ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 504

22 ເດືອນສິງຫາ 2025

ຖ້າຜູ້ຄົນເຊື່ອໃນພຣະເຈົ້າ ແລະ ມີປະສົບການກັບພຣະທຳຂອງພຣະເຈົ້າດ້ວຍຫົວໃຈທີ່ຢໍາເກງພຣະເຈົ້າ ກໍຈະສາມາດເຫັນຄວາມລອດພົ້ນ ແລະ ຄວາມຮັກຂອງພຣະເຈົ້າໄດ້. ຄົນເຫຼົ່ານີ້ສາມາດເປັນພະຍານໃຫ້ກັບພຣະເຈົ້າ; ພວກເຂົາດຳລົງຊີວິດຕາມຄວາມຈິງ ແລະ ສິ່ງທີ່ພວກເຂົາເປັນພະຍານຕໍ່ກໍແມ່ນຄວາມຈິງ, ແມ່ນສິ່ງທີ່ພຣະເຈົ້າເປັນ ແລະ ແມ່ນອຸປະນິໄສຂອງພຣະເຈົ້າເຊັ່ນດຽວກັນ. ພວກເຂົາດຳລົງຊີວິດທ່າມກາງຄວາມຮັກຂອງພຣະເຈົ້າ ແລະ ໄດ້ເຫັນຄວາມຮັກຂອງພຣະເຈົ້າ. ຖ້າຄົນທີ່ປາຖະໜາຮັກພຣະເຈົ້າ ພວກເຂົາຕ້ອງຊີມລົດຊາດແຫ່ງຄວາມເປັນຕາຮັກຂອງພຣະເຈົ້າ ແລະ ເຫັນຄວາມເປັນຕາຮັກຂອງພຣະເຈົ້າ; ມີພຽງແຕ່ຕອນນີ້ຈຶ່ງຈະມີການປຸກຫົວໃຈທີ່ຮັກພຣະເຈົ້າໃນຕົວພວກເຂົາ, ຫົວໃຈໃນການສະຫຼະຕົນເອງເພື່ອພຣະເຈົ້າຢ່າງຊື່ສັດ. ພຣະເຈົ້າບໍ່ເຮັດໃຫ້ຜູ້ຄົນຮັກພຣະອົງໂດຍຜ່ານຄຳເວົ້າ ຫຼື ຜ່ານຈິນຕະນາການຂອງພວກເຂົາ ແລະ ພຣະອົງບໍ່ບັງຄັບໃຫ້ຜູ້ຄົນຮັກພຣະອົງ. ກົງກັນຂ້າມ ພຣະອົງປ່ອຍໃຫ້ພວກເຂົາຮັກພຣະເຈົ້າດ້ວຍຄວາມສະໝັກໃຈຂອງພວກເຂົາເອງ ແລະ ພຣະອົງປ່ອຍໃຫ້ພວກເຂົາເຫັນຄວາມເປັນຕາຮັກຂອງພຣະອົງໃນພາລະກິດ ແລະ ຖ້ອຍຄຳຂອງພຣະອົງ ຫຼັງຈາກນັ້ນ ພວກເຂົາຈຶ່ງຈະມີຄວາມຮັກຕໍ່ພຣະເຈົ້າ. ມີພຽງແຕ່ວິທີນີ້ເທົ່ານັ້ນ ຜູ້ຄົນຈຶ່ງເປັນພະຍານໃຫ້ກັບພຣະເຈົ້າຢ່າງແທ້ຈິງ. ຜູ້ຄົນບໍ່ຮັກພຣະເຈົ້າຍ້ອນພວກເຂົາຖືກຄົນອື່ນຍົວະໃຫ້ຮັກພຣະອົງ ຫຼື ຍ້ອນແຮງດົນໃຈທາງອາລົມຊົ່ວຄາວ. ພວກເຂົາຮັກພຣະເຈົ້າຍ້ອນພວກເຂົາໄດ້ເຫັນຄວາມເປັນຕາຮັກຂອງພຣະອົງ, ພວກເຂົາໄດ້ເຫັນວ່າ ມີຫຼາຍສິ່ງຫຼາຍຢ່າງກ່ຽວກັບພຣະເຈົ້າທີ່ສົມຄວນແກ່ຄວາມຮັກຂອງຜູ້ຄົນ ຍ້ອນພວກເຂົາໄດ້ເຫັນຄວາມລອດພົ້ນ, ສະຕິປັນຍາ ແລະ ການກະທຳທີ່ມະຫັດສະຈັນຂອງພຣະເຈົ້າ; ຜົນຕາມມາກໍຄືພວກເຂົາສັນລະເສີນພຣະເຈົ້າຢ່າງແທ້ຈິງ ແລະ ປາຖະໜາຫາພຣະອົງຢ່າງແທ້ຈິງ ແລະ ມີການກະຕຸ້ນຄວາມຫຼົງໄຫຼດັ່ງກ່າວໃນພວກເຂົາຈົນວ່າພວກເຂົາບໍ່ສາມາດຢູ່ລອດໄດ້ ຫາກປາສະຈາກການໄດ້ຮັບຈາກພຣະເຈົ້າ. ເຫດຜົນທີ່ວ່າ ເປັນຫຍັງຄົນທີ່ເປັນພະຍານໃຫ້ກັບພຣະເຈົ້າຢ່າງແທ້ຈິງຈຶ່ງສາມາດເປັນພະຍານຢ່າງໜັກແໜ້ນໃຫ້ກັບພຣະອົງໄດ້ກໍຍ້ອນຄຳພະຍານຂອງພວກເຂົາແມ່ນຂື້ນຢູ່ກັບພື້ນຖານແຫ່ງຄວາມຮູ້ທີ່ແທ້ຈິງ ແລະ ຄວາມປາຖະໜາຫາພຣະເຈົ້າຢ່າງແທ້ຈິງ. ຄໍາພະຍານດັ່ງກ່າວບໍ່ແມ່ນສະແດງອອກຕາມແຮງກະຕຸ້ນທາງອາລົມ ແຕ່ຕາມຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າ ແລະ ອຸປະນິໄສຂອງພຣະອົງ. ເພາະພວກເຂົາໄດ້ຮຽນຮູ້ຈັກພຣະເຈົ້າ, ພວກເຂົາຈຶ່ງຮູ້ສຶກວ່າ ພວກເຂົາຕ້ອງເປັນພະຍານໃຫ້ກັບພຣະເຈົ້າຢ່າງແນ່ນອນ ແລະ ເຮັດໃຫ້ທຸກຄົນທີ່ປາຖະໜາຫາພຣະເຈົ້ານັ້ນຮູ້ຈັກພຣະເຈົ້າ ແລະ ຮູ້ຕົວກ່ຽວກັບຄວາມເປັນຕາຮັກຂອງພຣະເຈົ້າ ແລະ ຄວາມເປັນຈິງຂອງພຣະອົງ. ຄືກັບຄວາມຮັກທີ່ຜູ້ຄົນມີໃຫ້ພຣະເຈົ້າ ຄຳພະຍານຂອງພວກເຂົາກໍບໍ່ໄດ້ຖືກບັງຄັບ; ມັນເປັນຈິງ ແລະ ມີຄວາມສຳຄັນ ແລະ ຄຸນຄ່າທີ່ແທ້ຈິງ. ມັນບໍ່ໄດ້ຢູ່ຊື່ໆ ຫຼື ເປົ່າຫວ່າງ ແລະ ບໍ່ມີຄວາມໝາຍ. ເຫດຜົນທີ່ວ່າ ເປັນຫຍັງມີພຽງແຕ່ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງເທົ່ານັ້ນທີ່ມີຄຸນຄ່າ ແລະ ຄວາມໝາຍທີ່ສຸດໃນຊີວິດຂອງພວກເຂົາ, ເຫດຜົນທີ່ພວກເຂົາເທົ່ານັ້ນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງກໍຄືຄົນເຫຼົ່ານີ້ສາມາດດຳລົງຊີວິດຢູ່ໃນແສງສະຫວ່າງຂອງພຣະເຈົ້າ ແລະ ສາມາດດຳລົງຊີວິດເພື່ອພາລະກິດ ແລະ ການຄຸ້ມຄອງຂອງພຣະເຈົ້າ. ມັນເປັນຍ້ອນວ່າ ພວກເຂົາບໍ່ໄດ້ດຳລົງຊີວິດຢູ່ໃນຄວາມມືດ, ແຕ່ດຳລົງຊີວິດໃນແສງສະຫວ່າງ; ພວກເຂົາບໍ່ໄດ້ດຳລົງຊີວິດຢ່າງໄຮ້ຄວາມໝາຍ ແຕ່ເປັນຊີວິດທີ່ໄດ້ຮັບການອວຍພອນຈາກພຣະເຈົ້າ. ມີພຽງຄົນທີ່ຮັກພຣະເຈົ້າເທົ່ານັ້ນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າ, ມີພຽງພວກເຂົາເທົ່ານັ້ນທີ່ເປັນພະຍານຂອງພຣະອົງ, ມີພຽງພວກເຂົາເທົ່ານັ້ນທີ່ໄດ້ຮັບການອວຍພອນຈາກພຣະເຈົ້າ ແລະ ມີພຽງພວກເຂົາເທົ່ານັ້ນທີ່ສາມາດຮັບສັນຍາຂອງພຣະເຈົ້າ. ຄົນທີ່ຮັກພຣະເຈົ້າແມ່ນມິດສະຫາຍຂອງພຣະເຈົ້າ; ພວກເຂົາແມ່ນຄົນທີ່ພຣະເຈົ້າຮັກ ແລະ ພວກເຂົາສາມາດຊື່ນຊົມກັບການອວຍພອນຮ່ວມກັນກັບພຣະເຈົ້າ. ມີພຽງແຕ່ຄົນປະເພດດັ່ງກ່າວນີ້ຈະດຳລົງຊີວິດຕະຫຼອດໄປເປັນນິດ ແລະ ມີພຽງແຕ່ພວກເຂົາເທົ່ານັ້ນທີ່ຈະດຳລົງຊີວິດຢູ່ພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະເຈົ້າຕະຫຼອດໄປ. ພຣະເຈົ້າມີໄວ້ເພື່ອໃຫ້ຜູ້ຄົນຮັກ ແລະ ພຣະອົງສົມຄວນແກ່ຄວາມຮັກທັງໝົດຂອງທຸກຄົນ ແຕ່ບໍ່ແມ່ນໝົດທຸກຄົນທີ່ສາມາດຮັກພຣະເຈົ້າໄດ້ ແລະ ບໍ່ແມ່ນໝົດທຸກຄົນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້ ແລະ ຖືລິດອຳນາດກັບພຣະເຈົ້າ. ຍ້ອນພວກເຂົາສາມາດເປັນພະຍານໃຫ້ກັບພຣະເຈົ້າ ແລະ ອຸທິດຄວາມພະຍາຍາມທັງໝົດເຂົ້າໃນພາລະກິດຂອງພຣະເຈົ້າໄດ້ ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງຈຶ່ງສາມາດຍ່າງໃນທຸກບ່ອນທີ່ຢູ່ລຸ່ມສະຫວັນໂດຍບໍ່ມີໃຜກ້າຕໍ່ຕ້ານພວກເຂົາ ແລະ ພວກເຂົາສາມາດໃຊ້ລິດອຳນາດເທິງແຜ່ນດິນໂລກ ແລະ ປົກຄອງທຸກປະຊາຊົນຂອງພຣະເຈົ້າທຸກຄົນ. ຄົນເຫຼົ່ານີ້ໄດ້ມາຮ່ວມກັນຈາກທົ່ວທັງແຜ່ນດິນໂລກ. ພວກເຂົາແມ່ນຄົນຈາກທົ່ວໂລກທີ່ເວົ້າພາສາທີ່ແຕກຕ່າງກັນ ແລະ ມີສີຜິວທີ່ແຕກຕ່າງກັນ ແຕ່ການເປັນຢູ່ຂອງພວກເຂົາແມ່ນມີຄວາມໝາຍດຽວກັນ; ພວກເຂົາທັງໝົດມີຫົວໃຈທີ່ຮັກພຣະເຈົ້າ, ພວກເຂົາທັງໝົດເປັນພະຍານແບບດຽວກັນ ແລະ ມີຄວາມເດັດດ່ຽວທີ່ຄືກັນ ແລະ ມີຄວາມປາຖະໜາທີ່ແບບດຽວກັນ. ຄົນທີ່ຮັກພຣະເຈົ້າສາມາດເດີນຍ່າງຢ່າງມີອິດສະຫຼະທົ່ວທັງແຜ່ນດິນໂລກ ແລະ ຄົນທີ່ເປັນພະຍານໃຫ້ກັບພຣະເຈົ້າສາມາດເດີນທາງຂ້າມຜ່ານຈັກກະວານ. ຄົນເຫຼົ່ານີ້ເປັນທີ່ຮັກຂອງພຣະເຈົ້າ, ພວກເຂົາໄດ້ຮັບການອວຍພອນຈາກພຣະເຈົ້າ ແລະ ພວກເຂົາຈະດຳລົງຊີວິດໃນແສງສະຫວ່າງພາຍໃນພຣະອົງຕະຫຼອດໄປ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄົນທີ່ຮັກພຣະເຈົ້າຈະດຳລົງຊີວິດຢູ່ພາຍໃນແສງສະຫວ່າງຂອງພຣະອົງຕະຫຼອດໄປ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ