ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 475
ເງື່ອນໄຂພື້ນຖານທີ່ສຸດສຳລັບຄວາມເຊື່ອທີ່ມະນຸດມີໃນພຣະເຈົ້າກໍຄື ເຂົາມີຫົວໃຈທີ່ຊື່ສັດ ແລະ ເຂົາອຸທິດຕົນຢ່າງສົມບູນ ແລະ ອ່ອນນ້ອມຢ່າງແທ້ຈິງ....
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ອິດທິພົນຂອງຄວາມມືດແມ່ນຫຍັງ? ສິ່ງທີ່ເອີ້ນວ່າ “ອິດທິພົນຂອງຄວາມມືດ” ນີ້ແມ່ນອິດທິພົນຈາກການຫຼອກລວງ, ຄວາມເສື່ອມຊາມ, ການຜູກມັດ ແລະ ຄວບຄຸມຜູ້ຄົນຂອງຊາຕານ; ອິດທິພົນຂອງຊາຕານແມ່ນອິດທິພົນທີ່ມີກິ່ນອາຍຂອງຄວາມຕາຍ. ທຸກຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານຈະຈິບຫາຍຢ່າງແນ່ນອນ. ເຈົ້າຈະສາມາດຫຼົບໜີຈາກອິດທິພົນຂອງຄວາມມືດໄດ້ແນວໃດ ຫຼັງຈາກທີ່ໄດ້ຮັບເອົາຄວາມເຊື່ອໃນພຣະເຈົ້າ? ຫຼັງຈາກເຈົ້າໄດ້ອະທິຖານຫາພຣະເຈົ້າຢ່າງຈິງໃຈ, ເຈົ້າກໍ່ຫັນຫົວໃຈຂອງເຈົ້າໄປຫາພຣະອົງຢ່າງສົມບູນ ເຊິ່ງໃນຈຸດນັ້ນ ຫົວໃຈຂອງເຈົ້າໄດ້ຮັບການດົນບັນດານໂດຍພຣະວິນຍານຂອງພຣະເຈົ້າ, ເຈົ້າເລີ່ມເຕັມໃຈທີ່ມອບຕົນເອງໃຫ້ກັບພຣະເຈົ້າຢ່າງສົມບູນ ແລະ ໃນຊ່ວງເວລານີ້ ເຈົ້າຈະຫຼົບໜີຈາກອິດທິພົນຂອງຄວາມມືດ. ຖ້າທຸກສິ່ງທີ່ມະນຸດຄວນເຮັດຄືສິ່ງທີ່ເຮັດໃຫ້ພຣະເຈົ້າພໍໃຈ ແລະ ສອດຄ່ອງກັບຂໍ້ຮຽກຮ້ອງຂອງພຣະອົງ, ແລ້ວເຂົາກໍ່ເປັນຄົນທີ່ດໍາລົງຊີວິດພາຍໃນພຣະທໍາຂອງພຣະເຈົ້າ ແລະ ພາຍໃຕ້ການເບິ່ງແຍງ ແລະ ການປົກປ້ອງຂອງພຣະອົງ. ຖ້າຜູ້ຄົນບໍ່ສາມາດປະຕິບັດຕາມພຣະທໍາຂອງພຣະເຈົ້າໄດ້, ຖ້າພວກເຂົາພະຍາຍາມຫຼອກລວງພຣະອົງຢູ່ສະເໝີ, ເຮັດໃນລັກສະນະທີ່ພໍເປັນພິທີຕໍ່ພຣະອົງ ແລະ ບໍ່ເຊື່ອໃນການມີຢູ່ຂອງພຣະອົງ, ແລ້ວຄົນເຫຼົ່ານີ້ກໍ່ລ້ວນແລ້ວແຕ່ເປັນຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ມະນຸດທີ່ບໍ່ໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າກໍ່ກຳລັງດໍາລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ; ນັ້ນໝາຍຄວາມວ່າ ພວກເຂົາທຸກຄົນດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ຄົນທີ່ບໍ່ເຊື່ອໃນພຣະເຈົ້າກໍ່ດໍາລົງຊີວິດພາຍໃຕ້ອຳນາດຂອງຊາຕານ. ແມ່ນແຕ່ຄົນທີ່ເຊື່ອໃນການມີຢູ່ຂອງພຣະເຈົ້າກໍ່ອາດຈະບໍ່ຈຳເປັນຕ້ອງດໍາລົງຊີວິດຢູ່ໃນແສງສະຫວ່າງຂອງພຣະອົງ ຍ້ອນຄົນທີ່ເຊື່ອພຣະອົງອາດຈະບໍ່ດໍາລົງຊີວິດຢູ່ພາຍໃນພຣະທໍາຂອງພຣະອົງແທ້ໆ ຫຼື ສາມາດອ່ອນນ້ອມຕໍ່ພຣະເຈົ້າ. ມະນຸດຖືກຈຳກັດໃນການເຊື່ອໃນພຣະເຈົ້າ ແລະ ຍ້ອນເຂົາບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າ, ເຂົາຈຶ່ງ ຍັງດໍາລົງຊີວິດຢູ່ພາຍໃນກົດເກນເດີມໆ, ຢູ່ທ່າມກາງພຣະທຳທີ່ຕາຍແລ້ວ, ມີຊີວິດທີ່ມືດມົວ ແລະ ບໍ່ແນ່ນອນ, ບໍ່ໄດ້ຮັບການຊໍາລະລ້າງໃຫ້ບໍລິສຸດໂດຍພຣະເຈົ້າ ຫຼື ຖືກຮັບເອົາໂດຍພຣະອົງຢ່າງສົມບູນ. ສະນັ້ນ ໃນຂະນະທີີ່ມັນຊັດເຈນຢູ່ແລ້ວວ່າ ຜູ້ບໍ່ເຊື່ອໃນພຣະເຈົ້າກໍ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ ແມ່ນແຕ່ຜູ້ທີ່ເຊື່ອໃນພຣະເຈົ້າກໍ່ຍັງຢູ່ພາຍໃຕ້ອິດທິພົນຂອງມັນເຊັ່ນກັນ ຍ້ອນພວກເຂົາຂາດພາລະກິດຂອງພຣະວິນຍານບໍລິສຸດ. ຜູ້ທີ່ບໍ່ໄດ້ຮັບພຣະຄຸນ ຫຼື ຄວາມເມດຕາຂອງພຣະເຈົ້າ ແລະ ຜູ້ທີ່ບໍ່ສາມາດເບິ່ງເຫັນພາລະກິດຂອງພຣະວິນຍານບໍລິສຸດລ້ວນແລ້ວແຕ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ; ໃນເວລາສ່ວນໃຫຍ່ ຜູ້ທີ່ໄດ້ຮັບພຣະຄຸນຂອງພຣະເຈົ້າ ແຕ່ບໍ່ຮູ້ຈັກພຣະອົງກໍ່ດຳລົງຊີວິດຢູ່ພາຍໃຕ້ອິດທິພົນຂອງມັນເຊັ່ນກັນ. ຖ້າມະນຸດເຊື່ອໃນພຣະເຈົ້າ ແຕ່ໃຊ້ຊີວິດສ່ວນໃຫຍ່ເພື່ອດຳລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ ແລ້ວການເປັນຢູ່ຂອງມະນຸດຄົນນີ້ກໍ່ສູນເສຍຄວາມໝາຍຂອງມັນ, ແລ້ວມັນຈຳເປັນຫຍັງທີ່ຕ້ອງກ່າວເຖິງຜູ້ທີ່ບໍ່ເຊື່ອວ່າພຣະເຈົ້າມີຢູ່ຈິງ?
ທຸກຄົນທີ່ບໍ່ສາມາດຍອມຮັບພາລະກິດຂອງພຣະເຈົ້າ ຫຼື ຜູ້ທີ່ຍອມຮັບພາລະກິດຂອງພຣະເຈົ້າ ແຕ່ຍັງບໍ່ສາມາດຕອບສະໜອງຄໍາຮຽກຮ້ອງຂອງພຣະອົງໄດ້ກໍ່ເປັນຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ມີແຕ່ຜູ້ທີ່ສະແຫວງຫາຄວາມຈິງ ແລະ ສາມາດຕອບສະໜອງຄໍາຮຽກຮ້ອງຂອງພຣະເຈົ້າເທົ່ານັ້ນຈຶ່ງຈະໄດ້ຮັບພອນຈາກພຣະອົງ ແລະ ມີແຕ່ພວກເຂົາເທົ່ານັ້ນທີ່ຈະໜີພົ້ນຈາກອິດທິພົນຂອງຄວາມມືດ. ຄົນທີ່ຍັງບໍ່ໄດ້ຖືກປ່ອຍໃຫ້ເປັນອິດສະຫຼະ, ຄົນທີ່ຖືກສິ່ງໃດໜຶ່ງຈໍາກັດຢູ່ສະເໝີ ແລະ ຄົນບໍ່ສາມາດມອບຫົວໃຈຂອງພວກເຂົາໃຫ້ແກ່ພຣະເຈົ້າກໍ່ເປັນຄົນທີ່ຢູ່ພາຍໃຕ້ພັນທະນາການຂອງຊາຕານ ເຊິ່ງດໍາລົງຊີວິດຢູ່ພາຍໃຕ້ກິ່ນອາຍຂອງຄວາມຕາຍ. ຄົນທີ່ບໍ່ສັດຊື່ຕໍ່ໜ້າທີ່ຂອງພວກເຂົາເອງ, ຄົນທີ່ບໍ່ສັດຊື່ຕໍ່ການຝາກຝັງຂອງພຣະເຈົ້າ ແລະ ຄົນທີ່ບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໃນຄຣິສຕະຈັກກໍ່ເປັນຄົນທີ່ກຳລັງດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ຄົນທີ່ຕັ້ງໃຈປັ່ນປ່ວນຊີວິດຄຣິສຕະຈັກ, ຄົນທີ່ຕັ້ງໃຈສ້າງຄວາມແຕກແຍກລະຫວ່າງອ້າຍເອື້ອຍນ້ອງຂອງພວກເຂົາ ຫຼື ຄົນທີ່ສ້າງຕັ້ງພັກພວກກໍ່ເປັນຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດຫຼາຍຂຶ້ນອີກ, ຢູ່ໃນພັນທະນາການຂອງຊາຕານ. ຄົນທີ່ມີຄວາມສໍາພັນບໍ່ປົກກະຕິກັບພຣະເຈົ້າ, ຄົນທີ່ມີຄວາມປາຖະໜາເກີນຕົວ, ຄົນທີ່ເອົາປຽບຄົນອື່ນຢູ່ສະເໝີ ແລະ ຄົນທີ່ບໍ່ເຄີຍສະແຫວງຫາການປ່ຽນແປງໃນອຸປະນິໄສຂອງພວກເຂົາກໍ່ເປັນຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ຄົນທີ່ບໍ່ໃສ່ໃຈ ແລະ ບໍ່ຈິງຈັງໃນການປະຕິບັດຕາມຄວາມຈິງຂອງພວກເຂົາຈັກເທື່ອ ແລະ ຄົນທີ່ບໍ່ສະແຫວງຫາເພື່ອຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ ແຕ່ສະແຫວງຫາເພື່ອຕອບສະໜອງເນື້ອໜັງຂອງພວກເຂົາເອງເທົ່ານັ້ນ ກໍ່ເປັນຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດເຊັ່ນກັນ ເຊິ່ງອ້ອມລ້ອມໄປດ້ວຍຄວາມຕາຍ. ຄົນທີ່ມີສ່ວນຮ່ວມໃນການຄົດໂກງ ແລະ ການຫຼອກລວງ ເມື່ອກຳລັງເຮັດວຽກໃຫ້ກັບພຣະເຈົ້າ, ຄົນທີ່ປະຕິບັດຕໍ່ພຣະເຈົ້າພໍເປັນພິທີ, ຄົນທີ່ສໍ້ໂກງພຣະເຈົ້າ ແລະ ຄົນທີ່ວາງແຜນສຳລັບພວກເຂົາເອງຢູ່ສະເໝີກໍ່ເປັນຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ທຸກຄົນທີ່ບໍ່ສາມາດຮັກພຣະເຈົ້າຢ່າງຈິງໃຈ, ຄົນທີ່ບໍ່ສະແຫວງຫາຄວາມຈິງ ແລະ ຄົນທີ່ບໍ່ເອົາໃຈໃສ່ໃນການປ່ຽນແປງອຸປະນິໄສຂອງພວກເຂົາກໍ່ເປັນຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ໃຫ້ຫຼົບໜີຈາກອິດທິພົນຂອງຄວາມມືດ ແລະ ເຈົ້າຈະຖືກຮັບເອົາໂດຍພຣະເຈົ້າ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ເງື່ອນໄຂພື້ນຖານທີ່ສຸດສຳລັບຄວາມເຊື່ອທີ່ມະນຸດມີໃນພຣະເຈົ້າກໍຄື ເຂົາມີຫົວໃຈທີ່ຊື່ສັດ ແລະ ເຂົາອຸທິດຕົນຢ່າງສົມບູນ ແລະ ອ່ອນນ້ອມຢ່າງແທ້ຈິງ....
ມີຄວາມແຕກຕ່າງຢ່າງໃຫຍ່ຫຼວງລະຫວ່າງພາລະກິດທີ່ເກີດຂຶ້ນໃນອິດສະຣາເອນ ແລະ ພາລະກິດໃນປັດຈຸບັນ. ພຣະເຢໂຮວານໍາພາຊີວິດຂອງຊາວອິດສະຣາເອນ ແລະ...
ຕອນນີ້ ເຈົ້າຕ້ອງສະແຫວງຫາເພື່ອກາຍມາເປັນປະຊາຊົນຂອງພຣະເຈົ້າ ແລະ ຄວນເລີ່ມຕົ້ນເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຢ່າງສິ້ນເຊີງ....
ຄົນໆໜຶ່ງຈະມາເຂົ້າກ່ຽວກັບລາຍລະອຽດຂອງວິນຍານໄດ້ແນວໃດ? ພຣະວິນຍານບໍລິສຸດປະຕິບັດພາລະກິດໃນມະນຸດແນວໃດ? ຊາຕານປະຕິບັດພາລະກິດໃນມະນຸດແນວໃດ?...