ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 45
ຖ້າພຣະຜູ້ຊ່ວຍໃຫ້ລອດພົ້ນມາເຖິງໃນຍຸກສຸດທ້າຍ ແລະ ຍັງຖືກເອີ້ນວ່າພຣະເຢຊູ ແລະ ບັງເກີດຢູ່ແຂວງຢູດາຍອີກຄັ້ງ ແລະ ດຳເນີນພາລະກິດຂອງພຣະອົງໃນທີ່ນັ້ນ,...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ການທີ່ຈະເຊື່ອໃນພຣະເຈົ້າ ແລະ ຮູ້ຈັກພຣະເຈົ້າແມ່ນເລື່ອງທໍາມະຊາດ ແລະ ມີເຫດຜົນແທ້ໆ ແລະ ໄດ້ຮັບການຍອມຮັບຈາກໂລກ ແລະ ໃນມື້ນີ້ ເຊິ່ງຢູ່ໃນຍຸກທີ່ພຣະເຈົ້າຜູ້ຊົງບັງເກີດເປັນມະນຸດກຳລັງປະຕິບັດພາລະກິດຂອງພຣະອົງດ້ວຍພຣະອົງເອງ ເຊິ່ງເປັນເວລາທີ່ດີ ໂດຍສະເພາະໃນການທີ່ຈະຮູ້ຈັກພຣະເຈົ້າ. ການເຮັດໃຫ້ພຣະເຈົ້າພໍພຣະໄທແມ່ນບາງສິ່ງທີ່ສາມາດເຮັດໄດ້ ໂດຍການສ້າງຮາກຖານໃນການເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ເພື່ອທີ່ຈະເຂົ້າໃຈເຈດຕະນາຂອງພຣະເຈົ້າ, ມັນກໍ່ມີຄວາມຈຳເປັນທີ່ຈະຕ້ອງມີຄວາມຮູ້ບາງຢ່າງກ່ຽວກັບພຣະເຈົ້າ. ຄວາມຮູ້ດັ່ງກ່າວນີ້ກ່ຽວກັບພຣະເຈົ້າ ແມ່ນນິມິດທີ່ຜູ້ທີ່ເຊື່ອໃນພຣະເຈົ້າຕ້ອງມີ; ມັນແມ່ນພື້ນຖານຂອງຄວາມເຊື່ອຂອງມະນຸດທີ່ມີຕໍ່ພຣະເຈົ້າ. ໃນກໍລະນີທີ່ບໍ່ມີຄວາມຮູ້ດັ່ງກ່າວນີ້, ຄວາມເຊື່ອຂອງມະນຸດທີ່ມີຕໍ່ພຣະເຈົ້າຈະຢູ່ໃນສະພາບທີ່ຄຸມເຄືອ ແລະ ໃນທ່າມກາງທິດສະດີທີ່ວ່າງເປົ່າ. ເຖິງແມ່ນວ່າມັນຈະເປັນປະນິທານຂອງຄົນແບບນີ້ທີ່ຕິດຕາມພຣະເຈົ້າ, ພວກເຂົາກໍ່ຈະບໍ່ໄດ້ຮັບຫຍັງເລີຍ. ບັນດາຜູ້ທີ່ບໍ່ໄດ້ຮັບຫຍັງເລີຍຈາກສາຍທານນີ້ແມ່ນຜູ້ທີ່ຈະຖືກກໍາຈັດ ເຊິ່ງພວກເຂົາທຸກຄົນແມ່ນຄົນທີ່ເອົາປຽບຜູ້ອື່ນ. ບໍ່ວ່າເຈົ້າພົບກັບພາລະກິດຂອງພຣະເຈົ້າໃນຂັ້ນຕອນໃດກໍຕາມ, ເຈົ້າກໍຄວນໄດ້ຮັບການນຳພາໂດຍນິມິດທີ່ຍິ່ງໃຫຍ່. ບໍ່ສະນັ້ນ, ມັນກໍຈະເປັນສິ່ງທີ່ລໍາບາກສຳລັບເຈົ້າທີ່ຈະຍອມຮັບເອົາພາລະກິດໃໝ່ໃນແຕ່ລະຂັ້ນຕອນ, ຍ້ອນວ່າພາລະກິດໃໝ່ຂອງພຣະເຈົ້ານັ້ນເກີນຂີດຄວາມສາມາດຂອງມະນຸດທີ່ຈິນຕະນາການໄດ້ ແລະ ຢູ່ນອກຂອບເຂດຂອງຄວາມຄິດຂອງພວກເຂົາ. ດັ່ງນັ້ນ, ຖ້າບໍ່ມີຜູ້ດູແລທີ່ຄອຍມານໍາພາມະນຸດ, ຖ້າບໍ່ມີຜູ້ດູແລທີ່ມາພົວພັນກັນກ່ຽວກັບເລື່ອງຂອງນິມິດ, ມະນຸດກໍບໍ່ສາມາດທີ່ຈະຮັບເອົາພາລະກິດໃໝ່ນີ້. ຖ້າມະນຸດບໍ່ສາມາດເຂົ້າໃຈນິມິດຕ່າງໆໄດ້, ເຂົາກໍບໍ່ສາມາດເຂົ້າໃຈພາລະກິດໃໝ່ຂອງພຣະເຈົ້າໄດ້ ແລະ ຖ້າມະນຸດບໍ່ອ່ອນນ້ອມຕໍ່ພາລະກິດໃໝ່ຂອງພຣະເຈົ້າ, ເຂົາກໍຈະບໍ່ສາມາດເຂົ້າໃຈເຈດຕະນາຂອງພຣະເຈົ້າໄດ້ ແລະ ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າກໍຈະບໍ່ມີຄ່າຫຍັງເລີຍ. ກ່ອນທີ່ມະນຸດຈະປະຕິບັດຕາມພຣະທຳຂອງພຣະເຈົ້າ, ເຂົາຕ້ອງຮູ້ຈັກພຣະທຳຂອງພຣະເຈົ້າ; ເຊິ່ງນັ້ນກໍຄື ເຂົາຕ້ອງເຂົ້າໃຈເຈດຕະນາຂອງພຣະເຈົ້າ. ດ້ວຍວິທີນີ້ເທົ່ານັ້ນ ຈິ່ງຈະສາມາດປະຕິບັດຕາມພຣະທຳຂອງພຣະເຈົ້າໄດ້ຢ່າງຖືກຕ້ອງ ແລະ ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ນີ້ຄືສິ່ງທີ່ທຸກຄົນທີ່ສະແຫວງຫາຄວາມຈິງຕ້ອງມີ ແລະ ມັນກໍຍັງເປັນຂະບວນການທີ່ທຸກຄົນທີ່ພະຍາຍາມຮູ້ຈັກພຣະເຈົ້າຕ້ອງປະສົບ. ຂະບວນການໃນການມາຮູ້ຈັກພຣະທໍາຂອງພຣະເຈົ້າແມ່ນຂະບວນການໃນການມາຮູ້ຈັກພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າ. ສະນັ້ນ,ການຮູ້ຈັກນິມິດຕ່າງໆບໍ່ພຽງແຕ່ອ້າງອີງເຖິງການຮູ້ຈັກຄວາມເປັນມະນຸດຂອງພຣະເຈົ້າຜູ້ຊົງບັງເກີດເປັນມະນຸດ, ແຕ່ຍັງລວມເຖິງການຮູ້ຈັກພຣະທໍາ ແລະ ພາລະກິດຂອງພຣະເຈົ້າອີກດ້ວຍ. ຜູ້ຄົນເຂົ້າໃຈເຈດຕະນາຂອງພຣະເຈົ້າຈາກພຣະທໍາຂອງພຣະເຈົ້າ ແລະ ພວກເຂົາຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າເປັນຈາກພາລະກິດຂອງພຣະເຈົ້າ. ຄວາມເຊື່ອໃນພຣະເຈົ້າແມ່ນບາດກ້າວທໍາອິດໃນການຮູ້ຈັກພຣະເຈົ້າ. ຂະບວນການໃນການກ້າວຈາກຄວາມເຊື່ອໃນເບື້ອງຕົ້ນທີ່ມີຕໍ່ພຣະເຈົ້ານີ້ ໄປຫາຄວາມເຊື່ອທີ່ເລິກເຊິ່ງທີ່ສຸດໃນພຣະເຈົ້າ ແມ່ນຂະບວນການຂອງການຮູ້ຈັກພຣະເຈົ້າ, ຂະບວນການໃນການປະສົບກັບພາລະກິດຂອງພຣະເຈົ້າ. ຖ້າເຈົ້າເຊື່ອໃນພຣະເຈົ້າ ພຽງເພື່ອໃຫ້ມີຄວາມເຊື່ອໃນພຣະເຈົ້າເທົ່ານັ້ນ ແລະ ບໍ່ແມ່ນເພື່ອຮູ້ຈັກພຣະອົງ, ແລ້ວຄວາມເຊື່ອຂອງເຈົ້າກໍຈະບໍ່ມີຄວາມຈິງ ແລະ ສັດທາຂອງເຈົ້າກໍຈະບໍ່ສາມາດເປັນສັດທາທີ່ບໍລິສຸດໄດ້ ເຊິ່ງນີ້ເຮັດໃຫ້ບໍ່ມີຂໍ້ສົງໄສໃດໆເລີຍ. ຖ້າໃນຊ່ວງໄລຍະທີ່ມະນຸດໄດ້ປະສົບກັບພາລະກິດຂອງພຣະເຈົ້າ, ເຂົາຈະຄ່ອຍໆຮູ້ຈັກພຣະເຈົ້າ, ຫຼັງຈາກນັ້ນອຸປະນິໄສຂອງເຂົາກໍຈະຄ່ອຍໆປ່ຽນໄປ ແລະ ຄວາມເຊື່ອຂອງເຂົາກໍຈະກາຍເປັນຈິງຫຼາຍຂຶ້ນ. ດ້ວຍວິທີນີ້, ເມື່ອມະນຸດໄດ້ປະສົບຜົນສຳເລັດໃນຄວາມເຊື່ອຂອງເຂົາທີ່ມີຕໍ່ພຣະເຈົ້າ, ເຂົາຈະໄດ້ຮັບພຣະເຈົ້າຢ່າງສົມບູນແບບ. ເຫດຜົນທີ່ເຮັດໃຫ້ພຣະເຈົ້າເຮັດຂະໜາດນັ້ນກໍເພື່ອກາຍເປັນເນື້ອໜັງເປັນຄັ້ງທີສອງ ເພື່ອປະຕິບັດພາລະກິດຂອງພຣະອົງດ້ວຍພຣະອົງເອງ ເພື່ອວ່າ ມະນຸດຈະສາມາດຮູ້ຈັກພຣະອົງ ແລະ ແນມເຫັນພຣະອົງ. ການຮູ້ຈັກພຣະເຈົ້າ[ກ] ແມ່ນຜົນສຸດທ້າຍທີ່ຈະເຮັດສຳເລັດໃນຕອນສະຫຼຸບພາລະກິດຂອງພຣະເຈົ້າ; ມັນແມ່ນເງື່ອນໄຂສຸດທ້າຍທີ່ພຣະເຈົ້າສ້າງຂຶ້ນໃຫ້ມວນມະນຸດ. ເຫດຜົນເປັນຫຍັງພຣະອົງຈິ່ງເຮັດສິ່ງນີ້ ແມ່ນເພື່ອການເປັນພະຍານຄັ້ງສຸດທ້າຍຂອງພຣະອົງ; ພຣະອົງປະຕິບັດພາລະກິດນີ້ກໍເພື່ອວ່າ ໃນທີ່ສຸດແລ້ວ ມະນຸດອາດຈະຫັນມາຫາພຣະອົງຢ່າງສົມບູນແບບ. ມະນຸດສາມາດຮັກພຣະເຈົ້າໄດ້ໂດຍການຮູ້ຈັກພຣະເຈົ້າເທົ່ານັ້ນ ແລະ ເພື່ອທີ່ຈະຮັກພຣະເຈົ້າ ເຂົາຕ້ອງຮູ້ຈັກພຣະເຈົ້າ. ບໍ່ວ່າເຂົາຈະສະແຫວງຫາດ້ວຍວິທີໃດ ຫຼື ສິ່ງທີ່ເຂົາສະແຫວງຫາເພື່ອທີ່ຈະໄດ້ມາຈະແມ່ນສິ່ງຫຍັງກໍຕາມ, ເຂົາຕ້ອງມີຄວາມສາມາດທີ່ຈະຮັບຮູ້ກ່ຽວກັບພຣະເຈົ້າ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈິ່ງຈະສາມາດເປັນທີ່ພໍພຣະໄທຂອງພຣະເຈົ້າໄດ້. ໂດຍການຮູ້ຈັກພຣະເຈົ້າເທົ່ານັ້ນ ມະນຸດຈິ່ງຈະສາມາດມີສັດທາທີ່ແທ້ຈິງຕໍ່ພຣະເຈົ້າ ແລະໂດຍການຮູ້ຈັກພຣະເຈົ້າເທົ່ານັ້ນ ເຂົາຈິ່ງຈະສາມາດຢໍາເກງ ແລະ ອ່ອນນ້ອມຕໍ່ພຣະເຈົ້າໄດ້ຢ່າງແທ້ຈິງ. ຜູ້ທີ່ບໍ່ຮູ້ຈັກພຣະເຈົ້າຈະບໍ່ສາມາດອ່ອນນ້ອມ ແລະ ຢໍາເກງພຣະເຈົ້າໄດ້ຢ່າງແທ້ຈິງ. ການຮູ້ຈັກພຣະເຈົ້າແມ່ນປະກອບມີການຮູ້ຈັກອຸປະນິໄສຂອງພຣະອົງ, ການເຂົ້າໃຈເຈດຕະນາຂອງພຣະອົງ ແລະ ການຮູ້ຈັກສິ່ງທີ່ພຣະອົງເປັນ. ເຖິງວ່າໃຜຈະຮູ້ຈັກໃນແງ່ມຸມໃດກໍຕາມ, ແຕ່ລະຄົນຕ້ອງຮັບຜົນກໍາ ແລະ ຈໍາເປັນຕ້ອງມີຄວາມປະສົງທີ່ຈະອ່ອນນ້ອມ ເຊິ່ງຖ້າບໍ່ມີສິ່ງນີ້ ກໍຈະບໍ່ມີໃຜທີ່ຈະສາມາດສືບຕໍ່ປະຕິບັດຕາມໄດ້ຈົນເຖິງທີ່ສຸດ. ພາລະກິດຂອງພຣະເຈົ້ານັ້ນຂັດກັນເກີນໄປກັບແນວຄິດຂອງມະນຸດ, ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງເປັນ ແມ່ນຍາກເກີນໄປສຳລັບມະນຸດທີ່ຈະຮູ້ຈັກ ແລະ ທຸກສິ່ງທຸກຢ່າງທີ່ພຣະເຈົ້າກ່າວ ແລະ ກະທຳແມ່ນເປັນສິ່ງທີ່ຍາກເກີນກວ່າທີ່ມະນຸດຈະສາມາດເຂົ້າໃຈໄດ້: ຖ້າວ່າມະນຸດປາດຖະໜາທີ່ຈະຕິດຕາມພຣະເຈົ້າ ແຕ່ຍັງບໍ່ເຕັມໃຈທີ່ຈະອ່ອນນ້ອມຕໍ່ພຣະອົງ, ມະນຸດກໍຈະບໍ່ໄດ້ຮັບຫຍັງເລີຍ. ນັບແຕ່ການສ້າງໂລກຈົນມາຮອດປັດຈຸບັນນີ້, ພຣະເຈົ້າໄດ້ເຮັດພາລະກິດຢ່າງຫຼວງຫຼາຍ ທີ່ເກີນກວ່າທີ່ມະນຸດຈະສາມາດເຂົ້າໃຈໄດ້ ແລະ ມະນຸດນັ້ນໄດ້ເຫັນວ່າ ມັນເປັນສິ່ງທີ່ຍາກທີ່ຈະຍອມຮັບໄດ້ ແລະ ພຣະເຈົ້າໄດ້ກ່າວໄວ້ຢ່າງຫຼວງຫຼາຍ ຈົນເຮັດໃຫ້ແນວຄິດຂອງມະນຸດນັ້ນຍາກທີ່ຈະແກ້ໄຂໄດ້. ແຕ່ພຣະອົງບໍ່ເຄີຍຢຸດຕິພາລະກິດຂອງພຣະອົງຍ້ອນວ່າມະນຸດມີຂໍ້ຫຍຸ້ງຍາກຫຼາຍເກີນໄປ; ໃນທາງກົງກັນຂ້າມ, ພຣະອົງໄດ້ສືບຕໍ່ເຮັດພາລະກິດ ແລະ ກ່າວພຣະທໍາ ແລະ ເຖິງແມ່ນວ່າ “ນັກຮົບ” ຈຳນວນຫຼາຍໄດ້ລົ້ມຕາຍໄປໃນລະຫວ່າງທາງ, ພຣະອົງກໍຍັງຊົງປະຕິບັດພາລະກິດຂອງພຣະອົງຢູ່ ແລະ ຍັງຄົງສືບຕໍ່ໂດຍບໍ່ຢຸດພັກ ເພື່ອເລືອກເອົາກຸ່ມຄົນໜຶ່ງກຸ່ມ ທີ່ເປັນຄົນທີ່ເຕັມໃຈຍອມຮັບພາລະກິດໃໝ່ຂອງພຣະອົງ. ພຣະອົງບໍ່ມີຄວາມສົງສານຕໍ່ “ວິລະບຸລຸດ” ທີ່ໄດ້ຕາຍໄປ ແລະ ໄດ້ທະນຸຖະໜອມຜູ້ທີ່ຍອມຮັບພາລະກິດໃໝ່ ແລະ ພຣະທໍາຂອງພຣະອົງແທນ. ແຕ່ພຣະອົງປະຕິບັດພາລະກິດດ້ວຍວິທີການແບບນີ້ເພື່ອຫຍັງ, ເພື່ອເປັນໄປຕາມແຕ່ລະຂັ້ນຕອນບໍ? ເປັນຫຍັງພຣະອົງຊົງກຳຈັດຄົນບາງຄົນ ແລະ ເລືອກເອົາຄົນອື່ນໆສະເໝີ? ເປັນຫຍັງພຣະອົງຊົງໃຊ້ວິທີການແບບນັ້ນເລື້ອຍໆ? ຈຸດປະສົງຂອງພາລະກິດຂອງພຣະອົງແມ່ນເພື່ອເຮັດໃຫ້ມະນຸດໄດ້ຮູ້ຈັກພຣະອົງ ແລະ ດ້ວຍເຫດນັ້ນ ຈິ່ງເຮັດໃຫ້ພຣະອົງຮັບເອົາ. ຫຼັກການຂອງພາລະກິດຂອງພຣະອົງຄືການເຮັດພາລະກິດໃນຜູ້ທີ່ສາມາດຍອມຮັບພາລະກິດທີ່ພຣະອົງກະທຳໃນປັດຈຸບັນນີ້ ແລະ ບໍ່ແມ່ນເຮັດພາລະກິດໃນຜູ້ທີ່ຍອມຮັບພາລະກິດທີ່ພຣະອົງໄດ້ເຮັດໃນອະດີດ ໃນຂະນະທີ່ຍັງຕໍ່ຕ້ານພາລະກິດທີ່ພຣະອົງເຮັດໃນປັດຈຸບັນ. ນີ້ແມ່ນເຫດຜົນວ່າ ເປັນຫຍັງພຣະອົງໄດ້ຊົງກຳຈັດຜູ້ຄົນຢ່າງຫຼວງຫຼາຍ.
ບົດຮຽນໃນການຮູ້ຈັກພຣະເຈົ້າແມ່ນບໍ່ສາມາດບັນລຸຜົນໄດ້ໃນໜຶ່ງ ຫຼື ສອງມື້: ມະນຸດຕ້ອງສະສົມປະສົບການ, ປະເຊີນກັບຄວາມທຸກທໍລະມານ ແລະ ຍອມຮັບຢ່າງແທ້ຈິງ. ກ່ອນອື່ນໝົດ, ໃຫ້ເລີ່ມຈາກພາລະກິດ ແລະ ພຣະທໍາຂອງພຣະເຈົ້າ. ມັນຈໍາເປັນທີ່ເຈົ້າຈະຕ້ອງເຂົ້າໃຈສິ່ງທີ່ມີຢູ່ໃນຄວາມຮູ້ກ່ຽວກັບພຣະເຈົ້າ, ວິທີໄດ້ຮັບຄວາມຮູ້ນີ້ ແລະ ວິທີແນມເຫັນພຣະເຈົ້າໃນປະສົບການຂອງເຈົ້າ. ນີ້ແມ່ນສິ່ງທີ່ທຸກຄົນຕ້ອງປະຕິບັດເມື່ອພວກເຂົາຍັງບໍ່ທັນໄດ້ຮູ້ຈັກພຣະເຈົ້າເທື່ອ. ບໍ່ມີໃຜສາມາດເຂົ້າໃຈພາລະກິດ ແລະ ພຣະທໍາຂອງພຣະເຈົ້າໄດ້ໃນຄາວດຽວ ແລະ ບໍ່ມີໃຜສາມາດໄດ້ຮັບຄວາມຮູ້ທັງໝົດ ກ່ຽວກັບພຣະເຈົ້າ ພາຍໃນເວລາອັນສັ້ນ. ມັນມີຂະບວນການດ້ານປະສົບການທີ່ຈຳເປັນ ເຊິ່ງຖ້າບໍ່ມີສິ່ງນີ້ ກໍຈະບໍ່ມີໃຜສາມາດຮູ້ຈັກພຣະເຈົ້າ ແລະ ຕິດຕາມພຣະອົງໄດ້ຢ່າງຈິງໃຈ. ຍິ່ງພຣະເຈົ້າເຮັດພາລະກິດຂອງພຣະອົງຫຼາຍເທົ່າໃດ, ມະນຸດກໍຍິ່ງຮູ້ຈັກພຣະອົງຫຼາຍຂຶ້ນເທົ່ານັ້ນ. ຍິ່ງພາລະກິດຂອງພຣະເຈົ້າຂັດແຍ້ງກັບແນວຄິດຂອງມະນຸດຫຼາຍເທົ່າໃດ, ຄວາມຮູ້ຂອງມະນຸດທີ່ມີຕໍ່ພຣະອົງກໍຍິ່ງໄດ້ຮັບການຟຶ້ນຟູ ແລະ ມີຄວາມເລິກເຊິ່ງຂຶ້ນເທົ່ານັ້ນ. ຖ້າພາລະກິດຂອງພຣະເຈົ້າແມ່ນເພື່ອໃຫ້ຄົງຢູ່ຕະຫຼອດໄປ ແລະ ບໍ່ສາມາດປ່ຽນແປງໄດ້, ຄວາມຮູ້ຂອງມະນຸດກ່ຽວກັບພຣະອົງກໍຈະບໍ່ມີຫຼາຍ. ໃນລະຫວ່າງໄລຍະເວລາຂອງການຊົງສ້າງ ແລະ ປັດຈຸບັນ, ສິ່ງທີ່ພຣະເຈົ້າໄດ້ກະທຳໃນຍຸກແຫ່ງພຣະບັນຍັດ, ສິ່ງທີ່ພຣະເຈົ້າໄດ້ກະທຳໃນຍຸກແຫ່ງພຣະຄຸນ ແລະ ສິ່ງທີ່ພະອົງໄດ້ກະທຳໃນຍຸກແຫ່ງອານາຈັກ ພວກເຈົ້າຕ້ອງມີຄວາມຊັດເຈນກ່ຽວກັບນິມິດເຫຼົ່ານີ້. ພວກເຈົ້າຕ້ອງຮູ້ຈັກພາລະກິດຂອງພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງຄົນທີ່ຮູ້ຈັກພຣະເຈົ້າເທົ່ານັ້ນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້
ໝາຍເຫດ:
ກ. ຂໍ້ຄວາມຕົ້ນສະບັບອ່ານວ່າ “ພາລະກິດແຫ່ງການຮູ້ຈັກພຣະເຈົ້າ”.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຖ້າພຣະຜູ້ຊ່ວຍໃຫ້ລອດພົ້ນມາເຖິງໃນຍຸກສຸດທ້າຍ ແລະ ຍັງຖືກເອີ້ນວ່າພຣະເຢຊູ ແລະ ບັງເກີດຢູ່ແຂວງຢູດາຍອີກຄັ້ງ ແລະ ດຳເນີນພາລະກິດຂອງພຣະອົງໃນທີ່ນັ້ນ,...
ຄຣິສຕະຈັກທຸກແຫ່ງແມ່ນມີຄົນທີ່ລົບກວນຄຣິສຕະຈັກ ຫຼື ຂັດຂວາງພາລະກິດຂອງພຣະເຈົ້າ. ພວກເຂົາລ້ວນແລ້ວແຕ່ເປັນຊາຕານ...
ຕອນນີ້ ເຈົ້າຄວນສະແຫວງຫາຫຍັງ? ບໍ່ວ່າເຈົ້າຈະສາມາດເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າ ຫຼື ບໍ່, ບໍ່ວ່າເຈົ້າຈະສາມາດເປັນພະຍານ ແລະ...
ເພື່ອເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈົ້າ, ຜົນກະທົບທີ່ພາລະກິດຂອງພຣະອົງບັນລຸໃນມະນຸດ ແລະ ສິ່ງທີ່ເປັນເຈດຕະນາແທ້ໆຂອງພຣະອົງສຳລັບມະນຸດ:...