ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 248

09 ເດືອນກັນຍາ 2025

ເຮົາແມ່ນໄຟທີ່ເຜົາໄໝ້ ແລະ ເຮົາບໍ່ອົດກັ້ນຕໍ່ການກະທໍາຜິດ. ເພາະວ່າມະນຸດທຸກຄົນຖືກເຮົາສ້າງຂຶ້ນມາ, ພວກເຂົາກໍຕ້ອງອ່ອນນ້ອມຕໍ່ສິ່ງທີ່ເຮົາເວົ້າ ແລະ ເຮັດ ແລະ ບໍ່ສາມາດຕໍ່ຕ້ານໄດ້. ຜູ້ຄົນບໍ່ມີສິດເຂົ້າມາຫຍຸ້ງກ່ຽວໃນພາລະກິດຂອງເຮົາ ແລ້ວແຮງໄກທີ່ພວກເຂົາຈະມີຄຸນສົມບັດວິເຄາະສິ່ງທີ່ຖືກ ຫຼື ຜິດໃນພາລະກິດ ແລະ ພຣະທໍາຂອງເຮົາ. ເຮົາແມ່ນພຣະຜູ້ເປັນເຈົ້າແຫ່ງການຊົງສ້າງ ແລະ ສິ່ງທີ່ຖືກຊົງສ້າງຄວນບັນລຸທຸກສິ່ງທີ່ເຮົາຕ້ອງການດ້ວຍຫົວໃຈທີ່ຍໍາເກງເຮົາ; ພວກເຂົາບໍ່ຄວນພະຍາຍາມໃຊ້ເຫດຜົນກັບເຮົາ ແລະ ພິເສດ ພວກເຂົາບໍ່ຄວນຕໍ່ຕ້ານເຮົາ. ເຮົາຄຸ້ມຄອງຜູ້ຄົນຂອງເຮົາດ້ວຍອໍານາດຂອງເຮົາ ແລະ ທຸກຄົນທີ່ເປັນສ່ວນໃນການຊົງສ້າງຂອງເຮົາຄວນຍອມຢູ່ພາຍໃຕ້ອໍານາດຂອງເຮົາ. ເຖິງວ່າໃນປັດຈຸບັນ ພວກເຈົ້າຈະກ້າຫານ ແລະ ອວດດີຢູ່ຕໍ່ໜ້າເຮົາ, ເຖິງພວກເຈົ້າຈະກະບົດຕໍ່ພຣະທໍາທີ່ເຮົາສັ່ງສອນພວກເຈົ້າ ແລະ ບໍ່ຮູ້ຈັກຢ້ານ, ເຮົາພຽງໄດ້ແຕ່ທົນກັບຄວາມກະບົດຂອງພວກເຈົ້າ; ເຮົາຈະບໍ່ຍອມເສຍອາລົມຂອງເຮົາ ແລະ ເຮັດໃຫ້ມີຜົນກະທົບຕໍ່ພາລະກິດຂອງເຮົາ ຍ້ອນໂຕໜອນນ້ອຍໆທີ່ບໍ່ມີຄວາມໝາຍຫຍັງໄດ້ພິກດິນໃນກອງຂີ້ສັດຂຶ້ນມາ. ເຮົາອົດທົນກັບການມີຢູ່ຢ່າງຕໍ່ເນື່ອງຂອງທຸກສິ່ງທີ່ເຮົາລັງກຽດ ແລະ ທຸກສິ່ງທີ່ເຮົາກຽດຊັງ ຍ້ອນຜົນປະໂຫຍດແກ່ຄວາມປະສົງຂອງພຣະບິດາຂອງເຮົາ ຈົນກວ່າພຣະຄໍາຂອງເຮົາຈະສົມບູນ ແລະ ຈົນເຖິງວາລະສຸດທ້າຍຂອງເຮົາ. ຈົ່ງຢ່າກັງວົນ! ເຮົາບໍ່ສາມາດຈົມລົງໄປຢູ່ໃນລະດັບດຽວກັນກັບໂຕໜອນທີ່ບໍ່ມີຊື່ ແລະ ເຮົາຈະບໍ່ປຽບທຽບລະດັບທັກສະຂອງເຮົາກັບເຈົ້າ. ເຮົາລັງກຽດເຈົ້າ ແຕ່ເຮົາກໍສາມາດອົດທົນໄດ້. ເຈົ້າຕໍ່ຕ້ານເຮົາ ແຕ່ເຈົ້າບໍ່ສາມາດໜີພົ້ນຈາກມື້ທີ່ເຮົາຈະຕີສອນເຈົ້າ ເຊິ່ງພຣະບິດາຂອງເຮົາໄດ້ສັນຍາກັບເຮົາໄວ້ແລ້ວ. ໂຕໜອນທີ່ຖືກສ້າງຂຶ້ນສາມາດປຽບທຽບກັບພຣະຜູ້ເປັນເຈົ້າແຫ່ງການຊົງສ້າງໄດ້ບໍ? ໃນລະດູໃບໄມ້ຫຼົ່ນ, ໃບໄມ້ທີ່ຫຼົ່ນຈະກັບຄືນໄປສູ່ຮາກເຫງົ້າຂອງມັນ; ເຈົ້າຈະກັບຄືນເມືອເຮືອນຊານຂອງ “ບິດາ” ຂອງເຈົ້າ ແລະ ເຮົາຈະກັບຄືນໄປຢູ່ຄຽງຂ້າງພຣະບິດາຂອງເຮົາ. ຄວາມຮັກທີ່ອ່ອນໂຍນຂອງພຣະອົງຈະຕິດຕາມເຮົາ ແລະ ການຢຽບຢ່ຳຂອງບິດາຂອງເຈົ້າຈະຕິດຕາມເຈົ້າ. ເຮົາຈະມີລັດສະໝີຂອງພຣະບິດາຂອງເຮົາ ແລະ ເຈົ້າຈະມີຄວາມອັບອາຍຂອງບິດາຂອງເຈົ້າ. ເຮົາຈະໃຊ້ການຕີສອນທີ່ເຮົາໄດ້ເກັບໄວ້ເປັນເວລາດົນນານເພື່ອໃຫ້ຕິດຕາມເຈົ້າ ແລະ ເຈົ້າຈະພົບກັບການຕີສອນຂອງເຮົາດ້ວຍເນື້ອໜັງທີ່ເນົ່າບູດຂອງເຈົ້າ ທີ່ເສື່ອມຊາມເປັນເວລາຫຼາຍສິບພັນປີ. ເຮົາຈະຕ້ອງໄດ້ສະຫຼຸບພາລະກິດແຫ່ງພຣະທໍາຂອງເຮົາໃນຕົວເຈົ້າ ພ້ອມກັບການອົດກັ້ນ ແລະ ເຈົ້າຈະເລີ່ມເຮັດບົດບາດໃນການທົນທຸກຕໍ່ຄວາມພິນາດຈາກພຣະທໍາຂອງເຮົາ. ເຮົາຈະຍິນດີເປັນຢ່າງຍິ່ງ ແລະ ຈະປະຕິບັດພາລະກິດໃນອິດສະຣາເອນ; ເຈົ້າຈະຮ້ອງໄຫ້ ແລະ ກັດແຂ້ວຕົວເອງ, ດໍາລົງຢູ່ ແລະ ຕາຍໄປໃນຂີ້ຕົມ. ເຮົາຈະໄດ້ຮັບຮູບຮ່າງແທ້ຂອງເຮົາກັບຄືນມາ ແລະ ບໍ່ໄດ້ຢູ່ໃນຄວາມສົກກະປົກກັບພວກເຈົ້າອີກຕໍ່ໄປ ໃນຂະນະທີ່ພວກເຈົ້າຈະໄດ້ຮັບຄວາມຂີ້ຮ້າຍທີ່ແທ້ຈິງຂອງພວກເຈົ້າກັບຄືນໄປ ແລະ ສືບຕໍ່ດຸດໄປມາຢູ່ໃນກອງຂີ້ສັດ. ເມື່ອພາລະກິດ ແລະ ພຣະທໍາຂອງເຮົາຖືກເຮັດສໍາເລັດ, ມັນກໍຈະເປັນມື້ແຫ່ງຄວາມສຸກສໍາລັບເຮົາ. ເມື່ອການຕໍ່ຕ້ານ ແລະ ການກະບົດຂອງເຈົ້າຖືກເຮັດສໍາເລັດ, ມັນກໍຈະເປັນມື້ແຫ່ງການຮ້ອງໄຫ້ສໍາລັບເຈົ້າ. ເຮົາຈະບໍ່ເຫັນໃຈເຈົ້າ ແລະ ເຈົ້າຈະບໍ່ເຫັນເຮົາອີກ. ເຮົາຈະບໍ່ສົນທະນາກັບເຈົ້າອີກຕໍ່ໄປ ແລະ ເຈົ້າຈະບໍ່ຜະເຊີນກັບເຮົາອີກ. ເຮົາຈະກຽດຊັງການກະບົດຂອງເຈົ້າ ແລະ ເຈົ້າຈະຄິດຮອດຄວາມໜ້າຮັກຂອງເຮົາ. ເຮົາຈະຕີເຈົ້າ ແລະ ເຈົ້າຈະຄິດຮອດເຮົາ. ເຮົາຈະໜີອອກຈາກເຈົ້າດ້ວຍຄວາມຍິນດີ ແລະ ເຈົ້າຈະຮັບຮູ້ເຖິງໜີ້ບຸນຄຸນທີ່ເຈົ້າມີຕໍ່ເຮົາ. ເຮົາຈະບໍ່ເຫັນເຈົ້າອີກຕໍ່ໄປ ແຕ່ເຈົ້າຈະຫວັງຫາເຮົາສະເໝີ. ເຮົາຈະກຽດຊັງເຈົ້າ ເພາະວ່າ ໃນປັດຈຸບັນເຈົ້າຕໍ່ຕ້ານເຮົາ ແລະ ເຈົ້າຈະຄິດຮອດເຮົາ ເພາະວ່າ ໃນປັດຈຸບັນເຮົາຕີສອນເຈົ້າ. ເຮົາຈະບໍ່ເຕັມໃຈທີ່ຈະອາໄສຢູ່ຄຽງຂ້າງເຈົ້າ ແຕ່ເຈົ້າຈະໂຫຍຫາຢ່າງຂົມຂື່ນ ແລະ ຫ້ອງໄຮ້ຕະຫຼອດການ ເພາະເຈົ້າຈະເສຍໃຈກັບທຸກສິ່ງທີ່ເຈົ້າໄດ້ເຮັດຕໍ່ເຮົາ. ເຈົ້າຈະຮູ້ສຶກສໍານຶກຜິດຕໍ່ການກະບົດ ແລະ ການຕໍ່ຕ້ານຂອງເຈົ້າ, ເຈົ້າຈະໝອບລົງກັບພື້ນພ້ອມກັບຄວາມເສຍໃຈ ແລະ ລົ້ມລົງຢູ່ຕໍ່ໜ້າເຮົາ ແລະ ສາບານທີ່ຈະເລີກກະບົດຕໍ່ເຮົາອີກຕໍ່ໄປ. ຢ່າງໃດກໍຕາມ, ໃນໃຈຂອງເຈົ້າ ເຈົ້າຈະຮັກພຽງແຕ່ເຮົາ ແຕ່ເຈົ້າຈະບໍ່ສາມາດໄດ້ຍິນສຽງຂອງເຮົາອີກຕໍ່ໄປ. ເຮົາຈະເຮັດໃຫ້ເຈົ້າລະອາຍໃຈກັບຕົວເອງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເມື່ອໃບໄມ້ທີ່ຫຼົ່ນໄດ້ກັບຄືນສູ່ຮາກເຫງົ້າຂອງມັນ, ເຈົ້າຈະເສຍໃຈກັບສິ່ງຊົ່ວຮ້າຍທີ່ເຈົ້າໄດ້ເຮັດ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ