ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 498

11 ເດືອນກໍລະກົດ 2025

ແມ່ນຫຍັງຄືສະພາວະພາຍໃນຜູ້ຄົນ ທີ່ການທົດລອງແນໃສ່? ພວກມັນແນໃສ່ອຸປະນິໄສທີ່ເປັນປໍລະປັກໃນຜູ້ຄົນ ເຊິ່ງບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້. ມີຫຼາຍສິ່ງທີ່ບໍ່ບໍລິສຸດພາຍໃນຜູ້ຄົນ ແລະ ມີຫຼາຍສິ່ງທີ່ບໍ່ຈິງໃຈ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງເຮັດໃຫ້ຜູ້ຄົນໄດ້ຮັບການທົດລອງເພື່ອເຮັດໃຫ້ພວກເຂົາບໍລິສຸດ, ແຕ່ຖ້າໃນປັດຈຸບັນ ເຈົ້າສາມາດເຮັດໃຫ້ພຣະເຈົ້າພໍໃຈ ແລ້ວການທົດລອງໃນອະນາຄົດກໍຈະເປັນການເຮັດໃຫ້ເຈົ້າສົມບູນແບບ. ຖ້າໃນປັດຈຸບັນ ເຈົ້າບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈ ແລ້ວການທົດລອງໃນອະນາຄົດກໍຈະລໍ້ລວງເຈົ້າ ແລະ ເຈົ້າກໍຈະລົ້ມລົງໂດຍບໍ່ໄດ້ເຈດຕະນາ ແລະ ໃນເວລານັ້ນ ເຈົ້າກໍຈະບໍ່ສາມາດຊ່ວຍຕົນເອງໄດ້ ຍ້ອນເຈົ້າບໍ່ສາມາດນໍາທັນພາລະກິດຂອງພຣະເຈົ້າ ແລະ ບໍ່ມີວຸດທິພາວະທີ່ແທ້ຈິງ. ດ້ວຍເຫດນັ້ນ ຖ້າເຈົ້າປາຖະໜາທີ່ຈະສາມາດຍຶດໝັ້ນໃນອະນາຄົດ, ເພື່ອເຮັດໃຫ້ພຣະເຈົ້າພໍໃຈຫຼາຍຂຶ້ນ ແລະ ຕິດຕາມພຣະອົງໄປຈົນເຖິງຈຸດສິ້ນສຸດ, ໃນປັດຈຸບັນ ເຈົ້າຕ້ອງສ້າງພື້ນຖານທີ່ເຂັ້ມແຂງ. ເຈົ້າຕ້ອງເຮັດໃຫ້ພຣະເຈົ້າພໍໃຈ ໂດຍການນໍາຄວາມຈິງເຂົ້າສູ່ການປະຕິບັດໃນທຸກສິ່ງທຸກຢ່າງ ແລະ ຄຳນຶງເຖິງຄວາມປະສົງຂອງພຣະອົງ. ຖ້າເຈົ້າປະຕິບັດໃນລັກສະນະນີ້ຢູ່ສະເໝີ ກໍຈະມີພື້ນຖານຢູ່ພາຍໃນຕົວເຈົ້າ ແລະ ພຣະເຈົ້າຈະດົນບັນດານຫົວໃຈ ທີ່ຮັກພຣະອົງພາຍໃນຕົວເຈົ້າ ແລະ ພຣະອົງກໍຈະມອບຄວາມເຊື່ອໃຫ້ກັບເຈົ້າ. ມື້ໜຶ່ງ ເມື່ອການທົດລອງເກີດຂຶ້ນກັບເຈົ້າແທ້ໆ, ເຈົ້າອາດທົນທຸກກັບຄວາມເຈັບປວດບາງຢ່າງ ແລະ ຮູ້ສຶກເສົ້າເສຍໃຈຈົນເຖິງທີ່ສຸດ ແລະ ທົນທຸກກັບຄວາມໂສກເສົ້າຢ່າງຮຸນແຮງ ເໝືອນກັບວ່າເຈົ້າຈະຕາຍ, ແຕ່ຫົວໃຈທີ່ຮັກພຣະເຈົ້າຂອງເຈົ້າຈະບໍ່ປ່ຽນແປງ ແລະ ຈະເລິກເຊິ່ງຫຼາຍຍິ່ງຂຶ້ນ. ສິ່ງດັ່ງກ່າວແມ່ນການອວຍພອນຂອງພຣະເຈົ້າ. ຖ້າເຈົ້າສາມາດຍອມຮັບທຸກສິ່ງທີ່ພຣະເຈົ້າກ່າວ ແລະ ກະທຳໃນປັດຈຸບັນດ້ວຍຫົວໃຈແຫ່ງການອ່ອນນ້ອມ, ແລ້ວເຈົ້າກໍຈະໄດ້ຮັບການອວຍພອນໂດຍພຣະເຈົ້າຢ່າງແນ່ນອນ ແລະ ດ້ວຍເຫດນັ້ນ ເຈົ້າກໍຈະກາຍເປັນຄົນທີ່ໄດ້ຮັບການອວຍພອນໂດຍພຣະເຈົ້າ ແລະ ຮັບພຣະສັນຍາຂອງພຣະອົງ. ຖ້າໃນປັດຈຸບັນ ເຈົ້າບໍ່ປະຕິບັດ, ເມື່ອການທົດລອງເກີດຂຶ້ນກັບເຈົ້າໃນມື້ໜຶ່ງ ເຈົ້າກໍຈະປາສະຈາກຄວາມເຊື່ອ ຫຼື ຫົວໃຈແຫ່ງຄວາມຮັກ ແລະ ໃນເວລານັ້ນ ການທົດລອງກໍຈະກາຍມາເປັນການລໍ້ລວງ; ເຈົ້າກໍຈະຕົກລົງທ່າມກາງການລໍ້ລວງຂອງຊາຕານ ແລະ ຈະບໍ່ມີວິທີຫຼົບໜີໄດ້. ໃນປັດຈຸບັນ, ເຈົ້າອາດຍຶດໝັ້ນ ເມື່ອການທົດລອງເລັກໆນ້ອຍໆເກີດຂຶ້ນກັບເຈົ້າ, ແຕ່ໃນມື້ໜຶ່ງ ການທົດລອງທີ່ຍິ່ງໃຫຍ່ເກີດຂຶ້ນກັບເຈົ້າ, ເຈົ້າອາດຈະບໍ່ສາມາດຍຶດໝັ້ນໄດ້. ບາງຄົນອວດດີ ແລະ ຄິດວ່າ ພວກເຂົາໃກ້ຈະສົມບູນແລ້ວ. ຖ້າເຈົ້າບໍ່ຈິງໃຈຫຼາຍຂຶ້ນໃນເວລາດັ່ງກ່າວ ແລະ ຍັງຄົງພໍໃຈໃນຕົນເອງ, ແລ້ວເຈົ້າກໍຈະຕົກຢູ່ໃນອັນຕະລາຍ. ໃນປັດຈຸບັນ ພຣະເຈົ້າບໍ່ໄດ້ປະຕິບັດພາລະກິດແຫ່ງການທົດລອງທີ່ຍິ່ງໃຫຍ່ ແລະ ທຸກສິ່ງປາກົດວ່າປົກກະຕິດີ, ແຕ່ເມື່ອພຣະເຈົ້າທົດລອງເຈົ້າ, ເຈົ້າຈະຄົ້ນພົບວ່າ ເຈົ້າຍັງຂາດເຂີນຫຼາຍ, ຍ້ອນວຸດທິພາວະຂອງເຈົ້າຕໍ່າເກີນໄປ ແລະ ເຈົ້າບໍ່ສາມາດອົດກັ້ນຕໍ່ການທົດລອງທີ່ຍິ່ງໃຫຍ່ນັ້ນໄດ້. ຖ້າເຈົ້າຍັງຢູ່ບ່ອນເກົ່າໃນແບບທີ່ເຈົ້າເປັນ ແລະ ຢູ່ໃນສະຖານະຂອງຄວາມເຊື່ອງຊ້າ, ແລ້ວເມື່ອມີການທົດລອງມາ ເຈົ້າກໍຈະລົ້ມ. ພວກເຈົ້າຄວນເບິ່ງສະເໝີວ່າ ວຸດທິພາວະຂອງພວກເຈົ້າຕໍ່າສໍ່າໃດ; ມີແຕ່ດ້ວຍວິທີນີ້ເທົ່ານັ້ນ ພວກເຈົ້າຈຶ່ງຈະກ້າວໜ້າ. ຖ້າມີພຽງແຕ່ໃນລະຫວ່າງການທົດລອງເທົ່ານັ້ນ ທີ່ເຮັດໃຫ້ເຈົ້າເຫັນວ່າ ວຸດທິພາວະຂອງເຈົ້າຕໍ່າຫຼາຍ, ກຳລັງໃຈກໍອ່ອນແອຫຼາຍ, ຄວາມຈິງໃນຕົວເຈົ້າກໍມີພຽງໜ້ອຍດຽວ ແລະ ເຈົ້າຂາດຄວາມເໝາະສົມຕໍ່ເຈດຕະນາຂອງພຣະເຈົ້າ ແລະ ຖ້າເຈົ້າພຽງແຕ່ເຂົ້າໃຈສິ່ງເຫຼົ່ານີ້ໃນຕອນນັ້ນ, ມັນກໍຈະຊ້າເກີນໄປແລ້ວ.

ຖ້າເຈົ້າບໍ່ຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລ້ວເຈົ້າກໍຈະພ່າຍແພ້ໃນລະຫວ່າງການທົດລອງຢ່າງຫຼີກເວັ້ນບໍ່ໄດ້, ຍ້ອນເຈົ້າບໍ່ຮັບຮູ້ວ່າ ພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນແບບໄດ້ແນວໃດ, ພຣະອົງເຮັດໃຫ້ພວກເຂົາສົມບູນແບບດ້ວຍວິທີໃດ ແລະ ເມື່ອການທົດລອງຂອງພຣະເຈົ້າມາເຖິງເຈົ້າ ແລະ ການທົດລອງເຫຼົ່ານັ້ນບໍ່ເຂົ້າກັນກັບຄວາມຄິດຂອງເຈົ້າ, ເຈົ້າກໍຈະບໍ່ສາມາດຍຶດໝັ້ນໄດ້. ຄວາມຮັກທີ່ແທ້ຈິງຂອງພຣະເຈົ້າແມ່ນອຸປະນິໄສທັງໝົດຂອງພຣະອົງ ແລະ ເມື່ອອຸປະນິໄສທັງໝົດຂອງພຣະອົງຖືກສຳແດງໃຫ້ກັບຜູ້ຄົນ, ມັນຈະເກີດຫຍັງຂຶ້ນກັບເນື້ອໜັງຂອງເຈົ້າ? ເມື່ອອຸປະນິໄສທີ່ຊອບທຳຂອງພຣະອົງຖືກສຳແດງໃຫ້ກັບຜູ້ຄົນ, ເນື້ອໜັງຂອງພວກເຂົາກໍຈະທົນທຸກກັບຄວາມເຈັບປວດຢ່າງໃຫຍ່ຫຼວງໂດຍຫຼີກເວັ້ນບໍ່ໄດ້. ຖ້າເຈົ້າບໍ່ທົນທຸກຕໍ່ຄວາມເຈັບປວດນີ້ ແລ້ວເຈົ້າກໍບໍ່ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນໄດ້ ຫຼື ເຈົ້າຈະບໍ່ສາມາດອຸທິດຄວາມຮັກທີ່ແທ້ຈິງໃຫ້ກັບພຣະເຈົ້າໄດ້. ຖ້າພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບ ພຣະອົງກໍຈະສຳແດງອຸປະນິໄສທັງໝົດຂອງພຣະອົງໃຫ້ກັບເຈົ້າຢ່າງແນ່ນອນ. ຕັ້ງແຕ່ເວລາແຫ່ງການຊົງສ້າງຈົນເຖິງປັດຈຸບັນ, ພຣະເຈົ້າບໍ່ເຄີຍສຳແດງອຸປະນິໄສທັງໝົດຂອງພຣະອົງຕໍ່ມະນຸດຈັກເທື່ອ, ແຕ່ໃນລະຫວ່າງຍຸກສຸດທ້າຍນີ້ ພຣະອົງໄດ້ເປີດເຜີຍອຸປະນິໄສນັ້ນໃຫ້ກັບກຸ່ມຄົນທີ່ພຣະອົງໄດ້ລິຂິດ ແລະ ໄດ້ເລືອກໄວ້ແລ້ວ ແລະ ໂດຍການເຮັດໃຫ້ຜູ້ຄົນສົມບູນ, ພຣະອົງເປີດເຜີຍອຸປະນິໄສຂອງພຣະອົງ, ຜ່ານທາງທີ່ພຣະອົງເຮັດໃຫ້ກຸ່ມຄົນສົມບູນ. ສິ່ງດັ່ງກ່າວແມ່ນຄວາມຮັກທີ່ແທ້ຈິງຂອງພຣະເຈົ້າທີ່ມີໃຫ້ກັບຜູ້ຄົນ. ການຜະເຊີນຄວາມຮັກທີ່ແທ້ຈິງຂອງພຣະເຈົ້ານັ້ນ ແມ່ນຮຽກຮ້ອງໃຫ້ຜູ້ຄົນທົນທຸກກັບຄວາມເຈັບປວດຢ່າງໃຫຍ່ຫຼວງ ແລະ ຈ່າຍລາຄາທີ່ສູງ. ມີແຕ່ຫຼັງຈາກສິ່ງນີ້ເທົ່ານັ້ນ ພວກເຂົາຈຶ່ງຈະຖືກຮັບໂດຍພຣະເຈົ້າ ແລະ ຈະສາມາດມອບຄວາມຮັກທີ່ແທ້ຈິງຄືນໃຫ້ກັບພຣະເຈົ້າໄດ້ ແລະ ມີພຽງແຕ່ເມື່ອນັ້ນ ພຣະເຈົ້າຈຶ່ງຈະພໍໃຈ. ຖ້າຜູ້ຄົນປາຖະໜາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບ ແລະ ຖ້າພວກເຂົາປາຖະໜາທີ່ຈະປະຕິບັດຕາມຄວາມປະສົງຂອງພຣະອົງ ແລະ ມອບຄວາມຮັກທີ່ແທ້ຈິງຂອງພວກເຂົາໃຫ້ກັບພຣະເຈົ້າຢ່າງເຕັມທີ່, ພວກເຂົາກໍຕ້ອງຜະເຊີນກັບການທົນທຸກຢ່າງໃຫຍ່ຫຼວງ ແລະ ການທໍລະມານຫຼາຍຢ່າງຈາກສະພາບການຕ່າງໆຂອງພວກເຂົາ, ເພື່ອທົນທຸກກັບຄວາມເຈັບປວດທີ່ຮ້າຍແຮງກວ່າຄວາມຕາຍ. ໃນທີ່ສຸດ ພວກເຂົາກໍຈະຖືກບັງຄັບໃຫ້ມອບຫົວໃຈທີ່ແທ້ຈິງຂອງພວກເຂົາຄືນໃຫ້ກັບພຣະເຈົ້າ. ບໍ່ວ່າຜູ້ໃດຜູ້ໜຶ່ງຈະຮັກພຣະເຈົ້າຢ່າງແທ້ຈິງ ຫຼື ບໍ່, ມັນໄດ້ຖືກເປີດເຜີຍຢູ່ໃນລະຫວ່າງຄວາມຍາກລຳບາກ ແລະ ການຫຼໍ່ຫຼອມ. ພຣະເຈົ້າເຮັດໃຫ້ຄວາມຮັກຂອງຜູ້ຄົນບໍລິສຸດ ແລະ ສິ່ງນີ້ບັນລຸຜົນຈາກທ່າມກາງຄວາມຍາກລຳບາກ ແລະ ການຫຼໍ່ຫຼອມເທົ່ານັ້ນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ການຮັກພຣະເຈົ້າເທົ່ານັ້ນທີ່ເປັນການເຊື່ອໃນພຣະເຈົ້າຢ່າງແທ້ຈິງ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ