີ່ຍິ່ງໃຫຍ່ ນັ້ນກໍຄື ກະສັດຂອງພວກຜີຮ້າຍເຫຼົ່ານັ້ນບໍ? ເຈົ້າມີຄວາມສຸກບໍ ທີ່ໃຫ້ມັນທໍລະມານເຈົ້າຈົນຕາຍ? ມະຫາສະໝຸດອັນກວ້າງໃຫຍ່ໄພສານເຕັມໄປດ້ວຍຄວາມສົນລະວົນ ແລະ ຄວາມມືດ ໃນຂະນະທີ່ຄົນທົ່ວໄປແມ່ນທົນທຸກກັບຄວາມທຸກທໍລະມານດັ່ງກ່າວ ພາກັນຮ້ອງໄຫ້ຕໍ່ສະຫວັນ ແລະ ຕໍານິແຜ່ນດິນໂລກ. ເມື່ອໃດມະນຸດຈິ່ງຈະສາມາດພູມໃຈໃນຕົວເອງ? ມະນຸດແມ່ນຈ່ອຍເຫຼືອງ ແລະ ຊຸດໂຊມຫຼາຍ ແລ້ວເຂົາຈະສາມາດຕໍ່ສູ້ກັບຜີສາດທີ່ໂຫດຮ້າຍ ແລະ ພະເດັດການນີ້ໄດ້ແນວໃດ? ເປັນຫຍັງເຂົາຄືບໍ່ມອບຊີວິດຂອງເຂົາໃຫ້ແກ່ພຣະເຈົ້າໃຫ້ໄວທີ່ສຸດເທົ່າທີ່ເຂົາຈະສາມາດເຮັດໄດ້? ເປັນຫຍັງເຂົາຈິ່ງຍັງລັງເລໃຈ? ເມື່ອໃດເຂົາຈິ່ງຈະສາມາດເຮັດພາລະກິດຂອງພຣະເຈົ້າໄດ້ສໍາເລັດ? ຍ້ອນຖືກຂົ່ມເຫັງ ແລະ ກົດຂີ່ຢ່າງບໍ່ມີເປົ້າໝາຍ, ດ້ວຍເຫດນັ້ນ ໃນທີ່ສຸດແລ້ວ ຊີວິດທັງໝົດຂອງເຂົາກໍຈະຖືກດໍາລົງຢູ່ໂດຍບໍ່ມີປະໂຫຍດຫຍັງ; ເປັນຫຍັງເຂົາຈິ່ງຟ້າວມາ ແລະ ຟ້າວໜີໄປ? ເປັນຫຍັງເຂົາຈິ່ງບໍ່ເກັບບາງສິ່ງທີ່ມີຄ່າເພື່ອມອບໃຫ້ພຣະເຈົ້າ? ເຂົາໄດ້ລືມຄວາມກຽດຊັງນັບເປັນພັນປີແລ້ວບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດ ແລະ ທາງເຂົ້າ (8)

ໝາຍເຫດ:

1. “ໄລຍະຫ່າງ” ແມ່ນຖືກໃຊ້ເພື່ອເປັນການເຍາະເຍີ້ຍ.

2. “ອອກຄໍາສັ່ງ ໃນການຊີ້ນໍາທີ່ອ່ອນໂຍນ” ແມ່ນຖືກໃຊ້ເພື່ອເປັນການເຍາະເຍີ້ຍ.

3. “ຖືກຍົກຍ້ອງ” ແມ່ນໃຊ້ເພື່ອເຍາະເຍີ້ຍຜູ້ຄົນ ທີ່ແຂງກະດ້າງ ແລະ ບໍ່ຮັບຮູ້ຕົວເອງ.

4. “ທົນທຸກກັບເຄາະຮ້າຍຢ່າງຊໍ້າແລ້ວຊໍ້າອີກ” ໝາຍເຖິງຜູ້ຄົນເກີດໃນດິນແດນຂອງມັງກອນແດງທີ່ຍິ່ງໃຫຍ່ ແລະ ພວກເຂົາບໍ່ສາມາດມີຄວາມພາກພູມໃຈໃນຕົວເອງໄດ້.

5. “ເສຍສະຫຼະທັງຊີວິດ” ແມ່ນມີຄວາມໝາຍໃນທາງທີ່ເສື່ອມເສຍ.

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ